ສ້າງ ແລະ ພັດທະນາສີມືແຮງງານລາວໃຫ້ມີຄວາມພ້ອມໃນຍຸກເຊື່ອມໂຍງສາກົນ

ສ້າງ ແລະ ພັດທະນາສີມືແຮງງານລາວໃຫ້ມີຄວາມພ້ອມໃນຍຸກເຊື່ອມໂຍງສາກົນ

                                                       ອາສອນ ວົງຄໍາເປິນ

ການພັດທະນາປະເທດຊາດ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດຈະໄດ້ຮັບຜົນດີ, ມີຄວາມກ້າວໜ້າ ຫຼື ຫຼ້າຫຼັງ ລ້ວນແຕ່ຂຶ້ນກັບໝາກຜົນຂອງການອອກແຮງງານທາງດ້ານຮ່າງກາຍ ແລະ ມັນສະ  ໝອງຂອງຄົນ ໝາຍວ່າຄົນເປັນກໍາລັງແຮງງານ, ເປັນສ່ວນປະກອບຕົ້ນຕໍຂອງກໍາລັງການຜະລິດ ແລະ ເປັນປັດໄຈຕັດສິນຜົນໄດ້, ຜົນເສຍຂອງການພັດທະນາ. (ສບ 5.2020) ວທ.

ການພັດທະນາເສດຖະກິດ-ສັງຄົມຂອງປະເທດໃດໜຶ່ງຈະໄດ້ຮັບຜົນດີ, ມີຄວາມກ້າວໜ້າ ຫຼື ຫຼ້າຫຼັງ ລ້ວນແຕ່ຂຶ້ນກັບໝາກຜົນຂອງການອອກແຮງງານທາງດ້ານຮ່າງກາຍ ແລະ ມັນສະໝອງຂອງຄົນ, ໝາຍວ່າຄົນເປັນກໍາລັງແຮງງານ, ເປັນສ່ວນປະກອບຕົ້ນຕໍຂອງກໍາລັງການຜະລິດ ແລະ ເປັນປັດໄຈຕັດສິນຜົນໄດ້, ຜົນເສຍຂອງການພັດທະນາ. ໃນປີ 2019 ທົ່ວປະເທດມີພົນລະເມືອງປະມານ 7,2 ລ້ານກວ່າຄົນ, ໃນນັ້ນພົນລະເມືອງທີ່ຢູ່ໃນເກນອອກແຮງງານ (ອາຍຸແຕ່ 15-54 ປີ) ມີປະມານ 4,4 ລ້ານກວ່າຄົນ, ກວມເອົາ60% ຂອງພົນລະເມືອງທັງໝົດ; ຜູ້ມີວຽກເຮັດງານທໍາກວມເອົາ 55,67% ຂອງຈໍານວນພົນລະເມືອງທັງໝົດ (ແຜນປີ 2020 ແມ່ນ 62,4%). ຕົວເລກດັ່ງກ່າວຊີ້ໃຫ້ເຫັນວ່າພົນລະເມືອງລາວໃນເກນອາຍຸອອກ ແຮງງານກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງພົນລະເມືອງທົ່ວປະເທດ, ແຕ່ຈໍານວນແຮງງານເຫຼົ່ານັ້ນເປັນແຮງງານທີ່ມີສີມື, ເປັນແຮງງານທີ່ມີລະດັບ ແລະ ສາມາດປະກອບອາຊີບໃນຍຸກຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ຍຸກແຫ່ງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໄດ້ ຫຼື ບໍ່? ນັ້ນເປັນບັນຫາໜຶ່ງທີ່ຕັ້ງຂຶ້ນໃຫ້ພວກເຮົາຕ້ອງໄດ້ເອົາໃຈໃສ່ພັດທະນາສີມືແຮງງານໃຫໄດ້ມາດຕະຖານເທົ່າທຽມກັບສາກົນ. ສະນັ້ນ ການກໍ່ສ້າງ ແລະ ພັດທະນາສີມືແຮງງານລາວ ແມ່ນຄວາມຮຽກຮ້ອງຕ້ອງການອັນຈໍາເປັນ ແລະ ຮີບດ່ວນໃນປັດຈຸບັນ.

