
– ຂໍນ້ອມນະມັດສະການ ພະເຖຣາ ນຸເຖຣະ.
– ບັນດາສະຫາຍ ການນໍາ, ອະດີດການນໍາພັກ–ລັດ ທີ່ນັບຖື.
– ບັນດາສະຫາຍສະມາຊິກພັກ, ພະນັກງານ ປະຕິວັດອາວຸໂສ ໃນທົ່ວປະເທດ.
– ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ, ແຂກທີ່ມີກຽດ.
– ພີ່ນ້ອງຮ່ວມຊາດ, ເພື່ອນມິດ ທີ່ຮັກແພງທັງຫຼາຍ.
ມືີ້ນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຄະນະພັກ ແລະ ປະຊາຊົນຊາວນະ ຄອນຫຼວງວຽງຈັນ ຕາງໜ້າໃຫ້ທົ່ວພັກ ແລະ ປວງຊົນລາວທັງຊາດ ໄດ້ຮ່ວມກັນຈັດຕັ້ງພິທີໂຮມຊຸມນຸມໃຫຍ່ລະດັບຊາດ ຂຶ້ນທີ່ນະຄອນຫຼວງວຽງຈັນ, ໝາກຫົວໃຈຂອງປວງຊົນລາວທັງຊາດ ພ້ອມໆກັບບັນດາແຂວງໃນທົ່ວປະເທດພ້ອມໆກັນ ໃນເວລາດຽວກັນນີ້ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບຮອບ 70 ປີ ທີ່ເຕັມໄປດ້ວຍບັນຍາກາດອັນເບີກບານມ່ວນຊື່ນ ແລະ ນໍ້າໃຈຟົດຟື້ນປະຕິວັດ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ສູນກາງພັກ, ສະພາແຫ່ງຊາດ, ລັດຖະ ບານ ແລະ ສູນກາງແນວລາວສ້າງຊາດ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກ ແພງອັນສະໜິດສະໜົມ ແລະ ຄໍາອວຍພອນໄຊອັນປະເສີດ ໄປຍັງບັນດາສະຫາຍອະດີດການນໍາພັກ-ລັດ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນໃນທົ່ວປະເທດ, ສະມາຊິກພັກ-ພະນັກງານ, ທະ ຫານ, ຕໍາຫຼວດ, ປະຊາຊົນລາວບັນດາເຜົ່າ ແລະ ພີ່ນ້ອງເຊື້ອສາຍລາວ ທີ່ອາໄສຢູ່ຕ່າງປະເທດ ຈົ່ງມີສຸ ຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານ ແລະ ການ ດໍາລົງຊີວິດຂອງທຸກຄົນ ມານະໂອກາດນີ້ດ້ວຍ.
ໃນພິທີອັນສຳຄັນຍິ່ງນີ້, ພວກເຮົາ ສຸດທີ່ອາໄລອາວອນ ແລະ ຈົດຈໍາລໍ້າລຶກບຸນຄຸນອັນປະເສີດ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກ, ຜູ້ນໍາພາກໍ່ຕັ້ງຝຶກຝົນຫຼໍ່ຫຼອມ, ທະນຸບໍາລຸງສ້າງພັກເຮົາ ໃຫ້ເຕີບໃຫຍ່ເຂັ້ມແຂງ, ຜູ້ນໍາພາພາລະກິດປະຕິວັດ ແລະ ນໍາພາສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນ, ຜູ້ອອກແບບ, ບຸກເບີກ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ ຢູ່ປະເທດເຮົາ. ພ້ອມກັນນີ້ ພວກເຮົາ ກໍມີຄວາມຄິດຄະນຶງຫາ ແລະ ຈົດຈໍາລໍ້າລຶກເຖິງວິລະກໍາອັນລໍ້າເລີດ, ການເສຍສະຫຼະອັນໃຫຍ່ຫຼວງຂອງບັນ ດາຜູ້ນໍາຮຸ່ນກໍ່ຕັ້ງ ແລະ ຮຸ່ນສືບທອດຂອງພັກ, ພະນັກງານ-ສະມາຊິກພັກ, ນັກຮົບປະຕິວັດ ແລະ ປະຊາ ຊົນລາວຜູ້ຮັກຊາດ ທີ່ໄດ້ອຸທິດເລືອດເນື້ອ, ເຫື່ອແຮງເຂົ້າໃນພາລະກິດປະຕິວັດ, ເພື່ອຄວາມເປັນເອກະ ລາດແຫ່ງຊາດ, ອິດສະຫຼະພາບ ແລະ ຄວາມສົມບູນພູນສຸກຂອງປະເທດ ແລະ ປະຊາຊົນລາວ ໃນໄລ ຍະທີ່ຜ່ານມາ.
ຂ້າພະເຈົ້າ ຂໍຮຽນເຊີນບັນດາສະຫາຍ ທີ່ເຂົ້າຮ່ວມພິທີ ທັງຢູ່ທີ່ນີ້ ແລະ ກຳລັງຮ່ວມພິທີດັ່ງກ່າວນີ້ ຢູ່ທຸກໆແຫ່ງໃນທົ່ວປະເທດ ລຸກຂຶ້ນກົ້ມຫົວໄວ້ອາໄລເຖິງດວງວິນຍານຂອງບັນດາສະຫາຍ ຜູ້ທີ່ລ່ວງລັບໄປ… ຂໍເຊີນ !
ພີ່ນ້ອງຮ່ວມຊາດ.
ບັນດາສະຫາຍ, ເພື່ອນມິດ ທີ່ຮັກແພງທັງຫຼາຍ.
ໃນວັນທີ 22 ມີນາ ປີ 1955 ຢູ່ປະເທດເຮົາ, ຢູ່ດິນແດນອັນແສນຮັກຂອງປະຊາຊົນລາວເຮົາໄດ້ມີເຫດການປະ ຫວັດສາດ ທີ່ສຳຄັນຍິ່ງເຫດການໜຶ່ງເກີດຂຶ້ນ ນັ້ນຄືການກໍາເນີດຂອງພັກປະຊາຊົນປະຕິວັດລາວ; ການກໍາເນີດຂອງພັກການເມືອງຂອງຊາດເຮົາຂຶ້ນຄັ້ງນີ້ ເຖິງຈະເປັນພັກການເມືອງ ທີ່ຍັງອ່ອນນ້ອຍ ທີ່ຫາກໍ່ສ້າງຕັ້ງຂຶ້ນ, ແຕ່ມັນໄດ້ກາຍເປັນການເລີ່ມຕົ້ນຂອງທວນໄຟ ທີ່ມີແສງສະຫວ່າງອັນສັກສິດ ຊຶ່ງໄດ້ແຜ່ກະຈາຍອອກໃຫ້ກາຍເປັນທວນໄຟແຫ່ງການສ້າງບາດລ້ຽວປະຫວັດສາດ, ເປັນຂີດໝາຍສໍາຄັນຍິ່ງຂອງວິວັດທະນາການ ກ້າວເຂົ້າສູ່ຂະບວນການຕໍ່ສູ້ປະຕິວັດຂອງຊາດ ແລະ ຂອງປະຊາຊົນລາວເຮົາ ຊຶ່ງເປັນຊາດໄດ້ເຄີຍຈົມຢູ່ໃນແອກຄອບຄອງຂອງຕ່າງຊາດ ແລະ ລະບອບການປົກຄອງ ທີ່ເຕັມໄປດ້ວຍຄວາມກົດຂີ່ຂົ່ມເຫັງມາເປັນເວລານັບພັນໆປີ. ການທີ່ຊາດເຮົາໄດ້ກໍາເນີດພັກປະຊາຊົນລາວຂຶ້ນມາ ທີ່ເປັນພັກການ ເມືອງປະຕິວັດ ທີ່ຍຶດໝັ້ນລັດທິມາກ-ເລນິນ, ເປັນການຈັດຕັ້ງການເມືອງ, ເປັນຕົວແທນທີ່ຈົງຮັກພັກດີຢ່າງແທ້ຈິງຂອງປະຊາຊົນລາວ, ຜູ້ສືບທອດພາລະກິດອັນສະຫງ່າງາມຂອງພັກກອມມູນິດອິນດູຈີນ ທີ່ສ້າງຕັ້ງຂຶ້ນ ໂດຍປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ນັບແຕ່ປີ 1930 ນັ້ນ, ພັກປະຊາຊົນລາວ ເປັນພັກທີ່ເຕັມໄປດ້ວຍອຸດົມການ, ແນວທາງການເມືອງ ທີ່ເດັດດ່ຽວນໍາພາຕໍ່ສູ້ປະຕິວັດອັນຖືກຕ້ອງ ເພື່ອນໍາພາຂະບວນການຮັກຊາດ, ຂະບວນການຕໍ່ສູ້ຂອງປະຊາຊົນລາວ ທີ່ໄດ້ເກີດມີມາແລ້ວ ແຕ່ເປັນຂະບວນການຮັກຊາດ ທີ່ຍັງກະແຈກກະຈາຍ, ເກີດຂຶ້ນດ້ວຍນໍ້າໃຈຮັກຊາດ, ຄຽດແຄ້ນການກົດຂີ່ຂູດຮີດ ທີ່ນຳໂດຍເຈົ້າກົກເຈົ້າເຫຼົ່າ ຢູ່ໃນປະເທດເຮົາໃນເວລານັ້ນ.
