ແນວລາວສ້າງຊາດ ກັບການປະຕິບັດພາລະບົດບາດ ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ ຕະຫຼອດ 75 ປີ ຜ່ານມາ

ອົງການແນວລາວສ້າງຊາດແມ່ນ “ອົງການຈັດຕັ້ງສໍາພັນທາງການເມືອງຂອງທົ່ວສັງຄົມ, ເປັນສະຫະ ພັນຂອງອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມ ແລະ ບຸກ ຄົນທີ່ເປັນຕົວແທນໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ, ໄວ ລວມທັງຕົວແທນຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ບົນພື້ນຖານຄວາມຕື່ນຕົວ ແລະ ສະໝັກໃຈ”[1]; ແນວລາວສ້າງຊາດມີພາລະບົດບາດເປັນຄັນທຸງເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນລາວບັນດາເຜົ່າ, ສ້າງຄວາມເຂັ້ມແຂງ ແລະ ປັບປຸງກຳລັງແຮງທົ່ວສັງຄົມ; ສຶກສາອົບຮົມ, ປຸກລະດົມປະຊາຊົນລາວບັນດາເຜົ່າເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ເສີມຂະຫຍາຍສິດເປັນເຈົ້າໃນການປົກປັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ. ແນວລາວສ້າງຊາດເປັນອົງການທີ່ມີປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວອັນຍາວນານ ຕິດພັນກັບຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນໍາພາຂອງພັກ.

ແນວ​ລາວ​ສ້າງ​ຊາດ​ໄດ້​ຮັບ​ການ​ສ້າງ​ຕັ້ງໃນ​ວັນ​ທີ 13 ສິງຫາ 1950 ຢູ່​ເຂດ​ທີ່ໝັ້ນຂອງ​ການ​ປະຕິວັດ​ ເພື່ອ​​ເຕົ້າ​ໂຮມ​ທຸກ​ກໍາລັງ​ທີ່​ມີ​ຈິດ​ໃຈ​ຢາກ​ມີ​ອິດສະຫຼະພາບ, ຕໍ່ສູ້​ຕ້ານ​ກັບ​ລັດທິ​ລ່າ​ເມືອງ​ຂຶ້ນທັງ​ແບ​ບ​ເກົ່າ ​ແລະ ​ໃໝ່. ແນວລາວສ້າງຊາດກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຜ່ານ 3 ໄລຍະຄື: ໄລຍະທຳອິດແຕ່ປີ 1950-1956 ມີ​ຊື່ວ່າ: “​ແນວ​ລາວ​ອິດສະຫຼະ”, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ I ຂອງແນວ
ລາວອິດສະຫຼະໄດ້ໄຂຂຶ້ນໃນວັນທີ 13 ສິງຫາ 1950 ຢູ່ທີ່​ເມືອງອຽນ​ເຊີ​ນ, ແຂວງຕວຽນກວາງ, ສສ ຫວຽດ ນາມ ໂດຍມີຜູ້ແທນເຂົ້າຮ່ວມ 150 ທ່ານ​ ເຊິ່ງເປັນຕົວແທນກໍາລັງປະກອບອາວຸດທຸກພາກ ແລະ ປະຊາ ຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດໄວ. ກອງປະຊຸມໄດ້ປະກາດສ້າງຕັ້ງແນວໂຮມແຫ່ງຊາດໂດຍໃສ່ຊື່ວ່າ: “ແນວລາວອິດສະຫຼະ” ເຊິ່ງປະກອບມີຄະນະກໍາມະການສູນກາງແນວລາວອິດສະຫຼະຈໍານວນ 15 ທ່ານ ໂດຍແມ່ນປະທານ ສຸພານຸວົງ ເປັນປະທານ​ແນວ​ລາວ​ອິດສະຫຼະ. ໄລຍະ 2 ມີຊື່ວ່າ: “ແນວລາວຮັກຊາດ”, ກອງປະຊຸມໃຫຍ່ຜູ້ແທນແນວລາວອິດສະຫຼະ ຄັ້ງທີ II ໄດ້ໄຂຂຶ້ນໃນວັນທີ 6-9 ຕຸລາ 1956 ທີ່ບ້ານເລີຍ, ຕາແສງເມືອງພູນ-ເມືອງໂສຍ, ແຂວງຫົວພັນ, ກອງປະຊຸມຄັ້ງນີ້ໄດ້ຕົກລົງປ່ຽນຊື່ຈາກແນວລາວອິດສະຫຼະມາເປັນ “​ແນວ​ລາວ​ຮັກ​ຊາດ” ​ແລະ ​ໄດ້​ຮັບຮອງ​ເອົາ​ການ​ແຕ່ງ​ຕັ້ງ​ຄະນະ​ກໍາມະການ​ສູນ​ກາງ​ແນວ​ລາວ​ຮັກ​ຊາດ ຈໍານວນ 47 ທ່ານ, ​ໃນ​ນັ້ນ ​ແຕ່ງ​ຕັ້ງ​ປະ​ທານ ສຸພາ​ນຸວົງ ​ເປັນ​ປະທານ​ສູນ​ກາງ​ແນວ​ລາວ​ຮັກ​ຊາດ​ອີກ​ສະ​ໄໝໜຶ່ງ, ຮັບຮອງ​ເອົາ​ຮອງ​ປະທານ 6 ທ່ານ. ​ໄລຍະ 3 ​ເອີ້ນວ່າ: ​ແນວ​ລາວ​ສ້າງ​ຊາດ, ກອງ​ປະຊຸມ​​ໃຫຍ່​ ຄັ້ງ​ທີ IV ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 6-20 ກຸມພາ 1979 ທີ່​ສະ​ໂມ​ສອນໜອງບອນ, ນະຄອນ ຫຼວງວຽງຈັນ, ກອງ​ປະຊຸມ​ໄດ້​ມີ​ມະຕິ​ປ່ຽນຊື່: ​ແນວ​ລາວ​ຮັກ​ຊາດ ມາ​ເປັນ “​ແນວ​ລາວ​ສ້າງ​ຊາດ” ​ແລະຮັບ
ຮອງ​ເອົາ​ການ​ແຕ່ງ​ຕັ້ງ​ຄະນະ​ກໍາມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຈໍານວນ 76 ທ່ານ, ​ໃນ​ນັ້ນ ປະທານ ສຸພາ​ນຸວົງ ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ປະທານສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ມີ​ຮອງ​ປະທານ 3 ທ່ານ ​ແລະ ກໍາມະການ​ປະ​ຈໍາ 3 ທ່ານ.

