45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງການຕ່າງປະເທດ

45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງການຕ່າງປະເທດ

  ພອນຄໍາ ສີສົມພັນ

ຕະຫຼອດໄລຍະ 45 ປີ ແຫ່ງການສະຖາປະນາ ສປປ ລາວ, ພັກ-ລັດຖະບານ ໄດ້ສຸມໃສ່ຟື້ນຟູ ແລະ ບູ ລະນະລະບອບປະຊາທິປະໄຕປະຊາຊົນ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ. ພ້ອມກັນນັ້ນ ກໍໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕ່າງປະເທດ ແລະ ວຽກງານການທູດຢ່າງຮອບດ້ານ ຈຸດປະສົງເພື່ອຮ່ວມມືກັບບັນດາປະເທດຕ່າງໆໃນທົ່ວໂລກ ແລະ ບັນດາອົງການຈັດຕັ້ງສາກົນຢ່າງຕັ້ງໜ້າ, ພ້ອມທັງຍາດແຍ່ງ ແລະ ດຶງດູດການລົງທຶນຈາກຕ່າງປະເທດ, ການສະໜັບສະໜູນດ້ານຕ່າງໆມາສ້າງສາພັດທະນາປະເທດຊາດໃຫ້ໝັ້ນຄົງ ເຂັ້ມແຂງ. (ສບ 1/2021 ຕທ).

ພາຍຫຼັງສະຖາປະນາປະເທດໃນປີ 1975, ສປປ ລາວ ໄດ້ປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະແມ່ນໄດ້ສຸມໃສ່ຮໍາບາດແຜສົງຄາມ ແລະ ຟື້ນຟູສ້າງສາພັດທະນາປະເທດຊາດ, ບັນດາອິທິກໍາລັງປໍລະປັກຍັງສືບຕໍ່ກໍ່ຄວາມບໍ່ສະຫງົບ ເພື່ອຫວັງມ້າງເພທໍາລາຍລະບອບໃໝ່ຂອງພວກເຮົາຢ່າງບໍ່ລົດລະ. ພາຍໃຕ້ການຊີ້ນໍາຂອງສູນກາງພັກ, ຂະແໜງການຕ່າງປະເທດໄດ້ສຸມໃສ່ອອກແຮງເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອໃຫ້ສາກົນຮັບຮູ້ຄວາມເປັນເອກະລາດແຫ່ງຊາດຂອງພວກເຮົາຢ່າງສົມບູນ, ພົວພັນກັບບັນດາປະເທດທີ່ຮັກຫອມສັນຕິພາບ, ພ້ອມທັງສ້າງເງື່ອນໄຂທີ່ດີໃຫ້ແກ່ການສ້າງສາພັດທະນາ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບກັບທຸກໆປະເທດ ໂດຍບໍ່ຈໍາແນກລະບອບການເມືອງ-ສັງຄົມ, ສາມາດນໍາພາປະເທດຊາດຫຼຸດພົ້ນອອກຈາກການຖືກປິດລ້ອມທາງດ້ານການເມືອງ ແລະ ເສດຖະກິດ, ສາມາດຍາດແຍ່ງເອົາການສະໜັບສະໜູນ, ການຊ່ວຍເຫຼືອຈາກເພື່ອນມິດສາກົນ ເຂົ້າໃນການພັດທະນາປະເທດຊາດໄດ້ເປັນກ້າວໆ.

