
ວຽກງານທ່ອງທ່ຽວຢູ່ ສປປ ລາວ ຖືເປັນຂະແໜງອຸດສາຫະກຳທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີອັດຕາເພີ່ມຂຶ້ນໃນແຕ່ລະປີ; ເປັນຂະແໜງເສດຖະກິດປາຍແຫຼມທີ່ກະຕຸ້ນບັນດາຂະແໜງການທີ່ເປັນຕ່ອງໂສ້ໃຫ້ມີການພັດທະນາໄປພ້ອມໆກັນ ດ້ວຍການສ້າງອາຊີບ, ລາຍຮັບຢ່າງກວ້າງຂວາງ ແລະ ນຳເອົາເງິນຕາຕ່າງປະເທດມາສູ່ປະເທດຊາດຂອງພວກເຮົາເປັນຈຳນວນຫຼາຍພໍສົມຄວນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ມີຄວາມເຂັ້ມແຂງ ແລະ ຊ່ວຍຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຕາມນະໂຍບາຍຂອງພັກ ແລະ ລັດຖະບານທີ່ໄດ້ວາງອອກເທື່ອລະກ້າວ. ວຽກງານທ່ອງທ່ຽວຍັງໄດ້ປະກອບສ່ວນໃນການສົ່ງເສີມອະນຸລັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ, ປົກປັກຮັກສາສິ່ງແວດລ້ອມ, ທິວທັດທຳມະຊາດອັນສວຍສົດງົດງາມໃຫ້ມີຄວາມຍືນຍົງ ແລະ ທັງເປັນນະໂຍບາຍເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ໂດຍເຫັນໄດ້ຄວາມສຳຄັນຂອງວຽກງານທ່ອງທ່ຽວ, ພັກເຮົາຈຶ່ງໄດ້ກໍານົດແນວທາງ, ແຜນນະໂຍບາຍໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວລາວ, ສະແດງອອກ ໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແມ່ນສຸມໃສ່ “ພັດທະນາອຸດສາຫະກຳການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດໃໝ່ ທີ່ມີສັກກະຍະພາບຂອງປະເທດ ໂດຍສຸມການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ທ່ອງທ່ຽວກະສິກຳ, ໃນນັ້ນ ຕ້ອງສົມທົບຢ່າງແໜ້ນແຟ້ນ ລະຫວ່າງການສົ່ງເສີມ “ລາວທ່ຽວລາວ” ກັບການດຶງດູດນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ; ດຳເນີນການພັດທະນາແຫຼ່ງທ່ອງທ່ຽວຫຼາຍລະດັບ, ຫຼາຍຮູບແບບ, ສອດຄ່ອງກັບຄວາມອາດສາມາດຕົວຈິງຢູ່ແຕ່ລະບ່ອນ ຄຽງຄູ່ກັບຍູ້ແຮງການພັດທະນາຜະລິດຕະພັນສິນຄ້າພື້ນບ້ານ ທີ່ເປັນເອກະລັກ ແລະ ຜະລິດຕະພັນດ້ານການບໍລິການທີ່ຫຼາກຫຼາຍຮັບໃຊ້ນັກທ່ອງທ່ຽວ; ສ້າງ ແລະ ບູລະນະບັນດານິຕິກຳອັນຈຳເປັນ ແລະ ປັບປຸງຍົກລະດັບອົງກອນຄຸ້ມຄອງການທ່ອງທ່ຽວ, ສົ່ງເສີມບັນດາວິສາຫະກິດກ່ຽວກັບການບໍລິການທ່ອງທ່ຽວ, ກະຕຸ້ນການກໍ່ສ້າງບຸກຄະລາກອນ ແລະ ຍົກລະດັບມາດຕະຖານການບໍລິການ ກໍຄືການຮັບປະກັນຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວຕາມມາດຕະຖານທົ່ວໄປຂອງພາກພື້ນ”[1]; ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດ ກໍໄດ້ເນັ້ນໜັກວ່າ: “ສ້າງເງື່ອນໄຂອຳນວຍຄວາມສະດວກ ໂດຍນຳໃຊ້ລະບົບເຕັກໂນໂລຊີ ເພື່ອໂຄສະນາດຶງດູດນັກທ່ອງທ່ຽວກຸ່ມເປົ້າໝາຍ ແລະ ເຊື່ອມໂຍງລາຍການທ່ອງທ່ຽວກັບພາກພື້ນ-ສາກົນ, ຈັດຕັ້ງປະຕິບັດແຜນຟື້ນຟູການທ່ອງທ່ຽວຂອງ ສປປ ລາວ ໄລຍະ 2021-2025 ໂດຍສະເພາະການສົ່ງເສີມການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ເພື່ອຊ່ວຍກະຕຸ້ນເສດຖະກິດພາຍໃນປະເທດ ໂດຍມີນະໂຍບາຍສົ່ງເສີມ ແລະ ສະໜັບສະໜູນການທ່ອງທ່ຽວພາຍໃນໃຫ້ຫຼາຍຂຶ້ນ ເປັນຕົ້ນ: ການສ້າງເງື່ອນໄຂໃນການຈອງບໍລິການທີ່ມີຫຼາຍທາງເລືອກ, ລາຍການທ່ອງທ່ຽວມີສ່ວນຫຼຸດລາຄາຕາມກົນໄກການຕະຫຼາດ, ການຫຼຸດລາຄາຄ່າໂດຍສານ… ເພື່ອສົ່ງເສີມໃຫ້ນັກທ່ອງທ່ຽວພາຍໃນໄດ້ທ່ອງທ່ຽວ ຫຼື ເດີນທາງພາຍໃນໄດ້ຫຼາຍວັນ ແລະ ທັງເປັນການກະຈາຍລາຍຮັບໃຫ້ກວ້າງຂວາງຂຶ້ນ”[2].
ເພື່ອເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວ, ທັງເປັນການໂຄສະນາ, ສົ່ງເສີມການທ່ອງ ທ່ຽວລາວໃຫ້ກວ້າງຂວາງ, ສາມາດເຂົ້າເຖິງກຸ່ມເປົ້າໝາຍ ແລະ ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ, ລັດຖະບານ ຈຶ່ງຕົກລົງອະນຸມັດໃຫ້ຈັດປີທ່ອງທ່ຽວລາວ ປີ 2024 (ຄັ້ງທີ 4) ເຊິ່ງໄດ້ມີພິທີເປີດໃນວັນທີ 23 ພະຈິກ 2023 ໂດຍທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ
ໄດ້ກ່າວວ່າ “ລັດຖະບານ ຖືເອົາການເປີດປີທ່ອງທ່ຽວລາວ 2024 ພາຍໃຕ້ຄຳຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ” ແລະ ສັນຍາລັກ “ຊ້າງເຜືອກງວງກ້ຽວແຄນ” ເປັນເຫດການໜຶ່ງທີ່ີມີຄວາມໝາຍຄວາມສໍາຄັນ ພາຍຫຼັງທີ່ຊຸມປີຜ່ານມາ ຂະແໜງທ່ອງທ່ຽວໄດ້ຖືກຜົນກະທົບຢ່າງໜັກໜ່ວງຈາກການລະບາດຂອງພະຍາດໂຄວິດ-19”[3]. ການເປີດປີທ່ອງທ່ຽວລາວ ປີ2024
ນີ້ ເປັນກິດຈະກຳທີ່ສຳຄັນທີ່ສຸດ ນອກຈາກເປັນການສົ່ງເສີມການທ່ອງທ່ຽວລາວແລ້ວ, ຍັງເປັນການອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງບັນດາເຜົ່າ ທັງເປັນການໂຄສະນາເຜີຍແຜ່ປະຫວັດສາດອັນຍາວນານ, ສະຖານທີ່ທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳໃຫ້ຊາວໂລກໄດ້ຮັບຮູ້, ມີຄວາມສົນໃຈເຂົ້າມາທ່ອງທ່ຽວລາວ; ການເປີດກວ້າງຂະແໜງການທ່ອງທ່ຽວຂອງລາວ, ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດມາທ່ອງທ່ຽວລາວໃຫ້ນັບມື້ຫຼາຍຂຶ້ນ; ການເປີດປີທ່ອງທ່ຽວລາວ ຍັງເປັນການສ້າງຄວາມຄຶກຄື້ນ ເພື່ອກະຕຸ້ນເສດຖະກິດໃຫ້ມີການຂະຫຍາຍຕົວ ທັງທາງກົງ ແລະ ທາງອ້ອມ.
