ບາງບົດຮຽນກ່ຽວກັບການກໍ່ສ້າງພັກກໍາອໍານາດຂອງພັກກອມມູນິດຫວຽດນາມ

Ban Chấp hành Trung ương Đảng khóa XIII ra mắt Đại hội

ພັກກອມມູນິດຫວຽດນາມ ໄດ້ສ້າງຕັ້ງຂຶ້ນໃນ ວັນທີ 3 ກຸມພາ 1930 ​ໂດຍແມ່ນ ປະທານ ໂຮ່ຈິມິນ ເປັນຜູ້ກໍ່ຕັ້ງ, ນໍາພາ ແລະ ຝຶກຝົນຫຼໍ່ຫຼອມ​ໃຫ້​ເຕີບ​ໃຫຍ່​ຂະຫຍາຍຕົວ. ພາຍຫຼັງຍາດໄດ້ໄຊຊະນະອັນຍິ່ງໃຫຍ່​​ໃນການປະຕິວັດເດືອນສິງຫາ ປີ 1945, ທັບມ້າງແອກປົກຄອງ ຂອງພວກລ່າເມືອງຂຶ້ນ​ແບບ​ເກົ່າ ​ແລະ ເຄິ່ງສັກດີນາ, ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕຫວຽດນາມ. ພັກກອມມູນິດຫວຽດນາມ ເປັນພັກດຽວກໍາອໍານາດ. ພັກກອມມູນິດຫວຽດນາມ ກໍາອໍານາດ, ນໍາພາການກໍ່ສ້າງສັງຄົມນິຍົມຢູ່ພາກເໜືອຫວຽດນາມ ແລະ ການຕໍ່ສູ້ປົດປ່ອຍພາກໃຕ້ຫວຽດນາມເຊິ່ງໄດ້ຮັບໄຊຊະນະຢ່າງສົມບູນ, ທ້ອນໂຮມປະເທດຊາດເອກະພາບ ໃນປີ 1975.

ປັດຈຸບັນ, ພັກກອມມູນິດຫວຽດນາມຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ ໃນການນໍາພາພາລະກິດກໍ່ສ້າງສັງຄົມນິຍົມຕາມແນວທາງປ່ຽນແປງໃໝ່, ພັດທະນາປະເທດຕາມທິດຫັນເປັນອຸດສະຫະກໍາ ແລະຫັນເປັນທັນສະໄໝ. ຜົນສໍາເລັດດັ່ງກ່າວນັ້ນ ໄດ້ຢັ້ງຢືນກໍາລັງແຮງບົ່ມຊ້ອນ, ຖານະບົດບາດ ແລະ ອິດທິພົນຕໍ່ສາກົນ. ພ້ອມກັນນັ້ນ, ກໍເປັນຫຼັກຖານຢັ້ງ ຢືນເຖິງບົດບາດນໍາພາ ແລະ ກໍາອໍານາດ ຂອງພັກກອມມູນິດຫວຽດນາມ. ຜ່ານຂະບວນວິວັດແຫ່ງການກໍາອໍານາດ ຂອງພັກກອມມູນິດຫວຽດນາມໄດ້ຊີ້ໃຫ້ເຫັນໄດ້ບົດ ຮຽນອັນສໍາຄັນຈໍານວນໜຶ່ງ ດັ່ງນີ້:

