
ພະນັກງານ, ສະມາຊິກພັກ “ແມ່ນຜູ້ທີ່ມີນໍ້າໃຈສູງສົ່ງເພື່ອປະເທດຊາດ, ເພື່ອປະຊາຊົນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ບຸກບືນສູ້ຊົນເພື່ອອຸດົມການຂອງພັກ; ແມ່ນຜູ້ທີ່ດຸໝັ່ນ, ປະຢັດ, ບໍລິສຸດ, ສັດຊື່, ຮັບໃຊ້ປະຊາຊົນດ້ວຍຄວາມຈົງຮັກພັກດີ; ແມ່ນຜູ້ທີ່ຖືເອົາຜົນປະໂຫຍດລວມຂອງຊາດ, ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າສູງກວ່າຜົນປະໂຫຍດສ່ວນຕົວ…. ໂຄສະນາສຶກສາອົບຮົມ, ປຸກລະດົມຄອບຄົວ ແລະ ປະຊາຊົນປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ເປັນແບບຢ່າງໃຫ້ແກ່ມະຫາຊົນ… ແມ່ນຜູ້ທີ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ບຸກບືນຮໍ່າຮຽນຍົກລະດັບ, ຫ້າວຫັນປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບ
ໝາຍ, ດຸໝັ່ນອອກແຮງງານ, ມີແບບແຜນດຳລົງຊີວິດຖືກຕ້ອງ ແລະ ປອດໃສ”[1].
ພັກເຮົາໄດ້ຢືນຢັນວ່າ: ພະນັກງານ, ສະມາຊິກພັກ ມີບົດບາດຕັດສິນຕໍ່ຜົນໄດ້ ຜົນເສຍຂອງການ ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ກໍຄືພາລະກໍາປະຫວັດສາດໃນການນໍາພາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ; ໝາຍຄວາມວ່າ ແນວທາງນະໂຍບາຍຂອງພັກ ຈະຖືກ ຕ້ອງປານໃດກໍຕາມ ຖ້າຫາກພະນັກງານ, ສະມາຊິກພັກ ຂາດຄວາມຮູ້ຄວາມສາມາດ, ຄວາມເປັນແບບ ຢ່າງໃນດ້ານການນໍາພາ ແລະ ຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງແລ້ວ, ແນວທາງນະໂຍບາຍດັ່ງກ່າວ ກໍຈະດີພຽງແຕ່ເປັນທິດສະດີຢູ່ໃນໜ້າເຈ້ຍເທົ່ານັ້ນ. ໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ຕີລາຄາວ່າ: “ການເສື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດ ແລະ ມານະຈິດປະຕິວັດຂອງຖັນແຖວສະມາຊິກພັກ-ພະນັກງານ ຍັງເປັນບັນຫາທີ່ໜ້າເປັນຫ່ວງຂອງພັກ ແລະ ສັງຄົມ, ສືບຕໍ່ສົ່ງຜົນກະທົບຕໍ່ບົດບາດການນໍາພາຂອງພັກ ແລະ ລະບອບໃໝ່; ສະມາຊິກພັກ-ພະນັກງານ ຈຳນວນບໍ່ໜ້ອຍຂາດຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ, ນໍ້າໃຈເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມບໍ່ທັນສູງ…”[2]. ດ້ວຍເຫດນີ້ ພັກເຮົາຈຶ່ງໄດ້ຖືສໍາຄັນການສຶກສາອົບຮົມການເມືອງ-ແນວຄິດ, ການກໍ່ສ້າງແລະ ບໍາລຸງຍົກລະດັບໃຫ້ແກ່ພະນັກງານ, ສະມາຊິກພັກ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ.
