
ກຸ່ມປະເທດເສດຖະກິດເກີດໃໝ່ (BRICS)[1] ໄດ້ສ້າງຂີດໝາຍປະຫວັດສາດຄັ້ງສໍາຄັນດ້ວຍການຕ້ອນຮັບສະມາຊິກໃໝ່ 5 ປະເທດ ຄື: ອີຢິບ, ເອທິໂອເປຍ, ອີຣານ, ຊາອຸດິອາຣາເບຍ ແລະ ສະຫະລັດອາຣັບເອມີເຣດ ເຊິ່ງຖືເປັນການເປີດຮັບສະມາຊິກເທື່ອທຳອິດຂອງ BRICS ນັບແຕ່ປີ 2010 ເປັນຕົ້ນມາ; ການຂະຫຍາຍສະມາຊິກຂອງ BRICS ສູ່ກຸ່ມປະເທດໃນເຂດໂລກໃຕ້ ມີສ່ວນສຳຄັນອັນໃຫຍ່ຫຼວງຕໍ່
ຄວາມພະຍາຍາມສ້າງຄວາມສົມດຸນ, ຈັດລະບຽບໂລກໃໝ່ ນຳເອົາທັງກາລະໂອກາດ ແລະ ສິ່ງທ້າທາຍມາໃຫ້ພາກພື້ນ.
ການຂະຫຍາຍຕົວຂອງ BRICS: ຍົກລະດັບສະຖານະ ແລະ ເພີ່ມອິດທິພົນ.
ກຸ່ມປະເທດເສດຖະກິດເກີດໃໝ່ (BRICS) ບໍ່ພຽງແຕ່ມີເປົ້າໝາຍຮັບໃຊ້ຜົນປະໂຫຍດລວມຂອງປະເທດເສດຖະກິດຕະຫຼາດເກີດໃໝ່ ແລະ ບັນດາປະເທດກຳລັງພັດທະນາເທົ່ານັ້ນ, ແຕ່ຫາກຍັງປະ ກອບສ່ວນໃນການສ້າງໂລກທີ່ມີຄວາມສາມັກຄີ, ສັນຕິພາບ, ສະຖຽນລະພາບ, ຍືນຍົງ ແລະວັດທະນະຖາວອນ. ກຸ່ມປະເທດເສດຖະກິດເກີດໃໝ່, ລວມທັງ 3 ປະເທດມະຫາອຳນາດດ້ານນໍ້າມັນຂອງໂລກ (ຊາອຸດິອາຣາເບຍ, ສະຫະລັດອາຣັບເອມີເຣດ ແລະ ອີຣານ) ມີລວມຍອດຜະລິດຕະພັນພາຍໃນ (GDP) ກວມເອົາເກືອບ 40% ຂອງ GDP ທົ່ວໂລກ. ປັດຈຸບັນ GDP ຂອງ BRICS ໄດ້ລື່ນກາຍ GDP ຂອງກຸ່ມປະເທດອຸດສາຫະກຳຊັ້ນນຳຂອງໂລກ (G-7)[2] ແລະ ຊ່ອງຫວ່າງນີ້ນັບມື້ຈະຍິ່ງກວ້າງຂຶ້ນເມື່ອສະມາ ຊິກໃໝ່ 5 ປະເທດເຂົ້າຮ່ວມ BRICS. ດ້ວຍທຶນທາງເສດຖະກິດ ແລະ ອິດທິພົນທາງດ້ານການເມືອງທີ່ນັັັັັັັັບມື້ເພີ່ມຂຶ້ນ, BRICS ຈຶ່ງກາຍເປັນທີ່ດຶງດູດສໍາລັບບັນດາປະເທດກຳລັງພັດທະນາ ແລະ ບັນດາປະ ເທດໃນຊີກໂລກໃຕ້.
ອີຢິບ ເຊິ່ງເປັນໜຶ່ງໃນບັນດາປະເທດທີ່ໄດ້ຮັບການຊ່ວຍເຫຼືອຈາກສະຫະລັດອາເມລິກາເປັນອັນດັບ ຕົ້ນໆ, ແຕ່ກໍຍັງຄົງຮັກສາການພົວພັນອັນແໜ້ນແຟ້ນກັບຣັດເຊຍມາຢ່າງຍາວນານ ແລະ ມີການພົວພັນການຄ້າກັບຈີນນັບມື້ເພີ່ມຂຶ້ນເລື້ອຍໆ. ການເຂົ້າຮ່ວມກຸ່ມ BRICS ຂອງອີຢິບ ບໍ່ພຽງແຕ່ແມ່ນການເພີ່ມປະເທດຕາເວັນອອກກາງເຂົ້າໃນກຸ່ມ, ແຕ່ອີຢິບຍັງແມ່ນສະມາຊິກທີ່ຕັ້ງໜ້າຂອງສະຫະພາບອາຟຣິກາ (AU) ແລະ ມີພື້ນຖານເສດຖະກິດໃຫຍ່ເປັນອັນດັບສອງໃນອາຟຣິກາ. ອີຢິບເປັນຄູ່ຮ່ວມການຄ້າທີ່ສຳຄັນຂອງຣັດເຊຍ ແລະ ຈີນ ຍ້ອນມີຄອງຊູເອດ, ທັງເປັນປະເທດທີ່ມີຄວາມສາມາດບົ່ມຊ້ອນອັນແຂງແຮງໃນການຮັບມືກັບໄພຂົ່ມຂູ່ດ້ານຄວາມປອດໄພຂ້າມຊາຍແດນ, ເອຢິບ ຈະສາມາດນຳສະເໜີມູມມອງ,ທັດສະ ນະ ແລະ ວິທີແກ້ໄຂໃໝ່ໆໃຫ້ກັບກຸ່ມ BRICS ໄດ້.
ອີຣານ ເປັນປະເທດທີ່ມີທີ່ຕັ້ງສຳຄັນສຳລັບປະເທດຣັດເຊຍ ເພາະວ່າ ອີຣານເປັນໜຶ່ງໃນບັນດາປະເທດຊ່ວຍໃຫ້ຣັດເຊຍສ້າງແລວທາງຂົນສົ່ງສາກົນເໜືອ-ໃຕ້, ນຳເອົາທັນຍາຫານ ແລະ ນໍ້າມັນຣັດເຊຍຜ່ານອ່າວເປີເຊຍໄປຍັງອາຊີ ແລະ ອາຟຣິກາ ໂດຍບໍ່ຕ້ອງໄປຜ່ານທະເລດຳ ຫຼື ເອີຣົບເໜືອ (Nordic). ອີຣານເປັນປະເທດທີ່ມີພື້ນຖານເສດຖະກິດໃຫຍ່ເປັນອັນດັບທີ 22 ຂອງໂລກ (ປີ 2022) ເຖິງແມ່ນວ່າຈະ
ໄດ້ຮັບຜົນກະທົບຈາກອັດຕາເງິນເຟີ້ ແລະ ມາດຕະການຂວໍ້າບາດດ້ານເສດຖະກິດຂອງສະຫະລັດອາເມ ລິກາກໍຕາມ. ນອກຈາກນີ້ ອີຣານຍັງເປັນປະເທດທີ່ມີຄັງສຳຮອງອາຍແກັສ໌ໃຫຍ່ເປັນອັນດັບສອງຂອງໂລກ (ກວມ 1/4 ຂອງຄັງນໍ້າມັນສໍາຮອງໃນຕາເວັນອອກກາງ); ອີຣານ ຮັກສາການເຕີບໂຕທາງດ້ານເສດຖະກິດ ດ້ວຍການຂາຍນໍ້າມັນໃນລາຄາຜ່ອນຜັນໃຫ້ກັບຈີນ ແລະ ສ້າງຄວາມຫຼາກຫຼາຍດ້ານເສດຖະກິດ ເພື່ອບໍ່ໃຫ້ຂຶ້ນກັບນໍ້າມັນດ້ານດຽວ, ເພີ່ມທະວີການຄ້າກັບປະເທດສະມາຊິກ BRICS, ປີ 2022-2023 ມູນຄ່າການຄ້າທີ່ບໍ່ແມ່ນນໍ້າມັນຂອງອີຣານເພີ່ມຂຶ້ນ 14%, ຄິດເປັນມູນຄ່າ 38,43 ຕື້ໂດລາສະຫະລັດ. ການເຂົ້າຮ່ວມ BRICS ຈະຊ່ວຍໃຫ້ອີຣານເສີມຂະຫຍາຍບົດບາດທີ່ຕັ້ງຂອງຕົນໃນຖານະເປັນມະຫາອຳນາດໃນພາກພື້ນ ແລະ ຊຸກຍູ້ສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດ-ການເມືອງກັບບັນດາປະເທດມະຫາອຳນາດທີ່ບໍ່ແມ່ນຝ່າຍຕາເວັນຕົກ. ໃນເມື່ອກາຍເປັນສະມາຊິກ BRICS, ອີຣານຈະນໍາເອົາມູນຄ່າເພີ່ມໃຫ້ບັນດາສະມາຊິກໃນກຸ່ມໂດຍການເຄື່ອນໄຫວຢ່າງຕັ້ງໜ້າ, ສົ່ງເສີມການພັດທະນາບັນດາອຸດສາຫະກຳເຕັກໂນໂລຊີສູງທີ່ BRICS ໃຫ້ຄວາມສົນໃຈ.
ຊາອຸດິອາຣາເບຍ-ເສດຖະກິດໃຫຍ່ທີ່ສຸດໃນບັນດາປະເທດສະມາຊິກໃໝ່ຂອງ BRICS ແລະ ເປັນໜຶ່ງໃນຜູ້ຜະລິດນໍ້າມັນລາຍໃຫຍ່ຂອງໂລກ, ການເຂົ້າມາຂອງຊາອຸດິອາຣາເບຍຈະຊ່ວຍເພີ່ມອຳນາດຕໍ່ລອງດ້ານເສດຖະກິດຂອງ BRICS. ໃນປີ 2022 GDP ຂອງຊາອຸດິອາຣາເບຍສູງເຖິງ 1,1 ພັນຕື້ໂດລາສະຫະລັດ. ການສ້າງຄວາມສຳພັນກັບບັນດາຄູ່ຮ່ວມມື BRICS ບໍ່ພຽງແຕ່ມີຜົນປະໂຫຍດທາງດ້ານ
ການເມືອງສຳລັບຊາອຸດິອາລາເບຍເທົ່ານັ້ນ, ແຕ່ຍັງມີຜົນປະໂຫຍດທາງດ້ານເສດຖະກິດ. ດ້ວຍພົນລະ ເມືອງຫຼາຍກວ່າ 36 ລ້ານຄົນ ເຊິ່ງສ່ວນຫຼາຍແມ່ນໄວໜຸ່ມ, ຊາອຸດິອາຣາເບຍກຳລັງປ່ຽນແປງທາງດ້ານເສດຖະກິດ ຈາກທີ່ເພິ່ງພານໍ້າມັນໄປສູ່ຄວາມຫຼາກຫຼາຍທາງດ້ານເສດຖະກິດເພີ່ມຂຶ້ນ. ຊາອຸດິອາຣາເບຍ ຍັງແມ່ນຄູ່ຮ່ວມມືທາງການຄ້າລາຍໃຫຍ່ທີ່ສຸດຂອງ BRICS ຢູ່ຕາເວັນອອກກາງ ໂດຍມີມູນຄ່າການ
ຄ້າສອງຝ່າຍບັນລຸເຖິງ 160 ຕື້ໂດລາສະຫະລັດ (ປີ 2022).
ສະຫະລັດອາຣັບເອມີເຣດ ຈະເປັນສະມາຊິກໃໝ່ທີ່ມີທ່າແຮງສູງຂອງ BRICS ໃນຖານະທີ່ເປັນຜູ້ສົ່ງອອກນໍ້າມັນດິບລາຍໃຫຍ່ ແລະ ເປັນໜຶ່ງໃນຜູ້ຜະລິດນໍ້າມັນທີ່ໃຫຍ່ທີ່ສຸດຂອງໂລກ, ໃນປີ 2022 ການສົ່ງອອກສິນຄ້າຂອງສະຫະລັດອາຣັບເອມີເຣດ ມີມູນຄ່າເກືອບ 600 ຕື້ໂດລາສະຫະລັດ. ອີຢິບ ແລະ ສະຫະລັດອາຣັບເອມີເຣດ ແມ່ນຄູ່ຮ່ວມມືຍຸດທະສາດດ້ານປ້ອງກັນປະເທດຂອງອິນເດຍ. ດັ່ງນັ້ນ ການເພີ່ມສະມາຊິກໃໝ່ຈະເຮັດໃຫ້ BRICS ເຂັ້ມແຂງຂຶ້ນ ແລະ ສ້າງກໍາລັງແຮງໃໝ່ໃຫ້ກັບກຸ່ມ.
