ສັງລວມເຫດການເດັ່ນ ທັງພາຍໃນ ແລະ ຕ່າງປະເທດ ໃນປີ 2024
ບກ ຕ່າງປະເທດ ແລະ ສື່ເອເລັກໂຕຼນິກ
ໃນປີ 2024 ໄດ້ມີຫຼາຍເຫດການທາງດ້ານເສດຖະກິດ, ການເມືອງ, ຄວາມໝັ້ນຄົງ ແລະ ອື່ນໆ ເກີດຂຶ້ນຢູ່ປະເທດຕ່າງໆໃນໂລກ ເຊິ່ງວາລະສານອະລຸນໃໝ່ ໄດ້ສັງລວມເຫດການທີ່ພົ້ນເດັ່ນ ທັງພາຍໃນ ແລະ ຕ່າງປະເທດ ດັ່ງນີ້:
+ ເຫດການເດັ່ນພາຍໃນປະເທດ.
ພິທີໂຮມຊຸມນຸມ ອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໄດ້ຈັດຂຶ້ນວັນທີ 8 ກຸມພາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີບັນດາການນໍາພັກ-ລັດ, ບັນດາອາດີດການນໍາພັກ-ລັດ, ນັກປະຕິວັດອາວຸໂສ, ກໍາລັງປະກອບອາວຸດ ແລະ ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ. ປະທານ ຄໍາໄຕ ສີພັນດອນ ແມ່ນນັກຮັກຊາດທີ່ດູດດື່ມ, ນັກປະຕິວັດທີ່ໂດດເດັ່ນ, ມີຄວາມປີຊາສາມາດ-ອົງອາດກ້າແກ່ນ, ສຸຂຸມຮອບຄອບ ແລະ ໜັກ ແໜ້ນໃນທຸກສະຖານະການ, ເພິ່ນເປັນໜຶ່ງໃນບັນດາການນໍາສູງສຸດຮຸ່ນທໍາອິດ ທີ່ໄດ້ຄຽງບ່າຄຽງໄຫຼ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນໍາທ່ານອື່ນໆນໍາພາການກໍ່ຕັ້ງພັກ ແລະ ກອງທັບປະຕິວັດຢູ່ປະເທດເຮົາ, ຈັດຕັ້ງ-ນໍາພາການຕໍ່ສູ້ປະຕິວັດຂອງປະຊາຊົນ ດ້ວຍຄວາມສະຫຼາດສ່ອງໃສ ແລະ ເດັດຂາດມີໄຊ; ປະທານ ໄດ້ເລີ່ມຕົ້ນຈາກການເປັນນາຍທະຫານປະຈໍາເສນາທິການພາກໃຕ້, ເປັນຜູ້ຕາງໜ້າລັດຖະບານແນວລາວອິດສະຫຼະ, ເປັນປະທານຄະນະກໍາມະການຕໍ່ຕ້ານ ກ້າວສູ່ການເປັນຜູ້ບັນຊາການສູງສຸດຂອງກອງທັບປົດປ່ອຍປະຊາຊົນລາວ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດຜູ້ທໍາອິດ, ເປັນນາຍົກລັດຖະມົນຕີ, ເປັນປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ເປັນປະທານປະເທດແຫ່ງ ສປປ ລາວ.