ພະນັກງານ, ສະມາຊິກພັກ ບໍ່ວ່າຢູ່ໃນໄລຍະໃດ ກໍເປັນກໍາລັງແຮງຕົ້ນຕໍສົມທົບກັບປະຊາຊົນລາວບັນດາເຜົ່າ ໃນການປະຕິບັດແນວທາງຂອງພັກ ເຊິ່ງເຮັດໃຫ້ແນວທາງຂອງພັກໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດຢ່າງໃຫຍ່ຫຼວງ, ສະແດງອອກຜົນງານການປະກອບສ່ວນໃນແຕ່ລະໄລຍະ. ນັບແຕ່ໄລ ຍະຕໍ່ສູ້ປົດປ່ອຍຊາດ ພະນັກງານ, ສະມາຊິກພັກໄດ້ປະກອບສ່ວນເຂົ້າໃນຂະບວນການຕໍ່ສູ້ຢ່າງອົງອາດກ້າ ຫານ, ຍອມເສຍສະຫຼະເລືອດເນື້ອຂອງຕົນ ເພື່ອຍາດເອົາຄວາມເປັນເອກະລາດ, ເຮັດໃຫ້ປະເທດຊາດ ແລະ ປະຊາຊົນຫຼຸດພົ້ນຈາກການກົດຂີ່ຂູດຮີດຂອງຈັກກະພັດຕ່າງດ້າວ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ພາຍຫຼັງປະເທດ
ຊາດໄດ້ຮັບການປົດປ່ອຍພະນັກງານ, ສະມາຊິກພັກ ໄດ້ສືບຕໍ່ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ເລີ່ມແຕ່ປີ 1986 ເປັນຕົ້ນມາ, ພັກເຮົາໄດ້ນໍາພາປ່ຽນແປງ ໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ ເຖິງວ່າປະເທດເຮົາຈະພົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການກໍຕາມ, ແຕ່ພັກເຮົາກໍຕັດສິນໃຈນໍາພາສ້າງການຫັນປ່ຽນໃໝ່ຢ່າງເປັນລະບົບ ແລະ ມີ
ຫຼັກການ, ສາມາດຍາດໄດ້ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງ ເປັນຕົ້ນແມ່ນ ດ້ານການເມືອງ: ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ລະບົບການເມືອງ ໄດ້ຮັບການປັບປຸງບູລະນະໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ໂດຍສະເພາະຂັ້ນຮາກຖານ, ຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ທາງດ້ານເສດຖະກິດ: “ມີການຂະຫຍາຍຕົວຕໍ່ເນື່ອງ, ໝັ້ນທ່ຽງ, ອັດຕາການເຕີບໂຕຂອງເສດຖະກິດສະເລ່ຍເພີ່ມຂຶ້ນ ໃນແຕ່ລະໄລຍະ ເຊັ່ນ: 1990 ເພີ່ມຂຶ້ນ 4,8% ຕໍ່ປີ, 1995 ເພີ່ມຂຶ້ນ 6,4% ຕໍ່ປີ, 2005 ເພີ່ມຂຶ້ນ 6,2% ຕໍ່ປີ, 2010ສະເລ່ຍ 7,9% ຕໍ່ປີ, 2015 ບັນລຸໄດ້ 7,8% ຕໍ່ປີ, 2020 ບັນລຸໄດ້ 5,8% ຕໍ່ປີ ແລະ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ກາງສະໄໝ ເພີ່ມຂຶ້ນສະເລ່ຍ 4,1%, ມາຮອດປີ 2024 ທົ່ວປະເທດມີຄອບຄົວພົ້ນທຸກ 976.644 ຄອບຄົວ, 5.438 ບ້ານ, 64 ເມືອງ; ສ້າງຄອບຄົວພັດທະນາໄດ້ 779.119 ຄອບຄົວ, 2.150 ບ້ານ, ບ້ານໃຫຍ່ກາຍເປັນຕົວເມືອງ ຢູ່ຊົນນະບົດ 25 ບ້ານ, ເມືອງເຂັ້ມແຂງຮອບດ້ານ 6 ເມືອງ ແລະ ແຂວງເປັນຫົວໜ່ວຍຍຸດທະສາດ ໄດ້ 2 ແຂວງ ແລະ ນະຄອນຫຼວງວຽງຈັນ”[3]. ດ້ານວັດທະນະທໍາ-ສັງຄົມ: ໄດ້ຖືເອົາການພັດທະນາການສຶກສາໄປກ່ອນວຽກງານອື່ນກ້າວໜຶ່ງ, ເຮັດໃຫ້ການສຶກສາໄດ້ຮັບການພັດທະນາເປັນກ້າວໆ ນັບທັງດ້ານປະລິມານ ແລະ ຄຸນນະພາບ. ຖືເອົາ
