ສົ່ງເສີມການຜະລິດກະສິກຳເປັນສິນຄ້າເພື່ອສົ່ງອອກ
ນ. ວັນທອນ ຈັນທະວົງ
ການສົ່ງເສີມການຜະລິດກະສິກໍາເປັນສິນຄ້າເພື່ອສົ່ງອອກ ແມ່ນນະໂຍບາຍໜຶ່ງທີ່ສຳຄັນຂອງລັດຖະບານໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບການແກ້ໄຂຄວາມດ້ອຍພັດທະນາຂອງປະເທດ, ແມ່ນການຫັນປ່ຽນແບບວິທີການຜະລິດ ແລະ ຄວາມເຄີຍຊິນໃນການທຳມາຫາກິນແບບເກົ່າ ໄປສູ່ແບບໃໝ່ທີ່ເປັນວິຊາຊີບ ທັງແມ່ນບາດກ້າວອັນສຳຄັນ ແລະ ຈຳເປັນຂອງການຫັນເປັນອຸດສາຫະກຳ ແລະ ທັນສະ ໄໝຢູ່ປະເທດເຮົາ. (6.2020) ສກ.
ການສົ່ງເສີມການຜະລິດກະສິກຳເປັນສິນຄ້າ ແມ່ນການກຳນົດນະໂຍບາຍ, ມາດຕະການ ແລະ ວິທີການຕ່າງໆ ແນໃສ່ກະຕຸກຊຸກຍູ້ບຸກຄົນ, ຄອບຄົວ ແລະ ພາກສ່ວນເສດຖະກິດຕ່າງໆໃຫ້ສາມາດດຳເນີນທຸລະກິດໃນການປູກຝັງ-ລ້ຽງສັດ ແລະ ການປະມົງ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ຮັບປະກັນການຜະລິດສິນຄ້າກະສິກຳຖືກຕ້ອງຕາມຫຼັກການດ້ານສຸຂະນາໄມ, ສະອາດ, ປອດໄພຕໍ່ຜູ້ຜະລິດ-ຜູ້ບໍລິໂພກ, ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງ ປະເທດ, ສ້າງລາຍໄດ້ໃຫ້ແກ່ປະຊາຊົນ ແລະ ປະເທດຊາດ.
ໃນແຜນພັດທະນາກະສິກຳ ແລະ ປ່າໄມ້ ໄດ້ກຳນົດວ່າ: “ຜະລິດກະສິກຳ, ລ້ຽງສັດ-ປະມົງ, ປ່າໄມ້ ແລະ ເຄື່ອງປ່າຂອງດົງທີ່ມີທ່າແຮງຕາມທິດພັດທະນາກະສິກຳສະອາດ ປອດໄພ ແລະ ຍືນຍົງ ບົນພື້ນຖານຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ຜະລິດເພື່ອສົ່ງອອກໃນມາດຕະຖານກະສິກຳສະອາດ ຕາມມາດຕະ ຖານກະສິກຳທີ່ດີ ແລະ ກະສິກຳອິນຊີ ແນໃສ່ຕະຫຼາດພາກພື້ນ ແລະ ສາກົນ”(1). ໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໄດ້ເນັ້ນຕື່ມວ່າ “ສຸມພັດທະນາຂົງເຂດກະສິກຳໃຫ້ທັນສະ ໄໝ ໂດຍນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີໃໝ່ທີ່ເປັນມິດກັບສິ່ງແວດລ້ອມເຂົ້າໃນການຜະລິດກະສິ ກຳ ແລະ ໃຫ້ສອດຄ່ອງກັບດິນຟ້າອາກາດ ແນໃສ່ສ້າງແຫຼ່ງວັດຖຸດິບໃຫ້ພຽງພໍ ແລະ ມີຄຸນນະພາບສູງ ຮັບໃຊ້ໃຫ້ການປຸງແຕ່ງ; ພ້ອມນີ້ ກໍເນັ້ນຜະລິດຕະພັນສົດ, ສະອາດ, ປອດສານພິດ ເພື່ອສົ່ງອອກຕ່າງປະ ເທດ, ສົ່ງອອກກັບທີ່ ແລະ ບໍລິໂພກພາຍໃນປະເທດ; ຫັນປ່ຽນໃຫ້ໄດ້ການຜະລິດກະສິກໍາຊະນິດດຽວ ໄປສູ່ການຜະລິດກະສິກຳແບບຫຼາຍຊະນິດ (ປະສົມປະສານ), ກໍ່ສ້າງ ແລະ ຂະຫຍາຍພື້ນຖານໂຄງລ່າງກະສິ ກຳຢູ່ຊົນນະບົດໃຫ້ມີຄວາມເຂັ້ມແຂງ”(2). ສະນັ້ນ ເພື່ອສົ່ງເສີມການຜະລິດສິນຄ້າທີ່ມີທ່າແຮງຂອງທ້ອງຖິ່ນ ຕາມທິດກະສິກຳສະອາດ, ປອດສານພິດທີ່ມີມູນຄ່າສູງ, ຂະຫຍາຍການເຮັດກະເສດສຸມທີ່ທັນສະໄໝ ແລະ ມີສະມັດຖະພາບສູງ, ຮັບປະກັນການສະໜອງສິນຄ້າພາຍໃນ ແລະ ເພື່ອສົ່ງອອກ, ລັດຖະບານ ໄດ້ອອກນະໂຍບາຍການພັດທະນາ ແລະ ຄຸ້ມຄອງທີ່ດິນກະສິກຳສຳລັບການຜະລິດເຂົ້າ, ປູກພືດ-ຜັກ, ລ້ຽງສັດ; ນະ ໂຍບາຍສົ່ງເສີມດ້ານການຜະລິດ ແລະ ປຸງແຕ່ງ ໂດຍສຸມໃສ່ສະໜອງແນວພັນ, ຝຸ່ນ ແລະ ປັດໄຈການຜະລິດຕ່າງໆ, ສ້າງໂຮງສີທັນສະໄໝ ແລະ ໄດ້ມາດຕະຖານສາກົນ, ສ້າງໂຮງງານປຸງແຕ່ງຜະລິດຕະພັນຈາກກະສິກຳ-ປ່າໄມ້; ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການເຮັດກະສິກຳແບບຍືນຍົງ ແລະ ມີປະສິດທິຜົນ ໂດຍສົ່ງເສີມໃຫ້ຊາວກະສິກອນສາມາດເຂົ້າເຖິງຂໍ້ມູນຂ່າວສານ, ຕະຫຼາດ ແລະ ຜູ້ຊົມໃຊ້, ຝຶກອົບຮົມໃຫ້ຄວາມຮູ້ກ່ຽວກັບການນຳໃຊ້ເຕັກໂນໂລຊີທີ່ເໝາະສົມ ເພື່ອຍົກສູງສະມັດຖະພາບຂອງຜົນຜະລິດ ຫຼາຍກວ່າການເພີ່ມເນື້ອທີ່ການຜະລິດ; ນະໂຍບາຍດ້ານການເງິນ ແລະ ທະນາຄານ ເຮັດໃຫ້ຜູ້ຜະລິດ, ຜູ້ປຸງແຕ່ງ, ຜູ້ປະກອບການສາມາດເຂົ້າເຖິງແຫຼ່ງທຶນທີ່ສົມເຫດສົມຜົນ; ສ້າງລະບົບຕ່ອງໂສ້ການຜະລິດທີ່ມີຄວາມກົມກຽວກັນລະຫວ່າງວິສາຫະກິດຂະໜາດໃຫຍ່ ແລະ ຂະໜາດນ້ອຍ-ກາງ; ນະໂຍບາຍດ້ານກະສິ ກຳສະອາດ; ນະໂຍບາຍເປີດຕະຫຼາດ ເຊິ່ງໃນຊຸມປີມໍ່ໆມານີ້ ກໍໄດ້ສຳເລັດການເຈລະຈາເຕັກນິກເປີດຕະ ຫຼາດ ແລະ ເຊັນສັນຍາຮ່ວມກັບບັນດາປະເທດອາຊຽນ, ສປ ຈີນ ແລະ ເອີຣົບ ໃນຫຼາຍລາຍການສິນຄ້າເປັນຕົ້ນແມ່ນເຂົ້າ, ສາລີິແຂງ, ມັນຕົ້ນ, ໝາກກ້ວຍ, ໝາກໂມ, ມັນດ້າງ, ໝາກເຜັດ, ໝາກເດືອຍ… ເອົາ ໃຈໃສ່ຄຸ້ມຄອງ-ການຜູກມັດທາງດ້ານລາຄາ, ການເກັບອາກອນ ແລະ ສົ່ງເສີມການລົງທຶນໃສ່ການຜະລິດກະສິກຳ; ນະໂຍບາຍດ້ານການຂົນສົ່ງ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງພາຍໃນ ແລະ ຕ່າງ ປະເທດ.