ກົມການເມືອງສູນກາງພັກໄດ້ອອກມະຕິສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່. ເຊິ່ງມະຕິດັ່ງກ່າວໄດ້ເປັນນິຕິກຳ ແລະ ເປັນບ່ອນອີງທີ່ສຳຄັນຕໍ່ການປັບປຸງລະບົບເສດຖະກິດແຫ່ງຊາດໃຫ້ມີຄວາມເຂັ້ມແຂງ, ຍືນຍົງ ແລະ ໄປຕາມທິດ “ສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມຢ່າງແທ້ຈິງ” ບົນພື້ນຖານຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ມະຕິດັ່ງກ່າວແມ່ນສະຕິປັນຍາອັນລວມສູນຂອງຄະນະບໍລິຫານງານສູນກາງພັກທີ່ເຫັນໄດ້ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ສາເຫດຂອງມັນ ເຊິ່ງປະເທດພວກເຮົາພວມປະເຊີນຢູ່ ບົນພື້ນຖານການຂຸດຄົ້ນ, ນຳໃຊ້ກາລະໂອກາດ ແລະ ກຳລັງແຮງສັງລວມ ເພື່ອສ້າງບາດກ້າວບຸກທະລຸໃນການພັດທະນາ ເຊິ່ງເຮັດໃຫ້ເສດຖະກິດແຫ່ງຊາດມີການເຕີບໂຕດ້ວຍຈັງຫວະທີ່ໝັ້ນທ່ຽງ, ປະເທດຊາດໄດ້ຮັບການພັດທະນານັບມື້ດີຂຶ້ນ. ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແມ່ນພາກສ່ວນສຳຄັນຂອງຄວາມເປັນເອກະລາດ, ອຳນາດອະທິປະໄຕຂອງຊາດ ເຊິ່ງເນື້ອແທ້ແມ່ນການຍົກສູງສະຕິຊາດ, ເສີມຂະຫຍາຍສະຕິປັນຍາ, ກຳລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນໃນຊາດເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນດ້ານຊັບພະຍາກອນມະນຸດ, ຊັບພະຍາກອນທຳມະຊາດ, ທີ່ຕັ້ງພູມສັນຖານ, ວັດທະນະທຳ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄຳນຶງເຖິງປະສິດທິພາບ, ປະສິດທິຜົນ ແລະ ຄວາມຄຸ້ມຄ່າຂອງການນຳໃຊ້ຄວາມສາມາດບົ່ມຊ້ອນຂອງຊັບພະຍາກອນທີ່ມີ ເພື່ອຕອບສະໜອງໃຫ້ແກ່ການປົກຮັກສາປະເທດຊາດ ແລະ ການພັດທະນາຍືນຍົງ, ສ້າງຄວາມຢູ່ດີກິນດີໃຫ້ປະຊາຊົນພາຍໃນຊາດ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
ພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (7/5/1954-7/5/2024) ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ພ້ອມດ້ວຍການນໍາພັກ, ລັດ, ບັນດາອາດີດການນໍາພັກ-ລັດ, ນັກປະຕິວັດອາວຸໂສ, ກໍາລັງປະກອບອາວຸດ ແລະ ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ. ໄຊຊະນະດຽນບຽນຟູ ເປັນເຫດການທີ່ມີຄວາມໝາຍປະຫວັດສາດທີ່ຍິ່ງໃຫຍ່ຂອງປະຊາຊົນຫວຽດນາມວິລະຊົນ, ສະແດງໃຫ້ເຫັນຄວາມເຂັ້ມແຂງຂອງກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ເຫັນຄວາມມຸ່ງຫວັງອັນແຮງກ້າຂອງປະຊາຊົນຕໍ່ສັນຕິພາບ ແລະ ເອກະລາດແຫ່ງຊາດ; ສະແດງໃຫ້ເຫັນເຖິງຄວາມສະຫຼາດສ່ອງໃສໃນການນໍາພາຂອງພັກແຮງງານຫວຽດນາມທີ່ມີປະທານໂຮ່ຈີມິນ ເປັນຜູ້ນໍາໃນການວາງແນວທາງຕໍ່ສູ້ຍາວນານ, ຮອບດ້ານ, ປະດິດສ້າງ, ເສີມຂະຫຍາຍກໍາລັງແຮງແຫ່ງຄວາມສາມັກຄີທົ່ວປວງຊົນທັງຊາດ. ໄຊຊະນະດັ່ງກ່າວ, ກາຍເປັນຄວາມເອກອ້າງທະນົງໃຈຂອງປະຊາຊົນຫວຽດນາມ, ລາວ ແລະ ກໍາປູເຈຍ ໃນພາລະກິດຕໍ່ສູ້ເພື່ອເອກະລາດຂອງຕົນໃນເວລາຊຸມປີຕໍ່ມາ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນໃນປີ 1975 ແລະ ດໍາເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ເຖິງວ່າວັນເວລາໄດ້ຜ່ານໄປເປັນເວລາ 70 ປີ ກໍຕາມ, ແຕ່ມານະຈິດຂອງບັ້ນຮົບດຽນບຽນຟູ ຍັງໃສແຈ້ງ ແລະ ເປັນກໍາລັງໃຈອັນແຮງກ້າຂອງປະຊາຊົນສາມຊາດອິນດູຈີນໂດຍຕະຫຼອດມາ.
ການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ: ເພື່ອເປັນການຫວນຄືນມູນເຊື້ອແຫ່ງການຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ແລະ ຢັ້ງຢືນຄືນໝາກຜົນຕົວຈິງທີ່ພັກປະຊາຊົນປະຕິວັດລາວຍາດມາໄດ້ຕະຫຼອດໄລຍະ 70 ປີ; ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ; ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ຄະນະເລຂາທິການສູນກາງພັກ ໄດ້ອອກຄໍາສັ່ງແນະນໍາ ສະບັບເລກທີ 182/ຄລສພ, ລົງວັນທີ 12 ກໍລະກົດ 2024 ວ່າດ້ວຍການຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກກ່ຽວກັບການກະກຽມ ແລະ ສະເຫຼີມສະຫຼອງ 3 ວັນປະຫວັດສາດ, ໃນຄຳສັ່ງແນະນໍາດັ່ງກ່າວໄດ້ກຳນົດເນື້ອໃນການສະເຫຼີມສະຫຼອງຢ່າງລະອຽດ, ມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລະດັບຊາດ, ແຕ່ງຕັ້ງອະນຸກຳມະການ ແລະ ແບ່ງຄວາມຮັບຜິດຊອບຢ່າງລະອຽດຈະແຈ້ງ ເພື່ອເຮັດການສະເຫຼີມສະຫຼອງ 3 ວັນດັ່ງກ່າວບັນລຸຕາມແຜນການທີ່ວາງໄວ້ ແລະ ເປັນຂະບວນຟົດຟື້ນ.
ເປີດກອງປະຊຸມທາບທາມເນື້ອໃນກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກ: ກອງປະຊຸມໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ ບັນຫາທີ່ຕັ້ງຂຶ້ນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງໄດ້ປະເມີນຜົນແບບກວມລວມ 40 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ; ໄດ້ກຳນົດບັນດາເນື້ອໃນທິດທາງ, ໜ້າທີ່, ແຜນນະໂຍບາຍໃຫຍ່ ເພື່ອສືບຕໍ່ຍູ້ແຮງແຕ່ລະຂົງເຂດວຽກງານໃນຊຸມປີຕໍ່ໜ້າ. ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ເຊິ່ງໄດ້ສະຫຼຸບຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ກຳນົດ 6 ເປົ້າໝາຍ ແລະ ແຜນວຽກຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໂດຍຄົ້ນຄວ້າ, ວາງແຜນໃຫ້ສອດຄ່ອງກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ຖືກກັບຈຸດພິເສດ, ທ່າແຮງ ແລະ ການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມຂອງປະເທດ ກໍຄືທ່າອ່ຽງລວມຂອງຍຸກສະໄໝ. ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ປະກອບຄຳຄິດຄຳເຫັນຕໍ່ເນື້ອໃນເອກະສານດັ່ງກ່າວຢ່າງກົງໄປກົງມາ, ສ້າງສັນ, ມີປະຊາທິປະໄຕ ແລະ ເບິ່ງບັນຫາ, ຕີລາຄາບັນຫາຕ່າງໆຢ່າງຈະແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ, ມີການສະເໜີບັນຫາໃນຫຼາຍແງ່ມູມ, ຍົກເຫດຜົນ ອະທິບາຍບັນຫາ ເພື່ອໃຫ້ອະນຸກຳມະການເນື້ອໃນນຳເອົາໄປສືບຕໍ່ຄົ້ນຄວ້າ, ປັບປຸງຮ່າງເອກະສານຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ສົມບູນ ເຮັດໃຫ້ເນື້ອໃນຕ່າງໆ ກາຍເປັນໝາກຜົນລວມຍອດແຫ່ງສະຕິປັນຍາຂອງພັກ-ລັດ ແລະ ປະຊາຊົນບັນດາເຜົ່າທີ່ມີວິທະຍາສາດ, ພາວະວິໄສ ແລະ ແທດກັບຕົວຈິງຂອງປະເທດເຮົາ.
