ຄວນທົບທວນເບິ່ງຂະບວນການກອມມູນິດ ແລະ ກຳມະກອນສາກົນຫຼັງໂຊວຽດລົ້ມລະລາຍ ແລະ ຄວາມຫວັງຂອງຂະບວນການດັ່ງກ່າວໃນອະນາຄົດ.
ກ. ອໍລະບູນ
ຂະບວນການກອມມູນິດ ແລະ ກໍາມະກອນສາກົນ ນັບແຕ່ສະຫະພາບໂຊວຽດລົ້ມລະລາຍ ມາຮອດປັດຈຸບັນ ແມ່ນຍຸກສະໄໝແຫ່ງການປ່ຽນແປງທາງປະຫວັດສາດທີ່ຍິ່ງໃຫຍ່, ພ້ອມກັນນັ້ນ ກໍເປັນການທົດສອບອັນໃຫຍ່ຫຼວງໃນປະຫວັດສາດກວ່າ 100 ປີຜ່ານມາ ຂອງຂະບວນການກອມມູນິດ ແລະ ກໍາມະກອນສາກົນ. (ສບ 1.2020) ກມ.
ບັນຫາເປັນຫຍັງຈຶ່ງຄວນທົບທວນ ເບິ່ງຂະບວນການກອມມູນິດ ແລະ ກໍາມະກອນສາກົນ ຫຼັງໂຊວຽດລົ້ມລະລາຍ ແລະ ຄວາມຫວັງຂອງຂະບວນການດັ່ງກ່າວໃນອະນາຄົດນັ້ນ ກໍເນື່ອງຈາກວ່າໃນໂຄງການການເມືອງ, ແນວທາງຍຸດທະສາດການປະຕິວັດຂອງພັກເຮົາຕັ້ງແຕ່ມື້ສ້າງຕັ້ງຈົນມາຮອດປັດຈຸບັນນີ້ ເວລາໃດພັກກໍໄດ້ອີງໃສ່ສະພາບແວດລ້ອມຍຸກສະໄໝ ຕິດພັນກັບຂະບວນການປະຕິວັດ ແລະ ຄວາມກ້າວໜ້າໃນໂລກ, ພິເສດ ແມ່ນຂະບວນການກອມມູນິດ ແລະ ກໍາມະກອນສາກົນ, ຖືສິ່ງດັ່ງກ່າວເປັນທັງເງື່ອນໄຂພາວະວິໄສ ທັງແມ່ນບໍ່ກໍາລັງແຮງອັນຍິ່ງໃຫຍ່ (ພວກເຮົາເຄີຍເອີ້ນວ່າກໍາລັງແຮງຍຸກສະໄໝ). ອາດຈະຄົ້ນຄວ້າຮັບໃຊ້ໃຫ້ແກ່ພາລະກິດປະຕິວັດຂອງປະຊາຊົນເຮົາ, ເຮັດໃຫ້ສະພາວະການຂອງຂະບວນການແຕ່ເວລາໂຊວຽດລົ້ມລະລາຍມາເຖິງປັດຈຸບັນນີ້, ວາດພາບ (ຄາດຄະເນ) ຄວາມຫວັງຂອງຂະບວນການກອມມູນິດ ແລະ ກໍາມະກອນສາກົນ ໃນຊຸມປີຕົ້ນສະຕະວັດທີ XXI ແມ່ນມີຄວາມໝາຍສໍາຄັນອັນຍິ່ງໃຫຍ່ທາງດ້ານທິດສະດີ-ການເມືອງ ແລະ ການເຄື່ອນໄຫວດ້ານພຶດຕິກໍາ ເປັນຕົ້ນແມ່ນໃນເວລາທີ່ພວກເຮົາພວມກຽມສ້າງຍຸດທະສາດວຽກງານແນວຄິດໃນໄລຍະໃໝ່ ແລະ ການກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.