ແຕ່ພໍມີການກໍາເນີດ ຂອງພັກປະຊາຊົນລາວຂຶ້ນ ພ້ອມກັບໂຄງການການເມືອງສະບັບທໍາອິດ ທີ່ກໍານົດນະໂຍບາຍໃໝ່, ທິດທາງ ແລະ ບາດກ້າວເດີນຂອງການຕໍ່ສູ້ປະຕິວັດລາວແບບໃໝ່, ພັກໄດ້ກາຍເປັນຄັນທຸງ ແລະ ທວນໄຟເຍືອງທາງອັນສະຫວ່າງສະໄຫວໃຫ້ແກ່ຂະບວນການປະຕິວັດ ແລະ ການຕໍ່ສູ້ກູ້ຊາດຂອງປະຊາຊົນລາວເຮົາ. ນັບແຕ່ນັ້ນມາ, ພາຍໃຕ້ການນໍາພາຂອງພັກປະຊາຊົນລາວ, ຕໍ່ມາກາຍເປັນພັກປະຊາຊົນປະຕິວັດລາວນັ້ນ ໄດ້ນໍາພາການຕໍ່ສູ້ກູ້ຊາດຕັ້ງແຕ່ນ້ອຍໄປຫາໃຫຍ່, ຕັ້ງແຕ່ຕໍ່າໄປຫາສູງ ທີ່ສາ ມາດຍາດໄດ້ ຈາກໄຊຊະນະນີ້ ຕໍ່ໃສ່ໄຊຊະນະໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ ຈົນສາມາດກ້າວຂຶ້ນຍາດເອົາຄວາມເປັນເອກະລາດແຫ່ງຊາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ປະເທດຊາດ ແລະ ປະຊາຊົນເຮົາຢ່າງມະຫັດສະຈັນ, ສ້າງໄດ້ບາດລ້ຽວປະຫວັດສາດຂອງຊາດລາວ ຂຶ້ນໃນແຜ່ນດິນລາວ ທີ່ເປັນປິຕຸພູມອັນແສນຮັກ ແລະ ຫວງແຫນຂອງປວງຊົນລາວທັງຊາດ ຈົນເທົ່າທຸກວັນນີ້.
ບັນດາສະຫາຍ, ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ.
ຖ້າຈະເລົ່າຄືນວິລະກຳອັນໃຫຍ່ຫຼວງ ທີ່ພັກເຮົາໄດ້ຊີ້ນຳ ນຳພາການຕໍ່ສູ້ປະຕິວັດຜ່ານມາເຖິງຄວາມທົດສອບຢ່າງລະອິດລະອ້ຽວຂ້ຽວຂາດ ແລະ ເຕັມໄປດ້ວຍຄວາມທ້າທາຍ ໃຫ້ຄົບຖ້ວນໝົດໄດ້ນັ້ນ ຕ້ອງໃຊ້ເວລາທີ່ຍືດຍາວ, ແຕ່ໃນໂອກາດນີ້, ຂ້າພະເຈົ້າ ພຽງແຕ່ຢາກຍົກເອົາບາງສະຖານະການ, ບາງເຫດການ ທີ່ພົ້ນເດັ່ນໃນຈໍານວນຫຼາຍຮ້ອຍ, ຫຼາຍພັນເຫດການ ຂອງການນຳພາຂອງພັກເຮົາ ມາເປັນຕົວຢ່າງ ທີ່ສະແດງໃຫ້ເຫັນເຖິງຄວາມປີຊາສາມາດ ແລະ ຄວາມສະຫຼາດສ່ອງໃສ ທີ່ບໍ່ມີໃຜສາມາດປະຕິເສດຂອງການຊີ້ນຳນຳພາ ແລະ ການບັນຊາຈັດການຂອງພັກ ຕໍ່ກັບເສັ້ນທາງ ທີ່ລະອິດລະອ້ຽວ ຂອງການປະຕິວັດໃນປະເທດເຮົາ…
ນັບແຕ່ມື້ສ້າງຕັ້ງພັກ ຈົນມາເຖິງມື້ນີ້, ການນໍາພາຂອງພັກເຮົາ ອາດຈະແບ່ງອອກເປັນຫຼາຍໄລຍະປະຫວັດສາດ ເຊັ່ນ:
ໄລຍະການເຄື່ອນໄຫວຂົນຂວາຍຈັດຕັ້ງພັກ, ກ່ອນການສ້າງຕັ້ງພັກປະຊາຊົນລາວນັ້ນ ໄດ້ມີການ ເຄື່ອນໄຫວຂອງສະມາຊິກພັກກອມມູນິດອິນດູຈີນ ທີ່ເປັນຄະນະພັກແຄວ້ນລາວ ໄດ້ເຄື່ອນໄຫວປິດລັບໃນລາວ ເພື່ອນຳພາເຕົ້າໂຮມກຳລັງຂອງຜູ້ຮັກຊາດ ຈັດຕັ້ງເປັນຈຸພັກ, ໜ່ວຍພັກ, ສ້າງໃຫ້ເປັນສາຍໄຍຕິດຕໍ່ກັນ ເພື່ອຂົນຂວາຍເອົາປະຊາຊົນ ຜູ້ຮັກຊາດ ສ້າງເປັນກຳລັງໃຕ້ດິນ ເຄື່ອນໄຫວໃນທ້ອງຂອງສັດຕູຢ່າງປິດລັບ, ເບື້ອງຕົ້ນແມ່ນສ້າງໄດ້ສະມາຊິກຈຳນວນຈຳກັດທີ່ສຸດ ຕໍ່ມາສາມາດຂະຫຍາຍສະມາຊິກໄດ້ຫຼາຍຂຶ້ນ ຈົນເຖິງມື້ສ້າງຕັ້ງພັກ ກໍມີສະມາຊິກກວ່າ 300 ສະຫາຍ ໃນທົ່ວປະເທດ; ຄະນະພັກແຄວ້ນລາວ ນໍາໂດຍ ສະຫາຍ ໄກສອນ ພົມວິຫານ ແລະ ບັນດາຄະນະນຳ ທີ່ເປັນສະມາຊິກພັກກອມມູນິດອິນດູຈີນ ພ້ອມສະມາຊິກພັກຈຳນວນດັ່ງກ່າວນັ້ນ ໄດ້ສ້າງກອງຮ້ອຍລາດຊະວົງຂຶ້ນຢູ່ພາກເໜືອ, ສ່ວນຢູ່ພາກໃຕ້ ປະທານ ຄໍາໄຕ ສີພັນດອນ ກໍໄດ້ນໍາພາສ້າງຕັ້ງກອງຮ້ອຍໄຊຈັກກະພັດຂຶ້ນໃນໄລຍະໃກ້ຄຽງກັນ ຊຶ່ງເປັນກອງທະຫານປະຕິວັດທຳອິດ ເພື່ອນຳພາປະຊາຊົນ ຕໍ່ສູ້ກັບຈັກກະພັດລ່າເມືອງຂຶ້ນຝລັ່ງ ແລະ ຕີນມືຂອງພວກເຂົາ, ການຕໍ່ສູ້ເຖິງວ່າໄດ້ມີອຸປະສັກຫຼາຍປະການ, ການປາບປາມຂອງສັດຕູກໍແສນສາຫັດ, ແຕ່ກໍສາມາດໄດ້ຮັບໄຊຊະນະເປັນກ້າວໆມາ ຈົນເຖິງປີ 1954. ພາຍຫຼັງກອງທັບຮຸກຮານຂອງຝລັ່ງ ໄດ້ຖືກປະລາໄຊໃນບັ້ນຮົບດຽນບຽນຟູ ທີ່ລືຊື່ ຈົນເຮັດໃຫ້ຈັກກະພັດລ່າເມືອງຂຶ້ນແບບເກົ່າ ຖອຍອອກໄປຈາກອິນດູຈີນ ແລະ ຍອມລົງນາມສັນຍາເຊີແນວ ຮັບຮູ້ເອກະລາດຂອງສາມປະເທດອິນດູຈີນ ສິ້ນສຸດລັດທິລ່າເມືອງຂຶ້ນແບບເກົ່າຂອງຈັກກະພັດຝລັ່ງ ຢູ່ສາມປະເທດອິນດູຈີນ, ເວລານີ້ ເປັນໂອກາດໃຫ້ມີການຂະ ຫຍາຍຕົວຂອງກໍາລັງປະຕິວັດຂອງປະເທດເຮົາ ແລະ ໄດ້ສ້າງໂອກາດໃຫ້ແກ່ການສ້າງຕັ້ງພັກປະຊາຊົນລາວຂຶ້ນ ເພື່ອສືບຕໍ່ນໍາພາການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານສືບຕໍ່ມາ.
