
ການພັດທະນາການທ່ອງທ່ຽວໃຫ້ກາຍເປັນເສດຖະກິດປາຍແຫຼມ ແມ່ນການສ້າງການຫັນປ່ຽນໃໝ່ໃນຂົງເຂດວຽກງານທ່ອງທ່ຽວໃຫ້ສາມາດເປັນໃຈກາງໃນການບໍລິການດ້ານການທ່ອງທ່ຽວ ແນໃສ່ດຶງດູດນັກທ່ອງທ່ຽວ, ຊຸກຍູ້ເຮັດໃຫ້ການທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ, ວັດທະນະທຳໄດ້ຫຼາຍຂຶ້ນ; ເປັນການປັບປຸງຄຸນນະພາບດ້ານການບໍລິການການທ່ອງທ່ຽວທີ່ມີຄວາມທັນສະໄໝ, ວ່ອງໄວ ແລະ ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ. ປັດຈຸບັນ ວຽກງານທ່ອງທ່ຽວໄດ້ກາຍເປັນຂະແໜງອຸດສາຫະກຳທາງດ້ານເສດຖະກິດທີ່ສາມາດດຶງດູດນັກທ່ອງທ່ຽວ ແລະ ສ້າງລາຍຮັບເຂົ້າປະເທດ, ທັງເຊື່ອມໂຍງກັບຫຼາຍຂະແໜງການ ເປັນຕົ້ນ: ການລົງທຶນ, ການຄ້າ, ການສຶກສາຮຽນຮູ້, ການພົວພັນສາກົນ ແລະ ອື່ນໆ. ທຸກໆ ປະເທດໃນໂລກ ລ້ວນແລ້ວແຕ່ໃຫ້ຄວາມສຳ ຄັນຕໍ່ວຽກງານທ່ອງທ່ຽວ ແລະ ໄດ້ສຸມໃສ່ພັດທະນາວຽກງານດັ່ງກ່າວຢ່າງຕັ້ງໜ້າ ດ້ວຍການອະນຸລັກຮັກສາ ແລະ ພັດທະນາສະຖານທີ່ທ່ອງທ່ຽວທາງທຳມະຊາດ, ທາງປະຫວັດສາດ ແລະ ປະດິດສ້າງສິ່ງໃໝ່ໆ ທີ່ເຮັດໃຫ້ແຫຼ່ງທ່ອງທ່ຽວກາຍເປັນສະຖານທີ່ທ່ອງທ່ຽວທີ່ມີລັກ ສະນະຄົບວົງຈອນ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາປະເທດໃຫ້ໄດ້ຫຼາຍທີ່ສຸດ. ສຳລັບປະເທດເຮົາ ເປັນປະເທດໜຶ່ງທີ່ມີຄວາມອຸດົມສົມບູນດ້ານການທ່ອງທ່ຽວ ເຊັ່ນ: ມີພູຜາປ່າດົງ, ຫ້ວຍນໍ້າລຳເຊ, ມີປະຫວັດສາດການຕໍ່ສູ້ອັນຍືດເຍື້ອຍາວນານທີ່ສະແດງໃຫ້ເຫັນເຖິງຄວາມສະຫຼາດຫຼັກແຫຼມ ຂອງຜູ້ນຳປະຕິວັດ ແລະ ມີຮ່ອງຮອຍວັດທະນະທຳ ກໍຄືຮີດຄອງປະເພນີຂອງປະຊາຊົນລາວບັນດາເຜົ່າທີ່ແຕກຕ່າງກັນ. ທັງໝົດນັ້ນເປັນທ່າແຮງຂອງປະເທດເຮົາທີ່ຈະດຶງດູດນັກທ່ອງທ່ຽວ ແລະ ພັດທະນາການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມທີ່ຈະນຳເອົາເງິນຕາຕ່າງປະເທດເຂົ້າມາຢ່າງມະຫາສານ.