ໃນຊຸມປີ 1980 ສະພາບແວດລ້ອມສາກົນໄດ້ມີການປ່ຽນແປງຢ່າງເລິກເຊິ່ງ, ສົງຄາມເຢັນກ້າວເຂົ້າສູ່ໄລ ຍະຂ້ຽວຂາດ ແລະ ເປັນຊ່ວງໄລຍະທີ່ພັກເຮົາໄດ້ລິເລີ່ມແນວທາງປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງພັກ ແລະ ໄດ້ກໍານົດແນວທາງ, ນະໂຍບາຍການຕ່າງປະເທດສອດຄ່ອງກັບທ່າອ່ຽງການຂະຫຍາຍ ຕົວຂອງພາກພື້ນ ແລະ ສາກົນ. ວຽກງານການຕ່າງປະເທດໄດ້ສືບຕໍ່ປະຕິບັດພາລະບົດບາດເປີດທາງ ແລະ ເສີມສ້າງສະພາບແວດລ້ອມພາຍນອກທີ່ເອື້ອອໍານວຍໃຫ້ແກ່ການພົວພັນຮ່ວມມືກັບສາກົນຫຼາຍຂຶ້ນ ເພື່ອສະໜັບສະໜູນແນວທາງປ່ຽນແປງໃໝ່ຂອງພັກ ໂດຍສະເພາະໄດ້ຂົນຂວາຍຍາດແຍ່ງການພົວພັນຮ່ວມມືຊ່ວຍເຫຼືອ, ດຶງດູດການລົງທຶນຈາກຕ່າງປະເທດ ແລະ ບັນດາກໍາລັງແຮງຊຸກຍູ້ ເພື່ອພັດທະນາເສດ ຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ນັບມື້ເຕີບໃຫຍ່ ແລະ ເຂັ້ມແຂງ.

ມາເຖິງປັດຈຸບັນ, ທ່າອ່ຽງລວມໃນເວທີພາກພື້ນ ແລະ ສາກົນ ແມ່ນການເສີມສ້າງສັນຕິພາບ ແລະ ການຮ່ວມມືກັນ ເພື່ອການພັດທະນາຫຼາຍຂຶ້ນ, ພວກເຮົາໄດ້ສືບຕໍ່ເຄື່ອນໄຫວວຽກງານການຕ່າງປະເທດຕາມແນວທາງນະໂຍບາຍ “ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື” ຢ່າງສະເໝີຕົ້ນສະເໝີປາຍ, ຕາມທິດນໍາເພີ່ມມິດຫຼຸດຜ່ອນສັດຕູ ແລະ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນເທື່ອລະກ້າວຢ່າງໝັ້ນຄົງ. ຂີດໝາຍທີ່ສໍາຄັນແມ່ນການເຂົ້າເປັນສະມາຊິກອາຊຽນ, ເຂົ້າຮ່ວມບັນດາຂອບການຮ່ວມມືພາກພື້ນ, ອະນຸພາກພື້ນ ແລະ ບັນດາສົນທິສັນຍາສາກົນຕ່າງໆ, ບັນດາສັນຍາເຂດການຄ້າເສລີ, ເຂົ້າເປັນສະມາຊິກອົງການການຄ້າໂລກ, ຫຼ້າສຸດແມ່ນເຂົ້າຮ່ວມເປັນຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ແລະ ສົນທິສັນຍາສາກົນອື່ນໆ.