ພາຍຫຼັງສ້າງຕັ້ງພັກປະຊາຊົນລາວຂຶ້ນ, ພັກເຫັນໄດ້ວ່າເສັ້ນທາງການຕໍ່ສູ້ປະຕິວັດປົດປ່ອຍຊາດ ຈາກສັດຕູຜູ້ຮຸກຮານ ທັງເກົ່າ ແລະ ໃໝ່ນັ້ນ ເຕັມໄປດ້ວຍສິ່ງທ້າທາຍທົດສອບລະອິດລະອ້ຽວຂ້ຽວຂາດຢ່າງຍິ່ງ. ການຊັ່ງຊາກຳລັງ ກໍແຕກໂຕນກັນ… ແຕ່ພາຍໃຕ້ການນຳພາຂອງພັກ, ກອງທັບເຮົາໄດ້ເຕີບໃຫຍ່ຂະ ຫຍາຍຕົວເປັນກ້າວໆ, ສາມາດຕີເອົາຊະນະສັດຕູຈາກບັ້ນຮົບນີ້ໄປສູ່ບັ້ນຮົບໃໝ່, ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດສ້າງຕັ້ງໄດ້ເຂດປົດປ່ອຍຂອງກຳລັງປະຕິວັດ, ຂະຫຍາຍກວ້າງອອກເຖິງ 2/3 ຂອງດິນແດນທົ່ວປະເທດ, ປົດປ່ອຍໄດ້ເຄິ່ງໜຶ່ງຂອງພົນລະເມືອງລາວໃນເວລານັ້ນ ແລະ ພັກເຮົາຍັງໄດ້ຊີ້ນຳສ້າງເຂດປົດປ່ອຍໃຫ້ເປັນລັດໜຶ່ງຂຶ້ນ.
ຮຽນບັນດາສະຫາຍ, ພີ່ນ້ອງຮ່ວມຊາດ, ເພື່ອນມິດ ທີ່ຮັກແພງທັງຫຼາຍ.
ເຖິງວ່າໃນສະໜາມຮົບ ຈະເຕັມໄປດ້ວຍຄວາມທຸລະກັນດານປານໃດ, ກອງທັບ ແລະ ປະຊາຊົນເຮົາ ກໍອາດຫານຕໍ່ສູ້ ແລະ ທັບມ້າງໄດ້ທຸກໆກົນອຸບາຍທຳລາຍມ້າງເພຂອງສັດຕູຈາກຫຼາຍບັ້ນຮົບ ທີ່ສຳ ຄັນດຸເດືອດໃນທົ່ວປະເທດ… ແຕ່ເວລາດຽວກັນນັ້ນ, ການຕໍ່ສູ້ ໄດ້ດຳເນີນຢູ່ພາກພື້ນດິນ ໄປພ້ອມໆກັບການຮັບມືກັບການຖິ້ມລະເບີດອັນໜັກໜ່ວງຈາກກອງທັບອາກາດຂອງສັດຕູ, ເຖິງວ່າໄຊຊະນະຂອງກຳລັງປະຕິວັດ ໄດ້ສືບຕໍ່ຂະຫຍາຍຕົວກໍຕາມ, ພັກເຮົາໄດ້ຊີ້ນຳໃຫ້ເຂົ້າລວມລາວເຖິງ 3 ຄັ້ງ ເພື່ອສະແດງເຈດ ຕະນາຂອງຝ່າຍແນວລາວຮັກຊາດ ນຳໂດຍພັກເຮົາ ທີ່ສະແຫວງຫາສັນຕິພາບ ແລະ ຄວາມປອງດອງຊາດ. ທຸກຄັ້ງທີ່ເຂົ້າລວມລາວ, ມີລັດຖະບານປະສົມຂຶ້ນ, ສູນກາງພັກໄດ້ຕັດສິນໃຈເອົາກໍາລັງຂຶ້ນເຕົ້າໂຮມຢູ່ 2 ແຂວງ (ຫົວພັນ ແລະ ຜົ້ງສາລີ), ແຕ່ຝ່າຍຂວາໄດ້ລະເມີດສັນຍາທຸກຄັ້ງ. ຜ່ານການລະເມີດສັນຍາຂອງຝ່າຍສັດຕູນັ້ນ, ສູນກາງພັກ ໄດ້ມີທິດຊີ້ນຳໃຫ້ຫັນທິດຕໍ່ສູ້ດ້ວຍກໍາລັງອາວຸດຄືນໃໝ່, ການຕັດສິນໃຈຂອງພັກ ເອົາຜູ້ນໍາຂອງຝ່າຍແນວລາວຮັກຊາດ ເຂົ້າຮ່ວມໃນລັດຖະບານປະສົມ, ການເອົາກອງພັນທີ 1 ແລະ ກອງພັນທີ 2 ເຂົ້າຮ່ວມກັບກອງທັບຝ່າຍຂວາຢູ່ຊຽງເງິນ ແລະ ທົ່ງໄຫຫີນ ລ້ວນແຕ່ແມ່ນການຕັດ ສິນໃຈທີ່ກ້າຫານຂອງພັກເຮົາ, ເຖິງຈະຮູ້ຢູ່ແກ່ໃຈວ່າ ຈະຖືກສັດຕູກົດດັນ ກ້າວໄປເຖິງດັບສູນ, ແຕ່ສິ່ງທີ່ເກີດຂຶ້ນຕາມມາແມ່ນຜູ້ນຳເຮົາສາມາດໂຕນອອກຈາກຄຸກໂພນເຄັງ ແລະ ກອງພັນທີ2ຜ່າວົງປິດລ້ອມຂອງສັດຕູອອກຈາກທົ່ງໄຫຫີນໄດ້ຢ່າງປອດໄພ. ພວກເຮົາຈະເຫັນໄດ້ວ່າ ທຸກໆຄັ້ງເມື່ອມີການຫັນທິດຕໍ່ສູ້ ໄດ້ເຮັດໃຫ້ຂະບວນການປະຕິວັດເຕີບໃຫຍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ເຂດປົດປ່ອຍໄດ້ຂະຫຍາຍກວ້າງອອກ ໃນທີ່ສຸດກໍເຖິງບັ້ນຮົບຕໍ່ສູ້ໂຄ່ນລົ້ມລະບອບເກົ່າດ້ວຍກຳລັງມວນຊົນເຂົ້າຍຶດອຳນາດມາມືປະຊາຊົນ… ປະກາດສະຖາ ປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າອົງອາດ ໃນວັນທີ 02 ທັນວາ 1975…ເຫດການນີ້ ປະທານ ໄກສອນ ພົມວິຫານ ໄດ້ຂະໜານນາມເອົາໄວ້ວ່າ: “ເປັນເຫດ ການພິກແຜ່ນດິນ ປີ້ນແຜ່ນຟ້າ” ນັ້ນເອງ.
