40 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສານປະຊາຊົນ ແຫ່ງ ສປປ ລາວ

40 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສານປະຊາຊົນ ແຫ່ງ ສປປ ລາວ

                                                  ນ. ສຸກຂັນທະວີ ພົມມະໄກສອນ

ສານປະຊາຊົນແຫ່ງ ສປປ ລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 15 ສິງຫາ 1982, ມີ​ພາລະ​ບົດບາດ​ດໍາ​ເນີນ​ການ​ພິພາກສາ​ຄະດີຕ່າງໆ. ຕະຫຼອດໄລຍະ 40 ປີຜ່ານມາ, ​​ສານ​ປະຊາຊົນໄດ້ຕັ້ງໜ້າປະຕິບັດ ໜ້າທີ່ການເມືອງຂອງຕົນ ດ້ວຍຄວາມຮັບຜິດຊອບສູງ; ລະບົບການຈັດຕັ້ງສານໄດ້ຮັບການປັບປຸງ ແລະ ພັດທະນາໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວສອດຄ່ອງກັບສະພາບການພັດທະນາເສດຖະກິດສັງຄົມໃນແຕ່ລະໄລຍະ; ໄດ້ສ້າງກົດໝາຍວ່າດ້ວຍຜູ້ພິພາກສາ, ກົດໝາຍວ່າດ້ວຍສານ ແລະ ກົດໝາຍວ່າດ້ວຍຄ່າທໍານຽມສານ, ອອກນິຕິກໍາໃຕ້ກົດໝາຍ… ເຮັດ​ໃຫ້ປະຊາຊົນເຂົ້າເຖິງຂະບວນການດໍາເນີນຄະດີຢູ່ສານໄດ້ສະດວກ ແລະ ງ່າຍຂຶ້ນ, ປະຊາຊົນມີ​ຄວາມຮັບຮູ້, ເຂົ້າໃຈ ​ແລະ ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍຢູ່ໃນສັງຄົມໃຫ້ສູງຂຶ້ນ ທັງ​ເປັນ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ລັດ​ແຫ່ງ​ກົດໝາຍ​ເທື່ອ​ລະ​ກ້າວ. (ສະບັບ 9 ປີ 2022. ກມ).

ສານປະຊາຊົນ ແມ່ນອົງການຕຸລາການ, ມີພາລະບົດບາດດໍາເນີນການພິພາກສາຄະດີ ແນໃສ່ສຶກສາອົບຮົມພົນລະເມືອງໃຫ້ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນຂອງການປະຕິວັດ, ລະບອບການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ອົງການຈັດຕັ້ງຂອງພັກ, ອົງການຈັດຕັ້ງຂອງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ປົກປັກຮັກສາສິດຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ຮັບປະກັນຄວາມຍຸ ຕິທໍາ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເພີ່ມທະວີນິຕິທໍາ, ກໍາຈັດ ແລະ ສະກັດກັ້ນການລະເມີດກົດໝາຍ.