ສຳລັບການສົ່ງອອກສິນຄ້າກະສິກຳໄປ ສປ ຈີນ ເຊິ່ງເປັນປະເທດທີ່ມີພົນລະເມືອງຫຼາຍທີ່ສຸດໃນໂລກ ທັງເປັນປະເທດທີ່ຜະລິດ ແລະ ບໍລິໂພກຜົນຜະລິດກະສິກຳຫຼາຍທີ່ສຸດນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮ່ວມມືກັບບໍລິສັດ ເພື່ອສ້າງຕັ້ງສູນຢັ້ງຢືນ ແລະ ກວດກາຄຸນນະພາບສິນຄ້າ ເຊັ່ນ: ສູນມາດຕະຖານຢາງ ພາລາຢູ່ນະຄອນຫຼວງວຽງຈັນ; ສູນມາດຕະຖານການຜະລິດ-ກັກກັນພືດ ແລະ ຜະລິດຕະພັນພືດ, ສັດ ແລະ ຜະລິດຕະພັນສັດ ຢູ່ນະຄອນຫຼວງວຽງຈັນ; ສູນມາດຕະຖານ ແລະ ກັກກັນງົວ 3 ແຫ່ງ ຢູ່ແຂວງຫຼວງນໍ້າທາ; ສ້າງໂຮງງານຜະລິດຝຸ່ນຊີວະພາບ ຢູ່ແຂວງສະຫວັນນະເຂດ; ສ້າງສູນຄົ້ນຄວ້າແນວພັນເຂົ້າ ແລະ ແນວພັນພືດ; ໂຄງການສ້າງເຂດພັດທະນາອຸດສາຫະກຳ-ກະສິກຳທັນສະໄໝ ເຊື່ອມຕໍ່ກັບໂຄງການທາງລົດໄຟລາວ-ຈີນ ເພື່ອຮອງຮັບການສົ່ງອອກສິນຄ້າກະສິກຳໄປ ສປ ຈີນ ໃນຕໍ່ໜ້າ. ເພື່ອສ້າງເງື່ອນໄຂ ແລະ ກະກຽມຄວາມພ້ອມດ້ານຕ່າງໆໃນການຜະລິດງົວ ເພື່ອສົ່ງອອກໄປ ສປ ຈີນຕາມແຜນໂກຕາ ຈຳ ນວນ 500.000 ໂຕ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກນິຕິກຳ ເພື່ອຄຸ້ມຄອງມາດຕະຖານການຜະ ລິດງົວໃຫ້ສອດຄ່ອງກັບລະບຽບການຂອງ ສປ ຈີນ; ສົມທົບກັບອົງການປົກຄອງທ້ອງຖິ່ນ ເພື່ອກໍານົດເອົາແຂວງຫຼວງນໍ້າທາ ສ້າງເປັນເຂດທອມສັດ, ພ້ອມທັງພັດທະນາພື້ນຖານວັດຖຸເຕັກນິກໃນການກວດກາ ກັກກັນສັດ, ວິໄຈພະຍາດ, ກວດສຸຂະພາບສັດ ແລະ ອອກໃບຢັ້ງຢືນດ້ານສຸຂະນາໄມໃຫ້ສອດຄ່ອງກັບມາດ ຕະຖານຂອງ ສປ ຈີນ. ພ້ອມກັນນີ້ ກໍໄດ້ອະນຸມັດໃຫ້ 3 ບໍລິສັດຂອງພາກເອກະຊົນລາວ ແລະ ຈີນ ລົງທຶນໃສ່ການກໍ່ສ້າງພື້ນຖານໂຄງລ່າງສູນກັກກັນສັດສົ່ງໄປ ສປ ຈີນ, ໃນນັ້ນ ສ້າງສໍາເລັດແລ້ວ 2 ບໍລິສັດ ແລະ ຢູ່ໃນຂັ້ນຕອນການກວດກາຮັບຮອງມາດຕະຖານຈາກເຈົ້າໜ້າທີ່ຂອງອົງການພາສີຂອງ ສປ ຈີນ.
ໃນປີ 2018 ໄດ້ສົ່ງອອກສິນຄ້າກະສິກຳທີ່ເປັນທາງການ ໂດຍຜ່ານດ່ານສາກົນໄດ້ທັງໝົດ 689,76 ລ້ານໂດລາສະຫະລັດ, ໃນນັ້ນ ພົ້ນເດັ່ນແມ່ນປະເພດເຂົ້າ 17,41 ລ້ານໂດລາສະຫະລັດ, ກາເຟ 69,90 ລ້ານໂດລາສະຫະລັດ, ໝາກກ້ວຍ 209,48 ລ້ານໂດລາສະຫະລັດ, ຢາງພາລາ 152,18 ລ້ານໂດລາສະຫະ ລັດ, ມັນຕົ້ນ 25,67 ລ້ານໂດລາສະຫະລັດ, ສາລີ 62,52 ລ້ານໂດລາສະຫະລັດ, ອ້ອຍ 27,91 ລ້ານໂດລາສະຫະລັດ, ປະເພດໝາກໄມ້ 16,73 ລ້ານໂດລາສະຫະລັດ… ສຳລັບການສົ່ງອອກປະເພດເຂົ້າໄປ ສປ ຈີນ ແມ່ນປະຕິບັດໄດ້ຕາມແຜນໂກຕາ 20.000 ໂຕນ. ສະເພາະໃນໄລຍະ 6 ເດືອນຕົ້ນປີ 2019 ສາມາດສົ່ງອອກສິນຄ້າກະສິກໍາທີ່ເປັນທາງການ ໂດຍຜ່ານດ່ານສາກົນໄດ້ທັງໝົດ 217,11 ລ້ານໂດລາສະຫະລັດ,ໃນນັ້ນ ປະເພດເຂົ້າ 3,34 ລ້ານໂດລາສະຫະລັດ, ກາເຟ 13,83 ລ້ານໂດລາສະຫະລັດ, ໝາກກ້ວຍ 74,43 ລ້ານໂດລາສະຫະລັດ, ຢາງພາລາ 33,15 ລ້ານໂດລາສະຫະລັດ, ມັນຕົ້ນ 15,52 ລ້ານໂດລາສະຫະລັດ, ສາລີແຂງ 4,36 ລ້ານໂດລາສະຫະລັດ, ອ້ອຍ 13,09 ລ້ານໂດລາສະຫະລັດ, ປະເພດໝາກໄມ້ 22,35 ລ້ານໂດລາສະຫະລັດ ແລະ ອື່ນໆ.
