
ນັບແຕ່ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ (22 ມີນາ 1955) ກໍໄດ້ເອົາໃຈໃສ່ຢ່າງຈົດຈໍ່ໃນການປຸກລະດົມຂົນຂວາຍ, ບໍາລຸງກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກໍາລັງແຮງທີ່ສໍາຄັນຂອງພັກ. ພາຍໃຕ້ຮົ່ມຄັນທຸງຂອງພັກ ໜ່ວຍຄົ້ນຄວ້າວຽກງານແມ່ຍິງຂັ້ນສູນກາງ (ອົງການຈັດຕັ້ງສະຫະພັນແມ່ຍິງລາວ ໃນປັດຈຸບັນ) ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 20 ກໍລະກົດ 1955 ຢູ່ທີ່ເມືອງວຽງໄຊ, ແຂວງຫົວພັນ; ໃນໄລຍະນັ້ນການຈັດຕັ້ງແມ່ຍິງຢູ່ຂັ້ນທ້ອງຖິ່ນຮາກຖານ ແມ່ນໜ່ວຍຍຸວະນາລີ, ໜ່ວຍແມ່ນັກຮົບ ແລະ ໜ່ວຍເອື້ອຍນັກຮົບ. ໜ່ວຍຄົ້ນຄວ້າວຽກງານແມ່ຍິງ ໄດ້ຮັບມອບໝາຍປະຕິບັດ 2 ໜ້າວຽກ ຄື: ❶ ຄົ້ນຄວ້າຮ່າງກົດລະບຽບ, ໂຄງການດໍາເນີນງານຂອງການຈັດຕັ້ງ ເພື່ອກະກຽມຈັດຕັ້ງເປັນໜ່ວຍແມ່ຍິງໃນ
ຂັ້ນຕໍ່ໄປ; ❷ ຄົ້ນຄວ້າສະພາບສັງຄົມລາວ ໂດຍສະເພາະກ່ຽວກັບຮີດຄອງປະເພນີອັນເກົ່າແກ່ຫຼ້າຫຼັງທີ່ກົດໜ່ວງຄວາມກ້າວໜ້າຂອງແມ່ຍິງ ແລະ ສົ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ທີ່ຄວນປະລະ ເພື່ອໂຄສະນາໃຫ້ປະຊາຊົນທົ່ວໄປຮັບຮູ້, ພ້ອມທັງປຸກລະດົມຂົນຂວາຍແມ່ຍິງໃຫ້ມີຄວາມຕື່ນຕົວຢາກແກ້ໄຂສະພາບດ້ອຍໂອກາດຂອງຕົນເອງ ແລະ ບຸກບືນກ້າວຂຶ້ນ.
ເພື່ອໃຫ້ສອດຄ່ອງກັບສະພາບການເຕີບໃຫຍ່ຂະຫຍາຍຕົວຂອງການຈັດຕັ້ງ ແລະ ໜ້າທີ່ທີ່ຖືກຈາລຶກໄວ້ໃນປະຫວັດສາດ ໃນການປະກອບສ່ວນເພື່ອກອບກູ້ເອກະລາດ ແລະ ສ້າງສາພັດທະນາປະເທດຊາດ; ມາຮອດເດືອນມັງກອນ 1956 “ໜ່ວຍຄົ້ນຄວ້າວຽກງານແມ່ຍິງ” ໄດ້ປ່ຽນຊື່ເປັນ “ສະມາຄົມແມ່ຍິງລາວຮັກຊາດ” ມີພາລະບົດບາດໃນການເຕົ້າໂຮມຄວາມສາມັກຄີຢ່າງກວ້າງຂວາງ ລະຫວ່າງແມ່ຍິງລາວບັນດາເຜົ່າ ຜູ້ມີນໍ້າໃຈຮັກຊາດ, ຮັກສັນຕິພາບ ໂດຍບໍ່ຈໍາແນກຜູ້ຮັ່ງມີ, ຜູ້ທຸກຈົນ, ຊົນຊັ້ນ, ຊົນຊາດ, ສາສະໜາ ໂດຍຮ່ວມກັບປວງຊົນລາວທັງຊາດ ຕັດສິນໃຈຕໍ່ສູ້ໂຄ່ນລົ້ມຈັກກະພັດຜູ້ຮຸກຮານ ແລະ ລູກແຫຼ້ງຕີນມືເພື່ອປົດປ່ອຍປະເທດຊາດ, ຍາດເອົາຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວ; ກໍ່ສ້າງປະເທດໃຫ້ມີສັນຕິພາບ, ເອກະລາດ, ເປັນກາງ, ປະຊາທິປະໄຕ, ເອກະພາບ
ແລະ ວັດທະນາຖາວອນ. ພ້ອມກັນນັ້ນ ກໍເພື່ອນໍາພາການຕໍ່ສູ້ປົກປັກຮັກສາປະເທດຊາດ ແລະ ປະຕິບັດສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍ, ຊ່ວຍເຫຼືອກັນໃນການທໍາມາຫາກິນ, ໃນເວລາເກີດລູກ, ເວລາເຈັບເປັນ ຫຼື ພົບຄວາມຫຍຸ້ງຍາກໃນຄອບຄົວ; ຊ່ວຍເຫຼືອກັນໃນການຄົ້ນຄວ້າຮໍ່າຮຽນຍົກລະດັບຄວາມຮູ້, ຄວາມສາມາດ; ປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍໃນທຸກດ້ານ: ການເມືອງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ.