ການທ່ອງທ່ຽວມີຄວາມສຳຄັນຕໍ່ເສດຖະກິດ-ສັງຄົມຂອງຊາດ, ທັງກະຈາຍລາຍຮັບໃຫ້ແກ່ສັງຄົມ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ. ກ່ຽວກັບການທ່ອງທ່ຽວໄດ້ມີຫຼາຍທັດສະນະທີ່ໄດ້ໃຫ້ຄວາມ ໝາຍ ໂດຍສະເພາະຕິດພັນກັບການເດີນທາງ, ການທ່ອງທ່ຽວ ເພື່ອກິດຈະກຳໃດໜຶ່ງ ແລະ ອື່ນໆ ເຊິ່ງອີງຕາມຂໍ້ມູນຈາກປຶ້ມຄູ່ມືການນຳທ່ຽວເຫຼັ້ມທຳອິດທີ່ຂຽນໂດຍ J.A. KLEIN ແລະ ພິມອອກໃນປີ 1839 ໄດ້ເວົ້າເຖິງບົດບັນທຶກການເດີນທາງສະບັບໜຶ່ງ ແລະ ໄດ້ຂຽນໄວ້ວ່າ: ໃນສະຕະວັດທີ XVIII ເພື່ອສຳເລັດການສຶກສາ ນັກສຶກສາປະເທດອັງກິດພາກັນເດີນທາງໄປທ່ຽວຢູ່ປະເທດຝຣັ່ງ ແລະ ພາໃຫ້ເກີດມີຄຳສັບ (Tourist) ຫຼື (ທ່ອງທ່ຽວ) ຂຶ້ນໃນປີ 1800; ປີ 1841 ທ່ານ ໂທມັດສ໌ກຸກ (Thomas Cook) ຊາວອັງ ກິດ ໄດ້ເຫັນຄວາມສຳຄັນຂອງການທ່ອງທ່ຽວ ແລະ ໄດ້ຈັດຕັ້ງການທ່ອງທ່ຽວເປັນໝູ່ລະຫວ່າງເມືອງຕໍ່ເມືອງ ດ້ວຍທາງລົດໄຟ ຈຳນວນ 570 ຄົນ ເພື່ອກິດຈະກຳຕໍ່ຕ້ານການດື່ມເຫຼົ້າ; ປີ 1851 ທ່ານ
ໂທມັດສ໌ ກຸກ ໄດ້ສ້າງບໍລິສັດທ່ອງທ່ຽວ ແລະ ໄດ້ເປີດສຳນັກງານບໍລິສັດໃນ 68 ປະເທດ; ຕໍ່ມາໃນປີ 1893 ທ່ານ ຊານ ຣິດສ໌ (Charles Ritz) ຊາວອັງກິດ ໄດ້ລິເລີ່ມສ້າງໂຮງແຮມທີ່ຫຼູຫຼາ ເພື່ອຮອງຮັບນັກທ່ອງທ່ຽວ; ມາຮອດປີ 1950 ການທ່ອງທ່ຽວລະຫວ່າງຊາດໃນທົ່ວໂລກ ໄດ້ຂະຫຍາຍຕົວແຮງຈົນເຖິງປັດຈຸບັນ. ສະນັ້ນ ເຫັນໄດ້ວ່າ: ການເຄື່ອນໄຫວທາງດ້ານການທ່ອງທ່ຽວຢູ່ໃນໂລກໄດ້ກາຍເປັນຂະບວນການທີ່ພົ້ນເດັ່ນຢ່າງກວ້າງຂວາງ ແລະ ຂະຫຍາຍຕົວຂຶ້ນສູ່ລະດັບສູງ. ເມື່ອເວົ້າເຖິງການທ່ອງທ່ຽວຫຼາຍຄົນອາດໃຫ້ຄວາມໝາຍເປັນພຽງການເຄື່ອນໄຫວຂອງກຸ່ມຄົນ ເພື່ອການພັກຜ່ອນ, ການທ່ຽວຊົມສະຖານທີ່ຕ່າງໆ, ການທັດສະນະສຶກສາ ແລະ ອື່ນໆ, ແຕ່ຄວາມຈິງແລ້ວການທ່ອງທ່ຽວແມ່ນການເຄື່ອນໄຫວທາງດ້ານເສດຖະກິດ-ສັງຄົມ ແລະ ການພົວພັນຕ່າງປະເທດ; ມີຫຼາຍປະເທດໄດ້ໃຫ້ທັດສະນະວ່າ: ການທ່ອງ
