
ວຽກງານໂຄສະນາອົບຮົມແມ່ນວຽກກົກ, ແມ່ນວຽກແຖວໜ້າ, ແມ່ນວຽກຕົ້ນຕໍ ແລະ ສອດຫ້ອຍໄປໃນທຸກຂົງເຂດວຽກງານຂອງພັກ, ລັດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ. ການໂຄສະນາອົບຮົມ ແມ່ນມີບົດບາດສໍາຄັນເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນລາບັນດາເຜົ່າ ມີຄວາມຮັບຮູ້, ເຂົ້າໃຈ, ຕື່ນຕົວ ແລະ ເປັນເຈົ້າການປະຕິບັດຕາມແນວທາງຂອງພັກ, ນະໂຍບາຍຂອງລັດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຍ້ອນແນວນັ້ນ, ຈຶ່ງຮຽກຮ້ອງໃຫ້ມີການສ້າງການຫັນປ່ຽນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່ ເພື່ອສາມາດຕອບສະ ໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ຕໍ່ບັນຫາດັ່ງກ່າວ ປະທານ ໄກສອນ ພົມວິຫານ ໄດ້ເນັ້ນວ່າ: “ແຕ່ໃດໆມາ ພວກເຮົາໄດ້ຖືວ່າ ວຽກງານການເມືອງ-ແນວຄິດ ແລະ ທິດສະດີ ແມ່ນວຽກງານທີ່ມີຄວາມສໍາຄັນ, ມັນເປັນເສັ້ນໄໝແດງ ທີ່ສອດຫ້ອຍໄປທຸກວຽກງານຂອງພັກທຸກຂັ້ນ ແລະ ທຸກເວລາ”1. ພັກເຮົາໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ, ສະແດງອອກໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍານົດວ່າ: “ຍຶດໝັ້ນທັດສະນະພື້ນຖານຂອງພັກ ກ່ຽວກັບສ້າງການຫັນປ່ຽນດ້ານຈິນຕະນາການ, ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ແລະທິດສະດີຂອງພັກ”[2].
ການສ້າງການຫັນປ່ຽນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ ແມ່ນກວມເອົາເນື້ອໃນ ເຊັ່ນ:
1). ການນໍາພາ-ຊີ້ນໍາ ແບບແຜນວິທີເຮັດວຽກ, ເປັນບັນຫາສໍາຄັນທີ່ສຸດຕັດສິນຜົນສໍາເລັດ ຫຼື ປະລາໄຊ ໃນການເຄື່ອນໄຫວວຽກງານ. ສະນັ້ນ, ການນຳພາ-ຊີ້ນໍາຂອງຄະນະພັກ-ຄະນະນຳຂອງຄະນະໂຄສະນາອົບຮົມທຸກຂັ້ນໃຫ້ມີວິທະຍາສາດ, ຕ້ອງສະແຫວງຫາຄວາມກ້າວໜ້າ, ບັນຫາໃໝ່ທີ່ເຫັນວ່າມີຜົນດີໃຫ້ແກ່ການສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ຢູ່ຄະນະໂຄສະນາອົບຮົມແຕ່ລະຂັ້ນ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ເປັນຕົ້ນແມ່ນ ການຫັນແນວທາງ, ແຜນນະໂຍບາຍລວມ, ແຜນພັດທະນາເສດຖະກິດ-ສັງຄົມ ມາເປັນແຜນອັນລະອຽດ ສາມາດນໍາໄປຈັດຕັ້ງໄດ້ຢ່າງມີປະສິດທິຜົນ.