ເຖິງຢ່າງໃດກໍຕາມ ການສົ່ງເສີມການຜະລິດສິນຄ້າກະສິກຳ ເພື່ອສົ່ງອອກກໍຍັງມີບາງບັນຫາທີ່ຈະຕ້ອງໄດ້ ເອົາໃຈໃສ່ແກ້ໄຂ ເປັນຕົ້ນແມ່ນດ້ານນິຕິກຳຄຸ້ມຄອງ ແລະ ນະໂຍບາຍໃນການສົ່ງເສີມການປູກພືດເປັນສິນ ຄ້າຍັງຈຳກັດ; ການຜະລິດບໍ່ທັນມີຈຸດສຸມ, ຂາດຄວາມຕໍ່ເນື່ອງ ແລະ ມີຕົ້ນທຶນສູງ; ການປະສານສົມທົບລະຫວ່າງຂະແໜງການທີ່ກ່ຽວຂ້ອງໃນລະດັບສູນກາງ ແລະ ທ້ອງຖິ່ນ, ບັນດາຜູ້ປະກອບການ ແລະ ກຸ່ມຕົວແບບຈຳນວນໜຶ່ງຍັງບໍ່ທັນກົມກຽວກັນດີ; ການສົ່ງເສີມ ແລະ ພັດທະນາກະສິກຳ ຍັງບໍ່ທັນເປັນລະບົບຕ່ອງໂສ້ເຊື່ອມຈອດກັນລະຫວ່າງການຜະລິດ, ການປຸງແຕ່ງ ແລະ ການຕະຫຼາດ, ຂາດກົນໄກປະສານງານຕາມຫຼັກການຮ່ວມມື 4 ປະສານ (ພາກລັດ, ຜູ້ປະກອບການ, ຊາວກະສິກອນ ແລະ ທະນາຄານ) ຈຶ່ງເຮັດໃຫ້ຂະບວນການຜະລິດຍັງບໍ່ທັນຮັບປະກັນທັງທາງດ້ານປະລິມານ ແລະ ຄຸນນະພາບ; ຊາວກະສິກອນສ່ວນຫຼາຍກໍຍັງບໍ່ທັນເຂົ້າໃຈຜົນກະທົບຂອງຕະຫຼາດທີ່ມີຕໍ່ການຜະລິດຂອງຕົນ, ບໍ່ທັນເຂົ້າໃຈເຕັກນິກການປ້ອງກັນ ແລະ ກັກກັນພືດ, ຂາດຄວາມຮູ້-ທັກສະກະສິກຳສະໄໝໃໝ່, ຂາດການຈັດຕັ້ງທີ່ດີ, ແບບຢ່າງການຜະ ລິດສິນຄ້າທີ່ດີບໍ່ທັນມີຫຼາຍ; ລະບົບພື້ນຖານໂຄງລ່າງທາງດ້ານວິທະຍາສາດເຕັກໂນໂລຊີກະສິກຳສະອາດຍັງອ່ອນແອ ແລະ ບໍ່ທັນພຽງພໍ ເຊັ່ນ: ລະບົບການຢັ້ງຢືນຕາມມາດຕະຖານສາກົນ (ISO/IEC 17065), ລະບົບຫ້ອງວິໄຈຄຸນນະພາບມາດຕະຖານສິນຄ້າກະສິກໍາຕາມມາດຕະຖານສາກົນ (ISO/IEC17025), ໂຮງງານປຸງແຕ່ງ ແລະ ຫຸ້ມຫໍ່, ຫ້ອງວິໄຈພະຍາດ ແລະ ແມງໄມ້ສັດຕູພືດຕາມມາດຕະຖານອື່ນໆ.
ເພື່ອຊຸກຍູ້ສົ່ງສົ່ງເສີມການຜະລິດກະສິກຳເປັນສິນຄ້າເພື່ອສົ່ງອອກນັ້ນ ໃນຊຸມປີຕໍ່ໜ້າຄວນໄດ້ເອົາໃຈໃສ່ ບາງບັນຫາດັ່ງນີ້:
– ການດຳເນີນການຜະລິດກະສິກຳເປັນສິນຄ້າເພື່ອສົ່ງອອກຕ້ອງໄດ້ເອົາໃຈໃສ່ກຳນົດ ແລະ ຈັດສັນເຂດການຜະລິດເປັນສິນຄ້າ ໂດຍອີງໃສ່ຄວາມສາມາດ, ທ່າແຮງຕົວຈິງ ແລະ ຂໍ້ໄດ້ປຽບຂອງແຕ່ລະພື້ນທີ່ ໂດຍສະເພາະແມ່ນປັດໄຈດ້ານກາຍະພາບ (ທີ່ຕັ້ງ, ທີ່ດິນ, ແຫຼ່ງນໍ້າ…), ເສດຖະກິດ-ສັງຄົມ ແລະ ລັກສະນະຈຸດພິເສດການຜະລິດຕາມເຂດແຄວ້ນ ທັງນີ້ກໍເພື່ອໃຫ້ສອດຄ່ອງກັບສະພາບການຜະລິດ, ການແປຮູບ ແລະ ການຕະຫຼາດທີ່ສາມາດແຂ່ງຂັນ, ເຊື່ອມໂຍງກັບຕະຫຼາດພາກພື້ນ ແລະ ສາກົນ ຕາມນະໂຍບາຍຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເປັນຕົ້ນຢູ່ບັນດາທົ່ງພຽງຂະໜາດນ້ອຍ ແລະ ທົ່ງພຽງຂະໜາດກາງ ຂອງບັນດາແຂວງພາກເໜືອ ສຸມໃສ່ຜະລິດເຂົ້າເປັນສິນຄ້າ ເພື່ອສະໜອງໃຫ້ ສປ ຈີນ (ໃນສົກປີ 2019-2020 ສປ ຈີນ ໄດ້ໃຫ້ໂກຕາແກ່ ສປປ ລາວ ສົ່ງອອກເຂົ້າ 50.000 ໂຕນ ແລະ ຄາດຄະເນຮອດປີ 2025 ຈະເພີ່ມຂຶ້ນເຖິງ 300.000ໂຕນ) ແລະ ປະເທດໃກ້ຄຽງ ໂດຍນໍາໃຊ້ແນວພັນເຂົ້າທີ່ຕະຫຼາດຕ້ອງ ການ.