ໂດຍປະຕິບັດຕາມຄໍາຂວັນທີ່ວ່າ: “ທຸກສິ່ງທຸກຢ່າງ ເພື່ອແນວໜ້າ, ທຸກສິ່ງທຸກຢ່າງ ເພື່ອຕີເອົາຊະນະຈັກກະພັດອາເມລິກາ ແລະ ລູກມື” ສະມາຄົມແມ່ຍິງລາວຮັກຊາດ ກໍໄດ້ຕັ້ງໜ້າປຸກລະດົມແມ່ຍິງລາວບັນດາເຜົ່າໃນທົ່ວເຂດປົດປ່ອຍ, ເຕົ້າໂຮມຄວາມສາມັກຄີເປັນຈິດໜຶ່ງໃຈດຽວຢູ່ພາຍໃຕ້ຮົ່ມທຸງຂອງຊາດ ແລະ ຂອງພັກ, ສາມາດຮັບປະກັນວຽກງານແນວຫຼັງປ່ຽນແທນທີ່ອອກໄປສະໜາມຮົບ; ແມ່ຍິງລາວມີຄວາມອົດທົນ, ດຸໝັ່ນ, ມີຫົວຄິດປະດິດສ້າງໃນການອອກແຮງງານເພີ່ມພູນຜະລິດຜົນ, ປຸກຢ້າວແປງເຮືອນ, ສ້ອມແປງຖະໜົນຫົນທາງທີ່ຖືກເພພັງຈາກລູກລະເບີດຂອງພວກຈັກກະພັດອາເມລິກາ, ທັງເອົາໃຈ ໃສ່ເບິ່ງແຍງລ້ຽງດູ ແລະ ບອກສອນລູກເຕົ້າໃຫ້ກາຍເປັນພົນລະເມືອງດີຂອງຊາດ, ຈັດຕັ້ງການສອນ ແລະ ຮຽນໜັງສື, ຈັດຕັ້ງການປ້ອງກັນເວນຍາມເຮືອນຊານບ້ານຊ່ອງ ແລະ ປະກອບສ່ວນໄປລໍາລຽງສູ່ແນວໜ້າ. ໄປພ້ອມໆກັນນັ້ນ, ເພື່ອສ້າງເຂດປົດປ່ອຍໃຫ້ເປັນຄືລັດໜຶ່ງ ຕາມແຜນນະໂຍບາຍຂອງພັກ, ແມ່ຍິງກໍໄດ້ເປັນກໍາລັງແຮງສໍາຄັນເຂົ້າຮ່ວມເຄື່ອນໄຫວໃນທຸກຂົງເຂດວຽກງານ ເປັນຕົ້ນ: ດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມຕະຫຼອດຮອດການຮັບໃຊ້ວຽກງານສູ້ຮົບ, ການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສໍານັກງານອົງການ, ໂຮງຈັກ, ໂຮງງານ, ໂຮງໝໍ, ໂຮງຮຽນ, ບ່ອນຢູ່ອາໄສ ແລະ ສະຖານທີ່ສາທາລະນະ; ແມ່ຍິງທີ່ເປັນກໍາມະກອນຢູ່ໂຮງງານຕໍ່າແຜ່ນ 12 ຕຸລາ ກໍໄດ້ມີນໍ້າໃຈເດັດດ່ຽວອົດທົນພ້ອມກັນອອກແຮງງານ, ໄດ້ພາກັນເຈາະຖໍ້າ, ຂົນຍ້າຍເຄື່ອງຈັກ, ຕໍ່າຜ້າຢູ່ໃນຖໍ້າ ເພື່ອຫຼົບຫຼີກການຖິ້ມລະເບີດຍິງທໍາລາຍຂອງຈັກກະພັດອາເມລິກາ; ແມ່ຍິງທີ່ເປັນແພດໝໍ ກໍໄດ້ຜ່ານຜ່າຫ່າລະ
ເບີດລູກປືນຂອງສັດຕູເອົາຊີວິດເຂົ້າສ່ຽງ ເພື່ອໄປແບກຫາມ, ກອບກູ້ເອົາຊີວິດນັກຮົບທີ່ຖືກບາດເຈັບໃນສະໜາມຮົບມາປິ່ນປົວຢູ່ໂຮງໝໍໃນຖໍ້າຂອງເຂດແນວຫຼັງ; ແມ່ຍິງທີ່ເປັນຄູ-ອາຈານ ໄດ້ນໍາພານັກຮຽນປຸກສ້າງຫ້ອງຮຽນ ແລະ ເຮືອນພັກຢູ່ຕາມປ່າດົງ, ຢູ່ໃນຖໍ້າເລິກ, ເຫວຊັນ ເພື່ອຫຼົບຫຼີກຈາກລູກລະເບີດຂອງພວກໂຈນອາກາດອາເມລິກາ, ປະກອບສ່ວນກໍ່ສ້າງພະນັກງານ ສາມາດຕອບສະໜອງບຸກຄະລາກອນໃຫ້ແກ່ວຽກງານໃນຂະແຫນງການຕ່າງໆ; ແມ່ຍິງນັກສິລະປິນຂອງແຕ່ລະພາກສ່ວນ ໄດ້ອົດທົນຜ່ານຜ່າຂໍຫຍຸ້ງຍາກ ເພື່ອປະຕິບັດໜ້າທີ່ສະແດງຮັບໃຊ້ໃຫ້ແກ່ນາຍ ແລະ ພົນທະຫານ ທີ່ປະຈໍາການຢູ່ສະໜາມຮົບ, ພໍ່ແມ່ປະຊາຊົນຢູ່ຕາມທ້ອງຖິ່ນຢູ່ເຂດປົດປ່ອຍ ແລະ ເຂດຍາດແຍ່ງຂອງສັດຕູ ໂດຍບໍ່ຢ້ານກົວຕໍ່ລູກລະ
