ກຳແໜ້ນເນື້ອໃນ ແລະ ວິທີການຍົກສູງຄຸນນະພາບສະມາຊິກພັກ

ກຳແໜ້ນເນື້ອໃນ ແລະ ວິທີການຍົກສູງຄຸນນະພາບສະມາຊິກພັກ

 ຄໍາເຄນ ຈັນທະວົງ

ການຍົກສູງຄຸນນະພາບຖັນ​ແຖວສະມາຊິກພັກ ​ແມ່ນ​ຄວາມ​ຈຳ​ເປັນ​ພາວະ​ວິ​ໄສ, ​ເປັນວຽກ​ງານ​ສຳຄັນ​ຮີບ​ດ່ວນ​ໃນ​ປັດຈຸບັນ; ການຍົກສູງຄຸນນະພາບຖັນ​ແຖວສະມາຊິກພັກຍັງ​ມີ​ບົດບາດ​ຕັດສິນ​ຕໍ່ການຈັດຕັ້ງ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ພັກ, ຖ້າ​ຖັນ​ແຖວ​ສະມາຊິກ​ພັກ​ມີຄຸນນະພາ​ບສູງ​ເທົ່າ​ໃດ ​ບົດບາດ​ການ​ນຳພາ​ຂອງ​ພັກ​ກໍ​ຈະ​ໄດ້​ຮັບ​ການ​ເຊີດ​ຊູ​ສູງ​ຂຶ້ນເທົ່ານັ້ນ; ການຍົກສູງຄຸນນະພາບຖັນ​ແຖວສະມາຊິກພັກ ຍັງ​ມີ​ບົດບາດ​ຕໍ່ການກໍ່ສ້າງ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ​, ໜັກ​ແໜ້ນ, ສ້າງ​ຄວາມ​ເຂັ້ມ​ແຂງ​ຕໍ່ການ​ກຳ​ອຳນາດ ​ແລະ ​ເຮັດ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ຂອງ​ພັກ​ອີກ​ດ້ວຍ. ສະນັ້ນ ຕ້ອງ​ເອົາ​ໃຈ​ໃສ່​ເນື້ອ​ໃນ ​ແລະ ວິທີ​ການຍົກ​ສູງ​ຄຸນ​ນະພາ​ບສະມາຊິກ​ພັກ​ ​ເພື່ອ​ສ້າງ​ໃຫ້​ໄດ້​ສະມາຊິກພັກ​ທີ່​ດີ, ມີຄຸນນະພາ​ບ ສາມາດນຳພາວຽກງານທີ່ຕົນຮັບຜິດຊອບໄດ້ຮັບຜົນສໍາເລັດ. (ສະບັບ 9/2022. ກມ).

ພັກປະຊາຊົນປະຕິວັດລາວ ນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນໄດ້ຖືສຳຄັນ ແລະ ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງຕົນເອງທາງດ້ານຄຸນນະພາບ ເຊິ່ງບັນຫາດັ່ງກ່າວໄດ້ກຳນົດອອກໃນມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງ ກໍຄືໃນກົດລະບຽບພັກປະຊາຊົນປະຕິວັດລາວແຕ່ລະສະໄໝ. ໜຶ່ງໃນສາມທິດນຳໃນການກໍ່ສ້າງ ແລະ ປັບປຸງພັກໄດ້ກຳນົດໄວ້ວ່າ: ການກໍ່ສ້າງ, ປັບປຸງພັກ ຕ້ອງຖືເອົາຄຸນນະພາບເປັນກົກ, ຮັບເອົາຜູ້ດີເດັ່ນ, ມີມາດຖານ ແລະ ເງື່ອນໄຂຄົບຖ້ວນເຂົ້າເປັນສະມາຊິກພັກ; ເດັດດ່ຽວເອົາຜູ້ເສື່ອມຄຸນປ່ຽນທາດອອກຈາກພັກ…(1). ການຍົກສູງຄຸນນະພາບຂອງສະມາຊິກພັກ ຫຼື ສ້າງການຫັນປ່ຽນດ້ານຄຸນນະພາບຂອງສະມາຊິກພັກ ເນື້ອແທ້ແມ່ນການຍົກສູງຄຸນນະພາບການນຳພາຂອງພັກ, ເພາະວ່າ ພັກການເມືຶອງຂອງຊົນຊັ້ນໃດ, ຂອງກຸ່ມຄົນໃດ ເມື່ອສ້າງຕັ້ງຂຶ້ນກໍມີບົດບາດ, ໜ້າທີ່ໃນການນຳພາ; ພັກການເມືອງມີຄວາມສາມາດນຳພາ ຈຶ່ງສາມາດນຳພາພາລະກິດປະຕິວັດໄປສູ່ຈຸດໝາຍ ກໍຄືວັດຖຸປະສົງທີ່ພັກກຳນົດໄວ້.

