ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ເປັນເຈົ້າການເຊື່ອມໂຍງກັບສາກົນ ຢູ່ ຫວຽດນາມ

ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ

ແລະ ເປັນເຈົ້າການເຊື່ອມໂຍງກັບສາກົນ ຢູ່ ຫວຽດນາມ

ຮສ.ປອ ຫງວຽນ ກວາງ ທ່ວນ

ການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງເຂົ້າກັບສາກົນແມ່ນແຜນນະໂຍບາຍບຸກທະລຸແນວທາງປ່ຽນແປງໃຫມ່ຂອງພັກກອມມູນິດຫວຽດນາມ ເຊິ່ງບັນລຸໄດ້ບັນດາຫມາກຜົນທີ່ສໍາຄັນ. ພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງໃນການເຊື່ອມໂຍງເຂົ້າກັບສາກົນແມ່ນພື້ນຖານເສດຖະກິດທີ່ຮັບປະກັນຄວາມຫມັ້ນຄົງຂອງເສດຖະກິດມະຫາພາກ ແລະຄວາມສົມດຸນຂອງລະບົບພື້ນຖານເສດຖະກິດ, ກ່ອນອື່ນຫມົດແມ່ນບັນດາຂະແຫນງການອຸດສາຫະກໍາທີ່ເປັນພື້ນຖານ, ອຸດສາຫະກໍາຫນູນຊ່ວຍ ເພື່ອຮັບປະກັນໃຫ້ປະເທດຊາດເຂົ້າຮ່ວມການເຊື່ອມໂຍງເຂົ້າກັບສາກົນ ຢ່າງມີປະສິດທິຜົນ ບົນພື້ນຖານເສີມຂະຫຍາຍທ່າແຮງບົ່ມຊ້ອນພາຍໃນ, ຫຼຸດຜ່ອນການເອື່ອຍອີງທາງດ້ານເຕັກໂນໂລຊີ, ນະວັດຕະກໍາ, ແຫຼ່ງທຶນ,ກໍາລັງການຜະລິດ… ແນໃສ່ປົກປ້ອງຜົນປະໂຫຍດຂອງປະເທດຊາດ ແລະ ຮັບມືກັບການປ່ຽນແປງຂອງໂລກ.

ພັກກອມມູນິດຫວຽດນາມ ຍາມໃດກໍເນັ້ນຫນັກເຖິງສາຍພົວພັນລະຫວ່າງການສ້າງ

ພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຢ່າງຕັ້ງຫນ້າ, ເລິກເຊິ່ງ ແລະ ກວ້າງຂວາງເພື່ອເຊື່ອມໂຍງເຂົ້າກັບເສດຖະກິດຂອງພາກພື້ນ ແລະ ສາກົນ. ໃນໂຄງການການເມືອງໄລຍະຂ້າມຜ່ານກ້າວຂຶ້ນສູ່ສັງຄົມນິຍົມ (ປີ2011) ໄດ້ຊີ້ແຈ້ງວ່າ: “ປະສານສົມທົບກໍາລັງແຮງພາຍໃນຊາດ ກັບກໍາລັງແຮງຍຸກສະໄຫມ,ກໍາລັງແຮງພາຍໃນກັບກໍາລັງແຮງສາກົນ, ບໍ່ວ່າຢູ່ໃນສະຖານະການໃດ ກໍຕ້ອງຍຶດຫມັ້ນເຈດຈໍານົງເອກະລາດ, ເປັນເຈົ້າຕົນເອງ ແລະ ຍົກສູງຈິດໃຈຮ່ວມມືສາກົນ, ເສີມຂະຫຍາຍກໍາລັງແຮງພາຍໃນ ໃນລະດັບສູງ, ພ້ອມທັງຍາດແຍ່ງກໍາລັງແຮງພາຍນອກ”(1). ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ຢືນຢັນວ່າ:ຫຼັກການເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບຄວາມສາມັກຄີ ແລະ ຮ່ວມມືສາກົນ ແມ່ນຫົວຫນ້າຄະນະອະນຸກໍາມະການເສດຖະກິດ, ສະພາທິດສະດີສູນກາງພັກກອມມູນິດຫວຽດນາມ.

