ຄຸ້ມຄອງ ແລະ ສົ່ງເສີມການລົງທຶນຢູ່ເຂດເສດຖະກິດພິເສດໃຫ້ມີປະສິດທິຜົນ

ຄຸ້ມຄອງ ແລະ ສົ່ງເສີມການລົງທຶນຢູ່ເຂດເສດຖະກິດພິເສດໃຫ້ມີປະສິດທິຜົນ

ສີວິໄລ ສີແສນດີ

ການດຶງດູດລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຢູ່ເຂດເສດຖະກິດພິເສດເປັນວຽກບຸລິມະສິດໜຶ່ງທີ່ພັກ ແລະ ລັດຖະບານ ຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າກຳນົດກົນໄກການຄຸ້ມຄອງບໍລິຫານສະເພາະ ເພື່ອສົ່ງເສີມການພັດທະນາດ້ານອຸດສາຫະກໍາ, ການຄ້າ, ການບໍລິການ ແລະ ການທ່ອງ ທ່ຽວ, ຊຸກຍູ້ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝໃຫ້ເປັນລະບົບຄົບຊຸດ, ສອດຄ່ອງຕາມລະ ບຽບການ ແລະ ກົດໝາຍວາງອອກ. (ສບ 7/2022. ສກ).

ການລົງທຶນເຂົ້າໃນການພັດທະນາເຂດເສດຖະກິດພິເສດ ແມ່ນຮູບແບບໜຶ່ງຂອງການພັດທະນາເສດ ຖະກິດ ໂດຍກໍານົດເອົາເຂດພື້ນທີ່ສະເພາະໃດໜຶ່ງໃຫ້ເປັນຈຸດສຸມ ເພື່ອດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ, ກໍານົດກົນໄກຄຸ້ມຄອງບໍລິຫານສະເພາະ, ນໍາເອົານະໂຍບາຍຍົກເວັ້ນ ແລະ ຫຼຸດ ຜ່ອນພາສີ-ອາກອນມານໍາໃຊ້ ເພື່ອສົ່ງເສີມການກໍ່ສ້າງພື້ນຖານໂຄງລ່າງ, ຊຸກຍູ້ການຜະລິດອຸດສາຫະກໍາ, ການບໍລິການ, ສ້າງວຽກເຮັດງານທໍາ, ຍົກລະດັບສີມືແຮງງານ ແລະ ຖ່າຍທອດເຕັກໂນໂລຊີທີ່ທັນສະໄໝ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງໄປຕາມທິດສີຂຽວ ແລະ ຍືນຍົງ.

ເພື່ອເຮັດໃຫ້ເຂດເສດຖະກິດພິເສດໄດ້ຮັບການພັດທະນາຢ່າງເປັນລະບົບຕໍ່ເນື່ອງ, ລັດຖະບານໄດ້ເອົາ ໃຈໃສ່ຊຸກຍູ້ສົ່ງເສີມ, ກໍານົດກົນໄກຄຸ້ມຄອງການລົງທຶນ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ການດໍາເນີນທຸລະກິດ ເພື່ອດຶງດູດການລົງທຶນ, ສ້າງ ແລະ ປັບປຸງນິຕິກໍາຕ່າງໆ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວຄຸ້ມຄອງ ແລະ ພັດທະນາເຂດດັ່ງກ່າວ ເປັນຕົ້ນໄດ້ອອກດໍາລັດວ່າດ້ວຍເຂດເສດ ຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ສະບັບເລກທີ 443/ນຍ, ລົງວັນທີ 26 ຕຸລາ 2010 ເຊິ່ງຕໍ່ມາໄດ້ປັບປຸງເປັນດໍາລັດວ່າດ້ວຍເຂດເສດຖະກິດພິເສດ ສະບັບເລກທີ 188/ລບ, ລົງວັນທີ 07 ມິຖຸນາ 2018; ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການແຫ່ງຊາດ ເພື່ອຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ສະບັບເລກທີ 517/ນຍ, ລົງວັນທີ 09 ທັນວາ 2010; ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບເລກທີ 14/ສພຊ, ລົງວັນທີ 17 ພະຈິກ 2016 (ສະບັບປັບປຸງ). ພ້ອມດຽວກັນນີ້ ກໍໄດ້ປັບປຸງຄະນະຄຸ້ມຄອງເຂດເສດຖະກິດພິ ເສດປະຈໍາແຂວງ ເພື່ອສົ່ງເສີມ, ຄຸ້ມຄອງການລົງທຶນໃຫ້ເປັນລະບົບ ແລະ ສອດຄ່ອງຕາມກົດໝາຍ.

