
ພັກເຮົານັບແຕ່ມື້ສ້າງຕັ້ງຂຶ້ນ ໄດ້ຖືເອົາວຽກງານການເມືອງ-ແນວຄິດ ເວົ້າລວມ, ເວົ້າສະເພາະວຽກງານໂຄສະນາອົບຮົມເປັນວຽກກົກ ເພື່ອເຜີຍແຜ່ແນວທາງອັນຖືກຕ້ອງ, ເປັນທໍາຂອງຕົນໃນການກອບກູ້ປະເທດຊາດ ແລະ ໂຄສະນາປຸກລະດົມຂົນຂວາຍນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ; ເຜີຍແຜ່ທາດແທ້ກົນອຸບາຍອັນໂຫດຮ້າຍປ່າເຖື່ອນຂອງພວກຈັກກະພັດຜູ້ຮຸກຮານໃຫ້ຖັນແຖວພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້, ເຂົ້າ ໃຈຢ່າງທົ່ວເຖິງ ແລະ ເລິກເຊິ່ງ ຈຶ່ງເຮັດໃຫ້ເຂົາເຈົ້າມີຈິດໃຈອົງອາດກ້າຫານ, ກ້າຕໍ່ສູ້, ກ້າເສຍສະຫຼະທຸກສິ່ງທຸກຢ່າງເພື່ອຊາດ, ມີຄວາມຕື່ນຕົວເຂົ້າຮ່ວມ ແລະ ສະໜັບສະໜູນຊ່ວຍເຫຼືອການປະຕິວັດຢ່າງສຸດກົກສຸກປາຍ, ຂະບວນການຕໍ່ສູ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ສາມາດປົດປ່ອຍປະເທດຊາດໄດ້ ໃນວັນທີ 2 ທັນວາ 19975.
ໃນໄລຍະໃໝ່ ວຽກງານໂຄສະນາອົບຮົມຍິ່ງມີຄວາມສໍາຄັນ ໂດຍສະເພາະແມ່ນໃນເງື່ອນໄຂສະພາບການຂອງໂລກ ແລະ ພາກພື້ນພວມຜັນແປຢ່າງວ່ອງໄວ ແລະ ສັບສົນ, ການຂະຫຍາຍຕົວຢ່າງໄວວາທາງດ້ານເຕັກໂນໂລຊີ, ຂໍ້ມູນຂ່າວສານ ແລະ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເງິນ ຕາຢູ່ພາຍໃນປະເທດຂອງພວກເຮົາ ທີ່ສົ່ງຜົນກະທົບຕໍ່ການພັດທະນາ ກໍຄືຕໍ່ຊີວິກການເປັນຢູ່ຂອງປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ… ບັນຫາເຫຼົ່ານີ້ ໄດ້ເປັນເປົ້າໝາຍໃຫ້ແກ່ກຸ່ມຄົນບໍ່ຫວັງດີສ້າງຄວາມປັ່ນປວນ, ໂຈມຕີ, ທັບຖົມ, ໃສ່ຮ້າຍປ້າຍສີ, ໂຄສະນາບິດເບືອນຕໍ່ແນວທາງນະໂຍບາຍພັກ-ລັດ. ສະນັ້ນ ຈຶ່ງແມ່ນຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນພາວະວິໄສ ໃນການຍົກລະດັບ ແລະ ຍູ້ແຮງວຽກງານໂຄສະນາອົບຮົມ ໂດຍສະເພາະແມ່ນ “ປັບປຸງວຽກງານໂຄສະນາອົບຮົມໃຫ້ມີຄຸນນະພາບ, ມີຊີວິດຊີວາ ແລະ ທົ່ວເຖິງເປົ້າໝາຍຕ່າງໆ… ເພີ່ມທະວີຄວາມເອົາໃຈໃສ່ໃນການຍົກລະດັບຄວາມສາມາດຂອງບັນດາອົງການທີ່ເຮັດວຽກງານແນວຄິດ ເປັນຕົ້ນແມ່ນການບໍາລຸງສ້າງຍົກລະດັບຖັນແຖວ ພະນັກງານໂຄສະນາອົບຮົມ,ປາຖະ ກະຖາ ແລະ ຄູອາຈານໃຫ້ມີຄຸນນະພາບ”[1]; ພ້ອມກັນນັ້ນ ກໍຕ້ອງ “ເຮັດໃຫ້ວຽກງານໂຄສະນາອົບຮົມມີຄວາມແຫຼມຄົມວ່ອງໄວ ທັນການ ໃນການອະທິບາຍຕອບແກ້ບັນຫາຕ່າງໆ ທີ່ສັງຄົມສົນໃຈ; ເປັນເຈົ້າການຕອບຕ້ານກົນອຸບາຍຫັນປ່ຽນໂດຍສັນຕິ, ການໂຄສະນາໃສ່ຮ້າຍປ້າຍສີຂອງ ອິທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີ, ປະກອບສ່ວນສະກັດກັ້ນ ແລະ ແກ້ໄຂການເສື່ອມຖອຍທາງດ້ານແນວຄິດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນການດໍາລົງຊີວິດຂອງສະມາ ຊິກພັກ, ພະນັກງານ ແລະ ປະຊາຊົນ”[2]; ສ້າງໃຫ້ສະມາຊິກພັກ, ພະນັກງານມີທັດສະນະຫຼັກໝັ້ນ, ມີຄວາມຈົງຮັກພັກດີຕໍ່ຊາດ, ຕໍ່ພັກ, ຕໍ່ປະຊາຊົນ ແລະ ຮັບໃຊ້ປະຊາຊົນຢ່າງສຸດໃຈ, ມີນໍ້າໃຈເສຍສະຫຼະ ເພື່ອຜົນປະໂຫຍດສ່ວນລວມ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ເວົ້າ ແລະ ປະຕິບັດຕາມແນວ ທາງ, ເປັນແບບຢ່າງນໍາໜ້າໃຫ້ແກ່ປະຊາຊົນ; ສ້າງໃຫ້ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນສັງຄົມມີນໍ້າໃຈຮັກຊາດ, ມີຄວາມສາມັກຄີປອງດອງ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງອິທິກໍາລັງປໍລະປັກ, ມີສະຕິຕື່ນຕົວໃນການພັດທະນາຊີວິດການເປັນຢູ່ ແລະ ທໍາມາຫາກິນທີ່ຖືກຕ້ອງຕາມກົດໝາຍ, ມີສະຕິຕື່ນຕົວໃນການປະຕິບັດສິດ ແລະ ພັນທະຂອງຕົນຕາມລັດຖະທໍາມະນູນ, ກົດໝາຍ ແລະ ຫ້າວຫັນຕື່ນຕົວປະກອບສ່ວນຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກສໍາເລັດຜົນຕາມຄາດໝາຍທີ່ວາງໄວ້. ເຫັນໄດ້ຄວາມສໍາຄັນດັ່ງກ່າວ ຄະນະພັກ, ຄະນະນໍາແຕ່ລະຂັ້ນ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະຈັດຕັ້ງເຄື່ອນໄຫວວຽກງານໂຄສະນາອົບຮົມຢ່າງເປັນປົກກະຕິຕໍ່ເນື່ອງສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ເປັນຕົ້ນ:
ການຈັດຕັ້ງເຜີຍແຜ່ ແລະ ຜັນຂະຫຍາຍເອກະສານຂອງພັກ ແລະ ເຂົ້າສູ່ຊີວິດຕົວຈິງ ໂດຍສະ ເພາະແມ່ນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ລວມທັງບັນດາມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ, ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ, ສະໄໝທີ XI, ຄໍາສັ່ງວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023; 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມທຸກຍາກທາງດ້ານເສດຖະກິດ-ການເງິນ ແລະ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ສະບັບເລກທີ 04/ກມສພ ແລະ ເອກະສານອື່ນໆ ໃຫ້ແກ່ຖັນແຖວ ສະມາຊິກພັກ, ພະນັກງານ-ລັດຖະກອນ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດຢ່າງເປັນຂະບວນການກວ້າງຂວາງ.
ບັນດາອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນ ໄດ້ສືບຕໍ່ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມ ແລະ ສຶກສາອົບຮົມໃຫ້ປະຊາຊົນຊັ້ນຄົນຕ່າງໆ ໄດ້ມີຄວາມຮັບຮູ້, ເຂົ້າໃຈມູນເຊື້ອປະຕິບັດ, ແນວທາງ-ແຜນນະໂຍບາຍຂອງພັກ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃນແຕ່ລະໄລຍະ, ພ້ອມທັງເຜີຍແຜ່ຜົນສໍາເລັດຂອງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ປຸກລະດົມສະຕິຕື່ນຕົວ ແລະ ປະຕິບັດສິດເປັນເຈົ້າປະເທດຊາດ ກໍຄືສົ່ງເສີມຫົວຄິດປະດິດສ້າງຂອງທົ່ວສັງຄົມ ເພື່ອປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແນວ ທາງ-ແຜນນະໂຍບາຍຂອງພັກຢ່າງມີຜົນສໍາເລັດ. ພ້ອມນັ້ນ ໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ເຜີຍ ແຜ່ສະພາບການທີ່ພົ້ນເດັ່ນພາຍໃນ ແລະ ສາກົນ ເຊິ່ງເຮັດໃຫ້ພະນັກງານ-ສະມາຊິກພັກສ່ວນຫຼາຍມີຄວາມເຂົ້າໃຈ ແລະ ເປັນເອກະພາບຕໍ່ແນວທາງ, ນະໂຍບາຍຂອງພັກ-ລັດ, ມີສະຕິຕໍ່ກົນອຸບາຍມ້າງເພທໍາລາຍຂອງພວກຄົນບໍ່ດີ.
ສື່ມວນຊົນຕ່າງໆຂອງພັກ-ລັດ ໂດຍສະເພາະແມ່ນວາລະສານ ແລະ ໜັງສືພິມ, ວິທະຍຸ, ໂທລະ ພາບ, ສື່ສັງຄົມອອນລາຍ… ສືບຕໍ່ໄດ້ຮັບການປັບປຸງຕິດພັນກັບການຫັນເປັນທັນສະໄໝ, ສາມາດກະຈາຍຂ່າວສານທີ່ຫຼາກຫຼາຍສອດຄ່ອງກັບສະພາບການ ແລະ ທັນເຫດການກວ່າເກົ່າ, ສ້າງເງື່ອນໄຂໃຫ້ເປົ້າໝາຍຕ່າງໆ ສາມາດເຂົ້າເຖິງຂໍ້ມູນຂ່າວສານທາງການນັບມື້ສະດວກ ແລະ ກວ້າງຂວາງ, ກະຊວງ-ອົງການ ແລະ ທ້ອງຖິ່ນ ໄດ້ສືບຕໍ່ພັດທະນາສື່ສິ່ງພິມຂອງຕົນ ຕິດພັນກັບການເຜີຍແຜ່ຂໍ້ມູນຂ່າວສານທາງການຜ່ານສື່ອອນລາຍ ນັບມື້ຫຼາຍຂຶ້ນ (ທາງເວບໄຊດ໌, ເຟສ໌ບຸກ, ຢູທູບ, ຕິກຕ໋ອກ ແລະ ອື່ນໆ), ເຮັດໃຫ້ການໂຄສະນາສູ່ສັງຄົມມີຄວາມສະດວກ, ວ່ອງໄວ, ກວ້າງຂວາງ ແລະ ມີປະສິດທິຜົນສູງຂຶ້ນ.
ເອກະສານອົບຮົມແນວທາງ-ແຜນນະໂຍບາຍຂອງພັກ, ນິຕິກໍາຂອງລັດ ກໍໄດ້ຮັບການປັບປຸງ ແລະ ສ້າງໃໝ່ໃຫ້ສອດຄ່ອງກັບສະພາບວຽກງານຕົວຈິງ ເຊັ່ນ: ໄດ້ສ້າງ ແລະ ປັບປຸງເອກະສານຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ; ເອກະສານອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມ 3 ຂັ້ນຂອງພັກ; ສ້າງຫົວຂໍ້ເອການອົບຮົມດໍາເນີນຊີວິດການເມືອງໃນທົ່ວພັກເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ; ຮຽບຮຽງເອກະສານອົບຮົມພະນັກງານທີ່ເຮັດວຽກອົບຮົມ, ປັບປຸງເອກະສານພະນັກງານຫຼັກແຫຼ່ງຢູ່ບັນດາກະຊວງ, ອົົງການ ແລະ ທ້ອງຖິ່ນ; ຈັດພິມເອກະສານຄູ່ຮ່ວມຊາຕາກໍາລາວ-ຈີນ ປີ 2024-2028; ຄົ້ນຄວ້າ, ສ້າງເອກະສານອົບຮົມປະຊາຊົນ ທີ່ດໍາລົງຊີວິດລຽບຕາມເສັ້ນທາງລົດໄຟລາວ-ຈີນ; ເອກະສານພັກນໍາພາ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນ (70 ຄໍາຖາມ-70 ຄໍາຕອບ); ຮຽບຮຽງເອກະສານສຶກສາອົບຮົມການເມືອງ-ແນວຄິດ ສໍາລັບພະນັກງານ, ສະມາຊິກພັກ ເພື່ອດໍາເນີນຊີວິດການເມືອງທົ່ວພັກ.
ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໄດ້ມີການປັບປຸງ ແລະ ດໍາເນີນການເຄື່ອນໄຫວເປັນປົກກະຕິ ຕາມຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ (ລົງວັນທີ 10 ກໍລະກົດ 2017) ວ່າດ້ວຍການເພີ່ມທະວີວຽກງານການຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່, ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ໄດ້ປັບປຸງໜ່ວຍງານຕິດຕາມເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຂອງພາກສ່ວນຕົນ ທາງດ້ານບຸກຄະລາກອນ ແລະ ກົນໄການເຄື່ອນໄຫວ ໃຫ້ສາມາດດໍາເນີນວຽກງານຢ່າງຕໍ່ເນື່ອງ ແລະ ສາມາດສັງລວມໄດ້ສະພາບແນວຄິດ-ຫາງສຽງສັງຄົມ, ສະພາບການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ທັງສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງນໍາພາແນວຄິດ ໂດຍເສີມຂະຫຍາຍດ້ານຕັ້ງໜ້າ ແລະ ແກ້ໄຂບັນຫາດ້ານຫຍໍ້ທໍ້ໃຫ້ສອດຄ່ອງ, ລວມທັງການຕອບຕ້ານຖ້ອຍທໍານອງບິດເບື່ອນໃສ່ຮ້າຍປ້າຍສີຂອງອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີໄດ້ໂດຍພື້ນຖານ.
ດ້ານບຸກຄະລາກອນທີ່ເຮັດວຽກງານໂຄສະນາອົບຮົມ ໄດ້ຮັບການກໍ່ສ້າງ, ຝຶກອົບຮົມ ແລະ ບໍາລຸງຍົກລະດັບ, ແຜນບໍາລຸງ-ກໍ່ສ້າງພະນັກງານໄລຍະສັ້ນ, ໄລຍະຍາວ ແລະ ຝຶກອົບຮົມ ຕາມທິດຫັນເປັນມືອາຊີບ ໄດ້ຈັດຕັ້ງປະຕິບັດເຂົ້າສູ່ຕົວຈິງ ແລະ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງນັບມື້ນັບດີຂຶ້ນ, ໃນນັ້ນ “ກໍ່ສ້າງໄລຍະຍາວຢູ່ພາຍໃນ ແລະ ຕ່າງປະເທດ ມີ 09 ຄົນ, ໄລຍະສັ້ນ ມີ 34 ຄົນ, ຍິງ 18 ຄົນ; ຝຶກອົບຮົມວິຊາສະເພາະຈໍານວນ 17 ຄັ້ງ, ມີຜູ້ເຂົ້າຮ່ວມ 1.055 ຄົນ, ຍິງ 308 ຄົນ; ຝຶກອົບຮົມຫົວຂໍ້ສະເພາະມີ 05 ຄົນ, ຍິງ 01 ຄົນ. ພາກສ່ວນຮັບ ຜິດຊອບວຽກງານໂຄສະນາ ແລະ ສື່ມວນຊົນ ຂອງກະຊວງ-ອົງການ ແລະ ທ້ອງຖິ່ນ ໄດ້ສືບຕໍ່ຈັດຕັ້ງຝຶກອົບຮົມວຽກງານວິຊາສະເພາະໃຫ້ແກ່ພະນັກງານຫຼັກແຫຼ່ງຂອງຕົນ ຈໍານວນ 27 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 2.950 ຄົນ, ຍິງ 856 ຄົນ”[3].
