
ແນວທາງປ່ຽນແປງໃໝ່ຂອງພັກ ໂດຍສະເພາະແມ່ນຈິນຕະນາການໃໝ່ທາງດ້ານເສດຖະກິດ ເຊິ່ງເນື້ອໃນຕົ້ນຕໍ ແລະ ເປັນໃຈກາງກວ່າໝູ່ຂອງການປ່ຽນແປງໃໝ່ທາງດ້ານເສດຖະກິດ ແມ່ນການຫັນຈາກເສດຖະກິດທໍາມະຊາດ ກຸ້ມຕົນເອງພໍໃຜພໍລາວ ໄປສູ່ເສດຖະກິດສິນຄ້າ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ດ້ວຍການຊຸກຍູ້ສົ່ງເສີມການປູກ-ການລ້ຽງຂອງປະຊາຊົນ ຕາມເງື່ອນໄຂທ່າແຮງບົ່ມ
ຊ້ອນ ແລະ ສິ່ງເອື້ອອໍານວຍຂອງແຕ່ລະທ້ອງຖິ່ນ, ເອົາການພົວພັນສິນຄ້າ-ເງິນຕາ ຊຸກຍູ້ການຜະລິດຂອງຊາວກະສິກອນໃຫ້ເຕີບໃຫຍ່ຂະຫຍາຍຕົວ, ມີຕະຫຼາດຮອງຮັບຜົນຜະລິດທັງພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ໃຫ້ເກີດມີການແບ່ງງານໃນສັງຄົມ, ດັດປັບເຕັກນິກ ແລະ ຍົກສະມັດຖະພາບຂອງງານ ແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານສະບຽງອາຫານ ແລະ ວັດຖຸດິບປ້ອນໂຮງງານອຸດສາຫະກໍາປຸງແຕ່ງ, ສ້າງລາຍຮັບໃຫ້ແກ່ຊາວກະສິກອນ ກໍຄືສ້າງລາຍຮັບ ແລະ ສ້າງຮາກຖານທີ່ໝັ້ນຄົງໃຫ້ແກ່ລະບົບການຜະລິດພາຍໃນປະເທດ, ຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດ, ຂະຫຍາຍໂອກາດ ແລະ ເພີ່ມຂີດຄວາມສາມາດໃນການສົ່ງອອກ ອັນຈະນໍາໄປສູ່ການຍົກລະດັບເສດຖະກິດຂອງຊາດໃຫ້ເຂັ້ມແຂງ ແລະ ຍືນຍົງ.
ເພື່ອຜັນຂະຫຍາຍແນວທາງຂອງພັກ ກ່ຽວກັບການຫັນເສດຖະກິດທໍາມະຊາດ ໄປສູ່ເສດຖະກິດສິນ ຄ້າ ເວົ້າລວມ, ເວົ້າສະເພາະ ແມ່ນການສົ່ງເສີມການລ້ຽງສັດເປັນສິນຄ້າ, “…ເສີມຂະຫຍາຍທ່າໄດ້ປຽບຂອງບັນດາທົ່ງພຽງ ແລະ ພູພຽງເຂົ້າໃນການສ້າງຜົນຜະລິດທີ່ໄດ້ລາຄາດີ ແລະ ມີຄວາມສາມາດແຂ່ງຂັນ ບົນພື້ນຖານການນໍາໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ. ສ້າງຄວາມໝັ້ນຄົງດ້ານສະບຽງອາຫານ, ຊຸກຍູ້ສົ່ງເສີມການຜະລິດແບບຄອບຄົວ, ແບບຟາມ, ແບບຮ່ວມມື, ແບບສະຫະກອນ ແລະ ແບບເປັນນິຄົມກະເສດອຸດສາຫະກໍາໃນແຕ່ລະເຂດ, ແຕ່ລະບໍລິເວນຢ່າງເໝາະສົມ; ເນັ້ນໜັກການເຮັດກະເສດສຸມ, ຍົກສູງສະມັດຖະພາບ ແລະ ຄຸນນະພາບການຜະລິດໃຫ້ສູງຂຶ້ນ. ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງທີ່ດິນກະສິກໍາ, ການປັບປຸງດິນໃຫ້ອຸດົມສົມບູນ, ຈັດສັນ ແລະ ນໍາໃຊ້ທີ່ດິນໃຫ້ຍືນຍົງ…”[1]; “…ຊຸກຍູ້
ຂະແໜງການຜະລິດ ເພື່ອຊົມໃຊ້ພາຍໃນ ແລະ ການຜະລິດເພື່ອສົ່ງອອກ ໂດຍສະເພາະການຜະລິດບັນດາສິນຄ້າທີ່ມີຕະຫຼາດໃຫ້ໄດ້ມາດຕະຖານ ເປັນຕົ້ນໂຄຕາທີ່ໄດ້ຮັບຈາກ ສປ ຈີນ ເຊັ່ນ: ເຂົ້າ, ສັດລ້ຽງ ແລະ ພືດຈໍານວນໜຶ່ງ ເພື່ອວາງແຜນການຜະລິດ ຫຼື ໂຄງການຜະລິດໃໝ່…”[2]; ລັດຖະບານໄດ້ວາງນະໂຍບາຍການນໍາໃຊ້ທີ່ດິນສໍາລັບການລ້ຽງສັດ, ນະໂຍບາຍສິນເຊື່ອໃຫ້ແກ່ຊາວກະສິກອນ, ນະໂຍບາຍສົ່ງເສີມການລົງທຶນ, ນະໂຍບາຍທາງດ້ານພາສີ-ອາກອນ, ນະໂຍບາຍທາງດ້ານລາຄາ, ນະໂຍບາຍສົ່ງເສີມການຕະຫຼາດ, ນະໂຍບາຍທາງດ້ານແຮງງານ, ນະໂຍບາຍການພົວພັນຮ່ວມມືກັບຕ່າງປະເທດ ແລະ ອື່ນໆ. ກະຊວງກະສິກໍາ ແລະ ປ່າໄມ້ ໃນຖານະເປັນເສນາທິການຮັບຜິດຊອບວຽກງານດັ່ງກ່າວ ກໍໄດ້ກໍານົດທິດທາງແຜນພັດທະນາວຽກງານຂອງຕົນ ໂດຍເລັ່ງໃສ່: “ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຜະລິດສິນຄ້າກະສິກໍາທີ່ມີທ່າແຮງ ຕາມທິດພັດທະນາກະສິກໍາສະອາດ ປອດໄພ ແລະ ຍືນຍົງ ບົນພື້ນຖານການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ຕິດພັນກັບການພັດທະນາຊົນນະບົດ ແລະ ພັດທະນາປ່າໄມ້ ເພື່ອເປັນແຫຼ່ງສະໜອງວັດຖຸດິບທີ່ບໍ່ບົກແຫ້ງ ແລະ ປະກອບສ່ວນສ້າງພື້ນຖານເສດຖະກິດແຫ່ງຊາດ”[3]. ໂດຍອີງໃສ່ແນວທາງ, ທິດທາງແຜນການທີ່ໄດ້ກ່າວມາ ຕິດພັນກັບການເສີມຂະຫຍາຍຈຸດພິເສດດ້ານທ່າແຮງພູມສັນຖານທີ່ “ມີເນື້ອທີ່ການລ້ຽງສັດ 1.350.814 ເຮັກຕາ ແລະ ອີງຕາມຍຸດທະສາດຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ທີ່ໄດ້ແບ່ງດິນສໍາລັບລ້ຽງສັດໃຫຍ່ໃນທົ່ວປະເທດ
700.000 ເຮັກຕາ”[4] ນັ້ນ ໃນຂອດການຈັດຕັ້ງປະຕິບັດຕົວຈິງ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຄຸ້ມຄອງ, ພັດທະນາ ແລະ ບໍລິການວຽກງານລ້ຽງສັດ, ການສັດຕະວະແພດ ແລະ ການປະມົງໃນຂອບເຂດທົ່ວປະເທດ; ຊຸກຍູ້ການຫັນປ່ຽນລະບົບການລ້ຽງສັດແບບທໍາມະຊາດ ກະແຈກກະຈາຍ ໄປສູ່ຮູບແບບການລ້ຽງທີ່ມີການຄຸ້ມຄອງ, ການດູແລຮັກສາ, ນໍາໃຊ້ແນວພັນທີ່ດີ, ອາຫານທີ່ມີຄຸນນະພາບ ແລະ ນໍາໃຊ້ເຕັກ
ນິກ-ເຕັກໂນໂລຊີທີ່ເໝາະສົມ ເພື່ອພັດທະນາການລ້ຽງສັດໃຫ້ເຂົ້າສູ່ມາດຕະຖານຂອງຕະຫຼາດ, ມາດຕະ ຖານຂອງຟາມ ເປັນຕົ້ນແມ່ນຟາມລ້ຽງງົວຊີ້ນຂອງ ສປປ ລາວ ຄື: 1. ມາດຕະຖານທາງດ້ານທີ່ຕັ້ງ, 2. ມາດຕະຖານທາງດ້ານພື້ນທີ່ ແລະ ການວາງຜັງຂອງຟາມ, 3. ມາດຕະຖານດ້ານໂຮງເຮືອນ, 4. ມາດ ຕະຖານດ້ານຫົວອາຫານ, 5. ມາດຕະຖານນໍ້າສໍາລັບລ້ຽງງົວ, 6. ມາດຕະຖານດ້ານການບໍລິຫານຄຸ້ມຄອງ
ຟາມ, 7. ມາດຕະຖານການຈັດການດ້ານບຸກຄະລາກອນ, 8. ມາດຕະຖານດ້ານຄວາມສະອາດ ແລະ ປອດໄພ, 9. ມາດຕະຖານດ້ານສຸຂະພາບສັດ, 10. ມາດຕະຖານດ້ານສິ່ງແວດລ້ອມ, 11. ມາດຕະຖານການຈັດການດ້ານສະຫວັດດີການສັດ, 12. ມາດຕະຖານການຂົນສົ່ງ ແລະ 13. ມາດຕະຖານສາງເກັບຮັກສາ. ພ້ອມກັນນີ້ ກໍໄດ້ສົ່ງເສີມການຫັນໄປລ້ຽງສັດແບບເປັນກຸ່ມ, ເປັນຟາມ,ເປັນສະຫະກອນ ແນໃສ່ເພີ່ມປະລິມານ ແລະ ຍົກສູງຄຸນນະພາບຂອງຜະລິດຕະພັນສັດ, ປະກອບສ່ວນຮັບປະກັນດ້ານສະບຽງ
ອາຫານ ແລະ ຜະລິດເປັນສິນຄ້າ ຕາມທິດກະສິກໍາສະອາດ, ສີຂຽວ, ຍືນຍົງ; ສຸມໃສ່ຈັດສັນງົບປະມານ, ມອບດິນ-ມອບປ່າ, ຈັນສັນອາຊີບ ແລະ ພູມລໍາເນົາຄົງທີ່ໃຫ້ແກ່ປະຊາຊົນບັນດາເຜົ່າເຮັດການຜະລິດ, ສ້າງວຽກເຮັດງານທໍາ, ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.
