ສ້າງ​ຄວາມ​ກົມ​ກຽວ​ລະ​ຫວ່າງ​ການ​ພັດ​ທະ​ນາກັບ​ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ

ສ້າງ​ຄວາມ​ກົມ​ກຽວ​ລະ​ຫວ່າງ​ການ​ພັດ​ທະ​ນາກັບ​ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ

ສົມຊາຍ ລັດທະວັນ

ສິ່ງແວດລ້ອມແມ່ນປັດໄຈພື້ນານທີ່ສຳຄັນ ແລະ ຈຳເປັນ ເຊິ່ງມີສາຍກ່ຽວພັນ ແລະ ສົ່ງຜົນສະທ້ອນເຊິ່ງກັນແລະກັນ ທັງດ້ານບວກ ແລະ ດ້ານລົບ ຕໍ່ການດຳລົງຊີວິດ, ການຄົງຕົວ ແລະ ຂະຫຍາຍຕົວຂອງມວນມະນຸດ ແລະ ທຳມະຊາດ. ໃນຂະບວນວິວັດຂອງການພັດທະນາ ສິ່ງທີ່ຫຼີກລ່ຽງບໍ່ໄດ້ກໍຄືຜົນກະທົບຕໍ່ກັບສິ່ງແວດລ້ອມ. ສະນັ້ນ ການສ້າງຄວາມກົມກຽວລະຫວ່າງການພັດທະນາກັບານຮັກສາສິ່ງແວດລ້ອມ ເນື້ອແທ້ແມ່ນການພັດທະນາແບບຍືນຍົງ, ແມ່ນການພັດທະນາທີ່ບໍ່ສ້າງຜົນກະທົບດ້ານລົບ ແລະ ບໍ່ສ້າງໄພຂົ່ມຂູ່ຕໍ່ກັບຄົນຮຸ່ນຕໍ່ໆໄປໃນອະນາຄົດ.

ສິ່ງແລດລ້ອມ ແມ່ນທຸກສິ່ງທຸກຢ່າງທີ່ມີຊີວິດ ແລະ ບໍ່ມີຊີວິດ ເຊິ່ງເກີດຂຶ້ນຕາມທຳມະຊາດ ຫຼື ຍ້ອນມະນຸດເປັນຜູ້ສ້າງຂຶ້ນທີ່ຢູ່ອ້ອມເປົ້າໝາຍໃດໜຶ່ງ ເຊັ່ນ: ຄົນ, ສັດ, ພືດ ແລະ ອື່ນໆ ທີ່ມີສາຍກ່ຽວພັນ ແລະ ສົ່ງຜົນສະທ້ອນເຊິ່ງກັນແລະກັນ ທັງທາງບວກ ແລະ ທາງລົບຕໍ່ການດຳລົງຊີວິດ, ການຜະລິດ, ການຄົງຕົວ ແລະ ຂະຫຍາຍຕົວຂອງມະນຸດ ແລະ ທຳມະຊາດ. ຕະຫຼອດໄລຍະຜ່ານມາການພັດທະນາເສດຖະກິດ-ສັງ ຄົມຂອງຫຼາຍປະເທດໃນໂລກ ໄດ້ມີການນຳໃຊ້ຊັບພະຍາກອນທໍາມະຊາດຢ່າງຫຼວງຫຼາຍ, ເຮັດໃຫ້ຊັບພະ ຍາກອນທໍາມະຊາດບົກແຫ້ງລົງ, ສະພາບແວດລ້ອມເສື່ອມໂຊມ ແລະ ກາຍເປັນໄພຄຸກຄາມຕໍ່ສິ່ງທີ່ມີຊີວິດຢູ່ໃນໂລກ. ສະນັ້ນ ການພັດທະນາເສດຖະກິດທີ່ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະ ຍາກອນທຳມະຊາດ ຈຶ່ງເປັນບັນຫາໜຶ່ງທີ່ບັນດາປະເທດໃນໂລກໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນການປ່ຽນຮູບແບບການພັດທະນາເສດຖະກິດ-ສັງຄົມ ຈາກລວງກວ້າງສູ່ລວງເລິກ ບົນພື້ນຖານການນຳໃຊ້ຊັບພະ ຍາກອນທໍາມະຊາດຢ່າງສົມເຫດສົມຜົນ ທັງປະຢັດວັດຖຸດິບ, ປະຢັດພະລັງງານ ແລະ ຫຼຸດຜ່ອນມົນລະ ພິດ, ຫຼຸດຜ່ອນພາວະໂລກຮ້ອນ, ເປັນມິດກັບສິ່ງແວດລ້ອມ ແລະ ສັງຄົມ, ເຮັດໃຫ້ການພັດທະນາມີຄວາມໝັ້ນທ່ຽງ ແລະ ຍືນຍົງ.