ການຊອກຮູ້ສະພາວະການຂອງຂະບວນການກອມມູນິດ ແລະ ກໍາມະກອນສາກົນຫຼັງໂຊວຽດລົ້ມລະລາຍອາດສຸມໃສ່ສັງເກດຕີລາຄາໃນ 3 ຂະບວນການດັ່ງນີ້: 1). ຢູ່ບັນດາປະເທດສັງຄົມນິຍົມ; 2). ຂະບວນການກອມມູນິດ ແລະ ກໍາມະກອນສາກົນຢູ່ສະຫະພາບໂຊວຽດກ່ອນໜ້ານີ້ ແລະ ບັນດາປະເທດເອີຣົບຕາເວັນອອກ; 3). ຂະບວນການກອມມູນິດ ແລະ ກໍາມະກອນຢູ່ບັນດາປະເທດທຶນນິຍົມ:
1). ສໍາລັບຢູ່ບັນດາປະເທດສັງຄົມນິຍົມທີ່ຍັງເຫຼືອ, ການຕີລາຄາສະພາວະການຕົ້ນຕໍແມ່ນເບິ່ງພາລະກິດການກໍ່ສ້າງ ແລະ ປົກປັກຮັກສາປະເທດ, ຕົວຈິງແມ່ນຕີລາຄາການປະຕິຮູບ ແລະ ການປ່ຽນແປງໃໝ່. ກ່ອນເວລາໂຊວຽດບໍ່ທັນລົ້ມລະລາຍ, ພັກກອມມູນິດຈີນ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະ ຕິວັດລາວ ແມ່ນໄດ້ຮັບຮູ້ໄວເຖິງຄວາມບົກຜ່ອງໃນຮູບແບບການກໍ່ສ້າງສັງຄົມນິຍົມແບບເກົ່າຄື:
+ ກອງປະຊຸມສູນກາງພັກກອມມູນິດຈີນຄັ້ງທີ 3 (ສະໄໝທີ XI) ປີ 1978, ພັກກອມມູນິດຈີນໄດ້ວາງແນວ ທາງປະຕິຮູບ-ເປີດປະຕູສູ່ພາຍນອກ; ຢູ່ ສສ. ຫວຽດນາມ, ກອງປະຊຸມສູນກາງພັກ ຄັ້ງທີ 6 (ສະໄໝທີ IV) ຂອງພັກກອມມູນິດຫວຽດນາມ ປີ 1979 ໄດ້ວາງແຜນນະໂຍບາຍສໍາຄັນອອກ ເພື່ອເປັນພື້ນຖານໃຫ້ແກ່ການປ່ຽນແປງໃໝ່; ຢູ່ ລາວ, ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກປະຊາຊົນປະຕິວັດລາວ ປີ 1986 ໄດ້ກໍານົດແນວທາງປ່ຽນແປງໃໝ່; ຢູ່ ກູບາ, ປີ 1994 ໄດ້ກ້າວເຂົ້າສູ່ການປະຕິຮູບ ແລະ ປ່ຽນແປງໃໝ່; ກອງປະຊຸມໃຫຍ່ ຄັ້ງທີ 27 ຂອງພັກກອມມູນິດໂຊວຽດ ມີແຜນນະໂຍບາຍປະຕິຮູບ (1985) (ເປເຣສາໂຕຍກາ-ກາລະສະໂນດ).
ພາລະກິດປ່ຽນແປງໃໝ່, ການປະຕິຮູບຢູ່ ຫວຽດນາມ, ຈີນ ແລະ ລາວ ໄດ້ມີຜົນສໍາເລັດໃນເບື້ອງຕົ້ນ, ວິກິດການທາງດ້ານເສດຖະກິດ-ສັງຄົມ ໄດ້ຮັບການແກ້ໄຂເປັນແຕ່ລະບາດກ້າວ.
ໃນຊຸມປີ 1989-1991 ການ “ປະຕິຮູບ” ຢູ່ສະຫະພາບໂຊວຽດ ໄດ້ກ້າວໄປຜິດທາງຕົກໄປໃສ່ເສັ້ນທາງທຶນນິຍົມ, ຜູ້ນໍາບາງຄົນທໍລະຍົດຕໍ່ລັດທິສັງຄົມນິຍົມ, ພັກແຕກທະລາຍ, ລັດສະຫະພາບລົ້ມ, ຈັກກະພັດມີແຜນນະໂຍບາຍ “ກໍາກາລະໂອກາດ” ກຳນົດຍຸດທະສາດ “ຫັນປ່ຽນໂດຍສັນຕິ”, ຈັດຕັ້ງການມ້າງເພໂຄ່ນລົ້ມບັນດາປະເທດສັງຄົມນິຍົມທີ່ຍັງເຫຼືອໃຫ້ໝົດໄປໃນປີ 2000.
