ຍົກສູງກໍາລັງຄວາມສາມາດພາຍໃນ ເພື່ອພັດທະນາເສດຖະກິດເອກະລາດ, ເປັນເຈົ້າຕົນເອງໃນຂະແໜງກະສິກໍາ ແລະ ປ່າໄມ້
ສປປ ລາວເຮົາ ມີທີ່ຕັ້ງຍຸດທະສາດຢູ່ໃຈກາງຂອງອະນຸພາກພື້ນແມ່ນໍ້າຂອງມີຊາຍແດນຕິດຈອດກັບບັນດາປະເທດເພື່ອນບ້ານທີ່ມີລະດັບການພັດທະນາ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດສູງ, ມີທີ່ດິນກະສິກໍາກວ້າງຂວາງ, ມີສະພາບດິນຟ້າອາກາດ, ແຫຼ່ງນໍ້າທີ່ເໝາະສົມສໍາລັບການຜະລິດກະສິກໍາ ແລະ ປ່າໄມ້. ພ້ອມກັນນັ້ນ ກໍຍັງມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ, ຮີດຄອງປະເພນີ ແລະ ມູນເຊື້ອອັນດີງາມໃນການປູກ-ການລ້ຽງຂອງປະຊາຊົນລາວບັນດາເຜົ່າ ແລະ ຍັງມີແຮງງານໜຸ່ມນ້ອຍທີ່ເປັນທ່າແຮງ. ໃນຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ກໍານົດ 4 ຂະແໜງການ ເສດຖະກິດປາຍແຫຼມ ຄື: ຂະແໜງກະສິກໍາ ແລະ ...