ໃນໄລຍະຜ່ານມາ ລັດຖະບານໄດ້ສຸມທຶນຮອນເຂົ້າໃສ່ການພັດທະນາພື້ນຖານໂຄງລ່າງສາທາລະນຸປະໂພກທີ່ຈໍາເປັນ (ເສັ້ນທາງ, ຂົວ, ໄຟຟ້າ, ນໍ້າປະປາ, ໂທລະຄົມມະນາຄົມ, ສະໜາມບິນ…), ລົງທຶນພັດທະນາເຂດອຸດສາຫະກໍາ, ສ້າງລະບົບບໍລິການໂລຈິດສ໌ຕິກ (Logistics) ຢ່າງເປັນລະບົບຄົບຊຸດ ເປັນຕົ້ນແມ່ນເຂດເສດຖະກິດພິເສດສະຫວັນ-ເຊໂນ (ຈຸດ C), ເຂດກວມລວມໄຊເສດຖາ, ເຂດນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ-ໂນນທອງ, ເຂດບໍ່ເຕ່ນແດນງາມ, ເຂດສາມຫຼ່ຽມຄໍາ, ເຂດບຶງທາດຫຼວງ ແລະ ເຂດປາກເຊ-ຍີ່ປຸ່ນ ເຊິ່ງສາມາດອໍານວຍຄວາມສະດວກໃຫ້ແກ່ການຜະລິດ, ການບໍລິການນໍາເຂົ້າ-ສົ່ງອອກສິນຄ້າຂອງບໍລິສັດທັງພາຍໃນ ແລະ ຕ່າງປະເທດ. ປັດຈຸບັນ ທົ່ວປະເທດມີເຂດເສດຖະກິດພິເສດທັງໝົດ 12 ເຂດ, ມີເນື້ອທີ່ 14.960 ເຮັກຕາ, ສາມາດດຶງດູດນັກລົງທຶນຈາກພາຍໃນ ແລະ ຕ່າງປະເທດມາລົງທຶນຢູ່ເຂດດັ່ງກ່າວໄດ້ຫຼາຍກວ່າ 1.000 ບໍລິສັດ, ມີທຶນຈົດທະບຽນທັງໝົດ 190.000 ຕື້ກວ່າກີບ, ໃນນີ້ ໄດ້ມີການລົງທຶນຕົວຈິງໄປແລ້ວ 60.000 ຕື້ກວ່າກີບ ເຊິ່ງກວມເອົາຂະແໜງອຸດສາຫະກໍາ 26,34%, ການຄ້າ 25,26% ແລະ ການບໍລິການ 48,4%. ບໍລິສັດລົງທຶນທີ່ເດັ່ນກວ່າໝູ່ແມ່ນບໍລິສັດນິກອນ ຜະລິດກ້ອງຖ່າຍຮູບ, ບໍລິສັດເອສຊີລໍ ຜະລິດເລນແວ່ນຕາ, ບໍລິສັດແອໂລເວີກ ຜະລິດຊິ້ນສ່ວນຍົນໂບອີງ, ບໍລິສັດໂຮຢາ ປະກອບຊິ້ນສ່ວນເອເລັກໂຕຣນິກ, ບໍລິສັດເປໂຕຣເຄມີລາວ ດໍາເນີນໂຮງງານກັ່ນນໍ້າມັນ ແລະ ບໍລິສັດມາດສະຄອດ ຜະລິດເຄື່ອງນິລະໄພ… ບັນດາບໍລິສັດດັ່ງກ່າວໄດ້ປະກອບສ່ວນຖ່າຍທອດເຕັກໂນໂລຊີ, ຍົກລະດັບສີມືແຮງງານ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນທາງກົງ ແລະ ທາງອ້ອມໄດ້ທັງໝົດ 55.871 ຄົນ (ແຮງງານລາວ 12.654 ຄົນ), ສາມາດມອບພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 403 ຕື້ກວ່າກີບ, ມູນຄ່າການສົ່ງອອກສິນຄ້າບັນລຸໄດ້ 19.000 ຕື້ກີບ, ປະກອບສ່ວນເຂົ້າໃນລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ຂອງປະເທດເພີ່ມຂຶ້ນໃນແຕ່ລະປີ, ເຮັດໃຫ້ໂຄງປະກອບເສດຖະກິດຄ່ອຍໆຫັນປ່ຽນຈາກຂະແໜງກະສິກໍາ-ປ່າໄມ້ໄປສູ່ຂະແໜງອຸດສາຫະກໍາ ແລະ ການບໍລິການ, ປະຊາຊົນບັນດາເຜົ່າທີ່ຢູ່ເຂດໃກ້ຄຽງມີວຽກເຮັດງານທໍາ, ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ເຖິງຢ່າງໃດກໍຕາມ ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຢູ່ເຂດເສດຖະກິດພິເສດຍັງມີບາງບັນຫາທ້າທາຍທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງ ແລະ ແກ້ໄຂ ເປັນຕົ້ນບົດຮຽນໃນການສົ່ງເສີມ ແລະ ຄຸ້ມຄອງການລົງທຶນໃນເຂດດັ່ງກ່າວຍັງຈໍາກັດ; ກົນໄກການບໍລິການຜ່ານປະຕູດຽວຍັງບໍ່ທັນຄ່ອງຕົວ; ການແກ້ໄຂບັນຫາທີ່ດິນ, ສິ່ງແວດລ້ອມ, ການເກັບລາຍຮັບຍັງຊັກຊ້າແກ່ຍາວ; ການສະໜອງແຮງງານລາວເຂົ້າເຮັດວຽກຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຍ້ອນແຮງງານລາວເປັນແຮງງານດິບທີ່ບໍ່ໄດ້ຜ່ານການຝຶກອົບຮົມ, ດ້ານສີມື ແລະ ເຕັກນິກວິຊາສະເພາະບໍ່ສູງເທົ່າທີ່ຄວນ; ການຊຸກຍູ້ສົ່ງເສີມໃຫ້ປະຊາຊົນມີສ່ວນຮ່ວມໃນການຜະລິດ ເພື່ອຂາຍເປັນສິນຄ້າຍັງເຮັດໄດ້ໜ້ອຍ; ການຕິດຕາມ, ກວດກາ, ຊຸກຍູ້ການພັດທະນາເຂດເສດຖະກິດພິເສດຍັງບໍ່ທັນເປັນລະບົບເທົ່າທີ່ຄວນ, ການພັດທະນາບາງເຂດຍັງບໍ່ທັນດໍາເນີນໄດ້ຕາມແຜນການທີ່ກໍານົດໄວ້.