ທ່ຽວແມ່ນບໍ່ເກີດອັນສຳຄັນຂອງການສ້າງລາຍຮັບເງິນຕາໃຫ້ແກ່ປະເທດຢ່າງຫຼວງຫຼາຍ, ທັງດຶງດູດການລົງທຶນ, ດຶງດູດແຮງງານ, ເປີດກວ້າງການຄ້າ ແລະ ແກ້ໄຂວຽກເຮັດງານທຳໃຫ້ແກ່ສັງຄົມ, ແມ່ນຮູບແບບການເຄື່ອນໄຫວທີ່ກະຈາຍລາຍຮັບທົ່ວສັງຄົມ, ທັງດຸນດ່ຽງຂາອອກ-ຂາເຂົ້າລະຫວ່າງປະເທດ ແລະ ສ້າງລາຍຮັບເຂົ້າງົບປະມານແຫ່ງຊາດຢ່າງຫຼວງຫຼາຍ. ອົງການທ່ອງທ່ຽວໂລກ (OMT) ໄດ້ນິຍາມວ່າ: “ການ
ທ່ອງທ່ຽວ ແມ່ນການສັງລວມບັນດາປະກົດການ, ບັນດາການພົວພັນທີ່ເກີດຂຶ້ນໃນວິວັດທະນາການຂອງການເຄື່ອນໄຫວໄປມາໃນສະຖານທີ່ໃດໜຶ່ງ, ຈາກສະຖານທີ່ຢູ່ຂອງຕົນໄປຍັງອີກແຫ່ງໜຶ່ງ ເຊິ່ງການເດີນ ທາງນັ້ນບໍ່ມີຈຸດປະສົງເພື່ອປະກອບອາຊີບ ແລະ ຫາລາຍໄດ້”. ການທ່ອງທ່ຽວບໍ່ພຽງແຕ່ເປັນຕົວດຶງດູດເອົາເງິນຕາຈາກນັກທ່ອງທ່ຽວເທົ່ານັ້ນ ແຕ່ຫາກຍັງກໍ່ໃຫ້ເກີດມີການລົງທຶນໂດຍກົງຈາກພາຍໃນ ແລະ ຕ່າງປະເທດ ເຊັ່ນ: ການລົງທຶນສ້າງໂຮງແຮມ, ຣີສອດ, ເຮືອນພັກ, ຮ້ານອາຫານ, ການຂົນສົ່ງ, ການນຳທ່ຽວ, ການຄ້າ ແລະ ພັດທະນາແຫຼ່ງທ່ອງທ່ຽວອີກດ້ວຍ. ບັນດາກິດຈະການດັ່ງກ່າວ ລ້ວນແລ້ວແຕ່ກໍ່ໃຫ້ເກີດມີການຈ້າງງານ, ເຮັດໃຫ້ຊຸມຊົນມີວຽກເຮັດງານທຳ, ມີລາຍໄດ້ເຂົ້າຄອບຄົວ ແລະ ຊ່ວຍປັບປ່ຽນຊີວິດການເປັນຢູ່ຂອງປະຊາຊົນໃນບໍລິເວນໃກ້ຄຽງໃຫ້ນັບມື້ດີຂຶ້ນ. ໂດຍອີງຕາມຂໍ້ມູນຈາກ UN Tourisim ໃນປີ 2025 ມີນັກທ່ອງທ່ຽວທີ່ເດີນທາງໄປທ່ອງທ່ຽວໃນປະເທດຕ່າງໆໃນທົ່ວໂລກເຖິງ 1,52 ພັນລ້ານຄົນ, ໃນນັ້ນ ເຫັນໄດ້ວ່າ ມີ 10 ປະເທດ ທີ່ຕິດໃນອັນດັບພົ້ນເດັ່ນທີ່ມີນັກທ່ອງທ່ຽວໄດ້ເດີນທາງໄປທ່ອງທ່ຽວຫຼາຍສົມຄວນ ເຊັ່ນ: ປະເທດຝຣັ່ງ 102 ລ້ານຄົນ, ແອັດສະປາຍ 93,8 ລ້ານຄົນ, ອາເມລິກາ 72,4 ລ້ານຄົນ, ສປ ຈີນ 64,9 ລ້ານຄົນ, ຕວັກກີ 60,6 ລ້ານຄົນ, ອີຕາລີ 57,9 ລ້ານຄົນ, ແມັກຊີໂກ 45 ລ້ານຄົນ, ຮົງກົງ 45 ລ້ານຄົນ, ອັງກິດ 41,8 ລ້ານຄົນ, ເຢຍລະມັນ37,5 ລ້ານຄົນ ເຊິ່ງເຮັດໃຫ້ເສດ ຖະກິດຂອງບັນດາປະເທດດັ່ງກ່າວ ມີລາຍຮັບຈາກການທ່ອງທ່ຽວເພີ່ມຂຶ້ນ ແລະ ຕອບສະໜອງໃຫ້ແກ່ການ
ສ້າງລາຍຮັບຈາກການທ່ອງທ່ຽວທີ່ນັບມື້ນັບຂະຫຍາຍຕົວ.