ການກັນພະຍາດ ສົ່ງເສີມສຸຂະພາບ, ການປິ່ນປົວທີ່ມີຄຸນນະພາບ ແລະ ສະໜອງການບໍລິການດ້ານສາທາລະນະສຸກຢ່າງທົ່ວເຖິງ ເປັນສຳຄັນ, ຕາໜ່າງສາທາລະນະສຸກໄດ້ຂະຫຍາຍຕົວໄປເຖິງກຸ່ມບ້ານ. ວຽກງານຖະແຫຼງຂ່າວໄດ້ເຄື່ອນໄຫວດ້ວຍຮູບແບບ ແລະ ວິທີການຕ່າງໆ ທີ່ມີຄຸນນະພາບສູງ ແລະ ທ່ວງທັນເຫດການຂຶ້ນກວ່າເກົ່າ, ກາຍເປັນກະບອກສຽງທີ່ສໍາຄັນໃຫ້ແກ່ພັກ ແລະ ລັດຖະບານ ຕີຖອຍບັນດາສື່ສັງຄົມທີ່ອອກຂ່າວບິດເບືອນຄວາມຈິງ ແລະ ວຽກງານດ້ານອື່ນໆ ກໍໄດ້ຮັບການປັບປຸງ ແລະ ຂະຫຍາຍ ຕົວເປັນກ້າວໆມາ.
ໄປຄຽງຄູ່ກັນນັ້ນ ກະໂຕພະນັກງານ, ສະມາຊິກພັກ ກໍໄດ້ຮັບຄວາມເອົາໃຈໃສ່ໃກ້ຊິດຕິດແທດຈາກຄະນະພັກທຸກຂັ້ນໃນດ້ານຕ່າງໆ ເປັນຕົ້ນແມ່ນດ້ານການເມືອງ-ແນວຄິດ ໂດຍເລີ່ມຈາກການຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັັກ, ຈັດຕັ້ງປາຖະກະຖາ, ເລົ່າມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດ; ຈັດຕັ້ງຮໍ່າຮຽນທິດສະດີການເມືອງໃຫ້ພະນັກງານ, ສະມາຊິກພັກ. ຜ່ານການຈັດຕັ້ງປະຕິບັດຄືດັ່ງກ່າວ ເຮັດໃຫ້ພະນັກງານ, ສະມາຊິກພັກ ໄດ້ຮັບຮູ້, ເຂົ້າໃຈຕໍ່ແນວທາງຂອງພັກ ແລະ ນະໂຍບາຍຂອງລັດ, ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ອຸ່ນອຽນທຸ່ນທ່ຽງ, ບໍ່ຫວັ່ນໄຫວ, ບໍ່ຄອນແຄນ, ຈໍາແນກໄດ້ມິດ-ສັດຕູ, ເຊີດຊູໄດ້ຈິດໃຈເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງແບບແຜນວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດທີ່ສອດຄ່ອງກັບສະພາບການໃໝ່, ມີຄວາມເປັນ
ເອກະພາບດ້ານແນວຄິດ ແລະ ການກະທໍາ. ການບຳລຸງ-ກໍ່ສ້າງພະນັກງານ, ສະມາຊິກພັກ ໄດ້ດຳເນີນຢ່າງເປັນລະບົບຕໍ່ເນື່ອງ ໂດຍອີງໃສ່ແຜນກໍານົດພະນັກງານເປັນຫຼັກ, ການບໍາລຸງ-ກໍ່ສ້າງ ໄດ້ເອົາໃຈໃສ່ດ້ວຍຫຼາຍຮູບການ, ວິທີການຕາມເງື່ອນໄຂຕົວຈິງຂອງແຕ່ລະຂັ້ນ, ແຕ່ລະຂະແໜງການ ເຊັ່ນ: ການປະຕິບັດວຽກງານຢູ່ກັບທີ່, ລົງທ້ອງຖິ່ນຮາກຖານ, ຈັດຕັ້ງການຝຶກອົບຮົມ, ບໍາລຸງ-ກໍ່ສ້າງທາງດ້ານທິດສະດີການເມືອງ ແລະ ວຽກງານວິຊາສະເພາະ ຢູ່ສະຖາບັນການສຶກສາຕ່າງໆ; ປີ 2024 ໄດ້ສົ່ງພະນັກງານ,
