ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ*

 

ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ*

      ຮຽບຮຽງ: ບກ ຕ່າງປະເທດ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແມ່ນເຫດການການເມືອງທີ່ສໍາຄັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ເປັນການສະຫຼຸບສັງລວມໝາກຜົນການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ XII ຂອງພັກ ແລະ ການວາງທິດທາງແຜນການ 5 ປີຕໍ່ໜ້າ ເພື່ອນໍາພາປະເທດຫວຽດນາມ ກ້າວສູ່ຈຸດໝາຍຂອງການພັດທະນາ ໂດຍສະເພາະໃຫ້ກາຍເປັນປະເທດກໍາລັງພັດທະນາອຸດສາຫະກໍາ ຕາມທິດຫັນເປັນທັນສະໄໝ, ຂ້າມຜ່ານປະເທດທີ່ມີລາຍຮັບປານກາງຕໍ່າ ໃນປີ 2025. (ສບ 2/2021 ຕທ).

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແມ່ນເຫດການການເມືອງທີ່ສໍາຄັນຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນຫວຽດນາມ ມີຄວາມໝາຍສໍາຄັນໃນຂະບວນວິວັດແຫ່ງການປ່ຽນແປງໃໝ່ຮອບດ້ານ, ເຊື່ອມໂຍງສາກົນ ແລະ ການພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ. ສະ ມາຊິກພັກ, ພະນັກງານ ແລະ ປະຊາຊົນຫວຽດນາມບັນດາເຜົ່າມີຄວາມມຸ່ງມາດປາຖະໜາ ແລະ ຄວາມເຊື່ອໝັ້ນອັນແຮງກ້າຕໍ່ການນໍາພາອັນສະຫຼາດສ່ອງໃສຂອງພັກ ກໍຄືບັນດາແນວທາງນະໂຍບາຍອັນຖືຕ້ອງ, ສອດຄ່ອງ ແລະ ສະຫວ່າງສະໄຫວຂອງພັກກອມມູນິດຫວຽດນາມ ເພື່ອນໍາພາປະເທດຊາດໃຫ້ມີຄວາມຮັ່ງມີເຂັ້ມແຂງ, ປະຊາຊົນມີຄວາມຜາສຸກ, ສັງຄົມສີວິໄລ ແລະ ຍຸຕິທໍາ.