ດ້ານການເມືອງ ແລະ ຄວາມໝັ້ນຄົງ: ຕະຫຼອດໄລຍະຜ່ານມາ ຂະແໜງການຕ່າງປະເທດໄດ້ເປັນເສນາທິການໃຫ້ຂັ້ນເທິງໃນການວາງທັດສະນະຕໍ່ບັນຫາສາກົນ ແລະ ການພົວພັນກັບປະເທດຕ່າງໆຢ່າງຖືກຕ້ອງ ແລະ ທັນການ, ສາມາດສ້າງສະພາບແວດລ້ອມພາຍນອກທີ່ເອື້ອອໍານວຍໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສາມາດແກ້ໄຂບັນຫາຊາຍແດນກັບປະເທດໃກ້ຄຽງໄດ້ໂດຍພື້ນຖານ, ແກ້ໄຂບັນຫາຜິດພາດຮ່ວມກັນໂດຍສັນຕິ ບົນຈິດໃຈມິດຕະພາບ ແລະ ມີຜົນປະໂຫຍດຮ່ວມກັນ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ປົກປັກຮັກສາອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ. ໃນຂອບການຮ່ວມມືສອງຝ່າຍ, ພວກເຮົາສາມາດຫັນເອົາການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ບັນດາປະເທດໃກ້ຄຽງໃຫ້ເຂົ້າສູ່ລວງເລິກ, ຫັນການພົວພັນກັບບັນດາປະເທດໃຫຍ່, ປະເທດຄູ່ຮ່ວມມືທີ່ສໍາຄັນເຂົ້າສູ່ກົນໄກທີ່ໝັ້ນຄົງ ແລະ ເປີດກວ້າງການພົວພັນກັບປະເທດເພື່ອນມິດອື່ນໆຕາມເງື່ອນໄຂທ່າແຮງສະເພາະຂອງແຕ່ລະປະເທດ. ໃນຂອບການຮ່ວມມືຫຼາຍຝ່າຍ, ຂະ ແໜງການຕ່າງປະເທດໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ເປັນເຈົ້າການ ທັງໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນໃນຂອບຂອງອົງການສະຫະປະຊາຊາດ, ອົງການຝຣັ່ງໂກໂຟນີ, ຂະບວນການຮ່ວມກຸ່ມ, ກຸ່ມປະເທດດ້ອຍພັດທະນາ, ກຸ່ມປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ ແລະ ການພົວພັນຮ່ວມມືໃນຂອບອື່ນໆ; ພ້ອມກັນນັ້ນ ຂະແໜງການຕ່າງປະເທດ ກໍໄດ້ເຄື່ອນໄຫວຢ່າງຕັ້ງໜ້າໃນຂອບອາຊຽນ ເຊິ່ງໄດ້ປະກອບສ່ວນໃນການສ້າງກົດບັດອາຊຽນ ແລະ ຂະບວນການສ້າງປະຊາຄົມອາຊຽນ, ອັນພົ້ນເດັ່ນແມ່ນໄດ້ປະສົບຜົນສໍາເລັດໃນການເປັນປະທານໝູນວຽນອາຊຽນໃນປີ 2004 ແລະ ປີ 2016, ທັງຍາດແຍ່ງເອົາການຊ່ວຍເຫຼືອ, ການລົງທຶນຈາກປະເທດເພື່ອນມິດອາຊຽນ ແລະ ບັນດາຄູ່ຮ່ວມເຈລະຈາອາຊຽນ.

ດ້ານເສດຖະກິດ: ຂະແໜງການຕ່າງປະເທດ ໄດ້ເປັນເຈົ້າການເຊື່ອມໂຍງເສດຖະກິດ ແລະ ເຊື່ອມຈອດກັບພາກພື້ນ ດ້ວຍບາດກ້າວທີ່ໜັກແໜ້ນ ແລະ ມີຜົນສໍາເລັດທີ່ເປັນຮູບປະທໍາຢ່າງຈະແຈ້ງ, ໃນນັ້ນ ໄດ້ເຂົ້າຮ່ວມໃນຂອບການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ກວມເອົາ 70% ຂອງຂອບການຮ່ວມມືດ້ານເສດຖະກິດຫຼາຍຝ່າຍ, ໄດ້ພົວພັນຮ່ວມ​ມືດ້ານການຄ້າ-ການລົງທຶນກັບ 50 ກວ່າປະເທດ ແລະ ໄດ້ຮັບສິດທິພິເສດທາງດ້ານການຄ້າ ຈາກ 40 ກວ່າປະເທດ; ພ້ອມກັນນັ້ນ ກໍສາມາດຍາດແຍ່ງ​ເອົາການສະໜັບສະໜູນ ແລະ ແຫຼ່ງທຶນຈາກສາກົນ ເປັນຕົ້ນແມ່ນການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA), ການລົງທຶນໂດຍກົງຈາກຕ່າງປະເທດ (FDI), ການຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ (INGOs), ທັງສາມາດດຶງດູດນັກທ່ອງທ່ຽວຕ່າງ ປະເທດເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ນັບມື້ໃຫ້ຫຼາຍຂຶ້ນ.

ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດນັບມື້ມີໝາກຜົນຕົວຈິງ, ໃນນັ້ນ ໄດ້ຫັນ​ເອົາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບ ສສ ຫວຽດ ນາມໃຫ້ເຂົ້າສູ່ລວງເລິກ ແລະ ມີຄຸນນະພາບໃໝ່; ໄດ້ຍົກລະດັບການພົວພັນກັບ ສປ ຈີນ ຈາກການພົວ ພັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ຂຶ້ນເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ນັບມື້ຍິ່ງເກີດດອກອອກຜົນ; ການພົວພັນຮ່ວມມື ລາວ-ກູບາ ໄດ້ມີບາດກ້າວໃໝ່ທີ່ສໍາຄັນ; ສືບຕໍ່ຮັກສາໄດ້ມິດຕະພາບທີ່ເປັນມູນເຊື້ອຊ່ວຍເຫຼືອເຊິ່ງກັນແລະກັນກັບ ສປປ ເກົາຫຼີ; ສືບຕໍ່ຮັກສາໄດ້ບັນຍາກາດການພົວພັນຮ່ວມມືທີ່ດີ, ໄວ້ເນື້ອເຊື່ອໃຈ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາປະເທດໃກ້ຄຽງ ໂດຍສະເພາະແມ່ນໄດ້ຍົກລະດັບການພົວພັນຮ່ວມ​ມືກັບກໍາປູເຈຍ ຈາກການພົວພັນມິດຕະພາບແບບບ້ານພີ່ເມືອງນ້ອງ, ບ້ານແກ່ວເມືອງດອງ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ; ເສີມຂະຫຍາຍການພົວພັນຮ່ວມມື ລາວ-ໄທ ໃຫ້ເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ; ການພົວພັນຄູ່ຮ່ວມມືຍຸດທະສາດ ລາວ-ຣັດເຊຍ ສືບຕໍ່ຂະຫຍາຍຕົວສູ່ຄຸນນະ ພາບໃໝ່ ໂດຍສະເພາະດ້ານການສຶກສາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ໄດ້ຍົກລະດັບການພົວພັນຮ່ວມມືກັບຮົງກາຣີ ຂຶ້ນສູ່ລະດັບການພົວພັນແບບຄູ່ຮ່ວມຍຸດທະສາດ. ​ໃນປັດຈຸບັນ ສປປ ລາວ ມີການພົວພັນຮ່ວມ​ມືໃນລະດັບຍຸດທະສາດທັງໝົດກັບ 6 ປະເທດ ແລະ ໄດ້ຫັນການພົວພັນກັບບັນດາປະເທດໃຫຍ່, ກຸ່ມປະເທດທີ່ໃຫ້ການຊ່ວຍເຫຼືອດ້ານການພັດທະນາແກ່ ສປປ ລາວ ເປັນຕົ້ນແມ່ນຍີ່ປຸ່ນ, ສ ເກົາຫຼີ, ອົດສະຕຣາລີ, ສະຫະພາບເອີຣົບ ແລະ ຄູ່ຮ່ວມມືທີ່ສໍາຄັນຕ່າງໆໃຫ້ເຂົ້າສູ່ລວງເລິກ.