– ປັບປຸງວຽກງານປ້ອງກັນ-ກັກກັນພືດໃຫ້ມີຄວາມເຂັ້ມແຂງ ດ້ວຍການສ້າງ ແລະ ໂຄສະນາເຜີຍແຜ່ບັນດານິຕິກຳ, ລະບຽບການ ແລະ ຄູ່ມືວິຊາການ, ລວມທັງມາດຕະຖານສາກົນດ້ານສຸຂະນາໄມພືດ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ ເພື່ອເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ເຈລະຈາເປີດຕະຫຼາດສິນຄ້າກະສິກຳຂອງ ສປປ ລາວ ກັບບັນດາປະເທດອາຊຽນ, ອາຊຽນ+3 ແລະ ສືບຕໍ່ຄົ້ນຄວ້າເຈລະຈາເຮັດສັນຍາສອງຝ່າຍກັບ ສປ ຈີນ ດ້ານສຸຂະນາໄມພືດກ່ຽວກັບພືດທີ່ມີທ່າແຮງສົ່ງອອກຂອງ ສປປ ລາວ; ສ້າງ ແລະ ປັບ ປຸງດ່ານປ້ອງກັນພືດສາກົນ (ຫ້ອງການກັກກັນພືດປະຈຳດ່ານ, ຫ້ອງວິໄຈສັດຕູພືດປະຈຳດ່ານ, ສະຖານີກັກກັນພືດປະຈຳດ່ານ) ໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໂດຍເລັ່ງໃສ່ຈຳນວນ 20 ດ່ານໃນທົ່ວປະເທດ; ສ້າງ ແລະ ປັບປຸງຫ້ອງວິໄຈສັດຕູພືດຂັ້ນສູນກາງໃຫ້ໄດ້ມາດຕະຖານສາກົນ ISO/IEC 17025 ຢູ່ສູນປ້ອງກັນພືດ, ກົມປູກຝັງ; ສ້າງບັນຊີສັດຕູພືດສຳລັບພືດທີ່ເປັນສິນຄ້າ ເພື່ອເປັນຂໍ້ມູນໃນການສຶກສາຄວາມສ່ຽງ ເພື່ອການເປີດຕະຫຼາດສູ່ສາກົນ; ພັດທະນາບຸກຄະລາກອນ, ສ້າງວິຊາການສະເພາະດ້ານປ້ອງກັນພືດໃຫ້ໄດ້ 3-5 ຄົນ ຕໍ່ດ່ານ; ສ້າງຕາໜ່າງປ້ອງກັນພືດໃນທົ່ວປະເທດ, ສ້າງວິຊາການປ້ອງກັນພືດ (ໝໍພືດ) ປະຈໍາບ້ານໃຫ້ໄດ້ 1-2 ຄົນ ຕໍ່ກຸ່ມບ້ານ.