ດ້ວຍການຂະຫຍາຍສະມາຊິກໃໝ່ ຈະເຮັດໃຫ້ກຸ່ມປະເທດເສດຖະກິດເກີດໃໝ່ ມີອັດຕາສ່ວນ GDP ກວມປະມານ 37% ຂອງ GDPໂລກ ເມື່ອພິຈາລະນາຈາກຄວາມເທົ່າທຽມ ຂອງອໍານາດຊື້(PPP) ເຊິ່ງມີມູນຄ່າປະມານ 65 ພັນຕື້ໂດລາສະຫະລັດ. ນອກຈາກນີ້ ເມື່ອລວມສະມາຊິກໃໝ່, ກຸ່ມປະເທດ BRICS ຈະກວມເອົາເກືອບເຄິ່ງໜຶ່ງຂອງການຜະລິດສະບຽງອາຫານຂອງໂລກ, ໃນປີ 2021 ການເກັບ
ກ່ຽວເຂົ້າ-ສາລີ… ຂອງກຸ່ມມີເຖິງ 49% ຂອງຜົນຜະລິດທົ່ວໂລກ, ໃນຂະນະທີ່ກຸ່ມ G-7 ມີພຽງແຕ່ 19,1%; ອັດຕາສ່ວນຜະລິດຕະພັນອຸດສາຫະກໍາກວມເອົາ 38,3% ຂອງຜົນຜະລິດທົ່ວໂລກ ເຊິ່ງສູງກວ່າກຸ່ມ G-7 ທີ່ມີພຽງແຕ່ 30,5%. ກຸ່ມ BRICS ຍັງມີຂໍ້ໄດ້ປຽບໃນການຜະລິດໂລຫະທີ່ໃຊ້ໃນອຸດສາຫະກໍາເຕັກໂນໂລຊີຊັ້ນສູງ ກວມເອົາ 79% ຂອງຜົນຜະລິດອາລູມີນຽມທົ່ວໂລກ ເມື່ອທຽບກັບກຸ່ມ G-7 ມີພຽງ 1,3%. ສໍາລັບໂລຫະປະເສີດ (Platinum), ຄວາມແຕກຕ່າງນີ້ຢູ່ທີ່ 77% ສໍາລັບ BRICS ແລະ 6,9% ສຳລັບ G-7.
ກຸ່ມ BRICS ທີ່ຂະຫຍາຍຕົວຂຶ້ນນັ້ນເປັນການລວມໂຕກັນຂອງບັນດາປະເທດຜູ້ຜະລິດ ແລະ ສົ່ງອອກນໍ້າມັນລາຍໃຫຍ່ທີ່ສຸດຂອງໂລກ (ຊາອຸດິອາຣາເບຍ, ຣັດເຊຍ, ສະຫະລັດອາຣັບເອມີເຣດ ແລະ ອີ ຣານ) ກັບປະເທດຜູ້ນຳເຂົ້ານໍ້າມັນອັນດັບໜຶ່ງຂອງໂລກ (ຈີນ ແລະ ອິນເດຍ). ການຮັບເອົາສະມາຊິກໃໝ່ ເຊິ່ງເປັນຜູ້ຜະລິດນໍ້າມັນລາຍໃຫຍ່ຈະຊ່ວຍໃຫ້ BRICS ເພີ່ມທະວີການຮ່ວມມື ແລະ ປະສານງານການ
ຈັດຕັ້ງປະຕິບັດນະໂຍບາຍພະລັງງານໄດ້ດີຍິ່ງຂຶ້ນ. ກຸ່ມປະເທດເສດຖະກິດເກີດໃໝ່ນີ້ ປະກອບດ້ວຍບັນດາປະເທດທີ່ຜະລິດນໍ້າມັນກວມເອົາ 80% ຂອງການຜະລິດນໍ້າມັນໃນທົ່ວໂລກເຊິ່ງຈະເຮັດໃຫ້ BRICS ກາຍເປັນໜຶ່ງໃນກຸ່ມຜູ້ນໍາໜ້າດ້ານພະລັງງານຂອງໂລກ ໂດຍມີອັດຕາສ່ວນກວມເອົາເກືອບເຄິ່ງໜຶ່ງຂອງການຜະລິດໃນທົ່ວໂລກພາຍໃນປີ 2040.
ຍິ່ງໄປກວ່ານັ້ນ, ອິດທິພົນທາງເສດຖະກິດຂອງ BRICS ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ສ່ວນໃຫຍ່ແມ່ນຍ້ອນການຂະຫຍາຍຕົວຢ່າງກ້າວກະໂດດຂອງຈີນ ເຊິ່ງເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນ
ດັບ 2 ຂອງໂລກ ແລະ ການເຕີບໂຕຂອງອິນເດຍ-ເສດຖະກິດ ອັນດັບ 5 ຂອງໂລກ.
ໃນແງ່ເສດຖະກິດ: ຕາມສະຖິຕິ ປີ 2022 ຂອງກອງທຶນການເງິນສາກົນ (IMF) ໄດ້ລະບຸວ່າ: GDP ຂອງກຸ່ມ BRICS ມີເຖິງ 30,8 ພັນຕື້ໂດລາສະຫະລັດ, ກວມເອົາ 29% ຂອງ GDP ທົ່ວໂລກ. ໃນຂະນະດຽວກັນ ອັດຕາສ່ວນການຜະລິດນໍ້າມັນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍຈາກ 20,4% ເປັນ 43,1%; ອັດຕາສ່ວນການສົ່ງອອກທົ່ວໂລກເພີ່ມຂຶ້ນຈາກ 20,2% ເປັນ 25,1%. ກຸ່ມ BRICS ຍັງມີຄວາມໄດ້ປຽບໃນການຜະລິດໂລຫະທີ່ໃຊ້ໃນອຸດສາຫະກຳເຕັກໂນໂລຊີຊັ້ນສູງ. ສະມາຊິກໃໝ່ທັງ 3 ປະເທດ (ຊາອຸດິອາຣາເບຍ, ສະຫະລັດອາຣັບເອມີເຣດ ແລະ ອີຣານ) ໃນປັດຈຸບັນ ແມ່ນຜູ້ຜະລິດນໍ້າມັນທີ່ໃຫຍ່ທີ່ສຸດຂອງໂລກ. ຄຽງຄູ່ກັນນັ້ນ ຍັງມີບັນດາປະເທດກຳລັງພັດທະນາໃນອາຟຣິກາ ແລະ ອາເມລິກາລາຕິນ ເຊັ່ນ: ອີຢິບ ແລະ ເອທິໂອເປຍ.ທ່າແຮງຄວາມສາມາດບົ່ມຊ້ອນຂອງບັນດາປະເທດ BRICS ໄດ້ລື່ນກາຍກຸ່ມ G-7 ແລ້ວ ແລະ ນີ້ຄືຄວາມສຳຄັນຂອງກຸ່ມ BRICS ໃໝ່ໃນດ້ານເສດຖະກິດ. ກົນໄກນີ້ ພວມກາຍເປັນສິ່ງດຶງດູດບັນດາສະມາຊິກທີ່ມີທ່າແຮງອື່ນໆຫຼາຍຂຶ້ນເລື້ອຍໆ. ເມື່ອປະເທດຜູ້ຜະລິດນໍ້າມັນທີ່ສຳຄັນເຊັ່ນ: ຊາອຸດິອາຣາເບຍ ແລະ ອີຣານເຂົ້າຮ່ວມ BRICS, ການຄ້າຂາຍນໍ້າມັນຈະງ່າຍດາຍຂຶ້ນ ແລະ ຫຼຸດຜ່ອນການເພິ່ງພາເງິນໂດລາສະຫະລັດລົງ. ນີ້ແມ່ນຈຸດດີເພື່ອຊ່ວຍໃຫ້ BRICS ສາມາດກໍານົດຍຸດທະສາດຂຸດຄົ້ນ ແລະ ນໍາໃຊ້ພະລັງງານທີ່ໝັ້ນຄົງ ແລະ ຍືນຍົງ ເພື່ອການພັດທະນາເສດຖະກິດໂລກ.