ຕະຫຼອດ 75 ປີຜ່ານ​ມາ ແນວລາວສ້າງຊາດ​ໄດ້​ປະຕິບັດພາລະບົດບາດຂອງ​ຕົນ​ໃນ​ການ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ປະຊາຊົນ​ລາວ​ບັນ​ດາ​ເຜົ່າ​ເຂົ້າ​ໃນ​ການ​ຕໍ່ສູ້ກູ້​ຊາດ ​ແລະ ​ໄປ​ພ້ອມໆກັບ​ການ​ປະຕິບັດ​ສອງໜ້າທີ່​ຍຸດ​ທະ​ສາດ​ ຄື: ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດຊາດ ​ຜ່ານ​ເສັ້ນທາງ​ອັນ​ລະ​ອິດ​ລະ​ອ້ຽວ, ຫຍຸ້ງ
ຍາກ​ລໍາບາກ ​ເພື່ອ​ເຕົ້າ​​ໂຮມ​ກ້ອນ​ກໍາລັງ​ສໍາພັນ​ທະ​ພາບ​ລະ​ຫວ່າງ​ຊົນ​ຊັ້ນ​ກໍາມະກອນ, ຊາວ​ກະສິກອນ ​ແລະ ບັນດາ​ກໍາລັງ​ການ​ເມືອງ, ກໍາລັງ​ການຈັດ​ຕັ້ງ​ທາງ​ສັງຄົມ​ຕ່າງໆ​ໃນ​ທົ່ວ​ປະ​ເທ​ດ​ເຂົ້າ​ຮ່ວມ​ຊຸກຍູ້​ຂະ​ບວນການຈັດ​ຕັ້ງ​ປະຕິບັດ​ບັນດາ​ມະຕິ​ຂອງ​ພັກ, ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ລັດ​ໄດ້​ຢ່າງ​ຄົບ​ຖ້ວນ​ສົມບູນ ​ແລະ ມີ​ຜົນ​ສໍາ​ເລັດ​ເປັນ​ກ້າວໆມາ. ພາຍ​ໃຕ້​ການນໍາພາ​ຂອງ​ພັກ, ອົງການ​ແນວ​ລາວ​ສ້າງ​ຊາດ​ໄດ້​ມີ​ບົດບາດ​ສູງ​ເດັ່ນ​ຂຶ້ນຢູ່​ໃນ​ປະ​ເທດ, ພາກພື້ນ ​ແລະ ສາກົນ ​ທັງ​ຍາດ​ໄດ້ຜົນ​ງານຫຼາຍດ້ານປະກອບ​ສ່ວນ​ສໍາຄັນ​ອັນ​ໃຫຍ່ຫຼວງ​ໃນ​ພາລະກິດ​ຂອງ​ພັກ, ຂອງ​ຊາດ ​ແລະ ຂອງ​ປະຊາຊົນ​ໃນແຕ່ລະ​ໄລຍະ, ​ເຮັດ​ໃຫ້​ແນວ​ລາວ​ສ້າງ​ຊາດ​ຂັ້ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ການ​ປັບປຸງ​ບູລະນະ ​ແລະ ​ເຕີບ​ໃຫຍ່​ເຂັ້ມ​ແຂງ ທັງ​ດ້ານ​ປະລິມານ
​ແລະ ຄຸນ​ນະພາ​ບ.

