ສົ່ງເສີມການປູກພືດເປັນສິນຄ້າຢູ່ປະເທດເຮົາ
ສົມເພັດ ອິນເຕັມ
ເພື່ອຜັນຂະຫຍາຍທິດທາງ, ເປົ້າໝາຍ ແລະ ຕົວເລກຄາດໝາຍລວມຂອງຍຸດທະສາດໃຫ້ເປັນອັນສະ ເພາະໃນຂະແໜງການປູກຝັງໃຫ້ມີຄວາມຍືນຍົງ ທັງສອດຄ່ອງ, ແທດເໝາະກັບເງື່ອນໄຂ, ທີ່ຕັ້ງ, ຈຸດພິເສດ, ທ່າແຮງຂອງແຕ່ລະພື້ນທີ່ໃນການຜະລິດ-ທຸລະກິດໃນການປູກຝັງໃຫ້ເປັນລະບົບຕ່ອງໂສ້ ແລະ ທັນສະໄໝ. ປັດຈຸບັນ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມີມາດຕະການຕໍ່ນະໂຍບາຍດັ່ງກ່າວ ເພື່ອສ້າງໃຫ້ເປັນປະເທດຜະລິດກະສິກຳສົດ, ສະອາດ, ປອດໄພ. (ສບ 10/2022. ສກ).
ພັກ-ລັດຖະບານເຮົາ ຍາມໃດກໍມີຄວາມເປັນຫ່ວງເປັນໃຍ ແລະ ຖືສໍາຄັນໃນການກໍານົດແນວທາງແຜນນະໂຍບາຍພັດທະນາເສດຖະກິດໃຫ້ສອດຄ່ອງກັບຂະແໜງການທີ່ມີທ່າແຮງບົ່ມຊ້ອນ ໂດຍສະ ເພາະຂະແໜງກະສິກໍາ ເຊິ່ງແຕ່ໃດໆມາໄດ້ຖືເອົາກະສິກຳເປັນສະໜາມຮົບອັນດັບໜຶ່ງ, ເປັນຂະແໜງ ການພື້ນຖານໃນການພັດທະນາເສດຖະກິດແຫ່ງຊາດ, ກໍານົດທິດຫັນຈາກກະສິກໍາທໍາມະຊາດ ໄປສູ່ການຜະລິດເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ພັດທະນາຊົນນະບົດ ໃຫ້ມີໂສມໜ້າໃໝ່ເປັນຄວາມຮຽກຮ້ອງຕ້ອງການພາວະວິໄສຂອງສະໄໝຂ້າມຜ່ານຂຶ້ນສູ່ສັງຄົມນິຍົມຢູ່ປະ ເທດເຮົາ.
ໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໄດ້ເນັ້ນໜັກວ່າ: “ພັດທະນາກະສິກໍາ ຕິດພັນກັບການປຸງແຕ່ງແຕ່ຫົວທີ, ສ້າງໃຫ້ເປັນພື້ນຖານຂອງການພັດທະນາທີ່ຍືນຍົງ, ຜະລິດສິນຄ້າໃຫ້ຫຼາຍຂຶ້ນທາງດ້ານປະລິມານ ແລະ ດ້ານຄຸນນະພາບ, ຮັບປະກັນມາດຕະຖານຄວາມສະອາດ, ຄວາມປອດໄພ ແລະ ສ້າງມູນຄ່າເພີ່ມໃຫ້ຜົນຜະລິດ. ເສີມຂະຫຍາຍທ່າໄດ້ປຽບຂອງບັນດາທົ່ງພຽງ ແລະ ພູພຽງເຂົ້າໃນການສ້າງຜົນຜະລິດທີ່ໄດ້ລາຄາດີ ແລະ ມີຄວາມສາມາດແຂ່ງຂັນບົນພື້ນຖານການນຳໃຊ້ເຕັກ ນິກ-ເຕັກໂນໂລຊີທີ່ທັນສະໄໝ. ສ້າງຄວາມໝັ້ນຄົງດ້ານສະບຽງອາຫານ, ຊຸກຍູ້ສົ່ງເສີມການຜະລິດແບບຄອບຄົວ, ແບບຟາມ, ແບບຮ່ວມມື, ແບບສະຫະກອນ ແລະ ແບບເປັນນິຄົມກະເສດອຸດສາຫະ ກຳໃນແຕ່ລະເຂດ, ແຕ່ລະບໍລິເວນຢ່າງເໝາະສົມ; ເນັ້ນໜັກການເຮັດກະເສດສຸມ, ຍົກສູງສະມັດຖະ ພາບ ແລະ ຄຸນນະພາບການຜະລິດໃຫ້ສູງຂຶ້ນ. ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງທີ່ດິນກະສິກໍາ, ການປັບປຸງດິນໃຫ້ອຸດົມສົມບູນ, ຈັດສັນ ແລະ ນໍາໃຊ້ທີ່ດິນໃຫ້ຍືນຍົງ. ພັດທະນາແຫຼ່ງນໍ້າ, ຊົນລະກະເສດ ແລະ ພື້ນຖານໂຄງລ່າງສໍາລັບຊຸກຍູ້ສົ່ງເສີມການຜະລິດໃຫ້ມີປະສິດທິພາບ ແລະ ມີຄວາມຍືນຍົງ. ພັດທະນາຊາວກະສິກອນ, ຜູ້ປະກອບການ ແລະ ຖັນແຖວນັກວິຊາການຮັບໃຊ້ການຜະລິດທີ່ ຊໍານິຊໍານານ ແລະ ປະດິດສ້າງ. ພ້ອມກັນນັ້ນ ກໍດໍາເນີນນະໂຍບາຍປົກປ້ອງ ແລະ ສົ່ງເສີມຜະລິດ ຕະພັນກະສິກໍາທີ່ສອດຄ່ອງ ແລະ ສົມເຫດສົມຜົນ”(1); ໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໄດ້ຢໍ້າຕື່ມວ່າ: “ສຸມໃສ່ພັດທະນາຂົງເຂດກະສິກໍາໃຫ້ທັນສະໄໝ ໂດຍນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃໝ່ທີ່ເປັນມິດກັບສິ່ງແວດລ້ອມເຂົ້າໃນການຜະລິດກະສິກຳ ແລະ ໃຫ້ສອດຄ່ອງກັບດິນຟ້າອາກາດ ແນໃສ່ສ້າງແຫຼ່ງວັດຖຸດິບໃຫ້ພຽງພໍ ແລະ ມີ ຄຸນນະພາບສູງຮັບໃຊ້ໃຫ້ການປຸງແຕ່ງ…”(2).
ສະນັ້ນ ການສົ່ງເສີມການຜະລິດກະສິກໍາ ເວົ້າລວມ, ເວົ້າສະເພາະ ແມ່ນການສົ່ງເສີມການປູກພືດເປັນສິນຄ້າ ແມ່ນວຽກງານໜຶ່ງທີ່ມີບົດບາດສໍາຄັນໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກທີ່ໄດ້ກ່າວມາຂ້າງເທິງໃຫ້ບັນລຸໝາກຜົນເປັນຈິງ, ແມ່ນການຂຸດຄົ້ນ ແລະ ເສີມຂະຫຍາຍບັນດາປັດໄຈ, ຄວາມອາດສາມາດບົ່ມຊ້ອນທີ່ໄດ້ປຽບພາຍໃນປະເທດໃຫ້ກາຍເປັນທ່າແຮງ ແລະ ກາຍເປັນຂະ ແໜງການເສດຖະກິດປາຍແຫຼມ, ສ້າງຖານລາຍຮັບທີ່ໝັ້ນຄົງ ແລະ ເຂັ້ມແຂງ.