ໃນແງ່ປະຊາກອນ: ນອກຈາກ ຈີນ ແລະ ອິນເດຍ ເຊິ່ງເປັນປະເທດທີ່ມີປະຊາກອນຫຼາຍກວ່າ 1 ຕື້ຄົນ, ກຸ່ມ BRICS ຍັງມີອີກສອງປະເທດທີ່ມີປະຊາກອນຫຼາຍ ຄື: ເອທິໂອປີ (126,5 ລ້ານຄົນ) ແລະ ອີຢິບ (112,7 ລ້ານຄົນ) ເຮັດໃຫ້ອັດຕາສ່ວນປະຊາກອນຂອງກຸ່ມກວມເອົາ 46% ຂອງປະຊາກອນໂລກ. ກຸ່ມປະເທດເສດຖະກິດເກີດໃໝ່ແມ່ນກຸ່ມມະຫາອຳນາດທີ່ມີອິດທິພົນສູງຕໍ່ເສດຖະກິດໂລກ. ການພົວພັນຮ່ວມມືລະຫວ່າງສະມາຊິກຂອງ BRICS ໄດ້ເຕີບໂຕຢ່າງແຂງແຮງທັງໃນດ້ານຂອບເຂດ ແລະ ຄວາມ
ເລິກເຊິ່ງ. ດ້ວຍຈຳນວນສະມາຊິກທີ່ເພີ່ມຂຶ້ນຫຼາຍກວ່າສອງເທົ່າ, BRICS ບໍ່ພຽງແຕ່ໄດ້ສ້າງຂີດໝາຍປະຫວັດສາດໃນການພັດທະນາເທົ່ານັ້ນ ຫາກຍັງໄດ້ສ້າງອິດທິພົນ ແລະ ອຳນາດຕໍ່ລອງເພີ່ມຂຶ້ນອີກດ້ວຍ.
ໃນແງ່ຂອງພື້ນທີ່: BRICS ກວມເອົາ 48,5 ລ້ານກິໂລຕາແມັດ ຫຼື ປະມານ 36% ຂອງເນື້ອທີ່ດິນທັງໝົດຂອງໂລກ, ຫຼາຍກວ່າສອງເທົ່າຂອງກຸ່ມ G-7. ສະມາຊິກ BRICS ຍັງເປັນປະເທດມະຫາອໍານາດທາງດ້ານເສດຖະກິດ ແລະ ເຕັກໂນໂລຊີແຖວໜ້າຂອງໂລກ (ຈີນ), ມະຫາອຳນາດທາງທະຫານ (ຣັດເຊຍ) ເຊິ່ງແຕກຕ່າງຈາກຫຼາຍກຸ່ມເສດຖະກິດ ແລະ ການເມືອງທີ່ນໍາໂດຍປະເທດຕາເວັນຕົກ. BRICS ບໍ່ມີສໍານັກງານໃຫຍ່ພຽງແຫ່ງດຽວ, ແຕ່ອົງການປະຕິບັດງານຂອງກຸ່ມຈະກະຈາຍຢູ່ໃນປະເທດສະມາຊິກ, ໃນນັ້ນ ທະນາຄານເພື່ອການພັດທະນາໃໝ່ (NDB) ມີສຳນັກງານໃຫຍ່ຢູ່ ຊຽງໄຮ (ຈີນ), ສະພາການຄ້າ BRICS ຕັ້ງຢູ່ Johannesburg ອາຟຣິກາໃຕ້ ແລະ ສູນປະສານງານໂຄງການສະໜັບສະໜູນທາງດ້ານການເງິນໄລຍະສັ້ນ ພາຍໃຕ້ຂໍ້ຕົກລົງສຳຮອງສຸກເສີນ ມີສຳນັກງານຕັ້ງຢູ່ນະຄອນຫຼວງມົດສກູ (ຣັດເຊຍ).
ດ້ວຍຂະໜາດທີ່ໃຫຍ່ໂຕ, BRICS ຈະເປັນຕົວແທນຂອງກຸ່ມປະເທດທີ່ມີຄວາມຫຼາກຫຼາຍຂຶ້ນ, ສະ ແດງຄວາມປາຖະໜາຮ່ວມກັນທີ່ຈະສ້າງລະບຽບໂລກທີ່ມີຄວາມເທົ່າທຽມກັນຫຼາຍຂຶ້ນ. ແຕ່ຢ່າງໃດກໍຕາມ ນີ້ກໍອາດສົ່ງຜົນໃຫ້ເກີດການ “ກະຈາຍ” ອິດທິພົນ ແລະ ເຮັດໃຫ້ວາລະຕ່າງໆສັບສົນຍິ່ງຂຶ້ນ, ເນື່ອງຈາກວ່າ
BRICS ເປັນກຸ່ມປະເທດທີ່ມີລະດັບການພັດທະນາບໍ່ເທົ່າທຽມກັນ, ປະເທດສະມາຊິກ BRICS ທຸກປະເທດລ້ວນແຕ່ມີຄວາມແຕກຕ່າງກັນໃນດ້ານລະດັບການພັດທະນາ, ພື້ນຖານໂຄງລ່າງເສດຖະກິດ…, ແຕ່ກໍຍັງມີສິ່ງໜຶ່ງທີ່ຄ້າຍຄືກັນ ນັ້ນຄືມີອັດຕາການເຕີບໂຕທາງດ້ານເສດຖະກິດຢູ່ໃນລະດັບສູງ.