2). ການປັບປຸງກົງຈັກການຈັດຕັ້ງ ແລະ ກໍ່ສ້າງພະນັກງານ ຕ້ອງໄປຕາມທິດ “ກະທັດຮັດ, ໂປ່ງໃສ, ມີປະສິດ ທິພາບ ຫັນໄປສູ່ທັນສະໄໝ”, ເຮັດໃຫ້ກົງຈັກການຈັດຕັ້ງ, ບໍລິມາດວຽກງານ ແລະ ຈໍານວນພະນັກງານ ມີຄວາມເໝາະສົມ, ສາມາດຮັບປະກັນການຈັດຕັ້ງປະຕິບັດໜ້າທີ່ການເມືອງໃຫ້ມີປະສິດທິພາບສູງ;ສ້າງເງື່ອນໄຂ ອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດວຽກງານ ແລະ ປັບປຸງກົນໄກຕ່າງໆຢ່າງເໝາະສົມ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ໄດ້ດໍາເນີນໄປຢ່າງຄ່ອງຕົວ, ບໍ່ຊໍ້າຊ້ອນກ້າວກ່າຍກັນ ແລະ ມີການຫັນປ່ຽນທີ່ຕັ້ງໜ້າສູ່ຄຸນນະພາບໃໝ່.
3). ການບຸກທະລຸດ້ານແນວຄິດ-ຈິນຕະນາການ ຕ້ອງຫັນປ່ຽນແນວຄິດ-ຈິນຕະນາການ ຂອງສະມາ ຊິກພັກ, ພະນັກງານຈາກແນວຄິດການເມືອງລັງເລ, ຄອນແຄນ, ຂີ້ຄ້ານມັກງ່າຍ, ຂາດຄວາມຮັບຜິດຊອບຕໍ່ໜ້າທີ່, ສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອສໍ້ລາດບັງຫຼວງ, ແນວຄິດຄອງເດີມ, ເລືອກວຽກເຮັດ, ຟູມເຟືອຍ, ເອື່ອຍອີງໃສ່ການຈັດຕັ້ງຂັ້ນເທິງ ແລະ ແນວຄິດຫຍໍ້ທໍ້ ທີ່ເປັນການກົດໜ່ວງຖ່ວງດຶງການພັດທະນາ ໃຫ້ມີຄວາມເຂົ້າໃຈຖືກຕ້ອງ ແລະ ຫັນໄປສູ່ແນວຄິດກ້າວໜ້າ, ແນວຄິດເປັນເຈົ້າຕົນເອງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ.
4). ການຫັນປ່ຽນດ້ານເນື້ອໃນ, ຮູບການ ແລະ ວິທີການເຮັດວຽກງານໂຄສະນາອົບຮົມ: ສ້າງ ແລະ ປັບປຸງເນື້ອໃນໃຫ້ອຸດົມສົມບູນ, ມີຊີວິດຊີວາ, ຄົບຖ້ວນ, ແຫຼມຄົມ ແລະ ຮອບດ້ານ, ຮັບໃຊ້ໃນແຕ່ລະເປົ້າໝາຍ ຕ້ອງຕອບສະໜອງກັບໜ້າທີ່ການເມືອງ ໃນແຕ່ລະໄລຍະ; ບັນດາເນື້ອໃນຈິດໃຈຊີ້ນໍາໃນກອງປະຊຸມ ຕ້ອງໄດ້ນໍາເອົາໄປເຊື່ອມຊຶມຜັນຂະ ຫຍາຍໃຫ້ເກີດຜົນຕົວຈິງ; ບັນດາມະຕິ, ແນວຄິດ-ທິດສະດີ ແລະ ທັດ ສະນະຊີ້ນໍາຂອງພັກ ຕ້ອງໄດ້ຫັນສູ່ພຶດຕິກໍາຢ່າງເປັນຮູບປະທໍາ. ພ້ອມກັນນັ້ນ, ໃນການເຮັດວຽກງານໂຄສະນາອົບຮົມ ຕ້ອງໄດ້ນໍາໃຊ້ຫຼາຍຮູບການ, ຫຼາຍວິທີການ ດ້ວຍພາຫະນະຕ່າງໆ ນັບທັງອັນເປັນມູນ ເຊື້ອໂດຍໃຫ້ສອດຄ່ອງກັບຈຸດພິເສດຂອງແຕ່ລະເປົ້າໝາຍ; ນໍາໃຊ້ວິທີໂຄສະນາເຜີຍແຜ່ ດ້ວຍລະບົບໂຄ ສະນາປາກເປົ່າ, ການປຸກລະດົມ, ປາຖະກະຖາ, ໜັງສືພິມ, ວາລະສານ, ວິທະຍຸ, ໂທລະພາບ, ອິນເຕີເນັດ, ເວັບໄຊ, ສື່ແບບໃໝ່, ສື່ສັງຄົມອອນລາຍ; ຜ່ານການຈັດຕັ້ງຝຶກອົບຮົມໃຫ້ແກ່ເປົ້າໝາຍຕ່າງໆ
ໃນສັງຄົມ.