ເບີດຍິງທໍາລາຍ ແລະ ການນາບຂູ່ຂອງສັດຕູ.
ມາຮອດວັນທີ 21-24 ມີນາ 1984 ກອງປະຊຸມໃຫຍ່ຂອງແມ່ຍິງລາວທົ່ວປະເທດ ຄັ້ງທີ I ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ, ໃນເວລານັ້ນ ມີສະມາຊິກສະຫະພັນແມ່ຍິງທົ່ວປະເທດ 426.012 ຄົນ; ກອງປະຊຸມໄດ້ຕົກລົງເປັນເອກະພາບປ່ຽນຊື່ຈາກ “ສະມາຄົມແມ່ຍິງລາວຮັກຊາດ” ມາເປັນ “ສະຫະພັນແມ່ຍິງລາວ” ຈົນເຖິງປັດຈຸບັນ; ໄດ້ຮັບຮອງເອົາຄໍາຂວັນ 3 ດີ 2 ໜ້າທີ່ ຂອງແມ່ຍິງລາວ ຄື: 3 ດີ: ① ເປັນພົນລະເມືອງດີ, ② ເປັນແມ່ທີ່ດີ, ③ ເປັນເມຍທີ່ດີ ແລະ 2 ໜ້າທີ່: ❶ ປົກປັກຮັກສາ, ກໍ່ສ້າງປະເທດ ຊາດ, ❷ ປົດປ່ອຍແມ່ຍິງ. ສະຫະພັນແມ່ຍິງລາວ ໄດ້ສືບຕໍ່ປະຕິບັດພາລະບົດບາດເປັນອົງການຕົວແທນໃນການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກສະຫະພັນແມ່ຍິງລາວ, ແມ່ຍິງລາວບັນດາເຜົ່າ; ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ເສີມຂະຫຍາຍສິດເປັນເຈົ້າຂອງແມ່ຍິງລາວ ແລະ ສົ່ງເສີມຄວາມກ້າວໜ້າ, ຄວາມສະເໝີພາບຍິງ-ຊາຍ, ປຸກລະດົມຊຸກຍູ້ແມ່ຍິງລາວເຂົ້າຮ່ວມປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພາລະ
ກິດປ່ຽນແປງໃໝ່ ແລະ ເປັນເຈົ້າການປະຕິບັດແຜນພັດທະນາແມ່ຍິງລາວແຕ່ລະໄລຍະ. ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ປະທານ ໄກສອນ ພົມວິຫານ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ໄດ້ຢັ້ງຢືນເຖິງຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ຄື: ❶ ແມ່ຍິງລາວມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານ, ມີນໍ້າໃຈປະຢັດສັດທ່ຽງ, ການໃຊ້ຈ່າຍກໍມີການຄິດໄລ່ຈົ່ງຢອມ, ຮັກສາມູນມັງໄວ້
