ເຕັກໂນໂລຊີ ແລະ ນະວັດຕະກໍາໃຫມ່ ມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ

ໃນຍຸກໂລກາພິວັດທາງດ້ານເສດຖະກິດ,ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາໃຫມ່ ໄດ້ມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການນໍາໃຊ້ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດ ແລະ ຖ່າຍທອດເຕັກໂນໂລຊີ ເພື່ອຍູ້ແຮງຂະບວນການຜະລິດສິນຄ້າ ແລະ ການບໍລິການທີ່ມີຄວາມຫຼາກຫຼາຍ, ສ້າງມູນຄ່າເພີ່ມ ແລະ ມີຄວາມສາມາດແຂ່ງຂັນສູງ, ນໍາໃຊ້ນະວັດຕະກໍາໃຫມ່ທີ່ປະຢັດພະລັງງານ, ປະຢັດວັດຖຸດິບແລະ ເປັນມິດກັບສິ່ງແວດລ້ອມ ແນໃສ່ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ເຂົ້າສູ່ຍຸກອຸດສາຫະກໍາ 4.0 ແລະ ຫັນເປັນເສດຖະກິດ-ສັງຄົມດີຈີຕອນ.ການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ນັບມື້ມີຄວາມກ້າວຫນ້າ, ທັນສະໄຫມ ເປັນຕົ້ນແມ່ນການປະມວນຜົນຂໍ້ມູນດ້ວຍຊູເປີຄອມພີວເຕີ,ປັນຍາປະດິດ, ຍານພາຫະນະຂັບເຄື່ອນອັດຕະໂນມັດ, ເຕັກໂນໂລຊີຊີວະພາບ, ນາໂນເຕັກໂນໂລຊີ, ວັດສະດຸໃຫມ່… ເຊິ່ງໄດ້ສ້າງຜົນປະໂຫຍດໃຫຍ່ຫຼວງແກ່ບັນດາປະຊາຊາດໃນໂລກ. ໃນປີ 2021 ການລົງທຶນດ້ານການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ, ເຕັກໂນໂລຊີຢູ່ໃນໂລກ ປະກອບມີ 4 ຂະແຫນງການຫຼັກຄື: ອຸປະກອນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT), ໂປຣແກຣມ ແລະ ການບໍລິການດ້ານ ICT, ຢາ ແລະ ເຕັກໂນໂລຊີຊີວະພາບ, ໂລຫະການກໍ່ສ້າງ ແລະ ອຸດສາຫະກໍາໂດຍສ້າງລາຍຮັບໄດ້ເຖິງ 19.086 ຕື້ໂດລາສະຫະລັດ. ສໍາລັບບັນດາປະເທດສະມາຊິກອາຊຽນ ກໍໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານດັ່ງກ່າວແນ ໃສ່ຂັບເຄື່ອນການເຕີບໂຕດ້ານເສດຖະກິດ, ຍົກສູງຊີວິດການເປັນຢູ່ທີ່ດີຂອງຄົນໃນສັງຄົມ, ສົ່ງເສີມການຮ່ວມມື ເພື່ອບັນລຸເປົ້າຫມາຍຂອງປະຊາຄົມອາຊຽນ. ໃນກອງປະຊຸມລັດຖະມົນຕີວິທະຍາສາດ ແລະ ເຕັກໂນໂລຊີອາຊຽນ ຄັ້ງທີ 9 (9th IAMMST) ປີ 2016 ໄດ້ຮັບຮອງເອົາ ແຜນການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາອາຊຽນ ປີ2016-2025 ເຊິ່ງແຜນການດັ່ງກ່າວກວມເອົາແຜນຍຸດທະສາດ ແລະ ອົງປະກອບທີ່ສໍາຄັນ,ເປົ້າຫມາຍ, ກິດຈະກໍາສະເພາະ, ໄລຍະເວລາແລະ ຕົວຊີ້ວັດຕ່າງໆທີ່ເປັນແນວທາງຮ່ວມກັນຂອງອາຊຽນໃນການຈັດຕັ້ງປະຕິບັດວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາເພື່ອໃຫ້ອາຊຽນມີນະວັດຕະກໍາ, ການແຂ່ງຂັນ ແລະ ການພັດທະນາເສດຖະກິດແບບຍືນຍົງ;ໃນນັ້ນ ໄດ້ກໍານົດ 4 ຍຸດທະສາດ ແລະ 15 ແຜນງານ, ໃນ 4 ຍຸດທະສາດ ປະກອບມີ:  ການຮ່ວມມືພາກລັດ ແລະ ເອກະຊົນ;  ການເຊື່ອມໂຍງດ້ານຊັບພະຍາກອນມະນຸດ;  ການສະຫນັບສະຫນູນທຸລະກິດດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ;  ການສ້າງຈິດສໍານຶກ ແລະ ວັດທະນະທໍາດ້ານວິທະຍາສາດ,ເຕັກໂນໂລຊີ ແລະ ນະວັດຕະກໍາ. ການລົງທຶນດ້ານການຄົ້ນຄວ້າ, ພັດທະນາວິທະຍາສາດ,ເຕັກໂນໂລຊີ ແລະ ນະວັດຕະກໍາຂອງບັນດາປະເທດສະມາຊິກອາຊຽນ ເຫັນວ່າສູງກວ່າຫມູ່ແມ່ນປະເທດສິງກະໂປ ກວມເອົາ 1,95% ຂອງລວມຍອດຜະລິດຕະພັນພາຍໃນ (GDP), ມີນັກຄົ້ນຄວ້າ 7.286 ຄົນ ຕໍ່ 1 ລ້ານຄົນ; ໄທ ກວມເອົາ 1,33% ຂອງ GDP, ມີນັກຄົ້ນຄວ້າ 2.069ຄົນ ຕໍ່ 1 ລ້ານຄົນ; ມາເລເຊຍ ກວມເອົາ 0.95%ຂອງ GDP ແລະ ຫວຽດນາມ ກວມເອົາ 0.53%ຂອງ GDP, ມີນັກຄົ້ນຄວ້າ 765 ຄົນ ຕໍ່ 1ລ້ານຄົນ. ສໍາລັບ ສປປ ລາວ ໄດ້ກໍານົດຄາດຫມາຍສູ້ຊົນ “ລັດລົງທຶນໃສ່ການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ໄດ້ 1%ຂອງງົບປະມານການລົງທຶນຂອງລັດໃນແຕ່ລະປີ; ຈັດ ສັນ ງົບ ປະ ມານ ກອງ ທຶນຄົ້ນຄວ້າ ແລະພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃສ່ການຄົ້ນຄວ້າວິທະຍາສາດທໍາມະຊາດ ແລະ ສັງຄົມ ທີ່ຕິດພັນກັບການສົ່ງເສີມການພັດທະນາສີຂຽວ ແລະ ເປົ້າຫມາຍການພັດທະນາແບບຍືນຍົງ ໃຫ້ໄດ້ 30% ຂອງງົບປະມານຄົ້ນຄວ້າໃນແຕ່ລະປີ; ສົ່ງເສີມ ແລະ ຊຸກຍູ້ການລົງທຶນຂອງພາກເອ ກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນການຄົ້ນຄວ້າ ແລະ ພັດທະນາ ໃຫ້ໄດ້ ຢ່າງຫນ້ອຍ 35% ຂອງງົບປະມານໃນແຕ່ ລະປີ”(1) ໂດຍມີສະຖາບັນຄົ້ນຄວ້າວິທະຍາສາດ 13 ແຫ່ງ, ມະຫາວິທະຍາໄລ, ບັນດາສູນ ແລະ ຫນ່ວຍງານທີ່ຂຶ້ນກັບຂະແຫນງການຕ່າງໆ ທີ່ດໍາເນີນການຄົ້ນຄວ້າທົດລອງ, ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເຊິ່ງສ່ວນໃຫຍ່ແມ່ນເຮັດການຄົ້ນຄວ້າວິທະຍາສາດນໍາໃຊ້. ຜົນງານ ການຄົ້ນຄວ້າ ທີ່ພົ້ນເດັ່ນ ຂອງຂະ ແຫນງການຕົ້ນ ຕໍຈໍານວນຫນຶ່ງ ມີ ດັ່ງນີ້:

– ຂະແຫນງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຂະແຫນງການຫຼັກທີ່ດໍາເນີນການຄົ້ນຄວ້າ, ພັດທະນາວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ. ໃນຂົງເຂດນິເວດວິ ທະຍາ ແລະ ເຕັກໂນ ໂລ ຊີ ຊີ ວະ ພາບ ແມ່ນໄດ້ສຸມໃສ່ຄົ້ນຄວ້າ, ພັດທະນາ ແລະ ຖ່າຍທອດເຕັກໂນໂລຊີສູ່ສັງຄົມ ໃນການເພີ່ມມູນຄ່າຜະລິດຕະພັນ ແລະ ສົ່ງເສີມໃຫ້ເປັນສິນຄ້າ, ໃນນັ້ນໄດ້ສຶກສາຄົ້ນຄວ້າການນໍາໃຊ້ຊັບພະຍາກອນທາງດ້ານພັນທຸກໍາ, ຂະຫຍາຍພັນພືດຫຼາຍຊະນິດ (ພືດເປັນຢາ, ພືດເສດຖະກິດ, ພືດໄມ້ປະດັບ…) ເຊັ່ນ: ດອກເຜິ້ງ, ຫຍ້າໃບລາຍ, ໂສມມັນຂາໄກ່, ກ້ວຍ, ດອກໄມ້ປະດັບ ແລະ ອື່ນໆເຊິ່ງໃນໄລຍະຜ່ານມາ ສາມາດສໍາຫຼວດ ແລະອະນຸລັກຊະນິດພັນດອກເຜິ້ງ ຈໍານວນ 998 ຕົວຢ່າງ; ໄດ້ສຶກສາຄົ້ນຄວ້າຈຸລິນຊີອາຫານ, ແຍກເຊື້ອແລັກຕິກອາຊິດແບັກທີເລຍ, ເຊື້ອຍິດສ໌ເພື່ອເປັນພື້ນຖານໃຫ້ແກ່ການຜະລິດຫົວເຊື້ອອາຫານປະເພດຫມັກ-ດອງ; ສຶກສາຄົ້ນຄວ້າສະກັດນໍ້າມັນຫອມລະເຫີຍ ເພື່ອເປັນຫົວເຊື້ອກິ່ນຫອມຕ່າງໆ. ໃນຂົງເຂດເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແມ່ນໄດ້ສຸມໃສ່ຄົ້ນຄວ້າ

ພັດທະນາໂປຣແກຣມ ແລະ ສ້າງພື້ນຖານໂຄງລ່າງທີ່ສໍາຄັນ ໂດຍສອດຄ່ອງກັບສະພາບເງື່ອນໄຂຂອງປະເທດເຮົາ ແລະ ໃຫ້ເກີດຜົນປະໂຫຍດສູງສຸດ ເຊັ່ນ: ພັດທະນາໂປຣແກຣມຄຸ້ມຄອງເອກະສານ, ລະບົບບໍລິຫານຫ້ອງການທັນສະໄຫມ, ລະບົບເກັບກໍາເອກະສານພາກລັດ, ລະບົບອີເມວພາກລັດ, ລະບົບກອງປະຊຸມທາງໄກ, ລະບົບຄຸ້ມຄອງພະນັກງານ, ເວັບໄຊຂອງລັດຖະບານ (G-web Platform) ທີ່ຢູ່ໃນລະບົບຄລາວ (Cloud) ຂອງສູນອິນເຕີເນັດແຫ່ງຊາດ, ລະບົບເວັບໄຊກາງການບໍລິການເອເລັກໂຕຣນິກພາກລັດ (E-GovernmentPortal) ທີ່ສາມາດເຊື່ອມໂຍງຂໍ້ມູນຂ່າວສານ ແລະ ບໍລິການ, ການຄຸ້ມຄອງບໍລິຫານລັດດ້ວຍເອເລັກໂຕຣນິກ ເພື່ອຫັນໃຫ້ເປັນລັດຖະບານດີຈີຕອນ, ສໍາເລັດການສ້າງສູນຂໍ້ມູນຂ່າວສານ(Data Center) ທີ່ນໍາໃຊ້ເຕັກໂນໂລຊີທັນສະໄຫມ, ປະຢັດພະລັງງານ ແລະ ສາມາດເກັບຂໍ້ມູນໄດ້ເຖິງ 400 ເທລາໄບ (BT).

– ຂະແຫນງສຶກສາທິການ ແລະ ກີລາ ເປັນຂະແຫນງການຫນຶ່ງທີ່ມີບົດບາດສໍາຄັນໃນການສ້າງບຸກຄະລາກອນ ແລະ ດໍາເນີນການຄົ້ນຄວ້າ, ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອຮັບໃຊ້ສັງຄົມ ໂດຍມີ3 ສະຖາບັນ, 4 ມະຫາວິທະຍາໄລ ແລະ ບັນດາສູນຄົ້ນຄວ້າທີ່ຂຶ້ນ ກັບມະຫາວິທະຍາໄລ.ໃນນັ້ນ ມະຫາວິທະຍາໄລແຫ່ງຊາດ ແມ່ນເນັ້ນໃສ່ພັດທະນາຄວາມເປັນສູນກາງດ້ານການຄົ້ນຄວ້າ ແລະ ການບໍລິການວິຊາການ; ມະຫາວິທະຍາໄລສຸພານຸວົງ ເນັ້ນໃສ່ການຄົ້ນຄວ້າ ແລະພັດທະນາໃນດ້ານການທ່ອງທ່ຽວ, ວິທະຍາສາດສັງຄົມ ແລະ ການກະເສດ; ມະຫາວິທະຍາໄລສະຫວັນນະເຂດ ເນັ້ນໃສ່ການຄົ້ນຄວ້າ ແລະ ພັດທະນາໃນດ້ານໂລຈິສຕິກ, ການລ້ຽງສັດ, ພືດເປັນຢາ ແລະ ອື່ນໆ ເນື່ອງຈາກອີງໃສ່ທ່າແຮງ ແລະ ຈຸດພິເສດທີ່ຕັ້ງຂອງແຂວງ;ມະຫາວິ ທະ ຍາໄລຈໍາປາສັກແມ່ນເນັ້ນໃສ່ການຄົ້ນຄວ້າ ແລະ ພັດທະນາດ້ານກະສິ ກໍາ.ໃນປີ 2022 ຈໍານວນນັກຄົ້ນຄວ້າໃນຂັ້ນມະຫາວິທະຍາໄລທົ່ວປະເທດ ມີທັງຫມົດ 1.507 ຄົນ

(ທຽບໃສ່ປີ 2016 ມີພຽງແຕ່ 1.048 ຄົນ),ໃນນັ້ນ ນັກຄົ້ນຄວ້າປະລິນຍາເອກ ມີ 224ຄົນ; ມີຫົວຂໍ້ການຄົ້ນຄວ້າວິທະຍາສາດທັງຫມົດ177 ຫົວຂໍ້ (ທຽບໃສ່ 2016 ມີພຽງ 96 ຫົວຂໍ້),ໃນນັ້ນ ມະຫາວິທະຍາໄລແຫ່ງຊາດ 98ຫົວຂໍ້, ມະຫາວິທະຍາໄລສະຫວັນນະເຂດ 47ຫົວຂໍ້, ມະຫາວິທະຍາໄລສຸພານຸວົງ 20 ຫົວຂໍ້ແລະມະຫາວິທະຍາໄລຈໍາປາສັກ 12 ຫົວຂໍ້;ໄດ້ ຈັດພິມເຜີຍແຜ່ຜົນງານການຄົ້ນຄວ້າລົງວາລະສານວິທະຍາສາດ ທັງພາຍໃນ ແລະ ຕ່າງປະເທດ ຈໍານວນ 124 ບົດ. ດ້ານການພັດທະນາຊັບພະຍາກອນມະນຸດ, ໃນປີ 2022 ມີນັກຄົ້ນຄວ້າ, ນັກສຶກສາໄປຮຽນຕໍ່ຢູ່ຕ່າງປະເທດລະດັບປະລິນຍາເອກ, ໂທ ແລະ ຕີ ໃນສາຍວິຊາວິທະຍາສາດທໍາມະຊາດ, ຄະນິດສາດ-ສະຖິຕິ,ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ວິສະວະກໍາການຜະລິດ ແລະ ການກໍ່ສ້າງ ທັງຫມົດ534 ຄົນ, ຍິງ 156 ຄົນ; ສະເພາະປີ 2023ມີນັກສຶກສາທີ່ຮຽນຈົບຈາກຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ335 ຄົນ, ຍິງ 122 ຄົນ.

– ຂະແຫນງກະສິກໍາ ແລະ ປ່າໄມ້ ຖືໄດ້ວ່າເປັນທ່າແຮງສໍາຄັນຂອງປະເທດ, ສະນັ້ນຜ່ານມາຈຶ່ງໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີການຍົກສະມັດຖະພາບຂອງການຜະລິດ ເພື່ອຄໍ້າປະກັນສະບຽງອາຫານແລະ ຜະລິດເປັນສິນຄ້າ, ຮັບປະກັນການປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມໃຫ້ຍືນຍົງ;ໃນນັ້ນ ໄດ້ລົງເລິກການສໍາຫຼວດ, ຄົ້ນຄວ້າແນວພັນເຂົ້າ, ແນວພັນພືດ, ແນວພັນສັດ ແລະແນວພັນໄມ້, ຄົ້ນຄວ້າເຕັກນິກການຜະລິດ ແລະ ນະໂຍບາຍຕ່າງໆ, ພ້ອມທັງຝຶກອົບຮົມເພື່ອສ້າງວິຊາການເຕັກນິກປະຈໍາທີ່ໃຫ້ລົງໃກ້ຊິດນໍາ ພາຊາວກະສິກອນ ທໍາການຜະລິດໃຫ້ນັບມື້ນັບດີຂຶ້ນ, ອັນພົ້ນເດັ່ນແມ່ນການຄົ້ນຄວ້າສໍາຫຼວດແນວພັນເຂົ້າໄດ້ຫຼາຍກວ່າ 14.682ຕົວຢ່າງ, ຄົ້ນຄວ້າແນວພັນເຂົ້າໃຫມ່ທີ່ສາມາດປັບຕົວຕໍ່ການປ່ຽນແປງຂອງດິນຟ້າອາກາດເຊັ່ນ: ແນວພັນເຂົ້າທ່າດອກຄໍາ 15, ເຊບັ້ງໄຟ4 ແລະ ຫອມທ່າດອກຄໍາ 8. ນອກຈາກນີ້ ຍັງມີແນວພັນສາລີ, ຖົ່ວ, ມັນຕົ້ນ, ແນວພັນປາ, ງົວ,ຫມູ ແລະ ແນວພັນໄກ່ພື້ນເມືອງ.

– ຂະແຫນງສາທາລະນະສຸກ: ການຄົ້ນຄວ້າສ່ວນໃຫຍ່ແມ່ນການປະຍຸກໃຊ້ຄວາມຮູ້ ແລະ ທັກສະການປິ່ນປົວ, ນໍາໃຊ້ອຸປະກອນການແພດ, ຢາປົວພະຍາດ, ວັກຊິນ ເພື່ອແກ້ໄຂບັນຫາສຸຂະພາບ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ໂດຍມີບັນດາສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ ແລະ ສູນ ທີ່ເຮັດຫນ້າທີ່ຄົ້ນຄວ້າທົດລອງ ເປັນຕົ້ນແມ່ນສະຖາບັນສາທາລະນະສຸກສາດ ແລະ ການແພດເຂດຮ້ອນ, ສະຖາບັນປັດເຕີ້ລາວ ແລະ ສະຖາບັນແພດເຂດຮ້ອນ ທີ່ມີຫ້ອງວິເຄາະ ລາວ-ຝຣັ່ງ ຄົ້ນຄວ້າພະຍາດທີ່ເກີດຈາກເຊື້ອຈຸລະໂລກ, ພະຍາດທີ່ເກີດຈາກແມງໄມ້ ແລະ ຫ້ອງວິເຄາະ ລາວ-ຍີປຸ່ນ ທີ່ຄົ້ນຄວ້າພະຍາດຈາກແມ່ກາຝາກ.ຄຽງຄູ່ກັບຜົນສໍາເລັດທີ່ກ່າວມານັ້ນ ກໍຍັງມີດ້ານອ່ອນຂໍ້ຄົງຄ້າງຈໍານວນຫນຶ່ງທີ່ຄວນເອົາໃຈໃສ່ປັບປຸງແກ້ໄຂ ເປັນຕົ້ນແມ່ນລະບົບພື້ນຖານໂຄງລ່າງດ້ານນະວັດຕະກໍາຍັງບໍ່ທັນເຂັ້ມແຂງ, ບັນດາຫ້ອງທົດລອງ ແລະ ສິ່ງອໍານວຍຄວາມສະດວກໃນການຄົ້ນຄວ້າ ຍັງບໍ່ທັນຕອບສະຫນອງໄດ້ຕາມຄວາມຕ້ອງການ; ຈໍານວນນັກຄົ້ນຄວ້າ ຖ້າທຽບໃສ່ປະເທດສະມາຊິກອາຊຽນອື່ນໆເຫັນວ່າຍັງມີຫນ້ອຍຫຼາຍ; ນະໂຍບາຍຕໍ່ນັກຄົ້ນຄວ້າບໍ່ທັນເຮັດໄດ້ດີ; ການລົງທຶນເຂົ້າໃນຂະແຫນງການຄົ້ນຄວ້າ, ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາລວມໄປເຖິງການຖ່າຍທອດຜົນທີ່ໄດ້ຮັບຈາກການຄົ້ນຄວ້າຍັງຈໍາກັດ; ການມີສ່ວນຮ່ວມຂອງພາກທຸລະກິດ ຫຼື ເອກະຊົນ ໃນການຄົ້ນຄວ້າ ແລະ ພັດທະນາວຽກງານດັ່ງກ່າວຍັງມີຫນ້ອຍ, ກົນໄກການຮ່ວມມືລະຫວ່າງມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າພາກລັດ ກັບພາກເອກະຊົນຍັງບໍ່ທັນເປັນລະບົບກົມກຽວ; ການພັດທະນາຜູ້ປະກອບການດ້ານວິທະຍາສາດ, ເຕັກໂນໂລຊີແລະ ນະວັດຕະກໍາໃຫມ່ຍັງບໍ່ທັນກວ້າງຂວາງ;ການໂຄສະນາເຜີຍແຜ່ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ໃຫ້ແກ່ສັງຄົມຍັງເຮັດໄດ້ຫນ້ອຍ ແລະບໍ່ທັນກວ້າງຂວາງໃນທົ່ວ ປະເທ ດ; ຜະລິດຕະພັນການຄົ້ນຄວ້າ ຫຼື ນະວັດຕະກໍາຂອງລາວທີ່ວາງໃນການຕະຫຼາດດ້ານນະວັດຕະກໍາຂອງພາກພື້ນ ແລະ ສາກົນ ຍັງມີຫນ້ອຍຫຼາຍ.ພັກເຮົາໄດ້ກໍານົດແນວທາງ “…ຖືການຄົ້ນຄວ້າ, ເຜີຍແຜ່ ແລະ ນໍາໃຊ້ຜົນສໍາເລັດດ້ານວິ ທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກໍາອັນເຫມາະສົມ ເປັນມາດຕະຖານ ແລະ ເງື່ອນໄຂທີ່ຂາດບໍ່ໄດ້ໃນການກໍານົດແຜນຍຸດທະສາດພັດທະນາໃນຕໍ່ຫນ້າ, ເຮັດໃຫ້ປັດໄຈແຫ່ງສະຕິປັນຍາ ເຊິ່ງ ປະກອບດ້ວຍຄວາມຮູ້ພື້ນຖານ, ຫົວຄິດປະດິດສ້າງ, ຄວາມຊໍານິຊໍານານງານ… ເປັນແຮງຂັບເຄື່ອນຕົ້ນຕໍ ແລະ ແຂງແຮງຂຶ້ນເລື້ອຍໆໃນ ການພັດທະນາເສດ ຖະກິດ-ສັງ ຄົມ” (2) . ພ້ອມກັນນັ້ນລັດຖະ ບານກໍໄດ້ວາງນະໂຍບາຍ “ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາໃຫ້ກາຍເປັນກໍາລັງແຮງພັດທະນາປະເທດ ຄຽງຄູ່ການນໍາໃຊ້ການຄົ້ນຄວ້າ, ເຕັກນິກ-ວິທະຍາສາດ,ເຕັກໂນໂລຊີ, ນະວັດຕະກໍາ ແລະ ເສດຖະກິດ-ສັງຄົມພູມປັນຍາ ກະທົບໃສ່ຂະບວນການຜະລິດ, ການບໍລິການ ເພື່ອສ້າງຄວາມຫຼາກຫຼາຍ,ມູນຄ່າເພີ່ມຂອງສິນຄ້າທີ່ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ; ເສີມຂະຫຍາຍເສດຖະກິດພູມປັນຍາ, ເສດຖະກິດສີຂຽວ, ນໍາໃຊ້ເຕັກໂນໂລຊີໃຫມ່ທີ່ປະຢັດພະລັງງານ- ປະຢັດວັດຖຸດິບ ແລະ ເປັນມິດກັບສິ່ງແວດລ້ອມ ຕິດພັນກັບການຄົ້ນຄວ້ານໍາໃຊ້ຄວາມກ້າວຫນ້າທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາໃນຍຸກອຸດສາຫະກໍາ 4.0 ເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂະ ຫຍາຍ ຕົວຕາມທິດຫັນເປັນເສດຖະກິດດິຈິຕອນ”(3) . ການທີ່ ພັກ-ລັດເຮົາເນັ້ນບັນຫານີ້ກໍ ເພາະວ່າ ດ້ວຍການນໍາໃຊ້ ຜົນສໍາເລັດແຫ່ງການ ຄົ້ນ ຄວ້າ ທາງດ້ານ ວິ ທະ ຍາສາດ ແລະຄວາມ ກ້າວ ຫນ້າ ດ້ານເຕັກໂນໂລຊີສາມາດຊ່ວຍໃຫ້ການພັດທະນາມີບາດກ້າວເລັ່ງລັດໄວຂຶ້ນ, ເຮັດໃຫ້ຫຼາຍປະເທດຢູ່ໃນທ່າໄດ້ປຽບ,ກາຍເປັນປະ ເທດອຸດ ສາຫະກໍາ-ທັນສະໄຫມ ແລະ ຮັ່ງມີ ຂຶ້ນໄດ້ໃນຂອບເຂດເວ ລາບໍ່ພໍເທົ່າໃດທົດສະວັດ. ອັນນັ້ນແມ່ນກາລະໂອ ກາດທີ່ພວກເຮົາຄວນກໍາແຫນ້ນ ແລະ ນໍາໃຊ້ດ້ວຍຄວາມກ້າຫານເປັນເຈົ້າການເພື່ອກ້າວ ທັນກັບຍຸກສະໄຫມ.ເພື່ອສົ່ງເສີມການຄົ້ນຄວ້າວິທະຍາສາດ,ພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາໃຫ້ໄດ້ຮັບຫມາກຜົນດີກວ່າເກົ່າ ຄວນເອົາໃຈໃສ່ບາງບັນຫາດັ່ງນີ້:

  1. ສ້າງຍຸດທະສາດການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາໃນຍຸກອຸດສາຫະກໍາ 4.0 ໃຫ້ກາຍເປັນອົງປະກອບທີ່ສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ; ສ້າງນະໂຍບາຍ, ນິຕິກໍາ ແລະ ກົນໄກຊຸກຍູ້ສົ່ງເສີມວຽກງານວິທະຍາສາດ, ເຕັກໂນໂລຊີແລະ ນະວັດຕະກໍາ ເຊັ່ນ: ການສ້າງບຸກຄະລາກອນ, ການໃຫ້ຕໍາແຫນ່ງ, ນາມມະຍົດ, ກຽດຕິຄຸນ ແລະ ລາງວັນວິທະຍາສາດ, ການກໍ່ສ້າງພື້ນພື້ນຖານໂຄງລ່າງ, ການສະຫນອງງົບປະມານ, ສິນເຊື່ອ, ການຍົກເວັ້ນ ຫຼື ຫຼຸດຜ່ອນພາສີ-ອາກອນ, ການສະຫນອງຂໍ້ມູນຂ່າວສານທີ່ກ່ຽວພັນກັບວຽກງານດັ່ງກ່າວ. ພ້ອມກັນນີ້ກໍເອົາໃຈໃສ່ການປົກປ້ອງຊັບສິນທາງປັນຍາ,ມາດຕະຖານ, ການວັດແທກທີ່ເຫມາະສົມ ເພື່ອສົ່ງເສີມຫົວຄິດປະດິດສ້າງການພັດທະນາໃນຍຸກ 4.0.
  2. ສ້າງນັກຄົ້ນຄວ້າ, ນັກວິທະຍາສາດ, ນັກວິຊາການຊ່ຽວຊານສະເພາະດ້ານ, ຜູ້ປະກອບການ ແລະ ພະນັກງານ ທັງຈາກພາກລັດ ແລະເອກະຊົນຢ່າງມີຈຸດສຸມ. ພາຍໃນປີ 2025 ຕ້ອງສູ້ຊົນສ້າງນັກຄົ້ນຄວ້າວິທະຍາສາດໃນຂອບເຂດທົ່ວ ປະເທດໃຫ້ ໄດ້ 8,5 ຄົນຕໍ່ 10.000ຄົນ ຂອງພົນລະເມືອງ; ສ້າງນັກຄົ້ນຄວ້າພາຍໃນຂະແຫນງວິທະຍາສາດ ແລະ ເຕັກໂນໂລຊີລະດັບປະລິນຍາໂທ ແລະ ປະລິນຍາເອກ ໃຫ້ໄດ້ 160 ຄົນ, ສ້າງນັກຄົ້ນວິທະຍາສາດສັງຄົມ,ການເມືອງ-ການປົກຄອງ ແລະ ທິດສະດີ-ພຶດຕິກໍາ ລະດັບປະລິນຍາໂທ ແລະ ປະລິນຍາເອກໃຫ້ໄດ້ 120 ຄົນ; ສູ້ຊົນສ້າງເຂດພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາລະດັບສູງໃຫ້ໄດ້ 1 ແຫ່ງ; ສູ້ຊົນສ້າງ ແລະ ຮັບຮອງມາດຕະຖານແຫ່ງຊາດ ໃຫ້ໄດ້ 900 ມາດຕະຖານ, ໃຫ້ບໍລິການຈົດທະບຽນຊັບສິນອຸດສາຫະກໍາ ແລະ ພັນພືດໃຫມ່ ໃຫ້ໄດ້ 10.000 ເຄື່ອງຫມາຍ, ໃຫ້ບໍລິການຈົດທະບຽນສາກົນກ່ຽວກັບເຄື່ອງຫມາຍການຄ້າ ໂດຍຜ່ານລະບົບມາດຣິດໃຫ້ ໄດ້ 6.000 ເຄື່ອງຫມາຍ.
  3. ຂະແຫນງວິທະຍາສາດ ແລະ ເຕັກໂນໂລຊີ ເປັນເຈົ້າການປະສານສົມທົບຢ່າງກົມກ່ຽວກັບບັນດາມະຫາວິທະຍາໄລ ແລະ ສະຖາບັນສຶກສາ-ຄົ້ນຄວ້າ, ຂົນຂວາຍການຮ່ວມມືກັບຂະແຫນງການພາກເອກະຊົນທີ່ມີທ່າແຮງໃນການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ, ພ້ອມທັງນໍາໃຊ້ຜົນສໍາເລັດຂອງການຄົ້ນຄວ້າເຂົ້າສູ່ຂະບວນການຜະລິດຕົວຈິງ ເພື່ອພັດ ທະນາໃຫ້ກາຍເປັນສິນຄ້າທີ່ມີຄວາມຫຼາກຫຼາຍ ແລະ ສ້າງມູນຄ່າເພີ່ມໃຫ້ສູງຂຶ້ນ. ໃນນັ້ນ ເລັ່ງໃສ່ການຄົ້ນຄວ້າວິທະຍາສາດທໍາມະຊາດ ແລະ ວິທະຍາສາດສັງຄົມ ເພື່ອສະຫນອງຫຼັກມູນດ້ານວິທະຍາສາດໃນການວາງນະໂຍບາຍ, ຍຸດທະສາດ,ຮູບ ແບບ ການ ພັດ ທະ ນາ ເສດ ຖະກິດ-ສັງ ຄົມໂດຍໃຫ້ສອດຄ່ອງກັບຈຸດພິເສດ ແລະ ທ່າແຮງຂອງປະເທດ; ສຸມໃສ່ພັດທະນາເຕັກໂນໂລຊີຊີວະພາບ, ເຕັກໂນໂລ ຊີ ທີ່ ນໍາໃຊ້ ພະລັງງານທົດແທນ ແລະ ວັດສະດຸໃຫມ່, ເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ, ເຕັກໂນໂລຊີກົນຈັກ, ເຄື່ອງຈັກອັດຕະໂນມັດ, ເຕັກໂນໂລຊີສະອາດ, ນາໂນເຕັກໂນໂລຊີ ແລະ ພູມປັນຍາຊາວບ້ານ ເພື່ອຕອບສະຫນອງຄວາມຕ້ອງການໃນການຜະລິດ; ດ້ານນະວັດ ຕະກໍາ ແມ່ນສຸມໃສ່ການສ້າງກໍາມະວິທີແບບໃຫມ່ ກ່ຽວກັບການຜະລິດກະສິ ກໍາ, ອຸດສາຫະກໍາ ແລະ ການບໍລິ ການ ໂດຍສະເພາະຜະລິດຕະພັນສິນຄ້າທີ່ເປັນມູນເຊື້ອ ແລະ ເປັນທ່າແຮງຂອງປະເທດໃຫ້ມີຄຸນນະພາບ , ສາມາດແຂ່ງຂັນໃນຕະຫຼາດພາກພື້ນ ແລະ ສາກົນ.
  1. ຜົນສໍາເລັດຂອງການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ, ນະວັດຕະກໍາ ຕ້ອງໄດ້ມີການຢັ້ງຢືນ ແລະ ຮັບຮອງ ຜົນງານ, ພ້ອມທັງມີການປະກາດ, ແລກປ່ຽນ, ບັນທຶກ, ເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະນໍາໃຊ້ຜົນສໍາເລັດດັ່ງກ່າວເຂົ້າໃນວຽກງານຕົວຈິງ; ຫັນການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ໃຫ້ຕິດພັນກັບການສຶກສາຄົ້ນຄວ້າ, ການນໍາໃຊ້ໃນພາກທຸລະກິດ, ການບໍລິການດ້ານວິທະຍາສາດ ແລະ ເຕັກໂນໂລຊີ;ໃນສະເພາະຫນ້ານີ້ ເລັ່ງໃສ່ສ້າງສູນຖ່າຍທອດ,ແລກປ່ຽນຂໍ້ມູນຂ່າວສານ ແລະ ຮຽນຮູ້ບົດຮຽນທີ່ດີເລີດທາງດ້ານວິທະຍາສາດ, ເຕັກໂນໂລຊີແລະ ນະວັດຕະກໍາ ເພື່ອສົ່ງເສີມການສ້າງເສດຖະກິດ-ສັງຄົມພູມປັນຍາ ແລະ ຜູ້ປະກອບການໃຫມ່ (Start up), ຫົວຫນ່ວຍວິສາຫະກິດຂະຫນາດນ້ອຍ-ກາງ ໃຫ້ມີຄວາມເຂັ້ມແຂງ.ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ນັບມື້ຍິ່ງມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ. ສະນັ້ນ ພວກເຮົາຄວນຖືສໍາຄັນຕໍ່ວຽກງານດັ່ງກ່າວ ດ້ວຍການສ້າງແຜນການ, ແຜນງານ, ໂຄງການ, ກໍານົດຫົວຂໍ້ຄົ້ນຄວ້າໃນແຕ່ລະໄລຍະ ໂດຍສະເພາະແມ່ນການພັດທະນາເຕັກໂນໂລຊີ, ການຕໍ່ຍອດຜົນຂອງການຄົ້ນຄວ້າໃຫ້ເປັນຮູບແບບທຸລະກິດ,ການຜະລິດ ແລະ ການບໍ ລິ ການ ແນໃສ່ຍົກສູງປະສິດທິພາບ ແລະ ສ້າງມູນຄ່າເພີ່ມການຜະລິດ-ການບໍ ລິ ການ; ໄປຄຽງຄູ່ ກັບການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ; ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ພູມປັນຍາທ້ອງຖິ່ນ; ຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍ, ສ້າງເງື່ອນໄຂອໍານວຍຄວາມສະດວກ, ພັດທະນາພື້ນຖານໂຄງລ່າງ, ການເຂົ້າເຖິງແຫຼ່ງທຶນ, ການຮ່ວມມືຄົ້ນຄ້ວາວິທະຍາສາດ, ພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາ ໃຫ້ມີຄວາມເຂັ້ມແຂງ ເພື່ອສ້າງທ່ວງທ່າ ແລະ ຈັງຫວະການເຕີບໂຕທີ່ ຫມັ້ ນຄົງ, ວ່ອງໄວ./.

Leave a Reply

Your email address will not be published. Required fields are marked *