ສະມາຊິກພັກໄປ “ບໍາລຸງ-ກໍ່ສ້າງ ຢູ່ພາຍໃນ ແລະ ຕ່າງປະເທດຈໍານວນ 1.027 ສະຫາຍ, ຍິງ 218 ສະຫາຍ, ໃນນີ້ ຢູ່ພາຍໃນປະເທດ ມີ 408 ສະຫາຍ, ຍິງ 105 ສະຫາຍ, ຢູ່ຕ່າງປະເທດ 619 ສະຫາຍ, ຍິງ 113 ສະຫາຍ”[4]. ການປະຕິບັດນະໂຍບາຍໃນດ້ານຕ່າງໆຕໍ່ພະນັກງານ ກໍນັບມື້ດີຂຶ້ນ, ທັງສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ພະນັກງານມີຄວາມກະຕືລືລົ້ນເຂົ້າໃນການປະຕິ ບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍນັບມື້ສູງຂຶ້ນ. ໂດຍລວມແລ້ວ ພະນັກງານ, ສະມາຊິກພັກ ແມ່ນໄດ້ຮັບຄວາມເອົາໃຈໃສ່ຈາກຄະນະພັກແຕ່ລະຂັ້ນເປັນຢ່າງດີ, ເຮັດໃຫ້ພະນັກງານ, ສະມາຊິກພັກ ເປັນເຈົ້າການໃນການຝຶກຝົນຫຼໍ່ຫຼອມຕົນເອງ, ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ກາຍເປັນກໍາລັງແຮງສໍາຄັນໃນການຈັດຕັ້ງປະ
ຕິບັດແນວທາງນະໂຍບາຍຂອງພັກ-ລັດ.
ເພື່ອສືບຕໍ່ປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືນໍາພາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ, ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມມີຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ຕາມທີ່ພັກໄດ້ວາງໄວ້; ຕ້ອງສືບຕໍ່ຍູ້ແຮງສ້າງການຫັນປ່ຽນຢ່າງເລິກເຊິ່ງ, ຮອບ ດ້ານ ໂດຍເລີ່ມຈາກການຫັນປ່ຽນທາງດ້ານຈິນຕະນາການ, ຍົກລະດັບຄຸນນະພາບວຽກງານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ ແນໃສ່ຍົກສູງຄຸນນະພາບຂອງສະມາຊິກພັກ ຕິດພັນກັບການກໍາແໜ້ນ ແລະ ປະຕິບັດກົດລະບຽບຂອງພັກ; ບໍາລຸງ-ກໍ່ສ້າງພະນັກງານທຸກປະເພດ ຜ່ານຂະບວນການຕົວຈິງ; ສຸມໃສ່ແກ້ໄຂບັນຫາການເສື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນຖັນແຖວສະມາຊິກພັກ, ພະນັກງານຢ່າງຈິງຈັງ. ປະທານ ໄກສອນ ພົມວິຫານ ໄດ້ເນັ້ນໜັກວ່າ: “ປ່ຽນແປງໃໝ່ການກໍ່ສ້າງ ແລະ ບໍາລຸງຍົກລະດັບພະນັກງານ ຢູ່ໃນລະບົບໂຮງຮຽນພັກ ໂດຍຖືເອົາການຍົກສູງຄຸນນະພາບ ແລະ ຄວາມຮູ້ຄວາມສາມາດດ້ານການນໍາພາຈັດຕັ້ງປະຕິບັດເປັນອັນຕົ້ນຕໍ… ຄະນະພັກແຕ່ລະຂັ້ນຕ້ອງຖືເອົາວຽກງານກໍ່ສ້າງ ແລະ ບໍາລຸງພະນັກງານ ເປັນຄວາມຮັບຜິດຊອບໂດຍກົງຂອງຕົນ, ອີງໃສ່ແຜນກໍານົດພະນັກງານສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ຖືເອົາຄຸນນະພາບເປັນກົກ”[5]. ພ້ອມກັນນັ້ນ ກໍຕ້ອງປັບປຸງການຈັດຕັ້ງພັກແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ, ເດັດດ່ຽວແກ້ໄຂບັນຫາທີ່ຄົງຄ້າງຢູ່ພາຍໃນພັກ ແລະ ເຮັດໃຫ້ການຈັດຕັ້ງຮາກຖານພັກ ມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ເປັນແກນນໍາໃນລະບົບການເມືອງ. ສະນັ້ນ ຢາກໃຫ້ພະນັກງານ, ສະມາຊິກພັກ ເປັນກໍາລັງແຮງໃນການຈັດຕັ້ງປະຕິບັດແນວທາງຂອງພັກໃຫ້ໄດ້ຮັບຜົນສຳເລັດຢ່າງແທ້ຈິງ ຄວນເອົາໃຈໃສ່ບາງບັນຫາ ດັ່ງນີ້:
- ພະນັກງານ, ສະມາຊິກພັກທຸກສະຫາຍຕ້ອງເປັນແບບຢ່າງນໍາໜ້າ, ເພາະຄວາມເປັນແບບຢ່າງທີ່ດີຂອງສະມາຊິກພັກ ເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແຮງດຶງດູດເອົາຄວາມເຊື່ອໝັ້ນຂອງມະຫາ ຊົນໄດ້ຢ່າງກວ້າງຂວາງ; ດັ່ງນັ້ນ ພະນັກງານ, ສະມາຊິກພັກຕ້ອງໄດ້ເປັນແບບຢ່າງນໍາໜ້າໃນການຄົ້ນຄວ້າ
ຮໍ່າຮຽນຍົກລະດັບຄວາມຮູ້ຂອງຕົນໃນທຸກດ້ານ; ເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ; ອົດທົນຜ່ານຜ່າອຸປະສັກ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນການດຳລົງຊີວິດ ກໍຄືການປະຕິບັດໜ້າທີ່ວຽກງານ; ເປັນແບບຢ່າງໃນການອຸທິດຕົນ ເພື່ອຜົນປະໂຫຍດຂອງຊາດ ແລະ ຄວາມຮັ່ງມີຜາສຸກຂອງປະຊາຊົນ; ແບບຢ່າງໃນການດໍາລົງຊີວິດທີ່ປອດໃສ, ດຸໝັ່ນຂະ
ຫຍັນພຽນ, ປະຢັດ, ຊື່ສັດ, ສາມັກຄີເອື້ອເຟື້ອເພື່ອແຜ່; ເຄົາລົບ ແລະ ປະຕິບັດແນວທາງຂອງພັກ ແລະ ກົດໝາຍຂອງລັດ; ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ຢູ່ໃນກົງຈັກການຈັດຕັ້ງຂອງພັກ-ລັດ. - ພະນັກງານ, ສະມາຊິກພັກຕ້ອງມີແບບແຜນວິທີເຮັດວຽກ ທີ່ຮັບປະກັນລັກສະນະວິທະຍາສາດ ຍ້ອນວ່າ ວິທະຍາສາດໝາຍເຖິງຄວາມຈິງ, ການເຮັດວຽກຕ້ອງສະແດງອອກຕາມຄວາມຈິງ, ເຮັດວຽກຕ້ອງອີງໃສ່ມະຕິ, ມີມະຕິແລ້ວ ກໍຕ້ອງໄດ້ຮັບການຈັດຕັັ້ງປະຕິບັດຢ່າງເອກະພາບ, ທິດສະດີໄປພ້ອມກັບພຶດຕິກໍາ, ພຶດຕິກໍາຕ້ອງໄດ້ພິສູດເຖິງຄວາມຖືກຕ້ອງທາງດ້ານທິດສະດີ, ເວົ້າໄປຄຽງຄູ່ກັບການກະທໍາ, ທຸກໆບັນຫາຕ້ອງໄດ້ມີການຄົ້ນຄວ້າ, ຄົ້ນຄິດລະອຽດ, ມີຄວາມເປັນເອກະພາບໃນທາງປະຕິບັດ ແລະ ນໍາພາເຮັດດ້ວຍຄວາມຕັັ້ງໜ້າ; ການເຮັດວຽກ ຕ້ອງໄດ້ເຄົາລົບຫຼັກການ, ຫຼັກເກນ, ກົດເກນ ແລະ ທິດສະດີຂອງນັກມາກຊິດ, ນັກວິທະຍາສາດທີ່ກ້າວໜ້າ ເພື່ອໝູນໃຊ້ເຂົ້າໃນການພັດທະນາປະເທດຊາດ ໃຫ້ສອດຄ່ອງກັບຍຸກສະໄໝ.
- ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຝຶກຝົນຫຼໍ່ຫຼອມນໍ້າໃຈຮັກຊາດ, ນໍ້າໃຈເສຍສະຫຼະອັນສູງສົົ່ງ, ຈິດໃຈປະຕິວັດສຸດກົກສຸດປາຍ, ມານະຈິດປະຕິວັດອັນເດັດດ່ຽວໜຽວແໜ້ນ, ມີທັດສະນະມະຫາຊົນ, ເຄົາລົບນັບຖືປະຊາຊົນ, ຍົກສູງສະຕິຮັກຊາດເອກະລາດເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໃນເງື່ອນໄຂພົບຄວາມຫຍຸ້ງຍາກ ພະນັກງານ, ສະມາຊິກພັກ ຕ້ອງຢືນ
ຢູ່ໃນທ່າບຸກໃນການປະກອບສ່ວນເປັນກໍາລັງແຮງຊ່ວຍພັກ-ລັດ, ກ້າປະເຊີນໜ້າກັບບັນຫາຫຍຸ້ງຍາກ ບໍ່ທໍ້ຖອຍ, ບໍ່ງໍ້ຫງ່ຽງ ແລະ ຍອມຈໍານົນແບບງ່າຍດາຍ; ຖັນແຖວພະນັກງານ, ສະມາຊິກພັກ ຕ້ອງມີຄວາມຮັບຜິດຊອບຕໍ່ພັກ, ລັດແລະ ປະຊາຊົນ, ອຸທິດຕົນເພື່ອພັກ, ເພື່ອຊາດ ແລະ ພາລະກິດປະຕິວັດ. - ພະນັກງານ, ສະມາຊິກພັກຕ້ອງຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດຢັ້ງ ດ້ວຍການຍຶດໝັັ້ນທິດນໍາທີ່ວ່າ ຮຽນແລ້ວຮຽນອີກ, ຮຽນເລື້ອຍໆໄປ, ຮຽນນໍາຕໍາລາ, ຮຽນນໍາໝູ່ຄະນະ, ຜູ້ອາວຸໂສ, ນໍາປະຊາຊົນ, ນໍາພຶດຕິກໍາຕົວຈິງ, ໝັ່ນຊອກຮູ້ຮໍ່າຮຽນ ແລະ ສະແຫວງຫາຄວາມຮູ້ບົດຮຽນໃໝ່ຢູ່ສະເໝີ, ຮຽນນໍານັກທິດສະດີ, ນັກ ປາດ-ອາຈານ, ຜູ້ຊ່ຽວຊານ ທັງພາຍໃນ ແລະຕ່າງປະເທດ. ພະນັກງານ, ສະມາຊິກພັກ ຕ້ອງໄດ້ຮຽນ
ຄົ້ນຄວ້າ, ໝູນໃຊ້ຜົນສໍາເລັດຂອງວິທະຍາສາດເຕັກໂນໂລຊີ, ນະວັດຕະກໍາໃໝ່ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. - ເອົາໃຈໃສ່ປະຕິບັດຂໍ້ຫ້າມສໍາລັບສະມາຊິກພັກ ທີ່ໄດ້ກໍານົດອອກໃນກົດລະບຽບພັກປະຊາຊົນປະ ຕິວັດລາວໃຫ້ເຂັ້ມງວດ ໂດຍສະເພາະແມ່ນຫ້າມສວຍໃຊ້ໜ້າທີ່, ຕໍາແໜ່ງ, ສິດອໍານາດຂອງຕົນ ເພື່ອສະ ແຫວງຫາຜົນປະໂຫຍດແກ່ຕົນເອງ, ຄອບຄົວ, ຍາດພີ່ນ້ອງ ແລະ ບຸກຄົນອື່ນ, ຕ້ານ ແລະ ສະກັດກັ້ນພຶດຕິກໍາສໍ້ລາດບັງຫຼວງຢ່າງເດັດຂາດ; ຫ້າມຍັກຍອກ, ສໍ້ໂກງເອົາຊັບສິນ, ເງິນຄໍາຂອງລັດ, ລວມໝູ່,
ຂອງພົນລະເມືອງ ແລະ ຫ້າມນໍາໃຊ້ງົບປະມານ, ຊັບສິນຂອງລັດ, ລວມໝູ່ ຮັບໃຊ້ສ່ວນຕົວ, ຄອບຄົວ, ຍາດພີ່ນ້ອງ ແລະ ບຸກຄົນອື່ນໆ.
