ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອຮັບປະກັນໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ຍືນຍົງ
ພັກເຮົາເວລາໃດກໍຖືເອົາວຽກງານແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນພາລະກຳປະຫວັດສາດຂອງພັກ, ເປັນໜ້າທີ່ບຸລິມະສິດຂອງລັດຖະບານ ແລະ ເປັນໜ້າທີ່ຂອງທົ່ວປວງຊົນ; ຖືເອົາການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເປັນຍຸດທະສາດຍາວນານໃນການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິ ປະໄຕ ປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ ທັງແມ່ນຄວາມຈຳເປັນພາວະວິໄສ ເພື່ອເຮັດໃຫ້ປະເທດຊາດມີຄວາມໝັ້ນຄົງ ...