ສຳລັບ ສປປ ລາວ, ພັກ ແລະ ລັດຖະບານ ກໍໄດ້ຖືສຳຄັນວຽກງານທ່ອງທ່ຽວ ແລະ ສຸມໃສ່ພັດທະນາຢ່າງຕໍ່ເນື່ອງ ເຮັດໃຫ້ວຽກງານທ່ອງທ່ຽວມີການຂະຫຍາຍຕົວຢ່າງກວ້າງຂວາງ ແລະ ມີຫຼາຍສີສັນ, ສາມາດດຶງດູດນັກທ່ອງທ່ຽວ ແລະ ສ້າງລາຍຮັບຈາກການທ່ອງທ່ຽວໃນແຕ່ລະປີເພີ່ມຂຶ້ນ; ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກປະຊາຊົນປະຕິວັດລາວ ໄດ້ກຳນົດວ່າ: “ການທ່ອງທ່ຽວແມ່ນພາກ ສ່ວນສຳຄັນຂອງການເປີດກວ້າງການພົວພັນກັບພາຍນອກ ທັງເປັນທ່າແຮງອັນໜຶ່ງສຳລັບການສ້າງລາຍຮັບຂອງປະເທດ” ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ II ສະໄໝ VI ໄດ້ກຳນົດວ່າ: “ວຽກງານບໍລິການ ແລະ ການທ່ອງທ່ຽວ ເປັນໜຶ່ງໃນ 8 ແຜນງານບຸລິມະສິດ ເພື່ອພັດທະນາເສດຖະກິດ-ສັງຄົມຂອງປະເທດໃນສະເພາະໜ້າ ແລະ ຍາວນານ”. ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງພັກກໍໄດ້ໃຫ້ຄວາມສຳຄັນວ່າ: “ໃຫ້ບຸລິມະສິດແກ່ການພັດທະນາການທ່ອງທ່ຽວຢ່າງແຂງແຮງດ້ານທຳມະຊາດ, ມູນເຊື້ອວັດທະນະທຳ ແລະ ປະຫວັດສາດໃນທ້ອງຖິ່ນຕ່າງໆ ເຮັດໃຫ້ການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມ ຕິດພັນກັບການບໍລິການທາງຜ່ານປະເທດ”.
ຈາກຄວາມສຳຄັນດັ່ງກ່າວ ເຊິ່ງມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງ ກໍໄດ້ກຳນົດແຈ້ງກ່ຽວກັບການພັດທະນາວຽກງານການທ່ອງທ່ຽວ ໂດຍສະເພາະໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໄດ້ເນັ້ນວ່າ: “ພັດທະນາອຸດສາຫະກຳການທ່ອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດໃໝ່ ທີ່ມີສັກກະຍະພາບຂອງ
ປະເທດ ໂດຍສຸມໃສ່ການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ທ່ອງທ່ຽວກະສິກຳ, ໃນນັ້ນ ຕ້ອງສົມທົບຢ່າງແໜ້ນແຟ້ນ ລະຫວ່າງການສົ່ງເສີມ “ລາວທ່ຽວລາວ” ກັບການດຶງດູດແຂກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ. ດຳເນີນການພັດທະນາແຫຼ່ງທ່ອງທ່ຽວຫຼາຍລະດັບ, ຫຼາຍຮູບແບບ, ສອດຄ່ອງກັບຄວາມອາດສາມາດຕົວຈິງ ຢູ່ແຕ່ລະບ່ອນຄຽງຄູ່ກັບຍູ້ແຮງການພັດທະນາຜະ