  1. ກ່ຽວກັບການກໍ່ສ້າງພັກທາງດ້ານການເມືອງ, ແນວຄິດ.​ ພັກກອມມູນິດຫວຽດນາມໄດ້ເອົາ​ໃຈ​ໃສ່​ກໍ່ສ້າງ, ປັບປຸງແລະ ປົກ​ປັກຮັກ​ສາ​ພື້ນຖານ​ການ​ເມືອງ​ໃຫ້​ມີ​ຄວາມ​ສະຫງົບ ​ແລະ ໝັ້ນຄົງ, ຍຶດໝັ້ນ ແລະ ກໍາ​ແໜ້ນ​ລັດທິ​ມາກ-​ເລນິນ, ແນວ​ຄິດ​ໂຮ່ຈິ​ມິນ, ຄວາມເປັນເອກະລາດ​ແຫ່ງ​ຊາດ ​ແລະ ​ສັງຄົມ​ນິຍົມ ​ເພື່ອຊີ້​ນໍາ​ທຸກການ​ເຄື່ອນ​ໄຫວ​ປະຕິວັດ ​ຂອງ​ພັກແມ່ນມີບົດບາດສໍາຄັນເປັນພິເສດຮັບປະກັນໄຊຊະນະຂອງການກໍ່ສ້າງສັງຄົມນິຍົມຢູ່ຫວຽດນາມ. ພັກຍາມໃດກໍເອົາໃຈໃສ່ການ​ປ່ຽນ​ແປງ​ໃໝ່ ​ໃນ​ການ​ກໍານົດແນວທາງ ແລະ ຈັດຕັ້ງປະຕິບັດ​ແນວທາງ, ​ແຜນນະ​ໂຍບາຍຂອງ​ພັກຢ່າງ​ປະດິດ​ສ້າງ​ບົນ​ພື້ນຖານລັດທິ​ມາກ-​ເລນິນແລະ ແນວ​ຄິດ​ໂຮ່ຈິ​ມິນ, ພ້ອມ​ທັງເພີ່ມ​ເຕີມ​ເສີ​ມສ້າງບູລະນະ​ໃຫ້​ສົມບູນ ​ແລະ ໝູນ​ໃຊ້​​ສອດຄ່ອງ​ກັບພຶດຕິ​ກໍາ​ຕົວ​ຈິງ​ຂອງຫວຽດນາມ. ພັກກອມມູນິດຫວຽດນາມເປັນພັກມາກຊິດແທ້ຈິງ ດ້ວຍຄວາມເຕີບໃຫຍ່ດ້ານການເມືອງ, ແນວຄິດ, ມີລັກສະນະການຈັດຕັ້ງທີ່ເຂັ້ມງວດ, ສະດຸ້ງໄວ, ປະດິດສ້າງ ແລະ ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດໂຮ່ຈິມິນ. ພັກຍຶດໝັ້ນໃນທັດສະນະຂອງ ວ.ອ.ເລນິນ ທີ່ວ່າ “ບໍ່ມີຫຼັກໝັ້ນການເມືອງຖືກຕ້ອງ ແມ່ນຊົນຊັ້ນໃດໜຶ່ງບໍ່ອາດຈະຮັກສາໄດ້ອໍານາດການປົກຄອງຂອງຕົນເອງ”. ເພື່ອດໍາເນີນວຽກງານການເມືອງ, ແນວຄິດ ໃນການກໍ່ສ້າງພັກໃຫ້ມີປະສິດທິຜົນສູງກວ່າເກົ່າ, ຢັ້ງຢືນບົດບາດນໍາພາ, ກໍາອໍານາດຂອງຕົນນັ້ນ ພັກກອມມູນິດຫວຽດນາມ ບໍ່ວ່າເວລາໃດກໍໃຫ້ຄວາມສໍາຄັນຕໍ່ການປ່ຽນແປງໃໝ່ຈິນຕະ ນາການ, ສະຫຼຸບພຶດຕິກໍາ, ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບລັດທິສັງຄົມນິຍົມ, ເສັ້ນທາງກ້າວຂຶ້ນສັງຄົມນິຍົມ,ກ່ຽວກັບການກໍ່ສ້າງພັກ ແລະ ລະບົບການເມືອງ; ຕ້ານທ່າອ່ຽງແນວຄິດ ແລະ ທັດສະນະຜິດເຂວ, ປໍລະປັກ. ພິເສດ, ພັກຖືສໍາຄັນການຄົ້ນຄວ້າ ແລະ ໝູນໃຊ້ແນວຄິດ, ຄຸນສົມບັດ, ແບບແຜນໂຮ່ຈິມິນ, ຖືສໍາຄັນວຽກງານສຶກສາອົບຮົບ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄວາມສາມາດ, ຄຸນສົມບັດ, ແບບ ແຜນດໍາລົງຊີວິດຂອງພະນັກງານ, ສະມາຊິກພັກ. ມີການລົງທຶນ ແລະ ປ່ຽນແປງໃໝ່ວຽກງານຄົ້ນຄວ້າທິດສະດີ, ເຮັດໃຫ້ບັນຫາເຄັ່ງຮ້ອນຕ່າງໆ ທີ່ສັງຄົມຕັ້ງຂຶ້ນຈະແຈ້ງ ແລະ ທັນການ.

​ແ​ຜນນະໂຍບາຍເສີມຂະຫຍາຍປະຊາທິປະໄຕ, ຍົກສູງລັັກສະນະວິທະຍາສາດ, ລັກສະນະຕົວຈິງແລະ ປະສິດທິຜົນຂອງວຽກງານໂຄສະນາ, ສຶກສາອົບຮົມ, ຄົ້ນຄວ້າວິທະຍາສາດ, ຄົ້ນຄວ້າ ແລະ ສະຫຼຸບພຶດຕິກໍາ, ຂະຫຍາຍທິດສະດີເຮັດໃຫ້ບັນຫາວຽກງານກໍ່ສ້າງພັກ (ພັກນໍາພາ ແລະ ກໍາອໍານາດຢູ່ຫວຽດ ນາມ) ມີຄວາມຈະແຈ້ງ).

​ເພີ່ມ​ທະວີ​ວຽກ​ງານ​ສຶກສາ​ອົບຮົມ​ການ​ເມືອງ, ​ແນວ​ຄິດ​ໃຫ້​ພະນັກງານ, ສະມາຊິກ​ພັກ ໂດຍຍູ້​ແຮງ​ການ​ສຶກສາ​ອົບຮົມ, ​ຝຶກຝົນ​ຫຼໍ່​ຫຼອມຄຸນສົມບັດ​ປະຕິວັດ, ຮໍ່າຮຽນ ​ແລະ​ ປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈິ​ມິນ​ຢ່າງ​ແທ້​ຈິງ; ພິ​ເສດ​ເອົາ​ໃຈ​ໃສ່​ການ​ເປັນ​ແບບຢ່າງ ​ຂອງ​ຜູ້​ເປັນ​ຫົວໜ້າ​ຜູ້​ທີ່ມີ​ໜ້າ​ທີ່​ສໍາຄັນ​ໃນ​ບັນດາ​ອົງການ​ພັກ, ລັດ; ​ເດັດດ່ຽວ​ຕໍ່ສູ້​ຕ້ານ​ບັນດາ​ອິ​ທິກໍາລັງ​ປໍ​ລະ​ປັກ​ ຢ່າງ​ມີ​ປະສິດທິ​ຜົນ​, ເດັດດ່ຽວປົກ​ປ້ອງ​ພັກ ​ແລະ ​ປົກ​ປ້ອງລະບອບການເມືອງ.