ການເປັນປະທານອາຊຽນຂອງ ສປປ ລາວ ຄັ້ງທີ 44 – 45 ຜ່ານມາໄດ້ຮັບຜົນສໍາເລັດຢ່າງເປັນໜ້າເພິ່ງພໍໃຈ. ສປປ ລາວ ໄດ້ສໍາເລັດການເປັນເຈົ້າພາບ ແລະ ປະທານກອງປະຊຸມລະດັບລັດຖະມົນຕີ ໃນຂະແໜງການຕ່າງໆ. ການເປັນປະທານອາຊຽນຂອງ ສປປ ລາວ ໃນຄັ້ງນີ້ ພາຍໃຕ້ຄຳຂວັນ: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ເຊິ່ງມີຄວາມສອດຄ່ອງກັບນະໂຍບາຍ ແລະ ເປົ້າ ໝາຍຂອງ ສປປ ລາວ ໃນການຫັນປະເທດຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນສູນກາງຂອງການເຊື່ອມໂຍງ-ເຊື່ອມຈອດຂອງພາກພື້ນ ແລະ ທັງສອດຄ່ອງກັບເປົ້າໝາຍຂອງອາຊຽນ ໃນການສ້າງອາຊຽນໃຫ້ກາຍເປັນພາກພື້ນທີ່ມີການເຊື່ອມຈອດ ແລະ ເຂັ້ມແຂງ. ການທີ່ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເຮັດໃຫ້ປະເທດເຮົາໄດ້ຮັບຜົນປະໂຫຍດໃນຫຼາຍດ້ານ ທັງເປັນການຍົກລະດັບພາບລັກທາງການເມືອງໃນພາກພື້ນ ແລະ ໃນເວທີໂລກ, ການພັດທະນາພື້ນຖານໂຄງລ່າງ ເພື່ອຮອງຮັບການປະຊຸມ ແລະ ການສ້າງຄວາມຮ່ວມມືລະຫ່ວາງປະເທດສະມາຊິກອາຊຽນ. ນອກຈາກນີ້ ລາວເຮົາຍັງໄດ້ໂອກາດໃນການສົ່ງເສີມການລົງທຶນ ແລະ ການພັດທະນາເສດຖະກິດພາຍໃນປະເທດຈາກການເປັນສູນກາງກອງປະຊຸມສຳຄັນນີ້. ພ້ອມກັນນັ້ນ ກໍໄດ້ຍົກສູງຖານະບົດບາດຂອງ ສປປ ລາວ ໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ທັງເປັນການດຶງດູດການສະໜັບສະໜູນຈາກບັນດາປະເທດອາຊຽນ ບັນດາຄູ່ຮ່ວມມືພາຍນອກເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ອີກດ້ວຍ.
+ ເຫດການເດັ່ນຂອງຕ່າງປະເທດ.
ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຖິງແກ່ມໍລະນະກໍາ. ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຖິງແກ່ມໍລະນະກໍາ ໃນວັນທີ 19 ກໍລະກົດ 2024, ໃນເວລາ 13:38 ນາທີ ທີ່ໂຮງໝໍສູນກາງກອງທັບ 108 ລວມອາຍຸ 80 ປີ. ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ລັດຖະບານແຫ່ງສາທາ ລະນະລັດ ສັງຄົມນິຍົມຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈຶ່ງອອກແຈ້ງການພິເສດກ່ຽວກັບການຈັດຕັ້ງງານຊາປະນະກິດສົບລະດັບຊາດ ໃຫ້ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຢ່າງສົມກຽດ.