ການປະຕິຮູບ-ເປີດປະຕູຂອງຈີນ, ການປ່ຽນແປງໃໝ່ຂອງ ຫວຽດນາມ ແລະ ລາວ ໄດ້ຕົກເຂົ້າສູ່ຄວາມຫຍຸ້ງຍາກທີ່ບໍ່ເຄີຍພົບມາກ່ອນ ຄ້າຍຄືວ່າຢືນຢູ່ປາກເຫວເລິກ, ການຜະລິດຢຸດສະງັກ, ບໍ່ມີວັດຖຸດິບ, ຂາດພະລັງງານ ແລະ ຕະຫຼາດ, ກໍາມະກອນບໍ່ມີວຽກເຮັດງານທໍາ. ໃນຂະນະດຽວກັນນັ້ນ ໃນພັກ ແລະ ສັງຄົມມີຈໍານວນບໍ່ໜ້ອຍສົງໄສ, ສັບສົນ, ຂາດຄວາມເຊື່ອໝັ້ນ, ມີຄົນຈໍານວນໜຶ່ງຮຽກຮ້ອງໃຫ້ປະຕິບັດປະຊາທິ ປະໄຕນາຍທຶນ, ແນວຄິດຫຼາຍເຄົ້າ, ຫຼາຍພັກເກີດຂຶ້ນ…
ຢູ່ປະເທດຈີນເກີດບັນຫາທຽນອັນເໝິນ (5/1989), ຢູ່ ຫວຽດນາມ ເກີດມີການຕໍ່ສູ້ດ້ານທັດສະນະ, ທິດສະດີທີ່ມີລັກສະນະການເມືອງອັນສັບສົນ, ສະເພາະລາວ ກໍເກີດການຖົກຖຽງກັນກ່ຽວກັບທັດສະນະ, ທິດສະດີກ້າວຂຶ້ນສັງຄົມນິຍົມ…
ໃນສອງ-ສາມປີຕໍ່ມາ ສະຫະພາບໂຊວຽດ ໄດ້ແຕກທະລາຍ, ການປະຕິຮູບ-ເປີດປະຕູຢູ່ຈີນ, ການປ່ຽນແປງ ໃໝ່ຢູ່ ຫວຽດນາມ, ລາວ, ກູບາ ໄດ້ຫັນກັບຄືນສູ່ກໍາລັງທີ່ມີຊີວິດຊີວາຢ່າງໄວວາ, ໃນຫຼາຍປີຕິດຕໍ່ກັນ ຈີນຮັກສາລະດັບການຂະຫຍາຍຕົວທາງດ້ານເສດຖະກິດ GDP 10%, ຫວຽດນາມ 8%… ພິເສດ ຈີນ, ຫວຽດ ນາມ, ລາວ ໄດ້ມ້າງວົງປິດລ້ອມຂອງຈັກກະພັດອາເມລິກາ ແລະ ໄດ້ເຂົ້າຮ່ວມກັບອາຊຽນ, ເຊື່ອມຕົວເຂົ້າໃນຂົງເຂດພາກພື້ນ ແລະ ໃນໂລກ, ກູບາ ໄດ້ປົກປັກຮັກສາແນວທາງຍຶດໝັ້ນສ້າງສັງຄົມນິຍົມ, ປ່ຽນແປງເສດຖະກິດແຕ່ລະກ້າວ ແລະ ຍາດແຍ່ງເອົາການສະໜັບສະໜູນຂອງບັນດາປະເທດສັງຄົມນິຍົມ, ສປປ ເກົາຫຼີ ແມ່ນພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມ… ແຕ່ກໍຍັງຍຶດໝັ້ນເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ເດັດດ່ຽວປົກປັກຮັກສາເອກະລາດແຫ່ງຊາດຂອງຕົນໄວ້ຢ່າງໝັ້ນຄົງ.
ໃນຊຸມປີທ້າຍຂອງສະຕະວັດທີ XX ຫາຕົ້ນສະຕະວັດທີ XXI, ການປະຕິຮູບ, ການປ່ຽນແປງໃໝ່ຢູ່ບັນດາປະເທດສັງຄົມນິຍົມທີ່ຍັງເຫຼືອ ໄດ້ພົບກັບຄວາມຫຍຸ້ງຍາກອັນໃໝ່ຍ້ອນຜົນກະທົບຂອງວິກິດການດ້ານເສດ ຖະກິດ, ເລີ່ມຕົ້ນໃນຂົງເຂດອາຊຽນ ແລະ ແຜ່ລາມໄປໃນຫຼາຍຂົງເຂດ. ຍ້ອນການປ່ຽນແປງໄດ້ເຂົ້າສູ່ລວງເລິກ, ໄດ້ເຜີຍດ້ານອ່ອນທີ່ແກ່ຍາວມາແຕ່ໄລຍະກ່ອນ ເຊັ່ນ: ສະມັດຖະພາບ, ຄຸນນະພາບ, ປະສິດທິຜົນການຜະລິດຕໍ່າ, ເຕັກໂນໂລຊີຫຼ້າຫຼັງ, ກົດໝາຍຍັງບໍ່ທັນຄົບຊຸດ, ໄພອາຍາສິດ, ສໍ້ລາດບັງຫຼວງໜັກ ໜ່ວງ… ໃນຂົງເຂດທິດສະດີ, ທັດສະນະກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງຂ້າມຜ່ານຂຶ້ນສູ່ສັງຄົມນິຍົມໄດ້ຄ່ອຍໆແຈ້ງອອກ ແຕ່ກໍຍັງມີບາງບັນຫາພື້ນຖານຈະຕ້ອງໄດ້ສືບຕໍ່ເຮັດໃຫ້ຈະແຈ້ງ. ເຖິງວ່າບັນດາປະ ເທດສັງຄົມນິຍົມທີ່ຍັງເຫຼືອມີຄວາມຫຍຸ້ງຍາກໃນຫຼາຍດ້ານ ແລະ ສິ່ງທ້າທາຍທົດສອບ ແຕ່ບັນດາປະເທດ ເຫຼົ່ານັ້ນກໍຍັງແມ່ນກໍາລັງອັນໃຫຍ່ຫຼວງໃນຫຼາຍດ້ານໃນຂອບເຂດສາກົນ. ສາມາດເວົ້າໄດ້ວ່າລະບອບສັງຄົມນິຍົມໄດ້ຜ່ານພົ້ນໄລຍະຫຍຸ້ງຍາກທີ່ສຸດ, ຟື້ນຟູ ແລະ ພວມກ້າວຂຶ້ນ.