(1). ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI, ສນພ. ການເມືອງແຫ່ງຊາດ-ສື້ເທິດ,ຫຼັກການແກ່ນສານ, ຮັບປະກັນການປະສານສົມທົບກໍາລັງແຮງຊົນຊາດກັບກໍາລັງແຮງຍຸກສະໄຫມ, ເສີມຂະຫຍາຍກໍາລັງແຮງພາຍໃນ,ຍາດແຍ່ງກໍາລັງແຮງພາຍນອກ, ໃນນັ້ນ ເອກະລາດ, ເປັນເຈົ້າຕົນເອງ, ກໍາລັງແຮງພາຍໃນແມ່ນພື້ນຖານເພື່ອຮັບປະກັນການຮ່ວມມືກັບພາຍນອກຢ່າງມີປະສິດທິຜົນ. ເອກະສານກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ວາງບັນດາທິດທາງຢ່າງລະອຽດ ເພື່ອຮັບປະກັນການພັດທະນາ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດຢ່າງແຂງແຮງ, ພາປະເທດຊາດເຊື່ອມໂຍງ-ເຊື່ອມຈອດເຂົ້າກັບພາກພື້ນ ແລະສາກົນ ຢ່າງເລິກເຊິ່ງ ແລະ ກວ້າງຂວາງ ບົນພື້ນຖານຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ຢ່າງຫມັ້ນຄົງ. ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ກໍໄດ້ເນັ້ນຫນັກວ່າ: “ປະຕິບັດຢ່າງສະເຫມີຕົ້ນສະເຫມີປາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ,ຫັນການພົວພັນການຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບແບບ. ຮັບປະກັນຜົນປະໂຫຍດຂອງປະເທດ-ຂອງຊາດຢ່າງສູງສຸດ ບົນພື້ນຖານບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ ແລະ ກົດຫມາຍສາກົນ, ສະເຫມີພາບ, ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.ປະສານສົມທົບກໍາລັງແຮງພາຍໃນຊາດກັບກໍາລັງແຮງຍຸກສະໄຫມ, ເປັນເຈົ້າການ ແລະຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນ, ຮອບດ້ານ,ເລິກເຊິ່ງ ແລະ ກວ້າງຂວາງ; ຫວຽດນາມເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈແລະ ເປັນສະມາຊິກທີ່ຕັ້ງຫນ້າ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ”(2).ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງໃນສະພາບການເຊື່ອມໂຍງເຂົ້າກັບສາກົນ ແມ່ນການສ້າງພື້ນຖານເສດຖະກິດທີ່ມີກໍາລັງແຮງ ແລະ ມີຄວາມສາມາດພັດທະນາ, ສາມາດຢືນດ້ວຍຕົນເອງ, ຮັບປະກັນຄວາມປອດໄພ, ບໍ່ຖືກກະທົບໂດຍງ່າຍ ແລະ ສາມາດຮັບມືກັບຜົນກະທົບຈາກພາຍນອກໃນຂະບວນການເຊື່ອມໂຍງເຂົ້າກັບສາກົນ. ເນື້ອໃນພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງໄດ້ສະແດງອອກຜ່ານຫຼາຍແງ່ມູມທີ່ແຕກຕ່າງກັນ ເຊິ່ງມີເນື້ອໃນຕົ້ນຕໍ ດັ່ງນີ້: ❶ ມີແນວທາງ,ລະບອບ-ລະບຽບການ, ນະໂຍບາຍພັດທະນາພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງເຂົ້າກັບສາກົນທີ່ຖືກຕ້ອງ,ມີປະສິດທິຜົນ, ບໍ່ຂຶ້ນກັບພາຍນອກ, ເຫມາະສົມກັບພຶດຕິກໍາຕົວຈິງຂອງປະເທດ ແລະ ທ່າອ່ຽງພັດທະນາຂອງສາກົນ; ❷ ພື້ນຖານເສດຖະກິດ

ທີ່ມີຂະຫນາດໃຫຍ່, ລະດັບການເຕີບໂຕໄວ, ຫມັ້ນຄົງ, ຍືນຍົງ, ມີໂຄງປະກອບເສດຖະກິດເຫມາະສົມ ແລະ ມີຄວາມສາມາດແກ່ງແຍ່ງແຂ່ງຂັນໃນລະດັບສູງ; ❸ ມີລະບົບບັນດາຕະຫຼາດຢ່າງ

(2). ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII, ສນພ. ການເມືອງແຫ່ງຊາດ-ສື້ເທິດ,ຄົບຖ້ວນ, ຄົບຊຸດ, ເຊື່ອມຕໍ່ລະຫວ່າງຕະຫຼາດພາຍໃນກັບສາກົນ ເພື່ອຮັບປະກັນໃຫ້ລະບົບພື້ນຖານເສດຖະກິດເຄື່ອນໄຫວໄດ້ຢ່າງຄ່ອງຕົວ; ❹ ສ້າງລະບົບສໍາຮອງ, ດັດສົມການສະຫນອງ, ຄວາມຕ້ອງການຂອງບັນດາສິນຄ້າ, ຜະລິດຕະພັນທີ່ຈໍາເປັນ, ຍຸດທະສາດຮັບປະກັນຄວາມສາມາດເອກະລາດ, ເປັນເຈົ້າຕົນເອງ,ເປັນເຈົ້າການຮັບມືເມື່ອເກີດວິກິດການ, ການ

ແຊກແຊງ ຫຼື ຄວາມສ່ຽງຕໍ່ພື້ນຖານເສດຖະກິດຈາກພາຍນອກ; ❺ ສ້າງໄດ້ບັນດາຂະແຫນງການອຸດສາຫະກໍາທີ່ເປັນພື້ນຖານ, ເປັນປາຍແຫຼມທີ່ມີລະດັບວິທະຍາສາດ-ເຕັກນິກທີ່ກ້າວຫນ້າ, ມີກໍາລັງຄວາມສາມາດດ້ານເຕັກໂນໂລຊີສູງ; ມີແຫຼ່ງຊັບພະຍາກອນມະນຸດທີ່ສາມາດຕອບສະຫນອງກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາ ໂດຍສະເພາະແມ່ນ

ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ❻ຮັບປະກັນຄວາມປອດໄພ, ຄວາມຍືນຍົງຂອງບັນດາຂະແຫນງການ, ຂົງເຂດຫຼັກແຫຼ່ງທີ່ສໍາຄັນຂອງພື້ນຖານເສດຖະກິດ ເຊັ່ນ: ການເງິນ,ເງິນຕາ, ທະນາຄານ, ພະລັງງານ, ຊັບພະຍາກອນ, ຄົມມະນາຄົມຂົນສົ່ງ…ສ້າງພື້ນຖານເສດຖະກິດເອກະລາດ,ເປັນເຈົ້າຕົນເອງ ແມ່ນພາກສ່ວນຫນຶ່ງທີ່ສໍາຄັນ, ແມ່ນພື້ນຖານເພື່ອກໍ່ສ້າງ, ປົກປັກຮັກສາຄວາມເປັນເອກະລາດ, ເປັນເຈົ້າຕົນເອງໃນທຸກດ້ານຂອງປະເທດ ແລະ ມີສາຍພົວພັນສັດຈະວິພາກ, ຈໍາເປັນ, ພາວະວິໄສ, ກະທົບໄປມາເຊິ່ງກັນແລະກັນ, ກະຕຸກຊຸກຍູ້ ແລະ ຊ່ວຍຫນູນເຊິ່ງກັນແລະກັນ ກັບການເຊື່ອມໂຍງເຂົ້າ

ກັບສາກົນ. ສະນັ້ນ ແຕ່ລະປະເທດຕ້ອງມີຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ຈຶ່ງສາມາດເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນໄດ້ຢ່າງມີປະສິດທິຜົນ. ໃນສະພາບການຫັນເປັນໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ບໍ່ມີປະເທດໃດຈະສາມາດພັດທະນາໄດ້ດ້ວຍການຢູ່ໂດດດ່ຽວ; ການເຊື່ອມໂຍງເຂົ້າກັບສາກົນ ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນ, ພາວະວິໄສ ເພື່ອການພັດທະນາຂອງທຸກປະເທດ, ບໍ່ວ່າຈະເປັນປະເທດໃຫຍ່ ຫຼືນ້ອຍ; ມີເອກະລາດ, ເປັນເຈົ້າຕົນເອງ ຈຶ່ງສາມາດເປັນເຈົ້າການເຂົ້າຮ່ວມ, ເລືອກເຟັ້ນການເຂົ້າຮ່ວມເພື່ອຕອບສະຫນອງກັບຜົນປະໂຫຍດລວມຂອງຊາດ. ກົງກັນຂ້າມ ປະເທດຈະບໍ່ສາມາດພັດທະນາໄດ້ດີ, ບໍ່ສາມາດເສີມຂະຫຍາຍທ່າແຮງບົ່ມຊ້ອນ ແລະ ກໍາລັງແຮງພາຍໃນ,ບໍ່ສາມາດຍາດແຍ່ງເອົາແຫຼ່ງກໍາລັງແຮງຈາກພາຍນອກໄດ້ ຖ້າຫາກບໍ່ມີການພົວພັນຮ່ວມມືກັບສາກົນຢ່າງເລິກເຊິ່ງ ແລະ ກວ້າງຂວາງ.ນອກຈາກນີ້ ການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຍັງຕິດພັນກັບການພັດທະນາຂົງເຂດວັດທະນະທໍາ-ສັງຄົມຢ່າງຮອບດ້ານ; ປັບປຸງ ແລະ ເພີ່ມທະວີກໍາລັງແຮງດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຫັນເປັນທັນສະໄຫມຂຶ້ນເທື່ອລະ