ການສ້າງຕັ້ງສະຖາບັນການເງິນໃໝ່ເຊັ່ນ: ທະນາຄານເພື່ອການພັດທະນາໃໝ່ (NDB) ໃນລະ ດັບໜຶ່ງໄດ້ຊ່ວຍສັ່ນຄອນລະບຽບການເງິນທີ່ຄອບງຳໂດຍບັນດາປະເທດຕາເວັນຕົກ ແລະ ເຮັດໃຫ້ລະບົບເສດຖະກິດສາກົນມີຄວາມຍຸຕິທຳ, ສົມເຫດສົມຜົນຍິ່ງຂຶ້ນ. ການຂະຫຍາຍຕົວຂອງ BRICS ສົ່ງຜົນໃຫ້ບົດ ບາດ ແລະ ອິດທິພົນຂອງ BRICS ເພີ່ມຂຶ້ນຢ່າງຫຼວງຫຼາຍ, ເຮັດໃຫ້ໂລກມີຫຼາຍຂົ້ວ, BRICS ມີຄວາມ
ເຂັ້ມແຂງ ແລະ ມີຊື່ສຽງຫຼາຍຂຶ້ນ. ດ້ວຍບົດບາດ ແລະ ສະຖານະທີ່ນັບມື້ດີຂຶ້ນ, BRICS ພວມເປັນທີ່ດຶງດູດຄວາມສົນໃຈຈາກປະເທດຕ່າງໆເພີ່ມຂຶ້ນ ໂດຍສະເພາະແມ່ນບັນດາປະເທດໃນຊີກໂລກໃຕ້-ນັບທັງບັນ ດາປະເທດໃນອາເມລິກາໃຕ້, ອາຊີ ແລະ ອາຟຣິກາ.
ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ການຂະຫຍາຍຕົວຂອງກຸ່ມເສດຖະກິດເກີດໃໝ່.
» ກ່ຽວກັບໂອກາດ:
ການເຂົ້າຮ່ວມກຸ່ມ BRICS ຂອງບັນດາປະເທດຜູ້ສົ່ງອອກນໍ້າມັນລາຍໃຫຍ່ຂອງໂລກ ເຊັ່ນ: ຊາອຸດິອາຣາເບຍ, ສະຫະລັດອາຣັບເອມິເຣດ, ອີຢິບ, ອີຣານ ແລະ ເອທິໂອເປຍ ບໍ່ພຽງແຕ່ຊ່ວຍເສີມສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດຂອງກຸ່ມເທົ່ານັ້ນ, ແຕ່ຍັງນຳໄປສູ່ການປ່ຽນແປງນະໂຍບາຍດ້ານພະລັງ ງານ ແລະ ຮູບແບບການຄ້າໂລກອີກດ້ວຍ. ການມຸ່ງເນັ້ນໄປທີ່ການນຳໃຊ້ສະກຸນເງິນທ້ອງຖິ່ນ ແລະ ການຫຼຸດຜ່ອນການເພິ່ງພາອາໄສເງິນໂດລາສະຫະລັດ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບັນດາປະ ເທດ BRICS ໃນການຢືນຢັດເພື່ອອໍານາດການຄວບຄຸມທີ່ຫຼາຍຂຶ້ນກວ່າເກົ່າຕໍ່ທິດທາງ ແລະ ທ່າອຽ່ງເສດ ຖະກິດຂອງພາກພື້ນ.
ບໍ່ພຽງແຕ່ເທົ່ານັ້ນ, ການຂະຫຍາຍຕົວຂອງ BRICS ທີ່ປະກອບດ້ວຍບັນດາປະເທດຈາກພາກພື້ນຕາເວັນອອກກາງ ແລະ ອາຟຣິກາ ຖືເປັນການລວມຕົວຂອງກຸ່ມປະເທດທີ່ມີລະດັບການພັດທະນາເສດຖະ ກິດທີ່ຫຼາກຫຼາຍ ເຊິ່ງສາມາດສ້າງໂອກາດໃນການແບ່ງປັນຄວາມຮູ້ ແລະ ຊັບພະຍາກອນ, ຕະຫຼອດຮອດ
ການຮ່ວມມືໃນໂຄງການພັດທະນາຕ່າງໆ ເພື່ອແກ້ໄຂບັນຫາທ້າທາຍຮ່ວມກັນ ເຊັ່ນ: ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການຂາດແຄນພື້ນຖານໂຄງລ່າງ ແລະ ຄວາມບໍ່ສະເໝີພາບດ້ານເສດຖະກິດ.
ໂອກາດສຳລັບການຖ່າຍທອດຄວາມກ້າວໜ້າທາງເຕັກໂນໂລຊີຄ່ອຍໆພົ້ນເດັ່ນຂຶ້ນ; ໃນຂະນະທີ່ BRICS ຂະຫຍາຍອອກໄປ ຈະມີໂອກາດຫຼາຍຂຶ້ນໃນການປ່ຽນຜ່ານທາງເຕັກໂນໂລຊີ, ລວມທັງຄວາມຮ່ວມມືໃນການຄົ້ນຄວ້າ ແລະ ນະວັດຕະກຳ. ສິ່ງດັ່ງກ່າວນີ້ ຈະປະກອບສ່ວນຊຸກຍູ້ຄວາມກ້າວໜ້າດ້ານເຕັກໂນໂລຊີໃນບັນດາປະເທດສະມາຊິກ ແລະ ເພີ່ມທະວີຄວາມສາມາດໃນການແຂ່ງຂັນລະດັບໂລກ
ຂອງ BRICS. ນອກຈາກນັ້ນ ການທີ່ມີປະເທດຕ່າງໆເຂົ້າຮ່ວມກຸ່ມເພີ່ມຂຶ້ນໄດ້ນຳໄປສູ່ການປ່ຽນແປງຮູບແບບການຄ້າ ແລະ ລະບົບຕ່ອງໂສ້ການສະໜອງ ເນື່ອງຈາກປະເທດ BRICS ມີການກະຈາຍຄູ່ຄ້າຂອງຕົນທີ່ຫຼາກຫຼາຍຂຶ້ນ. ຄວາມເປັນຈິງຂໍ້ນີ້ສາມາດສົ່ງຜົນກະທົບຕໍ່ອຸດສາຫະກຳໃນຫຼາຍປະເທດທີ່ແຕກຕ່າງກັນ ໂດຍການປ່ຽນແປງຄວາມຕ້ອງການສິນຄ້າ ແລະ ການບໍລິການບາງປະເພດ.
ການຮັບເອົາ 5 ສະມາຊິກໃໝ່ຂອງກຸ່ມ BRICS ຖືເປັນສັນຍານສຳຄັນທີ່ຈະກ້າວໄປສູ່ການຮ່ວມມືດ້ານເສດຖະກິດ ແລະ ການເພີ່ມອິດທິພົນລະຫວ່າງບັນດາປະເທດ. ເຖິງແມ່ນວ່າຜົນກະທົບຕໍ່ເສດຖະກິດໂລກຍັງບໍ່ທັນເປັນທີ່ຈະແຈ້ງ, ແຕ່ການພັດທະນາໄດ້ຊີ້ໃຫ້ເຫັນເຖິງທ່າອ່ຽງການປ່ຽນແປງທີ່ກຳລັງເກີດຂຶ້ນຕໍ່ໂຄງສ້າງ ແລະ ອຳນາດທາງເສດຖະກິດໂລກ. ໃນຂະນະທີ່ BRICS ສືບຕໍ່ຂະຫຍາຍຕົວ ແລະ ມີທ່າແຮງໃນການສ້າງກົນໄກການເງິນໃໝ່ ກໍອາດຈະນຳໄປສູ່ການປ່ຽນແປງຄັ້ງໃຫຍ່ໃນເສດຖະກິດໂລກ, ສົ່ງຜົນກະທົບຕໍ່ທຸກຂົງເຂດ/ຂະແໜງການ ແລະ ທົ່ວທຸກທະວີບ.