ໃນໄລຍະຫຼາຍປີຜ່ານມານີ້ ໂລກເຮົາໄດ້ປະເຊີນໜ້າກັບວິກິດການທາງດ້ານສິ່ງແວດລ້ອມ ເປັນຕົ້ນແມ່ນການປ່ຽນແປງຂອງດິນຟ້າອາກາດໃນລະດັບໄວເກີນກວ່າມະນຸດ ແລະ ທຳມະຊາດຈະປັບຕົວເຂົ້າກັບສະ ພາບໄດ້ທັນ, ບັນຫາມົນລະພິດ ແລະ ການສູນເສຍຊີວະນາໆພັນ. ບັນຫາດັ່ງກ່າວແມ່ນເກີດມາຈາກການກະທຳຂອງມະນຸດໃນຂະບວນການພັດທະນາ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດທີ່ຂາດການຊັ່ງ ຊາໄລ່ລຽງຢ່າງສົມເຫດສົມຜົນ ເຊິ່ງໄດ້ກາຍເປັນບັນຫາທ້າທາຍ ແລະ ໄພຂົ່ມຂູ່ຕໍ່ມວນມະນຸດ ແລະ ສິ່ງທີ່ມີຊີວິດໃນໂລກ. ຕໍ່ໜ້າສະພາບການດັ່ງກ່າວນັ້ນ ບັນດາປະຊາຊາດໃນໂລກກໍບໍ່ໄດ້ລົດລະຄວາມພະຍາຍາມ ໃນການຮ່ວມມືກັນປົກປັກຮັກສາສິ່ງແວດລ້ອມ ໂດຍໄດ້ຊຸກຍູ້ຂະບວນການຫັນປ່ຽນການພັດທະນາເສດຖະ ກິດ-ສັງຄົມ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ, ພ້ອມທັງຮັບປະກັນການແກ້ໄຂບັນຫາໂລກຮ້ອນ ໂດຍຍຶດໝັ້ນການປະຕິບັດສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ເຊິ່ງໄດ້ກຳນົດເປົ້າໝາຍຈຳກັດການເພີ່ມຂຶ້ນຂອງອຸນຫະພູມສະເລ່ຍຂອງໂລກບໍ່ໃຫ້ກາຍ 2°C ແລະ ດີທີ່ສຸດແມ່ນບໍ່ໃຫ້ເກີນ 1,5°C. ສຳລັບ ສປປ ລາວເຮົາ ໃນຖານະເປັນປະເທດພາຄີຂອງບັນດາສົນທິສັນຍາທີ່ກ່ຽວຂ້ອງກັບສິ່ງແວດລ້ອມ ກໍໄດ້ຮ່ວມກັບປະຊາຄົມໂລກໃນການປົກປັກຮັກສາໂລກໜ່ວຍນີ້ຢ່າງຕັ້ງໜ້າ ໂດຍໄດ້ວາງເປົ້າໝາຍຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວເທື່ອລະກ້າວ ແລະ ເມື່ອຮອດປີ 2050 “ປະເທດພວກເຮົາຈະກາຍເປັນປະເທດທີ່ມີການປ່ອຍທາດອາຍພິດເຮືອນແກ້ວເປັນສູນ” ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ຄວາມບອບບາງຈາກຜົນກະທົບຂອງສະພາບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທຳມະຊາດ. ໂດຍເຫັນໄດ້ບົດ ບາດ ແລະ ຄວາມສໍາຄັນຂອງສິ່ງແວດລ້ອມນັ້ນ, ພັກ-ລັດຖະບານເຮົາ ເວລາໃດກໍໄດ້ຖືສຳຄັນຕໍ່ກັບການຄຸ້ມຄອງຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມໃຫ້ມີຄຸນນະພາບດີ ທັງໄດ້ກຳນົດທັດສະນະພື້ນຖານດ້ານສິ່ງແວດລ້ອມ ໂດຍຖືສຳຄັນການພັດທະນາແບບສີຂຽວ, ສົມດູນ, ປົກປັກຮັກສາລະບົບນິເວດ ແລະ ສະກັດກັ້ນມົນລະພິດ; ສ້າງລະບົບການປົກປັກຮັກສາປ່າໄມ້ ແລະ ແຫຼ່ງນໍ້າໃຫ້ມີປະສິດທິພາບສູງ ຕາມທິດຈຸດສຸມກຳນົດເຂດສະຫງວນຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ, ຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຄົງທີ່ ທີ່ຕິດພັນກັບການສ້າງອາຊີບໃໝ່ທີ່ຖາວອນ, ຢຸດຕິການຖາງປ່າເຮັດໄຮ່, ລວມທັງການປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດໃຫ້ເກີດປະ ໂຫຍດສູງສຸດ, ຮັບປະກັນການເຕີບໂຕທີ່ມີຄຸນນະພາບຕາມທິດສີຂຽວ ແລະ ມີຄວາມຍືນຍົງ. ໃນກອງປະ ຊຸມໃຫຍ່ ຄັ້ງທີ IX ຂອງພັກ ໄດ້ກໍານົດວ່າ: “ເພື່ອບັນລຸເປົ້າໝາຍແຫ່ງການພັດທະນາແບບຍືນຍົງນັ້ນ ພວກເຮົາຕ້ອງສົ່ງເສີມເສດຖະກິດພູມປັນຍາຕິດແໜ້ນກັບການຄຸ້ມຄອງ, ນຳໃຊ້ຊັບພະຍາກອນທໍາມະຊາດໃຫ້ເກີດປະໂຫຍດສູງສຸດ ທັງປົກປັກຮັກສາສິ່ງແວດລ້ອມໄດ້ດີ”(1). ໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຍັງໄດ້ຢໍ້າຕື່ມອີກວ່າ: “ເພີ່ມທະວີການຄຸ້ມຄອງຊັບພະຍາກອນທໍາມະຊາດ, ປົກປັກຮັກສາສິ່ງແວດລ້ອມ, ເປັນເຈົ້າການຮັບມືກັບໄພທໍາມະຊາດ. ດັ່ງນັ້ນ ຕ້ອງຍົກສູງຄວາມຮັບຜິດຊອບຂອງທົ່ວສັງຄົມ ໂດຍສະເພາະແມ່ນບັນດາພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງການຂຸດຄົ້ນ, ນຳໃຊ້ຊັບພະຍາກອນ, ປັບປຸງລະບົບກົດ ໝາຍ ແລະ ລະບຽບການຕ່າງໆໃຫ້ຄົບຊຸດຂຶ້ນຕື່ມ; ເອົາໃຈໃສ່ປຸກລະດົມ, ສຶກສາອົບຮົມສ້າງຈິດສຳນຶກ, ສະຕິເປັນເຈົ້າໃນການປົກປັກຮັກສາສິ່ງແວດລ້ອມໃຫ້ກາຍເປັນຂອງທົ່ວປວງຊົນ ຕາມທິດພັດທະນາແບບຍືນຍົງ, ສົ່ງເສີມ ແລະ ພັດທະນາມູນເຊື້ອອັນດີງາມຂອງປະຊາຊົນລາວບັນດາເຜົ່າໃນການຄຸ້ມຄອງ ແລະ ປົກປັກຮັກສາສິ່ງແວດລ້ອມ ໄປຄຽງຄູ່ກັບການເພີ່ມທະວີການນຳໃຊ້ເຕັກນິກ ແລະ ເຕັກໂນໂລຊີທີ່ເປັນມິດກັບສິ່ງແວດລ້ອມທີ່ຍືນຍົງ…”(2); ໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍໄດ້ສືບ​​ຕໍ່ຢືນຢັນ: “ຖືການປະຕິບັດບັນດາມາດຕະການຮັບປະກັນດ້ານສິ່ງແວດລ້ອມທີ່ດີໃນຂະບວນການກໍ່ສ້າງ ກໍຄືການນຳໃຊ້ບັນດາໂຄງການເປັນເງື່ອນໄຂສູງສຸດໃນການຕົກລົງບັນດາໂຄງການພັດທະນາຕ່າງໆ, ສ້າງ-ປັບປຸງ ແລະ ເພີ່ມທະວີການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳກ່ຽວຂ້ອງກັບການຮັກສາສິ່ງແວດລ້ອມໃຫ້ເຂັ້ມແຂງ, ນຳໃຊ້ມາດຕະການທາງກົດໝາຍຢ່າງເຂັ້ມງວດຕໍ່ອົງການຈັດຕັ້ງພາກລັດ ແລະ ຫົວໜ່ວຍເສດຖະກິດທຸກປະ ເພດທີ່ມີການລະເມີດກົດໝາຍ ແລະ ກໍ່ໃຫ້ເກີດຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ; ພ້ອມນັ້ນ ຕ້ອງປັບປຸງຍົກລະດັບຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວຂອງອົງການຄຸ້ມຄອງລັດດ້ານສິ່ງແວດລ້ອມຢ່າງຈິງຈັງ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດການພັດທະນາຕາມທິດສີຂຽວ ແລະ ຍືນຍົງ”(3). ​​ເພື່ອຈັດຕັ້ງຜັນຂະຫຍາຍແນວທາງທີ່ກ່າວມາຂ້າງເທິງ, ລັດຖະບານ ໄດ້ກຳນົດຍຸດທະສາດການຄຸ້ມຄອງສິ່ງແວດລ້ອມ, ຍຸດທະສາດປ່າໄມ້, ຍຸດທະສາດຊີວະນາໆພັນ, ຍຸດທະສາດການປ່ຽນແປງດິນຟ້າອາກາດ, ຍຸດທະສາດການຄຸ້ມຄອງໄພພິບັດ ແລະ ຍຸດທະສາດການພັດທະນາກະສິກຳ; ໄດ້ອອກກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ, ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນແຫຼ່ງນໍ້າ, ກົດໝາຍວ່າດ້ວຍການປະມົງ, ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍການລົງທຶນຂອງລັດ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ຄຽງຄູ່ກັນນັ້ນ ກໍໄດ້ອອກນະໂຍບາຍແຫ່ງຊາດວ່າດ້ວຍການພັດທະນາພະລັງງານໄຟຟ້ານໍ້າຕົກແບບຍືນຍົງ; ອອກຂໍ້ຕົກລົງວ່າດ້ວຍມາດຕະຖານສິ່ງແວດລ້ອມແຫ່ງຊາດ, ຄຳແນະນຳຂະບວນການປະ ເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ຈາກໂຄງການລົງທຶນ ແລະ ກິດຈະກຳຕ່າງໆ, ລວມທັງສ້າງໂຄງການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ສ້າງແຜນຄຸ້ມຄອງສິ່ງແວດລ້ອມຮອບດ້ານ ເພື່ອເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມໄປຕາມທິດຍືນຍົງ ແລະ ເຕີບໂຕສີຂຽວ; ສ້າງກົນໄກການປະເມີນສິ່ງແວດລ້ອມ ເພື່ອພິຈາລະນາບັນດາໂຄງການພັດທະນາ, ສຶກສາຄົ້ນຄວ້າກ່ຽວກັບອາກອນສິ່ງແວດ ລ້ອມ ແລະ ນຳໃຊ້ລາຍຮັບທີ່ໄດ້ຈາກບັນດາໂຄງການພັດທະນາເຂົ້າໃນວຽກງານຄຸ້ມຄອງຊັບພະຍາກອນ ທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ. ນອກຈາກນັ້ນ ກໍໄດ້ສ້າງຕັ້ງໜວ່ຍງານຄຸ້ມຄອງສິ່ງແວດລ້ອມຢູ່ບັນດາເມືອງ, ແຂວງທີ່ມີໂຄງການພັດທະນາຂະໜາດນ້ອຍ, ກາງ ແລະ ໃຫຍ່; ສ້າງລະບົບຕິດຕາມກວດກາຄຸນນະພາບສິ່ງແວດລ້ອມ ແລະ ມົນລະພິດໃນໂຄງການລົງທຶນ, ກິດຈະການພັດທະນາ ແລະ ທຸລະກິດຄອບຄົວ ໂດຍໄດ້ສ້າງຫ້ອງວິໄຈສິ່ງແວດລ້ອມປະຈຳຢູ່ແຕ່ລະແຂວງ ເພື່ອຮັບປະກັນໃຫ້ ການພັດທະນາເສດຖະກິດ-ສັງຄົມຢູ່ແຕ່ລະຂົງເຂດໄປຕາມທິດເປັນມິດກັບສິ່ງແວດລ້ອມ ແລະ ມີຄວາມຍືນຍົງ.

