ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອຮັບປະກັນໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ຍືນຍົງ
ຈາລະນາ ພົນສີລາ
ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອຮັບປະກັນໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ຍືນຍົງ ຖືເປັນແນວທາງແຜນນະໂຍບາຍສໍາຄັນຂອງພັກ, ເປັນໜ້າທີ່ບູລິມະສິດຂອງລັດຖະບານ ແລະ ເປັນໜ້າທີ່ຂອງປວງຊົນລາວທັງຊາດ ໂດຍສຸມໃສ່ແກ້ໄຂຄວາມທຸກຍາກ, ກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ຕາມທິດນຳ 3 ສ້າງ. (ສະບັບ 3/2022. ວັດທະນະທໍາ).
ພັກເຮົາເວລາໃດກໍຖືເອົາວຽກງານແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນພາລະກຳປະຫວັດສາດຂອງພັກ, ເປັນໜ້າທີ່ບຸລິມະສິດຂອງລັດຖະບານ ແລະ ເປັນໜ້າທີ່ຂອງທົ່ວປວງຊົນ; ຖືເອົາການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເປັນຍຸດທະສາດຍາວນານໃນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິ ປະໄຕ ປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ ທັງແມ່ນຄວາມຈຳເປັນພາວະວິໄສ ເພື່ອເຮັດໃຫ້ປະເທດຊາດມີຄວາມໝັ້ນຄົງ ແລະ ມີສະຖຽນລະພາບທາງດ້ານການເມືອງ.
ເພື່ອແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນ ທັງເປັນການສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການນຳເອົາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະ ນາຕາມຄາດໝາຍທີ່ໄດ້ກຳນົດໄວ້. ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານເຮົາ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາການພັດທະນາຢ່າງແທດເຖິງ, ຕໍ່ເນື່ອງ ໂດຍມີການປະສານສົມທົບລະຫວ່າງບັນດາຂະແໜງການ ແລະ ທ້ອງຖິ່ນກຳນົດຈຸດສຸມບຸລິມະສິດໃນການແກ້ໄຂຄວາມທຸກຍາກ, ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ຕາມທິດນຳ 3 ສ້າງ; ເອົາ ໃຈໃສ່ຈັດຕັ້ງປະຕິບັດວຽກງານການຈັດສັນພູມລຳເນົາຄົງທີ່, ບ່ອນທຳມາຫາກິນ, ການຈັດສັນອາຊີບທີ່ໝັ້ນຄົງ, ການສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ; ໄດ້ຫັນເອົາບຸກຄະລາກອນລົງຮາກຖານ ເພື່ອນຳພາເຮັດຕົວຈິງ; ຊຸກຍູ້ປຸກລະດົມທົ່ວສັງຄົມ ໂດຍສະເພາະແມ່ນບັນດາພາກສ່ວນທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ປະກອບສ່ວນຕໍ່ວຽກງານດັ່ງກ່າວຢ່າງຕັ້ງໜ້າ; ເປັນເຈົ້າການຈັດສັນທຶນຮອນຂອງລັດ, ທຶນຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ, ການປ່ອຍສິນເຊື່ອຂອງທະນາຄານເຂົ້າໃນການພັດທະນາດ້ານຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການອັນຈຳເປັນໃຫ້ແກ່ປະຊາຊົນເຂດຊົນນະບົດ, ຫ່າງໄກສອກຫຼີກ; ໄດ້ອະນຸມັດບັນດາໂຄງການຂະໜາດໃຫຍ່ ແລະ ຂະໜາດນ້ອຍທີ່ພົວພັນກັບການແກ້ໄຂຄວາມທຸກຍາກ, ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ, ການສ້າງວຽກເຮັດງານທຳໃຫ້ປະຊາຊົນ; ໄດ້ຈັດຕັ້ງຝຶກອົບ ຮົມກ່ຽວກັບການພັດທະນາກຸ່ມ ແລະ ສະຫະກອນກະສິກຳ ໃຫ້ແກ່ພະນັກງານຂັ້ນແຂວງ, ເມືອງ ແລະ ຊາວກະສິກອນ. ໄປຄຽງຄູ່ກັນນັ້ນ, ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງໄດ້ສຸມທຶນຮອນເຂົ້າໃນການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນຈຳນວນໜຶ່ງ ເປັນຕົ້ນ: ປັບປຸງ, ກໍ່ສ້າງຊົນລະປະທານ, ເໝືອງຝາຍ, ເສັ້ນທາງ, ຂົວ, ໂຮງຮຽນ, ສຸກສາລາ, ນໍ້າລິນ, ຂະຫຍາຍຕາຂ່າຍໄຟຟ້າ, ຕະຫຼາດ, ລະບົບໂທລະຄົມມະນາຄົມ, ລະບົບການຂົນສົ່ງສິນຄ້າ-ໂດຍສານ, ປຸກສ້າງຫ້ອງການ, ສະໂມສອນບ້ານ, ການບຸກເບີກເນື້ອທີ່ປຸກສ້າງ, ຕັດແຜນຜັງບ້ານ ແລະ ອື່ນໆ ເພື່ອຮອງຮັບການດຳລົງຊີວິດຂອງປະຊາຊົນ; ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃນການຜະລິດເປັນສິນຄ້າ ດ້ວຍການຂະຫຍາຍການເຮັດກະເສດສຸມທີ່ທັນສະໄໝ, ພັດທະນາການກະເສດແບບປະສົມປະສານ ຕາມທິດເຮັດກະສິກຳສະອາດ, ຫັນປ່ຽນຈາກແບບວິທີການຜະລິດທີ່ຫຼ້າຫຼັງມານຳໃຊ້ເຕັກນິກວິຊາການ ແລະ ກົນຈັກເຂົ້າໃນການຜະລິດ ແນໃສ່ເພີ່ມສະມັດຖະ ພາບການຜະລິດ ແລະ ຄຸນນະພາບຂອງຜົນຜະລິດໃຫ້ສູງຂຶ້ນ, ສ້າງມູນຄ່າເພີ່ມໃຫ້ແກ່ຜົນຜະລິດ, ຜະລິດ ຕະພັນ ແລະ ເພີ່ມລາຍໄດ້ໃຫ້ແກ່ປະຊາຊົນ ເພື່ອປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.
ລັດຖະບານ ຍັງໄດ້ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ; ໄດ້ກວດກາ, ຄົ້ນຄວ້າປັບປຸງຄືນບັນດານິຕິກຳກ່ຽວກັບວຽກງານສະ ຫະກອນ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກທີ່ວາງອອກໃນໄລຍະຜ່ານມາ ເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ ທັງໃຫ້ສາມາດນຳໃຊ້ໄດ້ໃນສະເພາະໜ້າ ແລະ ຍາວນານ, ໃນນັ້ນ ໄດ້ປັບປຸງດຳລັດເລກທີ 309/ນຍ, ລົງວັນທີ 14 ພະຈິກ 2013 ວ່າດ້ວຍມາດຕະຖານຄວາມທຸກຍາກ ແລະ ມາດຕະຖານການພັດທະນາ ມາເປັນດຳລັດເລກທີ 348/ລບ, ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ.
ອີງຕາມຜົນການສຳຫຼວດເກັບກຳຂໍ້ມູນຕາມດຳລັດເລກທີ 348/ລບ ໃຫ້ຮູ້ວ່າ: ໃນປີ 2021 ທົ່ວປະເທດສາ ມາດສ້າງຄອບຄົວບັນລຸມາດຕະຖານພົ້ນທຸກໄດ້ 18.247 ຄອບຄົວ (ມະຕິສະພາແຫ່ງຊາດແມ່ນ 20.436 ຄອບຄົວ), ເທົ່າກັບ 89,28% ຂອງຄາດໝາຍທີ່ວາງໄວ້, ເຮັດໃຫ້ຈຳນວນຄອບຄົວທຸກຍາກຫຼຸດລົງຈາກ 275.553 ຄອບຄົວ ໃນປີ 2020 ມາເປັນ 257.306 ຄອບຄົວ ໃນປີ 2021; ສ້າງບ້ານບັນລຸມາດຕະຖານພົ້ນທຸກໄດ້ 198 ບ້ານ (ມະຕິສະພາແຫ່ງຊາດ 310 ບ້ານ), ເທົ່າກັບ 63,87% ຂອງຄາດໝາຍທີ່ວາງໄວ້, ເຮັດໃຫ້ບ້ານທຸກຍາກຫຼຸດລົງຈາກ 3.659 ບ້ານ ຍັງເຫຼືອ 3.461 ບ້ານ; ສ້າງເມືອງພົ້ນທຸກໄດ້ 2 ເມືອງ (ເມືອງຫຼວງນໍ້າທາ ແລະ ເມືອງຄົງເຊໂດນ), ເຮັດໃຫ້ເມືອງທຸກຍາກຫຼຸດລົງຈາກ 95 ເມືອງ ມາເປັນ 93 ເມືອງ; ສ້າງຄອບຄົວທີ່ບັນລຸມາດຕະຖານຄອບຄົວພັດທະນາໄດ້ 23.785 ຄອບຄົວ (ມະຕິສະພາແຫ່ງຊາດແມ່ນ 24.572 ຄອບຄົວ), ເທົ່າກັບ 96,79% ຂອງຄາດໝາຍທີ່ວາງໄວ້, ເຮັດໃຫ້ຄອບຄົວພັດທະນາເພີ່ມຂຶ້ນຈາກ 736.996 ຄອບຄົວ ເປັນ 760.781 ຄອບຄົວ; ສ້າງບ້ານບັນລຸມາດຕະຖານບ້ານພັດທະນາໄດ້ 262 ບ້ານ (ມະຕິສະພາແຫ່ງຊາດແມ່ນ 442 ບ້ານ), ເທົ່າກັບ 59,27% ຂອງຄາດໝາຍທີ່ວາງໄວ້, ເຮັດໃຫ້ຈຳນວນບ້ານພັດທະນາເພີ່ມຂຶ້ນຈາກ 747 ບ້ານ ເປັນ 1.009 ບ້ານ; ສ້າງຕົວແບບບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດໄດ້ 2 ບ້ານ, ເຮັດໃຫ້ຈຳນວນບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດເພີ່ມຂຶ້ນຈາກ 14 ບ້ານ ມາເປັນ 16 ບ້ານ, ເທົ່າກັບ 100% ຂອງແຜນການປີ; ສ້າງຕັ້ງສະຫະກອນໄດ້ຕື່ມ 2 ສະຫະກອນ; ຂະຫຍາຍກອງທຶນພັດທະນາບ້ານໄດ້ 7 ກອງທຶນ, ເຮັດໃຫ້ກອງທຶນພັດທະນາບ້ານເພີ່ມຂຶ້ນຈາກ 577 ກອງທຶນ ມາເປັນ 584 ກອງທຶນ; ຈຳນວນບ້ານທີ່ມີເສັ້ນທາງທຽວໄດ້ຕະຫຼອດປີເພີ່ມຂຶ້ນເປັນ 6.780 ບ້ານ, ກວມເອົາ 80,47% ຂອງ ຈຳນວນບ້ານທັງໝົດ; ບ້ານທີ່ສາມາດເຂົ້າເຖິງລະບົບການສຶກສາຊັ້ນປະຖົມ ຫຼື ຊັ້ນມັດທະຍົມຕອນຕົ້ນ ມີ 8.324 ບ້ານ, ກວມເອົາ98,79% ຂອງຈຳນວນບ້ານທັງໝົດ; ບ້ານທີ່ສາມາດເຂົ້າເຖິງການບໍລິການດ້ານສາທາລະນະສຸກຂັ້ນພື້ນຖານ ມີ 8.055 ບ້ານ, ກວມເອົາ 95,60% ຂອງຈຳນວນບ້ານທັງໝົດ; ບ້ານທີ່ມີແຫຼ່ງນໍ້າສະອາດຊົມໃຊ້ ມີ 7.910 ບ້ານ, ກວມເອົາ 93,88% ແລະ ບ້ານທີ່ມີຕາຂ່າຍໄຟຟ້າໃນລະບົບ ມີ 7.640 ບ້ານ, ກວມເອົາ 90,67% ຂອງຈຳນວນບ້ານທັງໝົດໃນທົ່ວປະເທດ.
