ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ IV ຄະນະພັກຮາກຖານໂທລະພາບແຫ່ງຊາດລາວ

ກອງປະຊຸມໃຫຍ່ ຄັ້ງທີ IV ຄະນະພັກຮາກຖານໂທລະພາບແຫ່ງຊາດລາວ ໄດ້ເປີດຂຶ້ນ ແລະ ສໍາເລັດຜົນ ໃນວັນທີ 29 ທັນວານີ້ ທີ່ສະໂມສອນໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ພາຍໃຕ້ການເປັນປະທານຂອງ ສະຫາຍ ວັນລາຕີ ຄໍາວານວົງສາ ເລຂາຄະນະພັກຮາກຖານໂທລະພາບແຫ່ງຊາດລາວ ຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຜູ່ຕາງໜ້າຈາກຄະນະພັກຮາກຖານ  ແລະ ໜ່ວຍພັກອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ບັນດາສະມາຊິກພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມທັງໝົດ ຈໍານວນ 102, ສະຫາຍ ຍິງ 31 ສະຫາຍ.

ກອງປະຊຸມໃຫຍ່, ໄດ້ຮັບຮອງເອົາບົດລາຍງານການເມືອງຂອງຄະນະພັກຮາກຖານ  ທຊລ ສະ ໄໝທີ IV ທີ່ໄດ້ຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທຊລ ໃນໄລຍະ 5 ປີ ຜ່ານມາ ແລະ ທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນ 5 ປີຕໍ່ໜ້າ (2026-2030), ໄດ້ຮັບຮອງເອົາບົດສໍາຫຼວດການນໍາພາ. ໃນໄລຍະ 5 ປີຜ່ານມາ ຊຶ່ງໄດ້ຕີລາຄາສູງຕໍ່ຜົນສໍາເລັດໃນການນໍາພາ-ຊີ້ນໍາ ຂອງຄະນະພັກຮາກຖານ ທຊລ, ທັງດ້ານດີ​ ດ້ານອ່ອນ,  ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຢ່າງພາວະວິໄສ. ຈາກນັ້ນ ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະພັກຮາກຖານ ທຊລ ຊຸດໃໝ່ ຊຶ່ງມີຜູ້ລົງສະໝັກຮັບເລືອກຕັ້ງ ຈໍານວນ 7 ສະຫາຍ, ຍິງ 1 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະພັກຮາກຖານ ທຊລ ສະໄໝທີ IV ໄດ້ເປັນເອກະສັນເລືອກເອົາ ສະຫາຍ ວັນລາຕີ ຄຳວານວົງສາ ເປັນເລຂາໜ່ວຍພັກ, ສະຫາຍ ບຸນແຍງ ທໍາມະວົງ ເປັນຮອງເລຂາໜ່ວຍພັກ, ສະຫາຍ ໄກ່ຄໍາ ກົງຜາລີ ເປັນປະທານກວດກາພັກ, ສະຫາຍ ພູວິລັດ ເພັງສະຫວັດ ເປັນກໍາມະການພັກ, ສະຫາຍ ນ. ລຳເງິນ ລາດສະອາດ ເປັນກໍາມະການພັກ, ກອງປະຊຸມຄັ້ງປະຖົມມະລືກຍັງໄດ້ ຕົກລົງແຕ່ງຕັ້ງ ສະຫາຍ ຈູ້ນ ແກ້ວອຳພອນ ເປັນຮອງປະທານກວດກາໜ່ວຍພັກ.