ບົນພື້ນຖານດັ່ງກ່າວນັ້ນ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຢູ່ປະເທດເຮົາໃນໄລຍະຜ່ານມາໄດ້ມີການຂະຫຍາຍຕົວຢ່າງໄວວາ, ອັດຕາການເຕີບໂຕທາງດ້ານເສດຖະກິດຢູ່ໃນຈັງຫວະທີ່ດີ; ບັນດາໂຄງ ການລົງທຶນຂະໜາດໃຫຍ່ໃນຫຼາຍຂົງເຂດ ເຊັ່ນ: ການກໍ່ສ້າງທາງລົດໄຟ ລາວ-ຈີນ, ການກໍ່ສ້າງທາງ  ດ່ວນ, ໂຄງການດ້ານພະລັງງານ ແລະ ຂຸດຄົ້ນບໍ່ແຮ່, ການກໍ່ສ້າງໂຮງງານອຸດສາຫະກຳປຸງແຕ່ງກະສິກຳ, ການລົງທຶນພັດທະນາຕົວເມືອງ, ການກໍ່ສ້າງໃນບັນດາເຂດເສດຖະກິດພິເສດ… ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ກາຍເປັນກຳລັງແຮງຊຸກດັນຫຼັກໃຫ້ແກ່ການພັດທະນາພື້ນຖານເສດຖະກິດຂອງປະເທດເຮົາ; ການທ່ອງທ່ຽວໄດ້ກາຍເປັນຂົງເຂດທີ່ດຶງດູດການລົງທຶນຢ່າງແຂງແຮງ ແລະ ສ້າງບັນຍາກາດອັນໃໝ່ໃນການພັດທະນາເສດຖະກິດລະດັບຊາດ ແລະ ລະດັບທ້ອງຖິ່ນ; ພາກການຜະລິດ ແລະ ການບໍລິການຂອງປະຊາຊົນສືບຕໍ່ຂະຫຍາຍຕົວດີ, ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບການຍົກລະດັບດີຂຶ້ນຢ່າງຈະ ແຈ້ງ.

ແຕ່ເຖິງແນວໃດກໍຕາມ ຂະບວນການພັດທະນາຈຳນວນໜຶ່ງຍັງມີລັກສະນະເອື່ອຍອີງໃສ່ຊັບພະຍາກອນທຳ ມະຊາດເປັນຫຼັກ, ມີການນຳໃຊ້ຊັບພະຍາກອນທໍາມະຊາດແບບຟຸມເຟືອຍ, ເຮັດໃຫ້ເນື້ອທີ່ປ່າໄມ້ຫຼຸດໜ້ອຍຖອຍລົງ, ກໍ່ໃຫ້ເກີດຜົນກະທົບຕໍ່ລະບົບນິເວດທຳມະຊາດ, ເກີດໄພແຫ້ງແລ້ງ, ໄພນໍ້າຖ້ວມ, ດິນຟ້າອາກາດມີການປ່ຽນແປງກະທັນຫັນ, ຝົນຕົກບໍ່ຖືກຕາມລະດູການ, ລະດູແລ້ງຂາດເຂີນນໍ້າກິນ-ນໍ້າໃຊ້, ກົງກັນຂ້າມລະດູຝົນຊໍ້າພັດເກີດໄພນ້ໍາຖ້ວມຢ່າງຮ້າຍແຮງ ເຮັດໃຫ້ຊັບສິນຂອງປະຊາຊົນຖືກເສຍຫາຍ, ຊີວິດການເປັນຢູ່ພົບຄວາມຫຍຸ້ງຍາກ, ຍິ່ງໄປກວ່ານັ້ນບາງໂຄງການລົງທຶນໄດ້ນຳໃຊ້ຢາປາບສັດຕູພືດ, ຢາຂ້າຫຍ້າ ແລະ ສານເຄມີຊະນິດຕ່າງໆຢ່າງບໍ່ຖືກວິທີ ໂດຍບໍ່ຄໍານຶງເຖິງຜົນກະທົບທີ່ຈະຕາມມາ; ບັນຫາມົນລະພິດຈາກການເກັບມ້ຽນ, ຈູດ-ເຜົາຂີ້ເຫຍື້ອ, ມົນລະພິດຈາກການປ່ອຍນໍ້າເປື້ອນ, ສິ່ງເສດເຫຼືອຂອງໂຮງຈັກໂຮງງານອຸດ ສາຫະກຳ, ການເຜົາໄໝ້ພະລັງງານເຊື້ອເພີງຂອງຍານພາຫະນະ ແລະ ເຄື່ອງຈັກຕ່າງໆ ກໍນັບມື້ນັບເພີ່ມຂຶ້ນ ໂດຍສະເພາະແມ່ນຢູ່ຕາມຕົວເມືອງໃຫຍ່ ແລະ ເຂດຊຸມຊົນບ່ອນທີ່ມີພົນລະເມືອງອາໄສຢູ່ຢ່າງໜາ    ແໜ້ນ; ການປ່ອຍອາຍພິດເຮືອນແກ້ວ ກໍເຮັດໃຫ້ສິ່ງແວດລ້ອມຖືກທຳລາຍ ແລະ ເກີດພາວະໂລກຮ້ອນຂຶ້ນຢ່າງໄວວາ. ໃນວິໄສທັດຮອດປີ 2030 ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກຳນົດວ່າ: “ປະເທດລາວສີຂຽວ ສະອາດງາມຕາມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ບົນພື້ນຖານການເຕີບໂຕເສດຖະກິດສີຂຽວ ເພື່ອບັນລຸການພັດທະນາແບບຍືນຍົງ ແລະ ກ້າວເປັນປະເທດອຸດສາຫະກຳທັນສະໄໝ ຮັບປະກັນຄວາມສາມາດໃນການກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດທຳມະຊາດ”(4). ບັນຫາສິ່ງແວດລ້ອມ ເວລາໃດກໍຕິດພັນກັບເສດຖະກິດ ແລະ ຊີວິດການເປັນຢູ່ຂອງຄົນເຮົາ. ສະນັ້ນ ການສ້າງຄວາມກົມກຽວລະຫວ່າງການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທໍາມະຊາດຢ່າງສົມເຫດສົມຜົນ ແລະ ເປັນມິດກັບສິ່ງແວດລ້ອມ ຈຶ່ງແມ່ນວຽກງານທີ່ມີຄວາມຈໍາເປັນ, ແມ່ນໜ້າທີ່, ແມ່ນຄວາມຮັບຜິດຊອບຂອງທົ່ວສັງຄົມທີ່ຕ້ອງພ້ອມກັນປະຕິບັດຢ່າງຕັ້ງໜ້າ.

ສໍາລັບຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຄວນເອົາໃຈໃສ່ສ້າງ ແລະ ປັບປຸງນິຕິກໍາກ່ຽວກັບການຄຸ້ມຄອງ, ປົກປັກຮັກສາສະພາບແວດລ້ອມ, ການຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນທຳມະ ຊາດໃຫ້ພໍພຽງ, ສອດຄ່ອງເໝາະສົມ, ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ແລະ ມີຄວາມສັກສິດ ທັງໂຄສະນາ, ປະຊາສຳພັນຢ່າງກວ້າງຂວາງທົ່ວເຖິງໃນສັງຄົມ; ທຸກໂຄງການພັດທະນາທີ່ຕິດພັນກັບການຂຸດຄົ້ນ, ນຳໃຊ້ຊັບພະຍາກອນທໍາມະຊາດຕ້ອງດໍາເນີນງານຢ່າງເໝາະສົມ, ຮັບປະກັນປະສິດທິຜົນສູງ ແລະ ປົກປັກຮັກສາສິ່ງແວດລ້ອມຢ່າງເຄັ່ງຄັດ; ບັນດາໂຄງການລົງທຶນຕ້ອງຕັ້ງໜ້າຈັດຕັ້ງປະຕິບັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມໃຫ້ຖືກຕ້ອງຕາມລະບຽບການ ແລະ ກົດໝາຍ, ມີຄວາມໂປ່ງໃສ; ເອົາໃຈໃສ່ປັບປຸງ ແລະ ຟື້ນຟູຊັບພະຍາກອນປ່າໄມ້ ຕາມທິດການພັດທະນາແບບຍືນຍົງ ແລະ ເຕີບໂຕສີຂຽວ; ປຸກລະດົມໃຫ້ປະຊາຊົນມີສ່ວນຮ່ວມໃນທຸກຂະບວນການ, ທຸກກິດຈະກໍາທີ່ພົວພັນກັບການຂຸດຄົ້ນ, ນຳໃຊ້ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແລະ ສ້າງຄວາມສາມາດກ່ຽວກັບວຽກງານອະນຸລັກຮັກສາສິ່ງແວດລ້ອມ ໃຫ້ແກ່ພະນັກງານວິຊາການ, ສົ່ງເສີມການເກັບກຳຂໍ້ມູນ ແລະ ການຄົ້ນຄວ້າກ່ຽວກັບຜົນກະທົບຂອງການພັດທະນາເສດຖະກິດ-ສັງຄົມຕໍ່ກັບສິ່ງ ແວດລ້ອມ; ປັບປຸງອົງການຄຸ້ມຄອງ, ຕິດຕາມກວດກາການເຄື່ອນໄຫວວຽກງານສິ່ງແວດລ້ອມໃຫ້ມີຄວາມເຂັ້ມແຂງ, ດຳເນີນການລົງໂທດຢ່າງເດັດຂາດຕໍ່ຜູ້ປະກອບການ ຫຼື ບຸກຄົນທີ່ລະເມີດກົດໝາຍກ່ຽວກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຍ້ອງຍໍຊົມເຊີຍຜູ້ທີ່ມີຜົນງານດີເດັ່ນໃນການປົກປັກຮັກສາສິ່ງແວດລ້ອມ; ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຈັດສັນທີ່ດິນ, ມອບດິນ-ມອບປ່າໃຫ້ປະຊາຊົນນຳໃຊ້ເຂົ້າໃນການຜະລິດ, ຫຼີກ ເວັ້ນການຕັດໄມ້ທຳລາຍປ່າແບບຊະຊາຍ, ຊຸກຍູ້ໃຫ້ປະຊາຊົນຕັ້ງຖິ່ນຖານຢ່າງຖາວອນໃນເຂດດັ່ງກ່າວ, ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນມີອາຊີບຄົງທີ່, ມີລາຍຮັບເປັນປົກກະຕິ ທັງສຶກສາອົບຮົມສ້າງຈິດສໍານຶກ, ສ້າງສະຕິເປັນເຈົ້າຂອງທົ່ວປວງຊົນໃນການອະນຸລັກຮັກສາສິ່ງແວດລ້ອມ; ແນະນຳເຕັກນິກການນຳໃຊ້ສານເຄມີທີ່ຈຳເປັນເຂົ້າໃນການຜະລິດ ເປັນຕົ້ນແມ່ນຢາປາບສັດຕູພືດ, ຢາຂ້າຫຍ້າໃຫ້ຖືກວິທີ ແລະ ຖືກ ຕ້ອງຕາມລະບຽບການ; ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງ (ຄບຕ) ຕ້ອງເພີ່ມທະວີຄວາມຮັບຜິດ ຊອບໃນຂອດບໍລິການເກັບມ້ຽນຂີ້ເຫຍື້ອໃຫ້ໄດ້ດີ ແລະ ປອດໄພ, ຮັບປະກັນການນຳເອົາຂີ້ເຫຍື້ອໄປຖິ້ມຢູ່ສະໜາມກຳຈັດຂີ້ເຫຍື້ອໃຫ້ໄດ້ 100%; ນຳເອົາວິຊາສິ່ງແວດລ້ອມເຂົ້າໃນຫຼັກສູດການຮຽນ-ການສອນໃນລະບົບໂຮງຮຽນ ແລະ ການສຶກສານອກລະບົບ ເພື່ອປູກຈິດສໍານຶກໃຫ້ແກ່ອະນຸຊົນ, ເຍົາວະຊົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄຸນຄ່າ ຫຼື ຄຸນປະໂຫຍດຂອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມທີ່ປະເທດເຮົາມີ, ຮູ້ເຖິງຜົນກະທົບທາງລົບຂອງການພັດທະນາເສດຖະກິດ-ສັງຄົມຕໍ່ສິ່ງແວດລ້ອມ, ຮູ້ປົກປັກຮັກສາ ແລະ ນໍາໃຊ້ແຫຼ່ງຊັບພະຍາກອນໃຫ້ເກີດປະໂຫຍດສູງສຸດ ໄປຄຽງຄູ່ກັບການຟື້ນຟູ, ບູລະນະບໍ່ໃຫ້ບົກແຫ້ງ; ເປີດກວ້າງການຮ່ວມມື, ແລກປ່ຽນບົດຮຽນໃນການປົກປັກຮັກສາສິ່ງແວດລ້ອມກັບບັນດາປະເທດໃກ້ຄຽງ, ໃນພາກພື້ນ ແລະ ສາກົນ. ໃນຂະບວນວິວັດຂອງການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນການພັດທະນາກະສິກຳ, ອຸດສາຫະກຳ, ການບໍລິການ, ການຫັນເປັນຕົວເມືອງ, ການພັດທະນາຊົນນະບົດຮອບດ້ານ ແລະ ການພັດທະນາດ້ານອື່ນໆ ລ້ວນແຕ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊັບພະຍາກອນທໍາມະຊາດ.

ສະນັ້ນ ການສ້າງຄວາມກົມກຽວລະຫວ່າງການພັດທະນາເສດຖະກິດ-ສັງຄົມ ກັບການປົກປັກຮັກສາສິ່ງ ແວດລ້ອມ ເນື້ອ​​ແທ້ກໍແມ່ນການພັດທະນາແບບຍືນຍົງ ເຊິ່ງໝາຍເຖິງການພັດທະນາທີ່ສາມາດຕອບສະ  ໜອງຄວາມຕ້ອງການຂອງຄົນຮຸ່ນປັດຈຸບັນ ໂດຍບໍ່ສ້າງໄພຂົ່ມຂູ່ຕໍ່ຄວາມຕ້ອງການຂອງຄົນຮຸ່ນຕໍ່ໆໄປ ຫຼື ເວົ້າອີກຢ່າງໜຶ່ງ ແມ່ນຮັບປະກັນໃຫ້ການພັດທະນາໃນປັດຈຸບັນບໍ່ສ້າງຜົນກະທົບທາງລົບໃຫ້ແກ່ການພັດ ທະນາ ແລະ ຮຸ່ນຄົນສືບທອດໃນອະນາຄົດ./.

Leave a Reply

Your email address will not be published. Required fields are marked *

  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • prediksi maxwinbos
  • rtp maxwinbos
  • heylink
  • Syair Hk
  • maxwinbos
  • situs gacor
  • slot deposit pulsa
  • maxwinbos
  • maxwinbos/
  • slot gacor
  • link slot gacor
  • maxwinbos
  • agen gacor
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • slot gacor 2025
  • Slot Deposit Pulsa
  • syair hk
  • slot depo 10k
  • situs slot 4d
  • mpo777
  • inatogel
  • dolantogel
  • megaslot88
  • Slot Gacor
  • Narasi88
  • narasi88
  • narasi88
  • narasi88
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • https://agenda.unam.mx
  • situs mix parlay
  • maxwinbos
  • maxwinbos
  • slot anti rungkad
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • https://smambsalamin.sch.id/
  • maxwinbos
  • maxwinbos
  • maxwinbos
  • alternatif maxwinboss
  • https://heylink.me/maxwinbos.net/
  • bo slot
  • SLOT CANTIK
  • https://kongreikt.ege.edu.tr/
  • https://theresiana.ac.id/
  • Link Gacor Resmi
  • Slot 88
  • Situs Judi Terpercaya
  • toto 4d
  • https://auaclicks.aua.gr/