ພັດທະນາເສດຖະກິດດິຈິຕອນ ໃນຍຸກ 4.0 ຢູ່ປະເທດເຮົາ
ຄໍາພັນ ຂະທຸມພົມ
ຢູ່ປະເທດເຮົາໃນຍຸກປັດຈຸບັນ ການຫັນເປັນດິຈີຕອນມີຄວາມສຳຄັນ ແລະ ຈຳເປັນຢ່າງພາວະວິໄສໃນການພັດທະນາປະເທດ, ທັງເປັນວຽກສະເພາະໜ້າອັນຮີບດ່ວນ, ເປັນຍຸດທະສາດທີ່ຍາວນານໃນການພັດທະນາ ຕິດພັນຢ່າງແໜ້ນແຟ້ນກັບຂະບວນການເຊື່ອມໂຍງສາກົນ ເພື່ອຫັນປ່ຽນສູ່ການພັດທະນາພື້ນຖານລະບົບເສດຖະກິດ, ການຜະລິດໃຫ້ມີລັກສະນະກ້າວໜ້າ ແລະ ວິທະຍາສາດທີ່ທັນສະໄໝ ເພື່ອສ້າງກາລະໂອກາດໃຫ້ ສປປ ລາວ ມີບາດກ້າວບຸກທະລຸໃໝ່ໃນການພັດທະນາເສດຖະກິດ-ສັງຄົມ.
ປັດຈຸບັນໂລກຂອງພວກເຮົາກໍາລັງຢູ່ໃນໄລຍະແຫ່ງຍຸກສະໄໝຂອງການປະຕິວັດອຸດສາຫະກໍາ ຄັ້ງທີ 4 ຫຼື ເອີ້ນວ່າ: ຍຸກອຸດສາຫະກໍາ 4.0 ເປັນຍຸກອຸດສາຫະກໍາທັນສະໄໝ ສາມາດເຊື່ອມໂຍງ-ເຊື່ອມຈອດກັນນັບມື້ມີບົດບາດສໍາຄັນຕໍ່ແບບແຜນການດໍາລົງຊີວິດຂອງຄົນເຮົາ ກໍຄືການພັດທະນາເສດຖະກິດ ແລະ ສັງຄົມ ໄດ້ກ້າວເຂົ້າສູ່ຍຸກໃໝ່, ອັນໄດ້ສົ່ງຜົນເຮັດໃຫ້ເສດຖະກິດຂອງໂລກຫັນເຂົ້າສູ່ເສດຖະກິດແຫ່ງພູມປັນຍາຫຼາຍຂຶ້ນ, ເຮັດໃຫ້ໂຄງປະກອບຂອງເສດຖະກິດທີ່ເປັນມູນເຊື້ອ ຄື: ອຸດສາຫະກໍາ, ກະສິກໍາ ແລະ ການບໍລິການ ເຊື່ອມເຂົ້າຫາກັນ, ການຄ້າ ແລະ ການບໍລິການ ເຂົ້າເຖິງຜູ້ຊົມໃຊ້ໂດຍກົງ, ການຜະລິດນໍາໃຊ້ເຕັກໂນໂລຊີກ້າວໜ້າແບບອັດຕະໂນມັດ, ປະຢັດຊັບພະຍາກອນທໍາມະຊາດ, ຫຼຸດຜ່ອນການໃຊ້ແຮງງານ, ສິນຄ້າມີຄຸນນະພາບ, ວ່ອງໄວ, ການຄ້າ ຂາຍຜ່ານລະບົບອິນເຕີເນັດ, ການຊໍາລະສະສາງຕ່າງໆຜ່ານລະ ບົບມືຖືອັດສະລິຍະ, ນໍາໃຊ້ລະບົບ QR Code ໂດຍບໍ່ນໍາໃຊ້ເງິນສົດ, ການເກັບພາສີ-ອາກອນ ຕ້ອງໄດ້ປັບປຸງໃຫ້ສອດຄ່ອງກັບຍຸກສະໄໝເສດຖະກິດດິຈິຕອນ. ຍຸກອຸດສາຫະກໍາ 4.0 ໄດ້ຜ່ານການປະຕິວັດທາງດ້ານວິທະຍາສາດ-ເຕັກນິກ ທີ່ສົ່ງຜົນສະທ້ອນອັນໃຫຍ່ຫຼວງແບບກ້າວກະໂດດຕໍ່ການຂະຫຍາຍຕົວຂອງສັງ ຄົມມະນຸດເຖິງ 3 ຄັ້ງ ຄື: ການປະຕິວັດອຸດສາຫະກໍາຄັ້ງທີ 1: ເກີດຂຶ້ນໃນທ້າຍສະຕະວັດທີ 18 ປີ 1784 ເຊິ່ງ ນັກວິທະຍາສາດໄດ້ຄົ້ນພົບວິທີການນໍາໃຊ້ອາຍນໍ້າ ເພື່ອເປັນພະລັງງານໃຫ້ແກ່ເຄື່ອງຈັກອຸດສາຫະກໍາ ເປັນຕົ້ນການສ້າງລົດໄຟທີ່ແລ່ນດ້ວຍອາຍນໍ້າ, ຈັກຕໍ່າແຜ່ນດ້ວຍອາຍນໍ້າ… ເຮັດໃຫ້ການຜະລິດອຸດສາຫະກໍາຂະຫຍາຍຕົວ. ການປະຕິວັດອຸດສາຫະກໍາຄັ້ງທີ 2: ເກີດຂຶ້ນໃນທ້າຍສະຕະວັດທີ 19 ປີ 1870 ໃນຍຸກນີ້ ໄດ້ຄົ້ນພົບພະລັງງານໄຟຟ້າ ເພື່ອໃຊ້ເປັນພະລັງງານໃຫ້ແກ່ອຸດສາຫະກໍາ ເຊິ່ງພາໃຫ້ເກີດມີການຜະລິດຂະໜາດໃຫຍ່ ເຊັ່ນ: ການຜະລິດອຸດສາຫະກໍາໜັກ, ການຫຼອມໂລຫະ, ການຜະລິດລົດລາງພາຫະນະ ແລະ ເຄື່ອງກົນຈັກຫຼາຍປະເພດ ເຊິ່ງເຮັດໃຫ້ການພົວພັນການຜະລິດມີການປ່ຽນແປງຢ່າງເລິກເຊິ່ງ. ການປະຕິວັດອຸດສາຫະກໍາ ຄັ້ງທີ 3: ເກີດຂຶ້ນໃນທ້າຍສະຕະວັດທີ 20 ປີ 1960 ໄດ້ຄົ້ນພົບ ແລະ ປະດິດເຄື່ອງຄິດເລກທີ່ທັນສະໄໝ (Computer), ພ້ອມທັງພັດທະນາລະບົບອິນເຕີເນັດ ເຊິ່ງເຮັດໃຫ້ມະນຸດສາ ມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດເຕັກໂນໂລຊີໃໝ່ຫຼາຍດ້ານເຂົ້າໃນການຜະລິດອຸດສາຫະກໍາ, ຄົ້ນ ຄວ້ານໍາໃຊ້ຊັບພະຍາກອນທໍາມະຊາດຢູ່ໃນໂລກ, ຢູ່ອາວະກາດ ແລະ ພື້ນມະຫາສະໝຸດ, ເຮັດໃຫ້ການຜະລິດ ແລະ ການດໍາລົງຊີວິດຂອງສັງຄົມມະນຸດມີການພັດທະນາ ແລະ ຂະຫຍາຍຕົວຢ່າງເລິກເຊິ່ງ. ການ ປະຕິວັດອຸດສາຫະກໍາ ຄັ້ງທີ 4: ເກີດຂຶ້ນໃນສະຕະວັດທີ 21 (ເລີ່ມແຕ່ຊຸມປີ 2010) ມະນຸດເຮົາ ໄດ້ຄົ້ນຄວ້າພັດທະນານໍາໃຊ້ເຕັກໂນໂລຊີທີ່ທັນສະໄໝໃນ 3 ຂົງເຂດແບບປະສົມປະສານກັນ ເຊັ່ນ: ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ເຕັກໂນໂລຊີດ້ານຟີຊິກ ແລະ ເຕັກໂນໂລຊີດ້ານຊີວະພາບ ເຊິ່ງໄດ້ກາຍເປັນເຕັກໂນໂລຊີດິຈິຕອນຂອງຍຸກອຸດສາຫະກໍາ 4.0 ເປັນຕົ້ນແມ່ນເຕັກໂນໂລຊີອິນເຕີເນັດແຫ່ງສັບພະສິ່ງ (loT), ນໍາໃຊ້ຖານຂໍ້ມູນມະຫາສານ (Big Data) ແລະ ກຸ່ມຂໍ້ມູນຜູກພັນ (Block Chain), ປັນຍາປະດິດ, ຫຸ່ນຍົນ ແລະ ພາຫະນະບໍ່ມີຄົນຂັບ, ເຕັກໂນໂລຊີຊີວະພາບ, ພັນທຸກໍາ, ໂຮງງານອັດສະລິຍະ ແລະ ການສ້າງຕົວເມືອງອັດສະລິຍະ. ຍຸກອຸດສາຫະກໍາ 4.0 ເປັນກະແສຟອງຄື້ນໃໝ່ພັດຜ່ານໄປທົ່ວໂລກ ເຊິ່ງ ສປປ ລາວ ບໍ່ອາດຈະຫຼີກລ່ຽງໄດ້. ເພື່ອຮອງຮັບຍຸກດັ່ງກ່າວຢ່າງເປັນເຈົ້າການ ແລະ ນໍາໃຊ້ຜົນສໍາເລັດທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການພັດທະນາປະເທດ ມີຄວາມຈໍາເປັນຢ່າງພາວະວິໄສຕ້ອງໄດ້ຫັນເປັນທັນສະໄໝ, ຫັນເປັນດິຈິຕອນ ແລະ ສ້າງເສດຖະກິດດິຈິຕອນຢູ່ປະເທດເຮົາໃນປັດຈຸບັນ ແລະ ຕໍ່ໜ້າ. ໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ກໍານົດແຈ້ງວ່າ: “ຄວາມກ້າວໜ້າອັນວ່ອງໄວ ແລະ ການນໍາໃຊ້ຜົນສໍາເລັດດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ໄດ້ກາຍເປັນທາງເລືອກລວມໃນການພັດທະນາຂອງປະຊາຊາດຕ່າງໆ ເຊິ່ງບົ່ງບອກໃຫ້ພວກເຮົາຮູ້ວ່າ ຍຸດທະສາດການພັດ ທະນາໃນອະນາຄົດຂອງປະເທດເຮົາຕ້ອງຕັ້ງຢູ່ບົນພື້ນຖານການນໍາໃຊ້ຜົນສໍາເລັດດ້ານວິທະຍາສາດ, ນະວັດຕະກໍາຢ່າງກວ້າງຂວາງ ໂດຍຕິດພັນກັບການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໂດຍສະເພາະຂົງເຂດວິສະວະກໍາ. ດ້ວຍເຫດນັ້ນ ມີຄວາມຈໍາເປັນຢ່າງຍິ່ງທີ່ຈະຕ້ອງຫັນປ່ຽນຢ່າງແຂງແຮງຈາກສະພາວະທີ່ເປັນຢູ່ໃນປັດຈຸບັນ ໂດຍຕິດພັນກັບການປັບປຸງແຜນນະໂຍບາຍອັນເປັນພື້ນຖານກ່ຽວກັບການພັດທະນາຢ່າງເປັນລະບົບ, ຖືການຄົ້ນຄວ້າ, ເຜີຍແຜ່ ແລະ ນໍາໃຊ້ຜົນສໍາເລັດດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກໍາອັນເໝາະສົມເປັນມາດຖານ ແລະ ເງື່ອນໄຂ ທີ່ຂາດບໍ່ໄດ້ໃນການກໍານົດແຜນຍຸດທະສາດພັດທະນາໃນຊຸມປີຕໍ່ໜ້າ…”(1). ແຜນພັດທະນາເສດຖະກິດດິຈິຕອນຂອງປະເທດເຮົາ ໄດ້ເລີ່ມຄົ້ນ ຄວ້າມາແຕ່ປີ 2020 ໂດຍການຮ່ວມມືຈາກຫຼາຍກະຊວງ ແລະ ສະຖາບັນທີ່ກ່ຽວຂ້ອງ ເຊັ່ນ: ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ທະນາຄານແຫ່ງ ສປປ ລາວ, ສະຖາບັນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ ເຊິ່ງໃນກອງປະຊຸມສະໄໝສາມັນຂອງລັດ ຖະບານ ປະຈໍາເດືອນ ເມສາ 2021 ໄດ້ພິຈາລະນາຮັບຮອງເອົາແຜນແມ່ບົດການພັດທະນາເສດຖະກິດດິຈິຕອນ ແລະ ໄດ້ປັບປຸງຕາມແຈ້ງການຂອງຫ້ອງວ່າການສູນກາງພັກສະບັບ ເລກທີ 20/ຫສພ, ລົງວັນທີ 8 ມິຖຸນາ 2021 ຕໍ່ກັບທິດຊີ້ນໍາໃນການຫັນເປັນດິຈິຕອນຂອງປະເທດເຮົາ ໂດຍມີເປົ້າໝາຍເສີມຂະຫຍາຍປັດ ໄຈ ແລະ ທ່າແຮງບົ່ມຊ້ອນ ດ້ວຍການນໍາໃຊ້ເຕັກໂນໂລຊີດິຈິຕອນທີ່ເໝາະສົມໃຫ້ກາຍເປັນໂອກາດ, ເປັນ ກໍາລັງແຮງ, ເປັນພື້ນຖານການຜະລິດ ແລະ ການບໍລິການທີ່ເປັນປາຍແຫຼມ, ເປັນຫົວຈັກໃຫ້ແກ່ການເຕີບໂຕ ເພື່ອສ້າງພື້ນຖານໃຫ້ມີຄວາມເຂັ້ມແຂງ ແລະ ເປັນເຈົ້າຕົນເອງ ເພິ່ງຕົນເອງທາງດ້ານເສດຖະກິດເປັນ ກ້າວໆ ຕິດພັນກັບການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ເພື່ອເປັນປັດໄຈທີ່ສໍາຄັນໃຫ້ແກ່ການພັດທະນາເສດຖະກິດສັງຄົມ; ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ເພື່ອນໍາເອົາປະເທດຊາດອອກຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ. ໃນໄລຍະຜ່ານມາ ການຫັນເປັນດິຈິ ຕອນຢູ່ປະເທດເຮົາ ໄດ້ຕິດພັນຢ່າງສະໜິດແໜ້ນກັບການຈັດຕັ້ງຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ເພື່ອຮັບປະກັນຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ, ສ້າງການຫັນປ່ຽນໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ ໂດຍສະ ເພາະການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຕາມທິດການພັດທະນາແບບຍືນຍົງ ແລະ ສີຂຽວ. ພ້ອມກັນນີ້ ການຫັນເປັນດິຈິຕອນໄດ້ດໍາເນີນຢ່າງເລິກເຊິ່ງຢູ່ ໃນ 3 ຂົງເຂດທີ່ກ່ຽວພັນເຊິ່ງກັນແລະກັນແບບກາຍອິນຊີ ຄື: ສ້າງເສດຖະກິດດິຈິຕອນ, ສ້າງສັງຄົມດິຈິຕອນ ແລະ ສ້າງການບໍລິຫານລັດແບບ ດິຈິຕອນ ໂດຍຕິດພັນກັບການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສ້າງພື້ນຖານໂຄງລ່າງໄອຊີທີ (ICT) ທີ່ທັນສະໄໝ, ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນຄວາມປອດໄພດ້ານໄຊເບີຢ່າງໜັກ ແໜ້ນຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ; ປັບປຸງຍົກລະດັບບັນດາເງື່ອນໄຂ ແລະ ສິ່ງອໍາ ນວຍຄວາມສະດວກຢູ່ພາຍໃນປະເທດ; ຕັ້ງໜ້າຂົນຂວາຍ ແລະ ຍາດແຍ່ງການຮ່ວມມື, ການລົງທຶນຈາກຕ່າງປະເທດ ໂດຍສະເພາະບັນດາປະເທດເພື່ອນມິດຍຸດທະສາດ; ສືບຕໍ່ປະຕິບັດການເຊື່ອມໂຍງ-ເຊື່ອມຈອດກັບສາກົນ ເພື່ອດຶງດູດເອົາທຶນຮອນ, ຖ່າຍທອດເອົາຄວາມຮູ້ ແລະ ຜົນສໍາເລັດໃໝ່ທາງດ້ານວິທະຍາ ສາດ-ເຕັກໂນໂລຊີ, ນະວັດຕະກໍາທີ່ທັນສະໄໝ ເພື່ອມາຂຸດຄົ້ນ, ເສີມຂະຫຍາຍຄວາມອາດສາມາດບົ່ມຊ້ອນ ແລະ ກໍາລັງແຮງຂອງຊາດ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ເພື່ອຂັບເຄື່ອນແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2021- 2025) ເປັນຮູບປະທໍາ, ລັດຖະບານ ໄດ້ວາງຄາດໝາຍສູ້ຊົນ ຄື:
– ສູ້ຊົນຫັນເປັນທັນສະໄໝວິຖີຊີວິດປົກກະຕິແບບໃໝ່ໃນສະພາບການລະບາດຂອງພະຍາດໂຄວິດ-19 ແລະ ພັດທະນາເສດຖະກິດດິຈິຕອນ, ປັບປຸງການຊໍາລະສະສາງ, ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານດ້ວຍລະບົບເອເລັກໂຕຣນິກ, ຄຸ້ມຄອງ ແລະ ນໍາໃຊ້ທຸລະກິດຊັບສິນດິຈິຕອນໃຫ້ມີປະສິດ ທິຜົນ, ພັດທະນາການຄ້າເອເລັກໂຕຣນິກໃຫ້ເປັນຮູບປະທໍາ; ສ້າງລະບົບໂລຈິດສະຕິກ ແລະ ການບໍລິການແບບດິຈິຕອນ.
– ພັດທະນາພື້ນຖານໂຄງລ່າງດິຈິຕອນ ເປັນຕົ້ນແມ່ນສ້າງສູນຂໍ້ມູນໃຫຍ່ໃຫ້ໄດ້ 3 ແຫ່ງ, ທາງຜ່ານການເຊື່ອມຕໍ່ອິນເຕີເນັດຄວາມໄວສູງ ໂດຍນຳໃຊ້ໂຄງລ່າງທາງລົດໄຟ ລາວ-ຈີນ ແລະ ສາຍສົ່ງໄຟຟ້າແຫ່ງຊາດ; ສ້າງເຂດເຕັກໂນໂລຊີລະດັບສູງດ້ານດິຈິຕອນ ໃຫ້ໄດ້ 1 ແຫ່ງ ເພື່ອດຶງດູດການລົງທຶນຈາກຕ່າງປະ ເທດ. ຊຸກຍູ້ສົ່ງເສີມທຸລະກິດຂະໜາດກາງ, ຂະໜາດນ້ອຍ, ຈຸນລະວິສາຫະກິດ ແລະ ທຸລະກິດລິເລີ່ມ (Start up) ໃຫ້ມີການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາດິຈິຕອນ.
