
ໂດຍ: ສຸກສະຫວັນ ຜາດີ
ເຊົ້າວັນທີ 28/8/2025 ທີ່ສູນວາງສະແດງແຫ່ງຊາດ (ເມືອງດົງແອັງ ນະຄອນຫຼວງຮ່າໂນ້ຍ), ໃນຂອບເຂດລາຍການຂອງພິທີເປີດງານວາງສະແດງຜົນງານແຫ່ງຊາດ ພາຍໃຕ້ຫົວຂໍ້ “80 ປີ ການເດີນທາງແຫ່ງເອກະລາດ-ເສລີພາບ-ຄວາມສຸກ”, ພື້ນທີ່ວາງສະແດງຂະແໜງການທູດ ໄດ້ເປີດປະຕູຢ່າງເປັນທາງການ ເພື່ອຕ້ອນຮັບແຂກມາຢ້ຽມຊົມ ການວາງສະແດງພາຍໃຕ້ຫົວຂໍ້ “ການທູດໃນຍຸກ ໂຮ່ຈິມິນ: 80 ປີ ແຫ່ງການອຸທິດຕົນ ຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ” (28/8/1945 – 28/8/2025) ທີ່ຫ້ອງໂຖງ 8 (H8), ອາຄານວາງສະແດງ ກິມ ກຸ່ຍ.
ໃນພິທີເປີດ, ພື້ນທີ່ວາງສະແດງຂອງ ກະຊວງການຕ່າງປະເທດ ເປັນກຽດທີ່ໄດ້ຕ້ອນຮັບບັນດາທ່ານ, ບັນດາສະຫາຍການນໍາພັກ, ລັດ, ຄະນະທູດ ພ້ອມດ້ວຍບັນດາທ່ານຜູ້ແທນ, ແຂກຖືກເຊີນ ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຊົມວັດຖຸພັນ, ເອກະສານ, ຮູບພາບ ນັບຮ້ອຍລາຍການ ແລະ ກິດຈະກຳຖາມ-ຕອບກັນ ຢ່າງສ້າງສັນ, ພື້ນທີ່ວາງສະແດງຂອງຂະແໜງການທູດ ສະທ້ອນໃຫ້ເຫັນຄວາມມີຊີວິດຊີວາ ຂອງບັນດາຂີດໝາຍປະຫວັດສາດ, ເຫດການປະຫວັດສາດ ແລະ ຜົນງານທີ່ໂດດເດັ່ນຂອງຂະແໜງການ; ຜ່ານສິ່ງເຫຼົ່ານັ້ນ ຊຶ່ງໄດ້ນໍາສະເໜີໃຫ້ປະຊາຊົນ ແລະ ເພື່ອນມິດສາກົນ ກ່ຽວກັບ ຍ່ານທາງ 80 ປີ ທີ່ມີກຽດສະຫງ່າ ຂອງພື້ນຖານການທູດປະຕິວັດຫວຽດນາມ ໂດຍ ປະທານ ໂຮ່ຈິມິນ ສ້າງຕັ້ງຂຶ້ນ, ຊີ້ນໍາໂດຍກົງ ແລະ ຝຶກຝົນຫຼໍ່ຫຼອມ ແລະ ເປັນລັດຖະມົນຕີກະຊວງການຕ່າງປະເທດ ຄົນທໍາອິດ.