ການພັດທະນາປະເທດຊາດເວົ້າລວມ ກໍຄືການພັດທະນາວຽກງານ ຫຼື ຂະແໜງການໃດໜຶ່ງເວົ້າສະເພາະລ້ວນແຕ່ຕ້ອງການແຮງງານທີ່ມີສີມື, ມີວິຊາຊີບ, ມີຄວາມຊໍານານງານ ເພື່ອເປັນກໍາລັງແຮງຕົ້ນຕໍໃນການ ຈັດຕັ້ງປະຕິບັດວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກໄດ້ເນັ້ນໜັກວ່າ “…ພວກເຮົາຖືເອົາການພັດທະນາຊັບພະຍາກອນມະນຸດເປັນປັດໄຈຕົ້ນຕໍ ເພື່ອຍົກລະດັບ ກໍາລັງການຜະລິດ ແລະ ການສ້າງເສດຖະກິດພູມປັນຍາ… ”(1). ໜຶ່ງໃນ 7 ແຜນວຽກຈຸດສຸມ ເພື່ອບັນລຸເປົ້າໝາຍການພັດທະນາເສດຖະກິດແຫ່ງຊາດໃຫ້ມີການເຕີບໂຕຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ສົມດຸນໄດ້ ຢໍ້າຕື່ມວ່າ: “ພັດທະນາກໍາລັງແຮງງານໃຫ້ມີຄຸນນະພາບ, ດຸໝັ່ນ ແລະ ອົດທົນ. ພັດທະນາຫຼັກສູດສີມືແຮງງານໃຫ້ມີຄວາມຫຼາກຫຼາຍ ແລະ ມີຄຸນນະພາບ; ສ້າງນະໂຍບາຍອໍານວຍຄວາມສະດວກໃຫ້ແຮງງານສາ ມາດເຂົ້າຮ່ວມໃນຕະຫຼາດແຮງງານໄດ້; ສ້າງແຮງງານໃຫ້ມີສະຕິຊາດ, ເປັນພົນລະເມືອງດີ, ເຄົາລົບລະ ບຽບກົດໝາຍ, ມີລະບຽບວິໄນ, ມີຈັນຍາບັນ, ດຸໝັ່ນ, ອົດທົນ, ມີຄວາມກະຕືລືລົ້ນຕໍ່ການພັດທະນາຕົນ  ເອງ, ມີວຽກເຮັດງານທໍາທີ່ໝັ້ນຄົງ, ໄດ້ຮັບການຄຸ້ມຄອງ ແລະ ປົກປ້ອງສິດຜົນປະໂຫຍດຕາມກົດໝາຍ”(2). ເພື່ອຜັນຂະຫຍາຍທິດນໍາດັ່ງກ່າວ ໃນຊຸມປີຜ່ານມາພັກ-ລັດຖະບານໄດ້ສຸມໃສ່ການກໍ່ສ້າງ, ບໍາລຸງຍົກລະດັບ ແລະ ພັດທະນາແຮງງານລາວດ້ວຍຫຼາຍວິທີ, ຫຼາຍຮູບແບບ, ນັບທັງການກໍ່ສ້າງຢູ່ພາຍໃນ ແລະ ຕ່າງ ປະເທດເປັນຈໍານວນຫຼວງຫຼາຍໃນແຕ່ລະປີ. ພ້ອມກັນນັ້ນ ກໍໄດ້ປະສານສົມທົບກັບບັນດາຂະແໜງການເຊັ່ນ: ສູນກາງສະຫະພັນກໍາມະບານລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນແມ່ຍິງລາວ, ກະຊວງສຶກສາທິການ ແລະ ອົງການອື່ນໆ ທັງພາກລັດ ແລະ ເອກະຊົນ ໃຫ້ການຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ແຮງງານລາວທີ່ບໍ່ທັນມີວິຊາຊີບ, ນັກຮຽນທີ່ຮຽນຈົບມັດທະຍົມຕອນຕົ້ນ ແລະ ຕອນປາຍຜູ້ທີ່ດ້ອຍໂອກາດ, ບໍ່ມີເງື່ອນໄຂຮຽນຕໍ່ມະຫາວິທະຍາໄລ ໄດ້ເຂົ້າຝຶກວິຊາຊີບຕ່າງໆ ເຊັ່ນ: ວິຊາກົນຈັກ, ເຕັກນິກກະສິກໍາ, ອຸດສາຫະກໍາ, ໄຟຟ້າເຄື່ອງເຢັນ, ໄຟຟ້າອາຄານ, ສ້ອມແປງວິທະຍຸ ແລະ ໂທລະພາບ, ປຸງແຕ່ງອາຫານ, ການເສີມຄວາມງາມ ແລະ ການໂຮງແຮມ, ແມ່ບ້ານສາ  ກົນ, ການທ່ອງທ່ຽວ, ການຄຸ້ມຄອງຫ້ອງການ, ໄອທີ; ໄດ້ເອົາໃຈໃສ່ປັບປຸງຫຼັກສູດການຮຽນ-ການສອນວິຊາຊ່າງລົດຍົນ, ໄຟຟ້າ, ແລະ ໄອທີ ຈາກລະດັບຊຳນານງານມາເປັນລະດັບນາຍຊ່າງ ແລະ ຜູ້ຄຸມງານ; ສຸມໃສ່ສ້າງ ແລະ ປັບປຸງສູນຝຶກອົບຮົມສີມືແຮງງານ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຝຶກອົບຮົມສີມືແຮງງານໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ ເຊິ່ງມາຮອດປີ 2019 ທົ່ວປະເທດມີສູນພັດທະນາສີ ມືແຮງງານ ແລະ ສູນຝຶກອົບຮົມທັງໝົດ 165 ແຫ່ງ, ໃນນີ້ ຂຶ້ນກັບຂະແໜງແຮງງານ 10 ແຫ່ງ, ຂະ    ແໜງການອື່ນ 52 ແຫ່ງ, ຂຶ້ນກັບອົງການຈັດຕັ້ງມະຫາຊົນ 13 ແຫ່ງ ແລະ ເອກະຊົນ 90 ແຫ່ງ; ສ້າງມາດຕະຖານສີມືແຮງງານໃນຂະແໜງກໍ່ສ້າງເຄຫາສະຖານ ແລະ ຂະແໜງລົດຍົນໄດ້ 27 ສາຂາອາຊີບ; ສຳເລັດການສ້າງມາດຕະຖານສີມືແຮງງານໃນຂະແໜງກະສິກຳໄດ້ 5 ສາຂາອາຊີບ, ເທົ່າກັບ 100% ຂອງແຜນການປີ, ໃນນີ້ ມີມາດຕະຖານສີມືແຮງງານປູກເຂົ້າ, ປູກພືດ-ຜັກ, ລ້ຽງງົວ, ລ້ຽງປາ ແລະ ລ້ຽງໄກ່.

ໃນປີ 2019 ສາມາດຝຶກອົບຮົມສີມືແຮງງານໄດ້ທັງໝົດ 75.769 ຄົນ, ຍິງ 33.709 ຄົນ, ໃນນັ້ນ ຂະ   ແໜງກະສິກໍາ-ປ່າໄມ້ 19.063 ຄົນ, ອຸດສາຫະກໍາ 19.332ຄົນ ແລະ ບໍລິການ 37.374 ຄົນ; ອອກໃບຢັ້ງຢືນມາດຕະຖານສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດໄດ້ 2.603 ຄົນ; ໄດ້ຈັດຕັ້ງການແຂ່ງຂັນສີມືແຮງງານແຫ່ງຊາດຂຶ້ນມີ 7 ສາຂາວິຊາຊ່າງເຂົ້າຮ່ວມ ຄື: ຊ່າງກໍ່, ຊ່າງໄມ້, ຊ່າງຕັດ  ຫຍິບ, ຊ່າງໄຟຟ້າອາຄານ, ຊ່າງປຸງແຕ່ງອາຫານ, ຊ່າງອອກແບບເວບໄຊທ໌ ແລະ ຊ່າງຈອດໂລຫະ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 1.848 ຄົນ, ຍິງ 709 ຄົນ, ເທົ່າກັບ 73,92% ຂອງແຜນການປີ; ໄດ້ຈັດສົ່ງນັກແຂ່ງຂັນສີມືແຮງງານຂອງ ສປປ ລາວ ເຂົ້າຮ່ວມການແຂ່ງຂັນສີມືແຮງງານສາກົນໜຶ່ງແລວໜຶ່ງເສັ້ນທາງທີ່ ສປ ຈີນ ໃນ 2 ສາຂາອາຊີບ ຄື: ປຸງແຕ່ງອາຫານ ແລະ ຕັດຫຍິບເຄື່ອງນຸ່ງຫົ່ມ, ໃນນັ້ນ ສາມາດຍາດໄດ້ລາງວັນດີເດັ່ນໃນສາຂາຕັດຫຍິບ 1 ລາງວັນ ແລະ ລາງວັນຊົມເຊີຍສາຂາປຸງແຕ່ງ 1 ລາງວັນ; ຕອບສະໜອງແຮງງານໃຫ້ຫົວໜ່ວຍແຮງງານທັງພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 61.377 ຄົນ, ເທົ່າກັບ42, 85% ຂອງແຜນການ (ແຜນການປີ 2019 ແມ່ນ 143.230 ຄົນ), ໃນນັ້ນ ຈັດຫາງານພາຍໃນປະ ເທດໄດ້ 7.286ຄົນ ແລະ ສົ່ງກໍາລັງແຮງງານໄປອອກແຮງງານຢູຕ່າງປະເທດໄດ້ 54.091 ຄົນ; ນໍາເຂົ້າແຮງງານຕ່າງປະເທດໃຫ້ຫົວໜ່ວຍແຮງງານຕ່າງໆຕາມລະບຽບການໄດ້ຈໍານວນ 22.157 ຄົນ, ຍິງ 3.805 ຄົນ, ໃນນັ້ນ ຂຶ້ນທະບຽນແຮງງານໃໝ່ໄດ້ 15.004 ຄົນ ແລະ ຕໍ່ບັດທະບຽນແຮງງານໄດ້ 7.153 ຄົນ; ອັດຕາການຫວ່າງງານຢູ່ໃນລະດັບ 2%; ໂຄງປະກອບຂອງກໍາລັງແຮງງານໄດ້ຫັນໄປຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ເຊິ່ງອັດຕາສ່ວນແຮງງານໃນຂົງເຂດກະສິກໍາໄດ້ຫຼຸດລົງ, ສ່ວນຂົງເຂດອຸດສາ ຫະກໍາ ແລະ ການບໍລິການ ໄດ້ນັບມື້ຄ່ອຍໆເພີ່ມຂຶ້ນ. ຄຽງຄູ່ກັນນີ້ ກໍໄດ້ເອົາໃຈໃສ່ໂຄສະນາປະຊາສໍາພັນວຽກງານກອງທຶນປະກັນສັງຄົມໃຫ້ແກ່ບັນດາອົງການຈັດຕັ້ງຂອງລັດ, ຫົວໜ່ວຍແຮງງານ ແລະ ເປົ້າໝາຍສະໝັກໃຈໄດ້ 655 ຄັ້ງ, ເທົ່າກັບ 81% ຂອງແຜນການປີ; ຂຶ້ນທະບຽນຫົວໜ່ວຍວິສາຫະກິດໃໝ່ໄດ້ທັງ ໝົດ 290 ຫົວໜ່ວຍ, ຂຶ້ນທະບຽນຜູ້ປະກັນຕົນພາກລັດໄດ້ 184.747 ຄົນ, ພາກວິສາຫະກິດໄດ້ 35.903 ຄົນ ແລະ ຜູ້ປະກັນຕົນແບບສະໝັກໃຈ 31.286 ຄົນ.