ພັກ-ລັດຖະບານ ກໍຄືຄະນະພັກ, ຄະນະນໍາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເອົາໃຈໃສ່ໃນການປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອແກ້ໄຂບັນດາສິ່ງອັດຕັນທີ່ເປັນອຸປະສັກຕໍ່ການພັດທະນາວຽກງານທ່ອງທ່ຽວ; ຍົກລະດັບຄຸນນະພາບການບໍລິການດ້ານການທ່ອງທ່ຽວໃຫ້ເປັນທີ່ປະທັບໃຈ ແລະ ດຶງດູດນັກທ່ອງທ່ຽວ; ໄດ້ແຕ່ງຕັ້ງຄະນະຮັບຜິດຊອບລະດັບຊາດ ແລະ ລະດັບແຂວງ ໃນການຈັດງານປີທ່ອງທ່ຽວລາວ ປີ 2024 ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດບັນດາກິດຈະກຳສົ່ງເສີມການທ່ອງທ່ຽວບັນລຸຕາມຄາດໝາຍ; ຢູ່ບັນດາແຂວງ ກໍໄດ້ສ້າງກິດຈະກຳທ່ອງທ່ຽວພາຍໃນແຂວງ ຕະຫຼອດຮອດຂັ້ນເມືອງຕາມສະພາບທ່າແຮງດ້ານການທ່ອງທ່ຽວຂອງຕົນຢ່າງເປັນຂະບວນຟົດຟື້ນ. ສະນັ້ນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024, ລັດຖະບານ ໄດ້ໃຫ້ຄວາມສໍາຄັນເປັນພິເສດ ໂດຍໄດ້ສະໜອງດ້ານງົບປະມານຈຳນວນໜຶ່ງ ເພື່ອຈັດຕັ້ງປະຕິບັດບັນດາກິດຈະກຳທ່ອງທ່ຽວ ແລະ ກໍານົດນະໂຍບາຍວີຊ່າຈໍານວນໜຶ່ງ
ດຶງດູດນັກທ່ອງທ່ຽວຈາກທົ່ວໂລກ. ສຳລັບປີທ່ອງທ່ຽວລາວ ປີ 2024 ໄດ້ກຳນົດເອົາ 79 ກິດຈະກຳການທ່ອງທ່ຽວ, ໃນນີ້ ມີ 14 ກິດຈະກຳລະດັບຊາດ ແລະ 65 ກິດຈະກຳລະດັບທ້ອງຖິ່ນເພື່ອເປັນການສ້າງຂະບວນການໃຫ້ມີຄວາມຟົດຟື້ນໃນຂອບເຂດທົ່ວປະທດ ຕິດພັນກັບການສົ່ງເສີມການທ່ອງທ່ຽວພາຍໃນຢູ່ແຕ່ລະພາກ, ແຕ່ລະແຂວງ ດ້ວຍການຈັດນິທັດສະການ, ຈັດເທສະການ, ຈັດງານບຸນກ່ຽວກັບສິລະປະວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ມູນເຊື້ອອັນພິລະອາດຫານຂອງປະຊາຊົນບັນດາເຜົ່າໃຫ້ເປັນຂະບວນຟົດຟື້ນ, ກວ້າງຂວາງ. ຄຽງຄູ່ກັນນັ້ນ ກໍໄດ້ເອົາໃຈໃສ່ປັບປຸງ, ສ້າງນິຕິກຳລຸ່ມກົດໝາຍ ທີ່ກ່ຽວພັນກັບວຽກງານທ່ອງທ່ຽວໃຫ້ເປັນລະບົບຄົບຊຸດ ເພື່ອເປັນເຄື່ອງມືໃນການຄຸ້ມຄອງການທ່ອງທ່ຽວ, ການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດບໍລິການດ້ານຄວາມບັນເທີງ, ໂຮງແຮມ, ເຮືອນພັກ, ຣີສອດ, ຮ້ານອາຫານ, ສວນອາຫານ, ສະຖານບັນເທີງ ແລະ ຮ້ານຄາລາໂອເກະ ໃຫ້ສອດຄ່ອງກັບກົດໝາຍ, ລະບຽບການ ທັງສອດຄ່ອງກັບທິດທາງການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ. ນອກນີ້ ຍັງໄດ້