ສານປະຊາຊົນແຫ່ງ ສປປ ລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 15 ສິງຫາ 1982 ເຊິ່ງໃນເບື້ອງຕົ້ນ (ໄລຍະປີ 1975-1982) ສານປະຊາຊົນຍັງບໍ່ມີການຈັດຕັ້ງທີ່ເປັນລະບົບ, ແຕ່ການເຄື່ອນໄຫວດໍາເນີນການຕັດສິນຄະດີແມ່ນຂຶ້ນກັບກະຊວງຍຸຕິທໍາ ໂດຍແມ່ນກົມພິພາກສາຂອງກະຊວງຍຸຕິທໍາເຮັດໜ້າທີ່ໃນການຊີ້ນໍາການພິຈາລະນາຕັດສິນຄະດີຢູ່ໃນແຕ່ລະທ້ອງຖິ່ນ ໂດຍອີງໃສ່ຄໍາສັ່ງຂອງສໍານັກງານນາຍົກ ລັດຖະມົນຕີ ເລກທີ 53/ນຍ, ລົງວັນທີ 15 ຕຸລາ 1976 ກ່ຽວກັບການຈັບຕົວ, ການສືບສວນ ແລະ ການຕັດສິນຜູ້ກະທໍາຜິດເປັນພື້ນຖານດ້ານການຈັດຕັ້ງ ແລະ ເຄື່ອນໄຫວພິຈາລະນາຕັດສິນຄະດີ ແລະ ໄດ້ແບ່ງລະບົບການຈັດຕັ້ງອອກເປັນ 3 ຂັ້ນ ຄື: ຂັ້ນສູນກາງຂຶ້ນກັບກົມພິພາກສາ; ຂັ້ນແຂວງ ຫຼື ນະ ຄອນຫຼວງຂຶ້ນກັບພະແນກຍຸຕິທໍາແຂວງ, ນະຄອນຫຼວງ ແລະ ຂັ້ນເມືອງຂຶ້ນກັບຫ້ອງການຍຸຕິທໍາຂອງເມືອງ. ອີງໃສ່ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ທີ່ຕ້ອງເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນເທື່ອລະກ້າວ; ຄະນະປະ ຈຳສະພາປະຊາຊົນສູງສຸດ ຊຸດທີ l ຈຶ່ງໄດ້ຕົກລົງສ້າງຕັ້ງສານປະຊາຊົນຂຶ້ນໃນວັນທີ 15 ສິງຫາ 1982 ເຊິ່ງເອີ້ນ ວ່າສານສູງສຸດ (ສານປະຊາຊົນສູງສຸດໃນປັດຈຸບັນ), ໜ້າທີ່ຕົ້ນຕໍຂອງສານປະຊາຊົນໃນເວລານັ້ນ ແມ່ນພິຈາລະນາຕັດສິນຄະດີໃຫ້ມີຄວາມຖືກຕ້ອງ ແລະ ເປັນທໍາ ແນໃສ່ປົກປັກຮັກສາໝາກຜົນຂອງການປະຕິວັດ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງລັດ ແລະ ປະຊາຊົນບັນດາເຜົ່າ; ລະບົບການ ຈັດຕັ້ງຂອງສານໄລຍະນີ້ ຢູ່ຂັ້ນທ້ອງຖິ່ນແມ່ນໄດ້ສ້າງຕັ້ງສານປະຊາຊົນຂຶ້ນກັບພະແນກຍຸຕິທໍາແຂວງ, ນະຄອນຫຼວງ ແລະ ຫ້ອງການຍຸຕິທໍາເມືອງ.

ມາຮອດປີ 1986 ເຊິ່ງເປັນໄລຍະທີ່ພັກ ແລະ ລັດຖະບານ ສຸມໃສ່ປະຕິບັດແນວທາງປ່ຽນແປງໃໝ່ຮອບ ດ້ານທີ່ມີຫຼັກການ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດມີການຂະຫຍາຍຕົວຢ່າງວ່ອງ ໄວ, ບັນດາສິ່ງຫຍໍ້ທໍ້, ຂໍ້ຂັດແຍ່ງທາງສັງຄົມເກີດມີໜໍ່ແໜງຂະຫຍາຍຕົວຂຶ້ນ. ອີງໃສ່ຄວາມຮຽກຮ້ອງຕ້ອງ ການດັ່ງກ່າວຈຶ່ງມີຄວາມຈໍາເປັນຕ້ອງມີກົດໝາຍວ່າດ້ວຍສານປະຊາຊົນ ເພື່ອຮັບປະກັນການຈັດຕັ້ງປະຕິ ບັດໜ້າທີ່ຂອງສານໃຫ້ມີຄຸນນະພາບ, ປະສິດທິພາບ, ປະສິດທິຜົນ ແລະ ເຮັດໃຫ້ການດໍາເນີນຄະດີຖືກ ຕ້ອງ, ໂປ່ງໃສ, ຍຸຕິທໍາ, ສະນັ້ນ ກົດໝາຍວ່າດ້ວຍສານປະຊາຊົນສະບັບທໍາອິດໄດ້ຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວັນທີ 23 ທັນວາ 1989 ແລະ ປະກາດໃຊ້ຢ່າງເປັນທາງການໃນວັນທີ 09 ມັງກອນ 1990 ຖືເປັນຂີດໝາຍປະຫວັດສາດທີ່ສໍາຄັນໃນການກໍານົດການຈັດຕັ້ງ, ບຸກຄະລາກອນ, ສິດ ແລະ ໜ້າທີ່ຂອງສານປະຊາຊົນຢ່າງເປັນຮູບປະທໍາ ແລະ ເປັນລະບົບ. ນັບແຕ່ນັ້ນມາ ບໍ່ວ່າຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ສ້າງຕັ້ງສານປະຊາຊົນຂຶ້ນຢ່າງເປັນຮູບປະທໍາ ເຊິ່ງສານແຕ່ລະຂັ້ນໄດ້ແຕ່ງຕັ້ງປະທານ, ຮອງປະທານ ແລະ ຜູ້ພິພາກສາ ເພື່ອພິຈາລະ ນາຕັດສິນຄະດີ ພ້ອມທັງປະກອບພະນັກງານໃຫ້ສານປະຊາຊົນຕາມຄວາມເໝາະສົມ.