ໃນໄລຍະຜ່ານມາ ພັກ-ລັດຖະບານໄດ້ວາງນະໂຍບາຍ, ກໍານົດຍຸດທະສາດ, ໂຄງການ, ແຜນງານຈໍານວນໜຶ່ງ ເພື່ອສົ່ງເສີມການປູກພືດເປັນສິນຄ້າ ເປັນຕົ້ນແມ່ນນະໂຍບາຍຫຼຸດຜ່ອນ ຫຼື ຍົກເວັ້ນພາສີ-ອາ ກອນໃນການນຳເຂົ້າເຄື່ອງຈັກ, ພາຫະນະ, ອຸປະກອນ, ຜະລິດຕະພັນເຄິ່ງສຳເລັດຮູບ, ແນວພັນພືດ, ຢາປາບສັດຕູພືດ…; ຂະແໜງກະສິກໍາໄດ້ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງທັງພາກລັດ, ເອກະຊົນ ແລະ ຄູ່ຮ່ວມພັດທະນາ ເພື່ອສົ່ງເສີມ ແລະ ພັດທະນາຕະຫຼາດກະສິກຳອິນຊີ, ຈັດງານວາງ ສະແດງສິນຄ້າກະສິກຳສະອາດ, ຈັດກອງປະຊຸມສຳມະນາພົບປະລະຫວ່າງຜູ້ຜະລິດ, ຜູ້ປະກອບການ ແລະ ຜູ້ບໍລິໂພກ, ພ້ອມທັງໂຄສະນາເຜີຍແຜ່ຜ່ານສື່ຕ່າງໆ ເພື່ອໃຫ້ຂໍ້ມູນຂ່າວສານ ແລະ ອໍານວຍຄວາມສະດວກໃນການເຂົ້າເຖິງຕະຫຼາດກະສິກຳທັງພາຍໃນ ແລະ ຕ່າງປະເທດ ໃຫ້ນັບມື້ຫຼາຍຂຶ້ນ; ຊຸກຍູ້ສົ່ງເສີມໃຫ້ໜ່ວຍງານທີ່ກ່ຽວຂ້ອງຄຸ້ມຄອງ, ກວດກາ ແລະ ພັດທະນາກະສິກຳອິນຊີ, ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອນໍາພາຊາວກະສິກອນ ຫຼື ກຸ່ມການຜະລິດເຮັດຕົວຈິງ; ສົ່ງເສີມການນຳໃຊ້ເຕັກນິກ-ວິທະຍາສາດ ເພື່ອຍົກສະມັດຖະພາບການຜະລິດໃຫ້ສູງຂຶ້ນ; ສົ່ງເສີມການຜະລິດ ແລະ ນໍາໃຊ້ແນວພັນພືດໃໝ່ ເຊັ່ນ: ນໍາໃຊ້ແນວພັນສາລີຈາກເຄືອຂ່າຍຂອງສູນຜະລິດເມັດພັນ. ໃນປີຜ່ານມາໄດ້ກໍານົດເອົາແຂວງວຽງຈັນ, ນະຄອນຫຼວງ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ ເປັນຈຸດສຸມຕົວແບບໃນການຜະລິດເຂົ້າຕາມມາດຕະຖານກະສິກຳທີ່ດີ (GAP) ໄດ້ 32 ກຸ່ມ, ມີ 898 ຄອບຄົວ, ເນື້ອທີ່ 1.108 ເຮັກຕາ; ກໍານົດຈຸດສຸມຕົວແບບໃນການປູກພືດຜັກຕາມມາດຕະຖານກະສິກຳທີ່ດີ (GAP) ໄດ້ 4 ກຸ່ມ, ມີ 65 ຄອບຄົວ, ເນື້ອທີ່ 48 ເຮັກຕາ; ໄດ້ຈັດຝຶກອົບຮົມໃຫ້ແກ່ຊາວກະສິກອນທີ່ເປັນຈຸດສຸມຕົວແບບມາດຕະຖານກະສິກຳອິນຊີ (OA) ໂດຍສະເພາະປູກເຂົ້າອິນຊີໄດ້ 14 ກຸ່ມ, ລວມມີ 688 ຄອບຄົວ, ກວມເອົາ ເນື້ອທີ່ 1.126 ເຮັກຕາ ແລະ ຈຸດສຸມຕົວແບບປູກພືດຜັກອິນຊີ 10 ກຸ່ມ, ມີ 220 ຄອບຄົວ; ໄດ້ຈັດຝຶກອົບຮົມກ່ຽວກັບການສ້າງລະບົບຄວບຄຸມຄຸນນະພາບການຜະລິດໃຫ້ແກ່ຊາວກະສິກອນຕົວແບບຢູ່ແຂວງອຸດົມໄຊ, ຜົ້ງສາລີ, ສະຫວັນນະເຂດ ແລະ ຄໍາມ່ວນ; ສ້າງຄູຝຶກຂັ້ນບ້ານໃນທົ່ວປະເທດໄດ້ທັງໝົດ 1.770 ຄົນ, ກວມເອົາ 59 ບ້ານ ແລະ ຈັດຕັ້ງຢູ່ຂັ້ນເມືອງໄດ້ 12 ເມືອງ, ຂັ້ນແຂວງ 6 ແຂວງ. ນອກຈາກນີ້ ກໍໄດ້ພັດທະນາການຜະລິດແບບຕ່ອງໂສ້ ໂດຍມີການສໍາພັນຮ່ວມມື ແລະ ສໍາພັນເສດຖະກິດໃນຮູບແບບ 4 ຮຸ້ນສ່ວນ, ຈັດຕັ້ງກຸ່ມການຜະລິດ, ສະຫະກອນ ເປັນຕົ້ນແມ່ນກຸ່ມຜະລິດສິນຄ້າຂອງບໍລິສັດຮ່ວມພັດທະນາອິນດູຈີນ, ກຸ່ມຜະລິດຂອງບໍລິສັດວັນນິດາ ແລະ ກຸ່ມສະຫະກອນພັດທະນາກະສິກໍາຢູ່ແຂວງ ຄໍາມ່ວນ. ນັບແຕ່ ປີ 2017-2021 ສາມາດສົ່ງອອກພືດ ແລະ ຜະລິດຕະພັນພືດ (ສາລີ, ອ້ອຍ, ມັນ ຕົ້ນແຫ້ງ, ເຂົ້າສານ, ໝາກເດືອຍ ແລະ ພືດອື່ນໆ) ຜ່ານດ່ານກັກກັນພືດສາກົນມີມູນຄ່າທັງໝົດ 692,30 ກວ່າລ້ານໂດລາສະຫະລັດ.
ການປູກພືດເປັນສິນຄ້າຢູ່ປະເທດເຮົາເມື່ອທຽບໃສ່ກັບຈຸດພິເສດ, ທ່າແຮງບົ່ມຊ້ອນ ຍັງມີບາງດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງ ແລະ ແກ້ໄຂ ເປັນຕົ້ນ: ການຈັດຕັ້ງປະຕິບັດນະໂຍບາຍ, ນິຕິກຳໃນການຄຸ້ມຄອງ ແລະ ສົ່ງເສີມການປູກພືດເປັນສິນຄ້າຍັງເຮັດບໍ່ທັນໄດ້ດີ; ການປະສານສົມທົບລະຫວ່າງພາກລັດ, ຜູ້ປະກອບການ ແລະ ກຸ່ມຕົວແບບຈຳນວນໜຶ່ງຍັງບໍ່ທັນກົມກຽວ, ການສົ່ງເສີມການປູກຍັງບໍ່ທັນມີຈຸດສຸມ ແລະ ບໍ່ທັນມີແຜນການອັນລະອຽດ; ພະນັກງານ-ວິຊາການທີ່ມີປະສົບການຄວາມຮູ້ສະເພາະດ້ານຍັງຈໍາກັດ; ການເຂົ້າເຖິງສິນເຊື່ອຂອງທະນາຄານ ແລະ ສະຖາບັນການເງິນຂອງລັດ ຍັງມີຄວາມຫຍຸ້ງຍາກ; ການສົ່ງເສີມ ແລະ ການພັດທະນາສິນຄ້າຍັງບໍ່ທັນເປັນລະບົບຕ່ອງໂສ້ເຊື່ອມຈອດກັນລະຫວ່າງການປູກ, ການປຸງແຕ່ງ ແລະ ການຕະຫຼາດ, ຂາດກົນໄກປະສານງານຕາມຫຼັກການຮ່ວມມື 4 ປະສານ (ພາກລັດ, ເອກະຊົນ, ສະຖາບັນການເງິນ ແລະ ຊາວກະສິກອນຜູ້ເຮັດການຜະລິດ); ລະ ບົບພື້ນຖານໂຄງລ່າງທາງດ້ານວິທະຍາສາດ-ເຕັກໂນໂລຊີກະສິກໍາສະອາດຍັງອ່ອນແອ ແລະ ບໍ່ທັນພຽງພໍ ເຊັ່ນ: ລະບົບການຢັ້ງຢືນຕາມມາດຕະຖານສາກົນ (ISO/IEC 17065), ຫ້ອງວິໄຈຄຸນນະ ພາບມາດຕະຖານສິນຄ້າ (ISO/IEC17025), ຫ້ອງວິໄຈພະຍາດ ແລະ ແມງໄມ້ ຕາມມາດຕະຖານ ອື່ນໆ.
ເພື່ອສົ່ງເສີມການປູກພືດເປັນສິນຄ້າໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ເປັນມິດກັບສິ່ງແວດລ້ອມ, ຄະນະພັກ-ຄະນະນໍາກະຊວງກະສິກໍາ ແລະ ປ່າໄມ້ ຄວນກໍານົດຍຸດທະສາດພັດທະນາໃຫ້ສອດຄ່ອງ ແລະ ແທດເໝາະກັບເງື່ອນໄຂ, ທີ່ຕັ້ງ, ຈຸດພິເສດ, ທ່າແຮງ, ຂໍ້ໄດ້ປຽບຂອງແຕ່ລະພື້ນທີ່ໃນການດໍາເນີນການຜະລິດ ແລະ ທຸລະກິດດ້ານການປູກຝັງ ຕາມທິດກະສິກໍາສະອາດ, ທັນສະໄໝ ແລະ ປະ ຕິບັດໄປຕາມທິດພັດທະນາແບບຍືນຍົງຂອງລັດຖະບານ, ໃນນັ້ນ ຕ້ອງຮີບຮ້ອນກໍານົດໃຫ້ໄດ້ຜະລິດ ຕະພັນປາຍແຫຼມທີ່ເປັນຍຸດທະສາດ ຕິດພັນກັບການກໍານົດເຂດປູກ ແລະ ປັກຫຼັກໝາຍທີ່ດິນສະ ຫງວນໄວ້ໃນແຕ່ລະທ້ອງຖິ່ນ, ເຂດແຄວ້ນ ແລ້ວສ້າງເປັນໂຄງການພັດທະນາແຕ່ລະປະເພດຜະລິດຕະພັນ, ສົດຕາມທິດສະອາດ, ປອດສານພິດ ເພື່ອສົ່ງອອກ, ສົ່ງເສີມໃຫ້ມີການປຸງແຕ່ງກັບທີ່ ທັງນີ້ກໍເພື່ອເຮັດໃຫ້ຊາວກະສິກອນສາມາດເພິ່ງພາຕົນເອງ ແລະ ເພິ່ງພາກັນເອງໄດ້, ມີຄຸນນະພາບຊີວິດດີຂຶ້ນ, ມີຄວາມໝັ້ນຄົງ ແລະ ຄວາມປອດໄພ, ຮັບປະກັນໃຫ້ພືດທີ່ປູກນັ້ນສາມາດຈໍາໜ່າຍໄດ້, ບໍ່ມີຜົນກະທົບຕໍ່ຜູ້ບໍລິໂພກ, ບໍ່ທໍາລາຍຊັບພະຍາກອນທໍາມະຊາດ (ດິນ, ນໍ້າ ແລະ ສິ່ງແວດລ້ອມ), ພ້ອມດຽວກັນນັ້ນ ຍັງຕອບສະໜອງໄດ້ກັບທ່າອ່ຽງຄວາມຕ້ອງການຜະລິດຕະພັນພືດຂອງຕະຫຼາດ.