ກ້າວ.ນັບແຕ່ດໍາເນີນພາລະກິດປ່ຽນແປງໃຫມ່ຈົນເຖິງປັດຈຸບັນ, ຫວຽດນາມ ໄດ້ສ້າງພື້ນຖານເສດຖະກິດນັບມື້ເຂັ້ມແຂງເທື່ອລະກ້າວ, ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ນັບມື້ເລິກເຊິ່ງ ແລະ ກວ້າງຂວາງ. ການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງໄດ້ສະແດງອອກໃນການປົກປັກຮັກສາເອກະລາດໄວ້ຢ່າງຫມັ້ນຄົງ, ເປັນເຈົ້າຕົນເອງໃນການກໍານົດແນວທາງ, ແຜນນະໂຍບາຍ, ຍຸດທະສາດການພັດທະນາ, ເສີມຂະຫຍາຍຄວາມສາມາດ, ທ່າແຮງບົ່ມຊ້ອນຂອງປະເທດຊາດ.ບັນດາທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ ໄດ້ຫັນເປັນນະໂຍບາຍ, ກົດຫມາຍ,ລະບອບ-ລະບຽບການຢ່າງລະອຽດ ແລະ ໄດ້ຮັບການຈັດຕັ້ງປະຕິບັດບັນລຸຜົນສໍາເລັດຢ່າງຕັ້ງຫນ້າ; ເສດຖະກິດມະຫາພາກມີສະຖຽນລະພາບ, ລະບົບພື້ນຖານເສດຖະກິດມີຄວາມສົມດຸນ ແລະ ສາມາດຄວບຄຸມເງິນເຟີ້ໄດ້ຢູ່ໃນລະດັບຕໍ່າ, ການເຕີບໂຕຂອງເສດຖະກິດ ເຖິງວ່າຍັງບໍ່ທັນບັນລຸໄດ້ຕາມເປົ້າຫມາຍທີ່ວາງອອກກໍຕາມ ແຕ່ຍັງຢູ່ໃນລະດັບສູງເມື່ອທຽບກັບພາກພື້ນ ແລະ ສາກົນ. “ປີ 2023 ຂະຫນາດເສດຖະກິດຂອງຫວຽດນາມ ຢູ່ໃນອັນດັບ 34ຂອງໂລກ, ອັນດັບທີ 5 ໃນພາກພື້ນອາຊຽນ.ປີ 2010 ລວມຍອດຜະລິດຕະພັນພາຍໃນ(GDP) ບັນລຸໄດ້ 2.739,8 ພັນຕື້ດົງ, ເທົ່າກັບ147 ຕື້ໂດລາສະຫະລັດ; ປີ 2019 ບັນລຸ7.707,2 ພັນຕື້ດົງ, ເທົ່າກັບ 334 ຕື້ໂດລາສະຫະລັດ; ປີ 2023 ບັນລຸ 10.221,8 ພັນຕື້ດົງ,ເທົ່າກັບ 430 ຕື້ໂດລາສະຫະລັດ; ຄວາມແຕກໂຕນກັນລະຫວ່າງຂະຫນາດເສດຖະກິດຂອງຫວຽດນາມ ທຽບກັບບັນດາປະເທດໃນພາກພື້ນໄດ້ຮັດແຄບເຂົ້າ ເຊິ່ງໃນປີ 2010 GDPຂອງເກົາຫຼີໃຕ້ ລື່ນ 7,77 ເທົ່າ, ອິນໂດເນເຊຍ 5,13 ເທົ່າ, ໄທ 2,32 ເທົ່າ, ມາເລເຊຍ1,73 ເທົ່າ, ສິງກະໂປ 1,63 ເທົ່າ, ຟີລິບປິນ1,42 ເທົ່າ, ແຕ່ມາຮອດປີ 2023 GDP ຂອງຫວຽດນາມ ໄດ້ລື່ນກາຍມາເລເຊຍ 1,1 ເທົ່າ,ເກົາຫຼີໃຕ້ 3,99 ເທົ່າ, ອິນໂດເນເຊຍ 3,22ເທົ່າ, ໄທ 1,2 ເທົ່າ, ສິງກະໂປ 1,16 ເທົ່າ ແລະທຽບເທົ່າກັບ GDP ຂອງຟີລິບປິນ. ຫວຽດນາມມີຂະຫນາດການຄ້າຢູ່ອັນດັບທີ 20 ຂອງໂລກ,ມີການພົວພັນການຄ້າກັບ 230 ປະເທດ, ສ້າງເຄືອຂ່າຍກັບ 30 ຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານ, ໃນນັ້ນ ມີທຸກປະເທດໃຫຍ່,17/20 ສະມາຊິກ G20, ທຸກປະເທດອາຊຽນ,ພ້ອມທັງໄດ້ເຈລະຈາ, ລົງນາມສັນຍາການຄ້າເສລີຫຼາຍສະບັບ (FTA), ໄດ້ລົງນາມ ແລະປະຕິບັດສັນຍາ FTA 16 ສະບັບ, ພວມເຈລະຈາ3 ສະບັບ ແລະ ເປັນປະເທດດຽວທີ່ລົງນາມສັນຍາການຄ້າເສລີກັບທຸກຄູ່ຮ່ວມມືເສດຖະກິດຂະຫນາດໃຫຍ່ໃນໂລກ ເຊັ່ນ: ສະຫະລັດອາເມລິກາ, ຍີ່ປຸນ, ຈີນ, ສະຫະພາບເອີຣົບ (EU), ອັງກິດ, ລັດເຊຍ… ຫວຽດນາມ ໄດ້ຕັ້ງຫນ້າເຂົ້າຮ່ວມຂະບວນການສ້າງປະຊາຄົມອາຊຽນ, ປະຕິບັດພາລະກໍາປົກປັກຮັກສາສັນຕິພາບ(PKO) ຂອງສະຫະປະຊາຊາດ ແລະ ອື່ນໆ.ດ້ານການຄ້າ ກໍໄດ້ເຕີບໃຫຍ່ຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນປີ 2022 ການນໍາເຂົ້າ-ສົ່ງອອກສິນຄ້າ ບັນລຸໄດ້ 732,5 ຕື້ໂດລາສະ