ການພັດທະນາສີມືແຮງງານລາວໃນໄລຍະຜ່ານມາເຖິງຈະເຮັດໄດ້ດີ ແຕ່ຍັງບໍ່ທັນສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການດ້ານແຮງານ ໂດຍສະເພາະແມ່ນແຮງງານທີ່ມີສີມື ແລະ ຫັນເປັນອາຊີບໄດ້ ບໍ່ທັນພຽງພໍ. ໃນປັດຈຸບັນແຮງງານລາວຈໍານວນບໍ່ໜ້ອຍເປັນແຮງງານຕາມລະດູການ, ຂາດຄວາມຮູ້ດ້ານວິຊາການ, ຂາດຄວາມຊໍານິຊໍານານງານ, ຄວາມຫ້າວຫັນ ແລະ ຄວາມກະຕືລືລົ້ນຕໍ່ອາຊີບບໍ່ສູງ. ອີກບັນ ຫາໜຶ່ງ ການຈ້າງງານຂອງໂຄງການ, ຂອງຂະແໜງການຕ່າງໆທີ່ຈ້າງຊາວໄຮ່ນາ ເຊິ່ງເປັນແຮງງານທີ່ບໍ່ມີວິຊາຊີບ, ບໍ່ໄດ້ຮັບການຝຶກສີມື, ບໍ່ຮູ້ລະບຽບກົດໝາຍແຮງງານ ມາເປັນກໍາມະກອນເຮັດວຽກເບ້ຍມື້ນັ້ນ ຈຶ່ງເຮັດໃຫ້ສະຕິຕໍ່ການອອກແຮງງານບໍ່ສູງ, ເຮັດໃຫ້ແຜນວຽກຂອງໂຄງການ, ຂະແໜງການມີຄວາມຄືບໜ້າຊ້າ ຫຼື ບໍ່ສາມາດບັນລຸໄດ້ຕາມແຜນການຢ່າງມີປະສິດທິພາບ. ຫຼັກສູດການຮຽນ-ການສອນຍັງບໍ່ທັນໄດ້ຕາມມາດຕະຖານສາກົນ; ການຝຶກສີມືແຮງງານຍັງເຮັດໄດ້ໜ້ອຍເມື່ອທຽບກັບບັນດາປະເທດໃນພາກພື້ນ ແລະ ສາກົນ ທັງບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດແຮງງານ; ການນໍາເອົາວິຊາຊີບຂັ້ນພື້ນຖານເຂົ້າໃນຫຼັກສູດການຮຽນ-ການສອນໃນໂຮງຮຽນສາມັນ ເພື່ອສ້າງຈິດສໍານຶກທີ່ດີໃຫ້ແກ່ນັກຮຽນ,

ຫຼີກລ່ຽງການເລືອກວິຊາຮຽນຕາມກະແສນິຍົມຂອງສັງຄົມຍັງເຮັດບໍ່ທັນໄດ້ດີ, ຜູ້ທີ່ຮຽນຈົບວິຊາຊີບມີໂອກາດເຂົ້າສູ່ຕໍາແໜ່ງງານຕ່າງໆໜ້ອຍລົງ; ການປະກາດຮັບສະໝັກງານຂອງຫົວໜ່ວຍແຮງງານຕ່າງໆສ່ວນຫຼາຍຈະເລັ່ງໃສ່ແຕ່ຜູ້ທີ່ຈົບຊັ້ນສູງ ແລະ ປະລິນຍາຕີຂຶ້ນໄປ ເຊິ່ງເປັນການສ້າງຄ່ານິຍົມໃຫ້ສັງຄົມ ກໍຄືຜູ້ຮຽນຕ້ອງໄດ້ບືນຕົວຮຽນລະດັບປະລິນຍາຕີຂຶ້ນໄປ, ບໍ່ຢາກຮຽນວິຊາຊີບເຮັດໃຫ້ຮຽນຈົບອອກມາແລ້ວພັດຫວ່າງງານ, ເກີດມີສະພາບແຮງງານເຫຼືອບໍ່ພໍ ໂດຍສະເພາະຂາດນັກວິຊາການເຕັກນິກ, ນາຍຊ່າງ… ໄປພ້ອມກັນນັ້ນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ, ການເຮັດສັນຍາລະຫວ່າງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານໃຫ້ເຂົ້າສູ່ລະບຽບກົດໝາຍຍັງບໍ່ທັນເຮັດໄດ້ດີ.

ໃນຊຸມປີຕໍ່ໜ້າ ການເຊື່ອມໂຍງຍັງຈະເປັນຂະບວນວິວັດທີ່ແຂງແຮງ ຄວບຄູ່ກັບການແກ່ງແຍ້ງແຂ່ງຂັນ ເພື່ອເສີມຂະຫຍາຍທ່າໄດ້ປຽບຂອງຕົນ. ສະນັ້ນ, ການພັດທະນາກໍາລັງແຮງງານລາວໃຫ້ໄດ້ທັງດ້ານປະລິ ມານ ແລະ ມີຄຸນນະພາບ ກ້າວສູ່ມາດຕະຖານຂອງແຮງງານສາກົນ ຈຶ່ງແມ່ນຄວາມຈໍາເປັນອັນຮີບດ່ວນໃນປັດຈຸບັນ ເຊິ່ງໃນນັ້ນຕ້ອງສຸມໃສ່ສ້າງແຮງງານລາວໃນຫຼາຍຂົງເຂດ ແລະ ຫຼາຍລະດັບແຕ່ 1-5 ຕາມມາດຕະຖານສີມືແຮງງານແຫ່ງຊາດ ໂດຍໃຫ້ສອດຄ່ອງ ແລະ ຕິດພັນກັບໂຄງປະກອບເສດຖະກິດຂອງຊາດ ເຊິ່ງລວມມີຂົງເຂດກະສິກໍາ, ອຸດສາຫະກໍາ ແລະ ການບໍລິການ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດໂດຍລວມ, ທັງສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ ໂດຍສະ ເພາະແມ່ນບັນດາປະເທດສະມາຊິກອາຊຽນ. ການສ້າງກໍາລັງແຮງງານ ກ່ອນອື່ນໝົດຕ້ອງສ້າງແຮງງານໃຫ້ມີສະຕິຊາດ, ເປັນພົນລະເມືອງດີ, ເຄົາລົບນັບຖືລະບຽບກົດໝາຍ, ມີລະບຽບວິໄນ, ມີຈັນຍາບັນ, ອົດທົນ ແລະ ຫ້າວຫັນໃນການເຮັດວຽກ, ມີຄວາມກະຕືລືລົ້ນຕໍ່ການພັດທະນາຕົນເອງ ແລະ ເປັນແຮງງານທີ່ແຂງ ແຮງມີພາລານາໄມສົມບູນ, ມີວຽກເຮັດງານທໍາທີ່ໝັ້ນຄົງ ແລະ ມີຄຸນນະພາບ, ມີລາຍໄດ້ສົມເຫດສົມຜົນ, ໄດ້ຮັບການຄຸ້ມຄອງ ແລະ ປົກປ້ອງສິດຜົນປະໂຫຍດຕາມກົດໝາຍ ແລະ ພັນທະສາກົນດ້ານແຮງງານ. ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ວາງຄາດໝາຍສູ້ຊົນໄລຍະປີ 2016-2020 ຕ້ອງພັດ ທະນາສີມືແຮງງານໃຫ້ກໍາລັງແຮງງານໃຫ້ໄດ້ 658.000 ຄົນ, ສະເລ່ຍ 131.600 ຄົນ/ປີ ເພື່ອຕອບສະ ໜອງຄວາມຮຽກຮ້ອງຕ້ອງການແຮງງານໃຫ້ຂະແໜງການຕ່າງໆ ແລະ ເພື່ອເປັນການຫຼຸດຜ່ອນການນໍາເຂົ້າແຮງງານຕ່າງປະເທດ; ສຸມໃສ່ພັດທະນາສີມືແຮງງານໃຫ້ເປັນລະບົບ ສົມທົບກັບການປັບປຸງ ແລະ ສ້າງຫຼັກສູດການຝຶກສີມືແຮງງານ; ສ້າງມາດຕະຖານສີມືແຮງງານໃຫ້ໄດ້ 25 ສາຂາອາຊີບ; ທົດສອບ-ອອກໃບ ຢັ້ງຢືນມາດຕະຖານສີມືແຮງງານໃນຂົງເຂດກໍ່ສ້າງ 10 ສາຂາອາຊີບ, ລົດຍົນ 7 ສາຂາອາຊີບ, ໄອທີ 6ສາຂາອາຊີບ ແລະ ທ່ອງທ່ຽວ 4 