– ສົ່ງເສີມການປູກພືດເປັນສິນຄ້າ ບົນພື້ນຖານອີງໃສ່ຄວາມຕ້ອງການຂອງຕະຫຼາດ, ສັນຍາຊື້-ຂາຍຮ່ວມກັນ ແລະ ທ່າແຮງຂອງແຕ່ລະທ້ອງຖິ່ນ ຕິດພັນກັບການໃຫ້ນະໂຍບາຍສິນເຊື່ອ ເພື່ອສະໜອງທຶນເຂົ້າໃນການປູກ, ການປຸງແຕ່ງ, ການຕະຫຼາດ, ນະໂຍບາຍຄໍ້າປະກັນລາຄາ; ສົ່ງເສີມການສ້າງໂຮງງານຝຸ່ນຊີວະພາບ ແລະ ໂຮງງານຢາປາບສັດຕູພືດຊີວະພາບ, ການຜະລິດ ແລະ ການຂະ ຫຍາຍແນວພັນພືດອິນຊີ, ອຸປະກອນເຄື່ອງມືຮັບໃຊ້ໃຫ້ພຽງພໍ; ຄົ້ນຄວ້ານິຕິກໍາກ່ຽວກັບກະສິກຳສະອາດ ເຊັ່ນ: ດຳລັດວ່າດ້ວຍກະສິກຳສະອາດ, ຄຳສັ່ງ ວ່າດ້ວຍການປູກພືດເປັນສິນຄ້າ ເພື່ອການສົ່ງອອກຕາມມາດຕະຖານກະສິກໍາທີ່ດີ (GAP), ຄໍາສັ່ງກ່ຽວກັບການນຳເຂົ້າຜົນຜະລິດພືດ ແລະ ໝາກໄມ້ສົດຕ້ອງໄດ້ຮັບການຢັ້ງຢືນມາດຕະຖານ GAP ຈາກປະເທດຕົ້ນທາງ ແລະ ຂໍ້ຕົກລົງວ່າດ້ວຍການກໍານົດເຂດຈຸດສຸມການຜະລິດກະສິກຳສະອາດໃນແຕ່ລະທ້ອງຖິ່ນ, ພ້ອມທັງຄົ້ນຄວ້າ ແລະ ສ້າງແຜນຍຸດທະສາດພັດທະນາກະສິກຳສະອາດລະດັບຊາດ.
– ສ້າງອົງກອນຢັ້ງຢືນ ຫຼື ໜ່ວຍງານຮັບຮອງກະສິກຳສະອາດໃຫ້ໄດ້ຕາມມາດຕະຖານສາກົນ (ISO/IEC 170.11, ISO/IEC 17065) ເພື່ອຫຼຸດຜ່ອນການເອື່ອຍອີງການນຳໃຊ້ໜ່ວຍງານຢັ້ງຢືນຈາກສາກົນ ທັງເປັນການຫຼຸດຜ່ອນຕົ້ນທຶນການຜະລິດ ແລະ ເພີ່ມຄວາມສາມາດແຂ່ງຂັນຂອງສິນຄ້າລາວໃນຕະຫຼາດພາກພື້ນ ແລະ ສາກົນ; ພັດທະນາລະບົບພື້ນຖານໂຄງລ່າງດ້ານວິທະຍາສາດເຕັກໂນໂລຊີ, ໃນນັ້ນ ເລັ່ງໃສ່ການສ້າງ ແລະ ປັບປຸງຫ້ອງວິໄຈຄຸນນະພາບສິນຄ້າໃຫ້ໄດ້ຕາມມາດຕະຖານສາ ກົນ (ISO/IEC17025), ຫ້ອງວິໄຈພະຍາດ ແລະ ສັດຕູພືດ, ໂຮງງານປຸງແຕ່ງ, ການຫຸ້ມຫໍ່ໃຫ້ ໄດ້ຕາມມາດຕະຖານອື່ນໆທີ່ພາກພື້ນ ແລະ ສາກົນຮັບຮູ້; ພັດທະນາລະບົບການຂົນສົ່ງ (Logistic), ການປຸງແຕ່ງ ແລະ ຕະຫຼາດຈໍາໜ່າຍໃຫ້ມີການເຊື່ອມໂຍງ ແລະ ຕິດຈອດກັນຢ່າງເປັນລະບົບ ເພື່ອຮອງຮັບ ແລະ ອໍານວຍຄວາມສະດວກໃຫ້ແກ່ທຸກຕ່ອງໂສ້ການຜະລິດ ແລະ ການສະໜອງ.