ໂອກາດດັ່ງກ່າວ, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ໃຫ້ກຽດໂອ້ລົມ ເພື່ອເປັນທິດເຍືອງທາງ ໃນການປະຕິບັດວຽກງານໃນຕໍ່ໜ້າ ເຊິ່ງສະຫາຍໄດ້ເນັ້ນໜັກວ່າ: ຕ້ອງປັບປຸງຄະນະພັກຮາກຖານໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ, ເອົາໃຈໃສ່ຍົກລະດັບຄວາມສາມາດນໍາພາໃຫ້ສູງຂຶ້ນ ໂດຍສະເພາະແມ່ນກໍາແໜ້ນແນວທາງນະໂຍບາຍຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ, ຫັນເປັນແຜນການ, ໂຄງການວຽກງານຈຸດສຸມຂອງຕົນ ເພື່ອຈັດຕັ້ງປະຕິບັດວຽກງານໃນໄລຍະໃໝ່ໃຫ້ຕິດແທດຕົວຈິງກວ່າເກົ່າ, ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າ, ບຸກທະລຸທາງດ້ານຈິນຕະນາການ ເປັນຕົ້ນແມ່ນແນວຄິດຮັກສາເດີມ, ເຊີດຊູຄວາມປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ມີຜົນສຳເລັດຢ່າງຈົບງາມ, ປັບປຸງພາລະບົດບາດ ແລະ ກົງຈັກການຈັດຕັ້ງຂອງ ທຊລ ໃຫ້ກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ ສົມຄູ່ກັບບົດບາດ ແລະ ຄວາມສໍາຄັນຂອງວຽກງານໃນໄລຍະໃໝ່, ພ້ອມກັນນັ້ນກໍເອົາໃຈໃສ່ບັນຈຸສັບຊ້ອນພະນັກງານເຂົ້າໃສ່ຕໍາແໜ່ງງານໃຫ້ແທດເໝາະ; ເພີ່ມທະວີການຄຸ້ມຄອງ, ປະຕິບັດລະບຽບວິໄນຢູ່ພາຍໃນການຈັດຕັ້ງຕິດພັນກັບການສະກັດກັ້ນ ຕີຖອຍບັນດາປະກົດການຫຍໍ້ທໍ້; ຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ຖັນແຖວພະນັກງານ-ສະມາຊິກພັກ ເພື່ອຮັບປະກັນໃຫ້ໜ້າວຽກທີ່ວາງໄວ້ໃນກອງປະຊຸມໃຫຍ່ຄັ້ງນີ້ໄດ້ຮັບການຈັດຕັ້ງຢ່າງເປັນລະບົບ, ຕໍ່ເນື່ອງ, ແຂງແຮງ; ຫັນປ່ຽນຄວາມຄິດ ແລະ ແບບແຜນວິທີເຮັດວຽກຂອງພະນັກງານ ໄປສູ່ທັນສະໄໝ. ສິ່ງສໍາຄັນທີ່ສຸດແມ່ນການປັບ​ປຸງ ແລະ ຍົກສູງຄຸນນະພາບດ້ານເນື້ອໃນ​ຂ່າວ, ບົດ ແລະ ລາຍການ​ຕ່າງໆ​ໃຫ້ແຫຼມ​ຄົມ, ວ່ອງ​ໄວ, ທັນເຫດການ, ມີຫຼາຍຮູບແບບ, ຫຼາຍສີສັນ, ສາມາດດຶງດູດຜູ້​ຊົມໄດ້ຫຼາຍຂຶ້ນ ແລະ ເປັນແຫຼ່ງສະໜອງຂໍ້ມູນຂ່າວສານ, ໃຫ້ສາລະຄວາມຮູ້, ການບັນເທີງແກ່ສັງຄົມ ແລະ ສາມາດຕອບໂຕ້ຖ້ອຍທໍານອງຂ່າວບິດເບືອນຕໍ່ແນວທາງນະໂຍບາຍຂອງພັກ-ລັດ.

ກອງປະຊຸມ ຮຽກຮ້ອງໃຫ້ສະມາຊິກພັກທົ່ວ ທຊລ ຈົ່ງຖືສໍາຄັນໃນການຄົ້ນຄວ້າເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງນີ້ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ພ້ອມກັນນັ້ນ ບັນດາໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ຕ້ອງຫັນເອົາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ໄປຜັນຂະຫຍາຍເປັນແຜນການອັນລະອຽດຂອງຕົນ ແລະ ເປັນເຈົ້າການຈັດຕັ້ງປະຕິບັດໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້.

(ພາບ-ຂ່າວ: ຈາລະນາ ພົນສີລາ)

Leave a Reply

Your email address will not be published. Required fields are marked *