ທົ່ວປະເທດມີຟາມລ້ຽງສັດທັງໝົດ 2.242 ຟາມ, ມີສັດລ້ຽງ 6.591.561 ໂຕ, ໃນນັ້ນ ມີຟາມລ້ຽງຄວາຍ 41 ຟາມ, ມີຄວາຍ 2.475 ໂຕ; ຟາມລ້ຽງງົວ 709 ຟາມ, ມີງົວ 78.890 ໂຕ; ຟາມລ້ຽງໝູ 737 ຟາມ, ມີໝູ 503.695 ໂຕ; ຟາມລ້ຽງແບ້ 89 ຟາມ, ມີແບ້ 11.426 ໂຕ; ຟາມລ້ຽງໄກ່ພັນ
ໄຂ່ 365 ຟາມ, ມີໄກ່ແມ່ໄຂ່ 2.503.602 ໂຕ; ຟາມລ້ຽງໄກ່ພັນຊີ້ນ 208 ຟາມ, ມີໄກ່ພັນຊີ້ນ 3.008.043 ໂຕ; ຟາມເປັດພັນໄຂ່ 68 ຟາມ, ມີເປັດແມ່ພັນໄຂ່ 162.400 ໂຕ; ຟາມເປັດພັນຊີ້ນ 18 ຟາມ, ມີເປັດພັນຊີ້ນ 56.730 ໂຕ; ຟາມນົກກະທາ 7 ຟາມ, ມີນົກກະທາ 264.300 ໂຕ; ມີຟາມລ້ຽງປາໃນໜອງ 568 ຟາມ, ມີຈໍານວນໜອງ 27.712 ໜອງ; ການລ້ຽງປາໃນນາເຂົ້າ 3.106 ເຮັກຕາ; ຟາມລ້ຽງປາກະຊັງ 146 ຟາມ, (ຈໍານວນ 7.714 ກະຊັງ ຫຼື 15 ເຮັກຕາ), ມີປາ 19.500.000 ໂຕຮອບ”[5]. ການສົ່ງອອກສັດລຽບຕາມຊາຍແດນ ໃນປີ 2024 ສາມາດສົ່ງອອກສັດໄດ້ທັງໝົດ 4.396.100 ໂຕ, ມູນຄ່າ 93.970.731 ໂດລາສະຫະລັດ, ໃນນັ້ນ ມູນຄ່າການສົ່ງອອກຄວາຍ ແລະ ງົວ ກວມເອົາຫຼາຍ
ກວ່າ 67%. ພ້ອມກັນນັ້ນ ກໍສົ່ງອອກຜະລິດຕະພັນສັດໄດ້ 10.791,23 ໂຕນ, ມູນຄ່າ 7.604.139 ໂດລາສະຫະລັດ.