ແຕ່ລະອົງການຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ມີຄວາມພະຍາຍາມໃນການສະໜອງສິ່ງອໍານວຍຄວາມສະດວກ, ປັບປຸງພື້ນຖານໂຄງລ່າງເຕັກນິກ ໃຫ້ແກ່ການເຄື່ອນໄຫວວຽກງານໂຄສະນາອົບຮົມ ຕິດພັນກັບການຫັນເປັນທັນສະໄໝ ເປັນຕົ້ນແມ່ນ: ການປະກອບຄອມພິວເຕີ, ໂທລະໂຄ່ງ, ເຄື່ອງສຽງ, ສະໜອງສັນຍານອິນເຕີເນັດ, ການຕິດຕັ້ງ-ປັບປຸງຫ້ອງປະຊຸມທາງໄກ, ການປັບປຸງສື່ ແລະ ລະບົບການສື່ສານ ອື່ນໆ, ຈັດຕັ້ງຝຶກອົບຮົມການນໍາໃຊ້ບາງໂປຼແກມ ແລະ ດ້ານເຕັກນິກທີ່ຈໍາເປັນ, ພ້ອມນັ້ນ ຍັງໄດ້ປຸກລະ ດົມຂົນຂວາຍຂໍການຊ່ວຍເຫຼືອທາງດ້ານວັດຖຸ, ປັດໄຈຈາກພາກສ່ວນຕ່າງໆໃນສັງຄົມທັງພາຍ ແລະ ຕ່າງ ປະເທດ ເພື່ອຊຸກຍູ້ການເຄື່ອນໄຫວວຽກງານໂຄສະນາອົບຮົມ ແລະ ຊ່ວຍເຫຼືອສັງຄົມ ຕາມຄວາມສາມາດຕົວຈິງ. ປັບປຸງລະບົບຫ້ອງອ່ານ, ຫ້ອງສະໜຸດ, ລະບົບເວບໄຊດ໌ ໃຫ້ມີເນື້ອໃນຫຼາກຫຼາຍ, ສາມາດຊອກ
ຫາຂໍ້ມູນສະດວກວ່ອງໄວຂຶ້ນກວ່າເກົ່າ.
ເຖິງຢ່າງໃດກໍດີ ຍັງເຫັນວ່າການເຄື່ອນໄຫວວຽກງານໂຄສະນາອົບຮົມ ກໍຍັງມີບັນຫາຈໍານວນໜຶ່ງ ທີ່ຕ້ອງສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນການເຜີຍແຜ່, ເຊື່ອມຊຶມ ແລະ ຜັນຫຍາຍມະຕິ, ຄໍາສັ່ງຂອງພັກ, ບັນດານິຕີກໍາຂອງລັດ, ການ
ສ້າງເອກະສານນໍາພາແນວຄິດພະນັກງານ, ສະມາຊິກພັກ ແລະ ປະຊາຊົນຕໍ່ກັບສະພາບຄວາມຫຍຸ້ງຍາກ ແລະ ສິ່ງຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມ ຍັງມີລັກສະນະຊັກຊ້າ ແລະ ບໍ່ຫຼາກຫຼາຍເທົ່າທີ່ຄວນ. ການສ້າງເນື້ອໃນ, ປັບປຸງຮູບການ ແລະ ວິທີການໂຄສະນາອົບຮົມ ເຖິງໄດ້ມີຄວາມພະຍາຍາມ ແຕ່ຍັງມີຂໍ້ຈໍາກັດຫຼາຍດ້ານ ແລະ ບໍ່ທັນສ້າງການຫັນປ່ຽນເທົ່າທີ່ຄວນ, ເຮັດໃຫ້ວຽກງານໂຄສະນາອົບຮົມເຖິງໄດ້ເຮັດຫຼາຍ, ເຮັດຕໍ່ເນື່ອງ ແຕ່ປະສິດທິພາບບໍ່ທັນສູງ. ການຫັນເປັນທັນສະໄໝວຽກງານໂຄສະນາ ຍັງບໍ່ທັນເປັນລະບົບຄົບຊຸດ, ການເຂົ້າເຖິງ ແລະ ຄວາມສາມາດໃນການນໍາໃຊ້ເຕັກໂນໂລຊີ-ຂໍ້ມູນຂ່າວສານຂອງພະນັກງານໂຄສະນາອົບຮົມ ຍັງຈໍາກັດ ແລະ ບໍ່ທັນກາຍເປັນກໍລັງແຮງໃຫ້ແກ່ວຽກງານໂຄສະນາອົບຮົມຢ່າງແທ້ຈິງ, ການສ້າງ ແລະ ປັບປຸງກົນໄກການເຄື່ອນໄຫວວຽກງານໂຄສະນາອົບຮົມ ລະຫວາງສາຍຕັ້ງ ແລະ ສາຍຂວາງ ຍັງບໍ່ທັນເປັນລະບົບໂລ່ງລ່ຽນແທ້; ການປະສານສົມທັບຮ່ວມການເຮັດວຽກ, ຊ່ວຍໜູນເຊິ່ງກັນແລະກັນ ກໍຄືການນໍາໃຊ້ກໍລັງແຮງສັງລວມເຂົ້າໃນວຽກງານໂຄສະນາອົບຮົມ ຍັງເຮັດໄດ້ໜ້ອຍ; ລະບອບສ່ອງແສງ, ລາຍງານບໍ່ເປັນປົກກະຕິ ເຮັດໃຫ້ການສັງລວມວຽກງານບໍ່ແທດເຖິງຕົວຈິງເທົ່າທີ່ຄວນ.
