ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ກ່າວໃນພິທີໂຮມຊຸມນຸມສະເຫຼີມສະຫຼອງວັນການທູດລາວ ຄົບຮອບ 80 ປີ

ຮຽນ: – ສະຫາຍ ບຸນ​ຍັງ ວໍລະ​ຈິດ, ອະດີ​​ດ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ທີ່​ນັບ​ຖື !

– ບັນດາ​ສະຫາຍ ​ກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ບັນດາ​ສະຫາຍ​ອະດີດ​ການ​ນໍາ, ບັນດາ​ລັດຖະມົນ​ຕີ, ຮອງ​ລັດຖະມົນຕີ, ບັນດາ​ພະນັກງານ​ການ​ທູດ​ອາວຸ​​ໂສ ບໍາ​ນານ, ພະນັກງານ​ຂະ​   ແໜງການ​ຕ່າງປະ​ເທດ ກໍ​ຄື​ບັນດາ​ສະຫາຍ​ນັກ​ການ​ທູດທີ່​ກໍາລັງ​ປະຕິບັດໜ້າທີ່ຢູ່​ພາຍໃນ​ ​ແລະ ຢູ່​ຕ່າງປະ​ເທດ ທີ່ຮັກ​ແພງ!

ທ່ານຍິງແລະ ທ່ານຊາຍ ທີ່ຮັກແພງ!

ມື້​ນີ້, ຂ້າພະ​ເຈົ້າ ມີ​ຄວາມ​ຮູ້ສຶກ​ປິ​ຕິຍິນ​ດີ ​ແລະ ພາກພູມ​ໃຈ​ເປັນ​ພິ​ເສດ ທີ່​ໄດ້​ມີ​ໂອກາດ​ເຂົ້າ​ຮ່ວມງານ​ໂຮ​ມຊຸມນຸມທີ່ຈັດ​ຂຶ້ນ ​ເພື່ອ​ສະ​ເຫຼີມສະຫຼອງວັນ​ສໍາຄັນ​ຂອງ​ຊາດ ກໍ​ຄື​ວັນ​ປະກາດ​ເອກະລາດ​, ພ້ອມ​ໆກັບ​ວັນ​ກໍາ​ເນີ​ດຂອງ​ການ​ທູດ​ລາວ ທີ່​ບັນຈົບ​ຄົບຮອບ 80 ປີ ​(12 ຕຸລາ 1945-12 ຕຸລາ 2025)

ບັນດາທ່ານ, ບັນດາສະຫາຍ ທີ່ຮັກແພງທັງຫຼາຍ !

ວັນ​ທີ​ 12 ຕຸລາ 1945 ບໍ່ສະ​ເພາະ​ແຕ່​ເປັນ​ວັນ​ການ​ທູດ​ລາວ​ເທົ່າ​ນັ້ນ, ​ແຕ່​ຍັງ​ມີ​ຄວາມໝາຍອັນ​ໃຫຍ່ຫຼວງສໍາລັບ​ຊາດ​ລາວ​ເຮົາ ນັ້ນ​ຄື​ເປັນ​ວັນ​ປະກາດ​ເອກະລາດ​ຂອງ​ລາວ​ເປັນ​ຄັ້ງ​ທໍາ​ອິດ​ໃນ​ປະ​ຫວັດສາດ​ຂອງ​ຊາດ​ລາວ ​ເຊິ່ງກ່ອນໜ້ານັ້ນ ​ປະ​ເທດ​ລາວ​ໄດ້​ເປັນຊາດ​ທີ່​ສູນ​ເສຍ​ຄວາມ​ເປັນ​ເອກະລາດ ​ແລະ ບໍ່​ໄດ້​ມີ​ອໍານາດ​ອະທິປະ​ໄຕ ດ້ວຍ​ການ​ທີ່​ຊາດ​ລາວ​ເຄີຍ​ເປັນ​ແຕ່​​ເມື​ອງຂຶ້ນ, ​ເມືອງ​ສ່ວຍ​ຂອງ​ຊາດ​ອື່ນມາ​ເປັນ​ເວລາຫຼາຍຮ້ອຍຫຼາຍພັນ​ປີ. ​ແຕ່​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ ​​ຄົນ​ລາວ​ບໍ່​ເຄີຍ​ລົດ​ລະ​ໃນ​ການ​ຕໍ່ສູ້​ຕ້ານ​ກັບ​ຕ່າງ​ຊາດ, ທີ່​ເຂົ້າ​ມາ​ຮຸກ​ຮານ​ກືນ​ກິນ​ປະ​ເທດ​ຕົນ, ກົດ​ຂີ່ໜີບ​ເຕັງ​ປະຊາຊົນ​ລາວ​ມາ​ຢ່າງ​ເປັນ​ໄລຍະ​ຕໍ່​ເນື່ອງ ເຖິງ​ວ່າການ​ລຸກ​ຂຶ້ນ​ຕໍ່ສູ້​ຂອງ​ບັນພະບູລຸ​ດ ​ແລະ ກຸ່ມ​ຄົນ​ຕ່າງໆທີ່​ສະ​ແດງ​ເຖິງ​ນໍ້າ​ໃຈ​ຮັກ​ຊາດ, ຮັກ​​ແຜ່ນ​ດິນ​ຂອງ​ຕົນ​ມາ​ແຕ່​ລະ​ຍຸກ​ສະ​ໄໝນັ້ນ ຈະ​ບໍ່ສາມາດຍາດ​ໄດ້​ໄຊຊະນະທີ່​ເຕັມ​​ເມັດ​ເຕັມໜ່ວຍກໍ​ຕາມ, ​ແຕ່​ມັນ​ກໍ​ສະ​ແດງ​ເຖິງ​ນໍ້າ​ໃຈ​ຮັກ​ຊາດ, ຫວງ​ແຫນ​ປິ​ຕຸ​ພູມ​ຂອງ​ຕົນ, ສະ​ແດງ​ເຖິງ​ຄວາມ​ພິລະ​ອາດ​ຫານ, ບໍ່ກົ້ມ​ຫົວ​ຍອມ​ຈໍານົນ​ເປັນ​ຂ້ອຍ​ຂ້າ​ໃຫ້​ແກ່​ຊາດ​ອື່ນຂອງ​ບັນພະ​ບູລຸດລາວທີ່​ເປັນ​ມູນ​ເຊື້ອ​ຕະຫຼອດມາ, ດັ່ງ​ທີ່​ໄດ້ຈາລຶກ​ໄວ້​ໃນໜ້າປະຫວັດສາດ​ທີ່​ຂຽນ​ເຖິງ​ຄວາມ​ເປັນ​ມາ​ຂອງ​ປະ​ເທດ​ລາວ ​ແລະ ​ພົງສາວະດານ​ເຫຼັ້ມຕ່າງໆທີ່​ໄດ້​ບັນທຶກ​ໄວ້​ມາ​ໃຫ້ພວກ​ເຮົາ​ເຫັນ​ຢູ່​

ທຸ​ກວັນ​ນີ້.

ມາ​ເຖິງ​ວັນ​ທີ 12 ຕຸລາ 1945 ​ເຫດການ​ປະຫວັດສາດ​ຂອງ​ຊາດ ​ກໍ​ໄດ້​ເກີດຂຶ້ນ ຄື: ລັດຖະບານ​
ລາວອິດສະຫຼະ ​ໄດ້​ປະກາດ​ອອກ​ສູ່​ໂລກ​ຢ່າງ​ສະຫງ່າ​ຜ່າ​ເຜີຍ​ວ່າ: ນັບ​​ແຕ່​ວັນ​ທີ 12 ຕຸລາ 1945 ຕໍ່​ໄປນີ້, ປະ​ເທດ​ລາວ ​ໄດ້​ຮັບ​ຄວາມ​ເປັນ​ເອກະລາດ​ຈາກ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ​ແລະ ປະ​ເທດ​ລາວ ຈະ​ບໍ່​ຢູ່​ໃຕ້​ການ​​ເປັນ​ເມື​ອງຂຶ້ນຂອງ​ຊາດ​ໃດໆ​ອີກ​ຕໍ່​ໄປ, ​ເຫດການ​ປະຫວັດສາດ​ນີ້​ໄດ້​ເກີດ​ຂຶ້ນ​ພາຍ​ຫຼັງ​ຂະ​ບວນການ​ຕໍ່ສູ້​ຕ້ານ​ຜູ້​ຮຸກ​ຮາ​ນ​ໄດ້​ຮັບ​ໄຊຊະນະ​ເປັນ​ກ້າວໆມາ ​ແລະ ​ໂອກາດ​ທີ່​ສົງຄາມ​ໂລກ​ຄັ້ງ​ທີ​ II ​ກຳລັງ​ສິ້ນ​ສຸດ​ລົງ, ການ​ປະກາດ​ເອກະລາດ​ຂອງ​ຊາດ ​ໄດ້ພ້ອມ​ກັບ​ການປະກາດ​ນະ​ໂຍບາຍ 12 ຂໍ້ ​ຂອງ​ລັດຖະບານ​ລາວອິດສະຫຼະອອກ​ສູ່​ໂລກຢ່າງ​ເປັນ​ທາງ​ການ. ນະ​ໂຍບາຍ​ດັ່ງກ່າວ ນອກຈາກ​ເປັນ​ນະ​ໂຍບາຍ​ແຫ່ງ​ການ​ສ້າງ​ປະ​ເທດລາວໃຫ້​ເປັນ​ປະ​ເທດ​ເອກະລາດ, ອິດສະຫຼະພາບ, ປະຊາທິປະ​ໄຕ, ​ເອກະ​ພາບ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມ​ແລ້ວ, ຍັງ​ໄດ້​ປະກາດ​ນະ​ໂຍບາຍ​ການຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ອິດສະຫຼະ ​ເຊິ່ງ​ໄດ້​ບັນຍັດ​ໄວ້​ວ່າ: ປະ​ເທດ​ລາວ​ຈະ​ສ້າງ​ຄວາມ​ເປັນ​ມິດ​ໄມຕີ​ກັບ​ທຸກ​ປະ​ເທດ​ໃນ​ໂລກ, ຈະ​ເຂົ້າ​ຮ່ວມ​ກັບ​ວົງ​ຄະນາ​ຍາດ​ສາກົນທີ່​ຕໍ່ສູ້​ເພື່ອ​ສັນຕິພາບ, ​ເອກະລາດ​ແຫ່ງ​ຊາດ ​ແລະ ຄວາມ​ກ້າວໜ້າ​ທາງ​ສັງຄົມ.

​ເຫດການ​ປະຫວັດສາດ​ອັນ​ຍິ່ງ​ໃຫຍ່​ທີ່​ເກີດ​ຂຶ້ນ ​ແລະ ຖືກ​ຈາ​ລຶກ​ໄວ້​ໃນ​ໜ້າ​ປະຫວັດສາດ​ຂອງ​ຊາດ​ລາວ​ເຮົາ​ຄັ້ງ​​ນັ້ນ, ​ເນື້ອ​ແທ້​ແມ່ນ​ໄດ້​ມາ​ຈາກ​ການ​ຕໍ່ສູ້​ຂອງ​ຂະ​ບວນຮັກ​ຊາດ​ໃນ​ປະ​ເທດ​ເຮົາ​ທີ່​ໄດ້​ມີການຈັດ​ຕັ້ງການ​ເມືອງ​ເປັນ​ຫຼັກ​ແຫຼ່ງ ຄື: ພາຍ​ໃຕ້​ການ​ຊີ້​ນຳ-ນຳພາຂອງ​ຄະນະ​ພັກ​ແຄວ້ນ​ລາວ​, ຂອງ​ພັກ​ກອມ​ມູນິດ​ອິນດູ​ຈີນ ​ໂດຍ​ແມ່ນ​ຂະບ​ວນການ​ແນວ​ລາວ​ອິດສະຫຼະ​ເປັນ​ໃຈກາງ​ອອກ​ໜ້າ​ນຳພາ​ໂດຍ​ກົງ ​ແລະ ດຳ​ເນີນ​ແນວທາງ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ ​ແລະ ຍາດ​ໄດ້​ໄຊຊະນະ​ເປັນ​ກ້າວໆ​ມາ… ດັ່ງ​ນັ້ນ ຈຶ່ງ​ສາມາດ​ເວົ້າ​ໄດ້​ວ່າ ວັນ​ທີ 12 ຕຸລາ 1945 ຖືກ​ຮັບຮອງ​ເອົາ​ເປັນ​ວັນ​ການ​ທູດລາວ​ອີກ​ວັນ​ໜຶ່ງ ຕາມ​ການ​ຕົກລົງ​ຂອງ​ກົມ​ກາ​ນ​ເມືອງ ​ແລະ ຄະນະ​ເລຂາທິການ​ສູນ​ກາງ​ພັກ, ​ໄດ້​ມີ​ແຈ້ງ​ການ​ຂອງ​ຫ້ອງ​ວ່າການ​ສູນ​ກາງ​ພັກ ສະບັບ​ເລກ​ທີ 230/ຫສພ, ລົງ​ວັນ​ທີ 19 ມິຖຸນາ 2013 ​ເປັນ​ຕົ້ນ​ມາ, ພ້ອມ​ທັງ​​ໄດ້​ກຳນົດ​ໄວ້​ໃນມາດຕາ 51 ຂອງ​ກົດໝາຍ​ວ່າ​ດ້ວຍ​ຊັ້ນ​ນັກ​ການ​ທູດ ​ສະບັບເລກທີ 85/ສພຊ, ລົງ​ວັນ​ທີ 9 ພະຈິກ 2020.

​​ຄື​ດັ່ງ​ພວກ​ເຮົາ​ຊາບ​ນຳ​ກັນ​ແລ້ວ​ວ່າ ​ເອກະລາດ​ແຫ່ງ​ຊາດ​ຂອງ​ລາວທີ່​ໄດ້​ປະກາດ​ອອກ​ຄັ້ງ​ນັ້ນ ​ໄດ້​ມາ​ເປັນ​ເວລາ​ບໍ່ພໍ​ເທົ່າ​ໃດ ​ກໍ​ຖືກ​ຈັກກະພັດ​ຝຣັ່ງກະ​ໂດດ​ເຂົ້າມາ​ອີກ​ຄັ້ງ​ໃໝ່ ​ແນ​ໃສ່​ຢຽບ​ຢ້ຳທຳລາຍ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ, ເຮັດໃຫ້ປະ​ເທດລາວ​ຕົກ​ເຂົ້າ​ໃນ​ເງື່ອມມື​ຂອງ​ຜູ້​ຮຸກ​ຮານ​ຕື່ມ​ອີກ​ຄັ້ງ​ໜຶ່ງ, ​ເອກະລາດ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ​ຍິ່ງ​ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ, ປະຊາຊົນ​ລາວຖືກ​ກົດ​ຂີ່​ໜີບ​ເຕັງ, ຂະ​ບວນການ​ຕໍ່ສູ້​ຖືກ​ປາບ​ປາມ​ນາບ​ຂູ່​ແສນ​ສາຫັດ, ລັດຖະບານ​ລາວ​ຖືກ​ມ້າງເພລົງຢ່າງ​ສິ້ນ​ເຊີງ, ​ເຫດການດັ່ງກ່າວໄດ້​ສ້າງ​ຄວາມ​ຄຽດ​ແຄ້ນ​ຂຶ້ນ​ຕື່ມ​ໃຫ້​ແກ່​ປະຊາຊົນ​ເຮົາ, ​ແຕ່​ດ້ວຍ​ນໍ້າ​ໃຈ​ວັນ​ທີ 12 ຕຸລາ ທີ່​ມີ​ພະລັງ​ຝັງ​ໄວ້​ໃນ​ອຸດົມ​ຄະຕິ​ຂອງ​ຄົນ​ລາວ​ທີ່​ຮັກ​ຊາດ, ຮັກ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ​ນັ້ນ, ພັກ​ເຮົາ​ໄດ້​ສືບ​ຕໍ່​ນຳພາ​ຂະ​ບວນການ​ຕໍ່ສູ້​ພາຍ​ໃຕ້​ຄັນ​ທຸງ​ຂອງ​ແນວ​ລາວ​ອິດສະຫຼະ ​ໄດ້​ສືບ​ຕໍ່ນຳພາ​ປຸກລະດົມ​ປະຊາຊົນ​ລຸກ​ຂຶ້ນ​ຕໍ່ສູ້​ຢ່າງ​ພິລະ​ອາດ​ຫານ, ບໍ່​ຍອມ​ຈຳນົນ ​ແລະ ການ​ຕໍ່ສູ້​ໄດ້​ເກີດ​ເປັນ​ຂະ​ບວນກວ້າງຂວາງ​ອອກ​ໃນ​ທົ່ວ​ປະ​ເທດ, ປະ​ເທດ​ເຮົາ ​ກໍ​ຕົກ​ເຂົ້າ​ໃນ​ສະພາວະ​ສົງຄາມ​ກາງ​ເມືອງ​ໄປ​ໃນ​ຕົວ ​ແລະ ການ​ສູ້​ຮົບ​ທີ່​ດຸ​ເດືອດ, ບັ້ນ​ຮົບ​ນີ້​ໄດ້​ແກ່ຍາວ​ເປັນ​ເວລາ 9 ປີ ຈົນ​ມາ​ເຖິງ​ວັນ​ທີ 20 ກໍລະກົດ 1954, ຝຣັ່ງຈຶ່ງ​ຍອມ​ລົງ​ນາມ​ໃນ​ສັນຍາ​ເຊີ​ແນວ​ຮັບ​ຮູ້​ເອກະລາດ ​ແລະ ອະທິປະ​ໄຕ ​ໃຫ້​ 3 ປະ​ເທດ​ອິນດູຈີນ, ​ໃນ​ນັ້ນ ​ໄດ້​ຮັບ​ຮູ້​ຄວາມ​ເປັນ​ເອກະລາດ​ຂອງ​ລາວ​ພ້ອມໆ​ກັນ. 9 ປີ ​ແຫ່ງການ​ຕໍ່ສູ້​ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ​ແບບ​​ເກົ່າ, ​ເປັນ 9 ປີ ​ແຫ່ງ​ຄວາມ​ພິລະ​ອາດ​ຫານ​ຂອງ​ປວງ​ຊົນລາວ​ທັງ​ຊາດພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ​ເປັນ 9 ປີ ​ແຫ່ງ​ການ​ຮ່ວມ​ສຳພັນ​ສູ້​ຮົບ​ທີ່​ແໜ້ນ​ແຟ້ນຂອງ​ສາມ​ຊາດ​ອິນດູຈີນ, ​ເປັນ 9 ປີ ​ແຫ່ງ​ການ​ປະສົມ​ປະສານ​ການ​ຕໍ່ສູ້​ທາງ​ດ້ານ​ອາວຸດ, ດ້ານ​ການ​ເມືອງ, ດ້ານ​ກົດໝາຍ ​ແລະ ດ້ານ​ການ​ທູ​ດຢ່າງ​ກົມກຽວ​ສະໜິດ​ແໜ້ນ ​ເຊິ່ງ​ໄດ້​ເປັນ​ໄລຍະ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜ້າ​ປະຫວັດສາດ​ຂອງ​ຊາດ​ເຮົາ​ຢ່າງ​ສົມ​ກຽດ. ​ແຕ່​ສິ່ງ​ທີ່​ເປັນຄວາມ​ສະ​ເທືອ​ນ​ໃຈ​ຂອງ​ປະຊາຊົນ​ລາວ​ທັງ​ຊາດ​ອີກ​ເທື່ອ​ໃໝ່​ນັ້ນ ​ແມ່ນ​ການ​ທີ່​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່ກະ​ໂດດ​ເຂົ້າ​ມາ​ທຳລາຍ​ມ້າງ​ສັນຍາ​ເຊີ​ແນວ ປີ 1954 ກ່ຽວ​ກັບ​ຄວາມ​ເປັນ​ເອກະລາດ​ຂອງ​ລາວ ​ແລະ ປະ​ເທດ​ຊາດ​ໄດ້​ລຸກ​ເປັນ​ໄຟ​ອີກ​ຄັ້ງ​ໃໝ່. ສົງຄາມ​ອັນ​ດຸ​ເດືອດ​ຂ້ຽວຂາດ​ຄັ້ງ​ນີ້​ໄດ້​ແກ່ຍາວ​ເປັນ​ເວລາ 20 ປີ, ​ແຕ່​ຍ້ອນ​ການ​ຕໍ່ສູ້​ບໍ່​ຍອມ​ຈຳນົນ​ຂອງ​ປະ ຊາຊົນ​ລາວພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ກອງທັບ ​ແລະ ປະຊາຊົນເຮົາ​ສາມາດ​ຕີ​ເອົາ​ຊະນະ​ສັດຕູ​ຜູ້​ຮຸກ​ຮານ ​ແລະ ລູກ​ແຫຼ້ງ​ຕີນ​ມື​ຂອງ​ພວກ​ເຂົາ ​ແລະ ກ້າວ​ເຖິງ​ການສະຖາປະນາ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຂຶ້ນ​ຢ່າງ​ສະຫງ່າ​ຜ່າ​ເຜີຍ.