ກອງປະຊຸມໃຫຍ່ໄດ້ດໍາເນີນພາຍໃຕ້ຫົວຂໍ້ “ເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງປອດໃສ, ເຂັ້ມແຂງ, ໜັກແໜ້ນ; ປຸກລະດົມມານະຈິດ ແລະ ຄວາມຕັດສິນໃຈໃນການພັດທະນາປະເທດຢ່າງເດັດດ່ຽວ, ເສີມຂະຫຍາຍກໍາລັງແຮງມະຫາສາມັກຄີທົ່ວປວງຊົນ ສົມທົບກັບກໍາລັງແຮງຂອງຍຸກສະ  ໄໝ; ສືບຕໍ່ຊຸກຍູ້ກໍາລັງແຮງຮອບດ້ານ, ທົ່ວເຖິງໃນພາລະກິດປ່ຽນແປງໃໝ່; ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໄວ້ຢ່າງໝັ້ນຄົງ, ຮັກສາສະຖຽນລະພາບ, ຄວາມໝັ້ນຄົງ; ສູ້ຊົນຮອດກາງສະຕະວັດທີ XXI ປະເທດຫວຽດນາມ ໃຫ້ກາຍເປັນປະເທດພັດທະນາຕາມທິດສັງຄົມນິຍົມ”. ກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນເຂົ້າຮ່ວມທັງໝົດ 1.587 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກຫຼາຍກວ່າ 5,2 ລ້ານຄົນໃນທົ່ວປະເທດ. ສະຫາຍ ຫງວຽນ ຟູ່ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດໄດ້ຂຶ້ນຜ່ານບົດລາຍງານການເມືອງ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 5 ປີຜ່ານມາ ແລະ ແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 5 ປີຕໍ່ໜ້າ. ຕະຫຼອດໄລຍະ 5 ປີຜ່ານມາ, ຫວຽດນາມ ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກນາໆປະການ ແລະ ສາມາດກ້າວຜ່ານສິ່ງເຫຼົ່ານັ້ນມາໄດ້ຢ່າງມີໄຊ ເປັນຕົ້ນແມ່ນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໄພພິບັດທໍາມະຊາດທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນມີຜົນກະທົບບໍ່ໜ້ອຍ ແຕ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຫວຽດນາມ ໄດ້ເສີມຂະຫຍາຍຈິດໃຈຮັກຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວ, ຕັດສິນໃຈຢ່າງເດັດດ່ຽວ, ມີຫຼັກໝັ້ນ, ຫົວຄິດປະດິດສ້າງ ແລະ ສູ້ຊົນຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງຮອບດ້ານ; ເຮັດໃຫ້ປະເທດໄດ້ຮັບການພັດທະນາໄວ ແລະ ໝັ້ນຄົງ; ເສີມຂະຫຍາຍ ແລະ ຍົກສູງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ກັບພັກ-ລັດ ແລະ ລະບອບສັງຄົມນິຍົມ. ການຂະຫຍາຍຕົວຂອງເສດຖະກິດພາຍໃນປະເທດຢູ່ໃນລະດັບສະເລ່ຍປະມານ 5,9%, ບັນດາຂໍ້ຫຍຸ້ງ ຍາກ ແລະ ສິ່ງຫຍໍ້ທໍ້ທີ່ຍັງຄົງຄ້າງໃນຊຸມປີຜ່ານມາໄດ້ຮັບການແກ້ໄຂໃນເບື້ອງຕົ້ນຢ່າງມີປະສິດທິພາບ. ເສດຖະກິດມະຫາພາກຂະຫຍາຍຕົວຢ່າງໝັ້ນທ່ຽງ, ອັດຕາເງິນເຟີ້ຢູ່ໃນລະດັບຕໍ່າ, ບັນດາຄູ່ຮ່ວມມືດ້ານການຄ້າລາຍໃຫຍ່ສືບຕໍ່ໄດ້ຮັບການປົກປ້ອງ ແລະ ປັບປຸງດີຂຶ້ນ; ນິຕິກໍາຄຸ້ມຄອງການເງິນ-ງົບປະມານແຫ່ງລັດໄດ້ຮັບການເອົາໃຈໃສ່ຢ່າງຕໍ່ເນື່ອງ, ຮັດກຸມ ແລະ ມີຜົນສັກສິດ. ການລົງທຶນທົ່ວສັງຄົມໄດ້ຂະ ຫຍາຍຕົວຢ່າງແຂງແຮງ ແລະ ນໍາໃຊ້ຢ່າງມີປະສິດທິພາບ; ການຂາດດູນດ້ານການຄ້າໄດ້ຮັບການປັບປຸງດີຂຶ້ນ ແລະ ການສົ່ງອອກສິນຄ້າຕ່າງປະເທດໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງແຂງແຮງ. ພື້ນຖານໂຄງສ້າງ ເສດຖະກິດ ຕິດພັນກັບຮູບແບບການປ່ຽນແປງໃໝ່ ແລະ ການຂະຫຍາຍຕົວໃນທຸກດ້ານ, ການປະຕິບັດຍຸດທະສາດ 3 ບຸກທະລຸໄດ້ຮັບຜົນສໍາເລັດຫຼາຍດ້ານທີ່ສໍາຄັນ. ສະພາບແວດລ້ອມການລົງທຶນ, ການດໍາເນີນທຸລະກິດ, ຄວາມອາດສາມາດ, ຂະໜາດ ແລະ ກໍາລັງແຮງແຂ່ງຂັນຂອງພື້ນຖານເສດຖະກິດສືບຕໍ່ໄດ້ຮັບການຍົກສູງ. ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບປັບປຸງດີຂຶ້ນ. ວຽກງານປະກັນສັງຄົມ, ສາທາລະນະສຸກ, ສຶກສາທິການ ແລະ ກໍ່ສ້າງ, ວິທະຍາ ສາດ-ເຕັກໂນໂລຊີ, ການປົກປັກຮັກສາສິ່ງແວດລ້ອມ, ພັດທະນາວັດທະນະທໍາ ແລະ ກໍ່ສ້າງບຸກຄະລາກອນມີຫຼາຍອັນປ່ຽນແປງໃໝ່ໃນທາງທີ່ດີ ແລະ ພົ້ນເດັ່ນ. ວຽກງານກໍ່ສ້າງປັບປຸງພັກ ແລະ ລະບົບການ ເມືອງໄດ້ຮັບການເອົາໃຈໃສ່ພິເສດ, ຮອບດ້ານ ແລະ ທົ່ວເຖິງ; ຂົງເຂດວຽກງານການເມືອງ, ແນວຄິດ, ວຽກງານຈັດຕັ້ງ, ແລະ ພະນັກງານໄດ້ຮັບການປັບປຸງມີປະສິດທິພາບ. ວຽກງານກວດກາຕິດຕາມຕ້ານການສໍ້ລາດບັງຫຼວງ ແລະ ຟຸມເຟືອຍໄດ້ຮັບການເສີມຂະຫຍາຍຢ່າງເດັດຂາດ, ຮອບຄອບ, ເຂົ້າສູ່ລວງເລິກ, ບຸກທະລຸ ແລະ ຍາດໄດ້ໝາກຜົນຕົວຈິງ, ສາມາດກວດສອບຄະດີການຄ້າໄດ້ຫຼາຍຄະດີ ພ້ອມທັງປະຕິບັດວິໄນຢ່າງເຂັ້ມງວດ ເພື່ອເປັນແບບຢ່າງ ແລະ ເຕືອນສະຕິສະມາຊິກພັກ-ພະນັກງານ ລວມເຖິງປະຊາຊົນໃນການປະຕິບັດລະບຽບວິໄນຢ່າງເຂັ້ມງວດ ແລະ ໄດ້ຮັບການເຫັນດີສະນັບສະໜູນຈາກມະຫາ ຊົນຢ່າງກວ້າງຂວາງ. ສະພາບການສໍ້ລາດບັງຫຼວງ, ແນວຄິດຄອນແຄນ, ສະພາບການເສື່ອມຄຸນປ່ຽນທາດ, ການຫັນປ່ຽນດ້ວຍຕົນເອງພາຍໃນພັກ ແລະ ລະບົບການເມືອງໄດ້ຮັບການສະກັດກັ້ນ, ປັບປຸງ ແລະ ແກ້ໄຂເທື່ອລະກ້າວ.