  1. 2. ຮັກສາ, ເພີ່ມທະວີການນໍາພາຂອງພັກໃນບັນດາຂົງເຂດຂອງຊີວິດສັງຄົມ, ພັກເປັນກອງນໍາໜ້າຂອງຊົນຊັ້ນກໍາມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດຫວຽດນາມ. ພັກກອມມູນິດຫວຽດ ນາມ ຍາມໃດກໍຢືນຢັນເຖິງບົດ ບາດນໍາພາຂອງພັກ ແລະ ເປັນກອງນໍາໜ້າຂອງຊົນຊັ້ນກໍາມະກອນຢ່າງແທ້ຈິງ. ເພີ່ມທະວີການນໍາພາຂອງພັກໃນບັນດາຂົງເຂດຂອງຊີວິດສັງຄົມ, ພັກເປັນກອງນໍາໜ້າຂອງຊົນຊັ້ນກໍາມະກອນ, ປະຊາຊົນຜູ້ອອກແຮງງານ ແລະ ຂອງຊາດຢ່າງແທ້ຈິງ ແມ່ນໜຶ່ງໃນບັນດາບົດຮຽນທີ່ພັກກອມມູນິດຫວຽດນາມໄດ້ສະຫຼຸບ ແລະ ຢືນຢັນ. ຮັກສາ ແລະ ເພີ່ມທະວີການນໍາພາຂອງພັກ ກໍແມ່ນການປົກປັກຮັກສາໝາກຜົນຂອງການປະຕິວັດ. ບົດຮຽນໃນພຶດຕິກໍາຈາກການພັງທະລາຍຂອງລະບອບສັງຄົມນິຍົມຢູ່ສະຫະພາບໂຊວຽດ ແລະ ບັນດາປະເທດເອີລົບຕາເວັນອອກ ໃຫ້ເຫັນອິ​ທິກໍາລັງປໍລະປັກໃຊ້ກົນອຸບາເລຫຼ່ຽມຫຼາຍຢ່າງລົບລ້າງບົດບາດການນໍາພາຂອງພັກກອມມູນິດ, ປະຕິບັດຈຸດໝາຍເຮັດໃຫ້ລະບົບສັງ ຄົມນິຍົມພັງທະລາຍ. ບົດຮຽນຂອງພັກກອມມູນິດຫວຽດນາມໄດ້ຊີ້ໃຫ້ເຫັນວ່າ ການສືບຕໍ່ປ່ຽນແປງໃໝ່ເພື່ອຢັ້ງຢືນບົດບາດຂອງພັກ ບໍ່ແມ່ນພຽງບົດຮຽນສໍາລັບການກໍ່ສ້າງພັກເທົ່ານັ້ນ, ຫາກຍັງເປັນບົດຮຽນສໍາລັບພາລະກິດປະຕິວັດຂອງປະເທດເຮົາ. ຕ້ອງໄດ້ຢັ້ງຢືນວ່າ,ການປ່ຽນແປງໃໝ່ແມ່ນເລີ່ມຕົ້ນຈາກກາປ່ຽນແປງ ໃໝ່ພາຍໃນພັກ, ແຕ່ບໍ່ແມ່ນເຮັດໃຫ້ທາດແທ້ຂອງພັກປ່ຽນແປງ ຫາກຕ້ອງເຮັດໃຫ້ທາດແທ້ຊົນຊັ້ນກໍາມະ ກອນຂອງພັກ ແລະ ບົດບາດນໍາພາເດັດຂາດຂອງພັກ ໃນທຸກຂົງເຂດຂອງຊີວິດສັງຄົມ ຈະແຈ້ງກ່ວາເກົ່າ. ພັກນໍາພາພາລະກິດປ່ຽນແປງໃໝ່ສໍາເລັດຜົນ, ພັກຕ້ອງປ່ຽນແປງໃໝ່ຕົນເອງ, ລວມທັງການປ່ຽນແປງໃໝ່ເນື້ອໃນ ແລະ ແບບແຜນນໍາພາ. ພັກຕ້ອງກໍານົດແຈ້ງພາລະບົດບາດນໍາພາຂອງຕົນໃນເງື່ອນໄຂພັກກໍາອໍານາດ; ຖືສໍາຄັນວຽກງານທິດສະດີ, ແກ້ໄຂສະພາວະແຂງກະດ້າງ, ຄໍາພີ ຕາຍຕົວ, ສະຫຼຸບພຶດຕິກໍາ, ເພີ່ມເຕີມ, ບູລະນະແນວທາງການເມືອງຢ່າງທັນການ, ສ້າງເປັນພື້ນຖານຂອງຄວາມສາມັກຄີເປັນເອກະພາບທາງດ້ານແນວຄິດພາຍໃນພັກ ແລະ ໃນທົ່ວສັງຄົມ.
