
ວາລະສານອະລຸນໃຫມ່ຂອງພັກປະຊາຊົນປະຕິວັດລາວ ແລະ ວາລະສານກົ້ງສານຂອງສູນກາງພັກກອມມູນິດຫວຽດນາມຮ່ວມມືກັນຮອບດ້ານ
ໃນວັນທີ 8-9ກັນຍາ 2025 ຢູ່ທີ່ສໍານັກງານ ວາລະສານກົ້ງສານ ສູນກາງພັກກອມມູນິດຫວຽດນາມ ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ; ສະຫາຍ ຮວາງ ຈຸງ ຢຸງ ກຳມະການສູນກາງພັກ, ບກ ໃຫຍ່ ວາລະສານກົ້ງສານ ສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະໃຫ້ກຽດຕ້ອນຮັບ ສະຫາຍ ວັນລາຕີ ຄຳວານວົງສາ ກຳມະການຄະນະພັກ, ບກ ໃຫຍ່ ວາລະສານອະລຸນໃໝ່ ພ້ອມດ້ວຍຄະນະ.
ໃນພິທີສະຫາຍ ສະຫາຍ ຮວາງ ຈຸງ ຢຸງ ກຳມະການສູນກາງພັກ, ບກ ໃຫຍ່ ວາລະສານກົ້ງສານ ສູນກາງພັກກອມມູນິດຫວຽດນາມ ໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງວາລະສານອະລຸນໃໝ່ຂອງພັກປະຊາຊົນປະຕິວັດລາວ ຢູ່ ສສ ຫວຽດນາມ ໃນຄັ້ງນີ້ ເຊິ່ງສະຫາຍໄດ້ກ່າວວ່າ: ສາຍພົວພັນຮ່ວມມືທີ່ມີມູນເຊື້ອຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄືສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ບໍລິສຸດຜຸດຜ່ອງ ທັງເປັນສະຫາຍ ທັງເປັນອ້າຍນ້ອງ ຊຶ່ງຍາມໃດກໍຄຽງບ່າຄຽງໄຫຼ່ກັນ, ອູ້ມຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນໄລຍະການປະຕິວັດປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ; ພ້ອມທັງຢືນຢັນວ່າ: ຝ່າຍຫວຽດນາມ ກໍຄືວາລະສານກົ້ງສານ ພ້ອມໃຫ້ການຮ່ວມມືສະໜັບສະໜູນຢ່າງແຂງແຮງ ໂດຍສະເພາະການແລກປ່ຽນບົດຮຽນ, ແບ່ງປັນປະສົບການ, ແບ່ງປັນຂໍ້ມູນຂ່າວສານ, ການຝຶກອົບຮົມ-ຍົກລະດັບທາງດ້ານວິຊາການ ແລະ ເຄື່ອງມືອຸປະກອນຮັບໃຊ້ຈໍານວນໜຶ່ງທີ່ຈຳເປັນ ໃຫ້ແກ່ ວາລະສານອະລຸນໃໝ່ ເພື່ອຮັບປະກັນ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ສະຫາຍເຊື່ອໝັ້ນວ່າ: ພາຍໃຕ້ການ ນໍາພາ-ຊີ້ນໍາ ຂອງສູນກາງພັກປະຊາຊົນປະຕິວັດລາວ ໂດຍສະເພາະ ການຊີ້ນຳໂດຍກົງຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ສປປ ລາວ ຈະຍາດໄດ້ຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກຽມພ້ອມກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃນຕົ້ນປີໜ້ານີ້.
ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ກໍຄືຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມດຽວກັນນີ້, ກໍໄດ້ມີການແລກປ່ຽນບັນຫາອື່ນໆທີ່ທັງສອງຝ່າຍໃຫ້ຄວາມສົນໃຈ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການປັບປຸງວຽກງານວາລະສານ ແລະ ເພີ່ມທະວີການພົວພັນຮ່ວມມືຂອງສອງວາລະສານ ໃນຕໍ່ໜ້າ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.
ຂະນະດຽວກັນນີ້, ສະຫາຍ ວັນລາຕີ ຄຳວານວົງສາ ກຳມະການຄະນະພັກ, ບກໃຫຍ່ ວາລະສານອະລຸນໃໝ່ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຮວາງ ຈຸງ ຢຸງ ທີ່ໄດ້ສະຫຼະເວລາອັນມີຄ່າໃຫ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບຄະນະຜູ້ແທນວາລະສານອະລຸນໃໝ່ ດ້ວຍບັນຍາກາດອັນສະໜິດສະໜົມຖານອ້າຍນ້ອງ, ພ້ອມທັງສະແດງຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມ ເວົ້າລວມ, ເວົ້າສະເພາະ ວາລະສານກົ້ງສານ ສູນກາງພັກກອມມູນິດຫວຽດນາມ ທີ່ຍາມໃດກໍໃຫ້ການຊ່ວຍເຫຼືອ ວາລະສານອະລຸນໃໝ່ໂດຍຕະຫຼອດມາ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ສະຫາຍ ວັນລາຕີ ຄຳວານວົງສາ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກບໍລິສັດ Luxshare ICTທີ່ແຂວງບັກນິງ, ສຳນັກງານປົກຄອງແຂວງບັກນິງ, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມຫວຽດແທວ ແລະ ຂ່າວສານຫວຽດນາມTTXVN.







