ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຮ່ວມເປັນຈິດຫນຶ່ງໃຈດຽວສະເຫຼີມສະຫຼອງ 3 ວັນປະຫວັດສາດໃນປີ 2025 ຢ່າງເປັນຂະບວນຟົດຟື້ນ

ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຮ່ວມເປັນຈິດຫນຶ່ງໃຈດຽວສະເຫຼີມສະຫຼອງ 3 ວັນປະຫວັດສາດໃນປີ 2025 ຢ່າງເປັນຂະບວນຟົດຟື້ນ

ປີ 2025 ເປັນປີທີ່ມີຄວາມຫມາຍສໍາຄັນສໍາລັບທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ, ເພາະເປັນປີຄົບຮອບວັນບຸນໃຫຍ່ທີ່ສໍາຄັນຂອງພັກແລະ ຂອງຊາດ, ເປັນປີທີ່ຈະໄດ້ພ້ອມກັນສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທ່ານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ການສະເຫຼີມສະຫຼອງ 3 ວັນປະຫວັດສາດດັ່ງກ່າວ,ເນື້ອແທ້ ກໍເປັນການຫວນຄືນມູນເຊື້ອແຫ່ງການຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ແລະ ຢັ້ງຢືນຄືນຫມາກຜົນຕົວຈິງທີ່ພັກປະຊາຊົນປະຕິວັດລາວຍາດມາໄດ້ຕະຫຼອດໄລຍະ 70 ປີ ເຊິ່ງເປັນວັນໄຊຊະນະຂອງຊົນຊັ້ນກໍາມະກອນ ແລະຊາວຜູ້ອອກແຮງງານ, ເປັນວັນແຫ່ງຄວາມເອກອ້າງທະນົງໃຈຂອງທົ່ວພັກ, ທົ່ວກອງທັບແລະ ທົ່ວປວງຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກ; ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເຊິ່ງເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ທີ່ບໍ່ເຄີຍມີມາໃນປະຫວັດສາດຂອງຊາດລາວເຮົາ,ສະແດງໃຫ້ເຫັນເຖິງການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ; ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ເຊິ່ງເປັນຜູ້ນໍາພາການປະຕິວັດຮຸ່ນທໍາອິດ, ກໍ່ຕັ້ງພັກ ແລະ ລັດປະຊາທິປະໄຕປະຊາຊົນລາວຂອງພວກເຮົາ ທັງເປັນການຈາລຶກຜົນງານ, ຄຸນງາມຄວາມດີແລະ ສະແດງຄວາມຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ. ປີ 2025 ຍັງເປັນປີຫນຶ່ງທີ່ມີຄວາມສໍາຄັນເພາະເປັນປີມ້ວນທ້າຍ

ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IXຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ແລະ ການກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ປີ 2025 ຍັງເປັນປີທີ່ອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນຈໍານວນຫນຶ່ງສະເຫຼີມສະຫຼອງວັນຄົບຮອບໃຫ່ຍແຫ່ງການສ້າງຕັ້ງອົງການຂອງຕົນຂຶ້ນ ເຊັ່ນ: 70 ປີການສ້າງຕັ້ງຊາວຫນຸ່ມປະຊາຊົນປະຕິວັດລາວ, 70 ປີ ວັນສ້າງຕັ້ງສະຫະພັນແມ່ຍິງລາວ, 70 ປີ ວັນສ້າງຕັ້ງຄະນະຈັດຕັ້ງສູນກາງພັກ, 70 ປີ ວັນສ້າງຕັ້ງຫ້ອງວ່າການສູນກາງພັກ ແລະ ອື່ນໆ.ການສະເຫຼີມສະຫຼອງ 3 ວັນປະຫວັດສາດໃນຄັ້ງນີ້ ຖືເປັນການເຜີຍແຜ່, ໂຄສະນາສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ,ທະຫານ-ຕໍາຫຼວດຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງກວ້າງຂວາງເຖິງວິລະກໍາ, ມູນເຊື້ອທາດແທ້ປະຕິວັດ, ຄວາມເສຍສະຫຼະເພື່ອຊາດ, ນໍ້າໃຈເດັດດ່ຽວພິລະອາດຫານ ກໍຄືໄຊຊະນະ, ຜົນງານອັນໃຫຍ່ຫຼວງ ແລະ ຈົບງາມທີ່ຜ່ານມາພາຍໃຕ້ການນໍາພາຂອງພັກ; ພ້ອມກັນຕັ້ງຫນ້າຄົ້ນຄວ້າ, ສຶກສາຮໍ່າຮຽນ, ແນໃສ່ເພີ່ມທະວີຄວາມເປັນແບບຢ່າງນໍາຫນ້າ, ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍມານະຈິດປະຕິວັດ, ບຸກບືນສູ້ຊົນເຮັດຫຼ້ອນຫນ້າທີ່ວຽກງານທີ່ພັກ ແລະ ລັດມອບຫມາຍໃຫ້; ເຊີດຊູກຽດ ແລະ ອິດທິພົນຂອງພັກໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນການສະເຫຼີມສະຫຼອງວັນສໍາຄັນລະດັບຊາດດັ່ງກ່າວຖືເປັນໂອກາດສໍາຄັນ ເພື່ອປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃຫມ່, ຍົກສູງການສ້າງເສດຖະກິດເປັນເອກະລາດ, ເປັນເຈົ້າຕົນເອງ, ຕາມທິດເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເສີມຂະຫຍາຍສະຕິປັນຍາ, ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ. ຄຽງຄູ່ກັນນັ້ນ ຍັງເປັນການປຸກລະດົມຂະບວນການເຄື່ອນໄຫວໃນທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດຕັ້ງຫນ້າບຸກບືນສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ IX ແລະ ສອງວາລະແຫ່ງຊາດຕິດພັນກັບການໂຄສະນາແນວທາງນະໂຍບາຍຂອງພັກ-ລັດ, ຜົນສໍາເລັດຂອງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ, ຍູ້ແຮງການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງຜົນງານຂ່ໍານັບຮັບຕ້ອນບັນດາວັນບຸນໃຫຍ່ທີ່ສໍາຄັນຂອງພັກ ແລະ ຂອງຊາດ ໃນປີ2025, ພ້ອມທັງຕັ້ງຫນ້າກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດຟື້ນແຂງແຮງ ແລະ ເບີກບານມ່ວນຊື່ນ.ການຈັດຕັ້ງສະເຫຼີມສະຫຼອງ 3 ວັນປະຫວັດສາດ ສຸດທີ່ມີຄວາມຫມາຍສໍາຄັນນີ້, ຄະນະເລຂາທິການສູນກາງພັກ ຈຶ່ງໄດ້ອອກຄໍາສັ່ງແນະນໍາ ສະບັບເລກທີ 182/ຄລສພ, ລົງວັນທີ12 ກໍລະກົດ 2024 ວ່າດ້ວຍການຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກກ່ຽວກັບການກະກຽມ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດ ໂດຍໄດ້ລະບຸເນື້ອໃນການສະເຫຼີມສະຫຼອງ ດັ່ງນີ້:

  1. ໃຫ້ຈັດຕັ້ງໂຮມຊຸມນຸມມິດຕິງໃຫຍ່ລະດັບຊາດ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ໃນວັນທີ 22 ມີນາ 2025; ສໍາລັບການສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ໃນວັນທີ 2 ທັນວາ 2025 ໃຫ້ມີການໂຮມຊຸມນຸມມິດຕິງໃຫຍ່, ມີການສະແດງກ້ອນກໍາລັງເດີນສວນສະຫນາມຂອງບັນດາກໍາລັງປະກອບອາວຸດ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ກໍາມະກອນ-ຊາວຜູ້ອອກແຮງງານຕາມຄວາມເຫມາະສົມ, ຈັດວາງສະແດງຜົນສໍາເລັດໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕິດພັນກັບຊີວິດ ແລະ ພາລະກິດຂອງປະທານ ໄກສອນ ພົມວິຫານແລະ ກິດຈະກໍາອື່ນໆ.
  2. ມີການຈັດຕັ້ງສໍາມະນາວິທະຍາສາດ ເພື່ອສືບຕໍ່ຍູ້ແຮງການຄົ້ນຄວ້າທິດສະດີ-ພຶດຕິກໍາຂອງພັກ ໃຫ້ອອກສູ່ສັງຄົມໃຫ້ຫຼາຍຂຶ້ນ, ກາຍເປັນຄັງສາງທິດສະດີ, ບົດຮຽນພຶດຕິກໍາເພື່ອໃຫ້ຄົນຮຸ່ນຫຼັງໄດ້ສືບທອດ, ໄດ້ຄົ້ນຄວ້າຮ່ໍາຮຽນ ແລະ ຫມູນໃຊ້ເຂົ້າໃນຊີວິດຕົວຈິງ.3. ຈັດຕັ້ງໂຄສະນາຜົນສໍາເລັດ ແລະຈັດຕັ້ງປາຖະກະຖາເລົ່າມູນເຊື້ອໃນຂອບເຂດ