ບັນດາທ່ານ, ບັນດາສະຫາຍ !

ການຊຸມນຸມ​ໃຫຍ່​ທີ່​ຈັດ​ຂຶ້ນ​ໃນ​ມື້​ນີ້ ​ແມ່ນ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ​ວັນ​ກຳ​ເນີ​ດຂອງ​ການ​ທູດ​ລາວ, ດັ່ງນັ້ນ​ຕໍ່​ໄປ​ນີ້ ຂ້າພະ​ເຈົ້າ ​ຂໍ​ເນັ້ນ​ໃສ່​ສະ​ເພາະ​ການ​ດຳ​ເນີນ​ນະ​ໂຍບາຍການ​ທູດ ​ແລະ ການເຄື່ອນ​ໄຫວ​ຕ່າງປະ​ເທດ​ຂອງ​ລາວ​ໃນ​ແຕ່​ລະ​ຍຸກ​ຂອງ​ການ​ປະຕິວັດ​ໂດຍ​ສັງ​ເຂ​ບ ດັ່ງ​ນີ້:

ໄລຍະທີ 1: 9 ປີ ​ແຫ່ງ​ການ​ຕໍ່ສູ້​ກອບ​ກູ້​ເອກະລາດ​ຈາກ​ຝຣັ່ງ: ​ແນວ​ລາວ​ອິດສະຫຼະ​ໄດ້​ປະສົມປະ ສານ​ວຽກ​ງານ​ການ​ທູດ​ກັບ​ການ​ຕໍ່ສູ້​ດ້ວຍ​ກຳລັງ​ອາວຸດ ​ເຊິ່ງ​ເນື້ອ​ແທ້​ແມ່ນ​ແນ​ໃສ່​ການ​ໂຄສະນາ, ປະຊາສຳ ພັນ ​ເພື່ອ​ຂົນຂວາຍ​ສຽງ​ສະໜັບສະໜູນ​ຈາ​ກຊາວ​ໂລກ​ໃຫ້​ຮັບ​ຮູ້​ການ​ຕໍ່ສູ້​ອັນ​ເປັນ​ທຳ​ຂອງ​ຄົນ​ລາວ, ​ເຜີຍ​ແຜ່​ກົນອຸບາຍ​ຮຸກ​ຮານ​ຂອງ​ຕ່າງ​ຊາດ, ຕໍ່ສູ້​ດ້ວຍ​ກຳລັງ​ອາວຸດ​ໄປ​ພ້ອມໆ​ກັບການ​ຕໍ່ສູ້​ທາງ​ກົດໝາຍ, ທາງ​ການ​ທູດ​ຢ່າງ​ກົມກຽວ​ນັ້ນ​ ມັນ​ກາຍ​ເປັນ​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ ​ເພື່ອສ້າງ​ຄວາມ​ຊອບ​ທຳ​ໃຫ້​ຂະ​ບວນການ​ຕໍ່ສູ້​ຂອງ​ປະຊາຊົນ​ລາວ ​ນຳ​ໂດຍ​ຝ່າຍ​ແນວ​ລາວ​ອິດສະຫຼະ​ໃນ​ເວທີ​ສາກົນ ​ເພື່ອ​ສ້າງ​ຄວາມ​ຊອບ​ທຳ​ໃຫ້​ແກ່​ການ​ຕໍ່ສູ້​ດ້ວຍ​ກຳລັງ​ອາວຸດ. ນະ​ໂຍບາຍ​ຕ່າງປະເທດ​ເວລານັ້ນ ​ແມ່ນ​ສ້າງ​ສຳພັນ​ສູ້​ຮົບ​ຂອງ 3 ປະ​ເທດອິນດູຈີນ ​ຢ່າງ​ແໜ້ນ​ແຟ້ນ ​ແລະ ກົມກຽວ, ​ຮັບເອົາ​ການ​ສະ​ໜັບສະ​ໜູນຊ່ວຍ​ເຫຼືອ​ຈາກ​ສະຫະພາບ​ໂຊ​ວຽດ, ສປ ຈີນ, ບັນດາ​ປະ​ເທດ​ຄ້າຍ​ສັງຄົມ​ນິຍົມ, ຍາດ​ແຍ່ງ​ເອົາ​ສຽງ​ສະໜັບສະໜູນ​ຈາກ​ບັນດາ​ປະ​ເທດ​ທີ່​ຕໍ່ສູ້​ເພື່ອ​ເອກະ ລາດ​​ແຫ່ງຊາດ, ຍາດແຍ່ງ​ເອົາ​ສຽງ​ສະໜັບສະໜູນ​ຈາກ​ຂະ​ບວນການ​ສັນຕິພາບ ​ແລະ ຄວາມ​ກ້າວໜ້າ​ຈາກ​ບັນດາ​ປະ​ເທດ​ເປັນກາງ, ຈາກ​ປະຊາຊົນ ​ຢູ່​ກະ​ໂຕ​ຂອງ​ບັນດາ​ປະ​ເທດ​ທຶນ​ນິຍົມ ​ແລະ ຈັກກະ​ພັດ​ລ່າ​ເມືອງ​ຂຶ້ນ​ທີ່​ກຳລັງ​ຮຸກ​ຮານ​ຕໍ່​ປະ​ເທດ​ເຮົາ​ຢູ່​ນັ້ນ​ເອງ.

ການ​ທີ່​ການ​ທູດ​ພວກ​ເຮົາ ​ດຳ​ເນີນ​ບົດບາດ​ເອົາ​ການ​ຂົນຂວາຍ​ຊາວ​ໂລກ​ຢ່າງ​ກວ້າງຂວາງ, ​ເຮັດ​ໃຫ້​ໂລກ​ຮັບ​ຮູ້, ​ເຂົ້າ​ໃຈ ​ແລະ​ ຫັນ​ໜ້າມາສະ​ໜັບສະໜູນການ​ຕໍ່ສູ້​ກູ້​ເອກະລາດ​ຂອງ​ປະຊາຊົນລາວ​ເຮົາ​ຢ່າງ​ເປັນ​ຂະ​ບວນຟົດ​ຟື້ນ​ກວ້າງຂວາງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງນັ້ນ​ ມັນ​ບໍ່​ແມ່ນ​ພາລະ​ໜ້າ​ທີ່​ທຳມະ​ດາ​ ​ເພື່ອ​ໃຫ້​​​ໂລກ​ເຫັນໄດ້​ສັດຈະທຳ​ຂອງ​ການ​ຕໍ່ສູ້​ປະຕິວັດ​ຂອງ​ຊາດ​ເຮົາ, ມັນ​ແມ່ນ​ພາລະກິດ​ອັນ​ໃຫຍ່​ຫຼວງ, ຕ້ອງ​ມີ​ຄວາມ​ອົດທົນ​ຢ່າງ​ມີ​ເປົ້າ​ໝາຍ ​ແຕ່​ແລ້ວ​ໃນ​ທີ່​ສຸດ​ຂະ​ບວນການ​ຕໍ່ສູ້​ອັນ​ເປັນ​ທຳ​ກໍ​ໄດ້​ຮັບ​ໄຊ​ຊະນະ​ຈົນ​ກ້າວ​ໄປ​ເຖິງ​ການ​ບັງຄັບ​ໃຫ້​ຝຣັ່ງຕ້ອງ​ຍອມ​ລົງ​ນາມ​ສັນຍາ​ ວ່າ​ດ້ວຍ​ຄວາມ​ເປັນ​ເອກະລາດຂອງ 3 ປະ​ເທດ​ອິນດູຈີນ ​ແລະ ຮັບ​ຮູ້​ຄວາມ​ເປັນ​ເອກະລາດ, ອຳນາດ​ອະທິປະ​ໄຕ​ຂອງປະເທດ​ລາວ ​ໃນ​ປີ 1954.