5). ການສະໜອງງົບປະມານ, ພາຫະນະ, ວັດຖຸອຸປະກອນ ໃຫ້ພຽງພໍກັບວຽກງານຕົວຈິງ, ຮັບ ປະກັນໃຫ້ວຽກງານດັ່ງກ່າວ ສາມາດເຄື່ອນໄຫວໄດ້ຢ່າງມີປະສິດທິຜົນສູງກວ່າເກົ່າ ໂດຍການປັບປຸງພື້ນ ຖານວັດຖຸ-ເຕັກນິກ, ປະກອບພາຫະນະ, ອຸປະກອນຮັບໃຊ້ອັນຈໍາເປັນຕາມທິດຫັນເປັນທັນສະໄໝ ແລະ ສ້າງສິ່ງອໍານວຍຕ່າງໆ ເຊິ່ງແມ່ນປັດໄຈໜຶ່ງທີ່ສໍາຄັນປະກອບສ່ວນເຮັດໃຫ້ວຽກງານໂຄສະນາອົບຮົມມີຄຸນນະພາບດີຂຶ້ນ.
ເພື່ອສ້າງການຫັນປ່ຽນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່ ໃນຕໍ່ໜ້າຄະນະໂຄສະນາອົບຮົມທຸກຂັ້ນ ຈຳ ເປັນຕ້ອງສຸມໃສ່ປະຕິບັດບາງທິດທາງ ດັ່ງນີ້:
- ສ້າງການຫັນປ່ຽນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່ ຕ້ອງສອດຄ່ອງກັບແນວທາງຂອງພັກ ໃນແຕ່ລະໄລຍະ.
ຕ້ອງຮັບໃຊ້ແນວທາງ, ຈຸດປະສົງ ແລະ ເປົ້າໝາຍຂອງພັກເປັນພື້ນຖານຕັດສິນ; ໃນເງື່ອນໄຂປັດຈຸ ບັນ ທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມສືບຕໍ່ດໍາເນີນພາລະກິດປ່ຽນແປງໃໝ່ຮອບ ດ້ານຢ່າງມີຫຼັກການຂອງພັກ, ການບູລະນະລະບອບປະຊາທິປະໄຕປະຊາຊົນ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ກໍຄືສ້າງປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ. ສ້າງການຫັນປ່ຽນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່ ນອກຈາກກໍາແໜ້ນວັດຖຸປະສົງ ແລະ ທັດສະນະຂອງພັກຕໍ່ກັບວຽກງານໂຄສະນາອົບຮົມຂອງພັກ ກໍຄືທິດທາງສ້າງການຫັນປ່ຽນຂອງວຽກງານການເມືອງ-ແນວຄິດ ທີ່ກໍານົດໄວ້ໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກແລ້ວ, ບັນຫາສໍາຄັນອັນໜຶ່ງ ແມ່ນຕ້ອງກໍາແໜ້ນທິດທາງ, ໜ້າທີ່ວຽກງານຈຸດສຸມໃນການປັບປຸງ ແລະ ຍົກສູງຄຸນນະພາບວຽກງານໂຄສະນາອົບຮົມ ທີ່ກໍານົດໄວ້ ຢູ່ໃນກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ເນັ້ນໜັກວ່າ: “ການປັບປຸງວຽກງານໂຄສະນາອົບຮົມ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນສະພາບການໃໝ່, ມີຄວາມຈໍາເປັນຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ນັບແຕ່ດ້ານແນວຄິດ-ຈິນຕະນາການ, ແບບແຜນການນໍາພາ, ວິທີເຮັດວຽກຂອງຄະນະພັກ ແລະ ສະມາຊິກພັກ-ພະນັກງານ ບົນພື້ນຖານຍຶດໝັ້ນຕາມຫຼັກການຂອງພັກຢ່າງເຂັ້ມງວດ, ສ້າງບາດກ້າວບຸກທະລຸ ເພື່ອໃຫ້ຜົນການປະຕິບັດໜ້າທີ່ວຽກງານມີຄຸນນະພາບຢ່າງແທ້ຈິງ”[3].
