ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ
ຄັ້ງທີ X ອັດລົງດ້ວຍຜົນສໍາເລັດອັນຈົບງາມ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກີລາ ຄັ້ງທີ X ຈັດຂຶ້ນໃນລະຫວ່າງວັນທີ 25-26 ກັນຍາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ; ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ປອ ວິໄລວົງ ບຸດດາຄຳ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ. ກອງປະຊຸມໃຫຍ່ຄັ້ງນີ້ ມີຜູ້ແທນສົມບູນຈໍານວນ 368 ສະຫາຍ, ຍິງ 110 ສະຫາຍ ທີ່ເປັນຕົວແທນໃຫ້ສະມາຊິກພັກຂະແໜງການສຶກສາ, ວິທະຍາສາດ ແລະ ກີລາທົ່ວປະເທດ.
ກອງປະຊຸມດັ່ງກ່າວມີຄວາມໝາຍສຳຄັນຢ່າງຍິ່ງ ເພື່ອຕີລາຄາປະເມີນຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກີລາ ໃນໄລຍະຜ່ານມາ ແລະ ກຳນົດແນວທາງ, ແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກີລາ 5 ປີ (2026-2030) ຕໍ່ໜ້າເພື່ອຍົກລະດັບການສຶກສາ ແລະ ກີລາໃຫ້ທັນຕໍ່ການປ່ຽນແປງຂອງຍຸກສະໄໝ, ໂດຍສະເພາະໃນດ້ານການຍົກລະດັບຄຸນນະພາບຄູ ແລະ ນັກຮຽນ, ການຂະຫຍາຍໂອກາດທາງການສຶກສາຢ່າງທົ່ວເຖິງ, ການສົ່ງເສີມກີລາເພື່ອສຸຂະພາບ…
ໃນວາລະກອງປະຊຸມໃຫຍ່ຄັ້ງນີ້ ບັນດາຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກີລາ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງ ແລະ ຮັບຮອງເອົາຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກີລາ ສະໄໝທີ X ໂດຍສອດຄ່ອງກັບມາດຕະຖານ ແລະ ເງື່ອນໄຂ ທີ່ໄດ້ກໍານົດໄວ້ ຊຶ່ງປະກອບດ້ວຍ ຜູ້ເກົ່າ, ຜູ້ໃໝ່, ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ, ເພດ-ເຜົ່າ ແລະ ກວມທຸກຂົງເຂດ; ຜູ້ລົງສະໝັກທັງໝົດ 28 ສະຫາຍ, ໃນນັ້ນ ເລືອກໄດ້ ຈໍານວນ 23 ສະຫາຍ, ຍິງ 6 ສະຫາຍ.
ພ້ອມນັ້ນ, ໃນກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງອົງຄະນະພັກກະຊວງສຶກສາທິການ ແລະ ກີລາ ສະໄໝທີ X ຍັງໄດ້ພ້ອມກັນຄັດເລືອກເອົາກຳມະການຄະນະປະຈຳພັກ, ເປັນເອກະສັນຮັບຮອງເອົາເລຂາ, ຮອງເລຂາ ແລະ ເລືອກເອົາປະທານ-ຮອງປະທານກວດກາພັກ 7 ສະຫາຍ, ຍິງ 1 ສະຫາຍ ໂດຍໄດ້ຕົກລົງເຫັນດີເປັນເອກະພາບເລືອກເອົາ ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເປັນເລຂາຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ X, ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ເປັນຮອງເລຂາຄະນະບໍລິຫານງານພັກ, ສະຫາຍ ຮສ.ປອ ສິນທະວອນ ດາລາວົງ ເປັນປະທານຄະນະກວດກາພັກ ແລະ ເລືອກໄດ້ ສະຫາຍ ປອ ຈັນທະວົງ ປັນຍາສິລິ, ສະຫາຍ ຄໍາແສນ ໄຊຍະວົງ, ສະຫາຍ ທອງສຸກ ແກ້ວມະນີ ແລະ ສະຫາຍ ວຽງທອງ ພົນທະຈັກ ເປັນຮອງປະທານຄະນະກວດກາພັກ.
ບັນດາຜູ້ແທນອົງຄະນະພັກຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດ ເລືອກເອົາຜູ້ແທນສົມບູນ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໂດຍເລືອກໄດ້ 15 ສະຫາຍ, ຍິງ 3 ສະຫາຍ, ໃນນັ້ນ ມີຜູ້ແທນສົມບູນ 12 ສະຫາຍ ແລະ ຜູ້ແທນສຳຮອງ 3 ສະຫາຍ.
ໂອກາດນີ້, ສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ ໄດ້ຕີລາຄາສູງຕໍ່ກອງປະຊຸມທີ່ມີຄວາມໝາຍສຳຄັນຍິ່ງ. ພ້ອມທັງຍ້ອງຍໍຊົມເຊີຍຜົນງານການເຄື່ອນໄຫວຂອງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ ແລະ ມະຫາຊົນທຸກສະຫາຍ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ແຂງແຮງໃນພາລະກິດ ພັດທະນາການສຶກສາ, ກໍ່ສ້າງຊັບພະຍາກອນມະນຸດ, ວຽກງານວິທະຍາສາດ ແລະ ການກີລາ ຂອງປະເທດ, ພ້ອມທັງມີທິດຊີ້ນໍາຕໍ່ຄະນະພັກຊຸດໃໝ່ ແລະ ຕໍ່ທິດທາງລວມໃນການພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກີລາ ຕາມຄຳຂວັນຂອງກອງປະຊຸມ ທີ່ວ່າ: “ຍົກສູງຄວາມສາມາດນໍາພາຮອບດ້ານຂອງຄະນະພັກທຸກຂັ້ນ, ປັບປຸງລະບົບການສຶກສາ, ວິທະຍາສາດ ແລະ ການກີລາ ໃຫ້ຫັນປ່ຽນຢ່າງແຂງແຮງ ແລະ ມີຄຸນນະພາບສູງຂຶ້ນ, ຮັບໃຊ້ພາລະກິດຂອງພັກ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ”.
ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ, ເຕັມໄປດ້ວຍຂວັນກຳລັງໃຈ, ຄວາມສາມັກຄີ ແລະ ຄວາມເຊື່ອໝັ້ນຂອງຜູ້ແທນທຸກສະຫາຍ ທີ່ພ້ອມຮ່ວມແຮງຮ່ວມໃຈຂັບເຄື່ອນພາລະກິດການສຶກສາ ແລະ ກີລາໃຫ້ບັນລຸເປົ້າໝາຍ, ສ້າງໃຫ້ໄດ້ຄົນດີ, ຄົນເກັ່ງ ແລະ ຄົນມີສຸຂະພາບແຂງແຮງ ເພື່ອເປັນກຳລັງແຮງຂອງການພັດທະນາປະເທດຊາດໃນອະນາຄົດ.
ພາບ-ຂ່າວ: ຈາລະນາ ພົນສີລາ
ສະຫາຍ ທອງສະລິດ ມັງໜໍ່ເມກ ກຳມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