ສປ ຈີນ ເປັນອັນດັບໜຶ່ງໃນດ້ານການຄ້າ ເປັນເວລາ 7 ປີຕິດຕໍ່ກັນ ເມື່ອບໍ່ດົນມານີ້, ຜູ້ຮັບຜິດຊອບກົມການຄ້າກັບຕ່າງປະເທດຂອງກະຊວງການຄ້າຈີນ ກ່າວວ່າ: ປີ 2023 ສປ ຈີນ ກວມອັດຕາສ່ວນ 14,2% ໃນຕະຫຼາດການສົ່ງອອກຂອງສາກົນ ໄດ້ເປັນອັນດັບໜຶ່ງໃນດ້ານການຄ້າສິນຄ້າ ເປັນເວລາ 7 ປີ ຢ່າງລຽນຕິດ. ພາຍຫຼັງ ທີ່ເສດຖະກິດໂລກຟື້ນຕົວຢ່າງລໍາບາກ, ສປ ຈີນ ໄດ້ຮັກສາກວມອັດຕາສ່ວນ ໃນຕະຫຼາດສາກົນຢ່າງໝັ້ນທ່ຽງ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງໃນດ້ານການພັດ ທະນາ; ອົງການການຄ້າໂລກ ຫຼື WTO ຄາດວ່າ: ຈັ່ງຫວະການເຕີບໂຕ ຂອງການຄ້າທົ່ວໂລກ ໃນປີ 2024 ແມ່ນ 2,6%, ໃນຂົງເຂດການຄ້າໄດ້ເກີດມີທ່ວງທ່າການຟື້ນຟູຂຶ້ນ.
ທ່ານ ວາລາດີເມຍ ປູຕິນ ຮັບດໍາລົງຕໍາແໜ່ງເປັນປະທານາທິບໍດີ ຣັດເຊຍ ເປັນສະໄຫມທີ 5. ການເລືອກຕັ້ງປະທານາທິບໍດີຣັດເຊຍ ຄັ້ງທີ 8, ໄດ້ດໍາເນີນແຕ່ວັນທີ 15-17 ມີນາ ຜ່ານມາ, ທ່ານ ວາລາດີເມຍ ປູຕິນ ຍາດໄດ້ໄຊຊະນະຢ່າງຂາດຂັ້ນ ນັບແຕ່ການເລືອກຕັ້ງຮອບທໍາອິດ, ດ້ວຍຈໍານວນຫຼາຍກວ່າ 87% ຂອງບັດສະໜັບສະໜູນ. ໃນວັນທີ 7 ພຶດສະພາ 2024, ໄດ້ມີພິທີຮັບດໍາລົງຕໍາແໜ່ງຂອງ ທ່ານ ວາລາດີເມຍປູຕິນ (Vladimir Putin) ປະທານາທິບໍດີ ຣັດເຊຍ, ໄດ້ຈັດຂຶ້ນຢູ່ວັງເຄຣັມລິນ ( Kremlin). ນີ້ແມ່ນພິທີຮັບດໍາລົງຕໍາແໜ່ງ ເປັນປະທານາທິບໍດີ ສະໄຫມທີ 5 ຢ່າງເປັນທາງການ ໃນພາລະກິດການເມືອງຂອງທ່ານ ວາລາດີເມຍ ປູຕິນ, ໂດຍຊ່ອງໜ້າບັນດາສະມາຊິກໃນສະພາສູງ, ສະພາຕໍ່າ ສະຫະພັນຣັດເຊຍ ແລະ ຜູ້ພິພາກສາສານລັດຖະທໍາມະນູນຣັດເຊຍ, ທ່ານ ວາລາດີເມຍ ປູຕິນ ໄດ້ປະຕິຍານຕົນວ່າ: ເຄົາລົບ ແລະ ປົກປ້ອງບັນດາສິດ ແລະ ສິດເສລີຂອງມະນຸດ ແລະ ພົນລະເມືອງ, ປະຕິບັດ ແລະ ປົກປ້ອງລັດຖະທໍາມະນູນສະຫະພັນ ຣັດເຊຍ, ປົກປັກຮັກສາອະທິປະໄຕ ແລະ ເອກະລາດ, ຄວາມໝັ້ນຄົງ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລັດ, ຈົງຮັກພັກດີຮັບໃຊ້ປະຊາຊົນ.