ນອກນັ້ນ, ສປປ ລາວ ຍັງໄດ້ເຂົ້າຮ່ວມສົນທິສັນຍາສາກົນທີ່ສໍາຄັນຫຼາຍສະບັບ ເຊິ່ງເປັນປະໂຫຍດ ແລະ ສ້າງກາລະໂອກາດທີ່ດີໃຫ້ແກ່ປະເທດຊາດ. ປັດຈຸບັນ ສປປ ລາວ ໄດ້ລົງນາມສັນຍາ, ສົນທິສັນຍາສາກົນໃນຂອບຫຼາຍຝ່າຍປະມານ 470 ກວ່າສະບັບ ແລະ ສົນທິສັນຍາສອງຝ່າຍຫຼາຍກວ່າ 450 ກວ່າສະບັບ; ສາມາດຂົນຂວາຍ ແລະ ດຶງດູດພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດໃຫ້ມີຄວາມເຂົ້າໃຈຢ່າງຖືກຕ້ອງຕໍ່ກັບແນວທາງນະໂຍບາຍຂອງພັກ. ວຽກງານກົງສຸນໄດ້ຮັບການປັບປຸງ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ໂດຍໄດ້ສໍາເລັດໂຄງການໜັງສືຜ່ານແດນເອເລັກໂຕຣນິກ (E-Passport) ແລະ ໂຄງການ    (E-Visa) ເພື່ອເຮັດໃຫ້ໜັງສືຜ່ານແດນລາວໄດ້ມາດຕະຖານສາກົນ, ການບໍລິການແກ່ປະຊາຊົນນັບມື້ມີຄວາມສະດວກວ່ອງໄວ; ໄດ້ສ້າງ ແລະ ປັບປຸງລະບົບນິຕິກຳດ້ານວຽກງານການຕ່າງປະເທດໃຫ້ຄົບຖ້ວນສົມບູນ, ອັນພົ້ນເດັ່ນແມ່ນໄດ້ສໍາເລັດການສ້າງກົດໝາຍ 3 ສະບັບ ຄື: ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ, ກົດໝາຍວ່າດ້ວຍສໍານັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ແລະ ກົດໝາຍວ່າດ້ວຍຊັ້ນນັກການທູດ; ໄດ້ປັບປຸງກົງຈັກການຈັດຕັ້ງພາຍໃນ ແລະ ກົນໄກປະສານງານກັບບັນດາຂະແໜງການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ມີຄວາມກົມກຽວທາງດ້ານປະລິມານ ແລະ ຄຸນນະພາບ. ເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານຂະແໜງການຕ່າງປະເທດໃຫ້ມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລ ຍະ.

ຂະແໜງການຕ່າງປະເທດ ຍັງໄດ້ເປັນເຈົ້າການເຄື່ອນໄຫວຢູ່ໃນທ່າບຸກ ໂດຍຍຶດໝັ້ນຕາມແນວທາງນະ ໂຍບາຍການຕ່າງປະເທດ “ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມື” ຢ່າງສະເໝີຕົ້ນສະ  ເໝີປາຍ; ສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ ບົນພື້ນຖານເຄົາລົບເອກະລາດ, ອໍານາດອະທິປະໄຕຂອງກັນແລະກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ; ຕັ້ງໜ້າປະຕິ ບັດຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ” ແລະ ປະຕິບັດຕາມທິດນໍາເພີ່ມມິດຫຼຸດຜ່ອນສັດຕູ, ທັງຕໍ່ສູ້ທັງຍາດແຍ່ງເຮັດໃຫ້ການພົວພັນຮ່ວມມືກັບສາກົນສືບຕໍ່ໄດ້ຮັບການເປີດກວ້າງ. ປັດຈຸບັນ ສປປ ລາວ ໄດ້ມີສາຍພົວພັນທາງການທູດທັງໝົດກັບ 143 ປະເທດ, ມີສາຍພົວພັນກັບ 139 ພັກການເມືອງຈາກ 85 ປະເທດ, ມີສໍານັກງານຜູ້ຕາງໜ້າແຫ່ງ ສປປ ລາວທີ່ຕ່າງປະເທດ 40 ແຫ່ງ ຢູ່ 27 ປະເທດ, ໄດ້ເຂົ້າເປັນສະມາຊິກອົງການຈັດຕັ້ງສາກົນ ແລະ ​ໄດ້ປະ ກອບສ່ວນພັນທະຢ່າງເປັນປົກກະຕິຫຼາຍກວ່າ 130 ອົງການ.