ຢູ່ພື້ນທີ່ວາງສະແດງຂອງຂະແໜງການທູດ, ທ່ານ ນາງ ລີຈ ແມັກຄໍາເບີຣ (Leigh McCumber) ອຸປະທູດຊົ່ວຄາວ ແຫ່ງການາດາ ໄດ້ປະທັບໃຈຕໍ່ບັນດາຜົນງານ ແລະ ຂະໜາດຂອງການວາງສະແດງ ທີ່ໄດ້ກະກຽມໃນເວລາທີ່ສັ້ນ. ສິ່ງນີ້, ສະແດງຢ່າງຈະແຈ້ງ ເຖິງຈິດໃຈປະດິດສ້າງ, ດຸໝັ່ນ ແລະ ແນ່ວແນ່ຂອງຄົນຫວຽດນາມ ໃນການເດີນທາງແຫ່ງການພັດທະນາປະເທດຊາດ ແລະ ກາຍເປັນສູນກາງຂອງການປ່ຽນແປງໃໝ່ການປະດິດສ້າງ. ທ່ານ ນາງ ລີຈແມັກຄໍາເບີຣ ໄດ້ເນັ້ນໜັກວ່າ: ການາດາ ຫວັງວ່າຈະໄດ້ສືບຕໍ່ພັດທະນາການພົວພັນການທູດທີ່ໃກ້ຊິດ ກໍຄືສາຍພົວພັນການພົບປະແລກປ່ຽນຂອງປະຊາຊົນ ແລະ ການຄ້າໃນອະນາຄົດ. ໂອກາດນີ້, ກໍໄດ້ກ່າວວ່າ: “ຂໍຕາງໜ້າໃຫ້ການາດາ, ຂ້າພະເຈົ້າ ຂໍຝາກຄໍາອວຍພອນເຖິງລັດຖະບານ ແລະ ປະຊາຊົນຫວຽດນາມ ໂອກາດວັນຊາດ ຄົບຮອບ 80 ປີ. ຂໍອວຍພອນໃຫ້ມີສຸຂະພາບແຂງແຮງ, ຈະເລີນຮັ່ງມີ ແລະ ມີຄວາມຜາສຸກໃນອະນາຄົດ”.
ໃນຂະບວນວິວັດ 80 ປີແຫ່ງການພັດທະນາຂອງປະເທດຊາດ, ຂີດໝາຍຂອງບັນດາຮຸ່ນການນໍາ, ພະນັກງານການທູດ ແລະ ການເຮັດວຽກງານການທູດ ແມ່ນເດັ່ນຊັດຢູ່ຕະຫຼອດ. ບັນດາຂີດໝາຍນີ້, ໄດ້ສະທ້ອນໃຫ້ເຫັນຄວາມມີຊີວິດຊີວາ ໃນພື້ນທີ່ວາງສະແດງ: ນັບແຕ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດ, ຈົນໄປເຖິງຂະບວນການສ້າງຕັ້ງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາປະເທດ. ການວາງສະແດງໄດ້ພັນລະນາຢ່າງຈະແຈ້ງ ເຖິງບົດບາດທີ່ເປັນສະຫຼັກສຳຄັນ ແລະ ບົດບາດທີ່ເຮັດເປັນປະຈໍາຂອງຂະແໜງການທູດ ໃນການສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ຍາດແຍ່ງໃຫ້ໄດ້ຫຼາຍທີ່ສຸດ ບັນດາແຫຼ່ງກຳລັງ, ເງື່ອນໄຂສະດວກພາຍນອກ ເພື່ອຮັບໃຊ້ເປົ້າໝາຍຍຸດທະສາດຂອງປະເທດ, ຍົກສູງຖານະບົດບາດ ແລະ ຄວາມເຊື່ອໝັ້ນຕໍ່ພັກ, ລັດຖະບານຫວຽດນາມ ໃນເວທີສາກົນ.
ການວາງສະແດງ ໄດ້ມີບັນດາຂໍ້ມູນທີ່ເປັນປະໂຫຍດ, ວັດຖຸພັນທີ່ໜ້າປະທັບໃຈ, ຫຼາກຫຼາຍເລື່ອງລາວກ່ຽວກັບຂະແໜງການທູດ ທີ່ມີໜ້ອຍຄົນຮູ້, ບັນດາເອກະສານການທູດ, ນິຕິກຳ ທີ່ໄດ້ກາຍເປັນຂີດໝາຍປະຫວັດສາດ ພ້ອມດ້ວຍບັນດາຂໍ້ມູນຕົວເລກ, ຂີດໝາຍທີ່ພົ້ນເດັ່ນຂອງ 3 ເສົາຄໍ້າ ຄື: ການທູດພັກ, ການທູດລັດ ແລະ ການທູດປະຊາຊົນ ໃນຫຼາຍຂົງເຂດ ຊຶ່ງມີຈໍານວນເປັນຮ້ອຍວັດຖຸພັນ, ຮູບພາບ ແລະ ເອກະສານ, ມີເອກະສານຈໍານວນບໍ່ໜ້ອຍ ຖືກປະກາດໃຊ້ຢ່າງເປັນທາງການ ເປັນຄັ້ງທໍາອິດ.
