
ວຽກງານຄົມມະນາຄົມເປັນປາຍແຫຼມ ໝາຍເຖິງການພັດທະນາເສັ້ນທາງພາຍໃນປະເທດໃຫ້ລຸໂລ່ງຢ່າງທົ່ວເຖິງ ແຕ່ເໜືອ-ໃຕ້, ແຂວງ-ແຂວງ, ແຂວງ-ເມືອງ, ເມືອງ-ເມືອງ, ຕົວເມືອງ-ຊົນນະບົດ ດ້ວຍການນໍາໃຊ້ເສັ້ນທາງບົກ, ທາງນໍ້າ ແລະ ທາງອາກາດ. ປະທານ ໄກສອນ ພົມວິຫານ ໄດ້ກ່າວໄວ້ວ່າ: “ໃນຂົງເຂດເສດຖະກິດຂອງລັດຕ້ອງເອົາໃຈໃສ່ພິເສດແກ້ໄຂຂອດຄົມມະນາຄົມຂົນສົ່ງ, ນໍາໃຊ້ເຄື່ອງມື
ດັດແປງ ແລະ ເຄື່ອງມືທັນສະໄໝເຂົ້າໃນການຜະລິດ… ຮຽກຮ້ອງໃຫ້ພວກເຮົາຕ້ອງເອົາໃຈໃສ່ເປັນພິເສດຂະຫຍາຍຕາໜ່າງຄົມມະນາຄົມຂົນສົ່ງໃຫ້ທະລຸໂລ່ງ ຈຶ່ງຈະຊຸກຍູ້ໃຫ້ການຜະລິດແຂງແຮງຢ່າງວ່ອງ ໄວ ທົ່ວເຖິງ”[1]. ພ້ອມກັນນັ້ນ ຕ້ອງພັດທະນາເສັ້ນທາງເຊື່ອມຕໍ່ກັບບັນດາປະເທດໃກ້ຄຽງ ໂດຍສະເພາະແມ່ນເສັ້ນທາງອອກສູ່ທະເລຕາເວັນອອກ ແລະ ປັບປຸງເສັ້ນທາງຫຼວງແຫ່ງຊາດ ເພື່ອຮອງຮັບການ
ເຊື່ອມໂຍງ-ເຊື່ອມຈອດກັບຕ່າງປະເທດ, ຊຸກຍູ້ການພັດທະນາເສດຖະກິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ.
ພັກ-ລັດຖະບານຖືວ່າ ວຽກງານຄົມມະນາຄົມເປັນຂະແໜງການເສດຖະກິດປາຍແຫຼມຂອງພື້ນຖານເສດຖະກິດແຫ່ງຊາດ ເພື່ອຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນສູນກາງການບໍລິການດ້ານຄົມມະນາຄົມ-ຂົນສົ່ງຂອງພາກພື້ນ ໂດຍສຸມໃສ່ປັບປຸງ, ຍົກລະດັບ ແລະ ກໍ່ສ້າງບັນດາໂຄງລ່າງພື້ນຖານຄົມມະນາຄົມຂົນສົ່ງ, ເປັນຕົ້ນແມ່ນສ້າງ ແລະ ຍົກລະດັບເສັ້ນທາງຫຼວງແຫ່ງ
ຊາດໃຫ້ໄດ້ມາດຕະຖານ, ສາມາດເຊື່ອມຕໍ່ກັບເສັ້ນທາງໄປຫາແຂວງຕ່າງໆ; ຂະຫຍາຍເສັ້ນທາງຊົນນະ ບົດຕາມທິດປຸກລະດົມການປະກອບສ່ວນຂອງປະຊາຊົນເປັນຕົ້ນຕໍໃນການນໍາໃຊ້, ປົກປັກຮັກສາ, ບູລະ ນະເສັ້ນທາງ, ຂົວ ແລະ ກິດຈະການຄົມມະນາຄົມອື່ນໆໃຫ້ມີຄວາມຍືນຍົງ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ໂດຍສານໃນຂອບເຂດທົ່ວປະເທດ, ລວມທັງການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຕົວເມືອງ, ລົບລ້າງຄວາມທຸກຍາກ, ພັດທະນາພື້ນຖານໂຄງລ່າງການຜະລິດ ແລະ ການບໍລິການໃຫ້ມີຄວາມຫຼາກຫຼາຍ, ເຮັດໃຫ້ການຜະລິດຕິດພັນກັບການຊົມໃຊ້, ເຮັດໃຫ້ຊົນນະບົດຕິດພັນກັບຕົວເມືອງ, ການພັດທະນາເສດຖະກິດຕິດພັນ