ສຸມໃສ່ພັດທະນາພື້ນຖານໂຄງລ່າງດ້ານການທ່ອງທ່ຽວຢ່າງຕັ້ງໜ້າ ເພື່ອອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ; ປັບປຸງດ້ານການບໍລິການທ່ອງທ່ຽວຊຸກຍູ້ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ດ້ວຍການພັດທະນາລະບົບອະນຸຍາດດໍາເນີນທຸລະກິດໃນຂະແໜງການທ່ອງທ່ຽວ ໃນຮູບແບບເອເລັກໂຕຣນິກທີ່ທັນສະໄໜ (ແບບອອນລາຍ); ອໍານວຍຄວາມສະດວກໃນການເກັບເງິນກອງທຶນການທ່ອງທ່ຽວ ໂດຍການປະສານສົມທົບກັບກະຊວງການເງິນໃນການອອກແຈ້ງການຈັດເກັບເງິນກອງທຶນການທ່ອງທ່ຽວ ຜ່ານລະບົບທະນາຄານແບບທັນສະໄໝ (EasyPass) ຢູ່ບັນດາດ່ານສາກົນໃນຂອບ
ເຂດທົ່ວປະເທດ; ມີນະໂຍບາຍວິຊາ ແລະ ເພີ່ມໄລຍະພັກເຊົາສໍາລັບນັກທ່ອງທ່ຽວກຸ່ມເປົ້າໜາຍ ໃນໄລຍະປີທ່ອງທ່ຽວລາວ 2024 ໃຫ້ແກ່ຫຼາຍປະເທດ; ລົງຊຸກຍູ້, ຕິດຕາມກວດກາບັນດາຫົວໜ່ວຍທຸລະກິດໃນຂະແໜງການທ່ອງທ່ຽວໃຫ້ປັບປຸງຄຸນນະພາບການບໍລິການຂອງຕົນ ເພື່ອເປັນສ່ວນຮ່ວມໃນການຕ້ອນຮັບນັກທ່ອງທ່ຽວ ໃນໄລຍະເປີດປີທ່ອງທ່ຽວລາວ 2024; ຕິດຕັ້ງປ້າຍຊີ້ບອກ ແລະ ປ້າຍສື່ຄວາມໝາຍແຫຼ່ງທ່ອງທ່ຽວຢູ່ບັນດາແຂວງຕ່າງໆ ແນໃສ່ສະໜອງຂໍ້ມູນໃຫ້ນັກທ່ອງທ່ຽວໄດ້ຮັບຮູ້ ແລະ ເຂົ້າໃຈ; ໄດ້ສ້າງວີດີໂອໂຄສະນາປີທ່ອງທ່ຽວລາວຜ່ານທາງໂທລະພາບ, ວິທະຍຸ, ໜັງສືພິມ, ວາລະສານ ແລະ ສື່ສັງຄົມອອນລາຍຕ່າງໆ; ໂຄສະນາແຫຼ່ງທ່ອງທ່ຽວ ແລະ ສັນຍາລັກປີທ່ອງທ່ຽວລາວ 2024 ຜ່ານຈໍ LED ຢູ່ຕາມສະຖານທີ່ສໍາຄັນຈຸດຕ່າງໆພາຍໃນນະຄອນຫຼວງວຽງຈັນ; ຜະລິດສິ່ງພິມໂຄສະນາການທ່ອງທ່ຽວລາວ ເປັນ ຕົ້ນແມ່ນແຜ່ນພັບ, ປຶ້ມແນະນໍາແຫຼ່ງທ່ອງທ່ຽວອັນໂດດເດັ່ນຂອງລາວ, ແຜນທີ່ແຫຼ່ງທ່ອງທ່ຽວ ແລະ ປຶ້ມແນະນໍາການທ່ອງທ່ຽວ. ນອກນີ້ ດ້ານບຸກຄະລາກອນການທ່ອງທ່ຽວ ກໍໄດ້ເອົາໃຈໃສ່ຈັດຝຶກອົບຮົມ
ຫົວຂໍ້ຕ່າງໆ ເພື່ອກະກຽມຄວາມພ້ອມໃນການບໍລິການ ແລະ ການຕ້ອນຮັບນັກທ່ອງທ່ຽວສໍາລັບປີທ່ອງທ່ຽວລາວ ໂດຍມີຫຼາຍຫົວຂໍ້ ເຊັ່ນ: ການຍົກລະດັບຄຸນນະພາບໃນການບໍລິການ ແລະ ເອົາໃຈໃສ່ລູກຄ້າ, ການບໍລິການອາຫານ ແລະ ເຄື່ອງດື່ມ, ການບໍລິການແມ່ເຮືອນ, ການປະຖົມພະຍາບານເບື້ອງຕົ້ນ, ການກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວ ແລະ ວົງຈອນການເຮັດວຽກຂອງພະນັກງານ.