  2. 3. ຮັກສາລະບຽບວິໄນຢ່າງເຂັ້ມງວດ, ຢຶດໝັ້ນ ແລະປະຕິບັດຫຼັກການລວມສູນປະຊາທິປະໄຕ, ຫຼັກການຕິຊົມຕົນເອງ ແລະ ຕິຊົມກັນເປັນປະຈໍາ, ປົກປັກຮັກສາຄວາມສາມັກຄີເອກະພາບ​, ປະຕິບັດລະບຽບວິໄນຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ; ເສີມຂະຫຍາຍປະຊາທິປະໄຕ, ເປີດເຜີຍໂປ່ໃສ. ລວມສູນປະຊາທິປະໄຕ ແມ່ນຫຼັກການພື້ນຖານຊີ້ນໍາການກໍ່ສ້າງພັກທາງດ້ານການຈັດຕັ້ງ, ດໍາເນີນຊີວິດແລະ ການເຄື່ອນໄຫວຂອງພັກ ເປັນບັນຫາສໍາຄັນຮັບປະກັນໃຫ້ພັກມີຄວາມເຂັ້ມງວດດ້ານການຈັດຕັ້ງ, ມີຄວາມສາມັກຄີເປັນເອກະພາບ ແລະ ມີກໍາລັງແຮງຕໍ່ສູ້ຢ່າງແທ້ຈິງ. ບົນພື້ນຖານຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ ພັກກອມມູນິດຫວຽດນາມຈຶ່ງມີກໍາລັງແຮງ ແລະ ຄວາມສາມາດພຽງພໍໃນການຈັດຕັ້ງ, ນໍາພາປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບນາໆປະການ, ຕໍ່ສູ້ພິລະອາດຫານ, ເດັດດ່ຽວໜຽວແໜ້ນ,ຮັບປະກັນໃຫ້ພັກ ຍາມໃດກໍເປັນກ້ອນກໍາລັງທີ່ເອກະພາບດ້ານມານະຈິດ ແລະ ການກະທໍາ. ຍົກສູງການຕິຊົມກັນ ແລະ ຕິຊົມຕົນເອງ, ເສີມຂະຫຍາຍບົດບາດ ແລະ ຄວາມເປັນແບບຢ່າງຂອງຖັນແຖວພະນັກງານ, ສະມາຊິກພັກໃນການປະຕິບັດໜ້າທີ່ ແລະ ຮັກສາຄຸນທາດການເມືອງ, ຄຸນສົມບັດ,
    ແບບແຜນດໍາລົງຊີວິດ, ຍົກສູງຄວາມສາມາດນໍາພາ, ກໍາອໍານາດ ແລະ ກໍາລັງແຮງຕໍ່ສູ້ຂອງພັກ, ເຮັດໃຫ້ພັກເຂັ້ມແຂງສົມຄູ່ກັບໜ້າທີ່ການປະຕິວັດໃນໄລຍະໃໝ່.
  3. 4. ພັກສ້າງສາຍພົວພັນສະໜິດແໜ້ນລະຫວ່າງພັກກັບປະຊາຊົນ. ພັກກອມມູນິດຫວຽດນາມ ໄດ້ຮຽນຮູ້ບົດຮຽນສໍາຄັນຈາກການປະຕິວັດເດືອນຕຸລາລັດເຊຍ, ເຊິ່ງສະແດງໃຫ້ເຫັນວ່າ ພັກໜຶ່ງທີ່ຍາມໃດ ກໍມີສາຍພົວພັນສະໜິດແໜ້ນກັບປະຊາຊົນ, ແມ່ນພັກນັ້ນເຮັດສໍາເລັດພາລະກໍາປະຫວັດສາດຂອງຕົນ. ເຊື່ອມຊຶມທິດສະດີ ກ.ມາກ, ຟ.ອັງແກນ ທີ່ວ່າ “ການປະຕິວັດແມ່ນພາລະກິດຂອງມະຫາຊົນ” ແລະບົດຮຽນພຶດຕິກໍາແຫ່ງການນໍາພາຂອງ ວ.ອ.ເລນິນ ຕໍ່ການປະຕິວັດເດືອນຕຸລາລັດເຊຍໄດ້ປະຕິບັດສໍາເລັດຈຸດໝາຍທີ່ວາງອອກ.

ພັກກອມມູນິດຍາມໃດ ກໍມີສາຍພົວພັນສະໜິດແໜ້ນກັບປະຊາຊົນ, ພ້ອມກັບປະຊາຊົນຍາດເອົາໄຊຊະນະຂອງການປະຕິວັດ. ພັກກໍາອໍານາດແມ່ນເພື່ອປະຕິບັດສິດເປັນເຈົ້າຂອງປະຊາຊົນ, ຮັບໃຊ້ປະຊາ ຊົນ. ຄວາມເຊື່ອໝັ້ນ, ການສະໜັບສະໜູນ, ຊ່ວຍເຫຼືອຂອງປະຊາຊົນເປັນແຫຼ່ງກໍາລັງແຮງຊະນະເລີດຂອງ
ພັກ. ການປຸກລຸກ, ຕື່ນຕົວ ແລະ ສະໜັບສະໜູນຂອງມວນມະຫາຊົນ ປະຊາຊົນຕໍ່ພັກ, ຕໍ່ແນວທາງຂອງພັກ ກໍແມ່ນການຮັບປະກັນໃຫ້ແກ່ໄຊຊະນະຂອງທຸກການປະຕິວັດ.

ຈາກບົດຮຽນພຶດຕິກໍາຂອງການປະຕິວັດເດືອນຕຸລາລັດເຊຍ, ປະຕິບັດຄຳສັ່ງສອນຂອງ ວ.ອ.ເລນິນແລະ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ພັກກອມມູນິດຫວຽດນາມ ຍາມ​ໃດ​ກໍ​ຖື​ສໍາຄັນ​ບົດຮຽນ “​ປະຊາຊົນ​ເປັນ​ກົກ”; ຍຶດຖື​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ ແລະ ​ສັງຄົມ​ເປັນ​ເງື່ອນ​ໄຂ​ຕັດສິນ​ທໍາ​ອິດ ​ເພື່ອ​ກໍ່ສ້າງ​ພັກ. ກໍ່ສ້າງ ແລະ ປັບປຸງ​ການ​ພົວພັນ​ລະຫວ່າງ​ພັກ, ລັດ ແລະ​ ປະຊາຊົນຢ່າງ​ເປັນ​ປົກກະຕິ; ​ເສີມ​ຂະຫຍາຍບົດບາດແລະ ກໍາລັງ​ແຮງ ​ຂອງປະຊາຊົນ​ເຂົ້າ​ຮ່ວມ​ກໍ່ສ້າງ​ພັກ; ກໍ່ສ້າງສະມ​າຊິກ​ພັກ​ໃຫ້ບໍລິສຸດສັດຊື່, ເຫັນແກ່ສ່ວນລວມ, ບໍ່ເຫັນແກ່ສ່ວນຕົວ, ສ້າງຄວາມ​ເຊື່ອ​ໝັ້ນ​ ຂອງ​ປະຊາຊົນ​ຕໍ່​ພັກ ​ຢ່າງ​ໜຽວແໜ້ນ.

ພັກກອມມູນິດຫວຽດນາມໃນປັດຈຸບັນ ຖືເອົາການຍູ້ແຮງການພັດທະນາເສດຖະກິດ, ແກ້ໄຂຊີວິການເປັນຢູ່ຂອງປະຊາຊົນ ເປັນປັດໄຈຕັດສິນຂອງການປັບປຸງສາຍພົວພັນລະຫວ່າງພັກກັບປະຊາຊົນ. ພັກກອມມູນິດຫວຽດນາມເອົາໃຈໃສ່ປະຕິບັດນະໂຍບາຍມະຫາສາມັກຄີທົ່ວປວງຊົນຢ່າງບໍ່ຢຸດຢັ້ງ, ດັດປັບຜົນປະໂຫຍດ, ແກ້ໄຂບັນດາຂໍ້ຂັດແຍ່ງພາຍໃນປະຊາຊົນຢ່າງທັນການ; ກໍ່ສ້າງບັນດາລະບອບລະບຽບການ, ຂໍ້ກໍານົດຕ່າງໆ ແນໃສ່ເປີດກວ້າງປະຊາທິປະໄຕ, ບູລະນະລະບອບປະຊາທິປະໄຕໂດຍກົງ ແລະ ປະຊາທິ ປະໄຕຕົວແທນ; ເສີມຂະຫຍາຍບົດບາດຂອງແນວໂຮມ ແລະ ບັນດາອົງການຈັດຕັ້ງສັງຄົມເຂົ້າຮ່ວມການ
ສ້າງແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ. ຍົກສູງປະສິດທິຜົນການຕິດຕາມ ແລະ ຕີລາຄາຂອງສັງຄົມ.

  1. 5. ຕໍ່ສູ້ຕ້ານບັນດາທັດສະນະຜິດເຂວ, ປໍລະປັກ; ສະກັດກັ້ນ ແລະ ຕ້ານອາດຍາສິດ, ສໍ້ລາດບັງຫຼວງຢູ່ໃນຖັນແຖວພັກ ແລະ ກົງຈັກຄຸ້ມຄອງລັດ. ບົດຮຽນການກໍ່ສ້າງພັກກໍາອໍານາດຂອງພັກກອມມູນິດຫວຽດນາມ ສະແດງໃຫ້ເຫັນ ບໍ່ວ່າຍາມໃດ ພັກກໍໄດ້ຕໍ່ສູ້ກັບບັນດາທັດສະນະຜິດເຂວ, ປໍລະປັກ. ຕໍານິຕິຕຽນບັນດາທັດສະນະອັດຕະວິໄສ, ອະພິທໍາ, ປົກປ້ອງລັດທິມາກ-ເລນິນ, ໃນນັ້ນ ພັກໄດ້ອີງໃສ່ໂລກ
    ກະທັດ, ວິທີວິທະຍາຂອງລັດທິມາກ-ເລນິນ ແລະ ຄວາມກ້າວໜ້າທາງດ້ານວິທະຍາສາດທໍາມະຊາດ ເພື່ອຊີ້ແຈງອະທິບາຍ, ພິສູດ, ຊີ້ໃຫ້ເຫັນບັນດາຄໍາກ່າວອ້າງຫຼອກລວງທີ່ບໍ່ມີບ່ອນອີງຂອງລັດທິອັດຕະນິຍົມ, ເຜີຍແບຄວາມຈໍາກັດຂອງວິທີຈິນຕະການອະພິທໍາທີ່ບັນດາອິດທິກໍາລັງຝືນປະຕິວັດໂຄສະນາ; ຊີ້ໃຫ້ເຫັນຄວາມຜິດພາດ, ບໍ່ມີບ່ອນອີງຂອງພວກເຂົາ ແລະ ຫຼັກຖານພິສູດຢ່າງມີວິທະຍາສາດກ່ຽວກັບທາດແທ້ອັນແທ້ຈິງຂອງລັດທິຈັກກະພັດ. ຈາກນັ້ນ ພັກກອມມູນິດຫວຽດນາມໄດ້ຢັ້ງຢືນລະບອບທຶນນິຍົມບໍ່ແມ່ນທາງເລືອກສໍາລັບປະຊາຊົນຫວຽດນາມ; ພັກກອມມູນິດຫວຽດນາມໄດ້ສະແດງທັດສະນະທ່າທີອັນເດັດຂາດ, ຫຼັກໝັ້ນທີ່ເດັດດ່ຽວໜຽວແໜ້ນ, ບໍ່ປະນິປະນອມຕໍ່ພວກທີ່ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີ, ປະຕິເສດລັດທິມາກ-ເລນິນ.