ມາ​ຮອດ​ປັດຈຸບັນ ​ແນວ​ລາວ​ສ້າງ​ຊາດ​ໄດ້​ເປີດ​ກອງ​ປະຊຸມ​ໃຫຍ່​ຂອງ​ຕົນ XI ຄັ້ງ​ແລ້ວ ເຊິ່ງໃນກອງປະຊຸມແຕ່ລະຄັ້ງ ໄດ້ຊີ້ໃຫ້ເຫັນບົດບາດການນໍາພາຂອງຄະນະພັກ-ຄະນະນໍາແນວລາວສ້າງຊາດແຕ່ລະຂັ້ນໃນການຈັດຕັ້ງປະຕິບັດວຽກງານແນວໂຮມຂອງພັກໃນໄລຍະໃໝ່ຢ່າງເປັນເຈົ້າການ “​…ໄດ້ປັບປຸງເນື້ອ
ໃນການເຄື່ອນໄຫວໃຫ້ມີຈຸດສຸມກວ່າເກົ່າ… ປະກອບສ່ວນສຳຄັນເຂົ້າໃນການສຶກສາອົບຮົມເຕົ້າໂຮມຄວາມສາມັກຄີປອງດອງລະຫວ່າງເຜົ່າ, ສາສະໜາ ແລະ ບັນດາຊັ້ນຄົນ-ເພດ-ໄວ, ຂົນຂວາຍ ແລະ ປຸກລະ ດົມມະຫາຊົນຊັ້ນຄົນຕ່າງໆເຂົ້າຮ່ວມຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງຂອງພັກ”[2]. ເວົ້າສະເພາະ ໃນມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XI ໄດ້ກໍານົດ 4 ການຫັນປ່ຽນໃນວຽກງານແນວໂຮມ: ❶ ສ້າງຄວາມຮັບຮູ້ຄວາມເຂົ້າໃຈຕໍ່ວຽກງານແນວໂຮມໃນໄລຍະໃໝ່ຢ່າງເລິກເຊິ່ງ; ❷ ຍົກສູງຄຸນນະພາບການເຄື່ອນໄຫວຂອງແນວລາວສ້າງຊາດແຕ່ລະຂັ້ນ ໂດຍການສ້າງລາຍຮັບເພີ່ມເຕີມທີ່ຖືກກົດໝາຍ; ❸ ຫັນປ່ຽນໃໝ່ດ້ານຮູບການ ແລະ ວິທີການປຸກລະດົມຂົນຂວາຍປະຊາຊົນຊັ້ນຄົນຕ່າງໆເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ຈັດຕັ້ງປະຕິບັດໂຄງການຕ່າງໆຮ່ວມກັບກະຊວງ-ອົງການ ອັນພົ້ນເດັ່ນແມ່ນ ຮ່ວມກັບກະຊວງການເງິນໂຄສະນາປຸກລະດົມການມອບພັນທະພາສີ-ອາກອນ ເຮັດໃຫ້ການເກັບລາຍຮັບປີ 2024 ສາມາດປະຕິບັດ
ໄດ້ເກີນແຜນໃນທົ່ວປະເທດ; ❹ ຫັນປ່ຽນດ້ານຮູບແບບການຮ່ວມສໍາພັນ ລະຫວ່າງອົງການພາຄີດ້ວຍກັນໃນການເຄື່ອນໄຫວວຽກງານມະຫາຊົນ ໃຫ້ໄປຕາມທິດລວງດຽວກັນ ແລະ ຕາມແຜນພັດທະນາອົງການແນວລາວສ້າງຊາດ 5 ປີ (2021-2025), ໄດ້ອອກຄໍາແນະນໍາ ເລກທີ 009/ຄປຈ ກ່ຽວກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນຂົງເຂດແນວລາວສ້າງຊາດ, ມະຕິ 55/ຄປຈ ວ່າດ້ວຍການສ້າງລາຍຮັບເພີ່ມເຕີມຂອງແນວລາວສ້າງຊາດໃນໄລຍະໃໝ່, ມະຕິ 12/ຄປຈ ວ່າດ້ວຍການຈັດຕັ້ງປະຕິບັດມະຕິ 04/ກມສພ ແລະ ມະຕິ 05/ລບ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນຂົງເຂດແນວລາວສ້າງຊາດ.

– ໄດ້ກໍານົດ 4 ເສີມສ້າງ (ເສີມສ້າງຄວາມສາມັກຄີ, ຄຸນງາມຄວາມດີ, ຄຸນວຸດທິ ແລະ ຄຸນນະທໍາ) ແລະ ປະຕິບັດ 9 ເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງແນວລາວສ້າງຊາດ; “ຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ມາຮອດປີ 2024 ໄດ້ 771.079 ຄອບຄົວ, 85.439 ບ້ານ ແລະ 82 ເມືອງ”[3]; ກໍາມະການແນວລາວສ້າງຊາດ, ທີ່ປືກສາ, ຄູ່ຮ່ວມງານ ແລະ ພີ່ນ້ອງຄົນລາວຢູ່ຕ່າງປະເທດ ໄດ້ປະຕິບັດໂຄງການສ້າງຄຸນງາມຄວາມດີ ແລະ ຮັກບ້ານເກີດເພື່ອສ້າງຜົນປະໂຫຍດຕໍ່ສັງຄົມ ເປັນມູນຄ່າຫຼາຍສິບຕື້ກີບ.