ລິດຕະພັນສິນຄ້າພື້ນບ້ານທີ່ເປັນເອກະລັກ ແລະ ຜະລິດຕະພັນດ້ານການບໍລິການທີ່ຫຼາກຫຼາຍຮັບໃຊ້ນັກທ່ອງທ່ຽວ”[1]. ພ້ອມດຽວກັນນັ້ນ ລັດຖະບານກໍໄດ້ສຸມສະຕິປັນຍາ, ທຶນຮອນ, ຍາດແຍ່ງການຊ່ວຍເຫຼືອຈາກພາຍນອກ, ສົ່ງເສີມການຮ່ວມມືຈາກພາຍໃນ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍ, ສ້າງສິ່ງຈູງໃຈເພື່ອດຶງດູດການລົງທຶນ ນັບທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາລົງທຶນພັດທະນາຕາຂ່າຍບໍລິ ການທ່ອງທ່ຽວຢູ່ປະເທດເຮົາໃຫ້ຫຼາຍຂຶ້ນ ເຊິ່ງມາຮອດປັດຈຸບັນ ລັດຖະບານ ກໍໄດ້ປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນໃຫ້ສອດຄ່ອງ ແລະ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການທ່ອງທ່ຽວໃນປີ 2005. ຈາກຄວາມເອົາໃຈໃສ່ຂອງທຸກໆພາກສ່ວນຕໍ່ກັບການພັດທະນາການທ່ອງທ່ຽວ, ເຮັດໃຫ້ການທ່ອງທ່ຽວຢູ່ປະເທດເຮົາມີການຂະຫຍາຍຕົວຂຶ້ນເລື້ອຍໆ. ໃນການພັດທະນາການທ່ອງທ່ຽວແນໃສ່ເພື່ອເປັນເສດຖະກິດປາຍແຫຼມ ໃຫ້ເປັນການຫັນປ່ຽນໄປສູ່ອຸດສາຫະກຳທ່ອງທ່ຽວທີ່ ທັນສະໄໝເທື່ອລະກ້າວນັ້ນ ໃນແຜນພັດທະນາວຽກງານທ່ອງທ່ຽວ 2021-2025 ໄດ້ກຳນົດຈຸດໝາຍລວມວ່າ: “ພັດທະນາ, ສົ່ງເສີມ ແລະ ຄຸ້ມຄອງການທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ທ່ອງທ່ຽວກະສິກຳ ໃຫ້ມີຄຸນນະພາບຕາມທິດສີຂຽວ-ຍືນຍົງ, ເຊື່ອໂຍງເຂົ້າກັບພາກພື້ນ ແລະ ສາກົນ, ກາຍເປັນຂະແໜງເສດຖະກິດນຳໜ້າ ແລະ ປະກອບ ສ່ວນຊ່ວຍໃຫ້ປະຊາຊົນຫຼຸດພົ້ນຈາກຄວາມທຸກຍາກຕາມນະໂຍບາຍຂອງລັດຖະບານ”[2].
ບົນພື້ນຖານນັ້ນ ການພັດທະນາການທ່ອງທ່ຽວ ໃຫ້ກາຍເປັນເສດຖະກິດປາຍແຫຼມ ໂດຍສະເພາະການປັບປຸງຄຸນນະພາບດ້ານການບໍລິການທ່ອງທ່ຽວໄດ້ມີການຫັນປ່ຽນໃໝ່ທີ່ກ້າວໜ້າ, ເຮັດໃຫ້ກົນໄກການບໍລິການມີຄວາມວ່ອງໄວ, ການປະກອບການໄດ້ຮັບຄວາມສະດວກ; ບໍລິສັດທ່ອງທ່ຽວ, ຜູ້ປະກອບການດ້ານການທ່ອງທ່ຽວ ໄດ້ປະກອບສ່ວນໃນການພັດທະນາດ້ານການທ່ອງທ່ຽວ. ຜ່ານການຈັດຕັ້ງປະຕິບັດວຽກງານທ່ອງທ່ຽວໃນປີ 2024 ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໄດ້ 7 ລ້ານກວ່າເທື່ອຄົນ (ເພີ່ມຂຶ້ນລື່ນຄາດໝາຍ ຖ້າທຽບໃສ່ປີ 2023), ໃນນັ້ນ ນັກທ່ອງທ່ຽວພາຍໃນມີຈໍານວນ 3.904.483 ເທື່ອຄົນ ເພີ່ມຂຶ້ນເຖິງ 102%, ສາມາດກະຈາຍລາຍຮັບຈາກການທ່ອງທ່ຽວໄດ້ເຖິງ 632 ລ້ານກວ່າໂດລາສະຫະລັດ ແລະ ນັກທ່ອງທ່ຽວສາກົນມີ 4.120.832 ເທື່ອຄົນ ເພີ່ມຂຶ້ນ 21%, ສາມາດກະຈາຍລາຍຮັບໄດ້ເຖິງ 1,1 ຕື້ກວ່າໂດລາສະຫະລັດ.
ປີ 2025 ໂດຍສະເພາະແຕ່ເດືອນມັງກອນຫາເດືອນສິງຫາ ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປລາວ ທັງໝົດ 3.061.928 ເທື່ອຄົນ ອັນໄດ້ເຮັດໃຫ້ສະພາບການທ່ອງທ່ຽວມີຄວາມຄຶກຄື້ນ ໂດຍສະເພາະຢູ່ຕາມແຫຼ່ງທ່ອງທ່ຽວທີ່ໂດດເດັ່ນຂອງສປປ ລາວ ເຊັ່ນ: ນະຄອນຫຼວງວຽງຈັນ, ວັງວຽງ, ເມືອງເຟືອງ, ຫຼວງພະບາງ, ຈຳປາສັກ ແລະ ສະຖານທີ່ອື່ນໆ.
ເພື່ອພັດທະນາການທ່ອງທ່ຽວຢູ່ປະເທດເຮົາໃຫ້ກາຍເປັນອຸດສາຫະກຳທີ່ຄົບຊຸດ ແລະ ເປັນເສດຖະ ກິດປາຍແຫຼມນັ້ນ ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ພັດທະນາໃນຫຼາຍດ້ານ ໂດຍສະເພາະແມ່ນຂອດການບໍລິການດ້ານຕ່າງໆໃຫ້ມີຄຸນນະພາບໃໝ່ ເພື່ອສາມາດດຶງດູດນັກທ່ອງທ່ຽວທີ່ນັບມື້ນັບເພີ່ມຂຶ້ນ; ຖືເອົາການສ້າງຄ່ານິຍົມ, ຄວາມນິຍົມຊົມຊອບ ຫຼື ຄວາມປະທັບໃຈຂອງນັກທ່ອງທ່ຽວເປັນອັນຕັດສິນ, ປັບປຸງແຫຼ່ງ
ທ່ອງທ່ຽວໃຫ້ມີຄວາມສວຍງາມ, ທັນສະໄໝ, ອີກປັດໄຈທີ່ສຳຄັນແມ່ນການບໍລິການ ແລະ ຮັບປະກັນຄວາມປອດໄພໃຫ້ນັກທ່ອງທ່ຽວ. ດັ່ງນັ້ນ ການພັດທະນາການທ່ອງທ່ຽວໃຫ້ໄປ ສູ່ລະດັບສູງ ແລະ ກາຍ ເປັນປັດໄຈຊຸກຍູ້ໃຫ້ ແກ່ການພັດທະນາເສດຖະກິດ-ສັງຄົມ ຕ້ອງພັດທະນາສອງດ້ານໄປພ້ອມກັນ ຄື: “ແຫຼ່ງທ່ອງທ່ຽວ ແລະ ການບໍລິການ”. ການບໍລິການລວມມີຫຼາຍດ້ານ ນັບທັງການພົວພັນປະສານງານ, ການຂົນສົ່ງ, ສະຖານທີ່ພັກແຮມ, ການກິນດື່ມ, ການນຳທ່ຽວ ແລະ ຄວາມສະດວກຢູ່ໃນສະຖານທີ່ທ່ອງທ່ຽວຕ່າງໆ; ການບໍລິການທຸກຢ່າງຕ້ອງຮັບປະກັນຄວາມວ່ອງໄວທັນການ, ມີຄວາມຊື່ສັດ, ບໍ່ສວຍໂອກາດ, ບໍ່ເອົາປຽບນັກທ່ອງທ່ຽວ.