ກ່ຽວກັບການຕໍ່ສູ້ສະກັດກັ້ນ ແລະ ຕ້ານພະຍາດອາດຍາສິດ, ສໍ້ລາດບັງຫຼວງຢູ່ໃນພັກ ແລະ ກົງຈັກຄຸ້ມຄອງລັດ, ພັກກອມມູນິດຫວຽດນາມຍາມໃດກໍໄດ້ເນັ້ນໜັກເຖິງຄວາມສໍາຄັນເປັນພິເສດ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບຂອງໜ້າທີ່ກໍ່ສ້າງພັກ ແລະ ກໍ່ສ້າງ, ປັບປຸງ, ບູລະນະກົງຈັກອໍານາດການປົກຄອງລັດ ໂດຍແມ່ນພັກເປັນຜູ້ຮັບຜິດຊອບນໍາພາ.ນັ້ນແມ່ນຕ້ານພະຍາດອາດຍາສິດ, ສໍ້ໂກງ, ຮັບສິນບົນ ເຊິ່ງແມ່ນພະຍາດບໍ່ດີໃນອາດີດທີ່ຍັງຄົງຕົວ. ຕາມທັດສະນະຂອງພັກກອມມູນິດຫວຽດນາມ ກ່ຽວກັບສາເຫດຂອງມັນ ແມ່ນຍ້ອນລະດັບຕື່ນຕົວ, ສະຕິການຈັດຕັ້ງລະບຽບວິໄນຂອງບຸກຄົນພະນັກງານ,ສະມາ ຊິກພັກບໍ່ທັນເຂັ້ມແຂງ ເພື່ອຕ້ານທານຕໍ່ການຄຸກ​ຄາມ​ຂອງພະຍາດ, ກາຍເປັນຄົນອ່ອນແອ, ບໍ່ມີຄວາມສາ
ມາດຕ້ານທານຕໍ່ການຍົວະຍຸ. ພັກກອມມູນິດຫວຽດນາມ ໄດ້ຢືນຢັນຕາມທັດສະນະຂອງ ວ.ອ.ເລນິນ ທີ່ວ່າ “ບໍ່ມີໃຜຈະດັບສູນພວກເຮົາໄດ້, ນອກຈາກຄວາມຜິດພາດຂອງກະໂຕພວກເຮົາເອງ”.

ພັກກອມມູນິດຫວຽດນາມ ຍາມໃດ ກໍບໍ່ໄດ້ລົດລະການຕໍ່ສູ້ຕ້ານບັນດາທັດສະນະທີ່ຢາກຫຼຸດຕໍ່າ, ລົບລ້າງບົດບາດການນໍາພາ, ໄປເຖິງການດັບສູນພັກກອມມູນິດອອກຈາກຊີວິດການເມືອງຂອງປະເທດ. ອັນນັ້ນ ມັນຍິ່ງຕ້ອງຕໍ່ສູ້ຕ້ານບັນດາທັດສະນະຜິດເຂວ, ປໍລະປັກ ເພື່ອຢັ້ງຢືນບົດບາດຕັດສິນຂອງພັກຕໍ່ການປົກປັກຮັກສາອໍານາດການປົກຄອງລັດຂອງປະຊາຊົນ ແລະ ພາລະກິດປ່ຽນແປງໃໝ່ຕາມທິດສັງຄົມນິຍົມ.​​