ເພື່ອເຮັດໃຫ້ວຽກງານໂຄສະນາອົບຮົມມີຄຸນນະພາບ, ມີຊີວິດຊີວາ ຕິດພັນກັບໜ້າທີ່ວຽກງານຕົວຈິງໃນແຕ່ລະໄລຍະ, ມີຄວາມແຫຼມຄົມ ວ່ອງໄວ ທັນການ ເປັນເຄື່ອງມືໃນການນໍາພາແນວຄິດໃຫ້ເລິກເຊິ່ງ, ທົ່ວເຖິງທຸກເປົ້າໝາຍ, ສ້າງຄວາມຮັບຮູ້ເຂົ້າໃຈ, ມີຄວາມເຊື່ອໝັ້ນ, ສະໜັບສະໜູນເປັນເອກະພາບທາງດ້ານແນວຄິດ ແລະ ການກະທໍາຢ່າງຕັ້ງໜ້າຕໍ່ແນວທາງ, ແຜນນນະໂຍບາຍ ແລະ ການນໍາພາຂອງພັກ ຕ້ອງເອົາໃຈໃສ່ບາງວຽກງານ ດັ່ງນີ້:
ໜຶ່ງ: ເອົາໃຈໃສ່ເກັບກໍາສະພາບແນວຄິດຂອງແຕ່ລະກຸ່ມເປົ້າໝາຍ, ແຕ່ລະທ້ອງຖິ່ນ, ແຕ່ລະຂະແໜງການ, ສ້າງເອກະສານສຶກສາອົບຮົມໃຫ້ມີເນື້ອໃນແທດເໝາະກັບແຕ່ລະເປົ້າໝາຍ, ມີເນື້ອໃນທີ່ຈະແຈ້ງ, ມີເຫດມີຜົນ, ກະທັດຮັດ, ເຂົ້າໃຈງ່າຍແທດ ເໝາະກັບແຕ່ລະເປົ້າໝາຍ; ຮັບປະກັນລັກສະນະຊວນເຊື່ອ, ປຸກລະດົມສູງ ແລະ ເກີດມີການປ່ຽນແປງທາງດ້ານແນວຄິດ ແລະ ການກະມີທໍາໄປໃນທາງທີ່ຕັ້ງໜ້າຕາມແນວທາງນະໂຍບາຍຂອງພັກ.
ສອງ: ຕ້ອງສຸມໃສ່ໂຄສະນາ, ອະທິບາຍຊີ້ແຈງໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າຮັບຮູ້ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີ ເພື່ອແນໃສ່ເຮັດໃຫ້ປວງຊົນລາວທັງຊາດມີສະຕິລະວັງຕົວຢູ່ສະເໝີ ທັງຮູ້ຈໍາແນກມິດ-ສັດຕູ້ໄດ້ຢ່າງຈະແຈ້ງ, ໂຄສະນາປຸກລະດົມໃຫ້ເພີ່ມທະວີຄວາມສາມັກ ຄີເປັນເອກະພາບພາຍໃນພັກ, ຄວາມສາມັກຄີເປັນເອກະພາບຂອງປະຊາຊົນບັນດາເຜົ່າ ໃຫ້ກາຍເປັນກ້ອນກໍາລັງມະຫາສາມັກຄີທີ່ເປັນເອກະພາບຂອງປວງຊົນລາວທັງຊາດ.