(3). ກົມໃຫຍ່ສະຖິຕິ: ບົດລາຍງານສະພາບການເສດຖະກິດ-ສັງຄົມຫວຽດນາມ ທຽບກັບບັນດາປະເທດໃນພາກພື້ນ ໄລຍະ 2010-2023, ຮ່າໂນ້ຍ, 2024.ຫະລັດ, ເທົ່າກັບ 180% ຂອງ GDP, ໃນນັ້ນການສົ່ງອອກ 371,85 ຕື້ໂດລາສະຫະລັດ,ການນໍາເຂົ້າ 360,65 ຕື້ໂດລາສະຫະລັດ ແລະ ສົ່ງອອກເກີນດຸນ 11,2 ຕື້ໂດລາສະຫະລັດ”(3).ນອກຈາກນີ້ ຫວຽດນາມ ຍັງສາມາດດຶງດູດແຫຼ່ງທຶນ ເປັນຕົ້ນແຫຼ່ງທຶນຊ່ວຍເຫຼືອເພື່ອການພັດທະນາຢ່າງທາງການ (ODA), ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ໂຄງການພັດທະນາໄດ້ເປັນຈໍານວນຫຼາຍ ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເຕັກໂນໂລຊີໃຫມ່, ຂະແຫນງການໃຫມ່, ຜະລິດຕະພັນໃຫມ່, ຮູບແບບການຄຸ້ມຄອງເສດຖະກິດໃຫມ່, ເປີດຕະຫຼາດໃຫມ່, ນໍາເອົາການຜະລິດພາຍໃນເຂົ້າຮ່ວມຕ່ອງໂສ້ສະຫນອງ, ຕ່ອງໂສ້ມູນຄ່າທົ່ວໂລກ, ສ້າງວຽກເຮັດງານທໍາ, ສ້າງລາຍຮັບໃຫ້ແກ່ແຮງງານຈໍານວນຫຼາຍລ້ານຄົນ ແລະ ເພີ່ມລາຍຮັບໃຫ້ແກ່ງົບປະມານແຫ່ງລັດ, ສະຫນອງແຫຼ່ງທຶນໃຫ້ແກ່ການພັດທະນາເສດຖະກິດ. ພ້ອມກັນນັ້ນ ຍັງສ້າງເງື່ອນໄຂ, ຊຸກຍູ້ໃຫ້ວິສາຫະກິດພາຍໃນພັດທະນາໄປຄຽງຄູ່ກັບບັນດາໂຄງການລົງທຶນໂດຍກົງຈາກຕ່າງປະເທດ, ຍົກສູງກໍາລັງແຮງບົ່ມຊ້ອນ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ,ປະກອບສ່ວນສໍາຄັນເຂົ້າໃນຜົນງານອັນໃຫຍ່ຫຼວງໃນພາລະກິດແຫ່ງການປ່ຽນແປງໃຫມ່.ຫວຽດນາມ ສາມາດບັນລຸໄດ້ຜົນງານອັນໃຫຍ່ຫຼວງ ເຊິ່ງມີຄວາມຫມາຍປະຫວັດສາດ, ພາລະກໍາອັນຍິ່ງໃຫຍ່, ທ່າແຮງບົ່ມຊ້ອນ, ຖານະບົດບາດ ແລະ ອິທິພົນຊື່ສຽງຕໍ່ເວທີສາກົນນັບມື້ສູງຂຶ້ນ. ໃນຂະບວນວິວັດແຫ່ງການປ່ຽນແປງໃຫມ່ ຫວຽດນາມໄດ້ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ຈະສືບຕໍ່ປະຕິບັດບັນດາຄໍາຫມັ້ນສັນຍາໃນສັນຍາການຄ້າເສລີຢ່າງຄົບຖ້ວນ, ມີປະສິດທິຜົນ ເພື່ອສ້າງກາລະໂອກາດເປີດກວ້າງການຜະລິດ,ແກ້ໄຂວຽກເຮັດງານທໍາ, ຄວາມຫມັ້ນຄົງ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ເຂົ້າຮ່ວມຂະບວນການຮ່ວມມື ແລະ ແບ່ງງານສາກົນ; ສ້າງກາລະໂອກາດດໍາເນີນທຸລະກິດໃຫມ່ໃຫ້ແກ່ວິສາຫະກິດ, ເປີດກວ້າງຕະຫຼາດສົ່ງອອກສິນຄ້າໄປຍັງບັນດາຕະຫຼາດຂະຫນາດໃຫຍ່, ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດຢ່າງແຂງແຮງ ແລະ ອໍານວຍຄວາມສະດວກໃຫ້ແກ່ວິສາຫະກິດຫວຽດນາມ ໄດ້ໄປລົງທຶນຢູ່ຕ່າງປະເທດ; ປະກອບສ່ວນຍົກສູງເອກະລາດ, ເປັນເຈົ້າຕົນເອງທາງດ້ານພື້ນຖານເສດຖະກິດ, ປະຕິບັດການເປີດປະຕູພື້ນຖານເສດຖະກິດອອກສູ່ພາຍນອກຢ່າງຄົບຖ້ວນ, ພ້ອມທັງສ້າງ, ປະກາດໃຊ້ນະໂຍບາຍ, ກົດຫມາຍແລະ ປະຕິບັດສົນທິສັນຍາສາກົນທີ່ໄດ້ລົງນາມຢ່າງຄົບຖ້ວນ.