ຜ່ານການຈັດຕັ້ງປະຕິບັດການເປີດປີທ່ອງທ່ຽວລາວ 2024 ເຫັນວ່າມີຫຼາຍກິດຈະກຳ, ຫຼາຍຂະບວນການໄດ້ມີຜົນສໍາເລັດໃນລະດັບດີພໍສົມຄວນ, ສະແດງອອກໃນການຈັດກິດຈະກຳປີທ່ອງທ່ຽວມີທັງໝົດ 79 ກິດຈະກໍາ, ໃນນີ້ ກິດຈະກໍາລະດັບຊາດມີ 14 ກິດຈະກໍາ ສາມາດຈັດຕັ້ງປະຕິບັດສໍາເລັດ 100% ແລະ ກິດຈະກໍາລະດັບແຂວງ 65 ກິດຈະກໍາ ສາມາດຈັດຕັ້ງປະຕິບັດໄດ້ 98,5%; ບັນດາແຂວງໄດ້ສຳເລັດການຈັດກິດຈະກຳສະເຫຼີມສະຫຼອງປີທ່ອງທ່ຽວລາວ ໄປຄຽງຄູ່ກັບການຈັດງານບຸນປະເພນີ ແລະ ບຸນສໍາຄັນຕ່າງໆຂອງທ້ອງຖິ່ນ ໂດຍມີງານວາງສະແດງຜະລິດຕະພັນການທ່ອງທ່ຽວ, ກະສິກຳ, ອຸດສາຫະກໍາການຄ້າ ແລະ ອື່ນໆ. ການເປີດປີທ່ອງທ່ຽວລາວ ໄດ້ສົ່ງຜົນປະໂຫຍດດ້ານດີໃຫ້ການທ່ອງທ່ຽວລາວເຮົາຫຼາຍພໍສົມຄວນ ສະແດງອອກໃນປີ 2024 ມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ
ຊົມ ສປປ ລາວ ໄດ້ລື່ນຄາດໝາຍ ຖ້າທຽບໃສ່ ປີ 2023, ໃນນີ້ “ນັກທ່ອງທ່ຽວພາຍໃນ ມີຈໍານວນ
3.904.483 ເທື່ອຄົນ ເພີ່ມຂຶ້ນ 102% ສາມາດສ້າງລາຍຮັບຈາກການທ່ອງທ່ຽວໄດ້ເຖິງ 632.526.246 ໂດລາສະຫະລັດ ແລະ ນັກທ່ອງທ່ຽວສາກົນ ມີຈໍານວນ 4.120.832 ເທື່ອຄົນ ເພີ່ມຂຶ້ນ 21% ສາມາດກະຈາຍລາຍຮັບໄດ້ເຖິງ 1.138.003.848 ໂດລາສະຫະລັດ. ພ້ອມນີ້ ຍັງມີຫຼາຍກຸ່ມຕະຫຼາດທ່ອງທ່ຽວທີ່ເພີ່ມຂຶ້ນ ເຊັ່ນ: ກຸ່ມຕະຫຼາດອາຊຽນ ເພີ່ມຂຶ້ນ 7%, ກຸ່ມຕະຫຼາດອາຊີ ແລະ ປາຊີຟິກ ເພີ່ມຂຶ້ນ 59%,
ກຸ່ມຕະຫຼາດເອີຣົບ ເພີ່ມຂຶ້ນ 22%, ກຸ່ມຕະຫຼາດອາເມລິກາ ເພີ່ມຂຶ້ນ 19%, ກຸ່ມຕະຫຼາດອາຟຣິກກາ ແລະ ຕາເວັນອອກກາງ ເພີ່ມຂຶ້ນ 13%”[4]. ການອອກນະໂຍບາຍຍົກເວັ້ນວິຊ່າໃຫ້ບາງປະເທດກຸ່ມເປົ້າ ໝາຍໄລຍະປີທ່ອງທ່ຽວລາວ 2024 ເຫັນວ່ານັກທ່ອງທ່ຽວຈີນ ແມ່ນໄດ້ຮັບຜົນເກີນຄາດໝາຍທີ່ວາງໄວ້ ໂດຍມີນັກທ່ອງທ່ຽວຈຳນວນ 1.048.034 ເທື່ອຄົນ ເພີ່ມຂຶ້ນ 63%; ຄຸນນະພາບການບໍລິການຂອງທຸລະ
ກິດການທ່ອງທ່ຽວ ແລະ ຂະແໜງການບໍລິການທີ່ປິ່ນອ້ອມກໍໄດ້ຮັບການປັບປຸງ, ຫຼາຍຫົວໜ່ວຍ
ທຸລະກິດໄດ້ຮັບການປະເມີນ ແລະ ຢັ້ງຢືນຕາມມາດຕະຖານການທ່ອງທ່ຽວອາຊຽນ.