ໃນໄລຍະຜ່ານມາ ການບໍລິການທ່ອງທ່ຽວຢູ່ປະເທດເຮົາ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ໄດ້ຮັບການຄຸ້ມຄອງຈາກລັດຖະບານເປັນຢ່າງດີ, ຜູ້ປະກອບການ ກໍຄືບັນດາບໍລິສັດທ່ອງທ່ຽວໄດ້ເຄື່ອນໄຫວຕາມລະບຽບການ ແລະ ປະກອບສ່ວນຢ່າງຕັ້ງໜ້າຕໍ່ການພັດທະນາການທ່ອງທ່ຽວຢູ່ປະເທດເຮົາ ເຮັດໃຫ້ວຽກງານການທ່ອງທ່ຽວມີການຂະຫຍາຍຕົວ, ທັງມີຫຼາຍສີສັນສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນໃນແຕ່ລະປີ. ການພັດທະນາການທ່ອງທ່ຽວໃຫ້ກາຍເປັນເສດຖະກິດປາຍແຫຼມເຖິງຈະມີການພັດທະນາໃນລະດັບດີແລ້ວກໍຕາມ ແຕ່ກໍຍັງມີຫຼາຍດ້ານຄວນໄດ້ຮັບການປັບປຸງຢ່າງຈິງຈັງ ໂດຍສະເພາະແມ່ນຂອດການບໍລິການທ່ອງທ່ຽວ; ຕາມທັດສະນະຂອງຜູ້ຂຽນຄວນເອົາໃຈໃສ່ບາງບັນຫາ ດັ່ງນີ້:
– ສ້າງ ແລະ ປັບປຸງບັນດານິຕິກຳຕ່າງໆທີ່ປະກາດໃຊ້ແລ້ວໃຫ້ມີເນື້ອໃນຮັດກຸມ, ມີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດ, ມີຄວາມແທດເໝາະກັບສະພາບຄວາມເປັນຈິງຂອງປະເທດເຮົາ ກໍຄືສະພາບການຂອງໂລກໃນປັດຈຸບັນ.
– ປັບປຸງກົນໄກການບໍລິການທ່ອງທ່ຽວ ໂດຍສ້າງເງື່ອນໄຂສະດວກໃນການເຂົ້າ-ອອກປະເທດ, ມີຄວາມວ່ອງໄວ, ຄວາມໂປ່ງໃສໃນການເສຍຄ່າວີຊ່າ ແລະ ຄ່າທຳນຽມຕ່າງໆ; ກວດກາຄືນການຈັດປະເພດໂຮງແຮມ, ເຮືອນພັກ-ຣີສອດ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວໃຫ້ໄດ້ຕາມມາດຕະຖານສາກົນ.
– ບຳລຸງ-ກໍ່ສ້າງພະນັກງານໃນຂະແໜງການທ່ອງທ່ຽວຢ່າງເປັນລະບົບ ແລະ ຕໍ່ເນື່ອງ ໂດຍສະ ເພາະແມ່ນພະນັກງານນຳທ່ຽວ, ພະນັກງານທີ່ສະໜອງຂໍ້ມູນຕ່າງໆໃຫ້ແກ່ນັກທ່ອງທ່ຽວທີ່ປະຈຳຢູ່ແຫຼ່ງທ່ອງທ່ຽວຕ່າງໆ ຕ້ອງມີຄວາມຮູ້ດ້ານປະຫວັດສາດ, ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ ແລະ ກຳແໜ້ນບັນດານິຕິກຳຂອງພັກ-ລັດ ທີ່ກ່ຽວຂ້ອງກັບວຽກງານການທ່ອງທ່ຽວ.
– ສຶກສາອົບຮົມບັນດາຜູ້ປະກອບການດ້ານການບໍລິການທ່ອງທ່ຽວຢ່າງຕໍ່ເນື່ອງ ເປັນຕົ້ນ: ຜູ້ປະກອບການຮ້ານອາຫານ, ໂຮງແຮມ, ເຮືອນພັກ-ຣີສອດ ແລະ ປະຊາຊົນທີ່ຢູ່ໃກ້ຄຽງສະຖານທີ່ທ່ອງທ່ຽວ ເພື່ອພ້ອມກັນປົກປັກຮັກສາພາບພົດອັນດີ ໂດຍບໍ່ສວຍໂອກາດ, ບໍ່ເອົາປຽບນັກທ່ອງທ່ຽວ ແລະ ສົ່ງເສີມໃຫ້ປະຊາຊົນມີສ່ວນຮ່ວມໃນການປົກປັກຮັກສາ ແລະ ພັດທະນາແຫຼ່ງທ່ອງທ່ຽວ ດ້ວຍການສ້າງວຽກເຮັດງານ
ທຳ ແລະ ສ້າງລາຍຮັບຈາກການທ່ອງທ່ຽວ.