ໃນປີ 2003 ສານປະຊາຊົນໄດ້ມີການປັບປຸງລະບົບການຈັດຕັ້ງ ໂດຍໄດ້ສ້າງຕັ້ງສານອຸທອນຂຶ້ນໃນສາມພາກຂອງປະເທດ ແລະ ໂອນສານປະຊາຊົນທ້ອງຖິ່ນທີ່ຢູ່ໃຕ້ການຄຸ້ມຄອງຂອງກະຊວງຍຸຕິທໍາມາຂຶ້ນກັບການຄຸ້ມຄອງບໍລິຫານຂອງສານປະຊາຊົນສູງສຸດ, ເຮັດໃຫ້ລະບົບການຈັດຕັ້ງຂອງສານປະຊາຊົນໃນໄລຍະນີ້ປະກອບດ້ວຍ: ສານປະຊາຊົນສູງສຸດ, ສານອຸທອນ, ສານປະຊາຊົນແຂວງ, ນະຄອນ, ສານປະຊາຊົນເມືອງ, ເທດສະບານ ແລະ ສານທະຫານ; ນອກຈາກການປັບປຸງລະບົບການຈັດຕັ້ງແລ້ວ ຍັງໄດ້ປັບປຸງກົນໄກດໍາເນີນຄະດີມີຄວາມວ່ອງໄວ, ລົງເລິກແຕ່ລະບັນຫາ, ຖືກຕ້ອງ ແລະ ຍຸຕິທໍາ ໂດຍໄດ້ແຍກຄະ ນະສານ ເຊິ່ງເມື່ອກ່ອນມີພຽງ 2 ຄະນະສານ ຄື: ຄະນະສານອາຍາ ແລະ ຄະນະສານແພ່ງອອກມາເປັນ 5 ຄະນະສາ ຄື: ຄະນະສານອາຍາ, ຄະນະສານແພ່ງ, ຄະນະສານການຄ້າ, ຄະນະສານຄອບຄົວ ແລະ ຄະນະສານເດັກ.