ໄລຍະທີ 2: ​ແມ່ນ​ໄລຍະ​ແຫ່ງ​ການ​ຕໍ່ສູ້​ຕ້ານ​ການ​​ເຂົ້າ​ມາ​ຮຸກ​ຮານ​ຂອງ​ຈັກກະພັດອາ​ເມ​ລິກາ ນັບ​ແຕ່​ປີ 1954 ​ເປັນ​ຕົ້ນ​ມາ: ປີ 1955 ພາຍຫຼັງ​ພັກ​ປະຊາຊົນ​ລາວ (ພັກ​ປະຊາຊົນ​ປະຕິວັດ​ລາວ​ໃນ​ປັດຈຸບັນ)​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ ເພື່ອ​ຊີ້​ນຳ-ນຳພາ​ປະຊາຊົນ​ລາວ​ສືບ​ຕໍ່ຕໍ່ສູ້ ​ໂດຍ​ເອົາ​ອົງການ​ແນວ​ລາວ​ຮັກ​ຊາດ​ເປັນ​ຕົວ​ແທນ, ການ​ຕໍ່ສູ້​ເຕັມ​ໄປ​ດ້ວຍ​ຄວາມ​ດຸ​ເດືອດ​ຂ້ຽວຂາດ​ເປັນ​ພິ​ເສດ ​ເພື່ອ​ຕ້ານທານ​ກັບ​ສັດຕູ​ທີ່​ມີ​ກຳລັງ​ແຮງ​ເໜືອກ​ວ່າ​ຫຼາຍ​ເທົ່າ ​ເຊິ່ງຜູ້​ຮຸກ​ຮານ ​ແລະ ລູກ​ແຫຼ້ງ​ຕີນ​ມື​ຂອງ​ເຂົາ​ໄດ້​ສຸມ​ໃສ່​ໃຊ້​ທຸກ​ກຳລັງ​ແຮງ, ​ລວມທັງ​ກຳລັງ​ທະຫານ​ອາກາດ​ຖະຫຼົ່ມ​ຜືນ​ແຜ່ນດິນ​ລາວ ​ໂດຍ​ສະເພາະ​ເຂດ​ປົດ​ປ່ອຍ​ຂອງ​ແນວ​ລາວ​ຮັກ​ຊາດ ​ດ້ວຍ​ການ​ໃຊ້​ອາວຸດ​ລ້າງຜານ​ທຸກ​ປະ​ເພດທີ່​ຫວັງ​ດັບ​ສູນ​ກຳລັງ​ປະຕິວັດ​ຢ່າງ​ໂຫດຮ້າຍ​ປ່າ​ເຖື່ອນ​ທີ່​ສຸດ, ​ແຕ່​ການ​ຕອບ​​ໂຕ້​ຢ່າງ​ເຂັ້ມ​ແຂງຂອງ​ກຳລັງ​ປະຕິວັດ​ທີ່​ບໍ່​ຍອມ​ຈຳນົນ​ຕໍ່​ສັດຕູ​ຢ່າງ​ເດັດຂາດ ​ເຊິ່ງ​ໄດ້​ສະ​ແດງ​ອອກ​ເຖິງ​ການ​ເອົາ​ຊະນະ​ໃນ​ທຸກໆ​ບັ້ນຮົບ​ທີ່​ເກີດ​ຂຶ້ນ​ໃນ​ປະ​ເທດ.

​ໃນ​ເວລາ​ແຫ່ງ​ການ​ຕອບ​ໂຕ້​ສັດຕູ​ດ້ວຍ​ກຳລັງ​ທະຫານ​ນັ້ນ, ການ​ເຄື່ອນ​ໄຫວ​ການ​ທູດ ​ແລະ ການ​ດຳ​ເນີນ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ຂອງ​ແນວ​ລາວ​ຮັກ​ຊາດ​ໃນ​ສະຖານະ​ການແບບ​ນັ້ນ ນອກ ຈາກ​ສືບ​ຕໍ່​ນະ​ໂຍບາຍ​ການ​ທູດ​ທີ່​ມີ​ມູນ​ເຊື້ອ​ຂອງ​ແນວ​ລາວ​ອິດສະຫຼະ​ແລ້ວ, ນະ​ໂຍບາຍ​ການ​ທູດ, ການ​ຕ່າງປະ​ເທດ​ໃນ​ໄລ​ຍະ​ໃໝ່​ນີ້ ທີ່​ຕ້ອງ​ປັບ​ໄປ​ຕາມ​ສະຖານະ​ການ​ຢ່າງ​ຄ່ອງ​ແຄ້ວ, ທັນ​ການ ​ແລະ ພັກ​ເຮົາ​ໄດ້​ມີ​ໄຫວ​ພິບ​ຢ່າງ​ແທດ​ເໝາະ​ກັບ​ສະພາບ​ການ​ຜັນ​ແປ​ພາຍ​ໃນ​ປະ​ເທດ ​ແລະ ທ່າ​ອ່ຽງຂອງ​ໂລກ, ສູນ​ກາງ​ແນວ​ລາວ​ຮັກ​ຊາດ​ ຈຶ່ງ​ວາງ​ຄຳ​ຂວັນ​ອອກ ຄື: ການ​ຕໍ່ສູ້​ປະຕິວັດຂອງ​ກຳລັງ​ແນວ​ລາວ​ຮັກ​ຊາດ ​ແມ່ນ​ຕໍ່ສູ້​ເພື່ອ​ສ້າງ​ປະ​ເທດ​ລາວໃຫ້​ເດີນ​ຕາມ​ແນ​ວທາງ​ສັນຕິພາບ ​ເປັນກາງ, ບໍ່​ຮ່ວມ​ກຸ່ມ, ສ້າງສາ​ຍພົວພັນ​ມິດຕະພາບ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ ​ເປັນ​ຕົ້ນ​ແມ່ນ​ປະ​ເທດ​ໃກ້​ຄຽງ​ບົນ​ພື້ນຖານ​ຫຼັກການ​ປັນຈະ​ສີ​ລາ (ຫຼື 5 ຫຼັກການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ ລະຫວ່າງ​ປະເທດ​ທີ່​ມີ​ລະບອບ​ການ​ເມືອງ​ທີ່​ແຕກ​ຕ່າງ​ກັນ…)

ນະ​​ໂຍບາຍ​ການ​ເມືອງ-ການ​ຕ່າງປະ​ເທດ ຫຼື ການ​ທູດ​ທີ່​ວາງ​ອອກ​ໄລຍະ​ນີ້ ​ແມ່ນ​ສຸດ​ທີ່​ຖືກຕ້ອງ ແລະ ​ແທດກັບ​ສະພາບ​ຕົວ​ຈິງ​ຂອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຍຸກ​​ໃໝ່, ຈາກ​ການ​ດຳ​ເນີ​ນນະ​ໂຍບາຍ​ການ​ເມືອງ-ການ​ທູດ​ຕາມ​ເສັ້ນທາງ​ນີ້ ພວກ​ເຮົາ​ສາມາດ​ຍາດ​ແຍ່ງ​ເອົາການ​ສະໜັບສະໜູນ​ຈາກ​ພາຍ​ນອກ​ໄດ້​ຢ່າງ​ເປັນ​ຂະ​ບວນອັນກວ້າງຂວາງ, ​ເວລາ​ດຽວ​ກັນ​ນັ້ນ ຂະ​ບວນ​ຕໍ່ສູ້​ຂອງ​ຝ່າຍ​ແນວລາວຮັກ​ຊາດ ​ຍັງ​ໄດ້​ດຶງ​ເອົາ​ກຳລັງ​ເປັນກາງ​ຮັກ​ຊາດ​ເຂົ້າ​ມາ​ຮ່ວມ​ເປັນ​ກຳລັງ​​ແຮງ​ໃນ​ຂະ​ບວນການ​ຕໍ່ສູ້​ຕ້ານ​ກັບ​ຜູ້​ຮຸກ​ຮານ ​ແລະ ລູກ​ແຫຼ້ງ​ຕີນ​ມື​ຂອງ​ເຂົາ ​ເຮັດ​ໃຫ້​ຂະ​ບວນການ​ຕໍ່ສູ້​ຂອງ​ຝ່າຍຮັກ​ຊາດ​ສືບ​ຕໍ່​ເຂັ້ມ​ແຂງ, ກວ້າງຂວາງ​ຢ່າງ​ກ້າວ​ກະ​ໂດດ ທັບ​ມ້າງ​ທຸກ​ກົນອຸບາຍ​ຂອງ​ສັດຕູ​ຜູ້​ຮຸກຮານ​ໄດ້​ເປັນ​ກ້າວໆ​ຢ່າງ​ເປັນ​ໜ້າ​ມະຫັດສະຈັນ.

