ວາລະສານອະລຸນໃໝ່ ເຂົ້າຢ້ຽມຊົມຫໍພິພິທະພັນໄກສອນ ພົມວິຫານ
ໃນຕອນບ່າຍ ຂອງວັນທີ 01 ເມສາ 2025, ວາລະສານອະລຸນໃໝ່ ຂອງສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍສະຫາຍ ປອ ວັນລາຕີ ຄໍາວານວົງສາ ຄະນະພັກຄະນະໂຄສະນາອົບຮົມສູນກາງພັກ, ເລຂາໜ່ວຍພັກ, ຫົວໜ້າບັນນາທິການວາລະສານອະລຸນໃໝ່ ພ້ອມດ້ວຍຄະນະບັນນາທິການ, ສະມາຊິກພັກ-ພະນັກງານວາລະສານອະລຸນໃໝ່ ເຂົ້າຢ້ຽມຊົມຮູບພາບ 70 ປີແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ທີ່ຫໍພິພິທະພັນໄກສອນ ພົມວິຫານ.
ການເຂົ້າຢ້ຽມຊົມໃນຄັ້ງນີ້ ກໍເພື່ອເປັນການປະກອບສ່ວນສ້າງຂະບວນການເນື່ອງໃນໂອກາດສະເຫຼີມສະຫຼອງ 3 ວັນປະຫວັດສາດ ເວົ້າລວມ, ເວົ້າສະເພາະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງວາລະສານອະລຸນໃໝ່ ຄົບຮອບ 40 ປີ, ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ X ຂອງໜ່ວຍພັກວາລະສານອະລຸນໃໝ່ ກໍຄືກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກຄະນະໂຄສະນາອົົບຮົມສູນກາງພັກ ທີ່ຈະມາເຖິງນີ້.
ໂອກາດດຽວກັນນີ້ ສະມາຊິກພັກ-ພະນັກງານວາລະສານອະລຸນໃໝ່ພວກເຮົາ ກໍໄດ້ຮັບຟັງການບັນຍາຍເລົ່າຄືນມູນເຊື້ອຕໍ່ສູ້ອັນພິລະອາດຫານ, ບໍ່ຍອມຈໍານົນ, ບົດຮຽນ, ແບບຢ່າງ, ແບບແຜນວິທີນໍາພາອັນສະຫຼາດສ່ອງໃສຂອງພັກ ແລະ ຜົນງານອັນຍິ່ງໃຫຍ່ແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 70 ປີ, ທັງໄດ້ຢ້ຽມຊົມຮູບພາບຜົນງານການເຄື່ອນໄຫວແຫ່ງການນໍາພາ-ຊີ້ນໍາຂອງພັກ, ເຮັດໃຫ້ພະນັກງານວາລະສານອະລຸນໃໝ່ພວກເຮົາມີຄວາມຮັບຮູ້, ເຂົ້າໃຈ ແລະ ພາກພູມໃຈ, ເອກອ້າງເປັນຢ່າງຍິ່ງໃນວິລະກຳ, ພາລະກິດແຫ່ງການນໍາພາ-ຊີ້ນໍາຂອງພັກ ຕະຫຼອດໄລຍະການຕໍ່ສູ້ປົດປ່ອຍຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.