ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 5 ກຸມພານີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ສະຫາຍເລຂາທິການໃຫຍ່ ໂຕເລິມ ໃນຄັ້ງນີ້ ເປັນຂີດໝາຍປະຫວັດສາດໃໝ່ ໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ໃນເວລາດຽວກັນ, ສປປ ລາວ ກໍເປັນປະເທດທຳອິດໃນການເຄື່ອນໄຫວຕ່າງປະເທດ ຂອງ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ພາຍຫຼັງໄດ້ຮັບຕຳແໜ່ງເປັນເລຂາທິການໃຫຍ່ ອີກສະໄໝໜຶ່ງ. ສິ່ງດັ່ງກ່າວເປັນການສະແດງເຖິງຄວາມເອົາໃຈໃສ່ ແລະ ການໃຫ້ຄວາມສຳຄັນແບບພິເສດຂອງ ພັກ, ລັດ ຫວຽດນາມ ທີ່ມີຕໍ່ພັກ, ລັດ ລາວ ແລະ ເປັນສິ່ງຢັ້ງຢືນຢ່າງມີຊີວິດຊີວາເຖິງຄວາມສາມັກຄີພິເສດທີ່ຫາຍາກ ຂອງຄວາມຜູກພັນຂອງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ.

ພິທີຕ້ອນຮັບ ສະຫາຍ ໂຕ ເລິມ ແລະ ຄະນະຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດໃນຕອນເຊົ້າຂອງວັນທີ 5 ກຸມພາ ນີ້ ທີ່ ທໍານຽບປະທານປະເທດ, ໂດຍການຕ້ອນຮັບຂອງ ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ. ຫຼັງຈາກນັ້ນ, ສອງສະຫາຍເລຂາທິການໃຫຍ່ ລາວ ແລະ ຫວຽດນາມ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສອງປະເທດ ພົບປະສອງຝ່າຍຢ່າງເປັນທາງການ. ໃນໂອກາດນີ້, ສອງຝ່າຍໄດ້ແຈ້ງສະພາບການພາຍໃນທີ່ພົ້ນເດັ່ນຂອງປະເທດຕົນໃຫ້ກັນຊາບພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດຂອງການພັດທະນາເສດຖະກິດ-ສັງຄົມທີ່ສອງປະເທດຍາດມາໄດ້ໃນຊຸມປີຜ່ານມາ, ໂດຍສະເພາະແມ່ນຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ກໍຄືຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ຄັ້ງທີ XIV ໃນເດືອນມັງກອນທີ່ຜ່ານມານີ້.

ພ້ອມດຽວກັນນີ້, ສອງຝ່າຍໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ຕໍ່ສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ທີ່ສືບຕໍ່ມີການຂະຫຍາຍຕົວຮອບດ້ານ, ເລິກເຊິ່ງ, ກ້າວສູ່ລະດັບສູງໃໝ່ ແລະ ມີຄຸນນະພາບໃໝ່ໃນທຸກຂົງເຂດວຽກງານ ເປັນຕົ້ນການຮ່ວມມືດ້ານການເມືອງສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ໃກ້ຊິດສະໜິດສະໜົມ ແລະ ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ໃນລະດັບສູງສຸດ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ ແລະ ອື່ນໆ ນັບມື້ໄດ້ຮັບການເພີ່ມທະວີ ແລະ ນໍາເອົາຜົນປະໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ. ພິເສດ, ສອງຝ່າຍໄດ້ຢືນຢັນຄືນ ກ່ຽວກັບ ການເພີ່ມພູນຄູນສ້າງ “ສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະ ປະຈໍາປີ 2026 ລະຫວ່າງ ສອງກົມການເມືອງ ລາວ-ຫວຽດນາມ ຊຶ່ງໄດ້ກໍານົດທິດທາງຍຸດທະສາດໃນການຮ່ວມມືໃນໄລຍະໃໝ່ໃຫ້ມີຄວາມແທດເໝາະກັບຕົວຈິງ ແລະ ມີໝາກຜົນກວ່າເກົ່າ ກໍຄືຜົນສໍາເລັດຂອງກອງປະຊຸມຄັ້ງທີ 48 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ຊຶ່ງໄດ້ສ້າງບາດກ້າວບຸກທະລຸໃໝ່ ໃນການຊຸກຍູ້ບັນດາໂຄງການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ ແລະ ວິທະຍາສາດ-ເຕັກນິກ ໃຫ້ມີຄວາມຄືບໜ້າ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດໃຫ້ນັບມື້ນັບຫຼາຍຂຶ້ນເປັນຕົ້ນໂຄງການທ່າເຮືອຫວຸງອາງ, ໂຄງການພັດທະ ນາເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ຫວຸງອາງ, ໂຄງການສ້າງສາຍສົ່ງໄຟຟ້າ 500 Kv ແຕ່ພາກ  ເໜືອຂອງລາວໄປຫາພາກເໜືອຂອງຫວຽດນາມ, ໂຄງການສ້າງເສັ້ນທາງມິດຕະພາບລາວ-ຫວຽດນາມລຽບຕາມບໍລິເວນຊາຍແດນທີ່ມີຄວາມຍາວປະມານ 200 ກິໂລແມັດ ຢູ່ເບື້ອງລາວ, ໂຄງການສ້າງສາງເກັບນໍ້າມັນ ຫຼື ການສ້າງລະບົບທໍ່ສົ່ງ, ໂຄງການສ້າງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ຢູ່ ສປປ ລາວ ແລະ ອື່ນໆລວມທັງການກະກຽມຄວາມພ້ອມຮອບດ້ານ ເພື່ອສະເຫຼີມສະຫຼອງ “ປີສາ ມັກຄີມິດຕະພາບລາວ-ຫວຽດນາມ 2027” ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 65 ປີ ແລະ ວັນລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ ໃຫ້ມີເນື້ອໃນອຸດົມສົມບູນ ແລະ ມີຄວາມໝາຍອັນເລິກເຊິ່ງ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ການພົບປະສອງຝ່າຍຄັ້ງນີ້ ແມ່ນເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ ຊຶ່ງສອງຝ່າຍ ໄດ້ຕີລາຄາສູງ ຕໍ່ໝາກຜົນອັນຈົບງາມຂອງການພົບປະດັ່ງກ່າວ ແລະ ເຊື່ອໝັ້ນວ່າ ຜົນສຳເລັດດັ່ງກ່າວ ຈະເປັນແຮງຊຸກຍູ້ອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນແບບພິເສດທີ່ມີໜຶ່ງບໍ່ມີສອງໃນໂລກຂອງສອງຊາດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນໃນລະດັບໃໝ່ທີ່ສູງກວ່າເກົ່າ.

ພາຍຫຼັງສໍາເລັດການພົບປະ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ໂຕ ເລິມ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 6 ສະບັບ ຄື: 1. ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ວ່າດ້ວຍ ການສ້າງຕັ້ງມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ຢູ່ ສປປ ລາວ; 2. ບົດບັນທຶກການມອບ-ຮັບປຶ້ມ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ; 3. ແຜນການຮ່ວມມືປີ 2026 ລະຫວ່າງກະຊວງຍຸຕິທໍາແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາແຫ່ງ ສສ ຫວຽດນາມ; 4. ບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການຮ່ວມມືລະຫວ່າງແຂວງຫຼວງນ້ຳທາ ແລະ ແຂວງຟູເຖາະ; 5. ບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການຮ່ວມມືລະຫວ່າງແຂວງບໍ່ແກ້ວ ແລະ ແຂວງຟູເຖາະ; ແລະ 6. ບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການຮ່ວມມືລະຫວ່າງແຂວງຫຼວງພະບາງ ແລະແຂວງຟູເຖາະ.

ໃນວັນດຽວກັນ, ສະຫາຍ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ຄະນະ ໄດ້ວາງພວງມາລາ ຢູ່ ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບຕໍ່ຜູ້ທີ່ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ, ພ້ອມທັງໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ ແລະ ງານລ້ຽງອາຫານຄໍ່າ ຈັດໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ.

Leave a Reply

Your email address will not be published. Required fields are marked *