ສາມ: ການເຄື່ອນໄຫວວຽກງານໂຄສະນາອົບຮົມຕ້ອງມີຈຸດສຸມ, ມີແຜນການໃນສະເພາະໜ້າ ແລະ ໄລຍະຍາວ, ມີການຄາດຄະເນລ່ວງໜ້າ, ມີຄວາມສະດຸ້ງຕໍ່ບັນຫາຜັນແປທີ່ອາດຈະເກີດຂຶ້ນ ຈຶ່ງຈະສາມາດເຮັດໃຫ້ວຽກງານໂຄສະນາອົບ ຮົມເຄື່ອນໄຫວໄດ້ຢ່າງວ່ອງໄວ, ທັນການ ສາມາດປຸກລະດົມປວງຊົນທັງຊາດປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກໄດ້ຢ່າງມີປະສິດທິຜົນ.ປະທານ ໄກສອນ ພົມວິຫານ ເວົ້າວ່າ: “ແນວທາງທີ່ຖືກຕ້ອງ ແລະ ສອດຄ່ອງກັບສະພາບຕົວຈິງຂອງປະເທດເຮົາ, ແຕ່ຖ້າຫາກວ່າມັນບໍ່ໄດ້ຮັບການເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງຖືກຕ້ອງແລ້ວ ກໍຈະບໍ່ໄດ້ຮັບການ ຈັດຕັ້ງປະຕິບັດໃຫ້ເປັນຈິງໄດ້. ການເຮັດໃຫ້ທຸກຄົນເຊື່ມອຊຶມ ແລະ ເຂົ້າໃຈແນວທາງ ແລະ ບາດກ້າວເດີນດັ່ງກ່າວ ກໍບໍ່ແມ່ນເລື່ອງງ່າຍ, ມັນຮຽກຮ້ອງໃຫ້ມີຄວາມຕັ້ງໜ້າ, ພະຍາຍາມໃນການໂຄສະນາ, ສຶກສາອົບຮົມ, ອະທິບາຍ, ຄົ້ນຄວ້າຮໍ່າຮຽນຢ່າງເປັນປະຈໍາ”[4].
ສີ່: ເອົາໃຈໃສ່ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ເພື່ອໃຫ້ສາມາດກຳໄດ້ສະພາບແນວຄິດທີ່ຕັ້ງໜ້າ ແລະ ສະພາບແນວຄິດທີ່ຫຍໍ້ທໍ້; ປັບປຸງ ແລະ ປະຕິບັດກົນໄກການຕິດຕາມ ເກັບກຳສະພາບແນວຄິດ, ຫາງສຽງສັງຄົມ, ລວມທັງການຮັບສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ, ຕິດຕາມເຫດການທີ່ພົ້ນເດັ່ນທີ່ເກີດຂຶ້ນທັງພາຍໃນ ແລະ ຕ່າງປະເທດ, ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ສ້າງເອກະສານນຳພາແນວຄິດບັນຫາຫາງສຽງສັງຄົມ ທີ່ພົ້ນເດັ່ນໃນແຕ່ລະໄລຍະ ພ້ອມທັງຊອກຫາວິທີການແກ້ໄຂໃຫ້ຖືກຕ້ອງ ສອດຄ່ອງ ແລະ ທັນການ.
ຫ້າ: ປັບປຸງ ແລະ ຍົກສູງຄຸນນະພາບຂອງສື່ສິ່ງພິມ ແລະ ການໂຄສະນາຜ່ານສື່ຕ່າງໆ, ບັນດາວາ ລະສານ, ໜັງສືພິມ ຕ້ອງສ່ອງແສງຢ່າງເດັ່ນຊັດເນື້ອໃນ, ຮູບການ, ເຫດການ ແລະ ການສະໜອງຂໍ້ມູນຂ່າວສານທີ່ຫຼາກຫຼາຍ, ມີຊີວິດຊີວາ ແລະ ທັນເວລາ; ເພີ່ມທະວີການໂຄສະນາຜ່ານສື່ຕ່າງໆ ໂດຍມີການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ຈັດຕັ້ງຄຸ້ມຄອງຢ່າງຮັດກຸມ. ສືບຕໍ່ຈັດຕັ້ງຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບການຂຽນຂ່າວປະເພດຕ່າງໆ ຕິດພັນກັບເຕັກນິກການນຳໃຊ້ເຄື່ອງມື-ອຸປະກອນ ແລະ ການນຳໃຊ້ສື່ອອນລາຍຕ່າງໆ.