ຕົກມາໄລຍະແຫ່ງການຟື້ນຟູປະເທດພາຍຫຼັງສົງຄາມ ຫຼື ພວກເຮົາເຄີຍເອີ້ນວ່າ: ເປັນໄລຍະ “ຮໍາບາດແຜສົງຄາມ” ເປັນໄລຍະປະຫວັດສາດໜຶ່ງ ທີ່ເຕັມໄປດ້ວຍຄວາມທ້າທາຍ, ຊຶ່ງພັກເຮົາຕ້ອງໄດ້ນຳພາຕ້ານກັບການສ້າງຄວາມປັ່ນປ່ວນໃນສັງຄົມຂອງພວກບໍ່ຫວັງດີຕໍ່ລະບອບໃໝ່ ດ້ວຍການເຮັດໃຫ້ມີການແຕກຕື່ນໃນໝູ່ປະຊາຊົນ, ການຊີ້ນໍາ-ນໍາພາຕ້ານການໂຄສະນາໃສ່ຮ້າຍປ້າຍສີຂອງຝ່າຍກົງກັນຂ້າມ ໄປພ້ອມໆກັບຕ້ານການປິດລ້ອມທາງເສດຖະກິດຂອງຕ່າງປະເທດ, ປຸກປັ່ນໃຫ້ຄົນລາວໜີອອກປະເທດ, ສ້າງເຫດ ການຕ່າງໆຂຶ້ນ ເພື່ອບຽດຍຶດດິນແດນ ແລະ ມີຫຼາຍກົນອຸບາຍທໍາລາຍຂອງຝ່າຍກົງກັນຂ້າມ ເພື່ອຫວັງບີບຄັ້ນ ເຮັດໃຫ້ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໜຸ່ມນ້ອຍ ລົ້ມສະຫຼາຍແຕ່ຫົວທີ, ແຕ່ດ້ວຍຄວາມເດັດດ່ຽວໜຽວແໜ້ນຂອງການນໍາພັກເຮົາ ອັນມີປະທານ ໄກສອນ ພົມວິຫານ ເປັນຜູ້ນຳນັ້ນ, ພັກໄດ້ວາງນະໂຍບາຍທີ່ຖືກຕ້ອງສອດຄ່ອງ, ທັງສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນຕໍ່ແນວທາງ ແລະ ບາດ ກ້າວເດີນຂອງປະເທດໃນລະບອບໃໝ່ ທັງຕັດສິນໃຈແກ້ໄຂບັນຫາພັດທະນາເສດຖະກິດ-ສັງຄົມ, ທັງແກ້ໄຂບັນຫາປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທັບມ້າງກົນອຸບາຍທຳລາຍມ້າງເພຂອງກຸ່ມຄົນບໍ່ດີ ທັງພາຍໃນ ແລະ ທັບມ້າງກົນອຸບາຍບຽດຍຶດຕາມຊາຍແດນ ໃຫ້ປະລາໄຊລົງໄດ້; ເຖິງວ່າໄລຍະນີ້ເປັນໄລຍະກະກຽມສ້າງລັດຖະທໍາມະນູນ ແລະ ກົດໝາຍ, ແຕ່ພັກໄດ້ຊີ້ນໍາໃຫ້ບໍລິຫານປະເທດໄປຕາມກົດລະບຽບ ດ້ວຍມະຕິ, ຄຳສັ່ງເປັນຕົ້ນຕໍໄປກ່ອນ ຈົນເຮັດໃຫ້ໄລຍະຂ້າມຜ່ານນີ້ ໄດ້ຮັບຜົນສຳເລັດດ້ວຍການສ້າງສັງຄົມໃຫ້ນັບມື້ນັບເຂົ້າສູ່ລະບຽບວິໄນ ແລະ ມີການແກ້ໄຂບັນຫາຕ່າງໆ ທີ່ເກີດຂຶ້ນໃນປະເທດພາຍຫຼັງສົງຄາມ ໃຫ້ມີບາດກ້າວເດີນທີ່ໜັກແໜ້ນຂຶ້ນ, ເຕົ້າໂຮມໄດ້ຄວາມສາມັກຄີເປັນເອກະພາບພາຍໃນ, ເຕົ້າ ໂຮມໄດ້ກຳລັງແຮງ ແລະ ຄວາມຖືກຕ້ອງປອງດອງຂອງກໍາລັງທີ່ມາຈາກເຂດປົດປ່ອຍ ແລະ ຂ້າລາດຊະການຂອງເຂດປົກຄອງວຽງຈັນຢ່າງເປັນປຶກແຜ່ນ… ນີ້ຄືໄຊຊະນະເບື້ອງຕົ້ນ ທີ່ສໍາຄັນຂອງການບໍລິຫານປະເທດພາຍຫຼັງສະຖາປະນາລະບອບໃໝ່ພາຍໃຕ້ການຊີ້ນຳຂອງພັກ ທີ່ໄດ້ສະແດງອອກເຖິງຄວາມສາມາດຂອງການເປັນພັກກຳອຳນາດ ທີ່ມີຄວາມສັກສິດ.
ຕໍ່ຈາກນັ້ນມາ ເປັນໄລຍະແຫ່ງການກຳນົດອອກນະໂຍບາຍປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ໄລຍະນີ້ ອາດເວົ້າໄດ້ວ່າ ເປັນໄລຍະປະຫວັດສາດອີກຍຸກໜຶ່ງຂອງການປ່ຽນແປງຢ່າງປະດິດສ້າງ ດ້ວຍຄວາມກ້າຫານ ແລະ ແທດເໝາະກັບສະພາບຈຸດພິເສດຂອງຍຸກສະໄໝ ແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດເຮົາ ເພື່ອກ້າວເດີນໄປໜ້າຢ່າງບໍ່ຢຸດຢັ້ງ.
ພັກເຮົາ ອັນມີປະທານ ໄກສອນ ພົມວິຫານ ເປັນຜູ້ນໍາໜ້າພາທາງໄດ້ສ້າງໃຫ້ມີແນວທາງປ່ຽນແປງ ໃໝ່ ຫຼື ເບື້ອງຕົ້ນ ກໍໃສ່ຊື່ວ່າ: “ຈິນຕະນາການໃໝ່” ນັ້ນ ແລະ ກົມການເມືອງ, ຄະນະບໍລິຫານງານສູນກາງພັກແຕ່ລະສະໄໝ ໄດ້ນຳພາ-ຊີ້ນຳປະຕິບັດຢ່າງເປັນຮູບປະທຳ ນັບມື້ນັບເຂົ້າສູ່ລວງເລິກ ຈົນເທົ່າປັດຈຸບັນ, ແນວທາງປ່ຽນແປງໃໝ່ ໄດ້ຫັນຈາກກົນໄກເສດຖະກິດບໍລິຫານເກື້ອກູນໄປສູ່ເສດຖະກິດຕະຫຼາດ ດ້ວຍການຮັບຮູ້ເສດຖະກິດຫຼາຍພາກສ່ວນຂອງປະເທດເຮົາ ໃຫ້ພັດທະນາໄປດ້ວຍກັນ, ສ້າງເງື່ອນໄຂໃຫ້ປະເທດເຮົາໄດ້ເປີດປະຕູສູ່ໂລກພາຍນອກ ແລະ ສົ່ງເສີມໃຫ້ມີການຮ່ວມມືກັບຕ່າງປະເທດ ແລະ ຮັບເອົາການລົງທຶນຈາກຕ່າງປະເທດ… ປະທານ ໄກສອນ ພົມວິຫານ ໄດ້ເຕືອນໄວ້ວ່າ: “ໃນນະໂຍບາຍປ່ຽນແປງ ໃໝ່ນີ້, ພວກເຮົາຕ້ອງເລີ່ມປ່ຽນແປງໃໝ່ກົນໄກທາງດ້ານເສດຖະກິດໄປກ່ອນ, ສ່ວນການປັບປຸງກົນໄກການ ເມືອງ ແລະ ການບໍລິຫານລັດດ້ານອື່ນ ຕ້ອງໃຫ້ເປັນໄປຕາມຈັງຫວະທີ່ມີຄວາມຮັດກຸມ ເພື່ອບໍ່ໃຫ້ເສັ້ນທາງເດີນຂອງນະໂຍບາຍນີ້ ໄຂວ່ເຂວ, ໄປຜິດທາງ ຫຼື ສະດຸດ”.