ຕໍ່ໜ້າສະພາບການຂອງໂລກ ແລະ ພາກພື້ນມີການປ່ຽນແປງຢ່າງໄວວາ, ສັບສົນ, ຫວຽດນາມ ໄດ້ຖືສໍາຄັນການເສີມຂະຫຍາຍກໍາລັງແຮງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເປັນເຈົ້າການແກ້ໄຂທຸກກໍລະນີຢ່າງມີຜົນສໍາເລັດ, ຮັບປະກັນຄວາມສະຫງົບທາງດ້ານການເມືອງ, ເສດຖະກິດ, ວັດທະນະ ທໍາ-ສັງຄົມໄດ້ຢ່າງໝັ້ນຄົງ. ການເຄື່ອນໄຫວວຽກງານຕ່າງປະເທດ ແລະ ເຊື່ອມໂຍງສາກົນ ໄດ້ຮັບການຊຸກຍູ້ຢ່າງແຂງແຮງ, ທັງສືບຕໍ່ເປີດກວ້າງ ແລະ ເຂົ້າສູ່ລວງເລິກ; ເດັດດ່ຽວຍຶດໝັ້ນປົກປັກຮັກສາເອກະ ລາດ, ອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຜົນປະໂຫຍດອັນຊອບທໍາຂອງຊາດ, ຂອງປະຊາຊົນ; ປົກປັກຮັກສາສະພາບແວດລ້ອມສັນຕິພາບ, ຄວາມສະຫງົບ ເພື່ອການພັດທະນາປະເທດ ຊາດ, ພ້ອມທັງໄດ້ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາຂອງໂລກ ແລະ ພາກພື້ນ; ພັກ-ລັດຖະບານຫວຽດນາມ ໄດ້ຮັບການຕີລາຄາສູງ, ໄດ້ຮັບການສະໜັບສະໜູນ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກສາກົນຢ່າງຫຼວງຫຼາຍ, ເຮັດໃຫ້ບົດບາດ, ຊື່ສຽງ ແລະ ອິດທິພົນຂອງຫວຽດນາມ ນັບມື້ສູງເດັ່ນໃນເວທີພາກພື້ນ ແລະ ສາກົນ. ໃນປີ 2020 ຜ່ານມາ, ຍ້ອນການ ແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຢູ່ປະເທດຕ່າງໆ ແລະ ສ້າງຄວາມເສຍຫາຍທາງດ້ານເສດຖະກິດ-ສັງຄົມໄປທົ່ວໂລກ. ໃນຂະນະທີ່ເສດຖະກິດໂລກຢູ່ໃນສະພາວະຖົດຖອຍຕິດລົບ -4% ແຕ່ຫວຽດນາມ ຍັງສາມາດຮັກສາໄດ້ລະດັບການຂະຫຍາຍຕົວຂອງເສດຖະກິດ 2,91% ແລະ ກໍແມ່ນໜຶ່ງໃນບັນດາປະເທດທີ່ມີເສດຖະກິດຂະຫຍາຍຕົວສູງທີ່ສຸດໃນໂລກ. ນອກນັ້ນ, ຫວຽດນາມ ຍັງສາມາດປະຕິບັດມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງທັນການ ແລະ ມີປະສິດທິຜົນສົມຄວນ; ທັງຟື້ນຟູ, ທັງພັດທະນາເສດຖະກິດ ເພື່ອຮັບປະກັນຊີວິດການເປັນຢູ່ ແລະ ຄວາມປອດໄພຂອງປະຊາຊົນ. ສາມາດເວົ້າໄດ້ວ່າ ບັນດາໝາກຜົນທີ່ຍາດມາໄດ້ຕະຫຼອດໄລຍະການປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແມ່ນມີຄວາມໝາຍສໍາຄັນພິເສດ ແລະ ປະກອບສ່ວນເສີມຂະຫຍາຍຄວາມເຊື່ອໝັ້ນ, ສ້າງກໍາລັງແຮງໃໝ່, ບັນຍາກາດໃໝ່ ເພື່ອໃຫ້ທົ່ວພັກ, ທົ່ວກອງທັບ ແລະ ປວງຊົນບັນດາເຜົ່າສາມາດຜ່ານຜ່າຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ນໍາພາປະເທດຊາດກ້າວເຂົ້າສູ່ໄລຍະການພັດທະນາໃໝ່.