– ພັດທະນາອົງກອນ, ບຸກຄະລາກອນ ແລະ ຊາວກະສິກອນໃຫ້ມີຄວາມເຂັ້ມແຂງ, ໃນນັ້ນ ສຸມໃສ່ສ້າງວິຊາການສະເພາະດ້ານໃຫ້ໄດ້ຕາມມາດຕະຖານທີ່ກໍານົດໄວ້, ມີຄວາມຊໍານານດ້ານການຄຸ້ມຄອງ, ກວດກາການຜະລິດກະສິກຳສະອາດ; ຄົ້ນຄວ້າສ້າງເປັນໂຄງການອັນສະເພາະຮ່ວມກັບບັນດາແຂວງໃນການກຳນົດຈຸດສຸມການຜະລິດເປັນຕົວແບບ ຕິດພັນກັບພື້ນທີ່ເປົ້າໝາຍໃນການຈັດຕັ້ງປະຕິບັດແຜນງານຄໍ້າປະກັນສະບຽງອາຫານ ແລະ ແຜນງານຜະລິດເປັນສິນຄ້າ; ກໍານົດເປົ້າໝາຍສ້າງບຸກຄະລາກອນຢູ່ຂັ້ນແຂວງ, ຂັ້ນເມືອງ ແລະ ຊາວກະສິກອນຕົວແບບໃຫ້ຫຼາຍຂຶ້ນ ເພື່ອນໍາພາຈັດຕັ້ງປະຕິບັດວຽກງານຕົວຈິງ; ຄົ້ນຄວ້າວິໄຈເຕັກໂນໂລຊີກະສິກໍາຢ່າງເປັນລະບົບຄົບຊຸດ ເຊັ່ນ: ຄົ້ນຄວ້າເຕັກນິກຊີ ວະພາບທີ່ເໝາະຕໍ່ການປູກພືດກະສິກຳສະອາດ, ການປັບປຸງບຳລຸງດິນ, ພັດທະນາແນວພັນ ແລະ ຂະ ຫຍາຍເມັດພັນພືດອິນຊີ, ປັບປຸງຄຸນນະພາບ ແລະ ການປຸງແຕ່ງໃຫ້ໄດ້ມາດຕະຖານ ແລະ ເປັນທີ່ຍອມຮັບ, ການຫຼຸດຜ່ອນຕົ້ນທຶນ ແລະ ຜົນເສຍຫາຍຫຼັງການເກັບກ່ຽວ. ໃນການສົ່ງເສີມການປູກພືດເປັນສິນຄ້າ ຕ້ອງໃຫ້ຕິດພັນກັບເຄືອຂ່າຍ ແລະ ກຸ່ມຜູ້ຜະລິດ, ສະມາຄົມຢ່າງເປັນລະບົບເຊື່ອມຈອດກັນນັບແຕ່ຂອດການຜະລິດ, ການເກັບກ່ຽວ, ການປຸງແຕ່ງຈົນຮອດຂອດການຈໍາໜ່າຍ ບົນພື້ນຖານຈັດຕັ້ງປະຕິບັດຕາມຫຼັກການຮ່ວມມື 4 ປະສານ (ພາກລັດ, ເອກະຊົນ, ສະຖາບັນການເງິນ ແລະ ຊາວກະສິກອນ) ຢ່າງແໜ້ນແຟ້ນກົມກຽວ.