– ຕິດຕັ້ງລະບົບຫ້ອງການທັນສະໄໝຂອງພາກລັດ ເປັນຕົ້ນລະບົບຄຸ້ມຄອງເອກະສານ ແລະ ບຸກຄະລາກອນຂອງພາກລັດແບບດິຈິຕອນໃຫ້ສໍາເລັດທຸກກະຊວງ, ອົງການທຽບເທົ່າ ແລະ ຫ້ອງວ່າການແຂວງໃນທົ່ວປະເທດ; ຫັນເອົາທຸກການບໍລິການທີ່ເປັນພື້ນຖານຂອງລັດ ເປັນການບໍລິການຜ່ານລະບົບອອນລາຍ ໃຫ້ສໍາເລັດ 50%.
– ປັບປຸງລະບົບການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍຂອງຂະແໜງການເງິນ-ການທະນາຄານ ດ້ວຍຮູບແບບເອເລັກໂຕຣນິກໃຫ້ສໍາເລັດ ເປັນຕົ້ນແມ່ນຜ່ານລະບົບທະນາຄານເອເລັກໂຕຣນິກ, ລະບົບການເງິນເອເລັກໂຕຣນິກ ໂດຍຜ່ານໂທລະສັບມືຖື (Mobile Money) ເພື່ອປະກອບສ່ວນເຂົ້າໃນການແກ້ ໄຂບັນຫາເສດຖະກິດການເງິນຂອງວາລະແຫ່ງຊາດ.
– ຂະຫຍາຍພື້ນຖານໂຄງລ່າງເຕັກໂນໂລຊີດິຈິຕອນໄປສູ່ເຂດໝູ່ບ້ານໃຫຍ່ ແລະ ຕົວເມືອງທີ່ຢູ່ເຂດຫ່າງໄກສອກຫຼີກ ຕິດພັນກັບວຽກງານ 3 ສ້າງ ໃຫ້ໄດ້ 80%; ຂະຫຍາຍສະຖານີຮັບ-ສົ່ງສັນຍານມືຖືລະບົບ 4G ໃຫ້ໄດ້ 90% ແລະ 5G ໃຫ້ໄດ້ 50% ຂອງພື້ນທີ່ທົ່ວປະເທດ.
– ພັດທະນາຊັບພະຍາກອນມະນຸດໃຫ້ ມີຄຸນນະພາບສູງຂຶ້ນ ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ, ສ້າງແຮງງານດ້ານເຕັກໂນໂລຊີດິຈິຕອນທີ່ມີຄວາມຮູ້-ຄວາມສາມາດ ແລະ ເປັນຊ່ຽວຊານ ຈາກ 0,3% ໃຫ້ໄດ້ 1% ຂອງຈໍານວນແຮງງານທີ່ເຮັດວຽກຕົວຈິງ.
– ສົ່ງເສີມໃຫ້ເສດຖະກິດດິຈິຕອນສ້າງລາຍຮັບປະກອບເຂົ້າ GDP ຂອງປະເທດ ໃຫ້ ໄດ້ 5%.
– ຮັບປະກັນການນໍາໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນວຽກງານ ປກຊ-ປກສ ແລະ ການບໍລິຫານວຽກງານຂອງລັດ, ການດໍາເນີນທຸລະກິດ ແລະ ການນໍາໃຊ້ທົ່ວສັງຄົມມີຄວາມປອດໄພ. ເພື່ອບັນລຸບັນດາຄາດໝາຍສູ້ຊົນທີ່ກ່າວມາຂ້າງເທິງນັ້ນ ຕ້ອງສຸມໃສ່ຈັດຕັ້ງຜັນຂະຫຍາຍ 14 ແຜນງານທີ່ກໍານົດໄວ້ໃຫ້ເປັນໂຄງການອັນລະອຽດ ຄື:
ແຜນງານ 1: ສ້າງ ແລະ ປັບປຸງນະໂຍບາຍ, ກົດໝາຍ ແລະ ນິຕິກໍາ.