ເພື່ອຊຸກຍູ້ດຶງດູດການລົງທຶນຂອງຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ໃຫ້ຫັນມາລົງທຶນດ້ານການລ້ຽງສັດ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດຕາມນະໂຍບາຍແຫ່ງຊາດ ວ່າດ້ວຍການສົ່ງເສີມການລ້ຽງສັດ ແລະ ສັດນໍ້າ ຂອງ ສປປ ລາວ ສະບັບເລກທີ 196/ນຍ, ລົງວັນທີ 6 ກໍລະກົດ 2022; ສຸມໃສ່ຊຸກຍູ້, ຕິດຕາມ, ກວດກາບັນດາບໍລິສັດ ແລະ ນັກລົງທຶນ ທີ່ລົງທຶນໃສ່ວຽກງານລ້ຽງສັດເປັນສິນຄ້າ ເຊິ່ງ
ປັດຈຸບັນ ມີ 645 ບໍລິສັດ, ມູນຄ່າການລົງທຶນ 447,9 ລ້ານໂດລາສະຫະລັດ; ເອົາໃຈໃສ່ລົງເກັບກໍາຂໍ້ມູນກ່ຽວກັບທົ່ງຫຍ້າອາຫານສັດທີ່ເປັນທ່າແຮງ ຕາມເງື່ອນໄຂທໍາມະຊາດ ເຊິ່ງໃນທົ່ວປະເທດມີເນື້ອທີ່ທົ່ງຫຍ້າທໍາມະຊາດປະມານ 700.000 ເຮັກຕາ ແລະ ເນື້ອທີ່ປູກຫຍ້າ 216.496 ເຮັກຕາ; ໄດ້ກໍານົດເຂດທີ່ ເໝາະແກ່ການລ້ຽງງົວພື້ນເມືອງມີ 10 ແຂວງ (ຫົວພັນ, ຫຼວງພະບາງ, ບໍ່ແກ້ວ, ອຸດົມໄຊ, ຊຽງຂວາງ, ວຽງຈັນ, ໄຊສົມບູນ, ສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ); ເຂດທີ່ເປັນບຸລິມະສິດການລ້ຽງໝູພື້ນເມືອງມີ 3 ແຂວງ (ຜົ້ງສາລີ, ຫົວພັນ ແລະ ອຸດົມໄຊ); ເຂດການລ້ຽງສັດປີກພື້ນເມືອງ ແມ່ນແຂວງໄຊຍະບູລີ; ມີແຫຼ່ງນໍ້າທໍາມະຊາດສໍາລັບການຫາປາ ແລະ ສັດນໍ້າປະເພດຕ່າງໆ ປະມານ 1.242.222 ເຮັກຕາ; ສ້າງກຸ່ມລ້ຽງສັດໄດ້ທັງໝົດ 1.638 ກຸ່ມ, ມີສັດລ້ຽງ 106.057 ໂຕ; ສ້າງຄອບຄົວຕົວແບບການລ້ຽງສັດໄດ້ 6.521 ຄອບຄົວ. ນອກຈາກນີ້ ກໍໄດ້ບັນລຸຂໍ້ຕົກລົງ ແລະ ໄດ້ລົງນາມຮັບຮອງເອົາ
ລະບຽບການກ່ຽວກັບສຸຂະນາໄມ ແລະ ສຸຂະນາໄມພືດ (SPS) ຂອງປາສະຫວາຍ ລະຫວ່າງກະຊວງກະສິກໍາ ແລະ ປ່າໄມ້ ກັບອົງການບໍລິຫານພາສີແຫ່ງຊາດ ສປ ຈີນ ເຊິ່ງຄາດຄະເນຈະສາມາດສົ່ງອອກປາສະຫວາຍໄດ້ 20.000 ໂຕນ/ປີ, ຄິດເປັນມູນຄ່າຫຼາຍກວ່າ 60 ລ້ານໂດລາສະຫະລັດ; ສືບຕໍ່ກະກຽມການຂໍເຈລະຈາກັບກົມໃຫຍ່ພາສີຂອງ ສປ ຈີນ ກ່ຽວກັບເງື່ອນໄຂດ້ານສຸຂະນາໄມ (SPS) ສໍາລັບການສົ່ງ
ອອກຜະລິດຕະພັນຊີ້ນງົວສົດ ແລະ ແຊ່ແຂງ ໂດຍມີບໍລິສັດລາວຄຸນເຊິງ ລາວສາກົນ ຈໍາກັດ ໄດ້ລົງທຶນກໍ່ສ້າງໂຮງງານຂ້າສັດທັນສະໄໝ ທີ່ມີມູນຄ່າ 500 ລ້ານໂດລາສະຫະລັດ ໃນເນື້ອທີ່ 48 ເຮັກຕາ ແລະ ໄດ້ຮ່ວມກັບພາກລັດສ້າງໂຄງການຜະລິດງົວຄຸນນະພາບດີ ເພື່ອປ້ອນເຂົ້າໂຮງງານດັ່ງກ່າວໃຫ້ໄດ້ 1.000 ໂຕ/ມື້ ໂດຍມີການກໍານົດ ແລະ ຈັດສັນໂກຕ້າການລ້ຽງງົວໃຫ້ແຕ່ລະແຂວງ ແນໃສ່ຮັບປະກັນໃນການສະ
ໜອງງົວແກ່ໂຄງການດັ່ງກ່າວ ໃຫ້ໄດ້ຕາມແຜນທີ່ວາງໄວ້.