ຊາອຸດິອາຣາເບຍ ເຊິ່ງເປັນປະເທດສົ່ງອອກນໍ້າມັນທີ່ໃຫຍ່ທີ່ສຸດຂອງໂລກ ຮ່ວມກັບຣັດເຊຍ, ອີຣານ, ສະຫະລັດອາຣັບເອມີເຣດ ແລະ ບຣາຊິນ ໄດ້ເຮັດໃຫ້ BRICS ກາຍເປັນກຸ່ມພັນທະມິດໃໝ່ທີ່ລວບລວມບັນດາຜູ້ຜະລິດພະລັງງານຊັ້ນນຳຂອງໂລກ. ສິ່ງນີ້ ໄດ້ເຮັດໃຫ້ກຸ່ມມີອຳນາດດ້ານເສດຖະກິດທີ່ສູງກວ່າ.ນອກຈາກນັ້ນ ດ້ວຍການເຮັດທຸລະກຳດ້ານພະລັງງານສ່ວນໃຫຍ່ໃນໂລກແມ່ນອີງໃສ່ເງິນໂດລາສະຫະລັດ, ການຂະຫຍາຍສະມາຊິກຂອງກຸ່ມ BRICS ຈຶ່ງຊ່ວຍສົ່ງເສີມການແລກປ່ຽນທາງການຄ້າຜ່ານສະກຸນເງິນທາງເລືອກອື່ນໆ.
ເປົ້າໝາຍອີກອັນໜຶ່ງທີ່ຢູ່ເບື້ອງຫຼັງຂອງການຂະຫຍາຍກຸ່ມດັ່ງກ່າວ ນັ້ນແມ່ນການສ້າງໂອກາດໃຫ້ປະເທດສະມາຊິກ BRICS ສາມາດເຮັດທຸລະກໍາລະຫວ່າງກັນໄດ້ຢ່າງສະດວກ ແລະ ງ່າຍຂຶ້ນ ໂດຍນຳໃຊ້ສະກຸນເງິນຂອງຕົນເອງ ເຊິ່ງຈະເພີ່ມທ່າແຮງໃນການນຳໃຊ້ສະກຸນເງິນອື່ນນອກເໜືອຈາກເງິນໂດລາສະຫະລັດ. ເນື່ອງຈາກບັນດາປະເທດໃນກຸ່ມ BRICS ກະຈາຍຕົນຢູ່ໃນພາກພື້ນທີ່ສໍາຄັນຍຸດທະສາດ ຂອງໂລກ, ການຂະຫຍາຍກຸ່ມຈະເອື້ອອຳນວຍຕໍ່ການສ້າງກົນໄກການແລກປ່ຽນການຄ້າທີ່ມີປະສິດທິພາບ. ການຮັບສະມາຊິກໃໝ່ ໄດ້ຊ່ວຍເພີ່ມອັດຕາສ່ວນຂອງ BRICS ໃນ GDP ໂລກຈາກ 31,5% ເປັນ 37% (ປີ 2023) ເຊິ່ງເຮັດໃຫ້ດຸນອໍານາດທາງເສດຖະກິດໂລກ ຄ່ອຍຫັນປ່ຽນຈາກກຸ່ມປະເທດທີ່ພັດທະນາແລ້ວໄປສູ່ກຸ່ມປະເທດເສດຖະກິດເກີດໃໝ່, ສະທ້ອນໃຫ້ເຫັນເຖິງທ່າອ່ຽງໄປສູ່ໂລກຫຼາຍຂົ້ວ ແລະ ການ
ເສີມຂະຫຍາຍບົດບາດຂອງບັນດາປະເທດກຳລັງພັດທະນາໃນລະບຽບໂລກໃໝ່. ການຂະຫຍາຍກຸ່ມ BRICS ນຳມາເຊິ່ງໂອກາດຫຼາຍຢ່າງ ເຊັ່ນ: ການລວມກຸ່ມຜູ້ຜະລິດພະລັງງານ ແລະ ປະເທດທີ່ມີຕະຫຼາດຜູ້ບໍລິໂພກຂະໜາດໃຫຍ່ ເຊິ່ງສາມາດເຮັດໃຫ້ກຸ່ມມີຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ທາງດ້ານການເງິນ.
ປະເທດຕ່າງໆ ເຊັ່ນ: ຊາອຸດິອາຣາເບຍ, ອີຢິບ… ຈະມີໂອກາດໃນການສ້າງຄວາມຫຼາກຫຼາຍດ້ານການພົວພັນທາງການທູດ. ການຂະຫຍາຍກຸ່ມ BRICS ຍັງໝາຍຄວາມວ່າ ກຸ່ມນີ້ ຈະມີບົດບາດຫຼາຍຂຶ້ນໃນວຽກງານ (ບັນຫາ) ໂລກ ແລະ ສາມາດສ້າງກົນໄກການຮ່ວມມືລະດັບໂລກໃນຮູບແບບອື່ນໆທີ່ມີການກຳກັບດູແລ ແລະ ຄວບຄຸມໂດຍລັດຖະບານຫຼາຍຂຶ້ນ. ຊາອຸດິອາຣາເບຍ ແລະ ສະຫະລັດອາຣັບເອມີ
ເຣດ ມີຄວາມປາຖະໜາທີ່ຈະຂະຫຍາຍ ແລະ ເສີມສ້າງການພົວພັນຄູ່ຮ່ວມມືທົ່ວໂລກ. ສອງປະເທດໃນອ່າວເປີເຊຍພວມສະແຫວງຫາ “ສະໜາມຫິ້ນ ຫຼື ເວທີລະດັບໂລກທີ່ເປັນກາງກວ່າເກົ່າ ເຊິ່ງເປີດໂອກາດໃຫ້ລັດອະທິປະໄຕ ເອກະລາດ ສາມາດເລືອກເອົາການຮ່ວມມືຂອງຕົນ” ໄດ້ຢ່າງສອດຄ່ອງກັບຄວາມເປັນຈິງ ແລະ ຕັ້ງຢູ່ບົນພື້ນຖານຂອງຜົນປະໂຫຍດສະເພາະ.
