ບົດບາດຂອງນິເວດວິທະຍາວັດທະນະທໍາຕໍ່ການປົກປັກຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງລາວ
ສົມແສງ ໄຊຍະວົງ
ສົ່ງເສີມການອະນຸລັກ, ຮັກສາວັດທະນະທໍາທີ່ເປັນເອກະລັກ, ເປັນມູນເຊື້ອອັນດີງາມຂອງຊາດ ແລະ ຂອງເຜົ່າ ສົມທົບກັບການຮັບເອົາວັດທະນະທໍາທີ່ກ້າວໜ້າຂອງໂລກຢ່າງມີການເລືອກເຟັ້ນ(ສບ 12/2022. ວທ).
ນິເວດວິທະຍາວັດທະນະທຳ ແມ່ນການສຶກສາກ່ຽວກັບຄວາມສຳພັນຂອງສິ່ງຕ່າງໆທີ່ເປັນຕົວແວດລ້ອມກ່ຽວຂ້ອງທີ່ມີບົດບາດຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງວັດທະນະທຳ; ການສູນເສຍ, ສິ້ນສະ ຫຼາຍຂອງວັດທະນະທຳໃດໜຶ່ງ ແມ່ນຂຶ້ນກັບນິເວດວັດທະນະທຳ. ສະນັ້ນ “ບົດບາດຂອງນິເວດວິທະ ຍາວັດທະນະທຳຕໍ່ກັບການພັດທະນາຍືນຍົງດ້ານວັດທະນະທຳ” ຈຶ່ງມີຄວາມໝາຍສໍາຄັນຕໍ່ການຈັດຕັ້ງປະຕິບັດແນວທາງຂອງພັກ ກ່ຽວກັບການປົກປັກຮັກສາວັດທະນະທຳມູນເຊື້ອ ກ້າວສູ່ການພັດທະນາແບບຍືນຍົງດ້ານວັດທະນະທຳຢູ່ປະເທດເຮົາ.
ທ່ານ Edward Tyloy (1876) ນັກມະນຸດວິທະຍາຊາວອັງກິດ ໄດ້ໃຫ້ຄຳນິຍາມວ່າ: ວັດທະນະທຳແມ່ນພົວພັນກ່ຽວກັບຄວາມເຊື່ອ, ປະເພນີ, ສິລະປະ, ວິຖີການດຳລົງຊີວິດ, ບຸກຄະລິກກະພາບ, ພາສາປາກເວົ້າ ຕະຫຼອດເຖິງການປະພຶດ, ນິໄສໃຈຄໍ…; ເມື່ອແຍກໃຫ້ລະອຽດລົງໄປ ວັດທະນະທຳໄດ້ຮັບການແບ່ງເປັນ 2 ປະເພດ ຄື: ວັດທະນະທຳທາງວັດຖຸ (Material Culture) ແລະ ວັດທະນະທຳນິວັດຖຸ ຫຼື ວັດທະນະທໍາທີ່ບໍ່ແມ່ນວັດຖຸ (Intangible Culture), ໃນນັ້ນ ແຕ່ລະປະເພດວັດທະນະທໍາ ກໍມີຫຼາຍສິ່ງຫຼາຍຢ່າງ. ສະນັ້ນ ນິເວດວັດທະນະທຳ ກໍມີຫຼາຍປະເພດເຊັ່ນດຽວກັນ ທັງມີຄວາມສະ ຫຼັບສັບຊ້ອນ ເຊິ່ງຢາກຮັບຮູ້ໄດ້ກໍຕ້ອງໄດ້ຄົ້ນຄວ້າ, ຕຶກຕອງຢ່າງຄັກແນ່, ບັນຫາສຳຄັນທີ່ສຸດແມ່ນການຮູ້ເຖິງຄວາມສຳພັນຂອງສິ່ງຕ່າງໆທີ່ເປັນນິເວດຂອງວັດທະນະທຳນັ້ນໆ ວ່າມີອັນໃດແດ່, ອັນໃດຕົ້ນຕໍ, ອັນໃດສຳຮອງ ເຊິ່ງຈຳເປັນຕ້ອງໄດ້ຄົ້ນຄວ້າ ແລະ ກຳນົດໃຫ້ໄດ້. ເພື່ອສ້າງເງື່ອນໄຂ, ສະພາບແວດລ້ອມທີ່ອໍານວຍໃຫ້ແກ່ການພັດທະນາແບບຍືນຍົງໄດ້ກໍານົດເອົາ 3 ເສົາຄໍ້າຫຼັກ ຄື: . ເສດຖະກິດມີການເຕີບໂຕຕໍ່ເນື່ອງ ແລະ ຍືນຍົງ; . ສັງຄົມມີຄວາມຍຸຕິທໍາ, ສະເໝີພາບ ແລະ ກ້າວໜ້າ; . ສິ່ງແວດລ້ອມທີ່ດີໄດ້ຮັບການອະນຸລັກຢ່າງຍືນຍົງ. ທັງ 3 ດ້ານທີ່ກ່າວມານີ້ ມີການພົວພັນກັນຢ່າງເລິກເຊິ່ງ, ເພື່ອການພັດທະນາເສດຖະກິດທີ່ດີ ແລະ ຍືນຍົງ ຕ້ອງມີສິ່ງແວດລ້ອມທີ່ດີ; ສິ່ງແວດລ້ອມຈະສະໜອງຊັບພະຍາກອນທີ່ອຸດົມສົມບູນ, ເສດຖະກິດ ກໍຕ້ອງນໍາໃຊ້ຊັບພະຍາກອນຢ່າງມີການໄລ່ລຽງ, ປະຢັດ, ມີປະສິດທິຜົນ, ບໍ່ສ້າງມົນລະພິດ, ເປັນມິດກັບສິ່ງແວດລ້ອມ; ການພົວພັນສິ່ງແວດ ລ້ອມກັບສັງຄົມ-ວັດທະນະທໍາ ຄື: ສັງຄົມຕ້ອງສ້າງຄົນໃຫ້ມີຄຸນນະພາບ, ມີການສຶກສາ, ມີຈິດສໍານຶກສູງຕໍ່ສັງຄົມ, ຕໍ່ສິ່ງແວດລ້ອມ, ມີແບບແຜນການບໍລິໂພກ, ບໍ່ຟຸມເຟືອຍ, ຮູ້ນຳໃຊ້ຊັບພະຍາກອນຢ່າງ ເໝາະສົມ. ການພັດທະນາສັງຄົມ ກັບການພັດທະນາວັດທະນະທໍາ ແມ່ນມີເປົ້າໝາຍສະເພາະໃຜມັນ; ສັງຄົມ ແລະ ວັດທະນະທໍາໄດ້ມີບົດບາດຕໍ່ເສດຖະກິດ, ສິ່ງແວດລ້ອມ. ດ້ວຍການສຶກສາຈາກພຶດຕິກໍາຕົວຈິງ ມີນັກຄົ້ນຄວ້າດ້ານມະນຸດສາດຫຼາຍທ່ານໄດ້ສະເໜີໃຫ້ຖືເອົາວັດທະນະທໍາເປັນໜຶ່ງໃນເສົາຄໍ້າທາງປະເພນີ ຕື່ມເຂົ້າໃນ 3 ເສົາຄໍ້າຂອງການພັດທະນາຍືນຍົງ, ວັດທະນະທໍາ ຈຶ່ງໄດ້ມີຄຸນຄ່າທີ່ສະ ແດງອອກ ທັງໄດ້ປະຍຸກໃຊ້ຢ່າງແຂງແຮງໃຫ້ແກ່ຊີວິດສັງຄົມນັ້ນໆ.
ການປົກປັກຮັກສາວັດທະນະທໍາມູນເຊື້ອທີ່ໃຊ້ວິທີນິເວດວິທະຍາວັດທະນະທໍາເປັນຄວາມຮູ້ ແລະ ໄດ້ ນໍາເຂົ້າສູ່ພຶດຕິກໍາຕົວຈິງຢ່າງມີແບບແຜນວິຊາການ ແມ່ນວິທີການຂອງການພັດທະນາຍືນຍົງດ້ານວັດ ທະນະທໍາ. ການປົກປັກຮັກສາວັດທະນະທໍາມູນເຊື້ອທີ່ຖືເອົານິເວດວິທະຍາວັດທະນະທໍາ ເປັນບາດ ກ້າວລິເລີ່ມແມ່ນວິທີການປົກປັກຮັກສາທີ່ໄດ້ເລີ່ມຈາກຮາກຖານ, ປຽບເໝືອນຮາກຂອງຕົ້ນໄມ້ ຫຼື ຂອງພືດທີ່ມີບົດບາດຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງລໍາຕົ້ນ; ຮາກແມ່ນຕົວນໍາອາຫານມາຫຼໍ່ລ້ຽງລໍາຕົນ; ນິເວດວິທະຍາ ກໍແມ່ນສິ່ງທີ່ຫຼໍ່ລ້ຽງ, ອູ້ມຊູການຄົງຕົວຂອງວັດທະນະທໍາມູນເຊື້ອ. ນີ້ແມ່ນຄວາມເຂົ້າໃຈທີ່ເປັນພາບລວມໃນເມື່ອນໍາເຂົ້າສູ່ພຶດຕິກໍານັ້ນແລ້ວ ວັດທະນະທໍາມູນເຊື້ອແຕ່ລະປະເພດນັ້ນ ມີຫຍັງທີ່ເປັນນິເວດຂອງມັນ, ນິເວດໃດຕົ້ນຕໍ ແລະ ມີຈັກນິເວດທີ່ກ່ຽວຂ້ອງ ນີ້ບໍ່ແມ່ນເລື່ອງງ່າຍປານໃດທີ່ຈະຮັບຮູ້ໃຫ້ທົ່ວເຖິງຢ່າງຖືກຕ້ອງ. ວັດທະນະທໍາມູນເຊື້ອແຕ່ລະຢ່າງ ແມ່ນມີນິເວດທີ່ເປັນອັນລວມ ແລະ ນິເວດທີ່ເປັນອັນສະເພາະ; ນິເວດລວມແມ່ນການເວລາ, ສິ່ງແວດລ້ອມທໍາມະຊາດ, ວິວັດທະນາການຂອງປະຫວັດສາດ, ວິວັດທະນາການຂອງສັງຄົມ, ວິວັດທະນາການຂອງເສດຖະກິດທີ່ສົ່ງຜົນໃຫ້ວິຖີຊີວິດຜັນປ່ຽນ, ຄ່ານິຍົມຜັນປ່ຽນ, ຜົນປະໂຫຍດຂອງຄົນຕໍ່ການຜັນປ່ຽນ; ສໍາລັບນິເວດອັນສະເພາະນັ້ນມີຄວາມສະຫຼັບສັບຊ້ອນ, ມັນແມ່ນຕົວແວດລ້ອມທີ່ພົວພັນໂດຍກົງກັບວັດທະນະທໍາມູນເຊື້ອນັ້ນໆ. ໃນເມື່ອປະເພດວັດທະນະທໍາປະກອບດ້ວຍວັດທະນະທໍາທາງວັດຖຸ (ວັດຖຸທໍາ) ວັດທະນະທໍານິວັດຖຸ (ນິວັດຖຸທໍາ), ພ້ອມນັ້ນ ໃນວັດຖຸທໍາ ແລະ ນິວັດຖຸທໍາ ກໍມີຫຼາຍສິ່ງຫຼາຍຢ່າງ ແລະ ມີນິເວດສະເພາະຂອງມັນ. ຢູ່ໃນກົດເກນຂອງສາຍພົວພັນລະຫວ່າງນິເວດທີ່ເປັນອັນລວມ ແລະ ອັນສະເພາະນັ້ນ ແມ່ນນິເວດອັນລວມເປັນຕົວສົ່ງຜົນທີ່ແຮງ ມີບົດບາດຄອບງໍາພາໃຫ້ນິເວດອັນສະເພາະປ່ຽນຕາມ ຫຼື ສູນເສຍເກີດຂຶ້ນ (Endangerrouse); ແຕ່ສໍາລັບວັດທະນະທໍາມູນເຊື້ອ ແມ່ນນິເວດສະເພາະທີ່ເປັນຕົວແວດລ້ອມມີບົດບາດຄອບງໍາ, ຕັດສິນ, ໃນເມື່ອນິເວດອັນສະເພາະຫາກມີການສູນເສຍໄປ ກໍເຮັດໃຫ້ວັດທະນະທໍາມູນເຊື້ອນັ້ນສູນເສຍໄປຕາມກັນ; ການສູນເສຍວັດທະນະທໍາມູນເຊື້ອໄປ ກໍຈະເຮັດໃຫ້ວັດ ທະນະທໍາມູນເຊື້ອໄປຕາມສາຍພົວພັນນັບແຕ່ລະບົບນິເວດອັນລວມໄປສູ່ນິເວດອັນສະເພາະ ແລ້ວສົ່ງຜົນຕໍ່ວັດທະນະທໍາມູນເຊື້ອຈົນເກີດການສູນເສຍ ແລະ ຍາກທີ່ຈະກອບກູ້ວັດທະນະທໍາມູນເຊື້ອນັ້ນໆກັບຄືນ. ການທີ່ວັດທະນະທໍາມູນເຊື້ອຍັງຍືນຍົງ ກໍຍ້ອນສາຍພົວພັນຂອງນິເວດອັນລວມຕໍ່ກັບນິເວດອັນສະ ເພາະຍັງຄົງຢູ່ໃນລະດັບທີ່ເໝາະສົມ ດ້ວຍເງື່ອນໄຂຂອງສິ່ງແວດລ້ອມທໍາມະຊາດ ແລະ ສິ່ງແວດລ້ອມທາງສັງຄົມຍັງເອື້ອເຟື້ອ, ບັນດາວັດທະນະທໍາມູນເຊື້ອທີ່ຍັງຄົງຢູ່ ກໍແມ່ນນິເວດວິທະຍາວັດທະນະທໍາທີ່ມີຜົນຕໍ່ກັນແລະກັນ, ມັນມີຄ່າຂອງຄວາມສໍາພັນຕໍ່ການຄົງຕົວ ຫຼື ການປ່ຽນແປງຂອງວັດທະນະທໍາມູນ ເຊື້ອຢ່າງໃດຢ່າງໜຶ່ງ. ວັດຖຸກັບວັດຖຸທໍາມີການພົວພັນກັນ, ບໍ່ມີວັດຖຸທໍາໃດທີ່ປາສະຈາກນິວັດຖຸທໍາ ນັ້ນ ຄື: ວັດຖຸທໍາໃດໜຶ່ງທີ່ສ້າງຂຶ້ນລ້ວນແຕ່ຜ່ານແຮງງານ ແລະ ສະຕິປັນຍາຂອງຄົນ; ສະຕິປັນຍານັ້ນເມື່ອບັນທຶກກໍຈະເປັນເລື່ອງຖາວອນ (Archive), ເປັນປະຫວັດຂອງສິ່ງນັ້ນໆ ເຊິ່ງນັ້ນແມ່ນນິວັດຖຸທໍາ. ແຕ່ວັດຖຸທໍາຫຼາຍຢ່າງໄດ້ສ້າງຂຶ້ນກ່ອນທີ່ຄົນບໍ່ສາມາດສ້າງຕົວໜັງສື ຫຼື ອັກສອນຂຶ້ນມາ, ດັ່ງນັ້ນ ມັນຈຶ່ງບໍ່ມີສິ່ງບັນທຶກ, ສິ່ງເຫຼືອຢູ່ ກໍມີພຽງຕົວວັດຖຸທໍານັ້ນໆ ໃນຖານະເປັນວັດຖຸບູຮານ ຫຼື ມໍລະດົກວັດທະນະທໍາທາງວັດຖຸ. ວັດຖຸທໍາຫຼາຍຢ່າງໄດ້ຮັບການບັນທຶກເລື່ອງຕ່າງໆທີ່ກ່ຽວຂ້ອງ, ດັ່ງນັ້ນ ໃນຍຸກປັດຈຸບັນຈຶ່ງເຮັດໃຫ້ຮູ້ເຖິງຕົວວັດຖຸທໍາ ແລະ ນິວັດຖຸທໍານັ້ນໆ ແລະ ມີຄ່າຕໍ່ການຮຽນຮູ້ປະສົບການ, ຮຽນຮູ້ວັດ ທະນະທໍາທາງດ້ານພິພິທະພັນ (Museum).
ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກປະຊາຊົນປະຕິວັດລາວ ປີ 1986 ເປັນຕົ້ນມາ, ຕໍ່ກັບວຽກງານວັດທະນະທໍາ ພັກໄດ້ຖືເປັນວຽກໜຶ່ງທີ່ຕ້ອງໄດ້ກໍາກັບ, ຊີ້ນໍາ, ມີການຄຸ້ມຄອງໂດຍກົງ ເຊິ່ງພັກໄດ້ໃຫ້ທັດສະນະວ່າ: ວັດທະນະທໍາມີບົດບາດສໍາຄັນ, ມີການກະທົບຢ່າງຕັ້ງໜ້າຕໍ່ການພັດທະນາເສດຖະ ກິດ, ມີລັກສະນະທຽບຖານຢູ່ຂົງເຂດຊີວິດການເປັນຢູ່ທາງດ້ານຈິດໃຈ. ໃນປີ 1991 ພັກໄດ້ວາງແນວ ທາງນະໂຍບາຍປົກປັກຮັກສາວັດທະນະທໍາທີ່ເປັນມູນເຊື້ອອັນດີງາມຂອງຊາດ; ວັດທະນະທໍາຂອງລາວ ແມ່ນວັດທະນະທໍາທີ່ມີຄວາມເອກະພາບຫຼາຍຮູບຫຼາຍສີຂອງວົງຄະນາຍາດແຫ່ງຊາດລາວ, ການກໍ່ສ້າງວັດທະນະທໍາແມ່ນບົນພື້ນຖານວັດທະນະທໍາມູນເຊື້ອ. ໃນກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໄດ້ລະ ບຸວ່າ: “…ຍຶດໝັ້ນໃນທິດນຳກ່ຽວກັບການພັດທະນາແບບກົມກຽວ ແລະ ຍືນຍົງ ລະຫວ່າງການພັດ ທະນາເສດຖະກິດ ກັບການພັດທະນາສັງຄົມ-ວັດທະນະທໍາ, ລະຫວ່າງການສ້າງຄວາມຈະເລີນ ແລະ ຄວາມຢູ່ດີກິນດີທາງວັດຖຸ ກັບການສ້າງຄວາມສີວິໄລ ຫຼື ອະຣິຍະທໍາທາງດ້ານຈິດໃຈ…”(1). ລັດຖະທໍາມະນູນສະບັບປັບປຸງ ປີ 2003, ມາດຕາ 23 ໄດ້ກຳນົດວ່າ “ລັດສົ່ງເສີມການອະນຸລັກ, ຮັກສາວັດທະ ນະທໍາທີ່ເປັນເອກະລັກ, ເປັນມູນເຊື້ອອັນດີງາມຂອງຊາດ ແລະ ຂອງເຜົ່າ ສົມທົບກັບການຮັບເອົາວັດ ທະນະທໍາທີ່ກ້າວໜ້າຂອງໂລກຢ່າງມີການເລືອກເຟັ້ນ”; ມາດຕາ 21 ຂອງລັດຖະທໍາມະນູນສະບັບປັບ ປຸງ ປີ 2015 ໄດ້ລະບຸວ່າ: “ລັດໃຫ້ຄວາມສໍາຄັນແກ່ການພັດທະນາເສດຖະກິດ ຕິດພັນກັບການພັດ ທະນາວັດທະນະທໍາ, ສັງຄົມ ແລະ ສິ່ງແວດລ້ອມ ຕາມທິດຍືນຍົງ ໂດຍໃຫ້ບຸລິມະສິດແກ່ການພັດທະ ນາຊັບພະຍາກອນມະນຸດ”. ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ຢ້ຳຄືນວ່າ: “…ປົກປ້ອງມໍລະດົກທາງດ້ານວັດທະນະທຳຢ່າງເຂັ້ມງວດ, ເສີມຂະຫາຍ ແລະ ພັດທະນາບັນດາຄຸນຄ່າຂອງສິລະປະວັນນະຄະດີ ອັນເປັນເອກະລັກອັນດີງາມຂອງຊາດ, ຂອງເຜົ່າ ແລະ ວັດທະນະທຳດ້ານຈິດໃຈອື່ນໆ ໃຫ້ກົມກືນ ແລະ ຄຽງຄູ່ກັບຄວາມສີວິໄລຂອງຍຸກສະໄໝ”(2).