ເຖິງຢ່າງໃດກໍຕາມ ການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງສາກົນ ຍັງບໍ່ທັນຫນັກແຫນ້ນ ເນື່ອງຈາກນະໂຍບາຍ ແລະ ກົດຫມາຍບໍ່ທັນສົມບູນ;ຍຸດທະສາດ, ແຜນກໍານົດ, ແຜນການ-ແຜນງານຍັງບໍ່ທັນສອດຄ່ອງເທົ່າທີ່ຄວນ ເຊິ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວເສດຖະກິດ. ກົງຈັກການຈັດຕັ້ງຄຸ້ມຄອງລັດຍັງບໍ່ທັນຮັດກຸມ, ພາລະບົດບາດ, ສິດ, ຫນ້າທີ່ຄວາມຮັບຜິດຊອບຂອງຫຼາຍອົງການຍັງບໍ່ທັນໄດ້ກໍານົດຢ່າງຈະແຈ້ງ. ການຄຸ້ມຄອງເສດຖະກິດຂອງລັດ ແລະ ການພັດທະນາວິສາຫະກິດຢູ່ພາຍໃນປະເທດ ຍັງບໍ່ທັນຕອບສະຫນອງໄດ້ກັບຄວາມຮຽກຮ້ອງຕ້ອງການ; ວິສາຫະກິດພາຍໃນສ່ວນຫຼາຍເປັນວິສາຫະກິດຂະຫນາດຫນ້ອຍ ແລະ ກາງ, ລະດັບເຕັກໂນໂລຊີບໍ່ທັນສູງ,ຄວາມສາມາດດ້ານການເງິນ ແລະ ການບໍລິຫານ ຍັງຈໍາກັດ. ວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກໍາ ຍັງບໍ່ທັນກາຍເປັນກໍາລັງຊຸກດັນຕົ້ນຕໍໃຫ້ແກ່ການຫັນເປັນອຸດສາຫະກໍາ ແລະ ທັນສະໄຫມ; ກໍາລັງແກ່ງແຍ່ງຂອງພື້ນຖານຂອງເສດຖະກິດຍັງຕໍ່າ ເມື່ອທຽບກັບຫຼາຍປະເທດໃນອາຊຽນ ແລະ ໃນໂລກ. ລະດັບການເຕີບໂຕຂອງເສດຖະກິດຍັງບໍ່ທັນສົມຄູ່ກັບທ່າແຮງບົ່ມຊ້ອນ; ຫນີ້ເສຍໃນລະບົບທະນາຄານການຄ້າຍັງສູງ, ຄວາມສົມດຸນຂອງເສດຖະກິດມະຫາພາກບໍ່ທັນຫນັກແຫນ້ນ, ມູນຄ່າສ່ວນເກີນຂອງການສົ່ງອອກຍັງຕໍ່າ, ຕະຫຼາດຍັງບໍ່ທັນກວ້າງຂວາງ ແລະ ຄວາມສາມາດແກ່ງແຍ່ງແຂ່ງຂັນຍັງບໍ່ທັນສູງ.ເພື່ອສືບຕໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງແຂງແຮງ ແລະ ຍືນຍົງ ຕ້ອງເອົາໃຈໃສ່ບາງບັນຫາ ດັ່ງນີ້:ຫນຶ່ງ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ຍົກສູງປະສິດທິຜົນການເຊື່ອມໂຍງເຂົ້າກັບສາກົນ, ກ່ອນອື່ນຫມົດແມ່ນສຸມໃສ່ຍົກສູງກໍາລັງຄວາມສາມາດຂອງພັກຕໍ່ການປ່ຽນແປງໃຫມ່ກົງຈັກການຈັດຕັ້ງ,ຍົກສູງຄຸນນະພາບ, ປະສິດທິພາບ, ປະສິດທິຜົນໃນການຄຸ້ມຄອງລັດ, ສ້າງຖັນແຖວພະນັກງານ-ລັດຖະກອນໃຫ້ມີຄວາມຮູ້-ຄວາມສາມາດ ແລະ ມີຄຸນສົມບັດສິນທໍາປະຕິວັດຕອບສະຫນອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃຫມ່; ຂຸດຄົ້ນທ່າແຮງບົ່ມຊ້ອນ, ຄົ້ນຄວ້າວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກໍາໃຫມ່,ພ້ອມທັງຍົກສູງຄຸນນະພາບຂອງຊັບພະຍາກອນມະນຸດ.

ສອງ, ຮັກສາສະຖຽນລະພາບເສຖະກິດມະຫາພາກ, ຄວບຄຸມເງິນເຟີ້, ຮັບປະກັນຄວາມສົມດຸນຂອງພື້ນຖານເສດຖະກິດ, ເປັນເຈົ້າການນໍາໃຊ້ບັນດາເຄື່ອງມືນະໂຍບາຍການເງິນ-ເງິນຕາ ຄວບຄູ່ກັບນະໂຍບາຍອື່ນໆຢ່າງມີໄຫວພິບ; ສຸມໃສ່ປັບປຸງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ ຕິດພັນກັບການປ່ຽນແປງໃຫມ່ຮູບແບບການເຕີບໂຕຕາມລວງເລິກ, ອີງໃສ່ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາເປັນສ່ວນຫຼາຍ. ຖືການພັດທະນາວິທະຍາສາດ-ເຕັກໂນໂລຊີ ເປັນຂອດບຸກທະລຸໃນການພັດທະນາ; ເປັນເຈົ້າການບາງເຕັກໂນໂລຊີໃຫມ່, ແຫຼ່ງເຕັກໂນໂລຊີທີ່ມີລັກສະນະຕັດສິນຄວາມເປັນເອກະລາດ, ເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດແຫ່ງຊາດ.