- 2. ສ້າງການຫັນປ່ຽນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ ຕ້ອງຮັບປະກັນລັກສະນະພັກ, ລັກສະນະຕໍ່ສູ້, ລັກສະນະວິທະຍາສາດ–ຕົວຈິງ ແລະ ລັກສະນະມະຫາຊົນ.
– ຮັບປະກັນລັກສະນະນໍາພາ ຫຼື ລັກສະນະພັກ: ເມື່ອໂຄສະນາສຶກສາອົບຮົມກ່ຽວກັບບັນຫາ ຫຼື ເຫດການການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ບັນຫາສາກົນ ລ້ວນແຕ່ໄດ້ຮັບການວິ ເຄາະ-ວິໄຈ, ອະທິບາຍຊີ້ແຈງ ແລະ ຕີລາຄາຕາມທັດສະນະຫຼັກໝັ້ນຂອງພັກ, ພາຍໃຕ້ຜົນປະໂຫຍດຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ. ການໂຄສະນາອົບຮົມ ຕ້ອງຖືວ່າແມ່ນໜ້າທີ່ຂອງສະມາ ຊິກພັກທຸກສະຫາຍ ແລະ ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກທຸກຂັ້ນ, ສະຫາຍເລຂາຄະນະພັກ ຕ້ອງໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານນີ້ ດ້ວຍຄວາມຮັບຜິດຊອບສູງ, ສະມາ ຊິກພັກທຸກສະຫາຍ ຕ້ອງເຂົ້າໃຈ ແລະ ເປັນເຈົ້າການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ໃນແຕ່ລະໄລຍະ. ພ້ອມກັນນັ້ນ, ການໂຄສະນາອົບຮົມຕ້ອງເວົ້າຕາມແນວທາງນະໂຍບາຍຂອງພັກ ຢ່າງຖືກຕ້ອງ, ເວົ້າໃຫ້ຖືກກັບແຕ່ລະເປົ້າໝາຍ ແລະ ຕອບແກ້ບັນຫາຕົວຈິງທີ່ເກີດຂຶ້ນໃນຊີວິດປະຈໍາວັນຢ່າງຖືກຕ້ອງ ແລະ ທັນເວລາ.
– ຮັບປະກັນລັກສະນະຕໍ່ສູ້: ການໂຄສະນາສຶກສາອົບຮົມແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຕ້ອງສ້າງໃຫ້ແຕ່ລະເປົ້າໝາຍຮັບຮູ້-ເຂົ້າໃຈ ແນວທາງນະໂຍບາຍ ກໍຄືທິດນໍາຕ່າງໆຂອງພັກ, ສ້າງໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນມີຫຼັກໝັ້ນຈະແຈ້ງ, ມີທ່າທີເດັດດ່ຽວ ບໍ່ປະນິປະນອມ ຫຼື ເປັນກາງໃນການຕໍ່ສູ້ຕ້ານທຸກກົນອຸບາຍ ແລະ ຖ້ອຍທໍານອງໂຄສະນາບິດເບືອນຂອງພວກຄົນບໍ່ຫວັງດີ, ເປັນເຈົ້າການໃນການສະກັດກັ້ນທຸກພະຍາດຊົ່ວຊ້າ ແລະ ຫຼ້າຫຼັງໃນສັງຄົມ. ພ້ອມກັນນັ້ນ, ຕ້ອງສ້າງໃຫ້ໄດ້ພູມຕ້ານທານຕໍ່ແນວຄິດປໍລະປັກ, ການໂຄ ສະນາອົບຮົມ ຕ້ອງບັນລຸຈຸດໝາຍເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນຢູ່ຮາກຖານມີ