ໂດຍປະຕິບັດຕາມທິດນໍາໃນການກໍ່ສ້າງ ແລະ ປັບປຸງພັກ ຖືເອົາຄຸນນະພາບເປັນກົກ, ໃນຊຸມປີຜ່ານມາຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ໄດ້ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງຕົນເອງໃຫ້ມີການຫັນປ່ຽນດ້ານຄຸນນະພາບໃນລະດັບອັນແນ່ນອນ ເຊິ່ງສະແດງອອກໃນບົດລາຍງານກ່ຽວກັບວຽກງານກໍ່ສ້າງພັກ-ພະ ນັກງານໄລຍະ 5 ປີຜ່ານມາ, ໃນກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ໄດ້ລະບຸໄວ້ວ່າ: ປີ 2020 ທົ່ວປະເທດມີສະມາຊິກພັກທັງໝົດ 348.686 ສະຫາຍ, ຍິງ 88.433 ສະຫາຍ, ຜ່ານການຕີລາ ຄາແບ່ງປະເພດມີສະມາຊິກພັກປະເພດແຂງ 274.401 ສະຫາຍ ກວມເອົາ 78,69%.

ເຖິງຢ່າງໃດກໍຕາມ ເຫັນວ່າການສ້າງ ແລະ ປັບປຸງພັກທາງດ້ານຄຸນນະພາບຍັງມີບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ ຄື: ທົ່ວປະເທດຍັງມີສະມາຊິກພັກກາງ 9.858 ສະຫາຍ ກວມເອົາ 2,82%, ອ່ອນ 424 ສະຫາຍ ກວມເອົາ 0,12%; ບັນຫາທີ່ເກີດຂຶ້ນຢູ່ໃນຖັນແຖວສະມາຊິກພັກສ່ວນຫຼາຍແມ່ນ “ການເສື່ອມຖອຍຄຸນທາດດ້ານການເມືອງ, ຄຸນສົມບັດ ແລະ ມານະຈິດປະຕິວັດໃນຖັນແຖວສະມາຊິກພັກ-ພະນັກງານຍັງເປັນບັນຫາທີ່ໜ້າເປັນຫ່ວງຂອງພັກ ແລະ ສັງຄົມ, ສືບຕໍ່ສົ່ງຜົນກະທົບຕໍ່ບົດບາດນຳພາຂອງພັກ ແລະ ລະບອບໃໝ່, ສະມາຊິກພັກ-ພະນັກງານຈຳນວນບໍ່ໜ້ອຍຂາດຄວາມເປັນເຈົ້າການໃນການປະຕິບັດໜ້າທີ່ທີ່ຖືກມອບໝາຍ; ນໍ້າໃຈເສຍສະຫຼະ ເພື່ອຜົນປະໂຫຍດສ່ວນລວມບໍ່ທັນສູງ ແລະ ບໍ່ກ້າຕໍ່ສູ້ຕ້ານກັບທ່າອ່ຽງ ແລະ ປະກົດການຜິດເຂວ; ປະກົດການເລືອກວຽກທີ່ມີຄວາມແອບແຝງດ້ານຜົນປະ ໂຫຍດ ກໍຄືປະກົດການສວຍໃຊ້ຕຳແໜ່ງ, ໜ້າທີ່ ເພື່ອຫາຜົນປະໂຫຍດສ່ວນຕົວ ແລະ ກຸ່ມກ້ອນຂອງເຈົ້າໜ້າທີ່ລັດ ຍັງເປັນຈຸດມໍລະສຸມທີ່ສັງຄົມເລັ່ງເປົ້າວິພາກວິຈານ ແລະ ລະແວງສົງໄສເຖິງຄວາມເດັດຂາດ ກໍຄືຄວາມສາມາດຂອງພັກ ແລະ ລັດເຮົາໃນການນຳພາການແກ້ໄຂບັນຫາຫຍໍ້ທໍ້ຢູ່ພາຍໃນພັກ ແລະ ໃນສັງ ຄົມ…”(2). ບັນດາບັນຫາຫຍໍ້ທໍ້ທີ່ກ່າວມານັ້ນ ລ້ວນແຕ່ສະທ້ອນໃຫ້ເຫັນເຖິງຄຸນນະພາບຂອງສະມາຊິກພັກທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ.