ພວກເຮົາ ໄດ້ເດີນຕາມແນວທາງ ແລະ ກຳລັງເດີນຕາມ 6 ຫຼັກການຂອງນະໂຍບາຍປ່ຽນແປງໃໝ່ນີ້ ພວກເຮົາ ຈຶ່ງສາມາດນຳພາປະເທດແກ້ໄຂບັນດາບັນຫາ ທີ່ເປັນອຸປະສັກໄດ້, ເພາະວິວັດທະນາການແຫ່ງການປະຕິບັດ ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ແຕ່ພັກເຮົາ ໄດ້ນໍາພາແກ້ໄຂອຸປະສັກຕ່າງໆໃຫ້ຕົກໄປເປັນແຕ່ລະໄລຍະ. ປັດຈຸບັນ, ພວກເຮົາພວມເດີນຕາມແນວທາງນີ້ ເພື່ອຕັ້ງໜ້າແກ້ໄຂບັນຫາທີ່ມີຢູ່ໃນປະເທດເຮົາໃຫ້ທະລຸໂລ່ງໄປໃຫ້ໄດ້.
ບັນດາສະຫາຍ ທີ່ນັບຖື, ພີ່ນ້ອງຮ່ວມຊາດ, ເພື່ອນມິດ ທີ່ຮັກແພງທັງຫຼາຍ.
ບົນເສັ້ນທາງເດີນຂອງພັກເຮົາ ນັບເປັນເວລາ 70 ປີ ມານັ້ນ, ພັກເຮົາໄດ້ຜ່ານຜ່າສິ່ງທ້າທາຍທົດສອບນາໆປະການ ແລະ ສາມາດສະສົມບົດຮຽນ, ປະສົບການ ແລະ ຖອດອອກມາເປັນແນວຄິດ-ທິດສະດີຈາກພຶດຕິກຳເປັນຂອງຕົນເອງ ທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດເຮົາ ໄດ້ຫຼາຍປະການ, ຊຶ່ງພັກເຮົາ ໄດ້ມີຂໍ້ສະຫຼຸບເປັນໄລຍະໄລຍະມາແລ້ວ ແລະ ໃນໂອກາດ ທີ່ພັກເຮົາມີອາຍຸ 70 ປີນີ້,ຂ້າພະເຈົ້າ ກໍຂໍມີບາງຄໍາເຫັນເພີ່ມເຕີມ ເພື່ອທົບທວນຄືນສິ່ງທີ່ພັກເຮົາເຄີຍສະຫຼຸບເປັນບົດຮຽນນັ້ນ, ດັ່ງນີ້:
ພັກເຮົາ ຮູ້ສົມທົບແໜ້ນການໝູນໃຊ້ລັດທິມາກ-ເລນິນ ກັບແນວຄິດໄກສອນ ພົມວິຫານ ຢ່າງປະດິດສ້າງເຂົ້າໃນເງື່ອນໄຂຕົວຈິງຂອງປະເທດຊາດ, ທັງຮູ້ສົມທົບທິດສະດີປະຕິວັດກັບຂະບວນການຮັກຊາດຂອງປະຊາຊົນບັນດາເຜົ່າໃນປະເທດ; ໄດ້ນຳພາການກໍ່ສ້າງ, ປັບປຸງ ແລະ ຂະຫຍາຍກໍາລັງຈາກກອງຂົນ ຂວາຍປຸກລຸກ ກ້າວຂຶ້ນສ້າງເປັນກຳລັງປະກອບອາວຸດ ທີ່ມີລະບຽບແບບແຜນ; ຮູ້ສົມທົບກຳລັງແຮງຂອງກອງທັບປະຕິວັດ ກັບກຳລັງແຮງຂອງທົ່ວປວງຊົນ, ສົມທົບກຳລັງປະກອບອາວຸດ ກັບການຂົນຂວາຍ ແລະ ປຸກລະດົມປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນ ແລະ ກຳລັງການເມືອງຕ່າງໆ ໃຫ້ສາມັກຄີເປັນຈິດໜຶ່ງໃຈດຽວກັນ ຕໍ່ສູ້ພາຍໃຕ້ຄັນທຸງຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດ ໃນເມື່ອກ່ອນ; ຮູ້ສົມທົບແໜ້ນຮູບການຕໍ່ສູ້ດ້ວຍອາວຸດກັບການຕໍ່ສູ້ທາງການເມືອງ, ທາງກົດໝາຍ ແລະ ການທູດ-ການຕ່າງປະເທດ ຢ່າງຄ່ອງແຄ້ວ; ສົມທົບການຕໍ່ສູ້ປິດລັບກັບການຕໍ່ສູ້ເປີດເຜີຍ ຖືກກົດໝາຍ ຢ່າງສອດຄ່ອງກັບການຊັ່ງຊາກຳລັງຕົວຈິງ, ທັງຕີ, ທັງເຈລະຈາ ແລະ ປະນີປະນອມ ຢ່າງມີຫຼັກການ ແລະ ມີການຫັນທິດຕໍ່ສູ້ຢ່າງມີໄຫວພິບ; ຮູ້ສົມທົບກໍາລັງແຮງພາຍໃນກັບກໍາລັງແຮງຈາກພາຍນອກ, ເອົາການປະຕິວັດເຮົາຕິດພັນຢ່າງສະໜິດແໜ້ນກັບການປະຕິວັດຫວຽດນາມ ແລະ ກຳປູເຈຍ ກໍຄືຍາດແຍ່ງເອົາການສະໜັບສະໜູນເປັນໃຈ ແລະ ການຮ່ວມມື, ຊ່ວຍເຫຼືອອັນໃຫຍ່ຫຼວງ ຈາກອະດີດສະຫະພາບໂຊວຽດ, ສາທາລະນະລັດ ປະຊາຊົນຈີນ ແລະ ຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ, ກຳລັງທີ່ຮັກຫອມສັນຕິພາບ ແລະ ຄວາມກ້າວໜ້າຢູ່ໃນທົ່ວໂລກ.
ພັກເຮົາ ບໍ່ເຄີຍຢຸດຢັ້ງໃນການປັບປຸງ, ປ່ຽນແປງຕົນເອງ ເພື່ອປັບຕົວ ແລະ ຍົກສູງຄວາມສາມາດໃນການນໍາພາພາລະກິດປະຕິວັດ, ພັກໄດ້ຊອກຫາເສັ້ນທາງກ້າວເດີນ ທີ່ສອດຄ່ອງກັບລັກສະນະ ແລະ ຈຸດພິເສດຂອງປະເທດເຮົາ ໂດຍກໍາແໜ້ນສະພາວະຄວາມເປັນຈິງຂອງຍຸກສະໄໝ ໃນຂະນະທີ່ບັນດາປະເທດສັງຄົມນິຍົມເອີຣົບຕາເວັນອອກ “ຖືກສັ່ນຄອນ” ແລະ “ຕົກເຂົ້າສູ່ວິກິດການ” ແລະ ບົນພື້ນຖານການສຶກສາບົດຮຽນຂອງຕ່າງປະເທດຢ່າງມີການເລືອກເຟັ້ນ, ພັກເຮົາ ອັນມີປະທານ ໄກສອນ ພົມວິຫານ ເປັນຜູ້ນໍາໜ້າ ໄດ້ນໍາພາບຸກເບີກ ແລະ ປະຕິບັດພາລະກິດປ່ຽນແປງໃໝ່ ຊຶ່ງກ່ອນອື່ນໝົດ ແລະ ເປັນພື້ນຖານກວ່າໝູ່ ແມ່ນໄດ້ກຳນົດເສັ້ນທາງກ້າວຂຶ້ນຂອງປະເທດຊາດ ຈາກການກ້າວຂຶ້ນສັງຄົມນິຍົມໂດຍກົງ ໂດຍບໍ່ຜ່ານທຶນນິຍົມ ມາເປັນການສືບຕໍ່ບູລະນະ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງບັນດາປະຖົມປັດໄຈ ເພື່ອກ້າວຂຶ້ນສັງຄົມນິຍົມເປັນກ້າວໆ ດ້ວຍຄວາມສາມາດ ແລະ ກຳລັງແຮງຕົວຈິງຂອງປະເທດເຮົາ; ຫັນປ່ຽນກົນໄກເສດຖະກິດລວມສູນອາຍາສິດ, ບໍລິຫານ-ເກື້ອກູນ ໄປສູ່ກົນໄກເສດຖະ ກິດຕະຫຼາດ ທີ່ມີການຄຸ້ມຄອງ-ດັດສົມຂອງລັດ, ຊຶ່ງເນື້ອແທ້ແມ່ນການວາງຮາກຖານ ຂອງການນໍາໄປສູ່ການສ້າງພື້ນຖານ “ເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ”, ເສີມຂະຫຍາຍກໍາລັງແຮງຂອງທຸກ
ພາກສ່ວນເສດຖະກິດ ທີ່ມີໃນປະເທດໃຫ້ມີຄວາມສະເໝີພາບຕໍ່ໜ້າກົດໝາຍ, ໃນນັ້ນ ກໍຕັ້ງໜ້າເປີດກວ້າງການພົວພັນຮ່ວມມືດ້ານເສດຖະກິດ-ເຕັກນິກ ກັບໂລກພາຍນອກ.