ການພົວພັນຮ່ວມມືກັບສາກົນ ຖືເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ເຊິ່ງໄລຍະຜ່ານມາໄດ້ຍາດແຍ່ງເອົາການຊ່ວຍເຫຼືອ ແລະ ການຮ່ວມມືທາງດ້ານວິຊາການກັບບັນດາປະເທດໃກ້ຄຽງ, ອົງການຈັດຕັ້ງສາກົນ, ສະຖາບັນການເງິນ ແລະ ບັນດາຄູ່ຮ່ວມພັດທະນາໃນການສ້າງເປັນໂຄງການຕ່າງໆ ເພື່ອພັດທະນາວຽກງານລ້ຽງສັດ, ການສັດຕະວະແພດ ແລະ ການປະມົງ, ໃນນັ້ນ ໄດ້ມີການຮ່ວມມື 2 ຝ່າຍ ກັບ ສປ ຈີນ, ເກົາຫຼີ, ຍີ່ປຸ່ນ, ມົງໂກລີ, ຮົງກາລີ, ນິວຊີແລນ… ແລະ ຮ່ວມມືກັບອົງການຈັດຕັ້ງສາກົນ (JICA, FAO, NACA, OIE, MRCs, SEAFDEC, WWF) ເພື່ອສະໜັບສະໜູນດ້ານວິຊາການ ແລະ ຍົກລະດັບວິຊາສະເພາະໃຫ້ແກ່ພະນັກງານ. ເດັ່ນກວ່າໝູ່ແມ່ນໄດ້ສໍາເລັດການເຊັນບົດບັນທຶກການຮ່ວມມືດ້ານການປະມົງ ລະຫວ່າງກົມລ້ຽງສັດ ແລະ ການປະມົງ ຂອງ ສປປ ລາວ ກັບກົມປະມົງ ສສ ຫວຽດນາມ ໃນທ້າຍປີ 2024 ແລະ ສໍາເລັດການເຈລະຈາສົ່ງອອກປາສະຫວາຍໄປຍັງ ສປ ຈີນ.
ການສົ່ງເສີມການລ້ຽງສັດເປັນສິນຄ້າຢູ່ປະເທດເຮົາໃນໄລຍະຜ່ານມາ ໄດ້ຮັບຜົນສໍາເລັດດີສົມຄວນ, ແຕ່ເຖິງຢ່າງໃດກໍຕາມ ຍັງມີຫຼາຍບັນຫາທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງ ເປັນຕົ້ນແມ່ນການສ້າງແຜນການລ້ຽງສັດເປັນສິນຄ້າຍັງບໍ່ທັນກົມກຽວ ລະຫວ່າງແຜນວຽກ, ແຜນເງິນ ແລະ ແຜນຄົນ; ການສົ່ງເສີມທາງດ້ານເຕັກນິກ, ວິຊາການ, ການສັດຕະວະແພດ ຍັງບໍ່ທັນຕໍ່ເນື່ອງ ແລະ ທົ່ວເຖິງ; ການຈັດສັນເຂດການລ້ຽງສັດເປັນສິນຄ້າຢູ່ແຕ່ລະເຂດ, ແຕ່ລະພື້ນທີ່ ໂດຍສະເພາະແມ່ນເຂດບ້ານ ແລະ ເມືອງ ຍັງບໍ່ທັນລະ ອຽດ; ການສົ່ງເສີມດ້ານສິນເຊື່ອຍັງຈໍາກັດ, ບໍ່ທົ່ວເຖິງ ແລະ ບໍ່ຖືກກັບເປົ້າໝາຍຕົວຈິງ; ການສົ່ງເສີມການລ້ຽງສັດແບບເປັນກຸ່ມ, ເປັນຟາມ, ເປັນສະຫະກອນ ຍັງເຮັດໄດ້ໜ້ອຍ; ການປະຕິບັດວຽກງານສົ່ງເສີມການສ້າງສັນຍາຜູກພັນ, ຕະຫຼາດຈໍາໜ່າຍສັດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຍັງບໍ່ທັນກວ້າງຂວາງ.
ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ໄດ້ກໍານົດໄວ້ວ່າ: “…ສູ້ຊົນສະໜອງສະ ບຽງອາຫານປະເພດຊີ້ນ, ປາ ແລະ ໄຂ່ ໃຫ້ພຽງພໍກັບຄວາມຕ້ອງການ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ ໂດຍສຸມໃສ່ການລ້ຽງສັດໃຫຍ່ (ງົວ) ເປັນສິນຄ້າສົ່ງອອກ ສປ ຈີນ ໃຫ້ໄດ້ 200.000 ໂຕ (ຕົວເລກສະສົມ 5 ປີ); ເນັ້ນໃສ່ການພັດທະນາແນວພັນຄວາຍພື້ນເມືອງ ແລະ ສົ່ງເສີມເຕັກນິກການລ້ຽງ ເພື່ອຍົກສູງປະສິດທິພາບການຜະລິດ; ສົ່ງເສີມການຫັນໄປສູ່ການລ້ຽງໝູແບບເປັນຟາມຫຼາຍຂຶ້ນ ພ້ອມທັງສົ່ງ