ສາເຫດຂອງໄຊຊະນະນັ້ນແມ່ນ:
– ພັກກອມມູນິດ ໄດ້ຮັບຮູ້ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມແຈ້ງກວ່າເກົ່າ ແລະ ເຫັນຄວາມຈໍາເປັນຕ້ອງໄດ້ປ່ຽນແປງໃໝ່ລະບົບການແກ້ໄຂການກໍ່ສ້າງສັງຄົມນິຍົມ, ພ້ອມກັນນັ້ນ ຕ້ອງຍຶດ ໝັ້ນຈຸດໝາຍ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ.
– ບັນດາທິດທາງຂອງການປ່ຽນແປງໃໝ່ ແມ່ນ: ການປະຕິຮູບເສດຖະກິດ, ນໍາໃຊ້ກົນໄກຕະຫຼາດ, ເຊື່ອມຕົວເຂົ້າໃນຂົງເຂດ ແລະ ສາກົນ, ເປີດກວ້າງປະຊາທິປະໄຕສັງຄົມນິຍົມ, ຕ້ານອາຍາສິດ, ການສໍ້ລາດບັງຫຼວງ, ການທົດຖອຍ, ເຮັດໃຫ້ກົງຈັກຂອງພັກ, ຂອງລັດ ແລະ ສັງຄົມຂາວສະອາດ, ຮັບເອົາຢ່າງມີການເລືອກເຟັ້ນສິ່ງຍອດຍິ່ງທາງດ້ານວັດທະນະທໍາຂອງມວນມະນຸດ, ປົກປັກຮັກສາວັດທະນະທໍາຂອງຊາດ.
- ຂະບວນການກອມມູນິດ ແລະກໍາມະກອນຢູ່ໂຊວຽດ ແລະ ບັນດາປະເທດເອີຣົບຕາເວັນອອກ.
ສະຫະພາບໂຊວຽດລົ້ມລະລາຍ ໄດ້ສ້າງຄວາມເສຍຫາຍອັນຍິ່ງໃຫຍ່ໃຫ້ແກ່ຂະບວນການກອມມູນິດ ແລະ ກໍາມະກອນສາກົນ, ກ່ອນສະຫະພາບໂຊວຽດບໍ່ທັນລົ້ມລະລາຍ ໃນໂລກມີພັກກອມມູນິດທັງໝົດ 180 ພັກ ແລະ ມີສະມາຊິກພັກ 91 ລ້ານຄົນ. ຫຼັງຈາກສະຫະພາບໂຊວຽດລົ້ມລະລາຍຍັງເຫຼືອພຽງແຕ່ 130 ພັກ ແລະ ສະມາຊິກ 64 ລ້ານຄົນ…
ໃນໄລຍະປີ 1989-1992 ອາດເວົ້າໄດ້ວ່າແມ່ນໄລຍະມືດມົນທີ່ສຸດຂອງພັກກອມມູນິດໂຊວຽດ, ບັນດາພັກກອມມູນິດ ແລະ ບັນດາປະເທດເອີຣົບຕາເວັນອອກ: ພັກກອມມູນິດຖືກແຕກແຍກ, ພັງທະລາຍດ້ານການຈັດຕັ້ງ ແລະ ແນວຄິດ, ພາກສ່ວນໜຶ່ງທີ່ບໍ່ໜ້ອຍໄດ້ສ້າງຕັ້ງບັນດາພັກຕາມທ່າອ່ຽງສັງຄົມປະຊາທິປະ ໄຕ ແລະ ສ້າງພັກຊາດນິຍົມ; ອໍານາດການປົກຄອງລັດເຊຍ ແລະ ຫຼາຍປະເທດເອີຣົບຕາເວັນອອກຫ້າມພັກກອມມູນິດເຄື່ອນໄຫວ, ຊັບສິນຂອງພັກຖືກຢຶດ; ປະຫວັດສາດອັນສະຫວ່າງສະໄຫວຂອງພັກຖືກບິດເບືອນ, ຍຸບຍອບ…; ຜູ້ນໍາຫຼາຍຄົນຂອງບັນດາພັກຖືກຈັບເຂົ້າຄຸກ, ມີໂທດນໍາເຂົ້າພິພາກສາໃນສານຄືຜູ້ມີໂທດກໍາ ຕົວຢ່າງແມ່ນເຫດການສະຫາຍຮອນນິເກີ ກຳມະການກົມການເມືອງສູນກາງພັກ ຖືກນໍາຂຶ້ນສານຢູ່ສ. ເຢຍລະມັນ, ເຫດການພິພາກສາບັນດາສະຫາຍຈໍານວນໜຶ່ງທີ່ພົວພັນເຖິງການລັດຖະປະຫານ ເດືອນ 8/1991 ຢູ່ໂຊວຽດ, ໃນນັ້ນ ມີສະຫາຍ ເຊຢິນ ກໍາມະການກົມການເມືອງ ພັກກອມມູນິດໂຊວຽດ.