ການ​ທີ່​ພັກ​ເຮົາ​ສະດຸ້ງ​ໄວ, ​ໄດ້​ຫັນ​ທິດ​ການ​ຕໍ່ສູ້​ຫຼາຍ​ຄັ້ງ, ລວມລາວ​ຫຼາຍ​ເທື່ອ ​ແມ່ນ​ການ​ປະຕິບັດ​ຍຸດ​ທະ​ສາດ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ ​ແລະ ​ໃນ​ເວລາ​ດຽວ​ກັນ ​ແມ່ນ​ປະຕິບັດ​ຍຸດ​ທະ​ວິ​ທີ​ທັງ​ຕໍ່ສູ້ດ້ວຍ​ກຳລັງ​ອາວຸດ, ຕໍ່ສູ້​ດ້ວຍກົດໝາຍ ​ແລະ ການ​ທູດ​ໄປ​ພ້ອມໆ​ກັນ ສາມາດ​ເຮັດ​ໃຫ້​ກົນອຸບາຍ​ທຳລາຍ​ມ້າງ​ເພ​ສັນຍາ​ຕ່າງໆ​ຂອງ​ຝ່າຍ​ກົງກັນຂ້າມທີ່​ເປັນ​ສັດຕູ​ຂອງ​ກຳລັງ​ປະຕິວັດ​ໃຫ້​ປະລາ​ໄຊ​ລົງ​ເປັນ​ກ້າວໆ.

ພວກ​ເຮົາ​ຕ້ອງ​ຍອມຮັບ​ນຳ​ກັນ​ວ່າ ​ແນວ​ລາວ​ຮັກ​ຊາດ​ເປັນ​ຝ່າຍ​ການ​ເມືອງ​ຝ່າຍ​ຊ້າຍ​ເວລານັ້ນ ​ແຕ່​ໄດ້​ສົ່ງ​ສຽງ​ປ່າວ​ປະກາດ​ຕໍ່​ໂລກ​ເຖິງ​ແນວທາງ​ການ​ຕໍ່ສູ້​ອັນ​ເປັນ​ທຳ ​ເພື່ອ​ສ້າງ​ປະ​ເທດ​ລາວໃຫ້​ເປັນ​ປະ​ເທດ​ເອກະ ລາດ, ສັນຕິພາບ, ​ເປັນກາງ… ​ໄດ້​ກາຍ​ເປັນ​ກະບອກສຽງ​ແຫ່ງ​ສັດຈະທຳ, ​ເປັນ​ກຳລັງ​ແຮງ​ດັງ​ກ້ອງ​ສະ​ໜັ່ນ​ໄປ​ທົ່ວ​ທຸກ​ມຸມ​ໂລກ… ອາດ​ເວົ້າ​ໄດ້​ວ່າການ​ເຄື່ອນ​ໄຫວ​ການ​ເມືອງ-​ການ​ທູດ​ຂອງ​ແນວ​ລາວ​ຮັກ​ຊາດ​ໃນ​ເວລາ​ນັ້ນ ດຶງ​ດູດ​ໄດ້​ຄວາມ​ສົນ​ໃຈ, ການ​ສະໜັບສະໜູນ, ຄວາມ​ເຫັນ​​ໃຈ ​ແລະ ການ​ໃຫ້​ກຳລັງ​ໃຈ​ອັນ​ໃຫຍ່ຫຼວງ​ຂອງ​ສາກົນ​ຕໍ່​ການ​ປະຕິວັດ​ປົດ​ປ່ອຍ​ຊາດ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ເຮົາ​ຢ່າງ​ມະຫັດສະຈັນ​ຢ່າງ​ແທ້​ຈິງ.

ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ​ການທູດ​ປະຕິວັດ ​ໄດ້​ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ໄຊຊະນະ​ສຸດ​ທ້າຍ​ຄື​ການ​​ສະຖາປະນາ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຂຶ້ນ​ໃນວັນ​ທີ 2 ທັນວາ 1975 ຢ່າງ​ສະຫງ່າ​ຜ່າເຜີຍ ​ແລະ ການ​ປະກາດ​ສ້າງ​ຕັ້ງ​ລະບອບ​ໃໝ່​ຂອງ​ປະ​ເທດ​ເຮົາ​ຄັ້ງ​ປະຫວັດສາດ​ນີ້, 48 ປະ​ເທດ ​ທີ່​ມີ​ສາຍ​ພົວພັນ​​ການ​ທູດ​ກັບ​ລາຊະ​ອານາຈັກ​ລາວ​ທັງ​ໝົດ ​ບໍ່​ມີ​ປະ​ເທດ​ໃດຕັດ​ຄວາມ​ສຳພັນ​ທາງ​ການ​ທູດ​ກັບ​ລະບອບ​ໃໝ່​ຂອງ​ພວກ​ເຮົາ, ທຸກໆ​ປະ​ເທດ​ສືບ​ຕໍ່​ຮັບ​ຮູ້ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ທີ່​ເປັນ​ລັດ​ໃໝ່​ຖືກຕ້ອງ​ຕາມ​ກົດໝາຍ, ລວມທັງ​ປະ​ເທດ​ທີ່​ເປັນ​ຄູ່​ຕໍ່ສູ້​ໂດຍ​ກົງ​ກັບ​ຂະ​ບວນການ​ປະຕິວັດ​ຂອງ​ລາວ​ເຮົາ ​ກໍ​ຕ້ອງ​ໄດ້​ສືບ​ຕໍ່​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​​ໂດຍ​ປະລິຍາຍ, ນີ້​ຄື​ໄຊຊະນະ​ອັນ​ໃຫຍ່​ຫຼວງ​ຂອງ​ນະ​ໂຍບາຍ​ທາງ​ການ​ທູດ​ຂອງ​ກຳລັງ​ປະຕິວັດ​ຂອງ​ພວກ​ເຮົາ.

ໄລຍະທີ 3: ການ​ທູດ​ແຫ່ງ​ການ​ຟື້ນ​ຟູ​ປະ​ເທດ​ພາຍຫຼັງ​ສົງຄາມ ຫຼື ​ເອີ້ນ​ວ່າ​ ​ໄລຍະ​ຮຳບາດ​ແຜ
​ສົງຄາມ: ຈຸດ​ພິ​ເສດ​ຂອງ​ການ​ດຳ​ເນີນ​ແນວທາງ​ການ​ທູດ ​ແລະ ການ​ຕ່າງປະ​ເທດ​ຂອງ​ພັກ​ເຮົາ ກໍ​ຄືຂອງ ສປປ ລາວ ທີ່​ເກີດ​ໃໝ່​ເວລາ​ນີ້ ຄື:

– ​ແມ່ນ​ການ​ເຄື່ອນ​ໄຫວ​ຕ້ານ​ກັບ​ຂະ​ບວນການ​ປັ່ນ​ປ່ວນ​ທີ່​ສ້າງ​ກະ​ແສ​ຕ້ານ ​ແລະ ​ໃສ່​ຮ້າຍປ້າຍ​ສີ​ລະບອບ​ໃໝ່.

– ການ​ເຄື່ອນ​ໄຫວ​ຕອບ​ຕ້ານ​ຂະ​ບວນການ​ແບ່ງ​ແຍກ, ຈຳ​ແນ​ກປະຊາຊົນ​ສອງ​ຝ່າຍອອກ​ຈາກ​ກັນ​ຢ່າງ​ດຸ​ເດືອດ.

– ​ເຮັດ​ການ​ເຄື່ອນ​ໄຫວ​ຕ້ານ​ກັບ​ການ​ປັ່ນ​ປ່ວນ, ຊັກ​ຈູງ​ໃຫ້​ພົນລະ​ເມືອງ​ລາວ​ໜີ​ອອກ​ຈາກ​ປະ​ເທດ​ ແນ​ໃສ່​ຍຸບ​ຍອບ, ບັ່ນ​ທອນອິດ​ທິພົນ​ບົດບາດ​ຂອງ​ລະບອບ​ໃໝ່.

​- ເຄື່ອນ​ໄຫວ​ທາງ​ການ​ທູດ ຕ້ານ​ກັບ​ການ​ປິດ​ລ້​ອມທາງ​ເສດຖະກິດ​ຂອງ​ຕ່າງປະ​ເທດ ​ໂດຍສະ​ເພາະ​ປະ​ເທດ​ທີ່​ມີນະ​ໂຍບາຍທີ່​ເປັນ​ປໍ​ລະ​ປັກ​ຕໍ່ ສປປ ລາວ ທີ່​ໜຸ່ມ​ນ້ອຍ.

– ​ເຄື່ອນ​ໄຫວ​ສະກັດ​ກັ້ນ ​ແລະ ຕໍ່​ຕ້ານ​ການ​ໃຊ້​ກຳລັງ​ກໍ່ກວນ​ຕາມ​ຊາຍ​ແດນ ​ແລະ ກົນ​ອຸບາຍ
​ເຄື່ອນ​ໄຫວ​ບຽດ​ຢຶດດິນ​ແດນຂອງ ສປປ ລາວ ທີ່​ເກີດ​ໃໝ່​ຂອງ​ອິ​ດທິກຳລັງ​ປໍ​ລະ​ປັກ.