ພື້ນທີ່ວາງສະແດງຂອງຂະແໜງການທູດ ຍັງມີຫຼາຍການເຄື່ອນໄຫວທີ່ຜ່ານພຶດຕິກຳຕົວຈິງ ຄືການຖາມ-ຕອບ ໂດຍນໍາໃຊ້ແຜນທີ່ຫວຽດນາມ ແລະ ໂລກ; ຖ່າຍຮູບເພື່ອລົງທະບຽນ ກັບບັນດາສະຖານທີ່ພິເສດ ຢູ່ພື້ນທີ່ວາງສະແດງຂອງຂະແໜງການທູດ ຄື ຫ້ອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ, ແຜນທີ່ໂລກ ແບບ Mosaic ທີ່ປະສານລວດລາຍ ແລະ ຮູບທີ່ເປັນເອກະລັກສະເພາະຢູ່ 98 ອົງການຜູ້ຕາງໜ້າດ້ານການທູດຂອງຫວຽດນາມໃນໂລກ; ບັນດາການລະຫຼິ້ນທີ່ໂຕ້ຕອບກັນ ເພື່ອຊອກຮູ້ກ່ຽວກັບຂະແໜງການທູດ. ພິເສດ, ມີຂອງຂວັນ ທີ່ມີລັກສະນະຂີດໝາຍ 80 ປີ ການທູດຫວຽດນາມ ຈະມອບໃຫ້ບັນດາແຂກຈໍານວນ 1,000 ຄົນທໍາອິດ ທີ່ເຂົ້າມາຢ້ຽມຊົມ ແລະ ຕອບບັນດາຄໍາຖາມໃນງານວາງສະແດງ.
ຜ່ານບັນດາເລື່ອງລາວ, ຂໍ້ມູນໂຕເລກ, ຮູບພາບ ແລະ ວັດຖຸພັນປະຫວັດສາດ. ງານວາງສະແດງ ໄດ້ຊ່ວຍໃຫ້ປະຊາຊົນ, ເພື່ອນມິດສາກົນ ເຂົ້າໃຈເລິກເຊິງຂຶ້ນຕື່ມ ກ່ຽວກັບນໍ້າໃຈຂອງການອຸທິດຕົນ, ເຈດຈໍານົງທີ່ໝັ້ນຄົງແນ່ວແນ່ ແລະ ປັນຍາປະດິດສ້າງ ຂອງບັນດາຮຸ່ນການນໍາຂອງກະຊວງການຕ່າງປະເທດ ເຄື່ອນໄຫວວຽກງານໃນການທູດພັກ, ການທູດລັດ ແລະ ການທູດປະຊາຊົນ. ຜ່ານສິ່ງເຫຼົ່ານັ້ນ, ໄດ້ປະກອບສ່ວນກະຕຸ້ນຄວາມພາກພູມໃຈ ຕໍ່ມູນເຊື້ອອັນມີກຽດສະຫງ່າຂອງຂະແໜງການທູດຫວຽດນາມ, ສ້າງກຳລັງໜູນໃຫ້ການທູດໄດ້ສືບທອດ, ຜັນຂະຫຍາຍ ແລະ ຍົກສູງຄວາມຕັດສິນໃຈ, ຄວາມຮັບຜິດຊອບ ໃນສັງກາດໃໝ່-ສັງກາດແຫ່ງການບືນຕົວຂອງຊົນຊາດ.