ໃນແນວທາງຂອງພັກເຮົາໄດ້ລະບຸໄວ້ວ່າ: “ສືບຕໍ່ປັບປຸງນະໂຍບາຍ, ລະບົບກົນໄກຄຸ້ມຄອງເຂດເສດ ຖະກິດພິເສດທີ່ມີແລ້ວ ເພື່ອສົ່ງເສີມໃຫ້ມີການລົງທຶນພື້ນຖານໂຄງລ່າງອັນຈໍາເປັນ ແລະ ສ້າງເປັນບັນ ດາເຂດຕົ້ນຕໍດຶງດູດການລົງທຶນແບບມີຈຸດສຸມເຂົ້າໃນການຜະລິດ ແລະ ບໍລິການ… ສືບຕໍ່ປັບປຸງການຄຸ້ມຄອງໃຫ້ມີການລົງທຶນພັດທະນາທີ່ແຂງແຮງກວ່າເກົ່າ ທັງຮັບປະກັນນໍາຜົນປະໂຫຍດຕົວຈິງຢ່າງຈະແຈ້ງ, ໃຫຍ່ຫຼວງໃຫ້ແກ່ປະເທດຊາດ”(1). ເພື່ອຜັນຂະຫຍາຍແນວທາງດັ່ງກ່າວເຂົ້າສູ່ການຈັດຕັ້ງປະ ຕິບັດຕົວຈິງໃຫ້ເກີດໝາກຜົນ, ເຮັດໃຫ້ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຢູ່ເຂດເສດຖະກິດພິເສດມີປະສິດທິຜົນສູງ ທັງມີຄວາມສາມາດແກ່ງແຍ້ງແຂ່ງຂັນໃນເງື່ອນໄຂເປີດກວ້າງການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ, ກາຍເປັນກໍາລັງແຮງໜຶ່ງທີ່ສໍາຄັນໃນພື້ນຖານເສດຖະກິດແຫ່ງຊາດຄວນເອົາໃຈໃສ່ບາງວຽກງານຈຸດສຸມ ດັ່ງນີ້:

1). ສືບຕໍ່ຄົ້ນຄວ້າ ແລະ ສ້າງແຜນຍຸດທະສາດການພັດທະນາເຂດເສດຖະກິດພິເສດແຕ່ປີ 2021-2030; ສົມທົບກັບຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າທ່າແຮງບົ່ມຊ້ອນ ເພື່ອເຊື່ອມໂຍງເຂົ້າກັບຍຸດທະສາດການພັດທະນາແລວທາງເສດຖະກິດ, ໂຄງການທາງລົດໄຟ ລາວ-ຈີນ ແລະ ທາງດ່ວນ ແນໃສ່ຍາດແຍ່ງດຶງດູດການລົງທຶນເຂົ້າໃສ່ເຂດພັດທະນາໃໝ່ ຫຼື ເຂດເສດຖະກິດພິເສດໃຫ້ກາຍເປັນເຂດຕົວເມືອງໃໝ່ທີ່ທັນສະໄໝໃຫ້ນັບມື້ເພີ່ມຂຶ້ນ ເຊັ່ນ: ໂຄງການພັດທະນາຕົວເມືອງທັນສະໄໝ (AMATA Smart City) ຢູ່ແຂວງຫຼວງນໍ້າທາ ແລະ ແຂວງອຸດົມໄຊ, ໂຄງການກໍ່ສ້າງຕົວເມືອງທັນສະໄໝ (Smart City) ຢູ່ບ້ານໜອງແປນ, ເມືອງຫາດຊາຍຟອງ ແລະ ໂຄງການພັດທະນາສູນບໍລິການເຕົ້າໂຮມ-ຄຽນຖ່າຍສິນຄ້າ (ICD) ຢູ່ເຂດພັດທະນາກວມລວມໄຊເສດຖານະຄອນຫຼວງວຽງຈັນ, ໂຄງການກໍ່ສ້າງທ່າບົກຢູ່ເຂດວັງເຕົ່າ-ໂພນທອງ ແຂວງຈໍາປາສັກ; ພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນ ເປັນຕົ້ນເສັ້ນທາງ, ໄຟຟ້າ, ນໍ້າ ປະປາ ເພື່ອດຶງດູດການລົງທຶນໃຫ້ຫຼາຍຂຶ້ນ.

2). ສືບຕໍ່ຊຸກຍູ້ການພັດທະນາເຂດເສດຖະກິດພິເສດທີ່ມີແລ້ວໃຫ້ມີປະສິດທິຜົນກວ່າເກົ່າ; ປັບປຸງລະ ບົບກົນໄກການຂົນສົ່ງ ແລະ ທົບທວນຄືນໂຍບາຍອາກອນໃຫ້ແກ່ເຂດເສດຖະກິດພິເສດ ເພື່ອຮັບປະ ກັນການເກັບລາຍຮັບຢ່າງມີປະສິດທິພາບ, ໃນນັ້ນ ເລັ່ງໃສ່ປະເມີນຄືນບັນດາສັນຍາ ແລະ ແຜນພັດທະນາໃນແຕ່ລະເຂດໃຫ້ມີຄວາມສອດຄ່ອງກັບສະພາບການໃນປັດຈຸບັນ ແລະ ທ່າອ່ຽງຂອງຕະ ຫຼາດໂລກ ເພື່ອເພີ່ມຄວາມສາມາດໃນການແຂ່ງຂັນກັບພາກພື້ນ ແລະ ສາກົນ.

3). ສືບຕໍ່ຄົ້ນຄວ້າ, ສ້າງ, ປັບປຸງນະໂຍບາຍ ແລະ ຍົກດໍາລັດວ່າດ້ວຍເຂດເສດຖະກິດພິເສດຂຶ້ນເປັນກົດໝາຍ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂ ແລະ ສະພາບການຕົວຈິງຂອງປະເທດເຮົາ ແນໃສ່ດຶງດູດເອົາການລົງທຶນທີ່ມີຄຸນນະພາບ ແລະ ສາມາດແຂ່ງຂັນໄດ້.

4). ປັບປຸງກົນໄກການບໍລິການລົງທຶນຜ່ານປະຕູດຽວໃຫ້ເຂັ້ມແຂງ, ທັນສະໄໝສາມາດອອກໃບອະນຸ ຍາດຕ່າງໆຢູ່ກັບທີ່ໄດ້  ແນໃສ່ບຸກທະລຸທາງດ້ານກົນໄກ, ລະບອບ-ລະບຽບການບໍລິຫານຄຸ້ມຄອງທີ່ຍັງກົດໜ່ວງອັດຕັນການຜະລິດ-ທຸລະກິດ ແລະ ການບໍລິການ, ຮັບປະກັນໃຫ້ການອະນຸມັດການລົງທຶນມີຄວາມໂປ່ງໃສ, ເປັນເອກະພາບ, ຄ່ອງຕົວກວ່າເກົ່າ ແລະ ສາມາດກວດສອບໄດ້ ເພື່ອອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ.