ໃນປີ 2009 ລັດຖະບານໄດ້ຮັບຮອງເອົາແຜນຍຸດທະສາດການພັດທະນາ “ລັດແຫ່ງກົດໝາຍ” ຂອງ ສປປ ລາວ; ສານປະຊາຊົນ ຈຶ່ງໄດ້ທົບທວນຄືນບົດບາດ, ສິດ, ໜ້າທີ່ ແລະ ລະບົບການຈັດຕັ້ງຂອງຕົນ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ການເຊື່ອມໂຍງກັບສາກົນ ແລະ ພາກພື້ນ. ຄະນະພັກ, ຄະນະນໍາຂອງສານປະຊາຊົນສູງສຸດ ຈຶ່ງໄດ້ສະ  ເໜີປັບປຸງສານປະຊາຊົນຄືນໃໝ່ ໂດຍໄດ້ເຕົ້າໂຮມສານປະຊາຊົນເມືອງມາສ້າງຕັ້ງເປັນສານປະຊາຊົນເຂດຕາມມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດ ເລກທີ 113/ຄປຈ, ລົງວັນທີ 28 ພຶດສະພາ 2009 ແລະ ເພີ່ມສິດອໍານາດໃຫ້ສານປະຊາຊົນເຂດໃນການພິຈາລະນາຕັດສິນຄະດີ, ຕໍ່ມາໃນວັນທີ 05 ຕຸລາ 2009 ຄະນະປະຈໍາສະພາແຫ່ງຊາດໄດ້ມີມະຕິຕົກລົງປ່ຽນຊື່ສານອຸທອນມາເປັນສານປະຊາຊົນພາກ. ມາຮອດປີ 2019 ຄະນະປະຈໍາສະພາແຫ່ງຊາດໄດ້ອອກມະຕິຕົກລົງສ້າງຕັ້ງຄະນະສານປົກຄອງຂຶ້ນຢູ່ສານປະຊາຊົນນະຄອນຫຼວງວຽງຈັນ, ສານປະຊາຊົນພາກກາງ ແລະ ສານປະຊາຊົນສູງສຸດ ເຊິ່ງຄະນະດັ່ງກ່າວມີສິດອໍານາດໃນການຕັດສິນຄະດີປົກຄອງໃນຂອບເຂດທົ່ວປະເທດ. ໃນປີ 2021 ປະທານປະເທດແຫ່ງ ສປປ ລາວ ໄດ້ອອກລັດຖະບັນຍັດວ່າດ້ວຍການດໍາເນີນຄະດີປົກຄອງ ເພື່ອເປັນເຄື່ອງມືໃນການດໍາເນີນ ແລະ ຕັດສິນ, ພິພາກສາຄະດີປົກຄອງທີ່ເກີດຂຶ້ນຢູ່ໃນສັງຄົມ.