ຄວາມຮັບຮູ້-ເຂົ້າໃຈ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍ ກໍຄືຍຸດທະສາດຫັນປ່ຽນໂດຍສັນຕິຂອງອິທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີຕໍ່ລະບອບໃໝ່ຂອງພວກເຮົາ ໂດຍສະເພາະແມ່ນແນວຄິດມ້າງເພທໍາລາຍ, ການໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ເຊິ່ງຕ້ອງໄດ້ໄຈ້ແຍກໃຫ້ສັງຄົມເຫັນເປັນຮູບປະທໍາດ້ວຍເຫດ ແລະ ຜົນແທ້ ອັນໃດແມ່ນຖືກຕ້ອງຕາມແນວທາງຂອງພັກ, ອັນໃດແມ່ນການໃສ່ຮ້າຍປ້າຍສີ, ອັນໃດແມ່ນການກະທໍາຂອງຕົວບຸກຄົນ… ພ້ອມນັ້ນ, ກໍຕ້ອງຕໍ່ສູ້ຕ້ານ ແລະ ຕີຖອຍບັນດາກະແສແນວຄິດອວດອ້າງບໍລິໂພກນິຍົມ, ຫຼູຫຼາຟຸມເຟືອຍ ລວມທັງແນວຄິດທໍ້ຖອຍຕີຕົວຕໍ່າເກີນໄປຂອງສັງຄົມ, ຕ້ອງຍົກສູງຈິດໃຈເອກະລາດ ເປັນເຈົ້າຕົນເອງໃຫ້ຫຼາຍຂຶ້ນ; ສະນັ້ນ, ການໂຄສະນາສຶກສາອົບຮົມ ຕ້ອງມີເຫດຜົນຢ່າງຈະແຈ້ງ ທັງມີຄວາມດຶງດູດ, ຊວນເຊື່ອຢ່າງສູງ ແລະ ມີລັກສະນະປຸກລະດົມ ຢ່າງແຂງແຮງ, ທັນກັບສະພາບການທີ່ເກີດຂຶ້ນ ແລະ ພວມເກີດຂຶ້ນ.
– ຮັບປະກັນລັກສະນະວິທະຍາສາດ–ຕົວຈິງ: ຄວນຮັບປະກັນການສະໜອງຂໍ້ມູນຂ່າວສານກ່ຽວກັບເຫດການ, ປະກົດການ, ພ້ອມທັງ ຕ້ອງໄດ້ວິເຄາະ-ວິໄຈ, ຕີລາຄາຢ່າງຖືກຕ້ອງບັນດາສາຍກ່ຽວພັນ, ການພົວພັນລະຫວ່າງເຫດ ແລະ ຜົນ, ອະທິບາຍຊີ້ແຈງຢ່າງຖືກຕ້ອງກ່ຽວກັບທາດແທ້ຂອງປະກົດການ, ຮູບການ ແລະ ເຫດການນັ້ນ. ການກໍານົດເນື້ອໃນ ແລະ ຮູບການດໍາເນີນການໂຄສະນາອົບຮົມ ຕ້ອງຖືກກັບວິທະຍາສາດ ແລະ ສອດຄ່ອງກັບຄວາມເປັນຈິງ ກໍຄືຄວາມຮຽກຮ້ອງຕ້ອງການຕົວຈິງຂອງເປົ້າໝາຍ ແລະ ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ເປົ້າໝາຍ; ການໂຄສະນາອົບຮົມ ຕ້ອງຫຼີກເວັ້ນທິດສະດີນໍ້າເຕົ້າເປົ່າ, ເວົ້າກັບເຮັດຕ້ອງໄປຄຽງຄູ່ກັນ ແລະ ເປັນເອກະພາບກັນການໂຄສະນາສຶກສາອົບຮົມ, ປຸກລະດົມຊວນເຊື່ອຕ້ອງເວົ້າເລື່ອງຈິງ ແລະ ກ້າເວົ້າຄວາມຈິງຕາມທັດສະນະຂອງພັກ ເພື່ອໃຫ້ມະຫາຊົນເຂົ້າໃຈ ແລະ ເຮັດຕາມ. ພ້ອມກັນນັ້ນ, ຕ້ອງຫຼີກເວັ້ນການເວົ້າບໍ່ຖືກຄວາມຈິງ, ປັ້ນແຕ່ງ ເພື່ອຫວັງດຶງດູດເອົາມະຫາຊົນ ມາສະໜັບສະໜູນວຽກນີ້ແລ້ວຕ້ານວຽກອື່ນ.