ກຸ່ມປະເທດເສດຖະກິດເກີດໃໝ່ຖືເປັນກອບສຳຄັນສຳລັບວິໄສທັດຂອງຣັດເຊຍ ກ່ຽວກັບໂລກຫຼາຍຂົ້ວ. ບັນດາປະເທດທີ່ເຂົ້າຮ່ວມໃໝ່ ລ້ວນແຕ່ແມ່ນຄູ່ຮ່ວມມືຍຸດທະສາດຂອງຣັດເຊຍ, ມີວິໄສທັດຮ່ວມກັນກ່ຽວກັບໂລກຫຼາຍຂົ້ວ ແລະ ເຫັນວ່າການເຕີບໂຕຂອງຈີນ ແມ່ນປັດໄຈສຳຄັນທີ່ສ້າງການປ່ຽນແປງໃນການເມືອງໂລກ. ຣັດເຊຍຖືວ່າ BRICS ເປັນວິທີທາງເພື່ອເພີ່ມຂີດຄວາມສາມາດໃນການເຂົ້າເຖິງຄູ່ຮ່ວມ
ມືຍຸດທະສາດ. ການຂະຫຍາຍສະມາຊິກຂອງ BRICS ເຮັດໃຫ້ຣັດເຊຍມີຄວາມສະດວກຂຶ້ນໃນການເຂົ້າເຖິງຄູ່ຮ່ວມມືຍຸດທະສາດຈຳນວນໜຶ່ງ. ສະນັ້ນ ການຂະຫຍາຍຕົວຂອງກຸ່ມ ຈຶ່ງນຳມາເຊິ່ງກາລະໂອກາດໃໝ່ໆສຳລັບການຮ່ວມມືສອງຝ່າຍ.
» ກ່ຽວກັບສິ່ງທ້າທາຍ:
ການຂະຫຍາຍຕົວຂອງ BRICS ໄດ້ນຳເອົາໂອກາດ ແລະ ຜົນປະໂຫຍດບາງຢ່າງມາໃຫ້ເສດຖະ ກິດໂລກ, ແຕ່ໃນຂະນະດຽວກັນ ກໍອາດເພີ່ມຄວາມເຄັ່ງຕຶງໃຫ້ກັບຝ່າຍຕາເວັນຕົກ ເນື່ອງຈາກໃນບັນດາສະມາຊິກໃໝ່ນັ້ນ ອີຣານ ແມ່ນປະເທດທີ່ປະເຊີນໜ້າ (ຂັດແຍ່ງ) ກັບອາເມລິກາຢ່າງດຸເດືອດ ແລະ ໃຫ້ການສະໜັບສະໜູນ “ປະຕິບັດການພິເສດທາງທະຫານ” ຂອງຣັດເຊຍ ໃນອູແກຣນ. ນອກຈາກນັ້ນ ປະເທດສະມາຊິກທີ່ມີລະດັບການພັດທະນາແຕກຕ່າງກັນ ເຫັນວ່າການລວມຕົວກັນຈະເຮັດໄດ້ຍາກຂຶ້ນ. ເຖິງຈະມີປະຊາກອນປະມານ 46% ຂອງປະຊາກອນໂລກ ແລະ 1/4 ຂອງ GDP ໂລກ, ແຕ່ຄວາມມຸ່ງຫວັງຂອງ BRICS ທີ່ຈະເປັນອົງການຈັດຕັ້ງທາງດ້ານເສດຖະກິດ ແລະ ການເມືອງຂອງໂລກຍັງຄົງຖືກຂັດຂວາງໂດຍຄວາມແຕກຕ່າງພາຍໃນກຸ່ມ. ການຮັບສະມາຊິກໃໝ່ຂອງ BRICS ອາດເຮັດໃຫ້ກຸ່ມ
ດັ່ງກ່າວ ມີຄວາມຫຍຸ້ງຍາກຫຼາຍຂຶ້ນໃນການບັນລຸຂໍ້ຕົກລົງຮ່ວມກັນກ່ຽວກັບບັນຫາຄວາມໝັ້ນຄົງ ແລະ ເສດຖະກິດ.
ເຖິງແມ່ນວ່າ ການຂະຫຍາຍກຸ່ມຕາມທີ່ວາງແຜນການໄວ້ ໄດ້ສະແດງໃຫ້ເຫັນເຖິງຄວາມໜ້າສົນໃຈເປັນທີ່ດຶງດູດຂອງ BRICS, ແຕ່ການເຄື່ອນໄຫວນີ້ ຍັງມີຄວາມສ່ຽງເຮັດໃຫ້ຜົນປະໂຫຍດຂອງປະເທດສະ ມາຊິກຖືກຕັດຮອນລົງ. ນອກຈາກນັ້ນ ຈຳນວນສະມາຊິກທີ່ເພີ່ມຂຶ້ນ ຍັງໝາຍຄວາມວ່າ ຄວາມເຫັນດີເຫັນ
ພ້ອມໃນບັນຫາສຳຄັນຕ່າງໆຈະຍິ່ງເຮັດໄດ້ຍາກຂຶ້ນ. ສິ່ງທ້າທາຍທີ່ BRICS ກໍາລັງປະເຊີນຕົ້ນຕໍ ແມ່ນຄວາມບໍ່ເປັນເອກະພາບກັນ ລະຫວ່າງບັນດາສະມາຊິກກ່ຽວກັບມາດຕະຖານ, ເງື່ອນໄຂ ແລະ ຂະບວນການຂອງການຂະຫຍາຍກຸ່ມ. ຈີນກຳລັງພະຍາຍາມຢ່າງໜັກ ເພື່ອຊຸກຍູ້ການຂະຫຍາຍກຸ່ມ BRICS, ແຕ່ອິນເດຍເບິ່ງຄືວ່າລັງເລ, ໃນຂະນະທີ່ບຣາຊິນ ມີຄວາມເປັນຫ່ວງວ່າການຂະຫຍາຍສະມາຊິກໃໝ່ອາດຈະເຮັດໃຫ້ອິດທິພົນຂອງສະມາຊິກເດີມທີ່ມີຢູ່ແລ້ວຫຼຸດລົງ.