ໃນປີ 1993 ເຖິງຊຸມປີຕົ້ນສະຕະວັດທີ XXI ສາມາດເວົ້າວ່າ ເປັນໄລຍະອອກຈາກກົ້ນເຫວເລິກ ແຕ່ກໍຍັງຢືນຕໍ່ໜ້າຄວາມສັບສົນຫຍຸ້ງຍາກ…
ການຟື້ນຕົວຂອງຂະບວນການກອມມູນິດ, ກໍາມະກອນແມ່ນເລີ່ມແຕ່ປີ 1993 ໃນເວລາທີ່ສະພາດູມາລັດ ເຊຍ ຮັບຮູ້ຫຼັກການບັນດາພັກລ້ວນແຕ່ມີສິດເຄື່ອນໄຫວເປີດເຜີຍພັກກອມມູນິດລັດເຊຍ ໄດ້ກາຍເປັນກໍາລັງສັງຄົມນິຍົມໜຶ່ງນັບມື້ເຕີບໃຫຍ່ເຂັ້ມແຂງ. ທ້າຍປີ 1993, ພັກກອມມູນິດລັດເຊຍ ຍາດເອົາທີ່ນັ່ງໃນສະພາດູມາໄດ້ 47 ທີ່ນັ່ງ, ກາຍເປັນກໍາລັງການເມືອງລຳດັບທີ 2 ຢູ່ໃນສະພາສູງ.
ປີ 1995 ພັກກອມມູນິດລັດເຊຍ ກາຍເປັນກໍາລັງໃຫຍ່ເຂັ້ມແຂງນໍາໜ້າໃນສະພາດູມາ ຍາດເອົາທີ່ນັ່ງໄດ້ເຖິງ 158/450 ທີ່ນັ່ງ (ໃນນັ້ນ ມີປະທານສະພາສູງ).
ປັດຈຸບັນ “ພັນທະມິດບັນດາພັກກອມມູນິດ-ພັກກອມມູນິດໂຊວຽດ” ມີ 20 ພັກ ແລະ ສະມາຊິກ 500.000 ກວ່າຄົນ (ແນ່ນອນລຸດລື່ນກັນຫຼາຍ. ໃນເວລາບໍ່ທັນລົ້ມລະລາຍມີສະມາຊິກ 6 ລ້ານຄົນ) ສໍາພັນທະມິດການຈັດຕັ້ງຢູ່ 89 ແຂວງ…
ຄຽງຂ້າງກັບ (ພັນທະມິດ…) ປັດຈຸບັນມີຫຼາຍພັກກອມມູນິດຕ່າງກໍເຄື່ອນໄຫວ, ພົບຄວາມຫຍຸ້ງຍາກອັນໃຫຍ່ຫຼວງຂອງຂະບວນການ ເປັນຕົ້ນແມ່ນຂາດຄວາມເປັນເອກະພາບດ້ານທັດສະນະ, ນະໂຍບາຍ ແລະ ການ ເຄື່ອນໄຫວ, ປະເທດລັດເຊຍພວມຢູ່ໃນສະພາວະ “ຫຼາຍພັກກອມມູນິດ”, ແຕ່ລະພັກກອມມູນິດ ກໍຍັງມີສະ ພາວະການ “ຫຼາຍໂຄງການ”.