ແຜນງານ 2: ປັບປຸງ ແລະ ຂະຫຍາຍພື້ນຖານໂຄງລ່າງເຕັກໂນໂລຊີດິຈິຕອນ.
ແຜນງານ 3: ສ້າງການເຊື່ອມໂຍງເຊື່ອມຈອດ.
ແຜນງານ 4: ສ້າງລັດຖະບານດິຈິຕອນ.
ແຜນງານ 5: ສ້າງລະບົບການຊຳລະດ້ວຍດິຈິຕອນ.
ແຜນງານ 6: ພັດທະນາຊັບພະຍາກອນມະນຸດທາງດ້ານດິຈິຕອນ.
ແຜນງານ 7: ສົ່ງເສີມການດໍາເນີນທຸລະກິດການບໍລິການຂອງ MSME ແລະ ສ້າງທຸລະກິດແບບສະຕາດອັບ.
ແຜນງານ 8: ສົ່ງເສີມການເພີ່ມປະສິດທິພາບການຜະລິດດ້ວຍເຕັກໂນໂລຊີດິຈິຕອນ.
ແຜນງານ 9: ສົ່ງເສີມການພັດທະນາກະສິກຳໃໝ່ດ້ວຍລະບົບເຕັກໂນໂລຊີດິຈິຕອນ.
ແຜນງານ 10: ສ້າງລະບົບໂລຈິດສະຕິກສຳລັບການພັດທະນາເສດຖະກິດດິຈິຕອນ.
ແຜນງານ 11: ສ້າງຄວາມປອດໄພທາງດ້ານດິຈິຕອນ (Cyber Security).
ແຜນງານ 12: ສ້າງຄວາມພ້ອມ ເພື່ອສ້າງເມືອງອັດສະລິຍະ.
ແຜນງານ 13: ສ້າງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈີຕອນ.
ແຜນງານ 14: ເປີດກວ້າງການຮ່ວມມືດ້ານດິຈິຕອນກັບຕ່າງປະເທດ.
ເວົ້າລວມແລ້ວ, ການຫັນເປັນດິຈິຕອນຢູ່ປະເທດເຮົາ ແມ່ນມີຄວາມຈໍາເປັນຢ່າງພາວະວິໄສຂອງການພັດທະ ນາ ເຊິ່ງມີທັງກາລະໂອກາດ ແລະ ສິ່ງທ້າທາຍ; ສະນັ້ນ ຮຽກຮ້ອງທົ່ວພັກ, ທົ່ວລັດ ແລະ ທົ່ວສັງຄົມ ຕ້ອງໄດ້ພ້ອມກັນຫັນປ່ຽນດ້ານຈິນຕະນາການໃໝ່ໃຫ້ເລິກເຊິ່ງ ເພື່ອນໍາເອົາກາລະໂອກາດເຂົ້າໃນການບຸກທະລຸດ້ານການພັດທະນາປະເທດຊາດ, ເພີ່ມທະວີການປະຕິບັດຍຸດທະສາດຫັນເປັນອຸດສາຫະກຳ ແລະ ທັນສະ ໄໝຕາມທິດອຸດສາຫະກໍາ 4.0 ຕິດພັນກັບການພັດທະນາບຸກຄະລາກອນໃຫ້ມີຄຸນນະພາບສູງ ແນໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນໜ້າທີ່ຈຸດສຸມ ແລະ ຕັ້ງໜ້າແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງໃນການພັດທະ ນາເສດຖະກິດ-ສັງຄົມ ທີ່ມີລັກສະນະຊໍ້າເຮື້ອໃນໄລຍະຜ່ານມາ ຕິດພັນກັບການສ້າງພື້ນຖານໂຄງລ່າງໄອຊີທີ (ICT) ທີ່ທັນສະໄໝ, ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນຄວາມປອດໄພດ້ານໄຊເບີຢ່າງໜັກແໜ້ນ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ./.
(1) ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າທີ 38-39.