ເພື່ອຍົກສູງຄຸນນະພາບຂອງສະມາຊິກພັກໃຫ້ສູງຂຶ້ນ ແນໃສ່ຍົກສູງຄວາມສາມາດນຳພາຂອງພັກ ມີຄວາມຈຳເປັນຕ້ອງໄດ້ຄົ້ນຄວ້າ, ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນ ແລະ ວິທີການຍົກສູງຄຸນນະພາບຂອງສະ ມາຊິກພັກ ດັ່ງນີ້:

  1. ເນື້ອໃນຍົກສູງຄຸນນະພາບສະມາຊິກພັກ.

(1). ດ້ານການເມືອງ: ຕັ້ງໜ້າສຶກສາອົບຮົມສະມາຊິກພັກໃຫ້ຮັບຮູ້, ເຂົ້າໃຈເຊື່ອມຊຶມແນວທາງ, ແຜນນະ ໂຍບາຍຂອງພັກໃນແຕ່ລະໄລຍະ; ຄົ້ນຄວ້າຮໍ່າຮຽນບັນດາມະຕິ, ຄຳສັ່ງຂອງພັກ ແລະ ກົດໝາຍຂອງລັດຢ່າງເລິກເຊິ່ງ, ໃນນັ້ນ ສະມາຊິກພັກທີ່ຮັບຜິດຊອບນໍາພາຢູ່ຂະແໜງການໃດ ກໍຕ້ອງເອົາໃຈໃສ່ລົງເລິກຄົ້ນ ຄວ້າແນວທາງຂອງພັກກ່ຽວກັບຂະແໜງການທີ່ຕົນຮັບຜິດຊອບໃຫ້ເລິກເຊິ່ງ ເພື່ອຜັນຂະຫຍາຍແນວທາງ, ມະຕິຕ່າງໆຂອງພັກ ແລະ ຫັນເອົາມະຕິດັ່ງກ່າວໃຫ້ກາຍເປັນອັນລະອຽດຢູ່ໃນວຽກງານຂອງຕົນ ແລະ ມີການຈັດຕັ້ງປະຕິບັດໃຫ້ເປັນຈິງ. ສຶກສາອົບຮົມນໍ້າໃຈຮັກຊາດ ເຮັດໃຫ້ສະມາຊິກພັກມີນໍ້າໃຈຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນຢ່າງສຸດໃຈ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຍອມເສຍສະຫຼະຜົນປະໂຫຍດສ່ວນຕົວ ເພື່ອຜົນປະໂຫຍດຂອງປະເທດຊາດ. ເອົາໃຈໃສ່ສຶກສາອົບຮົມທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ໃຫ້ສະມາຊິກພັກເປັນປົກກະຕິ; ພັກ ຢາກເຂັ້ມແຂງຕ້ອງມີທິດສະດີເປັນຫຼັກ ແລະ ສະມາຊິກພັກທຸກສະຫາຍຕ້ອງປະຕິບັດຕາມທິດສະດີນັ້ນຢ່າງເຄັ່ງຄັດ, ສະນັ້ນ ສະມາຊິກພັກຢາກເຮັດ ລ້ອນໜ້າທີ່ ກໍຕ້ອງມີຄວາມຮູ້ດ້ານທິດສະດີມາກ-ເລນິນໃນລະດັບໃດໜຶ່ງ ເພື່ອເປັນພື້ນຖານໃຫ້ແກ່ການພັດ ທະນາຕົນເອງ.