– ເປີດກວ້າງການພົວພັນຮ່ວມມືພາກປະຊາຊົນແບບສອງຝ່າຍ ແລະ ຫຼາຍຝ່າຍ, ຮ່ວມມືກັບອົງການແນວໂຮມປະເທດເພື່ອນມິດຜ່ານການແລກປ່ຽນຄະນະຜູ້ແທນ, ຄະນະວິຊາການນັບທັງສູນກາງ ແລະ ທ້ອງຖິ່ນ; ຮ່ວມມືກັບແນວໂຮມປະເທດຊາດຫວຽດນາມ, ກະຊວງຊົນເຜົ່າ ແລະ ສາສະໜາ ສສ.ຫວຽດ ນາມ, ສະພາທີ່ປຶກສາການເມືອງທົ່ວປະເທດຈີນ, ຄະນະກິດຈະກໍາສາສະໜາ ແລະ ຊົນເຜົ່າ ສປ ຈີນ, ຄະນະປ້ອງກັນການປະຕິວັດກູບາ; ເຊັນບົດບັນທຶກການຮ່ວມມືກັບແນວໂຮມສາມັກຄີພັດທະນາມາຕຸພູມກໍາປູເຈຍ; ເປັນເຈົ້າພາບຈັດກອງປະຊຸມແນວໂຮມ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ 2 ຄັ້ງ, ກອງປະຊຸມເສີມສ້າງຊາຍແດນສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາ ລາວ-ຫວຽດນາມ 4 ຄັ້ງ ແລະ ລາວ-ກໍາປູ​ເຈຍ 4 ຄັ້ງ; ກອງປະຊຸມ 3 ປະທານອົງການພຸດທະສາສະໜາສໍາພັນລາວ-ຫວຽດນາມ-ກໍາປູເຈຍ 1 ຄັ້ງ (ຄັ້ງທີ I) ແລະ ກອງປະຊຸມພົບປະພີ່ນ້ອງຄົນລາວຢູ່ຕ່າງປະເທດ ຄັ້ງທີ I; ໄດ້ຮັບຮອງກໍາມະການສູນກາງແນວລາວສ້າງຊາດ ທີ່ເປັນຄົນລາວຢູ່ຕ່າງປະເທດ 10 ທ່ານ ຈາກປະເທດຝຣັ່ງ,
ອາເມລິກາ, ການາດາ, ຍີ່ປຸ່ນ, ນິວຊີແລນ ແລະ ອົດສະຕາລີ.

ໃນໄລຍະແຫ່ງການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສັງຄົມນິຍົມ ບົນຈິດໃຈສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກ ການຂອງພັກ, ແຜນນະໂຍບາຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ໃນຕໍ່ໜ້າ
ນີ້ ຄະນະກໍາມະການແນວລາວສ້າງຊາດທຸກຂັ້ນ, ອົງການພາຄີ ແລະ ປະຊາຊົນລາວທຸກເຜົ່າຈະຕ້ອງເອົາ ໃຈໃສ່ເສີມຂະຫຍາຍມູນເຊື້ອຂອງແນວລາວສ້າງຊາດເຂົ້າ​ໃນການເຄື່ອນ ໄຫວປະຕິບັດພາລະບົດບາດໜ້າທີ່ຂອງຕົນ ໃຫ້ກວ້າງຂວາງເລິກເຊິ່ງກວ່າເກົ່າ ໂດຍເອົາໃຈໃສ່ບາງວຽກ ດັ່ງນີ້:

  1. ຕັ້ງໜ້າເສີມສ້າງຄວາມສາມັກຄີເປັນປຶກແຜ່ນປະຊາຊົນລາວທັງຊາດ (ມະຫາສາມັກຄີ), ເສີມສ້າງຄວາມເປັນເອກະພາບອັນໜຶ່ງອັນດຽວຂອງຊົນຊາດລາວຢ່າງບໍ່ຫວັ່ນໄຫວຄອນແຄນ ເຊິ່ງຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດສະແດງອອກ 4 ເສົາຄໍ້າ ຄື: ❶ ສາມັກຄີປະຊາຊົນບັນດາເຜົ່າ (50 ເຜົ່າ); ❷ ສາມັກຄີບັນດາຊັ້ນຄົນໃນທົ່ວສັງຄົມ; ❸ ສາມັກຄີບັນດາຜູ້ເຊື່ອຖືສາສະໜາຕ່າງໆໃນລາວ ແລະ ❹ ສາ ມັກຄີພີ່ນ້ອງລາວຢູ່ຕ່າງປະເທດ. ນອກນັ້ນ ຍັງຕ້ອງສາມັກຄີກັບປະຊາຊົນພາກພຶື້ນ ແລະ ສາກົນ, ກ່ອນ
    ອື່ນໝົດແມ່ນປະຊາຊົນປະເທດບ້ານໃກ້ເຮືອນຄຽງ.
  2. ຕັ້ງໜ້າປຸກລະດົມຂົນຂວາຍປະຊາຊົນຊັ້ນ​ຄົນຕ່າງໆ, ເຕົ້າໂຮມກໍາລັງແຮງຂອງມະຫາຊົນ, ການຈັດຕັ້ງສັງຄົມທຸກພາກສ່ວນເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນໄລຍະ ໃໝ່ ໄລຍະແຫ່ງການປະຕິບັດມະຕິ XI, XII ຂອງພັກ, ບົນຈິດໃຈສູ້ຊົນຈັດຕັ້ງປະຕິບັດຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX ແລະ ຄັ້ງທີ X ໃຫ້ບັນລຸຜົນ, ສ້າງປະເທດຊາດໃຫ້ມັ່ງຄັ່ງ ເຂັ້ມ ແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ສີວິໄລ ແລະ ຍຸຕິທໍາ.
  3. ຄະນະກໍາມະການແນວລາວສ້າງຊາດທຸກຂັ້ນ ພາຍໃຕ້ການນໍາພາໂດຍກົງຂອງພັກຂັ້ນຂອງຕົນ ພ້ອມກັນຍູ້ແຮງການເສີມຂະຫຍາຍສິດເປັນເຈົ້າ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງປະຊາ ຊົນ ຕາມລັດຖະທໍາມະນູນ ແລະ ກົດໝາຍກໍານົດໄວ້. ການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ສະແດງອອກ: ທຸກວຽກງານໃຫ້ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຂົ້າຮ່ວມ, ປະຊາຊົນເຮັດ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ.
  4. ປຸກລະດົມທຸກພາກສ່ວນໃນສັງຄົມ ແລະ ສ້າງເງື່ອນໄຂໃຫ້ແກ່ບັນດາການຈັດຕັ້ງສັງຄົມເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ກໍຄືຂະບວນການຮັກບ້ານເກີດ, ມີສ່ວນຮ່ວມເສີມສ້າງຄວາມສາມັກຄີ, ຄຸນງາມຄວາມດີ, ຄວາມຮັກຊາດ ແລະ ການເສຍສະຫຼະຂອງກໍາມະການແນວລາວສ້າງ
    ຊາດ ເພື່ອແບ່ງປັນຊ່ວຍເຫຼືອສັງຄົມ, ຊ່ວຍເຫຼືອມະນຸດສະທໍາ, ແກ້ໄຂຄວາມທຸກຍາກ, ຕ້ານປະກົດການຫຍໍ້​ທໍ້ໃນສັງຄົມຢູ່ອອ້ມຂ້າງຕົນ.
  5. ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບອົງການແນວໂຮມ, ອົງການຈັດ ຕັ້ງພາກປະຊາຊົນຂອງປະເທດເພື່ອນມິດຍຸດທະສາດ ແລະ ປະເທດເພື່ອນບ້ານໃກ້ຄຽງ, ໃນນັ້ນ ຮ່ວມມືກັບ ສສ ຫວຽດນາມ ເພື່ອສືບຕໍ່ການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໃຫ້ເຂົ້າສູ່ລວງເລິກ; ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານກັບ ສປ ຈີນ ຕິດພັນກັບການປະຕິບັດແຜນແມ່ບົດຄູ່ຮ່ວມຊາຕາກໍາລາວ-ຈີນ; ເສີມສ້າງສາຍພົວພັນການຮ່ວມມືໝັ້ນຄົງຍາວນານບ້ານພີ່ເມືອງນ້ອງ, ບ້ານແກ່ວ ເມືອງດອງກັບຣາຊະອານາຈັກກໍາປູເຈຍ, ໄທ ແລະ ຮັດແໜ້ນສາຍພົວພັນມິດຕະພາບທີ່ດີກັບປະຊາຊົນ ມຽນມາ; ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານກັບປະຊາຊົນສະຫະພັນລັດເຊຍ ແລະ ກັບບັນດາປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ.
  6. ກໍາມະການ, ພະນັກງານ-ລັດຖະກອນ ຂອງແນວລາວສ້າງຊາດແຕ່ລະຂັ້ນຕ້ອງ​ເອົາໃຈໃສ່ເປັນ​ເຈົ້າການຈັດຕັ້ງປະຕິບັດ 4 ການຫັນປ່ຽນໃໝ່ໃນວຽກງານແນວລາວສ້າງຊາດເຊິ່ງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ກໍານົດໄວ້, ມະຕິ 12/ຄປຈ ກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນຂົງເຂດແນວລາວສ້າງຊາດ, ມະຕິ 55/ຄປຈ ວ່າດ້ວຍການສ້າງລາຍຮັບເພີ່ມເຕີມ, ມະຕິ 116/ຄປຈ ກ່ຽວກັບແຜນວຽກຈັດຕັ້ງປະຕິບັດການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ; ເອົາ ໃຈໃສ່ສົ່ງເສີມການປະພຶດຂອງພະນັກງານປະຈໍາການ ແລະ ບໍ່ປະຈໍາການໄປຕາມຄໍາຂວັນ 4 ເສີມສ້າງ (ເສີມສ້າງຄວາມສາມັກຄີ, ເສີມສ້າງຄຸນງາມຄວາມດີ, ເສີມສ້າງຄຸນວຸດທິ ແລະ ເສີມສ້າງຄຸນນະທໍາ) ໃຫ້ເປັນຮູບປະທໍາ ແລະ ຍູ້ແຮງ 9 ເນື້ອໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂອງແນວລາວສ້າງຊາດ, ຂະບວນການຮັກບ້ານເກີດ, ຂະບວນການຜະລິດເປັນສິນຄ້າ ແລະ ສົ່ງເສີມການຊົມໃຊ້ຜະລິດຕະພັນລາວ, ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໃຫ້ມີໝາກມີຜົນ, ເຂົ້າຮ່ວມສ້າງຂະບວນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ປີ 2025, ການກະກຽມ ແລະ ຕ້ອນຮັບກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກ, ພ້ອມກັນປ້ອງກັນ ແລະ ບັນເທົາຜົນກະທົບຈາກໄພພິບັດທໍາມະຊາດທີ່ເກີດຂຶ້ນ; ຂົນຂວາຍເຍົາວະຊົນ, ຊາວໜຸ່ມໃຫ້ເອົາໃຈໃສ່ຕໍ່ການສຶກສາ, ການປະກອບອາຊີບ, ການສ້າງ
    ວຽກເຮັດງານທໍາ​ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພິເສດຕໍ່ສູ້ຕ້ານກັບບັນຫາຢາເສບຕິດໃຫ້ເປັນຂະບວນການຟົດຟື້ນ ແລະ ແຂງແຮງ./.

[1] ກົດໝາຍວ່າດ້ວຍແນວລາວສ້າງຊາດ (ສະບັບປັບປຸງ) ປີ 2018, ມາດຕາ 2.

[2] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 19-20.

[3] ເອກະສານໂຄສະນາ-ປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ( ວັນທີ 13 ສິງຫາ 1950-13 ສິງຫາ 2025), ໜ້າ 9.

ຮຽບຮຽງໂດຍ: . ສຸກຂັນທະວີ ພົມມະໄກສອນ

(ວາລະສານອະລຸນໃໝ່ ສະບັບປະຈຳເດືອນສິງຫາ ປີ 2025)

Leave a Reply

Your email address will not be published. Required fields are marked *