– ຮັບປະກັນລັກສະນະມະຫາຊົນ: ໃຫ້ເລີ່ມຈາກປະຊາຊົນ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ, ຕິດແທດກັບຊີວິດສັງຄົມ, ກັບຂະບວນການຕົວຈິງຂອງມະຫາຊົນ, ສ່ອງແສງຂະບວນການຕົວຈິງຂອງມະຫາ ຊົນ, ແນະນໍາຈັດຕັ້ງ ແລະ ຊີ້ນໍາຂະບວນການຕົວຈິງຂອງມະຫາຊົນຢ່າງທັນການ ແລະ ແຫຼມຄົມ; ການໂຄສະນາອົບຮົມຕ້ອງໄປຮອດໄປເຖິງທຸກຊັ້ນຄົນ, ທຸກເພດໄວ ເຮັດໃຫ້ເຂົາເຈົ້າຮັບຮູ້-ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ເກີດໝາກອອກຜົນ. ພ້ອມກັນນັ້ນ, ຕ້ອງກຳໄດ້ສະພາບແນວຄິດຈິດໃຈຂອງແຕ່ລະເປົ້າໝາຍ ເພື່ອກຳນົດເນື້ອໃນ, ຮູບການ, ວິທີການ ເຄື່ອນໄຫວໂຄສະນາອົບຮົມໃຫ້ແທດເໝາະກັບແຕ່ລະເປົ້າໝາຍ ແນໃສ່ໂຄສະນາ-ປຸກລະດົມ ໃຫ້ເປົ້າໝາຍຕ່າງໆ ມີສະຕິຕື່ນຕົວປະກອບສ່ວນຈັດຕັ້ງປະຕິບັດແນວທານະ ໂຍບາຍຂອງພັກ ໃຫ້ປະກົດຜົນເປັນຈິງ.
- ສ້າງການຫັນປ່ຽນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່ ຕ້ອງຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງ ການໜ້າທີ່ການເມືອງຂອງພັກ ໃນໄລຍະໃໝ່.
ວຽກງານໂຄສະນາອົບຮົມ ຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ ໂດຍສະເພາະແມ່ນການດໍາເນີນພາລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ເຊິ່ງແມ່ນແນວທາງປະຕິບັດພື້ນຖານແຫ່ງການສ້າງລະບອບປະຊາທິປະໄຕປະຊາຊົນ ເພື່ອກ້າວເດີນສູ່ສັງຄົມນິຍົມ ໂດຍອີງໃສ່ຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ ອີງໃສ່ສະພາວະຄວາມເປັນຈິງຂອງປະເທດຊາດ ແລະ ບົດຮຽນແຫ່ງການນໍາພາ-ຊີ້ນໍາພາລະກິດປະຕິວັດ ໃນໄລຍະຜ່ານມາ ສົມທົບກັບບົດຮຽນການນໍາພາຂອງພັກອ້າຍນ້ອງ ແລະ ບົດຮຽນແຫ່ງການສ້າງສາພັດທະນາຂອງປະເທດຕ່າງໆ. ພ້ອມກັນນັ້ນ, ກໍໃຫ້ເຂົາເຈົ້າເຫັນແຈ້ງຈຸດປະສົງຕົ້ນຕໍແນໃສ່ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມມັ່ງຄັ່ງເຂັ້ມ ແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ; ເພື່ອໃຫ້ໄດ້ຕາມທິດດັ່ງກ່າວ ວຽກງານໂຄສະນາອົບຮົມຕ້ອງໄດ້ສ້າງການຫັນປ່ຽນໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ດ້ວຍການສ້າງເອກະສານໂຄສະນາອົບຮົມ ໃຫ້ມີຈໍານວນພຽງພໍສໍາລັບເປົ້າໝາຍຕ່າງໆ, ມີເນື້ອໃນທີ່ອຸດົມສົມບູນ, ມີລັກສະນະປຸກລະດົມຊວນເຊື່ອ, ເຂົ້າໃຈງ່າຍ ແລະ ແທດ ເໝາະກັບແຕ່ລະເປົ້າໝາຍ ຈຶ່ງສາມາດເຮັດໃຫ້ມະຫາຊົນເຊື່ອໝັ້ນຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ຕັ້ງໜ້າປະກອບສ່ວນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ໃນນັ້ນ, ໃຫ້ເອົາໃຈໃສ່ຊຸກຍູ້ວຽກດີຄົນເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ແຂງແຮງ, ມີບັນຍາກາດຟົດຟື້ນ ແລະ
ກວ້າງຂວາງກວ່າເກົ່າ ໂດຍການສ້າງໃຫ້ມີລາຍການອອກຂ່າວໂຄສະນາຜ່ານສື່ຕ່າງໆປະຈໍາວັນ.