ສາມ, ພັດທະນາພື້ນຖານອຸດສາຫະກໍາໃຫ້ທັນສະໄຫມ, ເຂັ້ມແຂງ, ຫນັກແຫນ້ນ, ຖືເອົາເຕັກໂນໂລຊີເປັນປາຍແຫຼມນໍາຫນ້າ ເຊັ່ນ: ເຕັກໂນໂລຊີດີຈິຕອນ, ເຕັກໂນໂລຊີສີຂຽວ ແລະ ບັນດາຂະແຫນງອຸດສາຫະກໍາທີ່ມີຫຼາຍທ່າແຮງພັດທະນາ ດ້ວຍການນໍາໃຊ້ເຕັກໂນໂລຊີ, ເຕັກນິກການຜະລິດທີ່ທັນສະໄຫມ, ເປັນເຈົ້າການດ້ານວັດຖຸດິບ, ເຕັກໂນໂລຊີການຜະລິດ ແລະຕະຫຼາດ.

ສີ່, ສືບຕໍ່ກໍ່ສ້າງ ແລະ ປັບປຸງລະບອບ-ລະບຽບການໃຫ້ສອດຄ່ອງກັບການພັດທະນາໂດຍສະເພາະການພັດທະນາເສດຖະກິດຕະຫຼາດ ຕາມກໍານົດທິດສັງຄົມນິຍົມ; ສ້າງກອບນິຕິກໍາ ເພື່ອພັດທະນາປະເທດຊາດໄວ ແລະຍືນຍົງ, ຮັບປະກັນກໍາລັງຄວາມສາມາດໃນຄວາມເປັນເອກະລາດ, ເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດ, ຍົກສູງປະສິດທິຜົນຂອງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ;ເປັນເຈົ້າການສ້າງລະບອບ-ລະບຽບການດ້ານນະໂຍບາຍ ເພື່ອສົ່ງເສີມຕະຫຼາດສົ່ງອອກ-ນໍາເຂົ້າໃນຫຼາຍຮູບແບບ, ດຶງດູດ ແລະ ຄຸ້ມຄອງແຫຼ່ງເງິນລົງທຶນຈາກຕ່າງປະເທດໃຫ້ມີປະສິດທິຜົນ; ສ້າງລະບອບ-ລະບຽບການ ເພື່ອປົກປ້ອງຕະຫຼາດຢູ່ພາຍໃນປະເທດ, ປ້ອງກັນ ແລະຫຼຸດຜ່ອນຜົນກະທົບຈາກພາຍນອກໃຫ້ຢູ່ໃນລະດັບຕໍ່າ. ພ້ອມກັນນີ້ ກໍສຸມໃສ່ປັບປຸງນະໂຍບາຍການລົງທຶນ, ໃຫ້ບຸລິມະສິດ ແລະ ສຸມໃສ່ບັນດາແຫຼ່ງກໍາລັງແຮງ ເຊັ່ນ: ຄົນ, ທີ່ດິນ, ການເງິນ, ວິທະຍາສາດ-ເຕັກໂນໂລຊີຢ່າງເຫມາະສົມ ເພື່ອພັດທະນາບັນດາຂະແຫນງອຸດສາຫະກໍາພື້ນຖານ, ບັນດາຂະແຫນງການເຕັກໂນໂລຊີບຸລິມະສິດ ແລະ ເຕັກໂນໂລຊີປາຍແຫຼມຢ່າງຫນັກແຫນ້ນ.ຫ້າ, ສືບຕໍ່ປັບປຸງລະບົບກົດຫມາຍໃຫ້ສົມບູນ ເພື່ອປະຕິບັດບັນດາຄໍາຫມັ້ນສັນຍາສາກົນ, ບັນດາເນື້ອໃນສັນຍາການຄ້າເສລີ ແລະສັນຍາການລົງທຶນທີ່ໄດ້ລົງນາມຢ່າງຄົບຖ້ວນ;ຍາດແຍ່ງ ແລະ ເສີມຂະຫຍາຍຂໍ້ສະດວກ, ຈໍາກັດບັນດາຜົນກະທົບທາງລົບຂອງທ່າອ່ຽງຫັນເສດຖະກິດເປັນເສລີ, ຫັນການຄ້າທົ່ວໂລກ ເປັນເສລີໃຫ້ຢູ່ໃນລະດັບຕໍ່າ; ຍາດແຍ່ງ, ຫັນເປັນລະອຽດຫມາກຜົນແຫ່ງການຍົກລະດັບສາຍພົວພັນກັບບັນດາປະເທດໃຫຍ່ ແລະ ບັນດາຄູ່ຮ່ວມມືໃຫ້ກ້າວເຂົ້າສູ່ລວງເລິກ ເປັນຕົ້ນແມ່ນດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ,ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.