ຂະບວນການກອມມູນິດຢູ່ບັນດາປະເທດສາທາລະນະລັດຂຶ້ນກັບໂຊວຽດໃນເມື່ອກ່ອນນີ້ ແລະ ບັນດາປະ ເທດເອີຣົບຕາເວັນອອກ ກໍເລີ່ມມີການຟື້ນຟູໃນລະດັບທີ່ແຕກຕ່າງກັນ, ແຂງແຮງກວ່າໝູ່ແມ່ນພັກກອມມູນິດອູກລາອິນ ມີສະມາຊິກພັກ 140.000 ສະຫາຍ, ຍາດເອົາທີ່ນັ່ງໃນສະພາສູງ 26 ທີ່ນັ່ງ, ພັກກອມມູນິດເຊັກ, ມົນໂດວາ, ມີສະມາຊິກ 200.000 ສະຫາຍ ເປັນກໍາລັງການເມືອງລະດັບ 3 ຢູ່ເຊັກ…
ສັງລວມແລ້ວ, ຂະບວນການກອມມູນິດຢູ່ປະເທດລັດເຊຍ, ບັນດາປະເທດ ປະຊາຄົມບັນດາປະເທດ ເອກະລາດ (SNG) ແລະ ບັນດາປະເທດເອີຣົບຕາເວັນອອກ ພວມເລີ່ມຕົ້ນຟື້ນຟູ ແລະ ມີບາດກ້າວຂະ ຫຍາຍຕົວ ແລະ ພວມຊອກຫາເສັ້ນທາງກ້າວຂຶ້ນສັງຄົມນິຍົມ.
ຄວາມຫຍຸ້ງຍາກໃໝ່ຂອງຂະບວນການແມ່ນ: ແຕກແຍກດ້ານການຈັດຕັ້ງ, ຂາດຄວາມເປັນເອກະພາບດ້ານໂຄງການ, ແນວທາງ, ບໍ່ທັນມີພື້ນຖານສັງຄົມກວ້າງຂວາງ. ທາງດ້ານພາວະວິໄສຊັ້ນຄົນທຶນນິຍົມໃໝ່ປົກຄອງສັງຄົມໄດ້ກໍາແໜ້ນເຄື່ອງມືຜະເດັດການ, ລັດທິຈັກກະພັດຕັ້ງໜ້າສະໜັບສະໜູນກໍາລັງນາຍທຶນໃໝ່ກໍາອໍານາດ, ຂະບວນການສັງຄົມປະຊາທິປະໄຕ ຍັງຍຶດທ່າດີດ້ານກໍາລັງ ແລະ ຄວາມເຊື່ອໝັ້ນສັງຄົມ.
- ຂະບວນການກອມມູນິດ ແລະກໍາມະກອນຢູ່ບັນດາປະເທດທຶນນິຍົມ ເປັນຕົ້ນຢູ່ບັນດາປະເທດທຶນນິຍົມຂະຫຍາຍຕົວ.
ກ່ອນອື່ນແມ່ນເວົ້າເຖິງຂະບວນກໍາມະກອນ, ເບິ່ງແບບສັງລວມຂະບວນກໍາມະກອນມີບາງຈຸດດັ່ງນີ້:
+ ຈໍານວນກໍາມະກອນ ແລະ ຄົນຮັບຈ້າງໃນໂລກ ແມ່ນຍັງເພີ່ມຂຶ້ນຢ່າງເດັດຖານ ພ້ອມກັບວິວັດແຫ່ງການຫັນເປັນອຸດສາຫະກໍາ.
+ ຢູ່ປະເທດທຶນນິຍົມຂະຫຍາຍຕົວໄດ້ສະແດງວິວັດການຜັນແຍກຊົນຊັ້ນ, ແບ່ງຊັ້ນສັງຄົມໃນຊົນຊັ້ນກໍາມະ ກອນ, ກໍາມະກອນໃນຂົງເຂດບໍລິການເພີ່ມຂຶ້ນໄວ, ກໍາມະກອນອຸດສາຫະກໍາ, ບັນຊາເຄື່ອງຈັກໄດ້ຫຼຸດລົງຢ່າງຈະແຈ້ງ, ກໍາມະກອນທັນສະໄໝໄດ້ເພີ່ມຂຶ້ນ ແລະ ຂະຫຍາຍຕົວເຂັ້ມແຂງ.
+ ລະດັບວັດທະນະທໍາ, ວິຊາສະເພາະ, ວິຊາຊີບໄດ້ຍົກສູງຂຶ້ນ, ລະດັບການດໍາລົງຊີວິດຂອງກໍາມະກອນທັນສະໄໝໄດ້ຮັບການປັບປ່ຽນ; ໃນດ້ານການເມືອງ, ສະຕິກ່ຽວກັບພາລະກໍາປະຫວັດສາດຂອງຊົນຊັ້ນກໍາມະກອນທັນສະໄໝ ຍັງບໍ່ທັນໄດ້ກະກຽມ; ຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນຢູ່ໃນບັນດາປະເທດທຶນນິຍົມ ເວລາໃດກໍຍັງຄົງຕົວ, ມີບາງເທື່ອຂະຫຍາຍຕົວແຮງ, ແຕ່ຂະບວນການຍັງປິ່ນອ້ອມການຕ້ານການຫວ່າງງານ, ການເພີ່ມເງິນເດືອນ, ຕ້ານການຫັນເປັນເອກະຊົນ ແລະ ການຮັກສາສິ່ງແວດລ້ອມ.