(2). ດ້ານແນວຄິດ: ສຶກສາອົບຮົມແນວຄິດຂອງສະມາຊິກພັກໃຫ້ມີຄວາມເປັນເອກະພາບກັບແນວທາງຂອງພັກ ສະແດງອອກທັງທາງດ້ານຄວາມຮັບຮູ້ ແລະ ການປະຕິບັດໜ້າທີ່ວຽກງານຕົວຈິງ. ສ້າງແນວຄິດອຸດົມຄະຕິຂອງພັກ, ໝາຍຄວາມວ່າ ສຶກສາອົບຮົມສະມາຊິກພັກໃຫ້ມີຄວາມທະນົງໃຈຕໍ່ອຸດົມຄະຕິຂອງພັກທີ່ຈະນຳພາປະເທດຊາດກ້າວໄປສູ່ຄວາມສີວິໄລເທື່ອລະກ້າວ, ສ້າງແນວຄິດເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕົນເອງ, ຍາດເອົາຜົນງານເທື່ອລະກ້າວໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສ້າງແນວຄິດປະຕິວັດ, ໝາຍຄວາມວ່າ ສຶກສາອົບຮົມສະມາຊິກພັກໃຫ້ມີຈິດໃຈຫ້າວຫັນຟົດຟື້ນ, ມີຄວາມບຸກບືນ, ມີມານະຈິດປະຕິວັດ, ມີຄວາມອົດທົນໜຽວແໜ້ນຜ່ານຜ່າທຸກອຸປະສັກຫຍຸ້ງຍາກທີ່ສັບສົນ, ໃຜເຮັດວຽກໃດ ກໍໃຫ້ສຳເລັດວຽກນັ້ນ ແລະ ເຮັດດ້ວຍຄວາມຮັບຜິດຊອບສູງ.

(3). ດ້ານຄວາມຮູ້ ແລະ ຄວາມສາມາດ: ກ່ອນອື່ນໝົດຕ້ອງເຂົ້າໃຈວ່າ: ຄວາມຮູ້ປຽບເໝືອນຂໍກຸນແຈໄຂໄປສູ່ສິ່ງໃໝ່ໆ, ຄວາມຮູ້ປຽບເໝືອນຢາດັບທຸກ, ແມ່ນເຄື່ອງກັ່ນຕອງອາລົມຂອງຄົນ, ສະນັ້ນ ສະມາຊິກພັກຕ້ອງປະກອບດ້ວຍຄວາມຮູ້ໃນຫຼາຍດ້ານ ເຊັ່ນ: ດ້ານວັດທະນະທຳ, ທິດສະດີການເມືອງ, ວິຊາສະ ເພາະ, ຮັບຜິດຊອບວຽກໃດ ກໍຕ້ອງມີຄວາມຮູ້ດ້ານນັ້ນຢ່າງເລິກເຊິ່ງ. ດ້ານຄວາມສາມາດ ແມ່ນການນຳໃຊ້ຄວາມຮູ້ ເພື່ອນຳພາຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສໍາເລັດໃນວຽກງານຕົວຈິງ, ມີໄຫວພິບໃນການປະຕິບັດຕົວຈິງ; ຄວາມຮູ້ອາດຈະໄດ້ມາຈາກການສຶກສາຮໍ່າຮຽນຢູ່ໃນໂຮງຮຽນ, ໄດ້ມາຈາກປະສົບການ, ສະນັ້ນ ສະມາຊິກພັກຕ້ອງຝຶກຝົນຕົນເອງກັບວຽກງານຕົວຈິງ, ກ້າມອບຄວາມຮັບຜິດຊອບໃຫ້ກັບສະມາ ຊິກພັກ, ແນະນຳບຳລຸງສ້າງສະມາຊິກພັກໃນວຽກງານຕົວຈິງ ທັງເຮັດທັງມີການຖອດຖອນບົດຮຽນໄປພ້ອມ.