ທົ່ວປະເທດ ໂຄສະນາຜ່ານສື່ມວນຊົນ ແລະ ສື່ສັງຄົມອອນໄລນ໌ ໃຫ້ກວ້າງຂວາງກ່ຽວກັບການນໍາພາຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ແລະ ຢັ້ງຢືນຄືນຫມາກຜົນຕົວຈິງທີ່ພັກປະຊາຊົນປະຕິວັດລາວຍາດມາໄດ້ ຕະຫຼອດໄລຍະ 70 ປີ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດຕະຫຼອດ 50 ປີ, ຜົນງານ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ; ຄົ້ນຄວ້າ, ຕີລາຄາ, ຄັດເລືອກບຸກຄົນ,

ກົມກອງທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຂອງຕົນ;ພ້ອມກັນນັ້ນ ກໍໃຫ້ມີການພົບປະພະນັກງານປະຕິວັດອາວຸໂສ, ບໍານານ ແລະ ຄອບຄົວພະນັກງານປະຕິວັດທີ່ເສຍຊີວິດແລ້ວ.

  1. ສໍາລັບການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງຂອງບັນດາຂະແຫນງການ ແລະ ອົງການຈັດຕັ້ງພັກ-ລັດ ທີ່ຄົບຮອບປີໃຫຍ່ແມ່ນໃຫ້ຈັດເຂົ້າເປັນຂະບວນການລວມຂອງການສະເຫຼີມສະຫຼອງວັນປະຫວັດສາດ ໂດຍແມ່ນ

ຂະແຫນງການ ແລະ ອົງການກ່ຽວຂ້ອງເປັນເຈົ້າການພາຍໃຕ້ການຊີ້ນໍາໂດຍກົງຂອງຄະນະຮັບຜິດຊອບຊີ້ນໍາລະດັບຊາດ.

  1. ຈັດຕັ້ງການດໍາເນີນຊີວິດການເມືອງຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງບັນດາອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫ່ຍ ຄັ້ງທີ XII ຂອງພັກ.ປີ 2025 ເປັນປີຫນຶ່ງທີ່ມີຫຼາຍເຫດການສໍາຄັນ. ສະນັ້ນ ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດຈົ່ງພ້ອມກັນສະເຫຼີມສະຫຼອງວັນສໍາຄັນຕ່າງໆ ໂດຍສະເພາະ 3 ວັນປະຫວັດສາດທີ່ມີຄວາມຫມາຍສໍາຄັນນີ້ ດ້ວຍຄວາມຮັບຜິດຊອບ ບົນຈິດໃຈປະຢັດມັດທະຫຍັດສຸດຂີດ ໂດຍຖືເອົາເນື້ອໃນເປັນຕົ້ນຕໍ;ຄະນະພັກທຸກຂັ້ນໃນຂອບເຂດທົ່ວປະເທດຕ້ອງນໍາເອົາເນື້ອໃນຄໍາສັ່ງແນະນໍາສະເຫຼີມສະຫຼອງ 3 ວັນປະຫວັດສາດໄປເຜີຍແຜ່ເຊື່ອມຊຶມໃນຄະນະພັກ, ຄະນະນໍາຂັ້ນຂອງຕົນໃຫ້ຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ, ພ້ອມກັນນັ້ນ ກໍຕ້ອງແຕ່ງຕັ້ງຄະນະຮັບຜິດຊອບການກະກຽມສະເຫຼີມສະຫຼອງວັນດັ່ງກ່າວ, ພ້ອມທັງແບ່ງວຽກ,ແບ່ງຄວາມຮັບຜິດຊອບໃຫ້ລະອຽດຈະແຈ້ງຫັນເປັນແຜນວຽກລະອຽດ ແລະ ນໍາພາຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ; ສິ່ງສໍາຄັນຕ້ອງເອົາໃຈໃສ່ນໍາພາປວງຊົນລາວທັງຊາດຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ຄວາມຫມາຍສໍາຄັນຂອງວັນດັ່ງກ່າວ ແລະ ພ້ອມກັນເຂົ້າຮ່ວມຢ່າງເປັນເຈົ້າການ, ເປັນຂະບວນກວ້າງຂວາງຈຶ່ງຈະເຮັດໃຫ້ການສະເຫຼີມສະຫຼອງ 3 ວັນປະຫວັດສາດມີບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມຫມາຍສໍາຄັນຢ່າງແທ້ຈິງ./.

Leave a Reply

Your email address will not be published. Required fields are marked *