ຕະຫຼອດ 35 ປີແຫ່ງການປ່ຽນແປງໃໝ່, 30 ປີການປະຕິບັດໂຄງການການເມືອງສ້າງສາພັດທະນາປະ ເທດຊາດໃນໄລຍະຂ້າມຜ່ານ ກ້າວຂຶ້ນສັງຄົມນິຍົມ, ທິດສະດີກ່ຽວກັບແນວທາງປ່ຽນແປງໃໝ່, ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ ນັບມື້ຍິ່ງມີຜົນສໍາເລັດ ແລະ ເປັນຮູບປະທໍາເທື່ອລະກ້າວ. ປັດຈຸບັນ ຫວຽດນາມ ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ, ມີຄວາມໝາຍປະ ຫວັດສາດ, ປະເທດຊາດໄດ້ຮັບການພັດທະນາຢ່າງແຂງແຮງ ແລະ ຮອບດ້ານ. ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູ່ຈ້ອງ ໄດ້ກ່າວວ່າ: “ຫວຽດນາມ ບໍ່ເຄີຍມີໄລຍະໃດທີ່ຈະໂດດເດັ່ນ, ມີຄວາມສາມາດ, ມີບົດບາດ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກສາກົນດັ່ງທຸກວັນນີ້…” ບັນດາຜົນສໍາເລັດດັ່ງກ່າວນັ້ນ ແມ່ນຜະລິດຕະພັນລວມຂອງກໍາລັງແຮງສັງລວມທີ່ປະດິດສ້າງ, ແມ່ນໝາກຜົນແຫ່ງການຕໍ່ສູ້ທໍ ລະຫົດອົດທົນ, ຕໍ່ເນື່ອງໃນແຕ່ລະໄລຍະຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ; ເປັນການຢືນຢັນເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງ ຫວຽດນາມ ແມ່ນຖືກຕ້ອງ, ສອດຄ່ອງກັບກົດເກນພາວະວິໄສ, ພຶດຕິກໍາຕົວຈິງ ແລະ ທ່າອ່ຽງການພັດທະນາຂອງຍຸກສະໄໝ; ແນວທາງການປ່ຽນແປງໃໝ່ຂອງພັກແມ່ນຖືກ ຕ້ອງ, ປະດິດສ້າງ; ການນໍາພາຂອງພັກ ແມ່ນປັດໄຈຕົ້ນຕໍຕັດສິນທຸກໄຊຊະນະຂອງການປະຕິວັດ ຫວຽດ ນາມ. ໂຄງການການເມືອງຂອງພັກສືບຕໍ່ເປັນຄັນທຸງແນວຄິດ, ທິດສະດີນໍາພາປວງຊົນກ້າວເດີນໄປຂ້າງ ໜ້າຢ່າງສະຫວ່າງສະໄຫວ, ແຂງແຮງຮອບດ້ານ ແລະ ທົ່ວເຖິງໃນພາລະກິດປ່ຽນແປງໃໝ່; ທັງເປັນພື້ນ ຖານ ເພື່ອໃຫ້ພັກສໍາເລັດທຸກໜ້າທີ່ໃນການນໍາເອົາແນວທາງນະໂຍບາຍປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຫວຽດນາມ ສັງຄົມນິຍົມໃນໄລຍະໃໝ່.

ຈາກພຶດຕິກໍາຕົວຈິງໃນຂະບວນວິວັດແຫ່ງການປ່ຽນແປງໃໝ່ ໂດຍສະເພາະຕະຫຼອດໄລຍະ 5 ປີຜ່ານມາ, ຫວຽດນາມ ສາມາດຖອດຖອນໄດ້ບາງບົດຮຽນຕົ້ນຕໍສໍາຄັນ ດັ່ງນີ້:

ໜຶ່ງ, ວຽກງານກໍ່ສ້າງ-ປັບປຸງພັກ ຕ້ອງໄດ້ຮັບການເສີມຂະຫຍາຍຢ່າງເດັດຂາດ, ຮອບດ້ານ, ທົ່ວເຖິງ, ເປັນປົກກະຕິ ແລະ ມີປະສິດທິພາບ ເຊິ່ງລວມມີດ້ານການເມືອງ, ແນວຄິດ, ຄຸນສົມບັດ ແລະ ການຈັດ ຕັ້ງ. ຍຶດໝັ້ນ ແລະ ໝູນໃຊ້ລັດທິມາກ-ເລນິນ, ແນວຄິດ ໂຮ່ຈີມິງ ຢ່າງປະດິດສ້າງ; ຍົກສູງຄວາມສາ ມາດນໍາພາ, ກໍາອໍານາດ ແລະ ກໍາລັງຕໍ່ສູ້ຂອງພັກ; ເພີ່ມທະວີ ແລະ ເສີມຂະຫຍາຍຄວາມສາມັກຄີພາຍໃນພັກ ແລະ ທົ່ວລະບົບການເມືອງຢ່າງປົກກະຕິ; ປະຕິບັດຫຼັກການກໍ່ສ້າງພັກໃຫ້ເຂັ້ມງວດ ແລະ ປ່ຽນ ແປງໃໝ່ຮູບແບບການນໍາພາຂອງພັກຢ່າງພາວະວິໄສ. ກໍ່ສ້າງລັດ ແລະ ລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຈັດຕັ້ງປະຕິບັດກົນໄກ, ອໍານາດໃນການກວດສອບໃຫ້ເຂັ້ມງວດ ແລະ ມີຜົນສັກ ສິດ. ຍຶດໝັ້ນຢ່າງເດັດດ່ຽວຕໍ່ສູ້ຕ້ານແນວຄິດຄອນແຄນ, ເສື່ອມທາດຂາດຄຸນ ແລະ ຫັນປ່ຽນດ້ວຍຕົນເອງຢູ່ພາຍໃນ; ຍູ້ແຮງຕ້ານ, ສະກັດກັ້ນການສໍ້ລາດບັງຫຼວງ ແລະ ຫຼິ້ນກິນຟຸມເຟືອຍ. ຖືເອົາວຽກງານພະນັກງານເປັນບັນຫາສໍາຄັນຕົ້ນຕໍ, ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານ ໂດຍສະເພາະແມ່ນພະນັກງານຂັ້ນຍຸດທະສາດ, ພະນັກງານການນໍາໃຫ້ມີຈັນຍາບັນ, ຄວາມຮູ້-ຄວາມສາມາດ ແລະ ຄວາມເຊື່ອໝັ້ນຈາກມະຫາຊົນ ສົມຄູ່ກັບໜ້າທີ່ຕໍາແໜ່ງ; ເສີມຂະຫຍາຍຄວາມຮັບຜິດຊອບໃນໜ້າທີ່ວຽກງານຄວາມເປັນແບບຢ່າງຂອງພະນັກງານ, ສະມາຊິກພັກຕາມທິດນໍາທີ່ວ່າ “ໜ້າທີ່ຮັບຜິດຊອບສູງຍິ່ງຕ້ອງເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ” ໂດຍສະເພາະແມ່ນບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ກໍາມະການສູນກາງພັກ.

ສອງ, ທຸກໆວຽກງານຂອງພັກ, ລັດຖະບານ ຕ້ອງເຂົ້າໃຈໃຫ້ເລິກເຊິ່ງຕາມທັດສະນະທີ່ວ່າ “ປະຊາຊົນເປັນກົກ”, ມີຄວາມເຊື່ອໝັ້ນ, ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ຍຶດໝັ້ນປະຕິບັດຄໍາຂວັນທີ່ວ່າ “ປະຊາຊົນຮູ້, ປະຊາຊົນເຜີຍແຜ່, ປະຊາຊົນປະຕິບັດ, ປະຊາຊົນຕິດຕາມກວດກາ ແລະ ປະຊາຊົນມີຜົນປະໂຫຍດ”. ປະຊາຊົນຄືໃຈກາງ, ເປັນເຈົ້າຂອງພາລະກິດປ່ຽນແປງໃໝ່ໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ທຸກແນວທາງນະໂຍບາຍຕ້ອງມາຈາກພື້ນຖານຊີວິດການເປັນຢູ່ຂອງປະຊາຊົນ, ຄວາມມຸ່ງມາດປາຖະໜາ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ, ຖືເອົາຄວາມຮັ່ງມີຜາສຸກຂອງປະຊາຊົນເປັນເປົ້າໝາຍ. ຮັດແໜ້ນສາຍພົວພັນສະໜິດສະໜົມກົມກຽວລະ ຫວ່າງ ພັກ ແລະ ປະຊາຊົນ, ອີງໃສ່ປະຊາຊົນ ເພື່ອກໍ່ສ້າງພັກ; ເສີມຂະຫຍາຍ ແລະ ເພີ່ມທະວີຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ກັບພັກ, ລັດ ແລະ ລະບອບສັງຄົມນິຍົມ.