ພັກເຮົາ ຍາມໃດກໍຍຶດໝັ້ນຫຼັກການ ແລະ ທັດສະນະກ່ຽວກັບການເຄົາລົບກົດເກນພາວະວິໄສ, ການປົດປ່ອຍແນວຄິດຄອງເດີມ, ອັດຕະວິໄສ, ຕ້ານລັດທິຄຳພີຕາຍຕົວ; ພັກເຮົາເນັ້ນໜັກມາໂດຍຕະຫຼອດວ່າ ໃນການນໍາພາ-ຊີ້ນໍານັ້ນ ຕ້ອງຕັ້ງຢູ່ບົນການຍຶດໝັ້ນຄວາມເປັນຈິງ, ເອົາພຶດຕິກຳຕົວຈິງເປັນມາດຕະຖານຢືນຢັນຄວາມຖືກຕ້ອງຂອງທັດສະນະ ກໍຄືທິດສະດີຂອງພັກ. ພັກເຮົາ ເວລາໃດກໍຕໍ່ສູ້ ເພື່ອປັບປຸງຕົນເອງ, ຕໍ່ສູ້ເພື່ອສະແຫວງຫາສັດຈະທໍາ ແລະ ຕໍ່ສູ້ເພື່ອຜົນປະໂຫຍດຂອງຊາດ, ຂອງປະຊາຊົນ. ຍ້ອນແນວນັ້ນ ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ ແລະ ຍັງສືບຕໍ່ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອກໍ່ສ້າງພັກເຮົາດ້ວຍຄວາມຈິງໃຈ, ທັງໄດ້ຕັ້ງໜ້າເປັນເຈົ້າການເຂົ້າຮ່ວມພາລະ ກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນຢ່າງສະເໝີຕົ້ນສະເໝີປາຍ.
ພັກເຮົາ ຍາມໃດກໍສະດຸ້ງໄວຕໍ່ບັນຫາທີ່ເກີດຂຶ້ນ, ຮັບຮູ້ ແລະ ຍອມຮັບຂໍ້ຂາດຕົກບົກຜ່ອງ ຢ່າງກ້າ ຫານ, ມີຄວາມປະດິດສ້າງ ເພື່ອປ່ຽນແປງ, ປັບປຸງ ແລະ ບູລະນະແນວທາງ, ແຜນນະໂຍບາຍ ທີ່ວາງອອກໃນແຕ່ລະໄລຍະ ໃຫ້ສອດຄ່ອງກວ່າເກົ່າ ແລະ ບໍລິບູນຂຶ້ນຢ່າງບໍ່ຢຸດຢັ້ງ. ໃນໄລຍະການພັດທະນາເສດຖະກິດ-ສັງຄົມ ທີ່ຂະຫຍາຍຕົວນັ້ນ, ພັກໄດ້ຄໍານຶງເຖິງ ແລະ ຊີ້ໃຫ້ເຫັນບັນຫາ, ບໍ່ຖືເອົາການເຕີບໂຕຂອງລວມຍອດຜະລິດຕະພັນພາຍໃນ (GDP) ແຕ່ດ້ານດຽວ ເປັນໄມ້ຫຼາວັດແທກທັງໝົດ ຂອງພື້ນຖານເສດຖະກິດຂອງປະເທດ, ພວກເຮົາພະຍາຍາມຮັກສາໃຫ້ເສດຖະກິດເຕີບໂຕໃນຈັງຫວະອັນເໝາະສົມ, ມີຄຸນນະພາບ ແລະ ຮັບໃຊ້ໄດ້ການຍົກສູງລະດັບການເປັນຢູ່ທີ່ດີຂຶ້ນຂອງປະຊາຊົນ, ພັດທະນາເສດຖະກິດ ໄປຄຽງຄູ່ກັບການພັດທະນາດ້ານວັດທະນະທໍາ-ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາຮີດ ຄອງປະເພນີອັນດີງາມຂອງຊາດ, ຊຶ່ງເນື້ອແທ້ ແມ່ນການສ້າງຄວາມຈະເລີນດ້ານວັດຖຸ ແລະ ຄວາມສີວິໄລດ້ານຈິດໃຈ ໄປຄຽງຄູ່ກັນ, ເອົາການພັດທະນາແບບຍືນຍົງ, ບໍ່ຟຸມເຟືອຍ, ປະຢັດທຶນຮອນ ເຂົ້າສູ່ການພັດທະນາພື້ນຖານໂຄງລ່າງທີ່ຈໍາເປັນ ໄປພ້ອມກັບການພັດທະນາຊັບພະຍາກອນມະນຸດ ຂອງປະເທດຊາດ…
ບັນດາສະຫາຍ, ພີ່ນ້ອງຮ່ວມຊາດ, ເພື່ອນມິດທັງຫຼາຍ.
ພຶດຕິກຳຕົວຈິງ ໄດ້ພິສູດໃຫ້ເຫັນວ່າ ແນວທາງປ່ຽນແປງໃໝ່ ທີ່ພັກເຮົາວາງອອກນັ້ນ ແມ່ນຖືກຕ້ອງ, ສອດຄ່ອງ ແລະ ໄດ້ຮັບການສະໜັບສະໜູນຈາກປວງຊົນລາວທັງຊາດ, ເຖິງວ່າສະຖານະການຂອງໂລກ ໄດ້ຜັນແປໄປຢ່າງໄວວາ ແລະ ສັບສົນປານໃດກໍຕາມ, ແຕ່ການປະຕິບັດພາລະກິດປ່ຽນແປງໃໝ່ ກໍໄດ້ຮັບໝາກຜົນອັນສຳຄັນ ແລະ ເປັນພື້ນຖານໃນຫຼາຍດ້ານຕະຫຼອດມາ. ເວົ້າສະເພາະການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ບົນຈິດໃຈ “ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບດ້ານການ ເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ແມ່ນການສືບຕໍ່ເພີ່ມເຕີມເສີມຂະຫຍາຍບົດຮຽນ ແລະ ໝາກຜົນຂອງການປະຕິວັດຢູ່ປະເທດເຮົາ ພາຍ
ໃຕ້ການນໍາພາຂອງພັກ ຕະຫຼອດໄລຍະ 70 ປີ ກໍຄືການຍົກລະດັບໜໍ່ແໜງປັດໄຈ ແລະ ພື້ນຖານ
ແຫ່ງຜົນສໍາເລັດ ຂອງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກເຮົາ ເກືອບ 40 ປີ ໃຫ້ເຂົ້າສູ່ລວງເລິກ ຕື່ມອີກ.