ເສີມການຜະລິດອາຫານໝູໃຫ້ພຽງພໍ ແລະ ປັບປຸງຄຸນນະພາບຂອງອາຫານສັດໃຫ້ສູງຂຶ້ນ, ຮັບປະກັນການສັກຢາກັນພະຍາດ ແລະ ຂ້າພະຍາດແມ່ກາຝາກ ເພື່ອຫຼຸດຜ່ອນຄວາມເສຍຫາຍຈາກການເກີດພະຍາດລະບາດ; ສົ່ງເສີມການລ້ຽງສັດປີກພັນພື້ນເມືອງໃນເຂດຊົນນະບົດໃຫ້ເພີ່ມຂຶ້ນ ເພື່ອສະໜອງສະບຽງອາຫານກັບທີ່ ດ້ວຍມາດຕະການສົ່ງເສີມເຕັກນິກການລ້ຽງ ແລະ ປະຕິບັດຫຼັກການຜະລິດໃຫ້ມີຄວາມປອດ
ໄພແກ່ຜູ້ບໍລິໂພກ; ສູ້ຊົນຜະລິດແນວພັນປາພື້ນເມືອງ ແລະ ສັດນໍ້າທຸກຊະນິດ ທີ່ເປັນທ່າແຮງເສດຖະກິດໃຫ້ກວມເອົາ 30% ຂອງລູກປາທັງໝົດ ແນໃສ່ສົ່ງເສີມຂະຫຍາຍບ່ອນລ້ຽງ ແລະ ສູນ, ຖ່າຍທອດເຕັກນິກການລ້ຽງແບບປະສົມປະສານ…”[6]. ເປົ້າໝາຍລວມແມ່ນເພື່ອເຮັດໃຫ້ການລ້ຽງສັດເປັນສິນຄ້າຢູ່ປະເທດເຮົານັບມື້ຂະຫຍາຍຕົວຕໍ່ເນື່ອງ, ມີປະສິດທິຜົນສູງ, ສາມາດຕອບສະໜອງໃຫ້ແກ່ການບໍລິໂພກພາຍໃນ ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກໃຫ້ຫຼາຍຂຶ້ນ, ປະກອບສ່ວນສ້າງຖານລາຍຮັບເສດຖະກິດທີ່ເຂັ້ມແຂງ, ໃນນັ້ນ ຂະແໜງລ້ຽງສັດ ແລະ ການປະມົງ ກໍໄດ້ຜັນຂະຫຍາຍມາເປັນທິດທາງແຜນການລະອຽດຂອງຕົນ, ພ້ອມທັງໄດ້ວາງຄາດໝາຍສູ້ຊົນໃນປີ 2025 ດັ່ງນີ້:
– “ສຸມໃສ່ຜະລິດຊີ້ນ, ໄຂ່ ແລະ ປາ ເພື່ອປະກອບສ່ວນເຮັດໃຫ້ຂະແໜງກະສິກໍາ ແລະ ປ່າໄມ້ ຂະຫຍາຍຕົວຢູ່ໃນລະດັບ 2,5% ຕໍ່ປີ…; ສູ້ຊົນເຮັດໃຫ້ອັດຕາການເຕີບໂຕຂອງຝູງສັດຢູ່ໃນລະດັບ 4,7% ຕໍ່ປີ ເຊິ່ງໃນນັ້ນ ຄວາຍໃຫ້ເພີ່ມຂຶ້ນ 1%, ງົວ 5,95%, ໝູ 5,65%, ແກະ/ແບ້ 5,3%, ສັດປີກ 5,6% ແລະ ການປະມົງ ໃຫ້ຂະຫຍາຍຕົວຢູ່ໃນລະດັບ 4,4%”[7].
– ສູ້ຊົນຜະລິດຊີ້ນ, ໄຂ່ ແລະ ປາ ໃຫ້ໄດ້ 577.000 ໂຕນ, ໃນນັ້ນ ຊີ້ນ 284.800 ໂຕນ,
ໄຂ່ 55.200 ໂຕນ ແລະ ປາ 237.000 ໂຕນ; ສະເລ່ຍການບໍລິໂພກ 73 ກິໂລກຼາມ/ຄົນ/ປີ.
– ສົ່ງເສີມການປູກຫຍ້າພັນປັບປຸງ ໃຫ້ບັນລຸ 90.000 ເຮັກຕາ; ສູ້ຊົນຜະລິດ ແລະ ສະໜອງງົວ ເພື່ອສົ່ງອອກ ໃຫ້ບັນລຸ 50.000 ໂຕ/ປີ, ຜະລິດນໍ້ານົມງົວ ໃຫ້ໄດ້ 50.000 ໂຕນ, ຮັບປະກັນໃຫ້ມີຝູງແມ່ພັນງົວພັນດີຢ່າງໜ້ອຍ 62.500 ແມ່, ສ້າງໃຫ້ມີສູນຜະລິດນໍ້າເຊື້ອ ແລະ ຂະຫຍາຍແນວພັນງົວຢ່າງໜ້ອຍໃຫ້ໄດ້ 1 ແຫ່ງ; ຜະລິດ ແລະ ສະໜອງຢາກັນພະຍາດສັດ ໃຫ້ໄດ້ 1,2 ລ້ານເຂັມ, ສູ້ຊົນຮັກສາສະຖານະພາບເປັນປະເທດປອດພະຍາດອະຫິວາງົວ-ຄວາຍ. ສູ້ຊົນຜະລິດແນວພັນໝູ ໃຫ້ໄດ້ 42.800
ແມ່ ເພື່ອຜະລິດໝູຊີ້ນໃຫ້ໄດ້ 941.600 ໂຕ ຈຶ່ງພຽງພໍຕໍ່ການສະໜອງການບໍລິໂພກພາຍໃນ. ສ້າງໃຫ້ມີລະບົບສະໜອງແນວພັນສັດປີກໃຫ້ໄດ້ 20% ຂອງຄວາມຕ້ອງການ; ເພີ່ມການຜະລິດຫົວອາຫານສັດ ຈາກ 60% ໃນປີ 2024 ຂຶ້ນເປັນ 70% ໃນປີ 2025 ແລະ ຜະລິດຫົວອາຫານປາຢູ່ພາຍໃນໃຫ້ກວມເອົາ 25% ຂອງຄວາມຕ້ອງການ; ສູ້ຊົນສະໜອງລູກປາ ໃຫ້ບັນລຸ 75% ຂຶ້ນໄປ.
– ສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກສັດ ແລະ ຜະລິດຕະພັນສັດ ບັນລຸ 100 ກວ່າລ້ານໂດລາສະຫະລັດ.
ເພື່ອເຮັດໃຫ້ແຜນພັດທະນາ ແລະ ຄາດໝາຍສູ້ຊົນດັ່ງກ່າວ ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ຄວນເອົາໃຈໃສ່ບາງວຽກຈຸດສຸມ ດັ່ງນີ້:
ໜຶ່ງ, ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ແລະ ຈັດຕັ້ງເຜີຍແຜ່ແຜນພັດທະນາການລ້ຽງສັດ ແລະ ການປະມົງ ໃຫ້ພະນັກງານວິຊາການແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ຜູ້ປະກອບການ ແລະ ຊາວກະສິກອນໃຫ້ເຂົ້າໃຈຢ່າງເລິກເຊິ່ງ; ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ 8 ນະໂຍບາຍສົ່ງ ເສີມການລ້ຽງສັດ ແລະ ສັດນໍ້າ ໃນຂອບເຂດທົ່ວປະເທດໃຫ້ປະກົດຜົນເປັນຈິງ.
ສອງ, ສືບຕໍ່ສ້າງ ແລະ ປັບປຸງນິຕິກໍາໃຫ້ສອດຄ່ອງ ເພື່ອເປັນເຄື່ອງມືໃນການຄຸ້ມຄອງຜູ້ຜະລິດ ແລະ ຜູ້ບໍລິໂພກ ໃຫ້ເຄື່ອນໄຫວໄປຕາມລະບຽບການທີ່ກໍານົດ; ສ້າງກົນໄກການຮ່ວມມື ລະຫວ່າງພາກລັດ, ເອກະຊົນ, ສະຖາບັນການເງິນ ແລະ ຊາວກະສິກອນ; ຊຸກຍູ້, ສ້າງເງື່ອນໄຂທີ່ເອື້ອອໍານວຍໃຫ້ແກ່ບັນດານັກທຸລະກິດ-ຜູ້ປະກອບການ ແລະ ຊາວກະສິກອນໃນການຜະລິດສັດທີ່ເປັນບຸລິມະສິດທີ່ມີຕະຫຼາດຮອງຮັບແລ້ວ, ລວມທັງການເຮັດສັນຍາຜູກພັນສອງສົ້ນ ແລະ ການລົງທຶນແບບຮ່ວມສໍາພັນທຸລະກິດ; ສົ່ງເສີມການພັດທະນາ-ເຊື່ອມໂຍງຕ່ອງໂສ້ການຜະລິດຢ່າງເປັນລະບົບ, ສ້າງເງື່ອນໄຂໃຫ້ຊາວກະສິກອນສາມາດເຂົ້າເຖິງຂໍ້ມູນຂ່າວສານ, ນະໂຍບາຍທີ່ຈໍາເປັນ ແລະ ມີສ່ວນຮ່ວມໃນການວາງແຜນການຜະລິດ ແລະ ການຕະຫຼາດ.
ສາມ, ກໍານົດເຂດຈຸດສຸມ, ຊຸກຍູ້ການສ້າງກຸ່ມ, ສະຫະກອນ, ສະມາຄົມ ແລະ ເປັນນິຄົມໃຫ້ຫຼາຍຂຶ້ນ ໂດຍເລີ່ມຈາກທ່າແຮງຂອງຄອບຄົວ, ບ້ານ ແລະ ເມືອງ ບົນພື້ນຖານການລ້ຽງທີ່ນໍາໃຊ້ເຕັກນິກວິທະຍາສາດ ເພື່ອຍົກສູງປະສິດທິພາບຂອງການຜະລິດ ຕາມທິດກະສິກໍາສະອາດ ປອດໄພ ສີຂຽວ, ທັງເປັນການປັບປຸງກໍາລັງການຜະລິດໃຫ້ເຂັ້ມແຂງ ແລະ ມີຄວາມໝັ້ນຄົງ, ຍົກສູງຄຸນນະພາບ ແລະ ມາດ
ຕະຖານການຜະລິດໃຫ້ເປັນທີ່ຍອມຮັບຢູ່ພາຍໃນ ແລະ ປະເທດຄູ່ຄ້າ. ຊຸກຍູ້ສົ່ງເສີມການລ້ຽງ, ການຜະລິດ ຕິດພັນກັບການປຸງແຕ່ງ, ການຜະລິດແນວພັນ, ຫົວອາຫານ ແລະ ປັດໄຈການຜະລິດອື່ນໆ; ຄຸ້ມຄອງໂຮງງານຜະລິດຫົວອາຫານສັດ, ໂຮງຂ້າສັດ ແລະ ໂຮງງານຜະລິດຢາສັດຕະວະແພດໃຫ້ດໍາເນີນໄປຕາມ
ແຜນການທີ່ວາງໄວ້.