5). ສືບຕໍ່ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ຂຶ້ນແຜນຄວາມຕ້ອງການແຮງງານ ແລະ ຈັດຝຶກອົບຮົມພັດທະນາສີມືແຮງງານໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ, ສອດຄ່ອງກັບຄວາມຕ້ອງການຂອງການພັດທະນາຢູ່ເຂດເສດຖະກິດພິເສດ; ປັບປຸງ, ເຜີຍ ແຜ່ນິຕິກໍາ ແລະ ລະບຽບການກ່ຽວກັບນາຍຈ້າງ ແລະ ຜູ້ອອກແຮງງານ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບສິດທິ, ຜົນປະໂຫຍດຂອງຜູ້ລົງທຶນ ແລະ ຜູ້ອອກແຮງງານ; ປຸກລະດົມໃຫ້ຜູ້ພັດທະນາມີສ່ວນຮ່ວມໃນການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງຂອງລາວ ເພື່ອຜະລິດສິນຄ້າສະໜອງໃຫ້ເຂດຕ່າງໆຫຼາຍຂຶ້ນ, ຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ.

6). ເອົາໃຈໃສ່ຄຸ້ມຄອງບັນດາເຂດເສດຖະກິດພິເສດໃຫ້ມີຄວາມເຂັ້ມແຂງ, ເປັນຕົວແບບໃນການພັດທະນາ, ຂົນຂວາຍການລົງທຶນເຂົ້າໃນເຂດໃຫ້ຫຼາຍຂຶ້ນ; ເພີ່ມທະວີການຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາເຂດທີ່ມີການພັດທະນາຊັກຊ້າໃຫ້ໄດ້ຮັບການພັດທະນາຢ່າງເປັນຮູບປະທໍາ, ຈັດເກັບລາຍຮັບເຂົ້າງົບປະມານໃຫ້ມີປະສິດທິຜົນສູງ.

ການຄຸ້ມຄອງ, ຍູ້ແຮງການລົງທຶນເຂົ້າໃນການພັດທະນາເຂດເສດຖະກິດພິເສດໃນໄລຍະຜ່ານມາ ແມ່ນສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດໃນແຕ່ລະໄລຍະ, ຫຼຸດຜ່ອນການພັດທະນາເສດຖະກິດທີ່ເພິ່ງພາ ແລະ ເອື່ອຍອີງການນໍາໃຊ້ຊັບພະຍາກອນທໍາມະຊາດເທື່ອລະກ້າວ, ສົ່ງເສີມການພັດທະນາດ້ານອຸດສາຫະກໍາ, ການຄ້າ, ການບໍລິການ ແລະ ການທ່ອງທ່ຽວ, ຊຸກຍູ້ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝໃຫ້ເປັນຕົວເປັນຕົນຂຶ້ນ, ເປັນຊ່ອງທາງດຶງດູດທຶນຮອນ ແລະ ເຕັກໂນໂລຊີທີ່ທັນສະໄໝເຂົ້າມາພັດທະນາຢູ່ເຂດດັ່ງກ່າວ, ສ້າງໃຫ້ກາຍ ເປັນຕົວເມືອງ, ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ./.

(1)  ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າທີ 61-62.

Leave a Reply

Your email address will not be published. Required fields are marked *

  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • prediksi maxwinbos
  • rtp maxwinbos
  • heylink
  • Syair Hk
  • maxwinbos
  • situs gacor
  • slot deposit pulsa
  • maxwinbos
  • maxwinbos/
  • slot gacor
  • link slot gacor
  • maxwinbos
  • agen gacor
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • slot gacor 2025
  • Slot Deposit Pulsa
  • syair hk
  • slot depo 10k
  • situs slot 4d
  • mpo777
  • inatogel
  • dolantogel
  • megaslot88
  • Slot Gacor
  • Narasi88
  • narasi88
  • narasi88
  • narasi88
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • https://agenda.unam.mx
  • situs mix parlay
  • maxwinbos
  • maxwinbos
  • slot anti rungkad
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • https://smambsalamin.sch.id/
  • maxwinbos
  • maxwinbos
  • maxwinbos
  • alternatif maxwinboss
  • https://heylink.me/maxwinbos.net/
  • bo slot
  • SLOT CANTIK
  • https://kongreikt.ege.edu.tr/
  • https://theresiana.ac.id/
  • Link Gacor Resmi
  • Slot 88
  • Situs Judi Terpercaya
  • toto 4d
  • https://auaclicks.aua.gr/