- ສ້າງການຫັນປ່ຽນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່ ຕ້ອງຕິດພັນກັບຍຸດທະສາດພັດທະນາວຽກງານໂຄສະນາອົບຮົມ.
ຍຸດທະສາດພັດທະນາວຽກງານໂຄສະນາອົບຮົມ ຮອດປີ 2030 ແລະ ແຜນພັດທະນາວຽກງານໂຄ ສະນາອົບຮົມ ແຕ່ປີ 2021-2025 ທີ່ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກຄະນະໂຄ ສະນາອົບຮົມສູນກາງພັກ ໄດ້ກໍານົດໄວ້ ມີດັ່ງນີ້:
1). ວຽກງານໂຄສະນາອົບຮົມຕິດພັນສະໜິດແໜ້ນກັບວຽກງານການເມືອງ-ແນວຄິດຂອງພັກ ວຽກງານກໍ່ສ້າງ ແລະ ປັບປຸງພັກບົນພື້ນຖານໜ້າທີ່ການເມືອງຂອງພັກໃນແຕ່ລະໄລຍະ, ເອົາໃຈໃສ່ໂຄສະນາ, ປຸກລະດົມ, ສຶກສາອົບຮົມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດໍາລົງຊີວິດຂອງສະມາຊິກພັກ, ພະນັກງານ ຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫ່ຍ ຄັ້ງທີ XI, XII ຂອງພັກ ແລະ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 206/ກມສພ, ລົງວັນທີ 7 ທັນວາ 2021 ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່.
2). ວຽກງານໂຄສະນາອົບຮົມ ເປັນເຈົ້າການປະກອບສ່ວນໃນການໂຄສະນາ, ປຸກລະດົມ, ສຶກສາອົບຮົມສະມາຊິກພັກ, ພະນັກງານ ແລະ ປະຊາຊົນຊັ້ນຄົນຕ່າງໆໃຫ້ຮັບຮູ້, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍລະບຽບຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ; ປະກອບ ສ່ວນສ້າງຄວາມເຊື່ອໝັ້ນຕໍ່ບົດບາດການນຳພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ອະນາຄົດຂອງປະ ເທດຊາດ. ສະໜອງຂໍ້ມູນຂ່າວສານດ້ານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດໃຫ້ທົ່ວເຖິງທຸກເປົ້າໝາຍໃນທົ່ວສັງຄົມ.
3). ວຽກງານໂຄສະນາອົບຮົມ ຕ້ອງເນັ້ນໜັກ ແລະ ຖືສຳຄັນຄຸນນະພາບ, ປະສິດທິຜົນ ໂດຍເລີ່ມຈາກການຍົກສູງຄວາມຮັບຜິດຊອບໃນການນຳພາ-ຊີ້ນຳ ຂອງຄະນະພັກທຸກຂັ້ນ, ທຸກຂະແໜງການຕໍ່ວຽກງານໂຄສະນາອົບຮົມດ້ວຍການເອົາໃຈໃສ່ສ້າງແຜນງານ, ໂຄງການ, ແຜນການລະອຽດ ເພື່ອເຄື່ອນໄຫວເຮັດວຽກງານການເມືອງ-ແນວຄິດ ແລະ ວຽກງານໂຄສະນາອົບຮົມ ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກ ໃນແຕ່ລະໄລຍະ.