ກ່ອນອື່ນໝົດ, ພັກເຮົາ ອັນມີຄະນະບໍລິຫານງານສູນກາງພັກສະໄໝທີ XI ເປັນໃຈກາງຫຼັກແຫຼ່ງນັ້ນ ໄດ້ເດັດດ່ຽວແກ້ໄຂລັດທິຮູບການໃນການຜັນຂະຫຍາຍແນວທາງ, ແຜນນະໂຍບາຍ ໂດຍຫັນເຂົ້າສູ່ການແກ້ໄຂບັນຫາຕົວຈິງ ທີ່ເລັ່ງທວງໃນສະເພາະໜ້າ ຊຶ່ງໄດ້ຍົກລະດັບການແກ້ໄຂບັນຫາຈໍານວນໜຶ່ງເປັນວາ ລະແຫ່ງຊາດ, ທັງສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະຍາວ. ຄະນະພັກແຕ່ລະຂັ້ນ ຖືເອົາການຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນທິດທາງພື້ນຖານ ຄາດໝາຍສູ້ຊົນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ແລະ ວຽກງານຈຸດສຸມແຕ່ລະຂົງເຂດ ຕິດພັນກັບການກໍານົດໜ້າທີ່ວຽກງານ ທີ່ຂະແໜງການ, ທ້ອງຖິ່ນ ຕ້ອງສຸມໃສ່ແກ້ໄຂໃຫ້ຈະແຈ້ງ ແນໃສ່ແກ້ໄຂບັນຫາຕົວຈິງ ດ້ວຍການປຸກລະດົມ ໃຫ້ເກີດຂະບວນການຕົວຈິງຂອງມະຫາຊົນ ພາຍໃຕ້ການຮັບປະກັນບົດບາດການຈັດຕັ້ງ, ນໍາພາ-ຊີ້ນໍາໂດຍກົງ ເອກະພາບ ແລະ ແຂງແຮງ ຈາກບັນດາອົງການນໍາ ຂັ້ນຍຸດທະສາດຂອງພັກ ຈົນເຖິງຄະນະພັກແຕ່ລະຂັ້ນ ຕໍ່ທຸກພາກສ່ວນຂອງລະບົບການເມືອງ ແລະ ໃນທົ່ວສັງຄົມ; ສົມ ທົບຢ່າງແໜ້ນແຟ້ນ ລະຫວ່າງ ການເຊີດຊູຄວາມຮັບຜິດຊອບການເມືອງ ແລະ ຄວາມເປັນເຈົ້າ, ຫົວຄິດປະດິດສ້າງຂອງການຈັດຕັ້ງພັກທຸກຂັ້ນ ແລະ ຜູ້ນໍາພາຢູ່ທຸກບ່ອນ ກັບການຈັດຕັ້ງປະຕິບັດບັນດາມາດຕະ
ການຕົວຈິງ ເພື່ອຮັບປະກັນຍົກສູງຄວາມຮັບຜິດຊອບຕໍ່ຜົນໄດ້-ຜົນເສຍໃນການປະຕິບັດໜ້າທີ່ຂອງສະມາ ຊິກພັກ-ພະນັກງານ, ສົ່ງເສີມຢ່າງແຂງແຮງຖັນແຖວພະນັກງານທີ່ມີຄວາມຮູ້, ມີຄວາມສາມາດໃນການຄົ້ນຄິດ, ປະດິດສ້າງ ແລະ ກ້າເຮັດ, ກ້າຮັບຜິດຊອບຕາມຂອບເຂດສິດ ແລະ ໜ້າທີ່ ທີ່ໄດ້ຮັບມອບໝາຍ; ເພີ່ມທະວີຄວາມເຂັ້ມແຂງ ແລະ ເຂັ້ມງວດໃນການຄຸ້ມຄອງລະບຽບວິໄນ ຢູ່ພາຍໃນພັກ, ຮັບປະກັນການແກ້ບັນຫາຕ່າງໆ ທີ່ເກີດຂຶ້ນຢ່າງຖືກຈຸດ ແລະ ເປັນລະບົບ; ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນກົງຈັກການຈັດຕັ້ງໃຫ້ມີການຫັນປ່ຽນໃໝ່ ແລະ ຂາດຕົວເປັນກ້າວໆ.
ພວກເຮົາ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສາມາດຍາດໄດ້ຜົນສໍາເລັດ ທີ່ເປັນພື້ນຖານຈໍານວນໜຶ່ງ, ປະເທດຊາດສືບຕໍ່ຮັບປະກັນສະຖຽນລະພາບ ແລະ ມີຄວາມໝັ້ນຄົງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ, ບັນຫາເຄັ່ງຮ້ອນຕ່າງໆດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂ ເພື່ອບໍ່ໃຫ້ຕົກເຂົ້າສູ່ວິກິດການ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ໄດ້ຮັບການປະຕິບັດເປັນຢ່າງດີ, ກໍາລັງປະ ກອບອາວຸດໄດ້ຮັບການປັບປຸງ, ພັດທະນາ ແລະ ຮັບປະກັນທາດແທ້ປະຕິວັດໄວ້ໄດ້ຢ່າງໜັກແໜ້ນ; ການ ເຄື່ອນໄຫວວຽກງານການຕ່າງປະເທດໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ສືບຕໍ່ໄດ້ຮັບການຍົກລະດັບຂຶ້ນຢ່າງແຂງແຮງ, ຕໍ່ເນື່ອງ ແລະ ບັນລຸໝາກຜົນສໍາຄັນທີ່ເປັນພື້ນຖານ, ອັນພົ້ນເດັ່ນແມ່ນການສໍາເລັດໜ້າທີ່ເປັນປະທານອາຊຽນ, ການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ, ກອງປະຊຸມໄອປາ ແລະ ກອງປະຊຸມສຸດຍອດກ່ຽວຂ້ອງອື່ນໆ ໃນປີ 2024 ຜ່ານມາ.
ສະຫາຍ ທັງຫຼາຍ.
ໝາກຜົນທີ່ຍາດມາໄດ້ໃນ 70 ປີ ແຫ່ງການນໍາພາຂອງພັກເຮົາ ແມ່ນໝາກຜົນປະຕິວັດອັນໃຫຍ່ຫຼວງ ທີ່ນໍາຄວາມເອກອ້າງທະນົງໃຈ ແລະ ພາກພູມໃຈເປັນຢ່າງຍິ່ງມາສູ່ພັກ ແລະ ທົ່ວປວງຊົນລາວ, ແຕ່ຂະນະດຽວກັນພວກເຮົາ ກໍຮັບຮູ້ແຈ້ງແລ້ວວ່າ ພາລະກິດປະຕິວັດ ແລະ ການນໍາພາປະເທດຊາດກ້າວເດີນສູ່ຈຸດໝາຍທີ່ກຳນົດເອົາໄວ້ນັ້ນ ກໍມີທັງກາລະໂອກາດ ແຕ່ກໍມີສິ່ງທ້າທາຍນາໆປະການ.
ຢືນຕໍ່ໜ້າສະພາບການໃໝ່, ພັກເຮົາມີພາລະໜ້າທີ່ແບກຫາບພາລະກິດປະຕິວັດ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງອອກ ແລະ ບັນດາທິດທາງ, ແຜນນະໂຍບາຍໃໝ່ ທີ່ຈະຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍຄືການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກເຂົ້າສູ່ລວງເລິກ, ແທດເໝາະກັບສະພາວະຄວາມເປັນຈິງຂອງປະເທດຊາດ ແລະ ສະພາບແວດລ້ອມສາກົນ ໃນເງື່ອນໄຂໃໝ່.
ບົນພື້ນຖານນັ້ນ, ພັກເຮົາຕ້ອງຍຶດໝັ້ນ ແລະ ຮູ້ເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດ, ຜົນງານທີ່ພັກເຮົາໄດ້ສ້າງມາໃຫ້ໜັກແໜ້ນ ແລະ ປະດິດສ້າງ, ເພີ່ມທະວີການສືບຕໍ່ນໍາພາ-ຊີ້ນໍາສ້າງການຫັນປ່ຽນທີ່ແຂງແຮງ, ບຸກບືນສູ້ຊົນເພື່ອປັບປຸງ, ກໍ່ສ້າງພັກ ແນໃສ່ຍົກສູງຄວາມສາມາດນໍາພາ ແລະ ລັກສະນະນຳໜ້າຂອງພັກ, ຂອງສະມາຊິກພັກຢ່າງບໍ່ຢຸດຢັ້ງ.
ຍົກສູງຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາຂອງທົ່ວປວງຊົນລາວທັງຊາດ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນມີກຽດສະຫງ່າຂອງແນວລາວອິດສະຫຼະ, ແນວລາວຮັກຊາດໃນເມື່ອກ່ອນ ກໍຄືແນວລາວສ້າງຊາດໃນປັດຈຸບັນ ເພື່ອປຸກລະດົມກໍາລັງແຮງທົ່ວສັງຄົມປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ໂດຍສະເພາະ ການພັດທະນາຊັບພະຍາກອນມະ ນຸດ, ສ້າງຄົນລາວ ໃຫ້ມີຄວາມຮູ້ ຄວາມສາມາດ ໄປຄຽງຄູ່ກັບການສ້າງຄ່ານິຍົມທີ່ຖືກຕ້ອງຕໍ່ກັບຄວາມເປັນຄົນລາວຍຸກໃໝ່ ໄປພ້ອມໆກັບການປົກປັກຮັກສາຄຸນຄ່າຂອງຄວາມເປັນລາວ; ຍົກສູງຈິດໃຈເອກະ ລາດ ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອເປັນຫຼັກປະກັນ.
ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ການພົວພັນຮ່ວມມືອັນສະໜິດແໜ້ນກັບພັກການເມືອງຂອງບັນດາປະເທດເພື່ອນມິດຍຸດທະສາດ ກໍຄືບັນດາກໍາລັງການເມືອງຂອງຂະບວນການກ້າວໜ້າໃນໂລກ, ສືບຕໍ່ເປັນເຈົ້າການປະຕິບັດການຮ່ວມມືກັບສາກົນ, ຄູ່ຮ່ວມພັດທະນາຢ່າງຕັ້ງໜ້າ ເພື່ອພາລະກິດການພັດ ທະນາປະເທດຊາດຂອງພວກເຮົາ, ປະກອບສ່ວນສໍາຄັນເຂົ້າໃນການເສີມສ້າງຄວາມເຂົ້າອົກເຂົ້າໃຈ, ສົ່ງ ເສີມມິດຕະພາບ, ການຮ່ວມມືເພື່ອການພັດທະນາ, ການສ້າງສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ຂໍຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະ ຄວາມຂອບໃຈອັນບໍລິສຸດຜຸດຜ່ອງ ແລະ ຈິງໃຈ ມາຍັງບັນດາພັກອ້າຍນ້ອງ, ໂດຍສະເພາະພັກກອມມູນິດຫວຽດນາມ, ພັກກອມມູນິດຈີນ, ພັກປະຊາຊົນກໍາປູເຈຍ ແລະ ບັນດາພັກປະເທດຄູ່ຮ່ວມຍຸດທະສາດ ແລະ ພັກການເມືອງປະເທດເພື່ອນມິດອື່ນໆ ລວມທັງປະຊາຊົນບັນດາປະເທດຄູ່ຮ່ວມພັດທະນາ ທັງຢູ່ໃກ້ ແລະ ຢູ່ໄກ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າແກ່ພາລະກິດຕໍ່ສູ້ປະຕິວັດຂອງພັກ ແລະ ການສ້າງສາພັດທະນາປະເທດຊາດຂອງປະຊາຊົນລາວ ໃນຕະຫຼອດໄລຍະຜ່ານມາ, ປັດຈຸບັນ ແລະ ໃນອະນາຄົດ ຢ່າງສຸດອົກສຸດໃຈ !
ບັນດາສະຫາຍ, ເພື່ອນມິດ ແລະ ປະຊາຊົນບັນດາເຜົ່າ ທີ່ຮັກແພງ.
ເພື່ອສືບຕໍ່ເສີມຂະຫຍາຍພາລະກໍາປະຫວັດສາດອັນຍິ່ງໃຫຍ່ ແລະ ການສືບຕໍ່ພາລະກິດປະຕິວັດຂອງພັກເຮົາໃຫ້ດໍາເນີນໄປດ້ວຍຄວາມໜັກແໜ້ນ ແລະ ມີໄຊ, ຂ້າພະເຈົ້າ ຕາງໜ້າສູນກາງພັກ, ການນຳພັກ-ລັດ ຮຽກຮ້ອງມາຍັງບັນດາສະຫາຍຄະນະພັກ-ຄະນະນໍາແຕ່ລະຂັ້ນ, ພະນັກງານ-ສະມາຊິກພັກ, ນັກຮົບປະຕິວັດ ຈົ່ງອອກແຮງທະນຸບໍາລຸງ, ປັບປຸງກໍ່ສ້າງພັກ, ຍົກສູງມານະຈິດປະຕິວັດ, ຄວາມສາມາດ ນໍາພາ, ເພີ່ມທະວີຄວາມຮັບຜິດຊອບການເມືອງຂອງທຸກການຈັດຕັ້ງແລະ ສະມາຊິກພັກໃຫ້ສູງຂຶ້ນ, ທັງບຸກບືນສູ້ຊົນເຮັດສໍາເລັດໜ້າທີ່ວຽກງານ ທີ່ພັກ ແລະ ລັດ ມອບໝາຍໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນ; ຂໍຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ ຈົ່ງອອກແຮງແຂ່ງຂັນກັນເສີມຂະຫຍາຍຈິດໃຈຮັກຊາດ, ປະຕິບັດສິດເປັນເຈົ້າປະເທດຊາດຢ່າງແຂງແຮງ ແລະ ເປັນເຈົ້າການເຂົ້າຮ່ວມຕິດຕາມ, ກວດກາ, ຊ່ວຍເຫຼືອໃຫ້ຄວາມຕິຊົມຕໍ່ການເຄື່ອນໄຫວປະຕິບັດໜ້າທີ່ຂອງອົງການຈັດຕັ້ງພັກ-ລັດ ກໍຄືສະມາຊິກພັກ, ພະນັກງານ-ລັດຖະກອນ ຢ່າງເປັນປົກກະຕິ; ຊ່ວຍພັກ-ລັດ ເສີມຂະຫຍາຍຈຸດດີ, ດັດແປງ, ແກ້ໄຂຈຸດ
ບົກຜ່ອງໃຫ້ມີການຫັນປ່ຽນໃໝ່ ທີ່ນັບມື້ນັບເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.
ພັກເຮົາ ຈະຖືເອົາບົດຮຽນອັນລໍ້າຄ່າຂອງການຜ່ານຜ່າກັບສິ່ງທ້າທາຍທົດສອບນາໆປະການທີ່ຜ່ານມານັ້ນ ໃຫ້ເປັນອາວຸດ, ເປັນກໍາລັງໃຈໃນການປະຕິບັດພາລະກິດທີ່ປະຊາຊົນມອບໝາຍໃຫ້ ເພື່ອເຮັດໃຫ້ປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ ທີ່ໄດ້ປົກປັກຮັກສາ ແລະ ສ້າງຂຶ້ນດ້ວຍຄວາມເສຍສະຫຼະອັນໃຫຍ່ຫຼວງ, ເຕັມໄປດ້ວຍວິລະກໍາອັນລ້ຳເລີດຂອງບັນພະບູລຸດລາວເຮົາ ແລະ ການນໍາຂອງພັກ, ລັດ ແລະ ປະຊາຊົນເຮົານັ້ນ ໃຫ້ໄດ້ຮັບການປົກປັກຮັກສາ ແລະ ຖະນຸຖະໜອມໄວ້ ແລະ ພວກເຮົາຈະພ້ອມກັນພັດທະນາ ເຮັດໃຫ້ປິຕຸພູມອັນແສນຮັກ ແລະ ຫວງແຫນຂອງພວກເຮົານີ້ ສືບຕໍ່ພັດທະນາໄປໜ້າ ຢ່າງບໍ່ຢຸດຢັ້ງ.
ຂໍອວຍພອນໃຫ້ບັນດາສະຫາຍ, ເພື່ອນມິດ, ທ່ານຍິງທ່ານຊາຍ ແລະ ປວງຊົນລາວທັງຊາດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ການງານທຸກປະການ.
ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ !
ຂໍຂອບໃຈ