ຄຽງຄູ່ກັບຜົນສໍາເລັດຂ້າງເທິງນັ້ນການເປີດປີທ່ອງທ່ຽວລາວ 2024 ເຫັນວ່າຍັງມີຂໍ້ຄົງຄ້າງຈໍານວນ ໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ ເປັນຕົ້ນແມ່ນພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກດ້ານຕ່າງໆຍັງບໍ່ຕອບສະໜອງໄດ້ ເຊັ່ນ: ເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວຫຼາຍແຫ່ງນໍາໃຊ້ໄດ້ແຕ່ລະດູແລ້ງ, ເສັ້ນທາງເຊື່ອມຕໍ່ ຫຼື ສາຍການບິນໂດຍກົງ ເຊື່ອມຕໍ່ກັບຕະຫຼາດເປົ້າໝາຍທາງໄກຍັງມີ ໜ້ອຍ; ສະຖານທີ່ທ່ອງທ່ຽວຫຼາຍແຫ່ງຍັງບໍ່ທັນໄດ້ຮັບການພັດທະນາເທົ່າທີ່ຄວນ, ການສ້າງກິດຈະກໍາການທ່ອງທ່ຽວ ແລະ ຜະລິດຕະພັນໃໝ່ໆບໍ່ທັນຫຼາກຫຼາຍ; ການໂຄສະນາຍັງບໍ່ທັນກວ້າງຂວາງ ແລະ ເຂົ້າເຖິງກຸ່ມເປົ້າໝາຍໄດ້ຢ່າງທົ່ວເຖິງ; ການຈັດສັນງົບປະມານຂອງລັດຖະບານ ເພື່ອສົ່ງເສີມການທ່ອງທ່ຽວລາວປີ 2024 ໃຫ້ແຕ່ລະແຂວງແມ່ນມີຄວາມຊັກຊ້າ, ເຮັດໃຫ້ການຈັດຕັັ້ງປະຕິບັດບໍ່ໄປຕາມແຜນການ ແລະ ເວລາທີ່ກໍານົດໄວ້; ພາຫະນະຂົນສົ່ງນັກທ່ອງທ່ຽວຈໍານວນໜຶ່ງຍັງບໍ່ໄດ້ມາດຕະຖານ, ພະນັກງານຂັບລົດຈໍານວນໜຶ່ງຍັງຂາດຈັນຍາບັນການບໍລິການ, ສະຖານີລົດໂດຍສານຢູ່ຕົວເມືອງຫຼັກຈໍານວນໜຶ່ງ ຍັງບໍ່ທັນເປັນລະບຽບຈົບງາມເທົ່າທີ່ຄວນ; ການຈັດກິດຈະກໍາສົ່ງເສີມການທ່ອງທ່ຽວຢູ່ຫຼາຍແຂວງ ຍັງບໍ່ທັນມີມາດຕະການຫຼຸດຜ່ອນ ຫຼື ຈໍາກັດສິ່ງເສດເຫຼືອລ່ວງໜ້າ, ຍັງພົບເຫັນການຖິ້ມຂີ້ເຫຍື້ອຊະຊາຍເປັນຈໍານວນຫຼາຍ; ການປະສານສົມທົບລະຫວ່າງສູນກາງ, ທ້ອງຖິ່ນ, ລະຫວ່າງຂະແໜງການພາກລັດ ແລະ ພາກທຸລະກິດຍັງບໍ່ທັນຄ່ອງຕົວ, ການແກ້ໄຂບັນຫາ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຍັງບໍ່ທ່ວງທັນເວລາ; ການກວດຄົນເຂົ້າ-ອອກເມືອງບາງດ່ານຍັງມຫຼາຍຂັ້ນຕອນ, ຊັກຊ້າ; ລາຄາອາຫານ, ການຂົນສົ່ງຢູ່ພາຍໃນ ແລະ ລາຄາລາຍການທ່ອງທ່ຽວຢູ່ລາວສູງກວ່າປະເທດໃກ້ຄຽງ; ພະນັກງານນໍາທ່ຽວໂດຍສະເພາະຜູ້ແປພາສາຍັງບໍ່ທັນພຽງພໍ ແລະ ຄຸນນະພາບທາງດ້ານວິຊາສະເພາະບໍ່ທັນໄດ້ມາດຕະຖານເທົ່າທີ່ຄວນ ເປັນສາເຫດໃຫ້ເກີດມີພະນັກງານນໍາທ່ຽວຄົນຕ່າງປະເທດ ສວຍໂອກາດເຄື່ອນໄຫວເປັນຜູ້ນໍາທ່ຽວເອງ.