ເຖິງວ່າວຽກງານແກ້ໄຂຄວາມທຸກຍາກຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ຊົນນະບົດສ່ວນຫຼາຍໄດ້ຮັບການພັດທະນາມີໂສມໜ້າຫັນປ່ຽນໃໝ່ຢ່າງຈະແຈ້ງ, ພື້ນຖານດ້ານເສດຖະກິດ-ສັງຄົມ ແລະ ຊີວິດການເປັນ ຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນກວ່າແຕ່ກ່ອນກໍຕາມ ແຕ່ກໍຍັງມີຫຼາຍບັນຫາທີ່ເລັ່ງທວງໃຫ້ພວກເຮົາຕ້ອງສືບຕໍ່ແກ້ໄຂ ເຊັ່ນ: ການສ້າງນິຕິກຳຍັງມີຄວາມຊັກຊ້າ, ລວມທັງການເຊື່ອມຊຶມ, ການຜັນຂະຫຍາຍ, ຈັດຕັ້ງປະຕິບັດແນວທາງນະໂຍບາຍ, ມະຕິ, ຄຳສັ່ງ, ກົດໝາຍ ແລະ ແຜນພັດທະນາຕ່າງໆ ໃຫ້ທ້ອງຖິ່ນຍັງບໍ່ທັນເປັນປົກກະຕິຕໍ່ເນື່ອງ; ການກຳນົດຈຸດສຸມພັດທະນາສ່ວນຫຼາຍ ແມ່ນກຳນົດໄປຕາມຄວາມຕ້ອງການຢາກພັດທະນາເປັນຫຼັກ, ຍັງບໍ່ທັນອີງໃສ່ຄວາມສາມາດຕົວຈິງທີ່ເຮັດໄດ້, ພ້ອມກັນນີ້ ກໍຍັງຂາດການສຳຫຼວດ ອອກແບບ, ເກັບກຳຂໍ້ມູນ ແລະ ວາງແຜນພັດທະນາແບບກວມລວມ (ແຜນແມ່ບົດໄລຍະຍາວ) ທີ່ສອດຄ່ອງກັບທ່າແຮງບົ່ມຊ້ອນໃນແຕ່ລະບໍລິເວນ, ສ່ວນໃຫຍ່ຈະເປັນການແກ້ໄຂສະເພາະໜ້າ ຫຼື ບາງຈຸດສຸມທີ່ມີແຜນ ການ, ໂຄງການລະອຽດ ແຕ່ບໍ່ໄດ້ເຊື່ອມສານເຂົ້າກັບແຜນພັດທະນາຂອງຂະແໜງການ, ແຜນພັດທະນາເສດຖະກິດ-ສັງຄົມຂອງສູນກາງ ແລະ ທ້ອງຖິ່ນ ບໍ່ທັນຕິດພັນກັບການສ້າງສະຕິຕື່ນຕົວ ແລະ ຄວາມເປັນເຈົ້າບືນຕົວພັດທະນາຕົນເອງຂອງປະຊາຊົນ, ຍ້ອນແນວນັ້ນ ຈຶ່ງເຮັດໃຫ້ຫຼາຍກິດຈະການລົງທຶນບໍ່ມີປະສິດທິຜົນສູງ, ບໍ່ທັນຮັບປະກັນຄວາມຍືນຍົງ. ການຈັດຕັ້ງຜັນຂະຫຍາຍ ແລະ ດຳເນີນການປະເມີນຕາມດຳລັດເລກທີ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ການ ປະຕິບັດຢູ່ບາງເຂດຍັງບໍ່ທັນສຳເລັດຕາມກຳນົດເວລາ, ຂໍ້ມູນທີ່ເກັບກຳໄດ້ຍັງບໍ່ຊັດເຈນ; ການຮ່ວມມື, ຍາດແຍ່ງທຶນຮອນ, ໂຄງການຊ່ວຍເຫຼືອລ້າຍັງບໍ່ທັນສຸມໃສ່ທິດທາງ ແລະ ຈຸດສຸມດຽວກັນ, ເຮັດໃຫ້ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກມີຄວາມຊັກຊ້າ ແລະ ຫຼາຍຄາດໝາຍບໍ່ສຳເລັດຕາມແຜນການທີ່ກຳ ນົດໄວ້; ການພັດທະນາຊົນນະບົດ ສ່ວນໃຫຍ່ແມ່ນສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງ, ສ່ວນກິດຈະກຳການແກ້ໄຂຄວາມທຸກຍາກ ຕິດພັນກັບການພັດທະນາອາຊີບ, ການສ້າງລາຍໄດ້ໃຫ້ປະຊາຊົນຍັງມີໜ້ອຍ.
ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ເນັ້ນໜັກກ່ຽວກັບບັນຫາການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກວ່າ: “ສືບຕໍ່ດຳເນີນການແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງເປັນລະບົບ ແລະ ຮັບປະກັນຄວາມຍືນຍົງ ໂດຍຕິດພັນກັບການກຳນົດ ແລະ ຈັດຕັ້ງປະຕິບັດແຜນການ, ໂຄງການ ແລະ ບັນດາມາດຕະການຕົວຈິງໃນການສົ່ງເສີມການສ້າງອາຊີບທີ່ໝັ້ນຄົງ, ສ້າງຕຳແໜ່ງງານ ແລະ ເພີ່ມທະວີການຝຶກສີມືແຮງງານ ເພື່ອສະໜອງໃຫ້ຕຳແໜ່ງງານທີ່ເກີດຂຶ້ນໃຫ້ພຽງພໍ ແລະ ມີຄຸນນະພາບ…”(1); ໃນເປົ້າໝາຍທີ 3 ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ກໍໄດ້ຢືນຢັນວ່າ: “ສືບຕໍ່ພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ທົ່ວເຖິງ ຕາມທິດ 3 ສ້າງ ແລະ ສ້າງຊົນນະບົດໃໝ່ ດ້ວຍການສົ່ງເສີມການຜະລິດສິນຄ້າ, ການເຂົ້າເຖິງແຫຼ່ງທຶນ, ລະບົບການຜະລິດ, ຕະຫຼາດ, ບຸກຄະລາກອນ, ຊັບພະຍາກອນ (ດິນ, ປ່າໄມ້ ແລະ ພືດ ທີ່ບໍ່ແມ່ນໄມ້ຕ່າງໆ), ຂໍ້ມູນທາງດ້ານກະສິກຳ, ການບໍລິການສັງຄົມ (ດ້ານການສຶກສາ ແລະ ສາທາລະນະສຸກ, ນໍ້າສະອາດ ແລະ ສຸຂະອະນາໄມ) ແລະ ການເງິນຊົນນະບົດ, ສົ່ງເສີມວິຊາຊີບ ແລະ ເຕັກນິກວິຊາການທີ່ກ້າວໜ້າ ເພື່ອຍົກສູງສະມັດຖະພາບການຜະລິດ, ຄຽງຄູ່ກັບການຈັດສັນພູມລຳເນົາ ແລະ ອາຊີບຄົງທີ່ໝັ້ນຄົງ; ພັດທະນາໂຄງລ່າງພື້ນຖານຮັບໃຊ້ການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ”(2).