ສາມ, ໃນການຊີ້ນໍາ-ນໍາພາ, ຈັດຕັ້ງປະຕິບັດຕ້ອງມີຄວາມຕັດສິນໃຈສູງ, ມີຄວາມພະຍາຍາມ, ເຄື່ອນໄຫວຢ່າງເດັດດ່ຽວ, ປະດິດສ້າງ, ຂະຫຍັນຂັນແຂງ ແລະ ເໝາະສົມກັບພຶດຕິກໍາຕົວຈິງ; ເສີມຂະຫຍາຍທຸກກໍາລັງແຮງ ແລະ ລັກສະນະພິເສດສັງຄົມນິຍົມຫວຽດນາມ; ແກ້ໄຂຈຸດອ່ອນຂໍ້ຄົງຄ້າງຢ່າງທັນການ; ຍົກສູງໜ້າທີ່ຄວາມຮັບຜິດຊອບຂອງພະນັກງານການນໍາ ຕິດພັນກັບການເສີມຂະຫຍາຍກໍາລັງແຮງຮອບດ້ານທົ່ວລະບົບການເມືອງ; ເສີມຂະຫຍາຍປະຊາທິປະໄຕ ໄປຄຽງຄູ່ກັບການເຄົາລົບປະຕິບັດລະບຽບວິໄນຢ່າງເຂັ້ມງວດ; ຖືສໍາຄັນການສັງລວມພຶດຕິກໍາ, ຄົ້ນຄວ້າທິດສະດີ ແລະ ການປະສານສົມທົບການນໍາພາ, ຄຸ້ມ ຄອງ ແລະ ຈັດຕັ້ງປະຕິບັດໃຫ້ດີ; ຖືເອົາຄຸນນະພາບ ແລະ ປະສິດທິຜົນຕົວຈິງເປັນບັນຫາສໍາຄັນ ເພື່ອການພັດທະນາຢ່າງກ້າວກະໂດດ.

ສີ່, ສຸມໃສ່ໃຫ້ບຸລິມະສິດການກໍ່ສ້າງລະບອບລະບຽບ, ກົນໄກໃນການພັດທະນາ, ຮັບປະກັນຂອດປະສານສົມທົບລະຫວ່າງຍຶດໝັ້ນ ແລະ ປ່ຽນແປງໃໝ່, ການສືບທອດ ແລະ ພັດທະນາ; ລະຫວ່າງປ່ຽນແປງໃໝ່ ເສດຖະກິດການເມືອງ, ວັດທະນະທໍາ-ສັງຄົມ; ການປະຕິບັດບັນດາກົນໄກຕະຫຼາດ ແລະ ຮັບປະກັນທິດ ທາງກ້າວຂຶ້ນສັງຄົມນິຍົມ; ລະຫວ່າງການຂະຫຍາຍເສດຖະກິດ ກັບການພັດທະນາວັດທະນະທໍາ, ພັດທະນາຊັບພະຍາການມະນຸດ, ການແກ້ໄຂບັນຫາສັງຄົມ, ການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ລະຫວ່າງການພັດທະນາເສດຖະກິດ-ສັງຄົມ, ວັດທະນະທໍາ ກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ລະຫວ່າງຄວາມເປັນເອກະລາດ, ເປັນເຈົ້າຕົນເອງກັບການເຊື່ອມໂຍງສາກົນ; ຖືສໍາຄັນການເສີມຂະຫຍາຍບົດບາດ ແລະ ກໍາລັງແຮງຂອງມະຫາຊົນ ກໍຄືການສຶກສາ, ວັດທະ ນະທໍາ, ວິທະຍາສາດ-ເຕັກໂນໂລຊີ ເພື່ອການພັດທະນາປະເທດຊາດ.

ຫ້າ, ເປັນເຈົ້າການຄົ້ນຄວ້າ, ຕິດຕາມ ແລະ ຄາດຄະເນສະພາບການໃຫ້ຖືກຕ້ອງ, ເດັດຂາດບໍ່ຕົກຢູ່ທ່າຮັບ ຫຼື ເສຍປຽບ. ຍຶດໝັ້ນຢ່າງເດັດດ່ຽວປົກປັກຮັກສາເອກະລາດ, ສິດເປັນເຈົ້າ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄປຄຽງຄູ່ກັບການຮັກສາສັນຕິພາບ, ຄວາມສະຫງົບປອດໄພ ເພື່ອພັດທະນາປະເທດ. ເປັນເຈົ້າການເຄື່ອນໄຫວຢ່າງຕັ້ງໜ້າໃນການເຊື່ອມໂຍງສາກົນຢ່າງຮອບດ້ານ ແລະ ເລິກເຊິ່ງ ບົນພື້ນຖານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເອກະລາດ, ເປັນເຈົ້າຕົນເອງ ແລະ ເພິ່ງຕົນເອງ. ແກ້ໄຂບັນຫາຢ່າງຖືກຕ້ອງ, ມີປະສິດທິຜົນ ລະຫວ່າງການພົວພັນກັບບັນດາປະເທດໃຫຍ່ ແລະ ປະເທດ ໃກ້ຄຽງ, ປະເມີນສະພາບການ ແລະ ທ່າອ່ຽງຂອງຍຸກສະໄໝຢ່າງທັນການ. ເສີມຂະຫຍາຍໝາກຜົນກໍາລັງແຮງສັງລວມຂອງປະເທດ ກັບກໍາລັງແຮງຂອງຍຸກສະໄໝ. ຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນມະນຸດຢ່າງມີປະສິດທິພາບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດໃນໄລຍະໃໝ.

ໃນຕໍ່ໜ້າ ຫວຽດນາມ ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ຕາມທັດສະນະຊີ້ນໍາພື້ນຖານ ດັ່ງນີ້:

– ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ຕ້ອງຍຶດໝັ້ນ, ໜູນໃຊ້ ແລະ ພັດທະນາລັດທິມາກ-ເລນິນ, ແນວຄິດໂຮ່ຈີມິງຢ່າງປະດິດສ້າງ; ຍຶດໝັ້ນຈຸດໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ; ຍຶດໝັ້ນແນວທາງປ່ຽນແປງໃໝ່ຂອງພັກ, ບັນດາຫຼັກການກໍ່ສ້າງພັກ; ຮັບປະກັນຜົນປະໂຫຍດອັນສູງສຸດຂອງຊາດ, ຂອງປະຊາຊົນ ບົນພື້ນຖານຫຼັກການສາກົນ, ສະເໝີພາບ, ການຮ່ວມມື, ມີຜົນປະໂຫຍດຮ່ວມກັນ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຫວຽດນາມ ສັງຄົມນິຍົມໄວ້ຢ່າງໝັ້ນຄົງ. ນີ້ແມ່ນບັນຫາທີ່ມີລັກສະນະກົດເກນ, ມີຄວາມໝາຍຕັດສິນຕໍ່ກັບລະບອບ ແລະ ພື້ນຖານຄວາມໝັ້ນຄົງຂອງພັກກອມມູນິດ ຫວຽດນາມ.

– ຍຸດທະສາດລວມແຫ່ງການພັດທະນາປະເທດຊາດ ແມ່ນຊຸກຍູ້ກໍາລັງແຮງຢ່າງຮອບດ້ານ, ທົ່ວເຖິງໃນພາລະກິດປ່ຽນແປງໃໝ່, ພັດທະນາໄວ ແລະ ປະເທດຊາດໝັ້ນຄົງ; ຮັບປະກັນສາຍພົວພັນສະໜິດແໜ້ນ ແລະ ການຜັນຂະຫຍາຍບັນດາໜ້າທີ່ຄວາມຮັບຜິດຊອບຄົບຊຸດ, ໃນນັ້ນ ການພັດທະນາເສດຖະກິດ-ສັງ ຄົມ ແມ່ນໃຈກາງ, ການກໍ່ສ້າງພັກ ແມ່ນບັນຫາສໍາຄັນ, ການພັດທະນາວັດທະນະທໍາ ແມ່ນພື້ນຖານ, ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໜ້າທີ່ຫຼັກ ແລະ ປົກກະຕິ.

– ແຫຼ່ງກໍາລັງແຮງທີ່ເປັນພື້ນຖານໃນການພັດທະນາທີ່ສໍາຄັນສຸດຂອງປະເທດ ແມ່ນການປຸກລະດົມຈິດໃຈຮັກຊາດອັນແຮງກ້າ, ມານະຈິດອົງອາດກ້າຫານ, ກໍາລັງແຮງມະຫາສາມັກຄີທົ່ວປວງຊົນ ແລະ ຄວາມມຸ່ງມາດປາຖະໜາໃນການພັດທະນາປະເທດສູ່ຄວາມວັດທະນາຖາວອນ. ເສີມຂະຫຍາຍກໍາລັງແຮງສັງລວມທົ່ວລະບົບການເມືອງ ແລະ ພື້ນຖານວັດທະນະທໍາ; ຍູ້ແຮງການປ່ຽນແປງໃໝ່ຢ່າງປະດິດສ້າງ, ນໍາໃຊ້ເຕັກນິກວິທະຍາສາດຢ່າງແຂງແຮງ ໂດຍສະເພາະແມ່ນໝາກຜົນຂອງການປະຕິວັດອຸດສາຫະກໍາຍຸກ 4.0. ສົມທົບລະຫວ່າງກໍາລັງແຮງທົ່ວປວງຊົນກັບກໍາລັງແຮງຂອງຍຸກສະໄໝ; ເສີມຂະຫຍາຍກໍາລັງແຮງພາຍໃນ ເພື່ອແຂ່ງຂັນກັບພາຍນອກ, ໃນນັ້ນ ກໍາລັງແຮງພາຍໃນ ແມ່ນປັດໄຈສໍາຄັນ.