– ໄລຍະ​ນີ້ ​ແມ່ນ​ໄລຍະ​ທີ່​ການ​ທູດ ສປປ ລາວ ຕ້ອງ​ໄດ້​ເຄື່ອນ​ໄຫວຢ່າງ​ໜັກ ​ເພື່ອ​ຕໍ່ສູ້​ຕ້ານ​ການ
​ແຊກ​ແຊງ​ຂອງ​ຝ່າຍ​ກົງກັນຂ້າມ​ທີ່​ຫວັງ​ມ້າງ​ເພ​ທຳລາຍ​ອຳນາດ​ການ​ປົກຄອງ​ຂອງ​ລະບອບ​ໃໝ່ ​ທີ່​ໜຸ່ມ​ນ້ອຍ​​ໃຫ້ລົ້ມສະຫຼາຍ​ລົງ​ແຕ່​ຫົວທີ. ດັ່ງ​ນັ້ນ ວຽກ​ງານ​ການ​ທູດ, ການຕ່າງປະ​ເທດ​ໄດ້​ເປີດ​ສາກ​ແນວ​ຮົບ​ໃໝ່​ເພື່ອ​ຕໍ່ສູ້​ຢ່າງ​​ແໜ້ນໜຽວ, ມີ​ໄຫວ​ພິບ, ທັງ​ເຕັມ​ໄປ​ດ້ວຍ​ຄວາມ​ທໍລະ​ຫົດ​ອົດທົນ, ​ແຕ່​ໃນທີ່​ສຸດ​ກໍ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ລະບອບ​ໃໝ່​ໄວ້​ໄດ້​ຢ່າງ​ໝັ້ນຄົງ ​ໂດຍ​ຖື​ໄດ້​ວ່າ: ການ​ທູດ​ຍາມ​ໃດ​ກໍ​ເປັນ​ຮົ້ວ​ເຫຼັກ​ກັ້ນ​ວົງ​ນອກ​ໄວ້ ​ເພື່ອ​ປ້ອງ​ກັນ​ປະ​ເທດ​ຊາດ, ​ແຕ່​ຮົ້ວເຫຼັກ​ຊັ້ນ​ນີ້​ພັດ​ເປັນ​ຮົ້ວ​ທີ່​ຊອກ​ຫາ​ບໍ່​ເຫັນ​ຕົວ​ຕົນ, ​ແຕ່​ໄດ້​ເຮັດ​ໜ້າ​ທີ່​ປົກ​ປ້ອງ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ໃນ​ຍາມ​ຂັບ​ຂັນ​-ຫຼໍ່ແຫຼມ​ນັ້ນ.

ໄລຍະທີ 4: ການ​ທູດ​ລາວ​ໃນ​ໄລຍະ 40 ປີ ​ແຫ່ງ​ການ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່​ຂອງ​ພັກ: ​ເປັນ​ການ​ທູດ​ທີ່​ເຕັມ​ໄປ​ດ້ວຍ​ສີສັນ​ທີ່​ຫຼາກ​ຫຼາຍ, ​ເນື້ອ​ໃນ​ຮູບ​ແບບ​ທີ່​ອຸດົມສົມບູນ​​ຢ່າງ​ແທ້​ຈິງ, ການ​ທູດ​ລາວ​ໄລຍະ​ນີ້ ຕ້ອງ​ໄດ້​ປັບ​ຕົວ​ເຂົ້າ​ກັບ​ສະຖານະ​ການ, ສະພາບ​ການ​ທີ່​ສາມາດ​ສະໜອງ​ກັບ​ຄວາມ​ຮຽກຮ້ອງຕ້ອງການ​ຂອງ​ການ​ພັດທະນາ​ປະ​ເທດ​ໃນ​ໄລຍະ​ໃໝ່.

ການ​ທີ່​ການ​ທູດ​ລາວ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ສັນຕິພາບ, ມິດຕະພາບ, ນັບຖື​ຄວາມ​ເປັນ​ເອກະລາດ, ບໍ່​ແຊກ​ແຊງ​ເຂົ້າ​ກິດຈະການ​ພາຍ​ໃນ​ຂອງ​ກັນ​ແລະ​ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເປັນ​ຫຼັກການ​ພື້ນຖານ, ​ໃນ​ນັ້ນ ການ​ທູດ​ໃນ​ໄລຍະ​ນີ້ ​ແມ່ນ​ການ​ເປີດ​ກວ້າງ​ການ​ພົວພັນ​ໄປ​ສູ່​ຫຼາຍ​ທິດ, ຫຼາຍ​ຝ່າຍ ​ແລະ ຫຼາຍ​ຮູບ​ແບບ, ​ເພີ່ມ​ມິດ​ຫຼຸດຜ່ອນ​ສັດຕູ, ການ​ທູດການ​ເມືອງ ຕິດ​ພັນ​ກັບ​ການ​ທູດເສດຖະ ກິດ, ການ​ທູດ​ປ້ອງ​ກັນ​ເຫດ ​ແລະ ບຸກທະລຸ​ ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ ແລະ ພັດທະນາ​ປະ​ເທດ​ຊາດ ແລະ ຫຼ້າ​ສຸດ ​ເພື່ອ​ປະຕິບັດ​ແນວທາງ​ເສດຖະກິດ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ການ​ທູດ​ລາວ​ເຮົາ​ຕ້ອງ​ສ້າງແນວທາງ​ການ​ທູດ​ເສດຖະກິດ​ເອກະລາດ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ ​ໄປ​ຕາມໆ​ກັນ. ​ເຖິງ​ວ່າ​ສະພາບ​ຂອງ​ໂລກ​ມີ​ການ​ຜັນ​ແປ​ຢ່າງ​ສັບສົນ, ​ແຕ່​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ຍັງ​ມຸ່ງ​ໜ້າ​ສົ່ງ​ເສີມ​ນະ​ໂຍບາຍ​ໂລກາ​ພິວັດ, ສົ່ງ​ເສີມ​ໂລກຫຼາຍ​ຂົ້ວ​ອຳນາດ ຍັງ​ເປັນ​ແນວທາງ​ຫຼັກ​ຂອງ​ການ​ທູດ​ລາວ​ໃນ​ຍຸກ​ສະ​ໄໝ.

ຜົນ​ຂອງ​ການ​ເຄື່ອນ​ໄຫວ​ການ​ທູດ​ຮັບ​ໃຊ້​ແນວທາງ​ປ່ຽນ​ແປງ​ໃໝ່​ ໃນ 40 ປີ ຜ່ານມາ​ນັ້ນ​ແມ່ນ​ໃຫຍ່​ຫຼວງ, ​ເປັນ​ຮູບ​ປະ​ທຳ​ທີ່​ຈັບ​ຕ້ອງ​ໄດ້​ຢ່າງ​ແທ້​ຈິງ, ທັງ​ການ​ທູດ​ຂອງ​ລັດ, ຂອງ​ພັກ, ການ​ທູດ​ປະຊາຊົນ… ເຮັດ​ໃຫ້​ອິດ​ທິພົນ​ບົດບາດ​ຂອງ​ປະ​ເທດ​ເຮົາ​ໄດ້​ຖືກ​ຍົກ​ສູງ​ຂຶ້ນ ​ແລະ ມີ​ການ​ພົວພັນ​ກວ້າງຂວາງ​ອອກ​ຢ່າງ​ບໍ່​ຢຸດ​ຢັ້ງ. ປັດຈຸບັນ​ນີ້ ສປປ ລາວ ມີ​ສາຍ​ພົວພັນ​ການ​ທູດ​ກັບ 151 ປະ​ເທດ, ມີ 145 ພັກ​ການ​ເມືອງ, ​ໄດ້​ເຂົ້າ​ເປັນ​ສະມາຊິກ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ພາກ​ພື້ນ​ຫຼາຍກວ່າ 141 ອົງການ​ໃນ​ໂລກ, ​ໄດ້​ສຳ​ເລັດ​ຢ່າງ​ຈົບງາມ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ລະດັບ​ໂລກ ​ແລະ ພາກ​ພື້ນຫຼາຍໆ​ຄັ້ງ. ຜົນ​ການ​ເຄື່ອນ​ໄຫວ​ຂອງ​ການ​ທູດ​ໄລຍະ​ໃໝ່​ສະ​ແດງ​ອອກ​ໃຫ້ເຫັນວ່າ: ປະ​ເທດ​ເຮົາ​ໄດ້ຮັບ​ການ​ຊ່ວຍ​ເຫຼືອ​ສະໜັບສະໜູນ​ທຶນຮອນ​ເພື່ອ​ການ​ພັດທະນາ​ຈາກ​ເພື່ອນ​ມິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ການ​ລົງທຶນ​ຂອງ​ຕ່າງປະ​ເທດ ​ກໍ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງ, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຂົ້າມາທ່ຽວລາ​ວນັບ​ມື້​ນັບ​ຫຼາຍ, ປະ​ເທດ​ເຮົາ​ກຳລັງ​ຈະ​ສາມາດ​ອອກ​ຈາກ​ສະຖານະ​ພາບ​ການ​ເປັນ​ປະ​ເທດ​ດ້ອຍ​ພັດທະນາ​ໃນ​ຊຸມ​ປີ​ຕໍ່ໜ້າ​ນີ້, ປະ​ເທດ​ເຮົາ​ກຳລັງ​ຫັນ​ຈາກ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ​ໃຫ້​ກາຍ​ເປັນ​ປະ​ເທດ​ເຊື່ອມ​ໂຍງ, ​ເຊື່ອມ​ຈອດ… ການ​ທູດ​ຂອງ​ປະ​ເທດ​ເຮົາ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ສະພາບ​ແວ​ດລ້ອມ​ແຫ່ງ​ສັນຕິພາບ, ຄວາມ​ໝັ້ນຄົງ​ຂອງ​ຊາດ​ເຮົາ, ທັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ຕໍ່ສູ້​ເພື່ອ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ ​ແລະ ສາກົນ… 80 ປີທີ່​ຜ່ານ​ມາ ຈາກ​ທີ່​ຊື່​ວ່າ ປະ​ເທດລາວ ​ແມ່ນ​ຍັງ​ບໍ່​ເປັນ​ທີ່​ຮູ້ຈັກ​ຂອງ​ຄົນ​ສ່ວນ​ໃຫຍ່​​ໃນ​ໂລກ​ນີ້, ​ແຕ່​ມາ​
ດຽວ​ນີ້ ລາວ​ກໍ​ເປັນ​ປະ​ເທດ​ໜຶ່ງ​ທີ່​ປະກົດ​ຕົວ​ຂຶ້ນ​ມາ​ເປັນ​ລັດ​ໜຶ່ງ ທີ່​ຖືກ​ໂລກ​ເຄົາລົບ​ນັບຖື​​ເທົ່າ​ທຽມກັບ​ລັດ​ເອກະລາດ, ມີ​ອິດສະຫຼະພາບ ​ແລະ ອຳນາດ​ອະທິປະ​ໄຕ ປະ​ເທດ​ໜຶ່ງ​ໃນ​ໂລກ.