ຫົກ: ຂຸດຄົ້ນນຳໃຊ້ທຸກກຳລັງແຮງສັງລວມຂອງການຈັດຕັ້ງ, ສັງຄົມ ແລະ ການຊ່ວຍເຫຼືອຂອງເພື່ອນມິດສາກົນເຂົ້າໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ; ປັບປຸງພື້ນຖານວັດຖຸເຕັກນິກ ແລະ ສິ່ງອຳນວຍຄວາມສະດວກ ຕິດພັນກັບການຫັນເປັນທັນສະໄໝ. ປັບປຸງຖານຂໍ້ມູນ, ເກັບກຳສັງລວມຂໍ້ມູນ ແລະ ສະໜອງຂໍ້ມູນດ້ານຕ່າງໆໃຫ້ແກ່ການເຄື່ອນໄຫວວຽກງານໂຄສະນາອົບຮົມດ້ວຍຫຼາຍຮູບການ, ຫຼາຍວິທີທີ່ເໝາະສົມ. ຈັດສັນງົບປະມານ, ປະກອບພາຫະນະ, ອຸປະກອນ-ເຄື່ອງມືອັນຈໍາເປັນໃຫ້ແກ່ການເຄື່ອນໄຫວວຽກງານໂຄສະນາອົບຮົມ.
ການເຮັດວຽກງານໂຄສະນາອົບຮົມເນື້ອແທ້ ກໍແມ່ນການເຜີຍແຜ່ທາງດ້ານທິດສະດີ-ພຶດຕິກຳ, ແນວຄິດໄກສອນ ພົມວິຫານ, ບັນດາແນວທາງນະໂຍບາຍຂອງພັກ-ລັດ, ເກັບກໍາສະພາບແນວຄິດຫາງສຽງຂອງສັງຄົມ ໂດຍເລັ່ງໃສ່ໂຄສະນາສຶກສາອົບຮົມໃຫ້ບັນດາເປົ້າໝາຍໄດ້ຮັບຮູ້-ເຂົ້າໃຈ, ມີຄວາມຕື່ນຕົວ ແລະ ເປັນເຈົ້າການປະຕິບັດແນວທາງນະ ໂຍບາຍຂອງພັກໃຫ້ບັນລຸຜົນຕາມທີ່ວາງໄວ້. ສະນັ້ນ ຮຽກຮ້ອງມາຍັງຄະນະພັກ, ອົງການປົກຄອງ ແລະ ຄະນະໂຄສະນາອົບຮົມແຕ່ລະຂັ້ນຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນເນື້ອໃນວຽກງານໂຄສະນາອົບຮົມຢ່າງເລິກເຊິ່ງ ພ້ອມທັງຈັດຕັ້ງຜັນຂະຫຍາຍເປັນແຜນການອັນລະອຽດ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ຄຽງຄູ່ກັນນັ້ນ ຕ້ອງເພີ່ມທະວີການ ນໍາພາ-ຊີ້ນໍາການເຄື່ອນໄຫວວຽກງານໂຄສະນາອົບຮົມ ທັງການຕິດຕາມ, ກວດກາ, ຊຸກຍູ້ການເຄື່ອນໄຫວໜ້າທີ່ການເມືອງຕະຫຼອດຮອດການສ້າງເງື່ອນໄຂຄວາມສະດວກດ້ານຕ່າງໆ, ສະຫຼຸບຖອດຖອນບົດຮຽນເປັນປະ ຈຳ ຈຶ່ງຈະເຮັດໃຫ້ການ ເຄື່ອນໄຫວວຽກງານໂຄສະນາອົບຮົມມີການຫັນປ່ຽນໄປສູ່ຄຸນນະພາບ, ມີຄວາມແຫຼມຄົມ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນຢ່າງແທ້ຈິງ./.
[1] ເອກະສານກອງປະຊຸມໃຫຍ່ ຄັ້ງທີ X ພັກປະຊາຊົນປະຕິວັດລາວ, ປີ 2016, ໜ້າ 64.
[2] ເອກະສານກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ປີ 2021, ໜ້າ 59.
[3] ບົດສະຫຼຸບຕີລາຄາວຽກງານໂຄສະນາອົບຮົມ ປະຈຳປີ 2024 ແລະ ທິດທາງວຽກງານໃນປີ 2025, ໜ້າ 4.
[4] ໄກສອນ ພົມວິຫານ, ນິພົນເລືອກເຟັ້ນ ເຫຼັ້ມ 4, ປີ 2005, ໜ້າ 397.
ຮຽບຮຽງໂດຍ: ນ. ມອນສະຫວັນ ແສນໄຕ
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນເມສາ ປີ 2025)