– ປັດໄຈທີ່ມີຄວາມໝາຍຕັດສິນຜົນສໍາເລັດຂອງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແມ່ນສືບຕໍ່ເພີ່ມທະວີກໍ່ສ້າງປັບປຸງພັກ, ຍົກສູງຄວາມສາມາດນໍາພາ, ກໍາອໍານາດ ແລະ ກໍາລັງແຮງຕໍ່ສູ້ຂອງພັກ; ກໍ່ສ້າງພັກ ແລະ ປັບປຸງລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ກໍ່ສ້າງລັດຕາມທິດກະທັດຮັດ, ມີປະສິດທິຜົນ; ກໍ່ສ້າງຖັນແຖວພະນັກງານ, ສະມາຊິກພັກ ໂດຍສະເພາະແມ່ນ ພະນັກງານຂັ້ນຍຸດທະສາດ, ພະນັກງານການນໍາໃຫ້ມີຈັນຍາບັນ, ມີຄວາມຮູ້-ຄວາມສາມາດ ຄຽງຄູ່ກັບໜ້າທີ່ຄວາມຮັບຜິດຊອບ ແລະຄວາມເຊື່ອໝັ້ນຈາກມະຫາຊົນ.

– ໃນຊຸມປີຕໍ່ໜ້າ ເປົ້າໝາຍການພັດທະນາຂອງຫວຽດນາມ ແມ່ນຍົກສູງຄວາມສາມາດນໍາພາ, ກໍາອໍານາດ ແລະ ກໍາລັງແຮງຕໍ່ສູ້ຂອງພັກ; ກໍ່ສ້າງພັກ ແລະ ປັບປຸງລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງ, ໜັກ  ແໜ້ນ; ເສີມຂະຫຍາຍຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ກັບພັກ, ລັດ ແລະ ລະບອບສັງຄົມນິຍົມ; ປຸກລະ ດົມກໍາລັງແຮງສັງລວມໃນການພັດທະນາປະເທດ ຕາມຄວາມມຸ່ງມາດປາຖະໜາສູ່ຄວາມວັດທະນາຖາ ວອນ ແລະ ຄວາມຜາສຸກ; ເສີມຂະຫຍາຍຈິດໃຈ ແລະ ກໍາລັງແຮງມະຫາສາມັກຄີທົ່ວປວງຊົນ ສົມທົບກັບກໍາລັງແຮງຂອງຍຸກສະໄໝ; ຮອດກາງສະຕະວັດທີ 21 ຫວຽດນາມ ສູ້ຊົນໃຫ້ກາຍເປັນປະເທດພັດທະ ນາຕາມທິດສັງຄົມນິຍົມ, ຮອດປີ 2025 ກາຍເປັນປະເທດກໍາລັງພັດທະນາອຸດສາຫະກໍາ ຕາມທິດທັນສະໄໝ, ຂ້າມຜ່ານປະເທດທີ່ມີລາຍຮັບປານກາງຕໍ່າ ແລະ ຮອດປີ 2030 ໃຫ້ກາຍເປັນປະເທດກໍາລັງພັດທະນາອຸດສາຫະກໍາທັນສະໄໝທີ່ມີລາຍຮັບປານກາງສູງ ແລະ ສູ້ຊົນຮອດປີ 2045 ໃຫ້ກາຍເປັນປະ ເທດພັດທະນາທີ່ມີລາຍຮັບສູງ./.

 

Leave a Reply

Your email address will not be published. Required fields are marked *

  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • prediksi maxwinbos
  • rtp maxwinbos
  • heylink
  • Syair Hk
  • maxwinbos
  • situs gacor
  • slot deposit pulsa
  • maxwinbos
  • maxwinbos/
  • slot gacor
  • link slot gacor
  • maxwinbos
  • agen gacor
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • slot gacor 2025
  • Slot Deposit Pulsa
  • syair hk
  • slot depo 10k
  • situs slot 4d
  • mpo777
  • inatogel
  • dolantogel
  • megaslot88
  • Slot Gacor
  • Narasi88
  • narasi88
  • narasi88
  • narasi88
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • https://agenda.unam.mx
  • situs mix parlay
  • maxwinbos
  • maxwinbos
  • slot anti rungkad
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • https://smambsalamin.sch.id/
  • maxwinbos
  • maxwinbos
  • maxwinbos
  • alternatif maxwinboss
  • https://heylink.me/maxwinbos.net/
  • bo slot
  • SLOT CANTIK
  • https://kongreikt.ege.edu.tr/
  • https://theresiana.ac.id/
  • Link Gacor Resmi
  • Slot 88
  • Situs Judi Terpercaya
  • toto 4d
  • https://auaclicks.aua.gr/