ສາຂາອາຊີບ; ຂຶ້ນທະບຽນຜູ້ອອກແຮງງານຢູ່ໃນຫົວໜ່ວຍແຮງງານທີ່ມີຜູ້ອອກແຮງງານແຕ່ 100 ຄົນຂຶ້ນໄປໃຫ້ໄດ້ 100% ໃນຈໍານວນ 306 ແຫ່ງ ແລະ ຢູ່ຫົວໜ່ວຍທີ່ມີຜູ້ອອກ ແຮງງານແຕ່ 50 ຄົນຂຶ້ນໄປໃນຈໍານວນ 1.000 ແຫ່ງ ໃຫ້ມີສັນຍາແຮງງານກວມເອົາ 80% ແລະ ມີກົດລະບຽບນໍາໃຊ້ແຮງງານພາຍໃນຂອງຫົວໜ່ວຍແຮງງານທີ່ສອດຄ່ອງກັບກົດໝາຍໃຫ້ກວມເອົາ 80%; ຈັດຕັ້ງການແຂ່ງຂັນສີມືແຮງງານລະດັບຊາດ ແລະ ລະດັບແຂວງໃຫ້ໄດ້ 1 ຄັ້ງ/ປີ, ມີການທົດສອບ, ອອກໃບຢັ້ງຢືນມາດຕະຖານສີມືແຮງງານ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ກຳລັງແຮງງານ ແລະ ຜູ້ນໍາໃຊ້ແຮງງານສູງຂຶ້ນ, ເຮັດໃຫ້ກຳລັງແຮງງານລາວສາມາດມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ມີລາຍໄດ້ທີ່ສູງຂຶ້ນ; ສ້າງ ແລະ ປັບປຸງຕາໜ່າງການບໍລິການຈັດຫາງານໃຫ້ເຂັ້ມແຂງ, ໃນນັ້ນ ຈັດຫາວຽກເຮັດງານທໍາໃຫ້ແຮງງານທີ່ເພີ່ມຂຶ້ນໃໝ່ໃຫ້ໄດ້ປະມານ 716.150 ຄົນ, ສະເລ່ຍ 143.230 ຄົນ/ປີ; ຈັດຕະຫຼາດນັດແຮງງານໃຫ້ໄດ້ 1  ຄັ້ງ/ປີ ເພື່ອສ້າງໂອກາດ ແລະ ອໍານວຍຄວາມສະດວກໃຫ້ນັກສຶກສາທີ່ຮຽນຈົບໃໝ່, ຜູ້ທີ່ກໍາລັງຊອກວຽກເຮັດງານທໍາ, ແຮງງານທົ່ວໄປ ແລະ ຫົວໜ່ວຍທຸລະກິດຕ່າງໆທັງພາກລັດ ແລະ ເອກະຊົນໄດ້ມີພື້ນທີ່ພົບປະແລກປ່ຽນທັງເປັນການໂຄສະນາຂໍ້ມູນຂ່າວສານຕະຫຼາດແຮງງານ ເພື່ອຫຼຸດຜ່ອນອັດຕາການຫວ່າງງານ, ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປຕ່າງປະເທດແບບບໍ່ຖືກກົດໝາຍ, ພ້ອມນີ້ ກໍຖືເປັນການສົ່ງເສີມ ແລະ ສ້າງວຽກເຮັດງານທໍາ, ສ້າງລາຍໄດ້ທີ່ສົມເຫດສົມຜົນ, ເຮັດໃຫ້ແຮງງານລາວໄດ້ຮັບການຄຸ້ມຄອງປົກປ້ອງສິດຜົນປະໂຫຍດຕາມກົດໝາຍ ເປັນຕົ້ນ: ສັນຍາແຮງງານ, ຄ່າແຮງງານ, ສະຫວັດດີການແຮງງານ, ຄວາມປອດໄພທາງດ້ານສຸຂະພາບ ແລະ ມີສະພາບແວດລ້ອມທີ່ດີໃນສະຖານທີ່ເຮັດວຽກ. ພ້ອມກັນນີ້ ກໍເອົາໃຈໃສ່ປົກປ້ອງ, ຄຸ້ມຄອງແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດທີ່ເຮັດວຽກຢູ່ສປປລາວ ໂດຍສະເພາະແມ່ນແຮງງານທີ່ບໍ່ຖືກຕ້ອງໃຫ້ເຂົ້າສູ່ລະບົບຄຸ້ມຄອງຕາມກົດໝາຍ.