4). ຄະນະໂຄສະນາອົບຮົມແຕ່ລະຂັ້ນ ຕ້ອງເປັນເສນາທິການທາງດ້ານການເມືອງ-ແນວຄິດ ທີ່ປະ ດິດສ້າງ, ມີໄຫວພິບ ແລະ ຄ່ອງຕົວ ໃຫ້ຄະນະພັກຂອງຕົນ. ພ້ອມກັນນັ້ນ, ກໍເປັນເຈົ້າການໃນການຄົ້ນ ຄວ້າ, ສະຫຼຸບສັງລວມທິດສະດີ ແລະ ພຶດຕິກຳໃນຂົງເຂດໂຄສະນາອົບຮົມ, ກຳແໜ້ນສະພາບແນວຄິດ, ຫາງສຽງສັງຄົມ ແລະ ມີວິທີຕອບຕ້ານຖ້ອຍທໍານອງບິດເບືອນໃສ່ຮ້າຍປ້າຍສີຂອງອິທິກຳລັງປໍລະປັກ ແລະ ພວກຄົນບໍ່ດີ ທັງນຳພາແນວຄິດ, ຫາງສຽງສັງຄົມໃຫ້ຖືກທິດ ແລະ ທັນການ; ສ້າງເນື້ອໃນເອກະສານ, ຫຼັກສູດການສອນ-ການຮຽນ, ການໂຄສະນາປະເພດຕ່າງໆໃຫ້ມີຄຸນນະພາບ ແລະ ປະສິດທິຜົນ.
5). ປັບປຸງກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມທຸກຂັ້ນ ໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ກະທັດຮັດ; ມີກົນໄກເຄື່ອນໄຫວປະສານງານດຶງດູດເອົາສະຕິປັນຍາ ແລະ ທຶນຮອນຈາກຊັ້ນຄົນຕ່າງໆໃນສັງຄົມ ເຂົ້າໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງ.
6). ກໍ່ສ້າງ, ບຳລຸງຍົກລະດັບຖັນແຖວພະນັກງານທີ່ເຮັດວຽກໂຄສະນາອົບຮົມ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ແນວທາງນະໂຍບາຍ ແລະ ວິຊາສະເພາະ, ມີຄວາມຊຳນານໃນໜ້າທີ່ວຽກງານ ແລະ ມີຜູ້ຊ່ຽວຊານເພີ່ມຂຶ້ນ.
7). ເພີ່ມທະວີການພົວພັນຮ່ວມມືກັບບັນດາອົງການທີ່ເຮັດວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມຂອງບັນດາປະເທດເພື່ອນມິດ ໂດຍສະເພາະແມ່ນປະເທດເພື່ອນມິດຍຸດທະສາດ; ປະ ກອບສ່ວນສ້າງສະຕິເປັນເຈົ້າໃນການເຊື່ອມໂຍງພາກພື້ນ ແລະ ສາກົນບົນພື້ນຖານແນວທາງການຕ່າງປະ
ເທດຂອງພັກເຮົາ. ທັງໝົດນັ້ນ ແມ່ນເພື່ອສ້າງການຫັນປ່ຽນວຽກງານໂຄສະນາອົບຮົມຂອງພັກ ເຮັດໃຫ້ວຽກງານດັ່ງກ່າວຂຶ້ນສູ່ຄຸນນະພາບໃໝ່, ສາມາດເຮັດຫຼ້ອນໜ້າທີ່ການເມືອງທີ່ພັກມອບໝາຍໃຫ້./.
1 ໄກສອນ ພົມວິຫານ, ນິພົນເລືອກເຟັ້ນເຫຼັ້ມ 4, ຄະນະໂຄສະນາອົບຮົມສູນກາງພັກ ປີ 2005, ໜ້າ 397.
[2] ເອກະສານກອງປະຊຸມໃຫຍ່ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 83.
[3] ເອກະສານກອງປະຊຸມໃຫຍ່້ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ-ຄະນະໂຄສະນາອົບຮົມສູນກາງພັກ, ປີ 2021, ໜ້າ 34.
* ຄັດຈາກບົດໂອ້ລົມຂອງທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ກ່າວຕໍ່ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈຳປີ 2024.
(ວາລະສານອະລຸນໃໝ່ ປະຈຳເດືອນກຸມພາ ປີ 2025)