– ກ່ຽວກັບຂະບວນການກອມມູນິດ: ກ່ອນໂຊວຽດບໍ່ທັນລົ້ມລະລາຍ, ຂະບວນການກອມມູນິດຢູ່ບັນດາປະ ເທດທຶນນິຍົມໄດ້ຜ່ານຫຼາຍບາດກ້າວຂຶ້ນ-ລົງ. ຍອດສູງຂອງຂະບວນການແມ່ນຊຸມປີ 60-70 ຂອງສະຕະ ວັດທີ XX ເຖິງວ່າຂະບວນການເກີດມີຄວາມບໍ່ເຫັນດີລະຫວ່າງຫຼາຍພັກກອມມູນິດເອີຣົບຕາເວັນອອກຕໍ່ໂຊວຽດ, ພັກກອມມູນິດຈີນ ແລະ ພັກກອມມູນິດຍີ່ປຸ່ນຕໍ່ໂຊວຽດ…
ເບິ່ງລວມແລ້ວຢູ່ບັນດາປະເທດທຶນນິຍົມ, ພັກກອມມູນິດບໍ່ຂະຫຍາຍຕົວໄດ້, ຄວາມເຊື່ອໝັ້ນຂອງສັງຄົມບໍ່ສູງ. ຍ້ອນຫຍັງຂະບວນການກອມມູນິດຢູ່ບັນດາປະເທດທຶນນິຍົມຈຶ່ງບໍ່ຂະຫຍາຍຕົວ? ນັ້ນແມ່ນຄໍາຖາມໃຫຍ່ ເພື່ອຕອບຄໍາຖາມດັ່ງກ່າວ ຕ້ອງອີງໃສ່ທັດສະນະວັດຖຸນິຍົມປະຫວັດສາດ, ຈໍາແນກບັນດາສາເຫດພາ ວະວິໄສ ແລະ ອັດຕະວິໄສ. ພວກເຮົາໄດ້ຄົ້ນຄິດໃນເບື້ອງຕົ້ນກ່ຽວກັບບັນຫາດັ່ງກ່າວດັ່ງນີ້:
+ ສາເຫດພາວະວິໄສລວມມີ: ການກະທົບຂອງການປະຕິວັດວິທະຍາສາດ ແລະ ເຕັກໂນໂລຊີທັນສະໄໝ ເຮັດໃຫ້ມີການປ່ຽນແປງໂຄງສ້າງຊົນຊັ້ນ-ສັງຄົມ, ເຮັດໃຫ້ຫຸຼດຜ່ອນຖັນແຖວກໍາມະກອນມູນເຊື້ອ, ພ້ອມກັນນັ້ນ ກໍເກີດມີຖັນແຖວກໍາມະກອນທັນສະໄໝ; ການດັດປັບຂອງລັດທິທຶນນິຍົມມີສ່ວນໄດ້ຈໍາກັດທັດສະນະປໍລະປັກດຸເດືອດລະຫວ່າງຊົນຊັ້ນກໍາມະກອນຕໍ່ນາຍທຶນ.
+ ສາເຫດດ້ານອັດຕະວິໄສ, ເບິ່ງແບບສັງເຂບແລ້ວໂຄງການການເມືອງ, ແນວທາງ, ນະໂຍບາຍຂອງບັນ ດາພັກກອມມູນິດຂາດກໍາລັງແຮງໃນການແກ້ໄຂຕໍ່ສັງຄົມ (ຖ້າພວກເຮົາປຽບທຽບກັບຂະບວນການສັງຄົມປະຊາທິປະໄຕ…).
ໃນຊຸມປີ 1989-1991, 1992 ເປັນໄລຍະທີ່ມືດມົນທີ່ສຸດຂອງຂະບວນການກອມມູນິດຢູ່ບັນດາປະເທດທຶນນິຍົມ. ກ່ອນເວລາໂຊວຽດບໍ່ທັນລົ້ມລະລາຍ, ຂະບວນການກອມມູນິດຢູ່ບັນດາປະເທດທຶນນິຍົມ ແມ່ນຍັງອ່ອນນ້ອຍຢູ່ແລ້ວ, ໃນເມື່ອລະບົບສັງຄົມນິຍົມຕົກເຂົ້າສູ່ວິກິດການ, ພາກສ່ວນໜຶ່ງລົ້ມລະລາຍເຮັດໃຫ້ຂະ ບວນການດັ່ງກ່າວຍິ່ງພົບຄວາມຫຍຸ້ງຍາກກວ່າເກົ່າ. ແນ່ນອນທັດສະນະຕໍ່ເຫດການສະຫະພາບໂຊວຽດລົ້ມລະລາຍຂອງແຕ່ລະພັກຕ່າງກັນ, ພັກກອມມູນິດຍີ່ປຸ່ນ ແລະ ຝຣັ່ງ ບໍ່ໄດ້ເສຍດາຍ ແລະ ເວົ້າວ່າການລົ້ມລະລາຍຂອງໂຊວຽດ ແມ່ນແນ່ນອນບໍ່ສາມາດຫຼີກລຽງໄດ້ ເພາະວ່ານັ້ນແມ່ນຮູບການສັງຄົມນິຍົມອາຍາສິດບໍ່ຖືກກັບລັດທິມາກ… ແຕ່ບັນດາພັກກອມມູນິດສ່ວນຫຼາຍລ້ວນແຕ່ເຫັນວ່າໂຊວຽດລົ້ມລະລາຍ ແມ່ນຜົນເສຍຫາຍອັນໃຫຍ່ຫຼວງໃຫ້ແກ່ຂະບວນການກອມມູນິດ ແລະ ກໍາມະກອນສາກົນ.