ເພື່ອຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍດັ່ງກ່າວໃຫ້ໄດ້ຮັບຜົນສຳເລັດ ກ່ອນອື່ນຕ້ອງສຸມໃສ່ການກຳນົດ ແລະ ສ້າງແຜນພັດທະນາຮອບດ້ານຢູ່ບັນດາຈຸດສຸມພັດທະນາທີ່ເປັນບຸລິມະສິດໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ສຸມໃສ່ການສ້າງບ້ານພັດທະນາ, ການສ້າງຊົນນະບົດໃໝ່ ແລະ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ ໂດຍມີການປະສານງານຢ່າງແໜ້ນແຟ້ນກົມກຽວ ລະຫວ່າງສູນ ກາງ ແລະ ທ້ອງຖິ່ນ; ສືບຕໍ່ກຳນົດແຜນຍຸດທະສາດກ່ຽວກັບການຈັດສັນພູມລຳເນົາ ແລະ ອາຊີບຄົງທີ່ໃຫ້ມີຄວາມລະອຽດ, ຈະແຈ້ງ; ຍູ້ແຮງການລົງກໍ່ສ້າງຮາກຖານການເມືອງ ດ້ວຍການສົ່ງເສີມ, ເລືອກເຟັ້ນນັກວິ ຊາການ, ນັກຮຽນຮູ້ປັນຍາຊົນໜຸ່ມທີ່ດີເດັ່ນ, ມີອະນາຄົດຈາກທຸກຂະແໜງການລົງໄປປະຈຳການຢູ່ຮາກຖານຊົນນະບົດໃຫ້ເປັນຂະບວນຟົດຟື້ນ, ສ້າງໃຫ້ເຂົາເຈົ້າໄດ້ຮຽນຮູ້, ຝຶກຝົນຫຼໍ່ຫຼອມ ແລະ ເຕີບໃຫຍ່ຈາກຮາກຖານ ໂດຍມີຄາດໝາຍ, ແຜນວຽກ, ກຳນົດເວລາ ແລະ ມີນະໂຍບາຍຢ່າງຈະແຈ້ງ; ໄປຄຽງຄູ່ກັນນັ້ນ ກໍຕ້ອງສ້າງໃຫ້ໄດ້ຄວາມຕື່ນຕົວເປັນເຈົ້າຕົນເອງຂອງຮາກຖານ ແລະ ຂອງປະຊາຊົນໃນການປະກອບອາຊີບ, ທຳມາຫາກິນໃຫ້ມີກິນ, ມີໃຊ້, ກຸ້ມຕົນເອງເພິ່ງ ຕົນເອງໄດ້ໃນດ້ານຕ່າງໆ; ຊຸກຍູ້ສົ່ງເສີມ, ສ້າງເງື່ອນໄຂອຳນວຍຄວາມສະດວກໃນການຜະລິດເປັນສິນຄ້າ-ການບໍລິການ, ການເຂົ້າເຖິງແຫຼ່ງທຶນ, ການເຂົ້າເຖິງຕະຫຼາດ, ການຝຶກອົບຮົມ, ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນໃຫ້ປະຊາຊົນໃນການພັດທະນາອາຊີບ; ສົ່ງເສີມ ແລະ ສ້າງໂອກາດໃຫ້ແມ່ຍິງ ແລະ ເດັກນ້ອຍຢູ່ເຂດຊົນນະບົດ ໂດຍສະເພາະແມ່ນແມ່ຍິງຖືພາໃຫ້ໄດ້ເຂົ້າເຖິງການບໍລິການດ້ານສາທາລະນະສຸກຂັ້ນພື້ນຖານ ແລະ ເດັກນ້ອຍ ໃຫ້ໄດ້ຮັບການບໍລິໂພກອາຫານຕາມໂພຊະນາການ; ສືບຕໍ່ປັບປຸງລະບົບການເມືອງຢູ່ເຂດຊົນນະບົດໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ສາມາດນຳພາປະຊາ ຊົນເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາຕົນເອງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ເອົາໃຈ ໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ (ຊາວບ້ານ), ສ້າງຄົນຊົນນະບົດໃຫ້ເປັນເຈົ້າຊົນນະບົດ ແລະ ກາຍ ເປັນນັກພັດທະນາ ໂດຍເລີ່ມຈາກປັບປຸງເນື້ອໃນ ແລະ ແບບແຜນການນຳພາຂອງຮາກຖານພັກບ້ານໃຫ້ເປັນຫຼັກແຫຼ່ງແກ່ນສານນຳພາຮອບດ້ານຢູ່ຊົນນະບົດຢ່າງແທ້ຈິງ; ຂະຫຍາຍ ແລະ ສ້າງກອງທຶນພັດທະນາບ້ານໃຫ້ມີຄວາມເຂັ້ມແຂງ ກາຍເປັນຕົວແບບ ແລະ ກ້າວຂຶ້ນເປັນສະຫະກອນສິນເຊືຶ່ອ. ພ້ອມກັນນັ້ນ ກໍສືບຕໍ່ພັດທະນາພື້ນຖານໂຄງລ່າງຢູ່ເຂດຈຸດສຸມພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ຈຸດສຸມສ້າງຊົນນະບົດໃໝ່ ແລະ ຈຸດສຸມສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ພຽງພໍ ແລະ ມີຄວາມສະ ດວກ. ກ່ອນອື່ນໝົດແມ່ນສຸມໃສ່ກໍ່ສ້າງ ແລະ ຂະຫຍາຍເສັ້ນທາງ, ຂົວ, ລະບົບການຂົນສົ່ງໃຫ້ເຂົ້າເຖິງບ້ານທີ່ເປັນໃຈກາງຂອງແຕ່ລະເຂດຈຸດສຸມ ແລະ ເຊື່ອມຈອດກັບແຕ່ລະບ້ານ, ເຮັດໃຫ້ທຸກບ້ານ, ທຸກເມືອງມີທາງລົດເຂົ້າເຖິງ ແລະ ສາມາດທຽວໄດ້ຕະຫຼອດປີ; ຂະຫຍາຍລະບົບໂທລະຄົມມະນາຄົມ, ຕາໜ່າງໄຟຟ້າທັງໃນ ລະບົບ ແລະ ນອກລະບົບ ລົງສູ່ຊົນນະບົດເຂດຫ່າງໄກສອກຫຼີກ; ສຸມໃສ່ການສຳຫຼວດ-ອອກແບບ ແລະ ວາງຜັງບ້ານໃຫຍ່ ເພື່ອສ້າງເປັນໃຈກາງທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ຢູ່ບັນດາເຂດຈຸດສຸມພັດທະນາ, ເຂດຈັດສັນໃໝ່ຂອງທ້ອງຖິ່ນ ແລະ ລັດຖະບານ.
ເມື່ອຮອດປີ 2025 ຕ້ອງສູ້ຊົນບັນລຸຄາດໝາຍເຮັດໃຫ້ຄອບຄົວພົ້ນທຸກເພີ່ມຂຶ້ນເປັນ 1.168.509 ຄອບຄົວ, ບ້ານພົ້ນທຸກເພີ່ມເປັນ 7.871 ບ້ານ ແລະ ເມືອງພົ້ນທຸກເພີ່ມເປັນ 122 ເມືອງ; ເຮັດໃຫ້ຄອບຄົວທຸກຍາກຫຼຸດລົງຍັງເຫຼືອ 71.193 ຄອບຄົວ, ບ້ານທຸກຍາກ ໃຫ້ຍັງເຫຼືອ 555 ບ້ານ ແລະ ເມືອງທຸກຍາກ ໃຫ້ຍັງເຫຼືອ 26 ເມືອງ; ສູ້ຊົນສ້າງຄອບຄົວພັດທະນາໃຫ້ເພີ່ມຂຶ້ນເປັນ 982.750 ຄອບຄົວ, ສ້າງບ້ານພັດທະນາໃຫ້ເພີ່ມເປັນ 5.167 ບ້ານ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ເພີ່ມຂຶ້ນເປັນ 24 ບ້ານ; ຈັດ ສັນພູມລຳເນົາຄົງທີ່ ແລະ ອາຊີບທີ່ໝັ້ນຄົງໃຫ້ໄດ້ 25 ຈຸດສຸມ; ສ້າງຈຸດສຸມພັດທະນາຊົນນະບົດໃໝ່ ເພື່ອກາຍເປັນຕົວແບບພັດທະນາໃຫ້ໄດ້ 20 ຈຸດສຸມ; ສູ້ຊົນຈັດຕັ້ງກຸ່ມການຜະລິດໃຫ້ໄດ້ 4.420 ກຸ່ມ, ໃນນີ້ ໃຫ້ເປັນກຸ່ມຕົວແບບ 250 ກຸ່ມ; ຈັດຕັ້ງສະຫະກອນການຜະລິດໃນບ່ອນທີ່ມີເງື່ອນໄຂໃຫ້ໄດ້ 18 ຫົວໜ່ວຍ ແລະ ສ້າງສະຫະກອນຕົວແບບໃຫ້ໄດ້ 4 ຫົວໜ່ວຍ; ຂະຫຍາຍກອງທຶນພັດທະນາບ້ານ ໃຫ້ໄດ້ 64 ບ້ານ ແລະ ສ້າງໃຫ້ເປັນກອງທຶນຕົວແບບໃຫ້ໄດ້ 18 ກອງທຶນໃນທົ່ວປະເທດ.
ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຖືເປັນໜ້າທີ່ຍຸດທະສາດ ທັງເປັນວຽກບຸລິມະສິດຂອງພັກ-ລັດ ແລະ ທົ່ວສັງຄົມ. ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທຳນັ້ນ ຮຽກ ຮ້ອງມາຍັງຄະນະພັກ, ຄະນະນຳທຸກຂັ້ນ, ທຸກຂະແໜງການຕ້ອງຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການຫັນເອົາທິດທາງແຜນການ, ຄາດໝາຍສູ້ຊົນທີ່ກຳນົດໄວ້ມາເປັນແຜນງານ, ໂຄງການລະອຽດ ໂດຍອີງໃສ່ທ່າ ແຮງທາງດ້ານຈຸດພິເສດ, ທີ່ຕັ້ງທຳມະຊາດ, ສິ່ງແວດລ້ອມ ແລະ ສັງຄົມຂອງແຕ່ລະທ້ອງຖິ່ນ, ທັງມີກົນໄກປະສານງານທີ່ກົມກຽວ, ມີການແບ່ງຄວາມຮັບຜິດຊອບ, ແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງ, ປຸກລະດົມຂົນຂວາຍທຸກພາກສ່ວນໃນສັງຄົມປະກອບສ່ວນຢ່າງຕັ້ງໜ້າ ແນໃສ່ເຮັດໃຫ້ເສດຖະກິດໄດ້ຮັບການພັດທະນາ, ຊີວິດ ການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂຶ້ນຢ່າງຈະແຈ້ງ; ຊົນນະ ບົດ, ເຂດຈຸດສຸມພັດທະນາຂອງລັດຖະບານ, ຂອງທ້ອງຖິ່ນມີພື້ນຖານໂຄງລ່າງເສດຖະກິດ-ສັງຄົມ ແລະ ມີສິ່ງແວດລ້ອມທີ່ດີ, ການສຶກສາ, ສາທາລະນະສຸກໄດ້ຮັບການຍົກລະດັບເຂົ້າສູ່ຄຸນນະພາບໃໝ່, ວັດທະນະທຳທີ່ເປັນເອກະລັກຂອງທ້ອງຖິ່ນ ໄດ້ຮັບການອະນຸລັກ ແລະ ເສີມຂະຫຍາຍຢ່າງຕັ້ງໜ້າ, ສັງຄົມມີຄວາມສະ ຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມແຕກໂຕນກັນ ລະຫວ່າງຕົວເມືອງ ແລະ ຊົນນະບົດນັບມື້ຫຼຸດລົງເປັນກ້າວໆ. ບົນພື້ນຖານປະຕິບັດໄດ້ຄືແນວນັ້ນ ຈຶ່ງຈະເຮັດໃຫ້ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນມີລັກສະນະຍືນຍົງ./.