ເຖິງວ່າການເຄື່ອນໄຫວວຽກງານການຕ່າງປະເທດຈະໄດ້ຮັບຜົນສຳເລັດໃນຫຼາຍດ້ານ ແລະ ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ແຕ່ພວກເຮົາກໍໄດ້ປະເຊີນໜ້າກັບສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກຫຼາຍປະການທີ່ເປັນຂໍ້ຈໍາກັດຈາກພາຍໃນ ແລະ ພາຍນອກ ເປັນຕົ້ນແມ່ນຖືກຈັກກະພັດຕ່າງດ້າວເຂົ້າມາຮຸກຮານເປັນເວລາຍາວນານ, ຖືກສົງຄາມທໍາລາຍຢ່າງໜັກໜ່ວງ, ເປັນປະເທດເກີດໃໝ່, ການສ້າງສາພັດທະນາປະເທດຊາດຈາກຈຸດເລີ່ມຕົ້ນທີ່ຕໍ່າ, ກໍາລັງແຮງອ່ອນນ້ອຍ ແລະ ມີຄວາມຫຍຸ້ງຍາກຫຼາຍດ້ານຍັງຕ້ອງໄດ້ເພິ່ງພາອາໄສ ແລະ ເອື່ອຍອີງການຊ່ວຍເຫຼືອຈາກພາຍນອກ. ໃນສະພາບທີ່ເສດຖະກິດຂອງໂລກມີຄວາມຫຍຸ້ງຍາກຄືປັດຈຸບັນ ການຊ່ວຍເຫຼືອທາງການເພື່ອການພັດທະນາ ກໍຄືການລົງທຶນໂດຍກົງຈາກຕ່າງປະ ເທດມີທ່າອ່ຽງຫຼຸດລົງ, ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກໍຄືການບັນລຸເປົ້າໝາຍການພັດທະນາແບບຍືນຍົງມີຄວາມທ້າທາຍທີ່ສຸດ; ສະພາບການຂອງໂລກ ແລະ ພາກພື້ນມີຄວາມສັບສົນ ໂດຍສະເພາະແມ່ນການຂັດແຍ່ງລະຫວ່າງບັນດາປະເທດມະຫາອໍານາດ ຍັງສືບຕໍ່ດໍາເນີນໄປຢ່າງຂ້ຽວຂາດ, ບັນດາປະເທດນ້ອຍມີຄວາມຫຍຸ້ງຍາກໃນການດໍາເນີນນະໂຍບາຍການຕ່າງປະເທດ ໂດຍສະ ເພາະໃນການວາງທັດສະນະຕໍ່ບັນຫາຕ່າງໆຢ່າງແທດເໝາະ ເພື່ອບໍ່ໃຫ້ກະທົບຕໍ່ຜົນປະໂຫຍດຂອງປະເທດຊາດ ແລະ ຫຼີກລ່ຽງການຖືກບີບບັງຄັບໃຫ້ເລືອກຂ້າງໃດໜຶ່ງ ຫຼື ຖືກແກ່ດຶງເຂົ້າໃນວົງຈອນຄວາມຂັດແຍ່ງສາກົນ; ການປະຕິບັດວຽກງານເປັນເສນາທິການໃຫ້ຂັ້ນເທິງ ເຖິງວ່າເຮັດໄດ້ດີ ແລະ ມີຜົນສໍາເລັດ ແຕ່ບາງຄັ້ງຍັງຕົກຢູ່ໃນສະພາບທ່າຮັບ, ການກຽມພ້ອມປະເຊີນໜ້າກັບບັນຫາບໍ່ທັນສູງເທົ່າທີ່ຄວນ ເປັນຕົ້ນແມ່ນການປະຕິບັດຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ” ຈໍານວນໜຶ່ງບໍ່ທັນສາມາດບັນລຸໄດ້ ໂດຍສະເພາະແມ່ນການສ້າງພະນັກງານຂັ້ນຊ່ຽວຊານໃນແຕ່ລະຂົງເຂດ, ວຽກງານເກັບກໍາສະພາບ ແລະ ຄົ້ນຄວ້າວິໄຈ, ວຽກງານໂຄສະນາການທູດເສດຖະກິດຍັງບໍ່ທັນພົ້ນເດັ່ນ; ບັນດາອິທິກໍາລັງປໍລະປັກຍັງບໍ່ທັນລົດລະກົນອຸບາຍຫັນປ່ຽນໂດຍສັນຕິເພື່ອຫວັງມ້າງເພທໍາລາຍລະບອບປະຊາທິປະໄຕປະຊາຊົນຂອງພວກເຮົາ. ພ້ອມດຽວກັນນີ້ ສະພາບຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ ແລະ ງົບປະມານທີ່ມີຢ່າງຈໍາກັດຢູ່ພາຍໃນ ບວກກັບສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນໂລກປັດຈຸບັນ ໄດ້ກະທົບຕໍ່ການເຄື່ອນໄຫວວຽກງານການຕ່າງປະ ເທດຂອງພວກເຮົາຫຼາຍສົມຄວນ.