ຫົກ, ພັດທະນາຂົງເຂດເສດຖະກິດຢູ່ພາຍໃນປະເທດຢ່າງແຂງແຮງ ເພື່ອຫຼຸດຜ່ອນການຂຶ້ນກັບຂົງເຂດທີ່ມີການລົງທຶນຈາກຕ່າງປະເທດ, ມີນະໂຍບາຍຊ່ວຍຫນູນ ແລະ ສ້າງເງື່ອນໄຂສະດວກ ເພື່ອສ້າງຕັ້ງບາງກຸ່ມບໍລິສັດ/ເສດຖະກິດຂອງລັດ ແລະ ກຸ່ມບໍລິສັດ/ເສດຖະກິດເອກະຊົນພາຍໃນໃຫ້ມີຄວາມເຂັ້ມແຂງ, ເປັນເຈົ້າການດ້ານເຕັກໂນໂລຊີການຜະລິດທີ່ທັນສະໄຫມ, ມີຄວາມສາມາດເຂົ້າຮ່ວມຕ່ອງໂສ້ມູນຄ່າທົ່ວໂລກຢ່າງມີປະສິດທິຜົນ,ເປັນສູນເຊື່ອມຕໍ່, ຊ່ວຍເຫຼືອການພັດທະນາລະບົບວິສາຫະກິດຢູ່ພາຍໃນປະເທດ ແລະ ເປັນເຈົ້າການຊຸກຍູ້ການຮ່ວມມື, ຮ່ວມສໍາພັນໃນພາກພື້ນ ແລະ ສາກົນ. ເດັດດ່ຽວສະກັດກັ້ນບັນດາໂຄງການທີ່ມີເຕັກໂນໂລຊີລະດັບຕໍ່າ, ຫຼ້າຫຼັງ, ນໍາໃຊ້ແຮງງານ, ທີ່ດິນ, ພະລັງງານຫຼາຍເກີນໄປ ແລະ ສ້າງມົນລະພິດຕໍ່ສິ່ງແວດລ້ອມ.ເຈັດ, ຮິບໂຮມຍຸດທະສາດພັດທະນາເສດຖະກິດ-ສັງຄົມ ຕິດພັນກັບຍຸດທະສາດປົກປັກຮັກສາປະເທດຊາດ, ປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ຍຸດທະສາດເຊື່ອມໂຍງເຂົ້າກັບສາກົນຢ່າງແຫນ້ນແຟ້ນ ແລະ ຄົບຊຸດ ເພື່ອສັງລວມໃຫ້ເປັນເອກະພາບກັນ, ມີປະສິດທິພາບ ແລະ ປະສິດທິຜົນສູງ. ຍົກສູງຄວາມສາມາດໃນການວິໄຈ, ຄາດຄະເນຍຸດທະສາດ, ຮັບຮູ້ການປ່ຽນແປງ, ທ່າອ່ຽງຂອງພື້ນຖານເສດຖະກິດໂລກໂດຍໄວ, ຈາກນັ້ນ ມີການດັດປັບຍຸດທະສາດການພັດທະນາໃຫ້ຖືກຕ້ອງ, ປະຕິບັດບັນດາບາດກ້າວບຸກທະລຸດ້ານໂຄງປະກອບ, ຍາດແຍ່ງບັນດາກາລະໂອກາດໃຫມ່ໃຫ້ເຖິງຖອງ. ສ້າງຍຸດທະສາດເຊື່ອມໂຍງຮອດປີ 2030, ວິໄສທັດຮອດປີ 2045; ເພີ່ມທະວີຄວາມສາມາດເປັນເຈົ້າຕົນເອງຂອງປະເທດຊາດ. ຂະບວນການເຊື່ອມໂຍງສາກົນ ໄດ້ອອກແບບເຫມາະສົມກັບຂະບວນການປະຕິຮູບ, ປັບປຸງລະບອບ-ລະບຽບການດ້ານເສດຖະກິດຕະຫຼາດຕາມກໍານົດທິດສັງຄົມນິຍົມໃຫ້ສົມບູນແບບ.ການສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ ມີຄວາມສໍາຄັນຢ່າງຍິ່ງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງກ່ອນອື່ນຫມົດຕ້ອງເປັນເຈົ້າການທາງດ້ານເຕັກໂນໂລຊີ, ນະວັດຕະກໍາໃຫມ່ທີ່ກ້າວຫນ້າ, ມີບັນດາຂະແຫນງການວິທະຍາສາດທີ່ທັນສະໄຫມ, ມີພື້ນຖານອຸດສາຫະກໍາທີ່ຫນັກແຫນ້ນ, ເຂັ້ມແຂງ ເພື່ອຮັບປະກັນໃຫ້ພື້ນຖານເສດຖະກິດພັດທະນາໄວ ແລະ ຍືນຍົງ;ປຸກລະດົມກໍາລັງແຮງຂອງທົ່ວປວງຊົນ ສົມທົບກັບກໍາລັງແຮງຂອງຍຸກສະໄຫມ; ຍູ້ແຮງການຫັນປະເທດເປັນອຸດສາຫະກໍາ ແລະ ທັນສະໄຫມເພື່ອເປັນຮາກຖານໃຫ້ແກ່ການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງແລະ ກວ້າງຂວາງ ແນໃສ່ນໍາເອົາຜົນປະໂຫຍດມາສູ່ຂອງປະເທດຊາດ ບົນພື້ນຖານບັນດາຫຼັກການຂອງກົດບັດສະຫະປະຊາຊາດ ແລະ ກົດຫມາຍສາກົນ, ສະເຫມີພາບ, ຮ່ວມມື, ຕ່າງຝ່າຍຕ່າງມີຜົນປະໂຫຍດ./.

Leave a Reply

Your email address will not be published. Required fields are marked *