ນັບແຕ່ເກີດການປະທະກັນລະຫວ່າງຣັດເຊຍ ແລະ ອູແກຣນ, ການພົວພັນສາກົນນັບມື້ເຄັ່ງຕຶງ. ນອກນີ້ ການແຂ່ງຂັນລະຫວ່າງອາເມລິກາ ກັບຈີນ ໄດ້ກາຍເປັນແຮງຊຸກຍູ້ໃຫ້ຈີນ ແລະ ຣັດເຊຍ ສະ ແຫວງຫາການເພີ່ມທະວີການຮ່ວມມືຂອງປະເທດ BRICS. ທັງຈີນ ແລະ ຣັດເຊຍ ລ້ວນແຕ່ຕ້ອງການໃຫ້ BRICS ໃໝ່ນີ້ ເປັນກົນໄກຊຸກຍູ້ສູ່ຄວາມເທົ່າທຽມກັນ ກ່ຽວກັບການກໍານົດບັນດາລະບຽບໂລກ ເຊິ່ງນຳ
ໂດຍຝ່າຍຕາເວັນຕົກ. ເຖິງແນວໃດກໍຕາມ ການບັນລຸຂໍ້ຕົກລົງຮ່ວມກັນກ່ຽວກັບບັນຫາຄວາມໝັ້ນຄົງ ແລະ ເສດຖະກິດຍັງເປັນສິ່ງທ້າທາຍ ເນື່ອງຈາກອຸປະສັກຫຼາຍປະການໃນກຸ່ມປະເທດສະມາຊິກ BRICS.
ສາມປະເທດສະມາຊິກໃໝ່ຂອງກຸ່ມປະເທດເສດຖະກິດເກີດໃໝ່ (BRICS) ແມ່ນມາຈາກຕາເວັນອອກກາງ. ການຮັບເອົາທັງອີຣານ ແລະ ຊາອຸດິອາຣາເບຍ ເຊິ່ງເປັນສອງປະເທດທີ່ຫາກໍໍຟື້ນຟູການພົວພັນທາງການທູດເມື່ອບໍ່ດົນມານີ້ (ປີ 2023) ຫຼັງຈາກມີຄວາມເຄັ່ງຕຶງກັນມາຍາວນານເຖິງ 7 ປີ – ອາດສ້າງຄວາມຫຍຸ້ງຍາກບາງຢ່າງໃຫ້ແກ່ BRICS ເນື່ອງຈາກເປົ້າໝາຍ ແລະ ນະໂຍບາຍຂອງສະມາຊິກແຕ່
ລະປະເທດໃນການເຂົ້າຮ່ວມກຸ່ມແມ່ນແຕກຕ່າງກັນ. ອີກຢ່າງຄວາມແຕກຕ່າງກັນໃນລະດັບການພັດ ທະນາ, ພື້ນຖານໂຄງລ່າງເສດຖະກິດ… ເຮັດໃຫ້ບັນດາປະເທດສະມາຊິກ BRICS ເກົ່າ ແລະ ໃໝ່ ມີວິທີການ ແລະ ມຸມມອງທີ່ແຕກຕ່າງກັນໃນຫຼາຍບັນຫາຂອງໂລກ.
ໃນສະພາບການຂອງການແຂ່ງຂັນລະຫວ່າງບັນດາປະເທດມະຫາອຳນາດ ທີ່ທະວີຄວາມຮຸນແຮງຂຶ້ນ ແລະ ສະພາບການໂລກທີ່ມີການແບ່ງຂົ້ວ, ຜັນແປດ້ວຍບັນຫາສັບສົນຫຼາຍປະການ ເຊັ່ນ: ຄວາມຂັດແຍ່ງລະຫວ່າງຣັດເຊຍ-ອູແກຣນ, ສະພາບການຢູ່ແຫຼມເກົາຫຼີ, ການກ້າວຂຶ້ນໄປສູ່ລະດັບສູງຂອງ BRICS ພວມສະແດງໃຫ້ເຫັນເຖິງຄວາມເປັນໄປໄດ້ຂອງການຫັນອຳນາດຈາກຊີກໂລກເໜືອ ໄປຍັງຊີກໂລກໃຕ້, ລວມເຖິງການເຕີບໂຕຢ່າງເຂັ້ມແຂງຂອງກຸ່ມປະເທດເສດຖະກິດເກີດໃໝ່ ແລະ ປະເທດກຳລັງພັດທະນາ. ການຂະຫຍາຍຕົວຂອງ BRICS ສາມາດສ້າງຄວາມດຸ່ນດ່ຽງອໍານາດໃໝ່, ດຸ່ນດ່ຽງກວ່າເກົ່າຕໍ່ອິດທິພົນຂອງປະເທດຕາເວັນຕົກ. ການຮັບເອົາສະມາຊິກໃໝ່ ແມ່ນສອດຄ່ອງກັບຄວາມມຸ່ງຫວັງຂອງປະຊາຄົມສາກົນ, ຜົນປະໂຫຍດລວມຂອງຕະຫຼາດເກີດໃໝ່ ແລະ ບັນດາປະເທດກຳລັງພັດທະນາ. ການຂະຫຍາຍ ຕົວຂອງ BRICS ຍັງສະແດງໃຫ້ເຫັນຄວາມຕັ້ງໃຈຂອງປະເທດຕ່າງໆໃນການເສີມສ້າງຄວາມເປັນເອກະພາບ ແລະ ການຮ່ວມມືກັບປະເທດທີ່ພວມພັດທະນາ. ຍິ່ງໄປກວ່ານັ້ນ ການຂະຫຍາຍຕົວຂອງ BRICS ຍັງເປັນຈຸດເລີ່ມຕົ້ນໃໝ່ສໍາລັບການຮ່ວມມືພາຍໃນກຸ່ມ, ນຳເອົາຄວາມມີຊີວິດຊີວາໃໝ່ມາສູ່ກົນໄກການຮ່ວມມື BRICS.
ແນວໃດກໍດີ, ສິ່ງສຳຄັນແມ່ນບັນດາປະເທດສະມາຊິກຈຳເປັນຕ້ອງເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ການຮ່ວມມືໃນຂົງເຂດມີທ່າແຮງ ແທນທີ່ຈະເພີ່ມທະວີການແຂ່ງຂັນ ແລະ ການປະເຊີນໜ້າກັນ; ມີການຄາດຄະເນວ່າ ການຂະຫຍາຍຕົວຂອງກຸ່ມເສດຖະກິດເກີດໃໝ່ (BRICS) ຈະມີອັດຕາສ່ວນກວມເອົາເກືອບເຄິ່ງໜຶ່ງຂອງຜົນຜະລິດທາງເສດຖະກິດໂລກພາຍໃນ ປີ 2040 ເຊິ່ງສະແດງ
ໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ທ່າແຮງສຳລັບການພັດທະນາຂອງ BRICS ໃນອະນາຄົດ./.
[1] ປະກອບມີ: ບຣາຊິນ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກກາໃຕ້.
[2] ປະກອບມີ: ອາເມລິກາ, ການາດາ, ອັງກິດ, ຝຣັ່ງ, ອີຕາລີ, ເຢຍລະມັນ ແລະ ຍີ່ປຸ່ນ.
ແປ–ຮຽບຮຽງ: ທິໄຊ ພັນນະຈັນ
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນກັນຍາ ປີ 2025)