ຮຽນບັນດາທ່ານ, ບັນດາສະຫາຍ !

​ເຖິງ​ວ່າ​ພາລະ​ກຳ​ອັນ​ໃຫຍ່​ຫຼວງ​ຂອງ​ວຽກ​ງານ​ການ​ທູດ​ຂອງ​ປະ​ເທດ​ເຮົາ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ, ລ້ຳ​ເລີດ ທີ່​ເປັນ​ໜ້າພາກພູມ​ໃຈ​ນັ້ນ​ກໍ​ຕາມ, ​ແຕ່​ພາລະ​ໜ້າ​ທີ່​ອັນ​ໜັກໜ່ວງ, ທ້າ​ທາຍ​ຍັງ​ຢືນ​ຢູ່​ຕໍ່ໜ້າ​ພວກ​ເຮົາ ​ໂດຍ​ສະ​ເພາະ​ຕໍ່ໜ້າ​ບັນດາ​ສະຫາຍ​ທີ່​ເປັນ​ນັກ​ການ​ທູດ, ນັກ​ການ​ເມືອງ​ຕ່າງປະ​ເທດ ທີ່​ຈະ​ໄດ້​ຜ່ານ​ຜ່າ​ເພື່ອ​ໃຫ້​ປະເທດ​ຊາດ​ເຮົາ​ສາມາດ​ຢືນ​ຢູ່​ໄດ້​ຢ່າງ​ໝັ້ນ​ທ່ຽງ, ໜັກ​ແໜ້ນ, ສະຫງ່າ​ງາມ ​ແລະ ພ້ອມ​ເດີນ​ໜ້າ​ໄດ້​ຢ່າງ​ໝັ້ນ​ໃຈ​ດ້ວຍ​ຄວາມ​ເຂັ້ມ​ແຂງ ​ເບິ່ງ​ໄປ​ໜ້າ​ຢ່າງ​ເຫັນ​ອະນາຄົດ​ທີ່​ສົດ​ໃສ​ດ້ວຍ​ຄວາມ​ຫວັງ​ໃນ​ຄຸນ​ນະພາ​ບ​ໃໝ່, ​ເປັນ​ປະ​ເທດ​ທີ່​ທັນ​ສະ​ໄໝ​ຂຶ້ນ​ໃຫ້​ທັນ​ຍຸກ​ທີ່​ກ້າວໜ້າ​ຂອງ​ໂລກ​ໄດ້. ​ເພື່ອ​ຢາກ​ໄດ້​ແນວ​ນັ້ນ ການ​ທູດ​ລາວ​ເຮົາ​ຕ້ອງ​ມີ​ການ​ກະກຽມ​ພ້ອມ​ແນວ​ໃດ​ແດ່? ຫວັງ​ວ່າ​ນັກ​ການ​ທູດ​ຈະ​ຄົ້ນ​ຫາ​ຄຳ​ຕອບໃຫ້​ໄດ້.

ຂ້າພະ​ເຈົ້າ ​ໄດ້​ແຕ່​ຄິດ​ວ່າ ​ໃນ​ສະພາບ​ຂອງ​ໂລກ​ທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ສັບສົນ, ​ໄວວາ, ​ເຂັ້ມ​ຂຸ້ນ​ຂຶ້ນ​ນີ້, ສະພາບ​ການ​ສາມາດ​ຜັນ​ແປ ​ແລະ ປ່ຽນປີ້ນ​ໄດ້​ໃນ​ທຸກໆ​ມື້, ມັນ​ຮຽກຮ້ອງ​ໃຫ້​ນັກ​ການ​ທູດ​ກາຍ​ເປັນ​ນັກຮົບ​ປະຈັນ​ບານ​ທີ່​ເຂັ້ມ​ແຂງ​ທາງ​ດ້ານ​ສະຕິ​ປັນຍາ, ມັນສະໝອງ ​ແລະ ກຳລັງ​ກາຍ ​ເພື່ອ​ກຽມພ້ອມ​ເຂົ້າ​ສູ່​ສະໜາມຮົບ​ແຫ່ງ “ສົງຄາມ​ນ້ຳລາຍ”, ​ແຕ່​ບາງ​ຄັ້ງ ສົງຄາມ​ນ້ຳລາຍ​ກໍ​ອາດ​ກາຍເປັນ​ລູກປືນ​ໄດ້, ​ແຕ່​ກົງ ກັນຂ້າມ ​ກໍ​ສາມາດ​ເປັນ​ອາວຸດ​ແຫ່ງ​ການ​ສ້າງສັນ​ຕິ​ພາບ ​ແລະ ມິດຕະພາບ​ໄດ້… ສົງຄາມ​ຕ່າງໆ​ທີ່​ມີ​ຄວາມ​ເຂັ້ມ​ຂຸ້ນ​ເທົ່າ​ໃດ ນັກ​ການ​ທູດຍິ່ງ​ຕ້ອງ​ເຂັ້ມ​ແຂງ, ທັນ​ສະພາບ​ການ ​ແລະ ​ເລິກ​ເຊິ່ງທາງ​ດ້ານ​ຄວາມ​ຄິດ, ສະດຸ້ງ​ໄວ​ຕໍ່​ສະຖານະ​ການ​ທີ່​ເກີດ​ຂຶ້ນ, ຮັບ​ມື​ຢ່າງ​ທັນ​ເຫດການ, ເປັນ​ເສນາ​ທິການ​ໃຫ້​ພັກ, ລັດຖະບານ​ຢ່າງ​ສະຫຼາດມີ​ພິກ​ໄຫວ, ຄົ້ນ​ຄວ້າ​ເລິກ​ເຊິ່ງ​ເຖິງ​ຖອງ​ບັນຫາ​ທີ່​ເກີດ​ຂຶ້ນ, ​ເອົາ​ທັດສະນະ​ໃຫ້​ຊັດ​ເຈນ, ບໍ່​ຜິດ​ເຂ​ວ… ນີ້​ຄື​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສະພາບ​ການ​ໃໝ່… ນັກ​ການ​ທູດ ຖ້າ​ຂາດ​ການ​ຕິດ​ຕາມ​ຂ່າວ, ຕິດຕາມ​ສະຖານະ​ການ​ພຽງ​ບໍ່ເທົ່າ​ໃດ​ຊົ່ວ​ໂມງ​ເທົ່າ​ນັ້ນ ​ກໍ​ອາດ​ຈະ​ຕົກ​ຂ່າວ, ບໍ່​ທັນ​ຂ່າວ ​ແລະ ຂໍ້​ມູນ​ຂອງ​ເຫດການ​ກໍ​ຄາດ​ເຄື່ອນ, ຊັກ​ຊ້າ​ໄປ​ໄດ້. ດັ່ງ​ນັ້ນ ບັນດາ​ສະຫາຍ​ນັກ​ການ​ທູດ​ທຸກ​ລະດັບ, ຜູ້​ຊີ້​ນຳ-ນຳ​ພາ ​ແລະ ຜູ້​ດຳ​ເນີນ​ວຽກ​ງານ​ການ​ເມືອງ​ຕ່າງປະ​ເທດ​ຕ້ອງ​ດຸ​ໝັ່ນ, ຂະຫຍັນ​ພຽນ ສ້າງ​ຕົວ​ໃຫ້​ທັນ​ຍຸກທັນ​ສະ​ໄໝ​ຢູ່​ທຸກໆ​ເວລາ, ຮຽນ​ຮູ້​ຢູ່​ເປັນ​ປະຈຳ. ຜູ້​ທີ່​ເກັ່ງທາ​ງການ​ທູດຕ້ອງ​ໜັກ​ແໜ້ນ​ທາງ​ດ້ານ​ຄຸນ​ທາດ​ການ​ເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ນັກ​ການ​ທູດ​ຕ້ອງ​ເປັນ​ຄົນ​ທ່ຽງ​ຕົງ, ​ເປັນ​ຜູ້​ບໍລິສຸດ​ໃຈ​ຮັບ​ໃຊ້​ຊາດ, ຮັບ​ໃຊ້​ພັກ, ຮັບ​ໃຊ້​ປະຊາຊົນ, ຖື​ຜົນ​ປະ​ໂຫຍ​ດລວມ​ເປັນ​ທີ່​ຕັ້ງ, ​ເດັດດ່ຽວ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ​ຂອງ​ປະຊາຊົນ, ຮູ້​ພາສາ​ຕ່າງປະ​ເທດ​ດີ, ​ເລິກ​ເຊິ່ງ ​ແມ່ນ​ອາວຸດ​ປະຈຳ​ຕົວ​ທີ່​ແຫຼມ​ຄົມ​ຂອງ​ນັກ​ການ​ທູດ, ຮຽນ​ຮູ້​ພາສາ​ຕ່າງ
ປະ​ເທດ​ແລ້ວ​ຍັງ​ບໍ່ພໍ, ຕ້ອງ​ຮຽນ​ໃຫ້​ຮູ້​ພາສາ​ການ​ທູດ​ອີກ​ດ້ວຍ.

ຮຽນບັນດາສະຫາຍ !

​ໃນ​ຖານະ​ທີ່​ເຄີຍ​ເປັນ​ຜູ້​ຮ່ວມ​ງານ​ກັບ​ບັນດາ​ສະຫາຍ​ເປັນ​ເວລາ​ຫຼາຍ​ປີ​ມາ​ນັ້ນ, ຂ້າພະ​ເຈົ້າ ກໍ​ຮັບ​ຮູ້​

ຄວາມ​ຫຍຸ້ງຍາກ​ລຳບາກ, ຄວາມ​ທໍລະ​ຫົດ​ອົດທົນ, ຄວາມ​ເສຍສະຫຼະ, ການ​ປະ​ເຊີນ​ກັ​ບຄວາມທ້າ​ທາຍ​ຂອງ​ນັກ​ການ​ທູດ​ໄດ້​ເປັນ​ຢ່າງ​ດີ. ​ໃນ​ໂອກາດ​ນີ້, ຂ້າພະ​ເຈົ້າ ຂໍ​ຊົມ​ເຊີຍ​ຜົນງານ ​ແລະ ຜົນສຳ​ເລັດ​ຂອງ​ວຽກ​ງານ​ການ​ທູດທີ່​ບັນດາ​ສະຫາຍ​ຍາດ​ມາ​ໄດ້​ ໂດຍ​ສືບ​ຕໍ່ມູນ​ເຊື້ອໃນ 80 ປີ ຂອງ​ການ​ກຳ​ເນີ​ດຂອງ​ການ​ທູດ​ລາວ​ຜ່ານ​ມາ ​ເຊິ່ງ​ເປັນ 80 ປີ ​ແຫ່ງ​ການ​ຊີ້​ນຳ-ນຳພາທີ່​ອົງອາດ​ກ້າ​ແກ່ນ, ສະຫຼາດ​ສ່ອງ​ໃສ​ຂອງ​ພັກ ນຳ​ໂດຍ ປະທານ​ໄກສອນ ພົມວິຫານ ທີ່​ເຄົາລົບ​ຮັກ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ແລະ ບັນດາ​ຜູ້ນຳ, ຜູ້​ກໍ່​ຕັ້ງ​ພັກ​ເຮົາ ​ແລະ ຜູ້​ສືບ​ທອດ​ຈາກ​ຮຸ່ນຕໍ່​ຮຸ່ນມາ​ເຖິງ​ວັນ​ນີ້. ພວກ​ເພິ່ນ​​ເປັນ​ຜູ້​ໃຫ້​ກຳ​ເນີ​ດການ​ທູດ​ລາວ ​ແລະ ທັງ​ກະ​ໂຕ​ພວກ​ເພິ່ນ​ເອງ​ໄດ້​ເປັນ​ນັກ​ການ​ທູດ​ທີ່​ສະຫຼາດ​ແຫຼມ​ຄົມ​ຢ່າງ​ແທ້​ຈິງ, ພວກ​ເພິ່ນ​ໄດ້​ປະ​ມໍລະດົກ​ຂອງ​ການ​ທູດ​ລາວ​ໄວ້​ໃຫ້​ພວກ​ເຮົາ​ສືບ​ທອດ​ເດີນ​ຕາມ, ຜູ້ນຳ​ປະຕິວັດ​ໄດ້​ມີ​ຄຳ​ເວົ້າ​ທີ່​ເປັນ​ຄະຕິ​ເຕືອນ​ໃຈ​ໄວ້​ໃຫ້​ພວກ​ເຮົາ ບົນ​ເສັ້ນທາງ​ແຫ່ງ​ຊີວິດ​ປະຕິວັດ​ວ່າ: “ຍິ່ງ​ຫຍຸ້ງຍາກ ກໍ​ຍິ່ງ​ອົດທົນ, ຍິ່ງ​ສັບສົນ ກໍ​ຍິ່ງ​ທຸ່ນ​ທ່ຽງ, ຍິ່ງ​ລະ​ອິດ​ລະ​ອ້ຽວ​ຂ້ຽວຂາດ ກໍ​ຍິ່ງ​ສ້າງ​ໄດ້​ຄວາມ​ສະຫຼາດ​ສ່ອງ​ໃສ…”.

ຮຽນບັນດາສະຫາຍ ທີ່ນັບຖື !

​ເຖິງ​ວ່າ ຂ້າພະ​ເຈົ້າ ​ມີ​ໂອກາດຮ່ວມ​ວຽກ​ຮ່ວມ​ງານ​ກັບ​ບັນດາ​ສະຫາຍ​ໃນ​ຂົງ​ເຂດ​ວຽກ​ງານຕ່າງປະ​ເທດ​ມາ​ແລ້ວ, ​ແຕ່​ຍາມ​ໃດ​ຕົນ​ກໍ​​ຖື​ວ່າ​ເປັນ​ຜູ້​ໜຶ່ງ​ທີ່​ຕ້ອງ​ທັງ​ເຮັດ​ທັງ​ຮຽນ.​ ​ເຖິງ​ວ່າ​ໄດ້​ພະຍາຍາມ​ສະ​ສົມ​ບົດຮຽນ​ເລັກ​ໜ້ອຍ ​ແຕ່​ກໍ​ຢາກ​ຈະ​ນຳ​ເອົາ​ຄວາມ​ຮູ້ສຶກ ​ແລະ ບາງ​ຄວາມ​ຊົງ​ຈຳ​ສ່ວນ​ຕົວ​ຂອງ​ຕົນ​ທີ່​ມີ​ໄວ້​ໃນ​ໃຈ ​ເພື່ອ​ແບ່ງປັນ​ດ້ວຍ​ຄຳ​ເວົ້າ​ສັ້ນໆ​ທີ່​ຂ້າພະ​ເຈົ້າ​ເຄີຍ​ໄດ້​ຝາກ​ໄວ້​ໃຫ້​ນັກ​ການ​ທູດ​ລາວ​ຍຸກໃໝ່ ​ແຕ່​ປີ 2022 ​ແລ້ວ​ນັ້ນ, ຂໍ​ທົບ​ທວນຄືນ ​ເພື່ອ​ເປັນ​ການ​ປິດ​ທ້າຍ​ຂອງ​ຄຳ​ເຫັນ​ຂ້າພະ​ເຈົ້າ ດັ່ງ​ນີ້: ການ​ທູດ​ລາວ​ຍຸກ​ໃໝ່ ​ແນ​ໃສ່​ເປີດ​ກວ້າງ, ​ເປັນ​ການ​ທູດ​ຫຼາຍ​ທິດ, ຫຼາຍ​ຝ່າຍ, ຫຼາຍຮູບແບບ ທີ່​ດຳ​ເນີນ​ມາ ​ແລະ ຈະດຳ​ເນີນ​ຕໍ່​ໄປ ຢາກ​ໃຫ້​ເອົາ​ໃຈ​ໃສ່ ຄືດັ່ງ​ນີ້:

ຕໍ່ດ້ານໜຶ່ງ:

ສ້າງ​ຄວາມ​ເຊື່ອ​ໝັ້ນ        ດ້ວຍ​ໃຈ​ເປັນ​ມິດ

ລິ​ເລີ່​ມຄວາມ​ຄິດ                 ດ້ວຍ​ໃຈ​ສ້າງສັນ

ຮູ້​ເຖິງ​ທັນ                ຄວາມ​ເປັນ​ແກ່ນ​ແທ້

ຮູ້ຈັກ​ແກ້                 ອຸປະສັກ​ຂັດ​ສົນ

ຮູ້​ນຳ​ຜົນ                 ​ແກ່​ທັງ​ສອງ​ຝ່າຍ

ຕໍ່ອີກດ້ານໜຶ່ງ:

ຮູ້​ໄວ້​ກ່ອນ             ທຸກ​ເຈຕະນາ​ລົມ

ຕ້ອງ​ແຫຼມ​ຄົມ             ​ໃຊ້​ຄວາມ​ຄິດ​ອ່ານ

ກຽມ​ວຽກບ້ານ             ​ໃຫ້​ລະອຽດ​ພຽງພໍ

ບໍ່​ຕ້ອງ​ລໍ                 ​ໃຫ້​ຖືກ​ບຸກກ່ອນ

 

ນໍ້າ​ໃຈ​ວັນ​ປະກາດ​ເອກະລາດ 12 ຕຸລາ ຍັງ​ຝັງ​ເລິກ​ໄວ້​ໃນ​ຈິດ​ໃຈ​ຂອງ​ພວກ​ເຮົາ, ຂໍ​ອວຍພອນ​ໃຫ້​ວັນ​ການ​ທູດ​ລາວ ຄົບຮອບ 80 ປີ ຈົ່ງ​ໝັ້ນຍືນ, ນັກ​ການ​ທູດ​ລາວ ຈົ່ງ​ເຂັ້ມ​ແຂງ​ແຮງ​ກ້າກ້າວຂຶ້ນ !

 

(ຂໍຂອບໃຈ)

(ທີ່ຫໍປະຊຸມແຫ່ງຊາດ, ວັນທີ 10 ຕຸລາ 2025)

(ວາລະສານອະລຸນໃໝ່ ສະບັບປະຈຳເດືອນຕຸລາ ປີ 2025)

Leave a Reply

Your email address will not be published. Required fields are marked *