(4). ດ້ານຄຸນສົມບັດ: ສຶກສາອົບຮົມສະມາຊິກພັກໃຫ້ມີຄວາມໜັກແໜ້ນທາງດ້ານຄຸນສົມບັດສິນທໍາປະຕິ ວັດ, ຍາມໃດກໍມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ມີຫຼັກໝັ້ນມິດສັດຕູຈະແຈ້ງ, ມີສະຕິຕໍ່ການຈັດ ຕັ້ງ, ລະບຽບວິໄນເຂັ້ມງວດ, ເຄົາລົບກົດໝາຍ, ເຄົາລົບສິດປະຊາທິປະໄຕຂອງປະຊາຊົນ, ໃກ້ຊິດຕິດ ແທດກັບມະຫາຊົນ, ຊ່ວຍເຫຼືອ ແລະ ປຸກລະດົມມະຫາຊົນໃຫ້ມີຄວາມຕັ້ງໜ້າປະຕິບັດວຽກງານ, ທຸກການເຄື່ອນໄຫວຕ້ອງແນໃສ່ຮັບໃຊ້ຜົນປະໂຫຍດລວມໝູ່ ແລະ ຂອງມະຫາຊົນ.

  1. ວິທີການຍົກສູງຄຸນນະພາບສະມາຊິກພັກ.

(1). ເອົາການຍົກສູງຄຸນນະພາບ ຕິດພັນກັບໜ້າທີ່ການເມືອງຂອງສະມາຊິກພັກທີ່ເຮັດວຽກຢູ່ແຕ່ລະຂົງ ເຂດວຽກງານ, ແຕ່ລະທ້ອງຖິ່ນຮາກຖານ, ຫົວໜ່ວຍການຜະລິດ ແລະ ອື່ນໆ, ມີການແບ່ງງານແບ່ງຄວາມຮັບຜິດຊອບໃຫ້ສະມາຊິກພັກ. ຜ່ານການປະຕິບັດແຕ່ລະໄລຍະ ຫຼື ແຕ່ລະວຽກຕ້ອງມີການສະຫຼຸບຖອດຖອນບົດຮຽນ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ ແລະ ແກ້ໄຂດ້ານຫຍໍ້ທໍ້ຂອງສະມາຊິກພັກໃຫ້ຖືກຕ້ອງຕາມຄວາມເປັນຈິງ; ການມອບໝາຍວຽກງານໃຫ້ສະມາຊິກພັກຕ້ອງອີງໃສ່ຈຸດພິເສດ, ຄວາມຮູ້, ຄວາມສາ ມາດຕົວຈິງຂອງແຕ່ລະສະຫາຍ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງຂອງວຽກງານ.

(2). ຄະນະພັກຂັ້ນຕ່າງໆ ສົມທົບກັບອົງການປົກຄອງແຕ່ລະຂັ້ນຂຶ້ນແຜນກໍານົດກໍ່ສ້າງສະມາຊິກພັກແຕ່ລະຂະແໜງການ ໂດຍສົ່ງສະມາຊິກພັກໄປຍົກລະດັບຕາມເງື່ອນໄຂຕົວຈິງ, ສະຫາຍໃດຍັງອ່ອນດ້ານໃດຕ້ອງຂຶ້ນແຜນຍົກລະດັບດ້ານນັ້ນ ຈະແມ່ນໄປບຳລຸງ ຫຼື ກໍ່ສ້າງຍາວນານ, ຢູ່ພາຍໃນ ຫຼື ຕ່າງປະເທດຕາມເງື່ອນໄຂຕົວຈິງ.

(3). ການຍົກສູງຄຸນນະພາບສະມາຊິກພັກຕ້ອງໃຫ້ຕິດພັນກັບຂະບວນການຂອງມະຫາຊົນ, ສ້າງເງື່ອນໄຂໃຫ້ສະມາຊິກພັກໄດ້ເຄື່ອນໄຫວໃກ້ຊິດຕິດແທດກັບມະຫາຊົນ, ເປີດປະຊາທິປະໄຕໃຫ້ປະຊາຊົນຕຳນິຕິຊົມ, ກໍ່ສ້າງສະມາຊິກພັກ ໂດຍຜ່ານຂະບວນການວຽກງານຕົວຈິງແລ້ວມີການສະຫຼຸບຖອດຖອນບົດຮຽນ ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ ແລະ ປັບປຸງແກ້ໄຂຂໍ້ຂາດຕົກບົກຜ່ອງ.