ໂດຍສືບຕໍ່ປະຕິບັດແນວທາງນະໂຍບາຍການຕ່າງປະເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ ຕາມທິດນໍາເພີ່ມມິດຫຼຸດຜ່ອນສັດຕູ ແລະ ປະຕິບັດຄໍາຂວັນ “ການທູດປ້ອງກັນເຫດ ແລະ ບຸກທະລຸ” ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດຢ່າງແຂງແຮງ, ເລິກ ເຊິ່ງ ແລະ ເປັນຮູບປະທໍານັ້ນ, ໃນຕໍ່ໜ້າຄວນເອົາໃຈໃສ່ວຽກງານບາງດ້ານ ເຊັ່ນ:

– ສືບຕໍ່ຫັນເອົາການພົວພັນຮ່ວມມືກັບເປົ້າໝາຍຕ່າງໆເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກວ່າເກົ່າ, ເສີມສ້າງສາຍພົວພັນກັບບັນດາປະເທດເພື່ອນມິດຍຸດທະສາດຮ່ວມອຸດົມການສັງຄົມນິຍົມເປັນບຸລິມະສິດສໍາຄັນ; ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ, ມີໝາກຜົນກັບປະເທດເພື່ອນບ້ານໃກ້ຄຽງ; ພ້ອມທັງເພີ່ມທະວີການເຄື່ອນໄຫວໃນຂອບຂອງອົງການສະຫະປະຊາຊາດ, ອາຊຽນ, ພາກພື້ນ ແລະ ອະ ນຸພາກພື້ນ; ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາປະເທດໃຫຍ່ຢ່າງໝັ້ນທ່ຽງ ແລະ ເປີດກວ້າງການພົວພັນຮ່ວມມືກັບປະເທດຕ່າງໆ; ປະສານສົມທົບຢ່າງກົມກຽວລະຫວ່າງການເຄື່ອນໄຫວວຽກງານຕ່າງ ປະເທດໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ລະຫວ່າງການທູດການເມືອງ ແລະ ການທູດເສດຖະກິດ ເພື່ອຮັບປະກັນຜົນປະໂຫຍດຂອງປະເທດຊາດ, ຍົກສູງບົດບາດຂອງ ສປປ ລາວ ຢູ່ເວທີພາກພື້ນ ແລະ ສາກົນຢ່າງບໍ່ຢຸດຢັ້ງ.

