ພິທີພົບປະ ລະຫວ່າງ ວາລະສານອະລຸນໃໝ່ ຂອງພັກປະຊາຊົນປະຕິວັດລາວ ແລະວາລະ ສານ ຊິວສື ຂອງສູນກາງພັກກອມມູນິດຈີນ ໄດ້ຈັດຂຶ້ນໃນວັນທີ 2 ພະຈິກ 2026; ເວລາ 10:00 ໂມງ, ທີ່ຫ້ອງປະຊຸມຊັ້ນ 1 ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ.

ຝ່າຍວາລະສານອະລຸນໃໝ່ນຳໂດຍ ສະຫາຍ ຫີນເພັດ ໄຊຍະສີພັນດອນ ກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າບັນນາທິການໃຫຍ່ວາລະສານອະລຸນໃໝ່; ສ່ວນຝ່າຍວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ນຳໂດຍ ສະຫາຍ ຊ້າວ ເວີນຮຸຍ ຮອງຫົວ ໜ້າບັນນາທິການໃຫຍ່ວາລະສານ ຊິວສື, ໃນຖານະຫົວໜ້າຄະນະຜູ້ແທນ, ພ້ອມດ້ວຍຄະນະ.

ການພົບປະຄັ້ງນີ້ແມ່ນດຳເນີນຕາມແຜນການຮ່ວມມືລະຫວ່າງສອງຝ່າຍ ເຊິ່ງໃນແຕ່ລະປີຈະຜັດປ່ຽນກັນເປັນເຈົ້າພາບ ເພື່ອແລກປ່ຽນບົດຮຽນດ້ານການເຄື່ອນໄຫວວຽກງານວາລະສານ ລວມທັງບັນດາຫົວຂໍ້ສະເພາະກ່ຽວກັບການຈັດທຳວາລະສານ ຕາມຄວາມສົນໃຈຂອງແຕ່ລະຝ່າຍ
ໃນການພົບປະຄັ້ງນີ້ ທັງສອງຝ່າຍໄດ້ແລກປ່ຽນບົດຮຽນ ແລະ ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ໂດຍສຸມໃສ່ການແລກປ່ຽນບົດຮຽນໃນຫົວຂໍ້ສະເພາະ, ການແລກປ່ຽນຂໍ້ມູນ-ຂ່າວສານ, ວິທີການສະໜອງບົດຄວາມລົງວາລະສານ, ການສ້າງເຄື່ອຂ່າຍເພື່ອນຮ່ວມງານ ຕະຫຼອດຮອດການຊຸກຍູ້ ແລະ ສົ່ງເສີມການຄົ້ນຄວ້າສະໜອງແຫຼ່ງບົດຄວາມດ້ານທິດສະດີ ແລະພຶດຕິກຳ ພ້ອມກັນນັ້ນ ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບແຜນການຈັດຕັ້ງປະຕິບັດການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການສ້າງເງື່ອນໄຂ ແລະ ຄວາມເປັນໄປໄດ້ໃນການສ້າງບົດບັນທຶກການຮ່ວມມືໃນຊຸມປີຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ວາລະສານ ຊິວສື ຂອງສູນກາງພັກກອມມູນິດຈີນ ໄດ້ມອບອຸປະກອນຮັບໃຊ້ວຽກງານຫ້ອງການ ໃຫ້ແກ່ວາລະສານອະລຸນໃໝ່ ລວມມູນຄ່າ 100,000,000 ກີບ ເພື່ອນຳໃຊ້ເຂົ້າໃນການພັດທະນາວຽກງານຂອງວາລະສານອະລຸນໃໝ່ ໃຫ້ມີປະສິດທິພາບ ຍິ່ງຂຶ້ນ ພ້ອມທັງປະກອບສ່ວນໃນການສ້າງ ແລະ ຍົກລະດັບບຸກຄະລາກອນ ຂອງວາລະສານອະລຸນໃໝ່.
ພິທີພົບປະ ແລະ ແລກປ່ຽນບົດຮຽນລະຫວ່າງຄະນະຜູ້ແທນວາລະສານອະລຸນໃໝ່ ແລະວາລະສານ ຊິວສື ໄດ້ສຳເລັດລົງໃນເວລາ 11:30 ໂມງ ຂອງວັນດຽວກັນ ດ້ວຍບັນຍາກາດອັນດີງາມ, ສ້າງສັນ ແລະ ເປັນມິດ.