(4). ເພີ່ມທະວີວຽກງານຄຸ້ມຄອງ, ກວດກາສະມາຊິກພັກ: ຄະນະພັກແຕ່ລະຂັ້ນຕ້ອງຖືເປັນບັນຫາສໍາຄັນໃນການຄຸ້ມຄອງ ແລະ ກວດກາສະມາຊິກພັກ ເປັນຕົ້ນແມ່ນຄະນະໜ່ວຍພັກ, ຄະນະພັກຮາກຖານຕ້ອງເອົາໃຈໃສ່ ແລະ ດໍາເນີນເປັນປົກກະຕິ; ເພາະວ່າຄະນະໜ່ວຍພັກເປັນຜູ້ໃກ້ຊິດຕິດແທດໂດຍກົງກັບສະ ມາຊິກພັກແຕ່ລະສະຫາຍ, ຄຸ້ມຄອງໃຫ້ໄດ້ບັນດາເອກະສານຂອງສະມາຊິກພັກ ເຊັ່ນ: ຊີວະປະຫວັດ, ໃບຍົກຍ້າຍຊີວິດພັກ, ໃບອະນຸມັດຮັບເຂົ້າພັກ, ການຍ້ອງຍໍ, ການປະຕິບັດວິໄນຂອງສະມາຊິກພັກ; ກໍາໃຫ້ໄດ້ທັດສະນະ, ການເຄື່ອນໄຫວວຽກງານ, ດ້ານຕັ້ງໜ້າ, ດ້ານຫຍໍ້ທໍ້, ດ້ານຄຸນສົມບັດ, ຄວາມຮູ້, ຄວາມສາມາດ, ສາຍພົວພັນໃນຄອບຄົວ ແລະ ສັງຄົມ, ການດຳລົງຊີວິດປະຈຳວັນ, ການເຄື່ອນໄຫວໃນອະດີດ, ໃນປັດຈຸບັນ ແລະ ທ່າຂະຫຍາຍຕົວຂອງແຕ່ລະສະຫາຍໃນອະນາຄົດ ບົນພື້ນຖານນັ້ນເພື່ອເປັນບ່ອນອີງໃຫ້ແກ່ການສຶກສາອົບຮົມບຳລຸງກໍ່ສ້າງສະມາຊິກພັກ. ແຕ່ລະວຽກງານ ຫຼື ແຕ່ລະເດືອນຕ້ອງມີການສໍາຫຼວດກວດກາການປະຕິບັດໜ້າທີ່ວຽກງານຂອງສະມາຊິກພັກ, ກວດກາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງ ຄ້າງ, ສາເຫດພາໃຫ້ມີດ້ານດີ-ດ້ານອ່ອນ-ຂໍ້ຄົງຄ້າງ, ກວດກາປະສິດທິຜົນຂອງວຽກງານທີ່ໄດ້ຮັບມອບ  ໝາຍ, ກວດກາເບິ່ງດ້ານຄຸນສົມບັດ, ທັດສະນະແນວຄິດຂອງສະມາຊິກພັກແຕ່ລະສະຫາຍໃນແຕ່ລະໄລ ຍະ ເພື່ອສຶກສາອົບຮົມໃຫ້ສະມາຊິກພັກໃຫ້ທັນເວລາ.