ເພື່ອສືບຕໍ່ປັບປຸງແກ້ໄຂບັນດາຂໍ້ຄົງຄ້າງ, ທັງເປັນການສົ່ງເສີມວຽກງານທ່ອງທ່ຽວໃຫ້ມີການຂະ ຫຍາຍຕົວ, ສາມາດຕອບສະໜອງການບໍລິການດ້ານການທ່ອງທ່ຽວທີ່ມີຄຸນນະພາບ ແລະ ເປັນທີ່ປະທັບໃຈຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວຊົມ ສປປ ລາວ ນັ້ນ. ພັກ ແລະ ລັດ ຖະບານ ກໍຄືຄະນະພັກ, ຄະນະນໍາກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ວາງ
ທິດທາງແຜນການປີ 2025 ຄື: ສຸມໃສ່ປັບປຸງເສັ້ນທາງເຂົ້າເຖິງສະຖານທີ່ທ່ອງທ່ຽວບຸລິມະສິດ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ, ການຄົມມະນາຄົມຂົນສົ່ງນັກທ່ອງທ່ຽວໃຫ້ມີຄວາມສະດວກ, ປອດໄພ, ປະທັບໃຈ ແລະ ໄດ້ມາດຕະຖານ; ຊຸກຍູ້ບັນດາຜູ້ປະກອບການພັດທະນາສະຖານທີ່ທ່ອງທ່ຽວ ໂດຍການປັບປຸງກິດຈະກຳການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ, ສະໜອງການບໍລິການທີ່ດີ ແລະ ສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ, ພາກເອກະຊົນຜູ້ທີ່ມີບົດຮຽນ-ປະສົບການ; ສຸມໃສ່ປັບປຸງການບໍລິຫານ-ຄຸ້ມຄອງບັນດາເມືອງທ່ອງທ່ຽວທີ່ເປັນແມ່ເຫຼັກດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ໃຫ້ໄດ້ມາດຕະຖານຂອງ ສປປ ລາວ ແລະ ມາດຕະຖານສາກົນ; ສຸມໃສ່ການປະເມີນ ແລະ ຢັ້ງຢືນມາດຕະ
ຖານການທ່ອງທ່ຽວອາຊຽນ ແລະ ມາດຕະຖານການທ່ອງທ່ຽວຂອງ ສປປ ລາວ ຮັບປະກັນສ້າງ
ຄວາມປະທັບໃຈ ແລະ ມີຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ; ສືບຕໍ່ໂຄສະນາການທ່ອງທ່ຽວຜ່ານສື່ຕ່າງໆ ຮັບປະກັນຂໍ້ມູນ-ຂ່າວສານການທ່ອງທ່ຽວທີ່ຖືກຕ້ອງ, ຊັັດເຈນ, ວ່ອງໄວ ແລະ ນຳໃຊ້ເຄື່ອງມືທີ່ທັນສະໄໝ ເພື່ອໃຫ້ເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍການທ່ອງທ່ຽວຢ່າງກວ້າງຂວາງ; ສືບຕໍ່ປະສານສົມທົບກັບພາກທຸລະ
ກິດຈັດກິດຈະກໍາສ້າງຈິດສຳນຶກໃນວຽກງານການທ່ອງທ່ຽວ ແລະ ການສ້າງກິດຈະກໍາສົ່ງເສີມການທ່ອງ ທ່ຽວໃຫ້ເປັນຂະບວນຟົດຟື້ນ ໂດຍຕິດພັນກັບງານເທດສະການ, ງານບຸນປະເພນີປະຈໍາຊາດ, ປະຈໍາທ້ອງຖິ່ນ ເພື່ອຈັດເຂົ້າໃນປະຕິທິນການທ່ອງທ່ຽວລາວປະຈໍາປີ 2025; ຈັດຕັ້ງເຜີຍແຜ່ກົດໝາຍວ່າດ້ວຍການທ່ອງທ່ຽວ ສະບັບປັບປຸງປີ 2024 ແລະ ນິຕິກໍາໃຕ້ກົດໜາຍໃຫ້ເລິກເຊິ່ງ ແລະ ກວ້າງຂວາງ