ຜ່ານການເຄື່ອນໄຫວວຽກງານຕະຫຼອດໄລຍະ 40 ປີ, ສານປະຊາຊົນໄດ້ຕັ້ງໜ້າປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດເປັນກ້າວໆ ເຮັດໃຫ້ປະຊາຊົນມີຄວາມເຄົາລົບ, ເຊື່ອຖື ແລະ ໄດ້ຮັບຄວາມໄວ້ວາງໃຈຈາກພັກ-ລັດເປັນຢ່າງດີ; ລະບົບການຈັດຕັ້ງສານໄດ້ຮັບການປັບປຸງ ແລະ ພັດທະນາໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ, ປັດຈຸບັນ ການຈັດຕັ້ງຂອງສານປະຊາຊົນໃນທົ່ວປະເທດປະກອບດ້ວຍ: ສານປະຊາຊົນສູງສຸດ 01 ແຫ່ງ, ສານປະຊາຊົນພາກ 03 ແຫ່ງ, ສານປະຊາຊົນແຂວງ, ນະຄອນຫຼວງ 18 ແຫ່ງ ແລະ ສານປະຊາຊົນເຂດ 45 ແຫ່ງ, ສານທະຫານ 04 ແຫ່ງ; ມີພະ ນັກງານທັງໝົດ 1.928 ທ່ານ, ຍິງ 717 ທ່ານ. ໃນນີ້ ມີຜູ້ພິພາກສາ 558 ທ່ານ, ຍິງ 113 ທ່ານ, ຜູ້ຊ່ວຍຜູ້ພິພາກສາ 476 ທ່ານ, ຍິງ 173 ທ່ານ, ຈ່າສານ 153 ທ່ານ, ຍິງ 71 ທ່ານ; ໄດ້ເອົາໃຈໃສ່ຄຸ້ມຄອງ, ກໍ່ສ້າງ ແລະ ຍົກລະດັບພະນັກງານຂອງສານໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາໜັກແໜ້ນ, ມີຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະວິຊາການສູງຂຶ້ນ ໂດຍໄດ້ຝຶກອົບຮົມດ້ານທິດສະດີການເມືອງໃຫ້ຜູ້ພິພາກສາ, ພະນັກງານຫຼັກແຫຼ່ງຂອງສານ, ຝຶກອົບຮົມຫຼັກສູດຜູ້ຊ່ວຍຜູ້ພິພາກສາ, ຝຶກອົບຮົມຫຼັກສູດຈ່າສານ, ຝຶກອົບຮົມກ່ຽວກັບການຕັດສິນໂດຍຜູ້ພິພາກສາຜູ້ດຽວ; ໄດ້ຝຶກອົບຮົມແບບເຄື່ອນທີ່ໃຫ້ສານປະຊາຊົນແຂວງ, ຝຶກອົບຮົມໃນຫົວຂໍ້ສະເພາະຕ່າງໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນເຂົ້າເຖິງຂະບວນການດໍາເນີນຄະດີຢູ່ສານໄດ້ສະດວກ ແລະ ງ່າຍຂຶ້ນ ໄດ້ສ້າງກົດໝາຍວ່າດ້ວຍຜູ້ພິພາກສາ, ປັບປຸງກົດໝາຍວ່າດ້ວຍສານ ແລະ ກົດໝາຍວ່າດ້ວຍຄ່າທໍານຽມສານ, ອອກນິຕິກໍາໃຕ້ກົດໝາຍ ແລະ ຈັດພິມປຶ້ມ “ຈະເຂົ້າຫາຂະບວນການຍຸຕິທໍາໄດ້ແນວໃດ”, ແຜນວາດການດໍາເນີນຄະດີ, ປຶ້ມສັງລວມສະຖິຕິຄະດີ, ສ້າງປຶ້ມວາລະສານຂອງສານປະຊາ ຊົນ, ຈັດພິມປຶ້ມກົດໝາຍ; ພ້ອມກັນນັ້ນ ກໍໄດ້ໂຄສະນາກົດໝາຍ ແລະ ດໍາເນີນຄະດີຜ່ານສື່ສິ່ງພິມ, ວາລະສານ ແລະ ເວບໄຊທ໌ຂອງສານປະຊາຊົນ ແລະ ອື່ນໆ ເພື່ອໃຫ້ປະຊາຊົນຮັບຮູ້, ເຂົ້າໃຈ ແລະ ສາ ມາດຕິດຕາມກວດກາທຸກຂັ້ນຕອນການດໍາເນີນຄະດີຂອງສານໄດ້ ທັງເປັນການສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍຢູ່ໃນສັງຄົມໃຫ້ສູງຂຶ້ນ. ໄດ້ເອົາໃຈໃສ່ປັບປຸງແບບແຜນກົນໄກການດໍາເນີນຄະດີໃຫ້ມີຄວາມວ່ອງໄວ, ຈັດວາງຜູ້ພິພາກສາໃຫ້ມີຄວາມເໝາະສົມ ເຮັດໃຫ້ການພິຈາລະນາຕັດສິນຄະດີມີຄວາມວ່ອງໄວ ແລະ ມີຄຸນນະພາບນັບມື້ສູງຂຶ້ນເລື້ອຍໆ ເຊິ່ງໃນ 5 ປີຜ່ານມາ (2016-2020) ມີຄະດີເຂົ້າມາສານປະຊາຊົນທັງໝົດ 44.521 ເລື່ອງ, ຄ້າງມາທັງໝົດ 1.606 ເລື່ອງ, ລວມທັງໝົດ 46.127 ເລື່ອງ, ແກ້ໄຂໄດ້ 43.559 ເລື່ອງ, ເທົ່າກັບ 94,43%, ແຜນການກໍານົດ 85% ຖືວ່າລື່ນແຜນການ 9,43%. ສົ່ງໄປຈັດຕັ້ງປະຕິບັດ 21.406 ເລື່ອງ, ກວມເອົາ 92,63% ຂອງຄະດີອາຍາທີ່ສານຂັ້ນຕົ້ນໄດ້ຕັດສິນ; ຄະດີແພ່ງ 5.517 ເລື່ອງກວມເອົາ 70,55% ຂອງຄະດີແພ່ງທີ່ສານຂັ້ນຕົ້ນໄດ້ຕັດສິນ.

ຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ ສານປະຊາຊົນ ກໍຍັງມີບາງດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ສູ້ຊົນແກ້ໄຂເປັນຕົ້ນ: ການສຶກສາອົບການເມືອງ-ແນວຄິດໃຫ້ຜູ້ພິພາກສາ ແລະ ພະນັກງານຂອງສານຍັງບໍ່ທັນມີຫຼາຍຮູບແບບ ແລະ ວິທີການທີ່ແທດເໝາະກັບຈຸດພິເສດ ແລະ ກຸ່ມເປົ້າໝາຍ, ພະນັກງານຈໍານວນໜຶ່ງການຫັນປ່ຽນແນວຄິດ, ຈິນຕະນາການ, ແບບແຜນການປະພຶດປະຕິບັດຈາກອັນເກົ່າໄປສູ່ອັນໃໝ່ທີ່ດີກວ່າຍັງຊັກຊ້າ, ບຸກຄະລາກອນຂອງສານຍັງຂາດທັງດ້ານຈໍານວນ ແລະ ຄຸນນະພາບ, ບົດຮຽນປະສົບການໃນການດໍາເນີນຄະດີຍັງບໍ່ທັນຫຼາຍ ແລະ ເຄື່ອງມື, ອຸປະກອນຮັບໃຊ້ໃຫ້ແກ່ການດໍາເນີນຄະດີ, ການເກັບກໍາ ຂໍ້ມູນຫຼັກຖານ, ພິສູດຫຼັກຖານຍັງມີຄວາມຈໍາກັດ.

ເພື່ອສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກທີ່ວ່າ: “ສ້າງຄວາມໂປ່ງໃສໃນທຸກຂັ້ນຕອນຂອງການດໍາເນີນຄະດີຕາມຂະບວນຍຸຕິທໍາ, ນັບແຕ່ການສືບສວນ-ສອບສວນ, ການຄົ້ນຄວ້າກ່າວຟ້ອງ, ການຕັດສິນ-ພິພາກສາຄະດີ ຈົນເຖິງຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງ ເດັດ ຂາດ, ໃນນັ້ນ ຖືການຕັດສິນ-ພິພາກສາຄະດີຖືກຕ້ອງຕາມກົດໝາຍ ແລະ ຖືກຕ້ອງຕາມຄວາມເປັນຈິງເປັນໃຈກາງ ແລະ ຖືການຈັດຕັ້ງປະຕິບັດຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ສິ້ນສຸດຕາມກົດ  ໝາຍເປັນສໍາຄັນ”(1). ສະນັ້ນ, ເພື່ອຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວ ກໍຄືການເສີມຂະຫຍາຍຜົນງານທີ່ສານປະຊາຊົນຍາດມາໄດ້ໃນໄລຍະ 40 ປີນັ້ນ ຄະນະພັກ-ຄະນະນໍາສານປະຊາຊົນແຕ່ລະຂັ້ນຄວນເອົາໃຈໃສ່ບາງວຽກງານ ດັ່ງນີ້:

ໜຶ່ງ: ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນຂອງສານຢ່າງເປັນລະບົບຕໍ່ເນື່ອງ, ດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອສ້າງໃຫ້ຜູ້ພິພາກສາ ແລະ ພະນັກງານຂອງສານມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ, ຈັນຍາທຳ, ມີນໍ້າໃຈຮັກຊາດ, ຮັບໃຊ້ປະຊາຊົນ, ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານ.

ສອງ: ບໍາລຸງ-ສ້າງພະນັກງານ ກໍຄືຜູ້ພິພາກສາໃນລະບົບສານປະຊາຊົນໃຫ້ມີຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະ, ວິຊາການ, ສ້າງໃຫ້ກາຍເປັນຜູ້ຊຳນານງານດ້ານວິຊາສະເພາະດ້ວຍການຈັດຕັ້ງຝຶກອົບຮົມຢ່າງເປັນລະບົບຕໍ່ເນື່ອງ ເພື່ອຍົກລະດັບທັກສະເຮັດວຽກແບບມືອາຊີບ; ຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ-ການປົກຄອງໃຫ້ແກ່ພະນັກງານຫຼັກແຫຼ່ງຂອງສານໄລຍະສັ້ນ, ໄລຍະຍາວ ທັງຢູ່ພາຍໃນ ແລະ ຕ່າງປະເທດ; ພ້ອມກັນນັ້ນ ກໍຖືເອົາການຕິດຕາມກວດກາ ແລະ ປະເມີນຜົນພະນັກງານຂອງສານ ກໍຄືຜູ້ພິພາກສາໃນການດໍາເນີນຄະດີ ເພື່ອຊອກໃຫ້ເຫັນວຽກດີຄົນເດັ່ນ ເພື່ອເສີມຂະຫຍາຍ ແລະ ຈຳກັດຈຸດອ່ອນໃຫ້ນັບມື້ຫຼຸດລົງ.

ສາມ: ສືບຕໍ່ປັບປຸງການຈັດຕັ້ງສານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສາມາດບໍລິການປະຊາຊົນໄດ້ຢ່າງສະດວກ, ວ່ອງໄວ; ປະສານສົມທົບກັບຄະນະພັກ-ອົງການປົກຄອງ, ສະພາປະຊາຊົນແຂວງຄົ້ນຄວ້າປຶກ ສາຫາລື, ເກັບກໍາຂໍ້ມູນເງື່ອນໄຂການສ້າງຕັ້ງສານເຂດໃນແຂວງທີ່ມີເງື່ອນໄຂ, ບ່ອນໃດບໍ່ມີເງື່ອນໄຂ ກໍແຕ່ງຕັ້ງພະນັກງານ ຫຼື ໜ່ວຍງານຂອງສານລົງໄປປະຈຳຢູ່ບັນດາເມືອງທີ່ຈຳເປັນ ເພື່ອບໍລິການປະຊາຊົນ.

ສີ່: ຍົກສູງຄຸນນະພາບໃນການພິຈາລະນາຕັດສິນ-ພິພາກສາຄະດີ 3 ຂັ້ນ (ຂັ້ນຕົ້ນ, ອຸທອນ ແລະ ລົບລ້າງ) ໃຫ້ມີຄວາມໂປ່ງໃສ, ວ່ອງໄວ, ພາວະວິໄສ, ຖືກຕ້ອງ ແລະ ເປັນທໍາ ຕາມຄໍາຂວັນທີ່ວ່າ: (ຮອບຄອບ, ມີວິໄນ, ວິນິດໄສຈະແຈ້ງ, ຕັດສິນເປັນທໍາ, ນໍາໄປປະຕິບັດໄດ້) ໂດຍສຸມໃສ່ເຮັດໃຫ້ສານຂັ້ນຕົ້ນ ເປັນສານຕັດສິນເທື່ອທໍາອິດ, ເປັນປະຕູດ່ານທໍາອິດທີ່ບໍລິການຮັບໃຊ້ປະຊາຊົນ ແລະ ເປັນທີ່ເພິ່ງທີ່ໄວ້ເນື້ອເຊື່ອໃຈທໍາອິດຂອງປະຊາຊົນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ເຮັດໃຫ້ສານຂັ້ນຕົ້ນເປັນບ່ອນຝຶກຝົນຫຼໍ່ຫຼອມ ແລະ ບໍາລຸງສ້າງພະນັກງານໃນຂະບວນການວຽກງານຕົວຈິງຢູ່ຮາກຖານ, ເຮັດໃຫ້ພະນັກງານຂອງສານເຕີບໃຫຍ່ຂະຫຍາຍຕົວຮອບດ້ານເລີ່ມແຕ່ສານຂັ້ນຕົ້ນ; ເຮັດໃຫ້ສານຂັ້ນອຸທອນ ມີຄວາມຮັບຜິດຊອບຕົ້ນຕໍໃນການພິຈາລະນາຄະດີຢ່າງເປັນເຈົ້າການ ແລະ ເຂັ້ມແຂງ, ເປັນໃຈກາງການກັ່ນຕອງການພິຈາ ລະນາຄະດີໃຫ້ມີຄວາມຖືກຕ້ອງ, ເປັນທໍາ ແລະ ຖືເປັນສານຂັ້ນສຸດທ້າຍໃນການພິຈາລະນາຕັດສິນຄະດີທີ່ມີຂໍ້ມູນຫຼັກຖານຢ່າງຄົບຖ້ວນ, ພຽງພໍ ແລະ ຮອບດ້ານ; ເຮັດໃຫ້ສານຂັ້ນລົບລ້າງ (ສານປະຊາຊົນສູງສຸດ) ກາຍເປັນອົງການທີ່ເຮັດໜ້າທີ່ຕົ້ນຕໍໃນການຄຸ້ມຄອງຂັ້ນມະຫາພາກຕໍ່ສານປະຊາຊົນທ້ອງຖິ່ນໃນທົ່ວປະ ເທດ.