ໃຫ້ລູກເຕົ້າ; ❷ ມີຄວາມບໍລິສຸດຜຸດຜ່ອງ, ແພງລູກ, ຮັກຜົວ, ຍອມທົນທຸກ, ທົນຍາກ, ຍອມເສຍສະຫຼະ ເພື່ອຄວາມສຸກຂອງຄອບຄົວ, ລູກ, ຜົວ; ❸ ມີນໍ້າໃຈເອື້ອເຟື້ອເພື່ອແຜ່, ຮັກແພງຊ່ວຍເຫຼືອຕຸ້ມຫໍ່ກັນ; ❹ ມີນໍ້າໃຈຮັກຊາດແພງເຊື້ອ, ຮັກບ້ານເກີດເມືອງນອນ; ❺ ມີກິລິຍາມາລະຍາດສຸພາບອ່ອນຫວານ, ຮັກສາມູນມໍລະດົກວັດທະນະທໍາອັນດີງາມຂອງຊາດ. ໃນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດແຕ່ລະຄັ້ງ ກໍໄດ້ເອົາໃຈໃສ່ໃນການຄົ້ນຄວ້າ, ປັບປຸງຄໍາຂວັນ, ຂໍ້ແຂ່ງຂັນຂອງແມ່ຍິງລາວ ໃຫ້ມີຄວາມແທດ ເໝາະກັບສະພາບເງື່ອນໄຂ, ຖືກຕ້ອງ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງແມ່ຍິງແຕ່ລະໄລຍະ, ທັງເອົາໃຈໃສ່ໃນການຄົ້ນຄວ້າ, ກຳນົດທິດທາງ, ວິໄສທັດ, ຍຸດທະສາດ, ແຜນພັດທະນາອົງການຈັດຕັ້ງແມ່ຍິງ ກໍຄືທິດທາງໃນການພັດທະນາແມ່ຍິງລາວບັນດາເຜົ່າໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ, ຕົ້ນຕໍແມ່ນມາຮອດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວ ທົ່ວປະເທດ ຄັ້ງທີ VIII ເຊິ່ງໄດ້ຈັດຂຶ້ນໃນວັນທີ 18-19 ພະຈິກ 2021 ມາຮອດໄລຍະນີ້ ສະມາຊິກສະຫະພັນແມ່ຍິງລາວທົ່ວປະເທດ ມີທັງໝົດ 1.434.236 ຄົນ ເມື່ອທຽບໃສ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ I ເຫັນວ່າ ເພີ່ມຂຶ້ນຫຼາຍກວ່າ 3 ເທົ່າຕົວ; ກອງປະຊຸມໄດ້ຮັບຮອງເອົາຄໍາຂວັນທີ່ວ່າ: ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະ ນາປະເທດຊາດ ແລະ ຮັບຮອງເອົາຂໍ້ແຂ່ງຂັນ 3 ດີ: ① ພົນລະເມືອງດີ, ② ພັດທະນາດີ, ③ ສ້າງຄອບຄົວດີ; ກອງປະຊຸມໄດ້ວາງວິໄສທັດພັດທະນາແມ່ຍິງຮອດປີ 2035, ຍຸດທະສາດພັດທະນາແມ່ຍິງຮອດປີ 2030 ແລະ ແຜນພັດທະນາແມ່ຍິງແຫ່ງຊາດ 2021-2025 ເຊິ່ງໃນແຜນພັດທະນາແມ່ຍິງປະກອບມີ 10 ແຜນງານ ແລະ 65 ໂຄງການ. ຜ່ານຂະບວນວິວັດແຫ່ງການອຸທິດເຫື່ອແຮງສະຕິປັນຍາ ປະກອບສ່ວນເຂົ້າໃນການຕໍ່ສູ້ປົດປ່ອຍຊາດ ແມ່ຍິງລາວບັນດາເຜົ່າ ໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ, ນາມມະຍົດນັກຮົບແຂ່ງຂັນທົ່ວປະເທດ, ຫຼາຍສະຫາຍໄດ້ຖືກຄັດເລືອກເປັນແບບຢ່າງທີ່ດີເດັ່ນໃນການປະກອບສ່ວນເຂົ້າໃນຫຼາຍຂົງເຂດວຽກງານ ເຊິ່ງໄດ້ຮັບການຍ້ອງຍໍຈາກພັກ ແລະ ລັດຖະບານຢ່າງສົມກຽດ, ຫຼາຍສະຫາຍໄດ້ຮັບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍ; ບັນດາກົມກອງກໍໄດ້ຮັບນາມມະຍົດ
ເປັນກົມກອງວິລະຊົນ.
ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ສະຫະພັນແມ່ຍິງລາວ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວແຕ່ລະຄັ້ງມາເປັນແຜນງານ, ໂຄງ ການ ແລະ ນໍາພາ-ຊີ້ນໍາການປະຕິບັດຕົວຈິງ ຢ່າງເປັນຂະບວນກວ້າງຂວາງ ແລະ ມີບັນຍາກາດຟົດຟື້ນ; ສຶກສາອົບຮົມຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ ຕິດພັນກັບການຈັດຕັ້ງປະຕິບັດຄໍາຂວັນ, ຂໍ້ແຂ່ງຂັນ 3 ດີຂອງແມ່ຍິງລາວ; ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມແມ່ຍິງລາວເຂົ້າຮ່ວມຢ່າງຕັ້ງໜ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະ
ເພາະການພັດທະນາແມ່ຍິງໃນທຸກດ້ານ, ເຮັດໃຫ້ການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນໄດ້ຮັບການປັບ ປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ. ສະຫະພັນແມ່ຍິງລາວ ໄດ້ມີກົດລະບຽບ ແລະ ຂໍ້ກໍານົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ
ສະຫະພັນແມ່ຍິງແຕ່ລະຂັ້ນ, ມີກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ ເປັນບ່ອນອີງໃນການເຄື່ອນໄຫວຂອງການຈັດຕັ້ງສະຫະພັນແມ່ຍິງ. ພ້ອມນີ້ ສະຫະພັນແມ່ຍິງລາວ ຍັງໄດ້ມີສື່ມວນຊົນຈໍານວນໜຶ່ງເປັນຂອງຕົນເອງ ເຮັດໜ້າທີ່ເປັນກະບອກສຽງໃນການໂຄສະນາແນວທາງນະໂຍບາຍຂອງພັກ, ລັດ, ຂອງສະຫະພັນແມ່ຍິງລາວ, ການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ການສົ່ງເສີມຄວາມກ້າວໜ້າ, ການປະຕິບັດສິດສະເໝີພາບຍິງ-ຊາຍ ແລະ ພັດທະນາແມ່ຍິງ ເປັນຕົ້ນແມ່ນໜັງສືພິມແມ່ຍິງລາວ, ວາລະສານສາວລາວ, ລາຍການວິທະຍຸ, ລາຍການໂທລະພາບ, ຢູທູບ, ເວັບໄຊ ແລະ ເຟດບຸກ. ສະຫະພັນແມ່ຍິງແຕ່ລະຂັ້ນ ໄດ້ເອົາໃຈໃສ່ປຸກລະດົມແຫຼ່ງທຶນຈາກອົງການຈັດຕັ້ງສັງຄົມ, ສາກົນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຊຸກຍູ້ສົ່ງເສີມແມ່ຍິງເຂົ້າຮ່ວມໃນການສ້າງເສດຖະກິດ ໂດຍເລີ່ມຈາກຄອບຄົວ, ແມ່ຍິງເປັນເຈົ້າຂອງທຸລະກິດເພີ່ມຂຶ້ນ ແລະ ເປັນກໍາລັງແຮງທີ່ສໍາຄັນໃນການຜະລິດກະສິກໍາ, ຫັດຖະກໍາ, ການບໍລິການ, ການ
ຜະລິດສິນຄ້ານັບມື້ນັບຫຼາຍຂຶ້ນ; ຈັດຝຶກອົບຮົມຍົກລະດັບຄວາມຮູ້ກ່ຽວກັບການພັດທະນາ ແລະ ການຄຸ້ມຄອງບໍລິຫານທຸລະກິດຂະໜາດນ້ອຍ, ການວາງແຜນລິເລີ່ມໃນການເຮັດທຸລະກິດຂະໜາດນ້ອຍ, ຂະໜາດກາງ; ການຕັດຫຍິບ, ຕໍ່າຫູກ, ຈັກສານ, ການປູກເຫັດ, ປູກຜັກປອດສານເຄມີ, ການສ້າງກຸ່ມທ້ອນເງິນຂັ້ນ
ບ້ານ ແລະ ອົບຮົມສັດຕະວະແພດຂັ້ນບ້ານໃຫ້ສະຫະພັນແມ່ຍິງແຂວງ, ເມືອງ, ບ້ານເປົ້າໝາຍ; ຝຶກສີມືແຮງງານໃຫ້ແກ່ແມ່ຍິງທີ່ທຸກຍາກ ແລະ ດ້ອຍໂອກາດ; ຈັດຝຶກອົບຮົມການນໍາໃຊ້ຄອມພິວເຕີ, ການນໍາໃຊ້ລະບົບອອນລາຍ ເພື່ອເພີ່ມໂອກາດທາງດ້ານເສດຖະກິດສໍາລັບຜູ້ປະກອບການແມ່ຍິງ, ການໃຫ້ຄວາມຮູ້ທາງດ້ານການຕະຫຼາດ ແລະ ອື່ນໆ.