ຣັດເຊຍ-ອິນເດຍ ມີການພົວພັນຄູ່ຮ່ວມມືຍຸດທະສາດພິເສດ. ເມື່ອບໍ່ດົນມານີ້, ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ ໄດ້ພົບປະກັບ ທ່ານ ນາເຣັນທຣາໂມດີ ນາຍົກລັດຖະມົນຕີ ອິນເດຍ ຢູ່ວັງເກຣັມລິນ(Kremlin) ນະຄອນຫຼວງມົດສະກູ ຂອງຣັດເຊຍ. ໃນໂອກາດນີ້ ທັງສອງຝ່າຍຍັງປຶກສາຫາລືຫຼາຍບັນຫາ ເປັນຕົ້ນ: ກ່ຽວກັບມາດຕະການສໍາລັບການປະທະກັນ ຢູ່ອູແກຣນ, ມາດຕະການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນ ມີການຮ່ວມມື ດ້ານເສດຖະກິດ ລະຫວ່າງ 2 ປະເທດ, ບັນດາບັນຫາກ່ຽວກັບຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ; ຮ່ວມມືໃນກຸ່ມບັນດາປະເທດຕະຫຼາດເກີດໃໝ່ຂະໜາດໃຫຍ່ (BRICS), ອົງການຮ່ວມມືຊຽງໄຮ (SCO) ແລະ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ແລະ ບັນຫາຄວາມໝັ້ນຄົງດ້ານພະລັງງານ.
ແມັກຊິກ ເລືອກໄດ້ປະທານນາທິບໍດີຍິງຄົນທໍາອິດຂອງປະເທດ. ໃນວັນທີ 7 ມີຖຸນາ 2024, ຫຼັງຈາກຜົນການນັບຄະແນນເລືອກຕັ້ງຂອງສະຖາບັນການເລືອກຕັ້ງ ທ່ານ ນາງ ຄລໍເດຍ ສະເກນບາມ (Claudia Schenbam) ຜູ້ສະໜັກເລືອກຕັ້ງຈາກພັກໂມເຣນາ (Morena) ຫຼື ພັກລັດຖະບານ ໄດ້ຊະນະການເລືອກຕັ້ງເປັນປະທານາທິບໍດີ ເເມັກຊິກ ສົ່ງຜົນໃຫ້ເເມັກຊິກ ເຊິ່ງເປັນປະເທດທີ່ຂຶ້ນຊື່ເລື່ອງວັດທະນະທໍາ ຜູ້ຊາຍເປັນໃຫຍ່ ໄດ້ເປັນປະທານາທິບໍດີ ແລະ ຍັງນັບເປັນປະທານາທິບໍດີຍິງຄົນທໍາອິດທີ່ໄດ້ຖືກເລືອກໃນປະເທດໃນອາເມຣິກາເໜືອ ໂດຍ ທ່ານຈະເລີ່ມຂຶ້ນຮັບຕໍາແໜ່ງໃນວັນທີ 1 ຕຸລາ 2024 ແລະ ຈະດໍາລົງຕໍາແໜ່ງເປັນເວລາ 6 ປີ. ທ່ານ ນາງ Schenbam ໄດ້ກ່າວສະແດງຄວາມຂອບໃຈຕໍ່ຜູ້ສະໜັບສະໜູນທີ່ເຮັດໃຫ້ທ່ານ ກາຍເປັນປະທານາທິບໍດີຍິງຄົນທໍາອິດຂອງເເມັກຊິກ ໃນຮອບ 200 ປີ ເຊິ່ງການເລືອກຕັ້ງຄັ້ງນີ້, ຍັງສະແດງໃຫ້ເຫັນວ່າເເມັກຊິກເປັນປະເທດປະຊາທິປະໄຕທີ່ມີການເລືອກຕັ້ງໂດຍສັນຕິ ແລະ ຈະມີລັດຖະບານ ທີ່ຊື່ສັດປາສະຈາກອິດທິພົນ ບໍ່ມີການສໍ້ລາດບັງຫຼວງ, ມີຄວາມເຂັ້ມງວດແບບ ແລະ ມີວິໄນທາງການເງິນ.