– ສົ່ງເສີມດ້ານຂໍ້ມູນ-ຂ່າວສານໃຫ້ແກ່ຊາວກະສິກອນ ແລະ ຜູ້ປະກອບການຢ່າງເປັນລະບົບຕໍ່ເນື່ອງ; ສ້າງ ແລະ ພັດທະນາຄູ່ມືເຕັກນິກການປູກພືດ-ຜັກແບບອິນຊີ (ຜັກກິນໃບ, ຜັກກິນຫົວ, ຜັກກິນໝາກ, ຜັກກິນດອກ…), ຄູ່ມືການນຳໃຊ້ພືດສະໝຸນໄພອິນຊີ, ຄູ່ມືການຜະລິດແນວພັນພືດຜັກອິນຊີ, ຄູ່ມືການເຮັດຝຸ່ນບົ່ມອິນຊີ, ຄູ່ມືການປູກ ແລະ ຂະຫຍາຍພັນໄມ້ກິນໝາກ, ຄູ່ມືຄວບຄຸມຄຸນນະພາບການຜະລິດພາຍໃນ; ສ້າງວິຊາການ ຕິດພັນກັບກິດຈະກໍາຟາມອິນຊີຕົວແບບໃຫ້ໄດ້ຕາມເປົ້າໝາຍ.
– ສ້າງນັກວິທະຍາກອນໃຫ້ມີລະດັບຄວາມຮູ້ເທົ່າທຽມກັບພາກພື້ນ ແລະ ສາກົນ ເພື່ອຈັດຝຶກອົບຮົມ, ສໍາມະນາ, ຮ່ວມງານວາງສະແດງ, ຈັດງານວັນກະສິກໍາສະອາດ; ສຸມໃສ່ຈັດຝຶກອົບຮົມສະເພາະດ້ານໃຫ້ແກ່ພະນັກງານຢຂັ້ນແຂວງ, ຂັ້ນເມືອງ ແລະ ທ້ອງຖິ່ນ ໃຫ້ເປັນລະບົບຄົບຊຸດ ແລະ ມີຄວາມເຂັ້ມ ແຂງ; ປັບປຸງ ແລະ ສ້າງລະບຽບການນຳເຂົ້າ-ສົ່ງອອກສິນຄ້າໃຫ້ສອດຄ່ອງກັບມາດຕະຖານ ແລະ ຂໍ້ກຳນົດຕ່າງໆຂອງອາຊຽນ; ຕິດຕາມກວດກາພື້ນທີ່ການຜະລິດ, ສະຖານທີ່ປຸງແຕ່ງ ເພື່ອອອກໃບຢັ້ງ ຢືນມາດຕະຖານກະສິກຳສະອາດໃຫ້ແກ່ຜູ້ຜະລິດ, ຜູ້ປະກອບການໃນຂອບເຂດທົ່ວປະເທດ.
– ສືບຕໍ່ຈັດຕັ້ງປະຕິບັດຍຸດທະສາດຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ໂດຍຖືເອົາການສົ່ງເສີມການຜະລິດກະສິກໍາເປັນສິນຄ້າ ແລະ ການບໍລິການ ເພື່ອສ້າງລາຍໄດ້ເຂົ້າຄອບຄົວເປັນໃຈກາງ; ສຸມໃສ່ຈັດສັນທີ່ດິນ ແລະ ພັດທະນາພື້ນຖານໂຄງລ່າງຮັບໃຊ້ການຜະລິດ; ຝຶກອົບຮົມຍົກລະດັບວິຊາຊີບ, ນຳໃຊ້ເຕັກນິກ-ວິທະຍາສາດທີ່ກ້າວໜ້າ ເພື່ອຍົກສູງສະມັດຖະພາບຂອງການຜະລິດ ແລະ ຄຸນນະພາບຂອງຜົນຜະລິດໃຫ້ສູງຂຶ້ນ./.