ໃນຊຸມປີຕໍ່ໜ້ານີ້ ຄະນະສະຫະພັນແມ່ຍິງທຸກຂັ້ນ ແລະ ສະມາຊິກສະຫະພັນແມ່ຍິງລາວ, ແມ່ຍິງລາວບັນດາເຜົ່າ ຈະຕ້ອງເອົາໃຈໃສ່ເສີມຂະຫຍາຍມູນເຊື້ອຂອງສະຫະພັນແມ່ຍິງລາວ ເຂົ້າໃການເຄື່ອນໄຫວປະຕິບັດພາລະບົດບາດໜ້າທີ່ຂອງຕົນໃຫ້ເລິກເຊິ່ງ, ກວ້າງຂວາງກວ່າເກົ່າ ໂດຍເອົາໃຈໃສ່ ດັ່ງນີ້:
- ສືບຕໍ່ຖືສໍາຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນສະໜາມຮົບແຖວໜ້າອັນໜຶ່ງໃນວຽກງານຂອງພັກເຮົາໃນໄລຍະໃໝ່; ຄະນະສະຫະພັນແມ່ຍິງລາວແຕ່ລະຂັ້ນ ຕ້ອງເອົາໃຈໃສ່ສຶກສາອົບຮົມຖັນແຖວສະມາຊິກສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ໃຫ້ຮັບຮູ້, ເຂົ້າໃຈ ໂດຍນໍາໃຊ້ຫຼາຍຮູບການ, ຫຼາຍເນື້ອໃນ ເພື່ອຫັນປ່ຽນຈາກຈິນຕະນາການເກົ່າໄປສູ່ຈິນຕະນາການໃໝ່. ຄຽງຄູ່ກັນນັ້ນ ແມ່ຍິງລາວກໍຕ້ອງເປັນເຈົ້າການໃນການຍົກລະດັບທາງດ້ານການສຶກສາ, ຊອກຮູ້ຮໍ່າຮຽນທິດສະດີການ ເມືອງ, ແນວທາງນະໂຍບາຍຂອງພັກ, ເຕັກນິກ-ວິທະຍາສາດ; ເອົາໃຈໃສ່ພັດທະນາຕົນເອງທາງດ້ານແນວຄິດຈິດໃຈ ເພື່ອຮັກສາ ແລະ ເສີມຂະຫຍາຍມູນເຊື້ອທີ່ເປັນເອກະລັກອັນດີງາມຂອງແມ່ຍິງ ກໍຄືຂອງຊາດ, ກ້າຕໍ່ສູ້ກັບສິ່ງທີ່ກີດຂວາງຕໍ່ການພັດທະນາຕົນເອງ, ຂຸດຄົ້ນ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງແມ່ຍິງເຮົາ, ນໍ້າໃຈຂະຫຍັນຫ້າວຫັນປະຕິວັດ, ສິດເປັນເຈົ້າລວມໝູ່ ແລະ ສິດເສລີພາບຂອງແມ່ຍິງຢ່າງເຕັມສ່ວນ.
- ປັບປຸງການຈັດຕັ້ງ, ແບບແຜນວິທີນໍາພາ, ວິທີເຮັດວຽກຂອງສະຫະພັນແມ່ຍິງແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ຕິດແທດກັບຮາກຖານ, ການເຮັດວຽກໃຫ້ມີແຜນການ, ແຜນງານ, ໂຄງການລະອຽດ, ມີການຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ, ຕີລາຄາສະຫຼຸບຖອດຖອນບົດຮຽນໃນແຕ່ລະໄລ ຍະຢ່າງພາວະວິໄສ; ປັບປຸງບັນດາກົງຈັກໃຫ້ກະທັດຮັດ, ສັບຊ້ອນພະນັກງານໃຫ້ຖືກກັບຄວາມຮູ້, ຄວາມສາມາດ, ພອນສະຫວັນ ແລະ ແທດເໝາະກັບຄວາມຮຽກຮ້ອງຕົວຈິງຂອງວຽກງານໃນໄລຍະໃໝ່; ຂະຫຍາຍການຈັດຕັ້ງ ແລະ ສະມາຊິກສະຫະພັນແມ່ຍິງລາວໃຫ້ກວມເອົາແມ່ຍິງຢູ່ຕົວເມືອງ, ເຂດຊົນນະ ບົດ, ສະຖາບັນການສຶກສາ, ໂຮງຈັກ, ໂຮງງານ, ວິສາຫະກິດ, ຫົວໜ່ວຍທຸລະກິດຂອງລັດ ແລະ ເອກະຊົນ ເພື່ອໃຫ້ແມ່ຍິງໃນທຸກສາຂາອາຊີບໄດ້ເຂົ້າເປັນສະມາຊິກ ແລະ ເຂົ້າໃນການຈັດຕັ້ງສະຫະພັນແມ່ຍິງຫຼາຍຂຶ້ນ; ສືບຕໍ່ຫັນລົງສູ່ຮາກຖານຢ່າງແຂງແຮງ, ປຸກລະດົມຊຸກຍູ້, ຕິດຕາມຂະບວນການ, ກໍາແໜ້ນຮາກຖານ, ປະຕິບັດຂໍ້ກໍານົດ, ກົດລະບຽບ, ຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງແຕ່ລະຂັ້ນໃຫ້ເປັນເອກະພາບ ແຕ່ສູນກາງລົງຮອດທ້ອງຖິ່ນ; ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ພະນັກ
ງານເພດຍິງ, ສະມາຊິກສະຫະພັນແມ່ຍິງໄດ້ມີໂອກາດບໍາລຸງຍົກລະດັບທິດສະດີການເມືອງ-ການປົກຄອງ, ວິຊາສະເພາະ, ວິຊາຊີບ, ພາສາຕ່າງປະເທດ; ຝຶກອົບຮົມໄລຍະສັ້ນ-ໄລຍະຍາວຢູ່ພາຍໃນ ແລະ ຕ່າງປະ ເທດ ເພື່ອສ້າງພະນັກງານເພດຍິງທີ່ມີຄວາມຮູ້, ຄວາມສາມາດໃນທຸກຂົງເຂດວຽກງານ. - ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ ຕ້ອງເອົາໃຈໃສ່ຄົ້ນຄວ້າ, ຮໍ່າຮຽນ ແລະ ໝູນໃຊ້ແນວຄິດ ໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງຂອງຕົນ ໂດຍສະເພາະແມ່ນແບບຢ່າງຄວາມສາມັກຄີເປັນບັນຫາໃຈກາງ, ແບບແຜນວິທີເຮັດວຽກຢ່າງມີຫຼັກການ, ຮັບປະກັນລັກສະນະວິທະຍາສາດ, ການເຮັດວຽກຕ້ອງສະແດງອອກຕາມຄວາມຈິງພາວະວິໄສ, ຈັດຕັ້ງປະຕິບັດຢ່າງເອກະພາບ, ທິດສະດີໄປພ້ອມກັບພຶດຕິກໍາ, ພຶດຕິກໍາຕ້ອງໄດ້ພິສູດເຖິງຄວາມຖືກຕ້ອງທາງດ້ານທິດສະດີ, ເວົ້າໄປຄຽງຄູ່ກັບການກະທໍາ; ການເຮັດວຽກມີການວາງແຜນ, ແຜນງານ, ໂຄງການລະອຽດ, ມີການຄາດຄະເນລ່ວງໜ້າ, ເຮັດວຽກມີລະບົບການແບ່ງງານ, ແບ່ງຄວາມຮັບຜິດຊອບ, ມີກົນໄກການປະສານສົມທົບກັບພາກສ່ວນຕ່າງໆຢ່າງແໜ້ນແຟ້ນ, ມີການສະຫຼຸບສ່ອງແສງ, ລາຍງານຢ່າງເປັນລະບົບ ແລະ ມີການຕິດຕາມກວດກາຢ່າງຮອບຄອບ ແລະ ຕໍ່ເນື່ອງ.
- ໂຄສະນາເຜີຍແຜ່ ແລະ ເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ມູນເຊື້ອຕໍ່ສູ້ພິລະອາດຫານ, ມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານ ແລະ ມູນເຊື້ອອະນຸລັກວັດທະນະທໍາອັນດີງາມຂອງຊາດ ແລະ ຂອງແມ່ຍິງລາວ ສະແດງອອກໃນກິລິຍາມາລະຍາດ, ການນຸ່ງຖືແຕ່ງກາຍ, ການຮ້ອງລໍາທໍາເພງ, ການຟ້ອນ, ການຈັດຕັ້ງພິທີກໍາທາງສາສະໜາ, ຮີດຄອງປະເພນີ… ແມ່ຍິງໄດ້ກາຍເປັນຜູ້ສືບທອດ, ປົກປັກຮັກສາມູນມໍລະດົກວັດທະນະທໍາອັນດີງາມຂອງຊາດ ຖ່າຍທອດຈາກຮຸ່ນສູ່ຮຸ່ນ ຈົນເທົ່າທຸກວັນນີ້.
- ປະສານສົມທົບກັບຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ແນວລາວສ້າງຊາດ ແລະ ອົງການ ຈັດຕັ້ງມະຫາຊົນ ເພື່ອຂຶ້ນແຜນກໍານົດກໍ່ສ້າງພະນັກງານເພດຍິງແຕ່ລະຂັ້ນ, ສ້າງຖັນແຖວພະນັກງານເພດຍິງໃຫ້ມີຄວາມເຂັ້ມແຂງ, ກ້າວໜ້າໃນທຸກດ້ານ, ເຮັດໃຫ້ແມ່ຍິງຜູ້ມີມາດຕະຖານເງື່ອນໄຂຄົບຖ້ວນ ໄດ້ບັນຈຸເຂົ້າໃນແຜນກໍານົດ, ບັນຈຸສັບຊ້ອນເຂົ້າໃນຕໍາແໜ່ງພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ ໂດຍສະ ເພາະຢູ່ຂັ້ນທ້ອງຖິ່ນໃຫ້ເພີ່ມຂຶ້ນ; ສ້າງເງື່ອນໄຂໃຫ້ພະນັກງານເພດຍິງຊົນເຜົ່າ ໄດ້ບັນຈຸສັບຊ້ອນເຂົ້າໃນ ຕໍາແໜ່ງນໍາພາ, ຕັດສິນບັນຫາສໍາຄັນຂອງຊາດ, ຂອງແຕ່ລະຂົງເຂດໃຫ້ນັບມື້ນັບຫຼາຍຂຶ້ນ; ສ້າງເງື່ອນໄຂໃຫ້ສະຫະພັນແມ່ຍິງ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່, ປົກປ້ອງສິດຜົນປະໂຫຍດອັນຊອບ
ທໍາຂອງແມ່ຍິງ ແລະ ເດັກ, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ ທີ່ໄດ້ກໍານົດໃນກົດໝາຍ ແລະ ກົດລະບຽບສະຫະພັນແມ່ຍິງລາວໃຫ້ຫຼາຍຂຶ້ນກວ່າເກົ່າ. - ເພີ່ມທະວີການສ້າງຄວາມເຂົ້າໃຈ ແລະ ຖືສໍາຄັນຕໍ່ການປະຕິບັດຄໍາຂວັນ, ຂໍ້ແຂ່ງຂັນ 3 ດີ, ການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ ຕາມທິດ 3 ສ້າງ ໃຫ້ເປັນຂະບວນກວ້າງຂວາງ ເພື່ອພັດທະນາການຈັດຕັ້ງ, ສະມາຊິກສະຫະພັນແມ່ຍິງ, ແມ່ຍິງລາວບັນດາເຜົ່າ, ເຮັດໃຫ້ສະຖາບັນຄອບຄົວ, ສັງຄົມມີຄວາມສະຫງົບ, ປອດໄພ, ສາມາດບຸກທະ ລຸການພັດທະນາທັງ 4 ດ້ານ ຄື: ຮ່າງກາຍ, ແນວຄິດຈິດໃຈ, ການສຶກສາ, ວິຊາຊີບ ແລະ ສີມືແຮງງານ ແນໃສ່ກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ຮູ້ພັດທະນາຕົນເອງ, ພັດທະນາປະເທດຊາດໃຫ້ມີຄວາມກ້າວໜ້າ ແລະ ຍືນຍົງ, ສ້າງຄ່ານິຍົມທີ່ຖືກຕ້ອງ, ຮັກປະເທດຊາດ, ຮັກບ້ານເກີດເມືອງນອນ, ຮັບປະກັນການກໍ່ສ້າງແມ່ຍິງລາວບັນດາເຜົ່າຜູ້ສືບທອດໃຫ້ກາຍເປັນລູກສາວຜູ້ປະເສີດຂອງພັກ ແລະ ຂອງປະເທດຊາດ.
ສະຫະພັນແມ່ຍິງລາວ ແມ່ນອົງການຈັດຕັ້ງມະຫາຊົນໜຶ່ງໃນລະບົບການເມືອງຂອງລະບອບປະຊາ ທິປະໄຕປະຊາຊົນລາວ ໂດຍພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ; ມີພາລະບົດບາດເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກສະຫະພັນແມ່ຍິງລາວ ແລະ
ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ; ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ເສີມຂະຫຍາຍສິດເປັນເຈົ້າຂອງແມ່ຍິງລາວ ແລະ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ; ຮັກສາ ແລະ ສົ່ງເສີມຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ທັງປຸກລະດົມແມ່ຍິງລາວເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ. ສະນັ້ນ ຮຽກຮ້ອງມາຍັງຄະນະພັກ, ຄະນະນໍາສະຫະພັນແມ່ຍິງລາວ
ແຕ່ລະຂັ້ນ ຈົ່ງພ້ອມກັນເພີ່ມທະວີການນໍາພາ-ຊີ້ນໍາ, ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານແມ່ຍິງ ໂດຍສະເພາະແມ່ນບັນດາທິດທາງແຜນການພັດທະນາ, ສົ່ງເສີມ ແລະ ປົກປ້ອງສະມາຊິກສະຫະພັນແມ່ຍິງລາວ, ແມ່ຍິງລາວບັນດາເຜົ່າ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ./.
ຮຽບຣຍງໂດຍ: ນ. ອາລີ ວົງໜໍ່ບຸນທໍາ*
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນກໍລະກົດ ປີ 2025)
* ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ.