
ສສ ຫວຽດນາມ ຈັດພິທີສວນສະໜາມ ສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນຊາດ ທີ 2 ກັນຍາ ໂດຍມີກ້ອນກຳລັງກອງທັບປະຊາຊົນລາວເຂົ້າຮ່ວມ
ຕອນເຊົ້າວັນທີ 2 ກັນຍາ, ຢູ່ສະໜາມຫຼວງ ບາດິ່ງ ນະຄອນຫຼວງ ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານແຫ່ງ ສສ.ຫວຽດນາມ; ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະພັກກອງທັບສູນກາງ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ, ເດີນຂະບວນ, ສວນສະໜາມ ສະແດງກ້ອນກຳລັງຢ່າງສົມກຽດ ເນື່ອງໃນໂອກາດ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ບັນລຸຜົນສຳເລັດ (19 ສິງຫາ 1945 – 19 ສິງຫາ 2025) ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025).
ເຂົ້າຮ່ວມພິທີມີບັນດາການນຳຂັ້ນສູງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ຫວຽດນາມ; ບັນດາແມ່ ຫວຽດນາມ ວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ນັກວິລະຊົນແຮງງານ, ບັນດານາຍທະຫານ ອະດີດນັກຮົບ, ຜູ້ຕາງໜ້າບັນດາອົງການການເມືອງ, ອົງການຈັດຕັງມະຫາຊົນ ແລະ ຊາວຫວຽດນາມ ເປັນຈຳນວນຫຼວງຫຼາຍ.
ສ່ວນແຂກຖືກເຊີນສາກົນມີ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ; ທ່ານເລຂາທີໜຶ່ງ, ປະທານປະເທດ ກຸຍບາ Miguel Díaz-Canel Bermúdez ແລະ ພັນລະຍາ; ທ່ານປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຈາວເລືອຈີ; ທ່ານປະທານສະພາສູງ ກຳປູເຈຍ, ປະທານພັກປະຊາຊົນ ກຳປູເຈຍ (CPP) Samdech Techo Hun Sen; ທ່ານປະທານສະພາຕ່ຳ ເບລາຣຸດ Igor Sergeenko… ພ້ອມກັບຜູ້ຕາງໜ້າການນຳບາງປະເທດ, ຜູ້ຕາງໜ້າບັນດາສະຖານທູດ, ບັນດາອົງການຈັດຕັ້ງສາກົນປະຈຳ ຫວຽດນາມ.
ເປີດສາກລາຍການແມ່ນລາຍການຕີກອງງານບຸນ ທັງລອງ, ພິທີແຫ່ທວນໄຟເປັນມູນເຊື້ອ ແລະ ພິທີເຄົາລົບທຸງຊາດ.
ໃນເວລາດຽວກັນ,ຢູ່ສະໜາມກິລາ ມິ້ດິ່ງ ໄດ້ຍິງປືນໃຫຍ່ 21 ນັດໃນທ່າມກາງເພງຊາດ ຫວຽດນາມ.ບັນເລັງຂຶ້ນ.
ຖັດຈາກນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ກ່າວສູນທອນພົດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ.
ພາຍຫຼັງກ່າວສູນທອນພົດຂອງທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນລາຍການເດີນຂະບວນສວນສະໜາມສະແດງກ້ອນກຳລັງ ໂດຍມີການເຂົ້າຮ່ວມຂອງປະມານ 16,000 ຄົນ. ເປີດສາກລາຍການແມ່ນການສະແດງຂອງເຮືອບິນກອງທັບປະຊາຊົນ ຫວຽດນາມ. ຕໍ່ຈາກນັ້ນ, ແມ່ນການເດີນຂະບວນ, ສວນສະໜາມສະແດງກ້ອນກຳລັງ.
——–
ຂໍ້ມູນຈາກ: ວິທະຍຸກະຈາຍສຽງຫວຽດນາມ