– ເພີ່ມທະວີບົດບາດການເຄື່ອນໄຫວຢູ່ບັນດາເວທີສາກົນ ໂດຍສະເພາະແມ່ນສະຫະປະຊາຊາດ ແລະ ເວທີອາຊຽນ, ໃນນັ້ນ ຈະສົ່ງຕົວແທນ ສປປ ລາວ ສະໝັກເຂົ້າເປັນສະມາຊິກສະພາບໍລິຫານຂອງສະພາເສດຖະກິດ-ສັງຄົມແຫ່ງສະຫະປະຊາຊາດ ໄລຍະປີ 2023-2025 ແລະ ກະກຽມເປັນປະທານອາຊຽນໃນປີ 2024 ໃຫ້ປະສົບຜົນສໍາເລັດ; ເພີ່ມທະວີການເຄື່ອນໄຫວການທູດເສດຖະກິດ, ລະດົມຂົນຂວາຍການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021- 2025) ໃຫ້ບັນລຸຄາດໝາຍ; ເພີ່ມຄວາມເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ແລະ ດຶງດູດການທ່ອງທ່ຽວ ໂດຍ​ສະ​ເພາະພາຍຫຼັງການລະບາດຂອງພະຍາດໂຄວິດ-19; ພ້ອມກັນນັ້ນ ກໍຊອກຫາຕະຫຼາດສົ່ງອອກທີ່ມີທ່າແຮງໃຫ້ແກ່ສິນຄ້າລາວນັບມື້ໃຫ້ຫຼາຍຂຶ້ນ.

– ຄົ້ນຄວ້າສ້າງ ແລະ ຍົກສູງລະດັບສາຍພົວພັນການທູດກັບບັນດາປະເທດເພື່ອນມິດຈໍານວນໜຶ່ງທີ່ມີທ່າແຮງ, ຄົ້ນຄວ້າສ້າງຕັ້ງສາຍພົວພັນການທູດກັບບາງປະເທດ, ຄົ້ນຄວ້າເປີດສະຖານທູດ ຫຼື ສະຖານກົງ ສຸນໃຫຍ່ຢູ່ບາງປະເທດທີ່ມີທ່າແຮງປະມານ 1-2 ແຫ່ງ ແລະ ແຕ່ງຕັ້ງກົງສຸນກິດຕິມະສັກຂອງ ສປປ ລາວ ປະຈຳຢູ່ຕ່າງປະເທດ 5 ແຫ່ງ.

– ສືບຕໍ່ແກ້ໄຂຈຸດຄົງຄ້າງຊາຍແດນກັບບັນດາປະເທດໃກ້ຄຽງ ໂດຍສະເພາະແມ່ນໄທ ແລະ ກຳປູເຈຍໃຫ້ມີຄວາມຄືບໜ້າ; ສ້າງທີມນັກກົດໝາຍສາກົນດ້ານຊາຍແດນຢ່າງເປັນລະບົບ ແລະ ເຂັ້ມແຂງ ເພື່ອເປັນເສນາທິການໃຫ້ແກ່ລັດຖະບານໃນການແກ້ໄຂບັນຫາຊາຍແດນທີ່ຍັງຄົງຄ້າງກັບປະເທດໃກ້ຄຽງຢ່າງມີປະສິດທິພາບ, ຮັບປະກັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວ./.

Leave a Reply

Your email address will not be published. Required fields are marked *

  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • prediksi maxwinbos
  • rtp maxwinbos
  • heylink
  • Syair Hk
  • maxwinbos
  • situs gacor
  • slot deposit pulsa
  • maxwinbos
  • maxwinbos/
  • slot gacor
  • link slot gacor
  • maxwinbos
  • agen gacor
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • slot gacor 2025
  • Slot Deposit Pulsa
  • syair hk
  • slot depo 10k
  • situs slot 4d
  • mpo777
  • inatogel
  • dolantogel
  • megaslot88
  • Slot Gacor
  • Narasi88
  • narasi88
  • narasi88
  • narasi88
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • https://agenda.unam.mx
  • situs mix parlay
  • maxwinbos
  • maxwinbos
  • slot anti rungkad
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • maxwinbos
  • https://smambsalamin.sch.id/
  • maxwinbos
  • maxwinbos
  • maxwinbos
  • alternatif maxwinboss
  • https://heylink.me/maxwinbos.net/
  • bo slot
  • SLOT CANTIK
  • https://kongreikt.ege.edu.tr/
  • https://theresiana.ac.id/
  • Link Gacor Resmi
  • Slot 88
  • Situs Judi Terpercaya
  • toto 4d
  • https://auaclicks.aua.gr/