ສປປ ລາວ ເປັນປະເທດທີ່ຮັ່ງມີດ້ານວັດທະນະທໍາທີ່ເປັນມູນເຊື້ອ ແລະ ເປັນມໍລະດົກ (ຮັ່ງມີດ້ານວັດຖຸ ແລະ ນິວັດຖຸ), ແຕ່ສັງເກດເຫັນວ່າ ວັດຖຸ ແລະ ນິວັດຖຸຂອງລາວຫຼາຍໆຢ່າງຍັງຂາດສິ່ງບັນທຶກເລື່ອງລາວ, ຂາດສິ່ງທີ່ຈະຮູ້ເຖິງມັນ ແລະ ຄຸນຄ່າຂອງມັນ; ເມື່ອຄົນເຮົາຂາດສິ່ງທີ່ຈະຮັບຮູ້ເຖິງມັນ ແລະ ຄຸນຄ່າຂອງມັນຢ່າງເລິກເຊິ່ງ ກໍມີຄວາມສ່ຽງທີ່ສຸດຕໍ່ກັບການຈະຮັກສານິເວດວິທະຍາວັດທະນະທໍາຕໍ່ວັດ ຖຸທໍາ ແລະ ນິວັດຖຸທໍານັ້ນໆ ເຊັ່ນ: ການທີ່ຄົນເຮົາສາມາດສ້າງປະທາຍເພັດ ແມ່ນປັນຍາປະດິດຂອງຄົນລາວສະໄໝກ່ອນໃນການສ້າງດ້ານສະຖາປັດຕະຍະກໍາ (ວັດ, ທາດ, ກໍາແພງ, ຫໍຕ່າງໆ) ທີ່ມີຄວາມຄົງທົນກວ່າການໃຊ້ຊີມັງໃນຍຸກນີ້ ນັ້ນແມ່ນວັດຖຸທໍາ; ແຕ່ຊາວບູຮານບໍ່ໄດ້ບັນທຶກການເຮັດ, ອົງປະກອບ, ວິທີເຮັດ ແລະ ປັນຍາປະດິດຕ່າງໆທີ່ກ່ຽວຂ້ອງກັບການເຮັດປະທາຍເພັດ, ປະກອບກັບການປ່ຽນແປງນິເວດອັນລວມພາໃຫ້ວັດຖຸທໍາດັ່ງກ່າວໄດ້ສູນເສຍ ແລະ ນິວັດຖຸທໍາຂອງມັນກໍພວມຈະສູນເສຍ.
ປັດຈຸບັນ ວັດຖຸທໍາ ແລະ ນິວັດຖຸທໍາ ທີ່ສູນເສຍໄປກັບການສູນເສຍນິເວດວິທະຍາວັດທະນະທໍາໃນລາວ ແມ່ນມີຫຼາຍປະການ. ການປ່ຽນແປງຂອງນິເວດວິທະຍາທາງສັງຄົມ, ຄ່ານິຍົມ, ວັດຖຸ ແລະ ການພັດທະນາ ເຊິ່ງເປັນນິເວດລວມທີ່ມີຜົນສະທ້ອນເຮັດໃຫ້ນິເວດວິທະຍາວັດທະນະທໍາຕ່າງໆສູນເສຍໄປ ເຊັ່ນ: ການຄ້ຽວໝາກ ແມ່ນນິເວດຂອງການຕີເງິນ ເພື່ອເຮັດເຄື່ອງຂັນໝາກ ເຊິ່ງລວມມີຊ້າເງິນ, ປອກປູນເງິນ, ອູບເງິນ, ອູບພູເງິນ, ມີດສະນາກສໍາລັບຕັດເປືອກຫາດ ຫຼື ສີສຽດ ຕະຫຼອດເຖິງການເອົາສີສຽດເປັນສິນຄ້າ; ຖ້າຫາກການຄ້ຽວໝາກສູນເສຍຫາຍໄປຈາກສັງຄົມ ກໍຈະເຮັດໃຫ້ເຄື່ອງຂັນ ໝາກສູນເສຍໄປຕາມໆກັນ. ການສູນເສຍນິເວດວັດທະນະທໍາທີ່ເປັນອັນສະເພາະນີ້ ແມ່ນນິເວດຕົ້ນເຫດ, ມີບົດບາດຕັດສິນວັດທະນະທໍາອື່ນໆ ແລະ ປັນຍາປະດິດສິ່ງຕ່າງໆໃນປະມວນຂອງມັນ ກໍສູນໄປ. ສິ່ງດັ່ງກ່າວ ແມ່ນການສູນເສຍທັງວັດຖຸທໍາ ແລະ ນິວັດຖຸທໍາທີ່ກອບກູ້ຄືນບໍ່ໄດ້ແລ້ວ.
ຕົວຢ່າງໜຶ່ງອີກຂອງນິວັດຖຸທຳ ຄື: ການຂັບທ້ອງຖິ່ນຫຼວງພະບາງມີຫຼາຍປະເພດ ເຊັ່ນ: ຂັບລົມ ໄຜ່, ອ່ານໜັງສື, ຂັບເຕີ້ຍ… ເຊິ່ງໃນປັດຈຸບັນ ເຫັນໄດ້ວ່າການສືບທອດຂັບດັ່ງກ່າວນັບມື້ຫຼຸດໜ້ອຍຖອຍລົງ ແລະ ຫາຊົມໄດ້ຍາກ. ສະພາບການດັ່ງກ່າວ ແມ່ນຍ້ອນການປ່ຽນແປງນິເວດວິທະຍາອັນ ລວມ ແລະ ອັນສະເພາະຂອງການພັດທະນາເສດຖະກິດ, ວິຖີຊີວິດ ແລະ ວິທີການພົວພັນຕິດຕໍ່ສື່ ສານທາງສັງຄົມ, ຄ່ານິຍົມຕໍ່ຮູບແບບການສະແດງທີ່ປ່ຽນແປງໄປຕາມການເວລາ, ເຮັດໃຫ້ນິເວດຫຼາຍປະການທີ່ສໍາຄັນຂອງມັນຖືກທໍາລາຍ ແລະ ສົ່ງຜົນກະທົບດ້ານລົບຕໍ່ການຄົງຕົວຂອງຂັບລຳປະເພດຕ່າງໆທີ່ກ່າວມາ. ເພງລາວທີ່ປະດິດແຕ່ງຂຶ້ນໃນສະໄໝທີ່ປະຊາຊົນລາວເຮັດການຕໍ່ສູ້ເພື່ອປົດປ່ອຍຊາດຈາກການປົກຄອງແບບສັກດີນາ ແລະ ຈັກກະພັດ (ເພງປະຕິວັດ). ເພງປະຕິວັດແມ່ນມີເນື້ອໃນມຸ່ງສ້າງຈິດໃຈສາມັກຄີປອງດອງ, ອຸທິດຕົນເພື່ອຊາດເພື່ອສ່ວນລວມ, ມີອຸດົມການ, ມີຄວາມອົດທົນ, ສ້າງສັນ, ເປັນເຈົ້າການໃນວຽກງານ, ບໍ່ເຫັນແກ່ຕົວ, ບໍ່ຈໍາແນກຊົນຊາດຊົນເຜົ່າ, ຖືການອອກແຮງງານ, ຄຸນຄ່າແຮງງານ, ຜົນປະໂຫຍດຂອງປະຊາຊົນ, ຂອງຊາດເປັນອັນສູງສຸດ ແລະ ມີຈິດໃຈຟົດ ຟື້ນມຸ່ງໝັ້ນ. ສິ່ງທີ່ກ່າວມານີ້ ບໍ່ເປັນພຽງແຕ່ທິດສະດີ, ແຕ່ຫາກມີພຶດຕິກໍາ ແລະ ມີຄຸນຄ່າຕົວຈິງ ຈົນກາຍເປັນນິເວດວິທະຍາທາງສິລະປະ, ວັນນະຄະດີປະຕິວັດ ເຊິ່ງປະພັນອອກເປັນບົດເລື່ອງ, ບົດເພງທີ່ມີຈັງຫວະທໍານອງຟົດຟື້ນ, ມີເນື້ອໃນປຸກລະດົມ, ສະນັ້ນ ບົດເພງປະຕິວັດຈຶ່ງມີພະລັງຊ່ວຍສ້າງຈິດ ໃຈຮັກຊາດ, ສ້າງອຸດົມການສັງຄົມນິຍົມ, ເປັນວັນນະຄະດີທີ່ມີຄຸນລັກສະນະ ແລະ ຄຸນຄ່າທາງສັງຄົມອັນຍອດຍິ່ງ, ເປັນວັດທະນະທໍານິວັດຖຸປະເພດເພງຂອງລາວ. ເຖິງແນວໃດກໍຕາມ ປັດຈຸບັນ ບັນດາມູນເຊື້ອອັນໂດດເດັ່ນທາງບົດເພງປະຕິວັດໄດ້ກາຍເປັນມໍລະດົກທີ່ອະນຸລັກ, ເພາະເຮົາໄດ້ສູນເສຍການສືບທອດໄປກັບການຊຸດໂຊມດ້ານນິເວດວິທະຍາວັດທະນະທໍາອັນລວມ ແລະ ອັນສະເພາະດັ່ງທີ່ກ່າວມາຂ້າງເທິງນີ້, ມັນໄດ້ຖືກປ່ຽນດ້ວຍນິເວດທີ່ມີຄຸນຄ່າທາງເສດຖະກິດ, ຄ່ານິຍົມວັດຖຸສູງຂຶ້ນ; ຂະບວນການພັດທະນາແຫ່ງຍຸກທີ່ແມ່ນເສດຖະກິດ, ວັດຖຸມີບົດບາດຄອບງວໍາຈິດໃຈ, ຄວາມຮູ້ສຶກນຶກຄິດ ເຮັດໃຫ້ນິເວດວິທະຍາວັດທະນະທໍາຂອງວັນນະຄະດີປະຕິວັດທີ່ເປັນພຽງນິວັດຖຸໄດ້ສູນເສຍໄປ, ຄຸນລັກສະ ນະບົດວັນນະຄະດີ, ບົດເພງແບບປະຕິວັດ ກໍຂາດນິເວດທີ່ປະຄັບປະຄອງໃຫ້ຄົງຕົວຢູ່ ທັງບໍ່ສາມາດປະດິດສ້າງມັນໃຫ້ມີຂຶ້ນມາໃໝ່ໄດ້.
ເພື່ອປົກປັກຮັກສານິເວດວັດທະນະທໍາ ແລະ ເສີມຂະຫຍາຍວັດທະນະທຳທີ່ເປັນມູນເຊື້ອຂອງຊາດລາວ ໃຫ້ມີຄວາມຍືນຍົງ, ເຊິ່ງໃນກອງປະຊຸມໃຫຍ່ ຄັ້ງທີ XI ໄດ້ລະບຸໄວ້ວ່າ “ລັດຕ້ອງມີຍຸດທະສາດພັດ ທະນາດ້ານວັດທະນະທຳຢ່າງຈະແຈ້ງ ໂດຍຕິດພັນກັບການອະນຸລັກຟື້ນຟູບັນດາມໍລະດົກວັດທະນະທຳວັດຖຸ ແລະ ບໍ່ແມ່ນວັດຖຸຂອງຊາດ, ລວມທັງວັດຖຸບູຮານ ແລະ ຮ່ອງຮອຍປະຫວັດສາດ; ສົ່ງເສີມພັດທະນາຍົກລະດັບ ແລະ ຄຸ້ມຄອງການນຳໃຊ້ພາສາລາວຢ່າງເປັນລະບົບ; ຟື້ນຟູ ແລະ ສົ່ງເສີມເອ ກະລັກດ້ານສິລະປະວັນນະຄະດີ ກໍຄືຄຸນຄ່າວັດທະນະທຳດ້ານຈິດໃຈຂອງຊາດ-ຂອງເຜົ່າຢ່າງເປັນລະ ບົບ; ເອົາໃຈໃສ່ເຜີຍແຜ່ບັນດາຄຸນຄ່າດ້ານຈິດໃຈທີ່ກ້າວໜ້າໃນຍຸກສະໄໝ ເພື່ອຍົກລະດັບການພັດທະ ນາວັດທະນະທຳອັນດີງາມທີ່ເປັນເອກະລັກຂອງຊາດໃຫ້ສູງຂຶ້ນ ແລະ ກົມກືນກັບຍຸກສະໄໝ ຄຽງຄູ່ກັບການພັດທະນາເສດຖະກິດຂອງປະເທດເຮົາ; ປັບປຸງຍົກລະດັບຂະບວນການສ້າງຄອບຄົວ ແລະ ບ້ານວັດທະນະທຳໃໝ່ ຕິດພັນກັບການສ້າງແບບແຜນດຳລົງຊີວິດໃໝ່ ແລະ ພັດທະນາອະລິຍະທຳທາງດ້ານຈິດໃຈຂອງສັງຄົມ ບົນພື້ນຖານສືບທອດຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ແລະ ຊຸມຊົນ ໄປພ້ອມກັບການແກ້ໄຂ-ຕີຖອຍສິ່ງຫຼ້າຫຼັງງົມງວາຍ… ລັດຕ້ອງເອົາໃຈໃສ່ການອະນຸລັກຮັກສາ ແລະ ພັດທະນາວັດທະນະທຳບັນດາເຜົ່າ, ສົ່ງເສີມດ້ວຍນະໂຍບາຍອັນຈະແຈ້ງ ແລະ ມີແຜນການປະຕິບັດທີ່ເປັນຮູບປະທຳ, ພ້ອມທັງຍົກລະດັບການພັດທະນາພູມປັນຍາອັນບົ່ມຊ້ອນໃນວົງຄະນາຍາດສັງຄົມກາຍ ເປັນການເຄື່ອນໄຫວປະດິດສ້າງດ້ານວັນນະກຳ, ເສີມສ້າງຜະລິດຕະພັນວັດທະນະທຳອັນຫຼາກຫຼາຍຮູບແບບ ແລະ ສີສັນ ເຊິ່ງບໍ່ສະເພາະແຕ່ເຮັດໃຫ້ຄຸນຄ່າທາງດ້ານວັດທະນະທຳຂອງຊາດໄດ້ຮັບການປົກປັກຮັກສາ, ເຜີຍແຜ່ ແລະ ພັດທະນາຢ່າງຕໍ່ເນື່ອງ, ຫາກຍັງສ້າງກຳລັງແຮງໃຫ້ແກ່ການພັດທະນາຜະ ລິດຕະພັນອຸດສາຫະກຳທ່ອງທ່ຽວ”(3). ດັ່ງນັ້ນ ໃນຕໍ່ໜ້າ ພວກເຮົາຕ້ອງໄດ້ເອົາໃຈໃສ່ປົກປັກຮັກສາວັດ ທະນະທໍາມູນເຊື້ອຂອງລາວ ໂດຍການສົ່ງເສີມວັດທະນະທຳໃຫ້ຕິດພັນກັບວິຖີຊີວິດຂອງປະຊາຊົນບັນ ດາເຜົ່າ ເພື່ອອະນຸລັກຮັກສາວັດທະນະທຳຂອງລາວ ໃຫ້ມີຄວາມຍືນຍົງ. ພ້ອມກັນນັ້ນ ກໍສົ່ງເສີມການແລກປ່ຽນວັດທະນະທຳ ລະຫວ່າງປະຊາຊົນບັນດາເຜົ່າພາຍໃນປະເທດໃຫ້ມີຄວາມຮັບຮູ້ເຂົ້າໃຈ, ເຫັນໄດ້ຄຸນຄ່າຂອງວັດທະນະທໍາຫຼາຍຢ່າງທີ່ຕ້ອງໄດ້ຮັກສາ ເຊັ່ນ: ວັດ, ທາດ, ຫໍພິພິທະພັນ, ບົດຟ້ອນ, ບົດເລື່ອງ, ຂັບລຳທ້ອງຖິ່ນ ແລະ ອື່ນໆ; ສົ່ງເສີມການຮ່ວມມື ເພື່ອສຶກສາຄົ້ນຄວ້າ, ຟື້ນຟູວັດທະນະ ທຳມູນເຊື້ອຂອງລາວ ທີ່ໄດ້ສູນເສຍໄປ ແລະ ພວມຈະສູນເສຍໄປກັບຂະບວນການພັດທະນາເສດຖະ ກິດ, ຄ່ານິຍົມແບບໃໝ່; ສົ່ງເສີມການປະດິດຄິດແຕ່ງ, ການອ່ານ, ການຂຽນ, ການສະແດງ, ການສ້າງກິດຈະກໍາ ແລະ ຂະບວນການຕ່າງໆຢ່າງເປັນປະຈໍາ ເພື່ອໃຫ້ປະຊາຊົນໄດ້ຮຽນຮູ້ ແລະ ໄດ້ເຫັນປະຈັກຕາກ່ຽວກັບມໍລະດົກວັດທະນະທໍາທາງວັດຖຸ ແລະ ຈິດໃຈຂອງຊາດ.
ນິເວດວິທະຍາວັດທະນະທໍາມີບົດບາດຕໍ່ການພັດທະນາຍືນຍົງດ້ານວັດທະນະທຳ, ວັດທະນະທຳໃດໜຶ່ງຖືກສູນເສຍໄປ ແມ່ນເກີດຂຶ້ນຈາກນິເວດວິທະຍາຂອງມັນຖືກທຳລາຍ ເຊິ່ງສາເຫດຕົ້ນຕໍ ແມ່ນຍ້ອນມະນຸດລະເລີຍຕໍ່ຄ່ານິຍົມດັ່ງກ່າວ, ຖືເອົາຄ່ານິຍົມ, ຜົນປະໂຫຍດດ້ານເສດຖະກິດເປັນສຳຄັນ. ດັ່ງນັ້ນ ພວກເຮົາຕ້ອງພ້ອມໃຈກັນອະນຸລັກ ແລະ ປົກປັກຮັກສາມູນເຊື້ອວັດທະນະທຳອັນດີງາມຂອງຊາດລາວເຮົາໄວ້ໃຫ້ໝັ້ນຄົງ; ປົກປັກຮັກສານິເວດວິທະຍາວັດທະນະທຳຂອງມັນໃຫ້ຕິດພັນກັບວິຖີຊີວິດ ແລະ ສະພາບການພັດທະນາເສດຖະກິດຂອງຍຸກປັດຈຸບັນໃຫ້ຄົງຕົວ ແລະ ຍືນຍົງສູ່ຮຸ່ນລູກ-ຫຼານພວກເຮົາໄດ້ສືບທອດຕໍ່ໆໄປ./.