– ສຶກສາ, ສັງລວມ ແລະ ອະນຸລັກແນວພັນພືດພື້ນເມືອງໃຫ້ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ, ພ້ອມທັງພັດທະນາແນວພັນພືດພື້ນເມືອງ ເຊັ່ນ: ເຂົ້າກໍ່າ, ເຂົ້າໄກ່ນ້ອຍ, ພືດຜັກ, ໄມ້ໃຫ້ໝາກ, ແນວພັນມອນ ແລະ ມ້ອນ… ທີ່ເປັນທ່າແຮງໃນການຜະລິດເປັນສິນຄ້າພິເສດສຳລັບຕະຫຼາດພິເສດ ແລະ ຕະຫຼາດສະເພາະ; ຄົ້ນຄວ້າເຕັກໂນໂລຊີສຳລັບການປັບປຸງລະບົບການປູກພືດເສດຖະກິດທີ່ມີທ່າແຮງສະເພາະຂອງ ແຕ່ລະທ້ອງຖິ່ນ ເຊັ່ນ: ການປູກເຂົ້າກໍ່າ, ເຂົ້າໄກ່ນ້ອຍ, ພືດຜັກ, ໄມ້ໃຫ້ໝາກ ແລະ ການປູກມອນ-ລ້ຽງມ້ອນ; ຄົ້ນຄວ້າ, ຜະລິດ ແລະ ຂະຫຍາຍແນວພັນພືດທີ່ມີທ່າແຮງໄດ້ປຽບ ແລະ ພືດເສດຖະກິດບຸລິມະສິດທີ່ໃຫ້ຜົນຜະລິດສູງ ໂດຍສະເພາະແມ່ນການປູກເຂົ້າທີ່ມີຄຸນນະພາບ, ສາລີ, ມັນຕົ້ນ, ອ້ອຍ, ກາເຟ, ຢາງ ພາລາ, ພືດຜັກ, ໄມ້ໃຫ້ໝາກ…. ເພື່ອສົ່ງເສີມການຜະລິດເປັນສິນຄ້າ ຕອບສະໜອງຕະຫຼາດພາຍໃນ ແລະ ສົ່ງອອກ; ປັບປຸງລະບົບການຜະລິດ ແລະ ສະໜອງແນວພັນພືດເປັນສິນຄ້າທີ່ມີຄຸນນະພາບໃຫ້ແກ່ການຜະ ລິດໃນຂອບເຂດທົ່ວປະເທດ ໂດຍສ້າງເຄືອຂ່າຍການຜະລິດ, ສ້າງເງື່ອນໄຂການຜະລິດກຸ້ມຕົນເອງທາງດ້ານແນວພັນ ເພື່ອຫຼຸດຜ່ອນການນໍາເຂົ້າແນວພັນຈາກຕ່າງປະເທດເທື່ອລະກ້າວ; ຄົ້ນຄວ້າເຕັກໂນໂລຊີສຳ ລັບການປູກພືດເປັນສິນຄ້າ ເຊິ່ງລວມທັງເຕັກນິກການປູກ ເພື່ອຍົກຜະລິດຕະພາບ, ການປະຕິບັດຫຼັກການຫຼັງການເກັບກ່ຽວ ແລະ ການປຸງແຕ່ງທີ່ໄດ້ມາດຕະຖານສາກົນໄປຄຽງຄູ່ກັນ ເຊັ່ນ: ມາດຕະຖານກະສິກຳທີ່ດີ, ມາດຕະຖານດ້ານສຸຂະນາໄມພືດ… ກ້າວໄປສູ່ການຜະລິດແບບເປັນຟາມຂະໜາດໃຫຍ່ ເພື່ອຮັບຮອງການເຊື່ອມໂຍງສາກົນ ແລະ ປະຕິບັດພັນທະທີ່ ສປປ ລາວ ເປັນປະເທດພາຄີ; ຄົ້ນຄວ້ານະໂຍບາຍໃນການເຂົ້າເຖິງແນວພັນ ແລະ ການນຳໃຊ້ເຕັກນິກການຜະລິດ ເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ, ລວມທັງການນໍາໃຊ້ກົນຈັກກະສິກໍາ ເພື່ອຫຼຸດຜ່ອນການນໍາໃຊ້ແຮງງານຄົນ ທັງເປັນການປົດປ່ອຍແຮງງານຈາກຂະ ແໜງກະສິກຳ ໄປສູ່ຂະແໜງອຸດສາຫະກຳ ແລະ ການບໍລິການ; ກໍານົດນະໂຍບາຍການຜະລິດ ແລະ ການຕະຫຼາດ, ຂໍ້ມູນຂ່າວສານດ້ານການຕະຫຼາດສິນຄ້າກະສິກຳ ເພື່ອເຊື່ອມໂຍງກັບສາກົນ ແລະ ໃຫ້ສອດຄ່ອງກັບພັນທະທີ່ ສປປ ລາວ ເຂົ້າເປັນປະເທດພາຄີ.