  1. 6. ເພີ່ມທະວີການປ່ຽນແປງໃໝ່ຢ່າງແຂງແຮງວຽກງານພະນັກງານ. ສ້າງ​​ຖັນ​ແຖວພະນັກງານ, ສະມາຊິກ​ພັກ​ທີ່​ມີ​ຄຸນ​ນະພາ​ບ, ມີ​ຄຸນ​ທາດ, ຄຸນສົມບັດ, ມີລະດັບ​ຄວາມ​ຮູ້​-ຄວາມ​ສາມາດ​ພຽງພໍ; ສຸມ​ໃສ່​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ຂັ້ນຍຸດ​ທະ​ສາດ​ເປັນ​ຄົນດີ​ເດັ່ນ​ອັນແທ້​ຈິງ​ໃນ​ທຸກ​ດ້ານ; ດ້ານ​ຫຼັກ​ໝັ້ນ, ຄຸນ​ທາດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດໍາລົງ​ຊີວິດ, ຖື​ຜົນ​ປະ​ໂຫຍ​ດຂອງ​ພັກ, ປະ​ເທດ​ຊາດ ແລະ ປະຊາຊົນ​ສູງ​ກ່ວາອື່ນ​ໝົດ, ສາມັກ​ຄີ, ເຕົ້າ​ໂຮມກໍາລັງ​ແຮງປະຕິບັດ​ໜ້າ​ທີ່​ການ​ເມືອງ, ມີ​ວິ​ໄສທັດ ແລະ ຈິນຕະນາ ການ​ຍຸດ​ທະ​ສາດ. ພ້ອມ​ກັນ​ນັ້ນ,​ ເພີ່ມ​ທະວີວຽກ​ງານ​ຄຸ້ມ​ຄອງ​ຖັນ​ແຖວ​ພະນັກງານ, ​ເຂັ້ມງວດ​ດ້ານ​ລະບຽບ​ວິ​ໄນ​ພາຍໃນ​ພັກ​ ​ແລະ ກົດໝາຍ​ຂອງລັດ; ສະກັດ​ກັ້ນ​ການ​ເສື່ອ​ມຄຸນ, ປ່ຽນ​ທາດ ແລະ ກໍາຈັດ​ພວກ​ສວຍ​ໂອກາດ, ສໍ້​ລາດ​ບັງ​ຫຼວງ​ອອກ​ຈາກ​ຖັນ​ແຖວ​ຂອງ​ພັກ.
  2. 7. ເພີ່ມທະວີວຽກງານຕິດຕາມກວດກາ, ການປະຕິບັດມະຕິ, ຂໍ້ກໍານົດກົດລະບຽບຂອງພັກ, ກົດ ໝາຍຂອງລັດ; ສ້າງກົນໄກຄວບຄຸມສິດອໍານາດ, ເສີມຂະຫຍາຍບົດບາດຕິດຕາມ, ກວດກາຕີລາຄາທຸກການເຄື່ອນໄຫວສັງຄົມຂອງແນວໂຮມແຫ່ງຊາດ, ບັນດາການຈັດຕັ້ງການເມືອງສັງຄົມ, ບັນດາອົງການສື່ມວນຊົນຢ່າງແຂງແຮງ. ພັກກອມມູນິດຫວຽດນາມ ພວມສືບຕໍ່ປຸກລະດົມການກໍ່ສ້າງ, ປັບປຸງພັກ, ຖືວຽກ
    ງານນີ້ ເປັນໜ້າທີ່ກວມລວມອັນໜຶ່ງດ້ວຍຄວາມຕັດສິນໃຈສູງ ແລະ ບຸກບືນກວ່າເກົ່າ ເພື່ອສ້າງການຫັນ ປ່ຽນພື້ນຖານຢູ່ພາຍໃນພັກນັບທັງການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະ ພະນັກງານ. ພັກກອມມູນິດຫວຽດນາມໄດ້ຢັ້ງຢືນຢ່າງຈະແຈ້ງ: “ກ້າວຂຶ້ນສັງຄົມນິຍົມ ແມ່ນຄວາມມຸ່ງມາດປາຖະໜາອັນແຮງ
    ກ້າຂອງປະຊາຊົນ, ແມ່ນການເລືອກເອົາຢ່າງຖືກຕ້ອງຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈິມິນ, ສອດຄ່ອງກັບທ່າອ່ຽງຂະຫຍາຍຕົວຂອງປະຫວັັດສາດ”[1] ນັ້ນແມ່ນການເລືອກເອົາຢ່າງຖືກຕ້ອງ ເພື່ອບັນລຸຜົນສໍາເລັດທີ່ມີຄວາມໝາຍປະຫວັດສາດ ແມ່ນການເສຍສະຫຼະເລືອດເນື້ອເຫື່ອແຮງບໍ່ຈັກເທົ່າໃດຮຸ່ນ
    ຄົນ. ພັກຕ້ອງໄດ້ຢັ້ງຢືນຄວາມສໍາເລັດຂອງພາລະກິດປ່ຽນແປງໃໝ່ໂດຍແມ່ນ “ພັກກອມມູນິດຫວຽດນາມລິເລີ່ມ, ນໍາພາ ນໍາເອົາປະເທດຊາດຫວຽດນາມໄປເຖິງໄຊຊະນະ, ນໍາເອົາຊີວິດການເປັນຢູ່ກິນອີ່ມນຸ່ງອຸ່ນ, ມີຄວາມຜາສຸກມາໃຫ້ປະຊາຊົນ. ພ້ອມກັນນັ້ນ ພັກຕ້ອງເດັດດ່ຽວຕໍ່ສູ້, ສະກັດກັ້ນ, ຕີຖອຍການຖົດຖອຍດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດ, ບັນດາປະກົດການ “ຫັນປ່ຽນດ້ວຍຕົນ
    ເອງ”, “ປ່ຽນທາດດ້ວຍຕົນເອງ”[2] ການຖົດຖອຍດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດໍາລົງຊີວິດຂອງພະນັກງານ, ສະມາຊິກພັກຈໍານວນໜຶ່ງໃນປັດຈຸບັນ ເປັນບັນຫາຮີບດ່ວນໃນຫາງສຽງສັງຄົມ. ມັນເຮັດໃຫ້ປະຊາຊົນເປັນຫ່ວງເປັນໄຍ, ບໍ່ພໍໃຈ, ມີຜົນສະທ້ອນບໍ່ດີເຖິງຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ,
    ເຖິງການປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ.

ເພື່ອສືບຕໍ່ຮັກສາບົດບາດນໍາໜ້າ, ຢັ້ງຢືນຄວາມສາມາດນໍາພາ, ພາປະຊາຊົນໄປເຖິງຈຸດໝາຍທີ່ກໍານົດໄວ້ໂດຍໄວນັ້ນ, ພັກກອມມູນິດຫວຽດນາມ ໄດ້ຢືນຢັນ ແມ່ນຕ້ອງອອກແຮງກໍ່ສ້າງ ແລະ ປັບປຸງພັກໃນທຸກດ້ານ. ຈົງຮັກພັກດີ, ປົກປ້ອງ ແລະ ຂະຫຍາຍລັດທິມາກ-ເລນິນ, ແນວຄິດໂຮ່ຈິມິນ, ປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ດ້ວຍການເນັ້ນໜັັກໃຫ້ບັນດາອົງການຈັດຕັ້ງພັກແຕ່ສູນກາງເຖິງບັນດາທ້ອງຖິ່ນ, ຂະແໜງການ ຕ້ອງວາງມາດຕະການໃຫ້ແທດຕົວຈິງ, ລະອຽດເປັນຮູບປະທໍາ, ມີຄວາມອາດສາມາດເປັນໄປໄດ້ໃນທາງປະຕິບັດ ແນໃສ່ດັດແປງຄືນໃໝ່ວຽກງານທີ່ເປັນກຸນແຈ, ມີຄວາມໝາຍເປັນຕາຍນັ້ນແມ່ນວຽກງານກໍ່ສ້າງພັກ ນັບທັງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະ ພະນັກ
ງານ. ວຽກງານກໍ່ສ້າງພັກຕ້ອງຖືການປ້ອງກັນ ເພື່ອບໍ່ໃຫ້ເກີດການສໍ້ລາດບັງຫຼວງໃນວຽກງານພະນັກງານເປັນເນື້ອໃນທີ່ມີຄວາມໝາຍຕັດສິນເພື່ອປະຕິບັດຈຸດໝາຍປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມ ແຂງ, ສັງຄົມຍຸຕິທໍາ, ປະຊາທິປະໄຕ, ສີວິໄລ ໃນຕະຫຼອດໄລຍະຍູ້ແຮງການຫັນປະເທດຫວຽດນາມເປັນ
ປະເທດອຸດສະຫະກໍາ ແລະ ທັນສະໄໝ, ເພີ່ມທະວີການເຊື່ອມໂຍງສາກົນ, ພັດທະນາປະເທດຫວຽດນາມຕາມທິດສັງຄົມນິຍົມ.

ບົດຮຽນການກໍ່ສ້າງພັກກໍາອໍານາດ ຂອງພັກກອມມູນິດຫວຽດນາມ ແມ່ນໄດ້ສະແດງໃຫ້ເຫັນໃນການໝູນໃຊ້ຢ່າງປະດິດສ້າງບັນດາຫຼັກມູນພື້ນຖານກ່ຽວກັບການກໍ່ສ້າງພັກແບບໃໝ່ ຂອງຊົນຊັ້ນກໍາມະ ກອນ ກໍຄືການໝູນໃຊ້ຢ່າງ​ປະດິດສ້າງແນວຄິດໂຮ່ຈິມິນ ​ເຂົ້າ​ໃສ່​ເງື່ອນ​ໄຂ​ສະພາບ​ຕົວ​ຈິງ​ຂອງ​ວຽກ​ງານ. ພ້ອມກັນນັ້ນ, ຍັງ​ເອົາ​ໃຈ​ໃສ່ ​ແລະ​ ຮັບ​ຮູ້​ສະພາບເລັ່ງທວງ ກໍຄືໄພອັນຕະລາຍຕໍ່ຄວາມໝັ້ນຄົງຍືນຍົງຂອງພັກກໍາອໍານາດ ແລະ ມີຄວາມຕັດສິນໃຈບຸກທະລຸໃນການແກ້ໄຂບັນດາບັນຫາເລັ່ງທວງດັ່ງກ່າວ ຢ່າງ​ມີ​ຄວາມ​ຮັບຜິດຊອບ./.

[1] ພັກກອມມູນິດຫວຽດນາມ: ເອກະສານກອງປະຊຸມໃຫຍ່ຄັ້ງທີ XI, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດຊຶເທິດ, ຮ່າໂນ້ຍ, ປີ 2011, ໜ້າ 70 (ພາສາຫວຽດນາມ).

[2] ພັກກອມມູນິດຫວຽດນາມ: ເອກະສານກອງປະຊຸມໃຫຍ່ຄັ້ງທີ XIII, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດຊຶເທິດ, ຮ່າໂນ້ຍ, ປີ 2021, ໜ້າ 163-164 (ພາສາຫວຽດນາມ).

ຮຽບຮຽງ: ສຸກສະຫວາດ ຈິດລະພົນ

(ວາລະສານອະລຸນໃໝ່ ສະບັບປະຈຳເດືອນມີນາ ປີ 2025)

Leave a Reply

Your email address will not be published. Required fields are marked *