ຫ້າ: ຄົ້ນຄວ້າສ້າງ, ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ເພື່ອຮັບປະກັນການປະຕິບັດກົດໝາຍໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມຮຽກຮ້ອງຕ້ອງການຂອງການຈັດຕັ້ງປະຕິບັດໜ້າທີ່ຕົວຈິງຂອງສານໃນທົ່ວປະເທດ.

ຫົກ: ພັດທະນາພື້ນຖານໂຄງລ່າງໃຫ້ມີຄວາມເໝາະສົມ ເພື່ອໃຫ້ສານແຕ່ລະຂັ້ນມີສຳນັກງານຫ້ອງການເຮັດວຽກ, ຫ້ອງປະຊຸມສານ ແລະ ບັນລັງຕັດສິນທີ່ເໝາະສົມ ແນໃສ່ສ້າງຄວາມໜ້າເຊື່ອຖືຂອງຄູ່ຄວາມພ້ອມທັງປະກອບເຄື່ອງມື, ອຸປະກອນທັນສະໄໝທີ່ຈໍາເປັນໃຫ້ບັນດາພາກສ່ວນທີ່ປະຕິບັດໜ້າທີ່ສືບສວນ-ສອບສວນ, ພິຈາລະນາຕັດສິນຄະດີ ແລະ ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ເພື່ອເຮັດໃຫ້ທຸກຂັ້ນຕອນຂອງການດໍາເນີນຄະດີມີຄວາມໂປ່ງໃສ, ສິ້ນສຸດຂະບວນການຕາມກົດໝາຍ ແລະ ຮັບປະກັນຄວາມຍຸຕິທໍາຢ່າງແທ້ຈິງ./.

(1) ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າທີ 77.

Leave a Reply

Your email address will not be published. Required fields are marked *

  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • prediksi maxwinbos
  • rtp maxwinbos
  • heylink
  • Syair Hk
  • maxwinbos
  • situs gacor
  • slot deposit pulsa
  • maxwinbos
  • maxwinbos/
  • slot gacor
  • link slot gacor
  • maxwinbos
  • agen gacor
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • slot gacor 2025
  • Slot Deposit Pulsa
  • syair hk
  • slot depo 10k
  • situs slot 4d
  • mpo777
  • inatogel
  • dolantogel
  • megaslot88
  • Slot Gacor
  • Narasi88
  • narasi88
  • narasi88
  • narasi88
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • https://agenda.unam.mx
  • situs mix parlay
  • maxwinbos
  • maxwinbos
  • slot anti rungkad
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • https://smambsalamin.sch.id/
  • maxwinbos
  • maxwinbos
  • maxwinbos
  • alternatif maxwinboss
  • https://heylink.me/maxwinbos.net/
  • bo slot
  • SLOT CANTIK
  • https://kongreikt.ege.edu.tr/
  • https://theresiana.ac.id/
  • Link Gacor Resmi
  • Slot 88
  • Situs Judi Terpercaya
  • toto 4d
  • https://auaclicks.aua.gr/