ເພື່ອຮັບປະກັນໃຫ້ບັນດາຄາດໝາຍຈຸດສຸມຂ້າງເທິງບັນລຸໝາກຜົນເປັນຈິງນັ້ນ ທຸກພາກສ່ວນທີ່ກ່ຽວຂ້ອງຄວນເປັນເຈົ້າການຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ໂດຍມີການແບ່ງງານ, ແບ່ງຄວາມຮັບຜິດ ຊອບກັນຢ່າງຈະແຈ້ງ; ສ້າງເປັນແຜນການ, ແຜນງານ ແລະ ໂຄງການອັນລະອຽດ ໄປຄຽງຄູ່ກັບການຕິດ ຕາມ, ກວດກາ ແລະ ປະເມີນຜົນແຕ່ລະໄລຍະ ເພື່ອແນໃສ່ສ້າງ ແລະ ພັດທະນາກໍາລັງແຮງງານລາວໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ເປັນລະບົບນັບແຕ່ວິຊາຊີບຂັ້ນພື້ນຖານ, ເຄິ່ງຊໍານານ, ຊໍານານງານ, ນາຍຊ່າງ ແລະ ຜູ້ຄຸມງານ. ສິ່ງສໍາຄັນໃນການສ້າງກໍາລັງແຮງງານນັ້ນຕ້ອງໃຫ້ມີຄວາມສອດຄ່ອງກົມກຽວກັບຍຸດທະສາດແຫ່ງການພັດທະນາ ແລະ ໂຄງປະກອບເສດຖະກິດຂອງປະເທດ ກໍຄືຄວາມຮຽກຮ້ອງຕ້ອງ ການຂອງການເຊ່ືອມໂຍງເຂົ້າກັບສາກົນ; ສ້າງແຮງງານໃຫ້ມີສະຕິຊາດ, ເປັນພົນລະເມືອງດີ, ເຄົາລົບນັບຖືລະບຽບກົດໝາຍ, ມີລະບຽບວິໄນ, ມີຈັນຍາບັນ, ມີຄວາມອົດທົນ ແລະ ຫ້າວຫັນໃນການເຮັດວຽກ, ມີຄວາມກະຕືລືລົ້ນຕໍ່ການພັດທະນາປະເທດຊາດ ກໍຄືການພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ, ສີມື ແລະ ສ້າງຄວາມສາມາດແຂ່ງຂັນໄດ້. /.

 

Leave a Reply

Your email address will not be published. Required fields are marked *

  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • prediksi maxwinbos
  • rtp maxwinbos
  • heylink
  • Syair Hk
  • maxwinbos
  • situs gacor
  • slot deposit pulsa
  • maxwinbos
  • maxwinbos/
  • slot gacor
  • link slot gacor
  • maxwinbos
  • agen gacor
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • slot gacor 2025
  • Slot Deposit Pulsa
  • syair hk
  • slot depo 10k
  • situs slot 4d
  • mpo777
  • inatogel
  • dolantogel
  • megaslot88
  • Slot Gacor
  • Narasi88
  • narasi88
  • narasi88
  • narasi88
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • https://agenda.unam.mx
  • situs mix parlay
  • maxwinbos
  • maxwinbos
  • slot anti rungkad
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • https://smambsalamin.sch.id/
  • maxwinbos
  • maxwinbos
  • maxwinbos
  • alternatif maxwinboss
  • https://heylink.me/maxwinbos.net/
  • bo slot
  • SLOT CANTIK
  • https://kongreikt.ege.edu.tr/
  • https://theresiana.ac.id/
  • Link Gacor Resmi
  • Slot 88
  • Situs Judi Terpercaya
  • toto 4d
  • https://auaclicks.aua.gr/