(5). ຍົກສູງຄຸນນະພາບການດໍາເນີນຊີວິດໜ່ວຍພັກ: ການດຳເນີນຊີວິດໜ່ວຍພັກ ແມ່ນບັນຫາຈໍາເປັນພາ ວະວິໄສຂາດບໍ່ໄດ້ ທັງແມ່ນວຽກງານຕ້ອງກຳແໜ້ນເປັນປົກກະຕິ; ການດໍາເນີນຊີວິດໜ່ວຍພັກບໍ່ພຽງແຕ່ຕ້ອງປະຕິບັດເປັນປົກກະຕິ, ແຕ່ຍັງຕ້ອງໄດ້ເອົາໃຈໃສ່ດ້ານຄຸນນະພາບຂອງການດຳເນີນຊີວິດໜ່ວຍພັກ, ສະນັ້ນ, ສະມາຊິກພັກທຸກສະຫາຍຕ້ອງເຂົ້າຮ່ວມດໍາເນີນຊີວິດໜ່ວຍພັກເປັນປົກກະຕິ ເພາະແມ່ນລະບຽບວິໄນຂອງພັກ ທັງແມ່ນສະຕິ ແລະ ຄວາມຮັບຜິດຊອບຂອງສະມາຊິກພັກ. ການດໍາເນີນຊີວິດໜ່ວຍພັກຕ້ອງຮັບປະກັນໃຫ້ໄດ້ 3 ລັກສະນະ ຄື: ລັກສະນະນໍາພາ, ສຶກສາອົບຮົມ ແລະ ລັກສະນະຕໍ່ສູ້; ຕ້ອງມີການກວດກາວຽກງານທີ່ໄດ້ຮັບມອບໝາຍ ແລະ ມີການແບ່ງງານໃຫ້ສະມາຊິກພັກແທດເໝາະກັບລະດັບຄວາມສາມາດຕົວຈິງຂອງແຕ່ລະສະຫາຍ. ພ້ອມກັນນັ້ນ ກໍຕ້ອງເນັ້ນໃຫ້ເຫັນເຖິງວິທີການກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໃນນັ້ນຄວນເລີ່ມຈາກການກໍ່ສ້າງສະມາຊິກພັກແຕ່ລະສະຫາຍ.

(6). ແຕ່ລະປີຕ້ອງດໍາເນີນການສໍາຫຼວດກວດກາສະມາຊິກພັກ, ກວດກາເບິ່ງປະສິດທິຜົນຂອງວຽກງານທີ່ສະມາຊິກພັກແຕ່ລະສະຫາຍຮັບຜິດຊອບ, ກວດກາຄວາມເປັນແບບຢ່າງນຳໜ້າ ແລະ ຄຸນສົມບັດຂອງສະ ມາຊິກພັກ ເພື່ອເປັນພື້ນຖານໃຫ້ແກ່ການຕີລາຄາຈັດປະເພດສະມາຊິກພັກ ໂດຍມີການທາບທາມຄຳເຫັນຂອງມະຫາຊົນໃນຂັ້ນຂອງຕົນ. ການຈັດປະເພດສະມາຊິກພັກອາດດຳເນີນໄປດ້ວຍຫຼາຍວິທີ ເຊັ່ນ: ໃຊ້ວິທີໃຫ້ຄະແນນໂດຍແມ່ນສະມາຊິກພັກໃນໜ່ວຍເປັນຜູ້ໃຫ້ຄະແນນ ຫຼື ວິທີໃຫ້ສະມາຊິກພັກໃນໜ່ວຍສັງເກດແຕ່ລະສະຫາຍແລ້ວລົງຄະແນນສຽງໂດຍເອົາຕາມສຽງສ່ວນຫຼາຍ.

(7). ເດັດດ່ຽວເອົາຜູ້ບໍ່ຄົບມາດຖານເງື່ອນໄຂສະມາຊິກພັກອອກຈາກພັກ: ເພື່ອຮັບປະກັນໃຫ້ການຍົກສູງຄຸນນະພາບຂອງສະມາຊິກພັກໄດ້ຮັບຜົນດີ ເພື່ອເຊີດຊູບົດບາດອິດທິພົນຂອງພັກໃຫ້ນັບມື້ສູງຂຶ້ນໃນທົ່ວສັງ ຄົມໃຫ້ສົມກັບເປັນແກນນຳໃນລະບົບການເມືອງຢ່າງແທ້ຈິງ ທັງເປັນການປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງພັກເຮົາໃຫ້ຍືນຍົງຢູ່ຕະຫຼອດໄປ ພວກເຮົາມີຄວາມຈຳເປັນຕ້ອງເດັດດ່ຽວເອົາຜູ້ທີ່ບໍ່ຄົບມາດຖານເງື່ອນໄຂຂອງສະມາຊິກພັກ, ຜູ້ທີ່ປ່ຽນທາດເສື່ອມຄຸນອອກຈາກພັກ; ພ້ອມກັນນັ້ນ ກໍຕ້ອງຕັ້ງໜ້າເລືອກເຟັ້ນເອົາຜູ້ທີ່ດີເດັ່ນໃນຂະບວນການ, ມີມາດຖານຄົບຖ້ວນເຂົ້າເປັນສະມາຊິກພັກ, ຖືອັນນີ້ແມ່ນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ.

ຄຸນນະພາບຂອງສະມາຊິກພັກ ໝາຍເຖິງລະດັບດີ ຫຼື ບໍ່ດີຂອງສະມາຊິກພັກແຕ່ລະສະຫາຍ, ພັກການ ເມືອງບໍ່ວ່າຈະເປັນພັກການເມືອງຂອງຊົນຊັ້ນໃດ, ຂອງກຸ່ມຄົນໃດເມື່ອສ້າງຕັ້ງຂຶ້ນມາແມ່ນມີບົດບາດ, ໜ້າທີ່ໃນການນຳພາ. ສະນັ້ນ, ການຍົກສູງຄຸນນະພາບຂອງສະມາຊິກພັກ ເນື້ອແທ້ແມ່ນການຍົກສູງບົດບາດໃນການນຳພາຂອງພັກ, ພັກມີຄຸນນະພາບ ຈຶ່ງສາມາດນຳພາພາລະກິດປະຕິວັດໄປສູ່ໄຊຊະນະໄດ້. ອັນນີ້ແມ່ນສັດຈະທຳໃນປະຫວັດສາດຂອງຊາດລາວ ເຊິ່ງສະມາຊິກພັກປະຊາຊົນປະຕິວັດລາວທຸກສະຫາຍບໍ່ອາດປະຕິເສດໄດ້ ແລະ ຕ້ອງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນນະພາບນັບມື້ດີຂຶ້ນ ຈຶ່ງສາມາດນຳພາວຽກງານທີ່ຕົນຮັບຜິດຊອບໄດ້ຮັບຜົນດີ ບົນພື້ນຖານການຄົ້ນຄວ້າ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດບັນ ດາເນື້ອໃນ ແລະ ວິທີການຍົກສູງຄຸນນະພາບສະມາຊິກພັກທີ່ກ່າວມານັ້ນໃຫ້ເປັນຈິງ./.

(1) ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ Xl, ປີ 2021, ໜ້າທີ 4.

(2) ເອກະສານກອງປະຊຸມໃຫຍ່ ຄັ້ງທີ Xl ຂອງພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າທີ 25-26.

Leave a Reply

Your email address will not be published. Required fields are marked *

  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • prediksi maxwinbos
  • rtp maxwinbos
  • heylink
  • Syair Hk
  • maxwinbos
  • situs gacor
  • slot deposit pulsa
  • maxwinbos
  • maxwinbos/
  • slot gacor
  • link slot gacor
  • maxwinbos
  • agen gacor
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • slot gacor 2025
  • Slot Deposit Pulsa
  • syair hk
  • slot depo 10k
  • situs slot 4d
  • mpo777
  • inatogel
  • dolantogel
  • megaslot88
  • Slot Gacor
  • Narasi88
  • narasi88
  • narasi88
  • narasi88
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • https://agenda.unam.mx
  • situs mix parlay
  • maxwinbos
  • maxwinbos
  • slot anti rungkad
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • https://smambsalamin.sch.id/
  • maxwinbos
  • maxwinbos
  • maxwinbos
  • alternatif maxwinboss
  • https://heylink.me/maxwinbos.net/
  • bo slot
  • SLOT CANTIK
  • https://kongreikt.ege.edu.tr/
  • https://theresiana.ac.id/
  • Link Gacor Resmi
  • Slot 88
  • Situs Judi Terpercaya
  • toto 4d
  • https://auaclicks.aua.gr/