ທ່ານ ນາງ ແພທອງທານ ຊິນນະວັດ ໄດ້ຮັບເລືອກໃຫ້ດໍາລົງຕໍາແຫນ່ງນາຍົກລັດຖະມົນຕີໄທ ຄົນທີ 31. ໃນວັນທີ 16 ສິງຫາ 2024, ກອງປະຊຸມພິເສດຂອງສະພາຜູ້ແທນລາຊະດອນຂອງໄທ ໄດ້ເປີດຂຶ້ນເພື່ອຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົານາຍົກລັດຖະມົນຕີຄົນໃໝ່ ຕາມມາດຕາ 159 ຂອງລັດຖະທໍາມະນູນແຫ່ງລາຊະອານາຈັກໄທ. ຜົນການລົງຄະແນນສຽງແມ່ນ ທ່ານ ນາງແພທອງທານ ຊິນນະວັດ ຕົວແທນຈາກພັກເພື່ອໄທ ໄດ້ຮັບການຕົກລົງເຫັນດີ ຈາກສະມາຊິກສະພາຜູ້ແທນລາຊະດອນ ຂອງໄທ ໃຫ້ດໍາລົງດໍາແໜ່ງເປັນນາຍົກລັດຖະມົນຕີຄົນໃໝ່, ດ້ວຍຄະແນນສຽງສະໜັບສະໜູນ 319 ສຽງ, ບໍ່ເຫັນດີ 145 ສຽງ, ງົດອອກສຽງ 27 ສຽງ ຖືວ່າເປັນນາຍຍົກລັດຖະມົນຕີທີ່ເປັນເພດຍິງຄົນທີ 2 ຂອງໄທ.
ສະຫະລັດອາເມລິກາ ໄດ້ຈັດການເລືອກຕັ້ງປະທານາທິບໍດີ. ໃນວັນທີ 5 ພະຈິກ 2024, ການເລືອກຕັ້ງໃນຄັ້ງນີ້ ໄດ້ມີຕົວແທນຈາກພັກເດໂມແກຣັດ, ຣີພັບລິກັນ ແລະ ຕົວແທນຈາກພັກອື່ນໆອີກຈຳນວນໜຶ່ງ. ໃນການເລືອກຕັ້ງ ທ່ານ ໂດນັລ ທຣໍາ ໄດ້ຮັບໄຊຊະນະ ໂດຍໄດ້ຄະແນນຈາກຄະນະຜູ້ເລືອກຕັ້ງ 277 ສຽງ ເຊິ່ງເກີນກວ່າ 270 ສຽງຂອງເກນທີ່ກຳນົດ ເຊິ່ງທ່ານ ໂດນັລ ທຣໍາ ຈະໄດ້ສາບານຕົວເຂົ້າຮັບຕໍາແໜ່ງເປັນປະທານາທິບໍດີຄົນທີ 47 ຂອງສະຫະລັດອາເມລິກາ ໃນວັນ20 ມັງກອນ 2025 ແລະ ເປັນສະໄໝທີ 2 ຂອງໂດນັລ ທຣໍາ.