ໃນຂອບເຂດທົ່ວປະເທດ; ປະສານສົມທົບລະຫວ່າງສູນກາງ, ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຕິດຕາມ, ກວດກາ ແລະ ຄຸ້ມຄອງການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດໃນຂະແໜງການທ່ອງທ່ຽວ; ຄົ້ນຄວ້າສ້າງແຜນໄລຍະຍາວໃນການສື່ສານ, ການປະສານງານ ແລະ ຮັບມືກັບວິກິດການຕ່າງໆໃນຂະແໜງການທ່ອງທ່ຽວ; ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນຂັ້ນສູນກາງ ແລະ ທ້ອງ
ຖິ່ນໃນການນໍາໃຊ້ລະບົບອອກອະນຸຍາດດໍາເນີນທຸລະກິດ ໃນຂະແໜງການທ່ອງທ່ຽວຜ່ານລະບົບທັນສະໄໝ ເຮັດໃຫ້ການຄຸ້ມຄອງທຸລະກິດການທ່ອງທ່ຽວມີຄວາມເປັນເອກະພາບທົ່ວປະເທດ.
ເພື່ອບັນລຸຕາມທິດທາງ, ແຜນການທີ່ວາງໄວ້ນັ້ນ ຮຽກຮ້ອງມາຍັງຄະນະພັກ, ຄະນະນຳທຸກຂັ້ນຂອງຂະແໜງການທ່ອງທ່ຽວ ຍົກສູງຄວາມຮັບຜິດຊອບຕໍ່ການນຳພາ-ຊີ້ນຳການຈັດຕັ້ງປະຕິບັດທິດທາງ, ແຜນ ການ, ວຽກຈຸດສຸມ ແລະ ກິດຈະກຳຕ່າງໆຢ່າງໃກ້ຊິດຕິດແທດ; ເພີ່ມທະວີການປະສານງານ ແລະ ຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ, ບັນດາພາກສ່ວນເສດຖະກິດ ໃຫ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງກວ້າງຂວາງ; ເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບໃນການບັງຄັບໃຊ້ກົດໝາຍ ແລະ ນິຕິກຳລຸ່ມກົດໝາຍກ່ຽວກັບຂົງເຂດການທ່ອງທ່ຽວ ເພື່ອເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຕົວຈິງ. ພ້ອມນັ້ນ ບັນດາພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ຕ້ອງຫັນທິດທາງ, ແຜນການດັ່ງກ່າວໃຫ້ເປັນແຜນງານ, ໂຄງການລະອຽດ, ສອດຄ່ອງກັບສະພາບຈຸດພິເສດ, ທ່າແຮງບົ່ມຊ້ອນຂອງແຕ່ລະທ້ອງຖິ່ນ, ທັງມີກົນໄກການຕິດຕາມ, ກວດກາ, ສະ ຫຼຸບ, ປະເມີນຜົນການຈັດຕັ້ງປະຕິບັດເປັນແຕ່ລະໄລຍະ, ປົກກະຕິ ແລະ ຕໍ່ເນື່ອງ./.
[1] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 52.
[2] ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ໜ້າ 54.
[3] ບົດກ່າວເປີດຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນພິທີເປີດປີທ່ອງທ່ຽວລາວ 2024 ແລະ ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ ຄສ 2023, ວັນທີ 23 ພະຈິກ 2023, ນະຄອນຫຼວງວຽງຈັນ.
[4] ບົດສະຫຼຸບຜົນການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024, ໜ້າ 7.
ຂຽນໂດຍ:
ສວນສະຫວັນ ວິຍະເກດ*
* ກຳມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນມີນາ ປີ 2025)