ສີ່, ພັດທະນາພື້ນຖານໂຄງລ່າງ, ພັດທະນາເຕັກນິກວິຊາການ, ມາດຕະຖານເຕັກນິກ, ພັດທະນາບຸກຄະລາກອນ ແລະ ດຶງດູດການລົງທຶນໃສ່ຂະແໜງການ ຕິດພັນກັບການຫັນພະນັກງານວິຊາການລົງຮາກຖານນໍາພາລ້ຽງສັດ ໂດຍສະເພາະແມ່ນຢູ່ຂັ້ນບ້ານ ແມ່ນມີຄວາມຈໍາເປັນ ເພື່ອຊຸກຍູ້ການຜະລິດສັດ-ສັດນໍ້າ ຢູ່ພາຍໃນໃຫ້ເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ທົດແທນການນໍາເຂົ້າ ແລະ ການຜະລິດເປັນສິນຄ້າ ເພື່ອສົ່ງອອກຕ່າງປະເທດ.
ຫ້າ, ຍົກລະດັບການພົວພັນຮ່ວມມືກັບບັນດາປະເທດເປັນຕົ້ນ, ໃນກຸ່ມອາຊຽນ, ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານວິຊາການ, ເຕັກໂນໂລຊີທີ່ທັນສະໄໝ, ງົບປະມານ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ; ຍົກສູງວຽກງານຕິດຕາມ, ກວດກາ ແລະ ປະເມີນຜົນສະ ຫຼຸບສັງລວມ, ຖອດຖອນບົດຮຽນຢ່າງຕໍ່ເນື່ອງ ແລະ ເປັນລະບົບ ເພື່ອກະຕຸກຊຸກຍູ້ໃຫ້ແກ່ການຈັດ
ຕັ້ງປະຕິບັດແຜນການບັນລຸຕາມເປົ້າໝາຍທີ່ວາງໄວ້.
ການລ້ຽງສັດເປັນສິນຄ້າ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ ແລະ ຈໍາເປັນ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນ, ນໍາໃຊ້ກາລະໂອກາດສິດທິພິເສດທາງດ້ານການຄ້າທີ່ ສປປ ລາວ ໄດ້ຮັບໃຫ້ເກີດປະໂຫຍດສູງສຸດ, ເປັນການສ້າງວຽກເຮັດງານທໍາ, ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຊຸກຍູ້ການພັດທະນາເສດຖະກິດ-ສັງ
ຄົມໃຫ້ເຕີບໃຫຍ່, ເຂັ້ມແຂງ. ສະນັ້ນ ບັນດາພາກສ່ວນທີ່ກ່ຽວຂ້ອງຄວນເອົາໃຈໃສ່ສົ່ງເສີມການລ້ຽງສັດເປັນສິນຄ້າ ດ້ວຍນະໂຍບາຍ, ກົນໄກ ແລະ ວິທີການທີ່ເໝາະສົມ, ສອດຄ່ອງກັບເງື່ອນໄຂສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ ແນໃສ່ຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການລ້ຽງສັດ, ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນສ້າງຖານການຜະລິດພາຍ
ໃນໃຫ້ເຂັ້ມແຂງ ແລະ ຍືນຍົງ./.
[1] ເອກະສານກອງປະຊຸມໃຫຍ່ ຄັ້ງທີ X ພັກປະຊາຊົນປະຕິວັດລາວ, ປີ 2016, ໜ້າ 40.
[2] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 142.
[3] ແຜນພັດທະນາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ ຄັ້ງທີ IX (2021-2025), ປີ 2021, ໜ້າ 28.
[4] ແຜນຍຸດທະສາດຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2040, ປີ 2022, ໜ້າ 4.
[5] ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາ ຂອງຂະແໜງລ້ຽງສັດ ແລະ ການປະມົງ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025, ສະບັບເລກທີ 0501/ກລປ, ລົງວັນທີ 10 ກຸມພາ 2025, ໜ້າ 2.
[6] ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັ້ງທີ IX (2021-2025), ໜ້າ 59.
[7] ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງລ້ຽງສັດ ແລະ ການປະມົງ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025, ສະບັບເລກທີ 0501/ກລປ, ລົງວັນທີ 10 ກຸມພາ 2025, ໜ້າ 11.
ຮຽບຮຽງໂດຍ: ນ. ມະນີຈັນ ສຸວັນນະພົງ
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນກໍລະກົດ ປີ 2025)