ປັດຈຸບັນທ່າອ່ຽງຂອງຂະບວນການກອມມູນິດ ແລະ ກໍາມະກອນໃນເວທີໂລກແມ່ນ:
(1). ຫັນປ່ຽນສູ່ຂະບວນການສັງຄົມປະຊາທິປະໄຕ. ນີ້ເປັນທ່າອ່ຽງໃຫຍ່ ແລະ ເປັນໄພອັນຕະລາຍ.
(2). ປ່ຽນແປງໃໝ່, ດັດແປງໂຄງການແນວທາງບົນພື້ນຖານບົດຮຽນຂອງ 70 ປີກໍ່ສ້າງສັງຄົມນິຍົມ ພິເສດແມ່ນບົດຮຽນ “ປະຕິຮູບ-ລົ້ມລະລາຍ” ຂອງໂຊວຽດ, ຍຶດໝັ້ນຈຸດໝາຍ ແລະ ເສັ້ນທາງສັງຄົມນິຍົມ.
(3). ຄໍາພີ, ຮັກສາເດີມ (ທ່າອ່ຽງນີ້ນ້ອຍ) ສືບຕໍ່ຮັກສາໂຄງການແນວທາງເກົ່າ:
ສັງລວມແລ້ວ ຂະບວນການກອມມູນິດ ແລະ ກໍາມະກອນສາກົນ ນັບແຕ່ສະຫະພາບໂຊວຽດລົ້ມລະລາຍ ມາຮອດປັດຈຸບັນ ແມ່ນຍຸກສະໄໝພິເສດດ້ວຍຫຼາຍການປ່ຽນແປງທາງປະຫວັດສາດທີ່ຍິ່ງໃຫຍ່, ພ້ອມກັນນັ້ນ ກໍເປັນການທົດສອບອັນໃຫຍ່ຫຼວງໃນປະຫວັດສາດກວ່າ 100 ປີຜ່ານມາ ຂອງຂະບວນການກອມມູນິດ ແລະ ກໍາມະກອນສາກົນ. ປັດຈຸບັນ ຂະບວນການໄດ້ຕັ້ງໝັ້ນ ແລະ ເລີ່ມຕົ້ນຟື້ນຄືນ ນີ້ເປັນອັນຈະແຈ້ງແລ້ວວ່າ ລັດທິສັງຄົມນິຍົມກອມມູນິດຈະບໍ່ໄດ້ສູນສິ້ນໄປຄືນັກທິດສະດີຕາເວັນຕົກໄດ້ຄາດຄະເນ. ການຍຶດໝັ້ນ, ການຟື້ນຕົວ ແລະ ການຂະຫຍາຍຕົວຂອງບັນດາປະເທດສັງຄົມນິຍົມຕົວຈິງ, ຂອງບັນດາພັກກອມມູນິດ ແລະ ກໍາມະກອນຢູ່ໂຊວຽດ ກ່ອນນີ້ ແລະ ເອີຣົບຕາເວັນອອກ, ຂອງບັນດາພັກກອມມູນິດ ແລະ ກໍາມະ ກອນຢູ່ບັນດາປະເທດທຶນນິຍົມ ຍັງກາຍເປັນທ່າອ່ຽງທີ່ບໍ່ສາມາດຕ່າວປີ້ນໄດ້, ໃນນັ້ນ ການປ່ຽນແປງໃໝ່, ການປະຕິຮູບເປີດປະຕູ ໄດ້ຮັບຜົນສໍາເລັດຢູ່ ສສ ຫວຽດນາມ, ສປ ຈີນ ແລະ ບັນດາປະເທດສັງຄົມນິຍົມ ແມ່ນເປັນປັດໄຈສໍາຄັນໃນການຕັດສິນທ່າຂະຫຍາຍຕົວຂອງຂະບວນການໃນສະຕະວັດທີ XXI./.