– ປັບປຸງແບ່ງຂັ້ນຄຸ້ມຄອງບັນດາແຫຼ່ງທ່ອງທ່ຽວໃຫ້ແຕ່ລະຂັ້ນຄຸ້ມຄອງຢ່າງຈະແຈ້ງ ໂດຍສະເພາະແຫຼ່ງທ່ອງທ່ຽວທຳມະຊາດ, ປະຫວັດສາດ, ວັດທະນະທຳຢູ່ແຕ່ລະທ້ອງຖິ່ນ ແລະ ວາງກົດລະບຽບການຄຸ້ມ
ຄອງຢ່າງຮັດກຸມ ທັງປະຕິບັດຕໍ່ຜູ້ທີ່ລະເມີດຢ່າງເຂັ້ມງວດ.
ເວົ້າລວມແລ້ວ ການພັດທະນາການທ່ອງທ່ຽວມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພາະເປັນປັດໄຈໃນການສ້າງລາຍຮັບ ແລະ ກະຈາຍລາຍໄດ້ໃຫ້ແກ່ສັງຄົມ; ຖ້າການທ່ອງທ່ຽວໄດ້ຮັບການພັດທະນາສູ່ລະດັບສູງ ແລະ ມີການບໍລິການທີ່ດີ ແນ່ນອນຈະເຮັດໃຫ້ການທ່ອງທ່ຽວກາຍເປັນອຸດສາຫະກຳທີ່ສ້າງລາຍຮັບເຂົ້າປະເທດ, ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມນັບມື້ເຕີບໂຕ ແລະ
ຂະຫຍາຍຕົວ, ເຮັດໃຫ້ປະຊາຊົນມີວຽກເຮັດງານທຳ ແລະ ເສີມຂະຫຍາຍຄຸນຄ່າຍອດຍິ່ງໃນການອະນຸລັກ-ຮັກສາແຫຼ່ງທ່ອງທ່ຽວຕ່າງໆຕິດພັນກັບການພັດທະນາທີ່ຍືນຍົງ. ສະນັ້ນ ການພັດທະນາການທ່ອງທ່ຽວຢູ່ປະເທດເຮົາ ໃຫ້ກາຍເປັນເສດຖະກິດປາຍແຫຼມ, ບັນລຸໄດ້ລະດັບຄາດໝາຍຂອງການພັດທະນາດ້ານການ
ທ່ອງທ່ຽວ ໂດຍສະເພາະຍຸດທະສາດວຽກງານທ່ອງທ່ຽວ ຕິດພັນກັບການປັບປຸງຂອດການບໍລິການທີ່ມີຄຸນນະພາບ ເພື່ອດຶງດູດນັກທ່ອງທ່ຽວ, ໃນນັ້ນ ຖືເອົາການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງການທ່ອງ ທ່ຽວ, ຮູບແບບ ແລະ ສີສັນການທ່ອງທ່ຽວ, ການໂຄສະນາຊວນເຊື່ອ, ການມີສ່ວນຮ່ວມຂອງປະຊາຊົນ, ອັນສຳຄັນທີ່ສຸດແມ່ນການປັບປຸງຂອດການບໍລິການໃຫ້ດີຂຶ້ນ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ, ສ້າງຄ່ານິຍົມ, ຄວາມນິຍົມຊົມຊອບໃນການມາທ່ອງທ່ຽວຢູ່ປະເທດເຮົານັບມື້ນັບຫຼາຍຂຶ້ນເທື່ອລະກ້າວ./.
[1] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 52.
[2] ປຶ້ມແຜນພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໜ້າ 65.
ຄູນທົນ ໄຊທິເລີດ
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນທັນວາ ປີ 2025)