ກັບການແກ້ໄຂຄວາມທຸກຍາກ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ດັ່ງນັ້ນ ວຽກງານຄົມມະນາຄົມເປັນປາຍແຫຼມ ຈຶ່ງໝາຍເຖິງການທະລຸເສັ້ນທາງໄປໃຫ້ທົ່ວເຖິງທຸກບ່ອນ, ທຸກເຂດພາຍໃນປະເທດ ຕາມທັດສະນະທີ່ວ່າ: ຖ້າວຽກຄົມມະນາຄົມ ແລະ ຂົນສົ່ງໄປຮອດບ່ອນໃດ, ເສດຖະກິດ-ສັງຄົມ ແລະ ຄວາມສີວິໄລ ກໍຂະຫຍາຍຕົວໄປຮອດບ່ອນນັ້ນ. ພັກເຮົາໄດ້ກຳນົດວ່າ: “ໂຄງລ່າງພື້ນຖານໄດ້ຮັບການພັດທະນາທີ່ສາມາດເຊື່ອມຈອດ-ເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາກົນ ເພື່ອເອື້ອອໍານວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ”[2]. ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວ, ຄະນະພັກ-ຄະນະນໍາກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ຫັນເຂົ້າສູ່ວຽກງານຕົວຈິງ ໂດຍໄດ້ກໍານົດທິດທາງ ແລະ ຄາດໝາຍສູ້ຊົນພາຍໃຕ້ວິໄສທັດ “ພັດທະນາຂະແໜງໂຍທາທິການໃຫ້ເປັນປາຍແຫຼມ, ມີຈຸດສຸມ, ມີປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”[3]; ກໍານົດ 18 ເປົ້າ
ໝາຍລວມ, 11 ແຜນງານ ແລະ 59 ແຜນວຽກຈຸດສຸມ ເຊິ່ງໄລຍະຜ່ານມາ ກໍໄດ້ເປັນເຈົ້າການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໂດຍສະເພາະບັນດາກິດຈະກໍາ ແລະ ໂຄງການທີ່ເປັນບຸລິມະສິດ ເຊັ່ນ: ການຄຸ້ມຄອງມາດຕະຖານເຕັກນິກ, ຄຸ້ມຄອງພາຫະນະການຂັບຂີ່, ການຈະລາຈອນຂົນສົ່ງສິນຄ້າ-ໂດຍສານທາງ ບົກ, ທາງລົດໄຟ, ທາງນໍ້າ, ທາງອາກາດ… ເອົາໃຈໃສ່ກໍ່ສ້າງພື້ນຖານໂຄງລ່າງ ເພື່ອເຊື່ອມໂຍງ-ເຊື່ອມຈອດພາຍໃນ, ພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນກໍ່ສ້າງສໍາເລັດທາງລົດໄຟ, ທາງດ່ວນວຽງຈັນ-ວັງວຽງ,
ປັບປຸງ-ຍົກລະດັບ-ສ້ອມແປງທາງຫຼວງແຫ່ງຊາດ ແລະ ປັບປຸງ-ຍົກລະດັບ-ກໍ່ສ້າງສະໜາມບິນ. ຄຽງຄູ່ກັນນັ້ນ ກໍໄດ້ສ້າງ ແລະ ປັບປຸງກົດໝາຍວ່າດ້ວຍການຂົນສົ່ງຍານພາຫະນະທາງບົກ, ສ້າງນິຕິກໍາ ແລະ ລະບຽບການ ເພື່ອອໍານວຍຄວາມສະດວກໃຫ້ແກ່ວຽກງານຂົນສົ່ງກັບບັນດາປະເທດອ້ອມຂ້າງ. ຜ່ານການ ເຄື່ອນໄຫວວຽກງານໃນໄລຍະ 5 ປີ ຜ່ານມາ (2021-2025) ໄດ້ບັນລຸຜົນສໍາເລັດພົ້ນເດັ່ນດັ່ງນີ້:
ເສັ້ນທາງບົກ: ສາມາດປັບປຸງ, ກໍ່ສ້າງ ແລະ ຍົກລະດັບເສັ້ນທາງຄົມມະນາຄົມຂົນສົ່ງທາງບົກໃຫ້ໄດ້ມາດຕະຖານອາຊຽນ ໄດ້ທັງໝົດ 443,89 ກມ ເຊິ່ງປະກອບມີ: ❶ ທາງເລກທີ 13 ເໜືອ (ສີໄຄ-ສີເກີດ-ໂພນໂຮງ) ຍາວ 64 ກມ; ❷ ທາງເລກ 11 ຊ່ວງແຕ່ສົ້ນຂົວນໍ້າສັງ-ບ້ານໂນນສະຫວັນ-ບ້ານຄົກເຂົ້າດໍ ຍາວ 104,89 ກມ;❸ ທາງເລກທີ 13 ໃຕ້ ແຕ່ ກມ 71-ກມ 346 ຍາວ 275 ກມ. ພ້ອມກັນນັ້ນ ກໍາລັງປັບປຸງເສັ້ນທາງເລກ 2E (ເມືອງໄຊ-ເມືອງຂວາ) ຍາວ 100 ກມ; ທາງເລກ 2W (ເມືອງໄຊ-ປາກແບ່ງ) ຍາວ 136 ກມ ພາຍໃຕ້ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກ ສ່ຽງໃຕ້ ເພື່ອການເຊື່ອມໂຍງ-ເຊື່ອມຈອດ; ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ໃຕ້ ແຕ່ ກມ 21-ກມ 71 ຍາວ 50 ກມ; ສໍາເລັດການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ປາກຊັນ-ບຶງການ)
ແລະ ຂົວຂ້າມນໍ້າຂອງ ຫາດແກ້ວ-ກ້ອນຕື່ນ ແຂວງບໍ່ແກ້ວ.
ເສັ້ນທາງລົດໄຟ: ໄດ້ເອົາໃຈໃສ່ຊຸກຍູ້, ຕິດຕາມການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ 2021, ພ້ອມທັງປະກອບສິ່ງອໍານວຍຄວາມສະດວກຕ່າງໆຢູ່ບັນດາສະຖານີໂດຍສານ ແລະ ສະຖານີສິນຄ້າ, ໄປຄຽງຄູ່ກັບການເປີດບໍລິການຂົນສົ່ງໂດຍສານລະຫວ່າງປະເທດ (ນະຄອນຫຼວງວຽງຈັນ-ຄຸນມິງ) ໃນວັນທີ 13 ເມສາ 2023. ໃນໄລຍະ 5 ປີ (2021-2025) ສາມາດຂົນສົ່ງໂດຍສານບັນລຸໄດ້ 11,43 ລ້ານເທື່ອຄົນ, ຂົນສົ່ງສິນຄ້າ
ບັນລຸໄດ້ 16,65 ລ້ານໂຕນ ແລະ ມີລາຍຮັບທັງໝົດ 23,51 ພັນກວ່າຕື້ກີບ. ພ້ອມກັນນັ້ນ ກໍໄດ້ສໍາເລັດການກໍ່ສ້າງເສັ້ນທາງລົດໄຟ ລາວ-ໄທ ໄລຍະ II ຕອນທີ 2 (ທ່ານາແລ້ງ-ຄໍາສະຫວາດ) ຍາວ 7,5 ກມ ແລະ ໄດ້ເລີ່ມເປີດໃຫ້ບໍລິການນັບແຕ່ເດືອນກໍລະກົດ 2024 ເປັນຕົ້ນມາ, ສາມາດຂົນສົ່ງຜູ້ໂດຍສານບັນລຸ 192 ພັນເທື່ອຄົນ, ຂົນສົ່ງສິນຄ້າ 552,12 ພັນໂຕນ ແລະ ສ້າງລາຍຮັບໄດ້ 135,75 ຕື້ກີບ, ມອບພັນທະໃຫ້ລັດໄດ້ 12,52 ຕື້ກີບ.
ເສັ້ນທາງນໍ້າ: ໄດ້ສ້າງແຜນພັດທະນາ ແລະ ປັບປຸງບັນດາທ່າເຮືອ ຕິດພັນກັບການປັບປຸງຄອງເດີນເຮືອຕາມລໍາແມ່ນໍ້າຂອງໃຫ້ສາມາດຮອງຮັບເຮືອຂົນສົ່ງຂະໜາດ 300-500 ໂຕນ. ປັດຈຸບັນ ມີທ່າ ເຮືອທັງໝົດ 52 ແຫ່ງ, ໃນນີ້ ທ່າເຮືອຂົນສົ່ງຜູ້ໂດຍສານ 30 ແຫ່ງ, ທ່າເຮືອຂົນສົ່ງສິນຄ້າ 13 ແຫ່ງ, ທ່າເຮືອບັກ 6 ແຫ່ງ, ທ່າເຮືອສະເພາະ 1 ແຫ່ງ (ທ່າເຮືອບ້ານທວາຍ ແຂວງບໍລິຄໍາໄຊ), ທ່າເຮືອເຂດເສດຖະກິດພິເສດ 2 ແຫ່ງ (ສາມຫຼ່ຽມຄໍາ ແລະ ທ່ອງທ່ຽວດອກງີ້ວຄໍາ). ສໍາເລັດໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນເທດສະບານເມືອງປາກລາຍ ແຂວງໄຊຍະບູລີ; ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຊ່ວງທີ 2 ບ້ານກ້ອນຄໍາ ເມືອງໝື່ນ ແຂວງວຽງຈັນ; ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນນໍ້າເຫືອງ, ບ້ານເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ; ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ບ້ານດອນປາແດກເມືອງໜອງບົກ ແຂວງຄໍາມ່ວນ; ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ບ້ານຈອມແກ້ວ ເມືອງແກ່ນທ້າວ ແຂວງ
ໄຊຍະບູລີ (ຊ່ວງທີ III). ພ້ອມກັນນີ້ ກໍໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນທີ່ເປັນບຸລິມະສິດຈໍານວນໜຶ່ງ ເຊັ່ນ: ໂຄງການພັດທະນາແຄມຂອງ ນະຄອນຫຼວງວຽງຈັນ ໄລຍະ II ປະຕິ ບັດໄດ້ 88,5%; ໂຄງການພັດທະນາແຄມຂອງ ແຂວງຈໍາປາສັກ ໄລຍະ I ປະຕິບັດໄດ້ 97,80%; ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມເທດສະບານເມືອງໄຊ ແຂວງອຸດົມໄຊ ປະຕິບັດໄດ້ 98%; ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນໍ້າຖ້ວມຕົວເມືອງຢູ່ ສປປ ລາວ ປະຕິບັດໄດ້ 69,70%; ນອກຈາກນີ້ ຍັງໄດ້ສຸ່ມໃສ່ສຶກສາສໍາຫຼວດ-ອອກແບບຄວາມເປັນໄປໄດ້ໂຄງການຄຸ້ມຄອງ ແລະ ພັດທະນາວຽກງານເດີນທະເລ ເພື່ອສ້າງຕັ້ງຫ້ອງການໜ່ວຍງານຄຸ້ມຄອງຄວາມປອດໄພ ແລະ ຂຶ້ນທະບຽນເຮືອທາງທະເລ, ພ້ອມທັງດໍາເນີນການດ້ານນິຕິກໍາ ແລະ ຂັ້ນຕອນຕ່າງໆ ເພື່ອສະໝັກເຂົ້າເປັນສະມາຊິກຂອງອົງການ
ທາງທະເລລະຫວ່າງປະເທດ (IMO) ໂດຍສໍາເລັດການສຶກສາຄວາມເປັນໄປໄດ້ຂອງໂຄງການພັດທະ ນາ ແລະ ຄຸ້ມຄອງວຽກງານການເດີນເຮືອທາງທະເລ; ປະສານງານ ແລະ ຮ່ວມມືກັບ ສສ ຫວຽດນາມໃນການຄຸ້ມຄອງ-ນໍາໃຊ້ພື້ນຖານໂຄງລ່າງຂອງທ່າເຮືອຫວຸ້ງອ່າງ ແລະ ສ້າງເງື່ອນໄຂສະດວກໃຫ້ສິນຄ້າຜ່ານແດນຂອງລາວຜ່ານທ່າເຮືອສາກົນລາວ-ຫວຽດນາມ, ພົ້ນເດັ່ນແມ່ນສໍາເລັດການກໍ່ສ້າງທ່າທຽບເຮືອ 3 ແລະ ເປີດນໍາໃຊ້ຢ່າງເປັນທາງການໃນປີ 2025.
ເສັ້ນທາງຄົມມະນາຄົມທາງອາກາດ: ສໍາເລັດການກໍ່ສ້າງສະໜາມບິນໜອງຄ້າງ ແຂວງຫົວພັນ ເຊິ່ງໄດ້ເປີດໃຫ້ບໍລິການໃນປີ 2023 ແລະ ການກໍ່ສ້າງສະໜາມບິນຕົ້ນເຜິ້ງແຂວງບໍ່ແກ້ວ ເປີດນໍາໃຊ້ໃນປີ 2024, ສໍາເລັດການສຶກສາຄວາມເປັນໄປໄດ້ ແລະ ເຊັນສັນຍາເງິນຊ່ວຍເຫຼືອຈາກລັດຖະບານຍີ່ປຸນ ໂດຍຜ່ານອົງການໄຈກາ (JICA) ປະຈໍາລາວ ເພື່ອມາປັບປຸງ ແລະ ຍົກລະດັບສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ, ສໍາເລັດການຄັດເລືອກນັກລົງທຶນທີ່ມີເງື່ອນໄຂຄົບຖ້ວນ ເພື່ອພັດທະນາສະໜາມບິນສາກົນຫຼວງພະບາງ ດ້ວຍຮູບແບບການຮ່ວມລົງທຶນລະຫວ່າງພາກລັດ ແລະ ເອກະຊົນ (PPP), ສໍາເລັດແຜນແມ່ບົດໃນການພັດທະນາສະໜາມບິນໃນທົ່ວປະເທດ. ນອກຈາກນີ້ ກໍໄດ້ສໍາເລັດບັນດາວຽກງານມາດຕະຖານການບິນ ທີ່ຕິດພັນກັບການຄຸ້ມຄອງໃບອະນຸຍາດການປະຕິບັດໜ້າທີ່ການບິນ, ການຄຸ້ມຄອງການປະຕິບັດການບິນ ແລະ ການຄຸ້ມຄອງດ້ານເຕັກນິກເຮືອບິນ; ຮັບຮອງຄູ່ມືຝຶກອົບຮົມສະ ບັບປັບປຸງໃໝ່ຂອງສູນຝຶກນັກບິນ (ໂຄງການ PACTEC); ປັບປຸງຂໍ້ກໍານົດການປະຕິບັດການບິນສະ ເພາະ (Operations Specifications) ແລະ ຮັບຮອງບັນດາປຶ້ມຄູ່ມືປະຕິບັດການບິນ, ຄູ່ມືວ່າດ້ວຍການຄຸ້ມຄອງສ້ອມແປງເຮືອບິນ ແລະ ແຜນສ້ອມແປງເຮືອບິນຂອງບັນດາສາຍການບິນຂອງລາວ; ສ້າງຮ່າງລະບຽບການວ່າດ້ວຍການອອກໃບອະນຸຍາດປະຕິບັດໜ້າທີ່ຈຸຫ້ອງໂດຍສານ (Cabin Crew License), ສ້າງຮ່າງລະບຽບການວ່າດ້ວຍການຄຸ້ມຄອງຜູ້ໃຫ້ບໍລິການພາກພື້ນດິນ; ສ້າງຮ່າງຂໍ້ຕົກລົງວ່າດ້ວຍການ
ຄຸ້ມຄອງການປະຕິບັດການບິນທົ່ວໄປ; ຮ່າງຂໍ້ຕົກລົງວ່າດ້ວຍການນໍາເຂົ້າ-ສົ່ງອອກເຮືອບິນ, ເຄື່ອງຈັກ, ໃບພັດ, ຊິ້ນສ່ວນປະກອບ ແລະ ອຸປະກອນຂອງເຮືອບິນ. ວຽກງານຄວາມປອດໄພການບິນ: ສໍາເລັດການສ້າງ ແລະ ປັບປຸງນິຕິກໍາ, ຂໍ້ແນະນໍາເພີ່ມເຕີ່ມ ເພື່ອຮອງຮັບການກວດສອບຂອງອົງການການບິນພົນລະເຮືອນສາກົນ ຈໍານວນ 20 ສະບັບ; ສໍາເລັດການຮັບຮອງແຜນປ້ອງກັນສາຍການບິນ; ແຜນປ້ອງກັນ
ຄວາມປອດໄພສະໜາມບິນ 6 ແຫ່ງ ແລະ ສໍາເລັດການຢັ້ງຢືນອຸປະກອນປ້ອງກັນຄວາມປອດໄພການ ບິນ. ວຽກງານຄຸ້ມຄອງຈະລາຈອນທາງອາກາດ: ສໍາເລັດການກວດກາຮັບຮອງການກໍ່ສ້າງບັນດາຈຸດເຄົ້າຫຼັກ (PACS), ຈຸດເຄົ້າສໍາຮອງ (SACS) ແລະ ບັນດາຈຸດພິກັດການບິນລະບົບ WGS-84 ຂອງສະ ໜາມບິນອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ສະຫວັນນະເຂດ; ສໍາເລັດລະບຽບການຄວາມປອດໄພການບິນພົນລະເຮືອນ ພາກທີ 15A ວ່າດ້ວຍການຄຸ້ມຄອງວຽກງານຈະລາຈອນທາງອາກາດ, ພາກທີ
15B ວ່າດ້ວຍການຄຸ້ມຄອງວຽກງານໂທລະຄົມການບິນ; ສໍາເລັດການສ້າງແຜນວົງຈອນບິນເຂົ້າ-ອອກ, ຂຶ້ນ-ລົງທີ່ນໍາທາງເຮືອບິນດ້ວຍດາວທຽມ (ສະໜາມບິນສາກົນສະຫວັນນະເຂດ, ບໍ່ແກ້ວ, ຫຼວງນໍ້າທາ, ອຸດົມໄຊ); ກວດກາຢັ້ງຢືນການອອກແບບ ແລະ ສ້າງແຜນວົງຈອນບິນເຂົ້າ-ອອກ, ຂຶ້ນ-ລົງສະໜາມບິນໜອງຄ້າງ; ສໍາເລັດການປັບປຸງແຜນທີ່ວົງຈອນບິນຂອງສະໜາມບິນສາກົນວັດໄຕ. ພ້ອມກັນນັ້ນ ໄດ້ບໍລິ ການບັນຊາເຮືອບິນຂຶ້ນ-ລົງ, ເຂົ້າ-ອອກທັງໝົດ 12 ສະໜາມບິນໃນຂອບເຂດທົ່ວປະເທດ ແລະ 6 ເສັ້ນທາງການບິນພາຍໃນໄດ້ 322.650 ຖ້ຽວ (ພາຍໃນປະເທດ 95.024 ຖ້ຽວ, ຕ່າງປະເທດ 54.501 ຖ້ຽວ, ຖ້ຽວບິນນອກແຜນ 3.920 ຖ້ຽວ ແລະ ຖ້ຽວບິນທະຫານ 169.205 ຖ້ຽວ), ບໍລິການຜ່ານນ່ານຟ້າໄດ້ 936.661 ຖ້ຽວ, ລາຍຮັບຈາກຄ່າບໍລິການວິທະຍຸຊ່ວຍລົງເດີ່ນ ປະຕິບັດໄດ້ 17,77 ຕື້ກີບ ແລະ 7,9 ລ້ານໂດລາສະຫະລັດ; ຄ່າທໍານຽມ ແລະ ຄ່າບໍລິການບິນຜ່ານ ປະຕິບັດໄດ້ 267,79 ລ້ານໂດ
ລາສະຫະລັດ.
ຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ນັ້ນ ກໍຍັງມີຂໍ້ຄົງຄ້າງທີ່ຕ້ອງໄດ້ປັບປຸງແກ້ໄຂ ເປັນຕົ້ນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານວິຊາສະເພາະບາງວຽກຍັງຊັກຊ້າ, ມີການຕໍ່ສັນຍາຫຼາຍຄັ້ງ ແລະ ບໍ່ສໍາເລັດຕາມກໍານົດເວລາ; ການແກ້ໄຂຂໍ້ຄົງຄ້າງການກວດກາຂອງອົງການການບິນພົນລະເຮືອນສາກົນ, ການແກ້ໄຂບັນດາໜ້າວຽກທີ່ຍັງຄົງຄ້າງຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ການແກ້ໄຂຄ່າຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງຕ່າງໆຍັງຊັກຊ້າ; ການກໍ່ສ້າງ, ສ້ອມແປງທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນ ແລະ ການຄຸ້ມຄອງລົດບັນທຸກນໍ້າໜັກເກີນ ຍັງພົບຄວາມຫຍຸ້ງຍາກ; ການຄຸ້ມຄອງວຽກງານຂົນສົ່ງໂດຍສານ-ຂົນສົ່ງສິນຄ້າທາງບົກ, ທາງລົດໄຟ ຍັງເປັນບັນຫາທີ່ຜູ້ໃຊ້ບໍລິການ ແລະ ຜູ້ປະກອບ
ການເລັ່ງທວງໃຫ້ແກ້ໄຂ; ການແກ້ໄຂຂໍ້ຄົງຄ້າງຈາກຜົນການກວດສອບ, ກວດກາຂອງພາຍໃນ ແລະ ສາ ກົນ ຍັງມີບາງບັນຫາທີ່ຍັງບໍ່ທັນສາມາດແກ້ໄຂໄດ້ຢ່າງຂາດຕົວ.
ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານໂຍທາທິການ ແລະ ຂົນສົ່ງ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ, ສອດຄ່ອງກັບຄໍາຂວັນທີ່ວ່າ: “ເພີ່ມທະວີການນໍາພາ-ຊີ້ນໍາຂອງອົງຄະນະພັກ, ພັດທະນາໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນປາຍແຫຼມ, ມີຈຸດສຸມ, ທົນທານ, ທັນສະໄໝ, ປອດໄພ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”[4]. ສະນັ້ນ ໃນຕໍ່ໜ້າຕ້ອງເອົາໃຈໃສ່ບາງວຽກຈຸດສຸມ ດັ່ງນີ້:
- ເພີ່ມທະວີການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນໍາພາ; ສືບຕໍ່ນໍາພາປະຕິບັດວິໄນແຜນການ-ການເງິນຢ່າງເຂັ້ມງວດ; ຕິດຕາມ, ຊຸກຍູ້ການເກັບລາຍຮັບວິຊາການ; ຂຸດຄົ້ນແຫຼ່ງລາຍຮັບທີ່ບົ່ມຊ້ອນ ເພື່ອຕອບສະໜອງກັບຄວາມຕ້ອງການທີ່ນັບມື້ຫຼາຍຂຶ້ນ; ສ້າງແຜນແມ່ບົດພັດທະນາແບບກວມລວມແຕ່ລະເຂດແຄວ້ນ, ບັນດາ
ແຂວງ, ນະຄອນ, ຕົວເມືອງໃຫຍ່ໃຫ້ມີການພັດທະນາ ແລະ ທັນສະໄໝ. - ເລັ່ງຄົ້ນຄວ້າການເກັບຄ່າບໍລິການທ່າບົກ, ການຂົນສົ່ງສິນຄ້າຜ່ານທາງລົດໄຟ, ທາງລົດບັນທຸກຂົນສົ່ງສິນຄ້າ, ຄ່າທໍານຽມບໍລິການຜ່ານດ່ານໃຫ້ສົມເຫດສົມຜົນ ແລະ ເປັນເອກະພາບກັນ; ພ້ອມທັງເລັ່ງປັບປຸງຂັ້ນຂອດການບໍລິການຂົນສົ່ງສິນຄ້າຜ່ານດ່ານຊາຍແດນ ແລະ ບັນດາທ່າບົກໃຫ້ທັນສະໄໝ,ສະ ດວກວ່ອງໄວກວ່າເກົ່າ ແລະ ຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນ ເພື່ອສາມາດແຂ່ງຂັນໃນການເຊື່ອມໂຍງ-ເຊື່ອມຈອດສາກົນ.
- ເປັນໃຈກາງໃນການຈັດຕັ້ງຜັນຂະຫຍາຍມາດຕະການໃນວຽກງານພັດທະນາພື້ນຖານໂຄງລ່າງເຊື່ອມຈອດເຂົ້າສູ່ແລວທາງເສດຖະກິດ ແລະ ເຂດການຜະລິດ, ພ້ອມທັງພັດທະນາລະບົບການຂົນສົ່ງ, ເຂດໂລຈິດສ໌ຕິກ ແລະ ເຂດທ່າບົກທີ່ທັນສະໄໝ ເພື່ອສົ່ງເສີມການຜະລິດ ແລະ ການບໍລິການ ຕາມແລວທາງເສດຖະກິດພາຍໃນ ແລະ ພາກພື້ນ ບົນພື້ນຖານຫຼັກການທີ່ມີຈຸດສຸມ ແລະ ວ່ອງໄວ.
- ຂະຫຍາຍໂຄງລ່າງທີ່ຈໍາເປັນ ເພື່ອເຊື່ອມຈອດເຂົ້າສູ່ແລວທາງເສດຖະກິດ ບົນຫຼັກການສ້າງລະບົບຂົນສົ່ງຫຼາຍຮູບແບບ (Multimodal Transport), ເລັ່ງຈັດຕັ້ງປະຕິບັດບັນດາໂຄງການທີ່ລັດຖະບານໄດ້ຮັບຮອງ, ອະນຸມັດເຂົ້າສູ່ເຂດການຜະລິດກະສິກໍາ, ເຂດອຸດສາ ຫະກໍາ ແລະ ເຂດທີ່ມີໂຄງລ່າງພື້ນຖານແລ້ວ ເຊັ່ນ: ການຄົມມະນາຄົມທາງບົກ, ທາງນໍ້າ, ທາງລົດໄຟ ແລະ ທາງອາກາດ.
- ສ້າງເງື່ອນໄຂອໍານວຍຄວາມສະດວກ ເພື່ອດຶງດູດການລົງທຶນ ແລະ ຊຸກຍູ້ການພັດທະນາໂຄງການເຂດອຸດສາຫະກໍາ, ເຂດຕົວເມືອງ (Smart City), ເຂດໂລຈິດສ໌ຕິກ ແລະ ເຂດທ່າບົກ, ເຂດບໍລິການການຄ້າປອດພາສີທີ່ມີຄວາມສາມາດຈັດຕັ້ງປະຕິບັດຢູ່ຕາມແລວທາງເສດຖະກິດ ລາວ-ຈີນ ແລະ ເຂດການຄ້າຊາຍແດນໃຫ້ໄດ້ໂດຍໄວ.
- ເລັ່ງພັດທະນາຜູ້ປະກອບການດ້ານການຂົນສົ່ງພາຍໃນໃຫ້ເຂັ້ມແຂງ, ສ້າງເງື່ອນໄຂ ແລະ ນະ ໂຍບາຍສົ່ງເສີມໃຫ້ຂະແໜງການບໍລິການຂົນສົ່ງ, ຍົກປະສິດທິພາບໃຫ້ສູງຂຶ້ນ, ຫຼຸດຕົ້ນທຶນ ແລະ ຂອດຂັ້ນທີ່ເປັນອຸປະສັກໃຫ້ແກ່ການບໍລິການຂົນສົ່ງ ເປັນຕົ້ນການປັບປຸງມາດຕະຖານເຕັກນິກ, ການນໍາໃຊ້ວັດສະດຸພາຍໃນເຂົ້າໃນການກໍ່ສ້າງ ເພື່ອຫຼຸດຕົ້ນທຶນ ແລະ ຫຼຸດຜ່ອນການນໍາເຂົ້າ ແລະ ອື່ນໆ.
ເສັ້ນທາງຄົມມະນາຄົມ-ຂົນສົ່ງ ມີບົດບາດສໍາຄັນປຽບເໝືອນເສັ້ນເລືອດໃຫຍ່ຫຼໍ່ລ້ຽງຮ່າງກາຍ, ເປັນຂົວຕໍ່ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ສະນັ້ນ ຄະນະພັກ-ຄະນະນໍາກະຊວງໂຍທາທິການ ແລະ ຂົນສົ່ງ ຕ້ອງຕັ້ງໜ້າເປັນເຈົ້າການໃນການປະຕິບັດນະໂຍບາຍຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນສູນກາງການບໍລິການດ້ານຄົມມະນາຄົມ-ຂົນສົ່ງຂອງພາກພື້ນ ແລະ ສາກົນ, ເອົາໃຈໃສ່ປັບປຸງ, ຍົກລະດັບ ແລະ ກໍ່ສ້າງບັນດາໂຄງລ່າງພື້ນຖານຄົມມະນາຄົມ-ຂົນສົ່ງໃຫ້ໄດ້ມາດຕະຖານ, ມີຄຸນນະພາບ ແລະ ທະລຸໂລ່ງ ເພື່ອເອື້ອອໍານວຍໃຫ້ແກ່ການຂົນສົ່ງສິນຄ້າ, ໂດຍສານ, ການຜະລິດ ແລະ ການບໍລິການ, ຫຼຸດຜ່ອນຄວາມແຕກໂຕນທາງດ້ານການພັດທະນາ ລະຫວ່າງຕົວເມືອງ ແລະ ຊົນນະບົດ, ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຸກຍູ້ການພັດທະນາເສດຖະກິດເຕີບໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງ./.
[1] ໄກສອນ ພົມວິຫານ ນິພົນເລືອກເຟັ້ນເຫຼັ້ມ II, ສຳນັກພິມຈຳໜ່າຍ ສປປ ລາວ, ວຽງຈັນ, ປີ 1987, ໜ້າ 31.
[2] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 130.
[3] ບົດລາຍງານການເມືອງຂອງຄະນະບໍລິຫານງານກະຊວງໂຍທາທິການ ແລະ ຂົນສົ່ງ ສະໄໝທີ V ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ VI, ປີ 2025, ໜ້າ 1.
[4] ບົດລາຍງານການເມືອງຂອງຄະນະບໍລິຫານງານກະຊວງໂຍທາທິການ ແລະ ຂົນສົ່ງ ສະໄໝທີ V ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ VI, ປີ 2025, ໜ້າ 23.
ສົມຂຽນ ທ່ຽງວົງສາ
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນຕຸລາ ປີ 2025)