
(ໜຶ່ງ)ຕອນບ່າຍຂອງວັນທີ 21 ສິງຫາ 2025 “ເລຂາທິການໃຫຍ່ ແລະ ປະທານປະເທດແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງປະທານປະເທດແຫ່ງ ສສ ຫວຽດນາມ, ຫ້ອງວ່າການສູນກາງພັກ ນະຄອນຫຼວງວຽງຈັນ ສປປລາວ”.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ກຳມະການສູນກາງພັກ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-22 ສິງຫາ 2025.
ໃນໂອກາດນີ້, ສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ສະຫາຍ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ຮັດແໜ້ນສາຍພົວພັນພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກ ລະຫວ່າງສອງປະເທດ ລາວ-ຫວຽດນາມ.
ການຢ້ຽມຢາມນີ້ກໍມີຂຶ້ນໃນທ່າມກາງບັນຍາກາດທີ່ ສອງພັກ, ສອງລັດ ພວມກະກຽມ ແລະ ສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນ ຂອງ ສອງພັກ, ສອງລັດ ທີ່ຈະມາເຖິງ ໂດຍສະເພາະແມ່ນການກະກຽມວັນຊາດຫວຽດນາມ ຄົບຮອບ 80 ປີ ໃນວັນທີ 02 ກັນຍາ ແລະ ວັນຊາດລາວ ຄົບຮອບ 50 ໃນວັນທີ 02 ທັນວາ 2025 ທີ່ຈະມາເຖິງ, ລວມທັງການກະກຽມກອງປະຊຸມໃຫຍ່ ຂອງພັກແຕ່ລະພັກ ຄື: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກປະຊາຊົນ ປະຕິວັດລາວ ຄັ້ງທີ XII ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກກອມມູນິດຫວຽດນາມ ຄັ້ງທີ XIV.
ໃນຂະນະດຽວກັນ, ສະຫາຍ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການຢ້ຽມຢາມ ສປປ ລາວ ແລະ ຜົນຂອງການພົບປະກັບ ສະຫາຍ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ, ພ້ອມທັງໄດ້ນໍາເອົາຄຳຢື້ຢາມຖາມຂ່າວ ຂອງສະຫາຍ ໂຕເລິມ ເລຂາທິການໃຫຍ່, ສະຫາຍ ເລືອງເກືອງ ປະທານປະເທດ ແລະ ບັນດາການນຳ ຫວຽດນາມ ມາສູ່ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ແລະ ບັນດາການນໍາພັກ-ລັດຂອງ ສປປ ລາວ ຊຶ່ງ ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ຄໍາຢື້ຢາມຖາມຂ່າວດັ່ງກ່າວ, ພ້ອມທັງໄດ້ຝາກຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄວາມຮັກແພງອັນສະໜິດສະໜົມຖານສະຫາຍອ້າຍນ້ອງ ໄປຍັງ ສະຫາຍ ໂຕເລິມ ເລຂາທິການໃຫຍ່, ສະຫາຍ ເລືອງເກືອງ ປະທານປະເທດ ແລະ ບັນດາການນຳຂັ້ນສູງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທຸກທົ່ວໜ້າ.
ພ້ອມດຽວກັນນີ້, ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈພັກ-ລັດ ສະຫາຍຫວຽດນາມທີ່ຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາໂດຍສະເພາະການຊ່ວຍເຫຼືອກໍ່ສ້າງຊັບພະຍາກອນມະນຸດໃນດ້ານຕ່າງໆທີ່ເປັນການປະສອບສ່ວນສໍາຄັນໃຫ້ແກ່ການສ້າງສາ ແລະ ພັດທະນາປະເທດຊາດ.
ສອງຝ່າຍ ໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ການພົວພັນຮ່ວມມືຂອງສອງປະເທດ ໂດຍເຫັນດີເປັນເອກະພາບຕີລາຄາສູງການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ທີ່ໄດ້ສືບຕໍ່ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານໃນລະດັບສູງສຸດ ໂດຍສະເພາະແມ່ນທາງດ້ານການເມືອງ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລວມທັງການຮ່ວມມືທາງດ້ານເສດຖະກິດ ກໍມີບາດກ້າວທ່ວງທ່າທີ່ດີຂຶ້ນໃນແຕ່ລະປີ, ພ້ອມທັງຢືນຢັນຮ່ວມກັນ ທີ່ຈະສືບຕໍ່ຍູ້ແຮງການຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ເພື່ອໃຫ້ນັບມື້ໃຫ້ສົມຄູ່ກັບການຮ່ວມມືທີ່ດີເລີດທາງດ້ານການເມືອງ.
ພ້ອມນີ້, ສອງຝ່າຍໄດ້ຢືນຢັນຈະຮ່ວມກັນຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ສວຍສົດງົດງາມ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.
(ສອງ). ຕອນບ່າຍຂອງວັນທີ 21 ສິງຫາ 2025 “ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພົບປະກັບ ຮອງປະທານປະເທດແຫ່ງ ສສ. ຫວຽດນາມ, ສໍານັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ ສປປລາວ”.
ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ພົບປະກັບ ສະຫາຍ ນາງ ຫວໍ ທິ ແອັງ ຊວນ, ຮອງປະທານປະເທດແຫ່ງ ສສ. ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 21-22 ສິງຫາ 2025.
ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ພົບປະກັບ ສະຫາຍ ຮອງປະທານປະເທດ ຫວໍ ທິ ແອັງ ຊວນ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນຄັ້ງນີ້, ຊຶ່ງເປັນການຢ້ຽມຢາມ ສປປ ລາວ ຄັ້ງທຳອິດ ຂອງ ສະຫາຍ ພາຍຫຼັງໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງອັນສົມກຽດນີ້ ແຕ່ປີ 2021, ທັງເປັນການເພີ່ມພູນຄູນສ້າງ ແລະ ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ.
ພ້ອມດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຝາກຄຳຢື້ຢາມຖາມຂ່າວ ອັນອົບອຸ່ນ ແລະ ສະໜິດສະໜົມທີ່ສຸດ ຜ່ານ ສະຫາຍ ໄປຍັງບັນດາ ສະຫາຍການນໍາ ພັກ, ລັດ, ສະພາແຫ່ງຊາດ ຫວຽດນາມ ໂດຍສະເພາະ ສະຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ພ້ອມດ້ວຍສະມາຊິກຄະນະລັດຖະບານ ທຸກສະຫາຍ.
ສອງຝ່າຍ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມໂດຍຫຍໍ້ໃຫ້ກັນຊາບ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ທີ່ສອງປະເທດຍາດມາໄດ້ໃນໄລຍະຜ່ານມາ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໃນຕະຫຼອດໄລຍະຜ່ານມາ ທີ່ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຢ່າງຕໍ່ເນື່ອງ ໂດຍສະເພາະການພົບປະແລກປ່ຽນຂອງການນໍາຂັ້ນສູງຂອງສອງພັກ, ສອງລັດ ຢ່າງເປັນປົກກະຕິ, ເຊິ່ງເປັນການສະແດງໃຫ້ເຫັນເຖິງສາຍພົວພັນພິເສດຂອງສອງປະເທດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້.
ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ ກໍຄືແຜນການຮ່ວມມື ລະຫວ່າງສອງລັດຖະບານ ທີ່ໄດ້ຮັບການສົ່ງເສີມການຮ່ວມມືທາງດ້ານເສດຖະກິດ ໃຫ້ມີປະສິດທິຜົນຕື່ມອີກ ແລະ ນັບມື້ໃຫ້ສົມຄູ່ກັບດ້ານການເມືອງທີ່ດີເລີດຂອງສອງປະເທດ.
ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນການພົບປະຢ່າງເປັນທາງການ ລະຫວ່າງ ສອງສະຫາຍຮອງປະທານປະເທດ ລາວ ແລະ ຫວຽດນາມ ທີ່ປະສົບຜົນສໍາເລັດຢ່າງຈົບງາມ. ນອກຈາກນັ້ນ, ກໍໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ ສປປ ລາວ ໃນສະໄໝຕໍ່ສູ້ກູ້ຊາດ ກໍ່ຄືໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ພິເສດ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອ ໃນຫຼາຍໂຄງການ ທີ່ມີຄວາມໝາຍສຳຄັນ ແລະ ເປັນສັນຍາລັກແຫ່ງການພົວພັນຮ່ວມມື ຂອງສອງປະເທດ.
ໃນຂະນະດຽວກັນ, ສະຫາຍ ຮອງປະທານປະເທດ ຫວໍ ທິ ແອັງ ຊວນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຊຸກຍູ້ໃຫ້ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄືຜົນຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ລວມທັງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທາງດ້ານຍຸດທະສາດ ທີ່ສໍາຄັນຂອງສອງປະເທດ ໃຫ້ປະກົດເປັນຮູບປະທໍາ ຕາມແຜນການທີ່ວາງໄວ້ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ນັບມື້ນັບຫຼາຍຂຶ້ນ.