– ເພີ່ມທະວີການປະສານງານລະຫວ່າງຂະແໜງກະສິກຳ ແລະ ປ່າໄມ້ ກັບຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນຂະແໜງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ, ສະມາຄົມໂຮງສີເຂົ້າ, ສະມາຄົມຜູ້ຜະລິດ-ຜູ້ປຸງແຕ່ງ ແລະ ຜູ້ເຮັດບໍລິການດ້ານກະສິກຳອື່ນໆ ແນໃສ່ເພື່ອປັບປຸງ ແລະ ພັດ ທະນາລະບົບຕ່ອງໂສ້ການຜະລິດ ຕິດພັນກັບການປຸງແຕ່ງ ແລະ ການຕະຫຼາດໃຫ້ເປັນລະບົບຄົບຊຸດ ແລະ ມີຄວາມເຂັ້ມແຂງ, ໃນນັ້ນ ຂະແໜງກະສິກຳ ແລະ ປ່າໄມ້ ມີບົດບາດຊຸກຍູ້ຂະບວນການຜະລິດສິນຄ້າກະ ສິກຳຂອງບັນດາກຸ່ມ, ສະມາຄົມ ຫຼື ສະຫະກອນ ເພື່ອປັບປຸງ ແລະ ຂະຫຍາຍກຳລັງການຜະລິດໃຫ້ກວ້າງ ຂວາງ, ມີກຳລັງແຮງ, ມີຄວາມເປັນເຈົ້າ ແລະ ດຳເນີນການຜະລິດ ຕາມມາດຕະຖານຄວາມຕ້ອງການຂອງຜູ້ບໍລິໂພກ ຫຼື ຄວາມຕ້ອງການຂອງຕະຫຼາດ, ພ້ອມກັນນັ້ນ ກໍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເພື່ອເຂົ້າຮ່ວມໃນງານວາງສະແດງ, ຕະຫຼາດນັດສິນຄ້າກະສິກຳຢູ່ພາຍໃນ ແລະຕ່າງປະເທດ ເພື່ອໂຄສະນາສິນຄ້າກະສິກຳຂອງລາວ ແລະ ຂະຫຍາຍຕະຫຼາດໃຫ້ກວ້າງຂວາງ; ສ່ວນຂະ ແໜງອຸດສາຫະກຳ ແລະການຄ້າ ກໍຄືຜູ້ປະກອບການດ້ານກະສິກຳມີບົດບາດໃນການປັບປຸງ ແລະ ຍົກລະ ດັບຄວາມອາດສາມາດໃນການປຸງແຕ່ງ ເພື່ອສ້າງມູນຄ່າເພີ່ມ ເຊັ່ນ: ປັບປຸງບັນດາໂຮງສີເຂົ້າໃຫ້ທັນສະໄໝ, ປັບປຸງໂຮງງານປຸງແຕ່ງຜົນຜະລິດກະສິກຳ ເຊັ່ນ: ສາລີແຂງ, ອ້ອຍ, ມັນຕົ້ນ, ກາເຟ, ຊາ, ຢາງພາລາ, ພືດ-ຜັກ, ໝາກໄມ້… ໃຫ້ຮັບປະກັນຄຸນນະພາບ, ຄວາມສະອາດ ແລະ ປອດໄພໃນຂອດປຸງແຕ່ງຕາມມາດຕະຖານການປຸງແຕ່ງທີ່ດີ (GMP), ສ້າງໃຫ້ໄດ້ເຄື່ອງໝາຍການຄ້າຜະລິດຕະພັນກະສິກໍາທີ່ເປັນເອກະ ລັກສະເພາະຂອງ ສປປ ລາວ, ຂະຫຍາຍ ແລະ ປັບປຸງອຸດສາຫະກຳປຸງແຕ່ງຜົນຜະລິດກະສິກຳ-ປ່າໄມ້ ເພື່ອແນໃສ່ເຮັດໃຫ້ໂຄງປະກອບເສດຖະກິດທີ່ມີກະສິກໍາ ຕິດພັນກັບອຸດສາຫະກຳ ແລະ ການບໍລິການ ເກີດຂຶ້ນຢ່າງເດັ່ນຊັດ.
– ເພື່ອປະຕິບັດແຜນໂກຕາການສົ່ງອອກງົວ ຈຳນວນ 500.000 ໂຕ ໄປ ສປ ຈີນ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກຳນົດແຜນ ໂດຍແບ່ງເປັນ 3 ໄລຍະ ຄື: 1. ແຜນໄລຍະສະເພາະໜ້າ ແມ່ນເລັ່ງໃສ່ປັບປຸງ, ສ້າງກຸ່ມ ແລະ ສະມາຄົມຜູ້ລ້ຽງງົວ ເພື່ອສົ່ງອອກ; ພັດທະນາທົ່ງຫຍ້າລ້ຽງສັດຢູ່ບັນດາແຂວງພາກເໜືອ ດ້ວຍການດຶງດູດໃຫ້ນັກລົງທຶນຂອງຈີນ, ຂອງລາວ ລົງທຶນເຂົ້າໃນການລ້ຽງງົວ ຕິດພັນກັບການສ້າງໂອ ກາດໃຫ້ຊາວກະສິກອນຂອງລາວມີສ່ວນຮ່ວມໃນການປູກຫຍ້າ, ລ້ຽງ ແລະ ທອມງົວ ເຊິ່ງໃນໄລຍະເບື້ອງຕົ້ນນີ້ ພັດທະນາເອົາຝູງງົວລາວ ສົມທົບກັບການນຳເຂົ້າງົວຈາກຕ່າງປະເທດມາລ້ຽງທອມຢູ່ ສປປ ລາວ. 2. ແຜນໄລຍະກາງ 5 ປີຕໍ່ໜ້າ ແມ່ນສຸມໃສ່ຍົກລະດັບການພັດທະນາພັນງົວພື້ນເມືອງໃໝ່ຂອງ ສປປ ລາວ ໃຫ້ມີຮ່າງໃຫຍ່ຂຶ້ນ ເພື່ອຜະລິດລູກງົວຄົບວົງຈອນ ແລະ ທອມງົວຂາຍເອງ ໂດຍເລີ່ມຈາກແຂວງຫຼວງນໍ້າທາ ຈາກນັ້ນຈຶ່ງຂະຫຍາຍມາສູ່ແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ ແລະ ຊຽງຂວາງ ດ້ວຍການຂະຫຍາຍຮູບແບບຂອງແຂວງຫຼວງນໍ້າທາໃຫ້ມີລັກສະນະເປີດກວ້າງ ແລະ ເປີດຕະຫຼາດຊີ້ນງົວແຊ່ເຢັນ, ແຊ່ແຂງ ແລະ ເຮັດແຫ້ງ; ກຳນົດຄາດໝາຍສົ່ງອອກງົວທອມທີ່ລ້ຽງຢູ່ ສປປ ລາວ ໃຫ້ບັນລຸເຖິງ 250.000 ໂຕຕໍ່ປີ, ຜະລິດແມ່ງົວທີ່ມີນໍ້າໜັກສະເລ່ຍ 350 ກິໂລກຣາມ ໃຫ້ໄດ້ 100.000 ໂຕ ແລະ ປະຕິຮູບການຜະລິດງົວຂອງ ສປປ ລາວ ໃຫ້ເປັນຟາມມາດຕະຖານ ເພື່ອສົ່ງອອກ. 3. ແຜນໄລຍະຍາວ ແມ່ນສືບຕໍ່ພັດທະນາໂຄງການສົ່ງເສີມການລ້ຽງສັດໃຫຍ່ຂອງ ສປປ ລາວ ແນໃສ່ສ້າງຄວາມເຂັ້ມ ແຂງໃຫ້ກຸ່ມອາຊີບ, ສະຫະກອນ ແລະ ສະມາຄົມຜູ້ຜະລິດງົວລາວ ທັງສາມາດເຊື່ອມໂຍງກັບຕະຫຼາດ ແລະ ອົງກອນລ້ຽງງົວຂອງ ສປ ຈີນ ໄດ້ໂດຍກົງ ໂດຍໄດ້ກຳນົດເປົ້າໝາຍ ຄື: ສ້າງໂຄງສ້າງຝູງງົວທີ່ປັບ ປຸງພັນແລ້ວ ທີ່ມີເປົ້າໝາຍສະເພາະສົ່ງອອກ ສປ ຈີນ ໃນລະດັບໂຄງປະກອບຂອງຝູງ 260.000 ໂຕ (ງົວ ແມ່ ຈຳນວນ 100.000 ໂຕ + ງົວອາຍຸ 2 ປີ ຈຳນວນ 80.000 ໂຕ + ງົວອາຍຸ 1 ປີ ຈຳນວນ 80.000 ໂຕ), ສູ້ຊົນສ້າງ ແລະ ຮັກສາລະດັບການທອມສັດໃນທົ່ວປະເທດ ເພື່ອສົ່ງອອກປະເພດງົວ ໂດຍຜະລິດຢູ່ພາຍໃນ ແລະ ນຳເຂົ້າມາທອມຈາກຕ່າງປະເທດ ລວມທັງໝົດ 350.000 ໂຕ.
ການສົ່ງເສີມການຜະລິດກະສິກໍາເປັນສິນຄ້າເພື່ອສົ່ງອອກ ແມ່ນນະໂຍບາຍໜຶ່ງທີ່ສຳຄັນຂອງລັດຖະບານໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບການແກ້ໄຂຄວາມດ້ອຍພັດທະນາຂອງປະເທດ, ແມ່ນການຫັນປ່ຽນແບບວິທີການຜະລິດ ແລະ ຄວາມເຄີຍຊິນໃນການທຳມາຫາກິນແບບເກົ່າ ໄປສູ່ແບບໃໝ່ທີ່ເປັນວິຊາຊີບ ທັງແມ່ນບາດກ້າວອັນສຳຄັນ ແລະ ຈຳເປັນຂອງການຫັນເປັນອຸດສາຫະກຳ ແລະ ທັນສະ ໄໝຢູ່ປະເທດເຮົາ. ດັ່ງນັ້ນ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງທຸກພາກສ່ວນຄວນເປັນເຈົ້າການສຸມໃສ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ, ເພີ່ມທະວີການປະຕິບັດມາດຕະຖານດ້ານສຸຂະນາໄມພືດ ແລະ ມາດຕະຖານການລ້ຽງສັດທີ່ດີຢ່າງເຂັ້ມງວດ, ເຈລະຈາເປີດຕະຫຼາດສິນຄ້າກະສິກຳຂອງລາວໃຫ້ກວ້າງຂວາງ, ພັດທະນາລະບົບຕ່ອງໂສ້ການຜະລິດ ຕິດພັນກັບການປຸງແຕ່ງ ແລະ ການຕະຫຼາດໃຫ້ເປັນລະບົບຄົບຊຸດ; ສ່ວນຊາວກະສິກອນເອງ ກໍຄວນເອົາໃຈໃສ່ຮຽນຮູ້ກ່ຽວກັບການວາງແຜນ ແລະກຳ ນົດເປົ້າໝາຍການຜະລິດ, ການນຳໃຊ້ວິທະຍາສາດ-ວິທະຍາການທີ່ກ້າວໜ້າເຂົ້າໃນການຜະລິດ, ການເຮັດກະເສດສຸມ ເພີ່ມສະມັດຖະພາບ, ເຮັດກະສິກຳສະອາດ-ປອດສານພິດ ເພື່ອສ້າງມູນຄ່າເພີ່ມໃຫ້ຜົນຜະລິດ, ຮຽນຮູ້ກ່ຽວກັບການຊື້-ຂາຍ ຫຼື ຕະຫຼາດ… ແນໃສ່ຮັບປະກັນມີສິນຄ້າສົ່ງອອກພຽງພໍ, ມີຄຸນນະພາບ, ສະ ອາດ ແລະ ປອດໄພ./.