ສັງລວມແລ້ວ ສະມາຊິກພັກ, ພະນັກງານ ເປັນກໍາລັງແຮງສັງລວມໃຫ້ແກ່ການຈັດຕັ້ງປະຕິບັດແນວ ທາງ ໃຫ້ໄດ້ຮັບຜົນສໍາເລັດ ກໍຄືການນໍາພາປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ. ສະນັ້ນ ສະມາຊິກພັກ, ພະນັກງານ ຕ້ອງເອົາໃຈໃສ່ໃນການຝຶກຝົນຫຼໍ່ຫຼອມຕົນເອງ, ເສີມຂະຫຍາຍນໍ້າໃຈຮັບຜິດ ຊອບ, ຍຶດໝັ້ນຫຼັກການກໍ່ສ້າງ ແລະ ປັບປຸງຕົນເອງຂອງພັກ, ເປັນເຈົ້າການປະຕິບັດຂໍ້ຫ້າມຂອງສະມາ
ຊິກພັກຢ່າງເຂັ້ມງວດ; ຕ້ອງຮັກສາທາດແທ້ປະຕິວັດ, ຄວາມໜັກແໜ້ນທາງດ້ານອຸດົມການ, ມີສະຕິຕໍ່ການຈັດຕັ້ງ ແລະ ມີລະບຽບວິໄນ, ມີສະຕິເຄົາລົບກົດໝາຍ; ກ້າຫານຕໍ່ສູ້ຕ້ານປະກົດການຫຍໍ້ທໍ້, ມີຄວາມອົດທົນຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກ, ມີຄວາມຕັ້ງໃຈສຶກສາຮໍ່າຮຽນສະແຫວງຫາຄວາມກ້າວ ໜ້າ, ມີຄວາມເປັນແບບຢ່າງນໍາໜ້າໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດ
ຊອບສູງ; ດໍາລົງຊີວິດປອດໃສ, ດຸໝັ່ນ, ປະຢັດ, ຊື່ສັດ ແລະ ທ່ຽງທໍາ, ບໍ່ສວຍໃຊ້ໜ້າທີ່ຕໍາແໜ່ງ ເພື່ອສະແຫວງຫາຜົນປະໂຫຍດໃຫ້ແກ່ຕົນເອງ ແລະ ພັກພວກ. ເຮັດໄດ້ແນວນັ້ນ ພະນັກງານ, ສະມາຊິກພັກ ຈຶ່ງກາຍເປັນຜູ້ມີບົດບາດຕັດສິນຕໍ່ຜົນໄດ້ຜົນເສຍຂອງການຈັດຕັ້ງປະຕິບັດແນວທາງຂອງພັກ, ສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດນັບມື້ສູງຂຶ້ນ./.
[1] 70 ປີ ພັກນຳພາເພື່ອຄວາມຢູ່ດີກິນດີຂອງປະຊາຊົນ, ຄະນະໂຄສະນາອົບຮົມສູນກາງພັກ, ປີ 2025, ໜ້າ 14-15.
[2] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 25.
[3] ເອກະສານວັນຊາດທີ 2 ທັນວາ ຄົບຮອບ 49 ປີ, ຄະນະໂຄສະນາອົບຮົມສູນກາງພັກ ປີ 2024, ໜ້າ 1-3.
[4] ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດ ປະຈຳປີ 2024
[5] ແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານພະນັກງານໃນພາລະກິດປ່ຽນແປງໃໝ່, ສະພາທິດສະດີສູນກາງພັກ ປີ 2022, ໜ້າ 132.
ຂຽນໂດຍ: ນ. ສີປານຄຳ ອິນໃຈ
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນກໍລະກົດ ປີ 2025)