ການຮ່ວມມືເພື່ອພັດທະນາວັດທະນະທໍາແບບກົມກຽວ, ຍືນຍົງ

ວຽກງານວັດທະນະທໍາ ເປັນໃຈກາງແຫ່ງການສື່ສານຄວາມສໍາພັນເຂົ້າ​ໃຈ​ເຊິ່ງ​ກັນແລະກັນຂອງບັນ ດາປະເທດໃນເວທີຕ່າງໆຂອງພາກພື້ນ ແລະ ສາກົນ ໃນການອະນຸລັກຮັກສາ ແລະ ສົ່ງເສີມວິຖີຊີວິດວັດ ທະນະທໍາຂອງມວນມະນຸດໃນໂລກທີ່ມີຄວາມຫຼາກຫຼາຍທາງເຊື້ອຊາດ, ຄວາມເຊື່ອຖື, ສາສະໜາ, ຮີດ ຄອງປະເພນີ, ເອກະລັກຂອງແຕ່ລະປະເທດ ແລະ ອື່ນໆ ບົນພື້ນຖານການເຄົາລົບອະທິປະໄຕຂອງແຕ່ລະຊາດ. ການພັດທະນາວັດທະນະທຳແບບກົມກຽວ, ຍືນຍົງ ແມ່ນມີຄວາມໝາຍສໍາຄັນ ແລະ ຈໍາເປັນ ເຊິ່ງເປັນເປົ້າ​ໝາຍລວມຂອງການພັດທະນາແບບຍືນຍົງຂອງທຸກປະເທດໃນໂລກ ໂດຍພື້ນຖານຂອງແນວຄິດການພັດທະນາແບບຍືນຍົງ ຈະຂຶ້ນຢູ່ກັບຄວາມສໍາພັນລະຫວ່າງ 3 ປັດໄຈ ຄື: ສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມ. ສະ​ນັ້ນ ເພື່ອເຮັດໃຫ້ການພັດທະນາວັດທະນະທໍາກົມກຽວ ທັງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມມີ​ຄວາມຍືນຍົງ ມັນຮຽກຮ້ອງທຸກພາກສ່ວນໃຫ້ມີສ່ວນຮ່ວມໃນການພັດທະນາ ທັງລະ ດັບທ້ອງຖິ່ນ, ລະດັບຊາດ, ພາກພື້ນ ແລະ ສາກົນ.

ການຮ່ວມມືເພື່ອພັດທະນາວັດທະນະທໍາແບບກົມກຽວ, ຍືນຍົງ ແມ່ນການເຊື່ອມໂຍງສາກົນ ແລະ ການເຊື່ອມຈອດກັບພາກພື້ນ, ແມ່ນ​ການເປີດປະຕູສູ່ໂລກພາຍນອກ. ບົນ​ພື້ນ​ຖານ​ຄວາມ​ສຳ​ຄັນ​ດັ່ງ​ກ່າວ ພັກເຮົາ ໄດ້​ຖືສໍາຄັນໃນການສ້າງຄວາມສີວິໄລທາງດ້ານວັດຖຸ ແລະ ຈິດໃຈຢ່າງກົມກຽວກັນ, ຄຸນຄ່າມູນເຊື້ອທາງວັດທະນະທໍາທີ່ເປັນເອກະລັກຂອງຊາດ ກໍຄືຂອງແຕ່ລະເຜົ່າໄດ້ຖືກຮັບຮູ້, ອະນຸລັກຮັກສາ, ຊຸກຍູ້ສົ່ງເສີມ ແລະ ພັດທະນາເປັນກ້າວໆ ເປັນຕົ້ນແມ່ນການນຸ່ງຖື, ການຂັບລໍາ, ການຕໍ່າຫູກທໍໄໝ, ການຢູ່ການກິນທີ່ເປັນເອກະລັກຂອງບັນດາເຜົ່າ ພ້ອ​ມ​ທັງຈໍາກັດຮັດແຄບຮີດຄອງປະເພນີຈໍານວນ​ໜຶ່ງທີ່ກົດໜ່ວງຖ່ວງດຶງການພັດທະນາ. ປະທານ ໄກສອນ ພົມວິຫານ ໄດ້ໃຫ້​ທັດ​ສະ​ນະວ່າ: “ສູ້ຊົນເອົາວຽກງານວັດທະ ນະທໍາ-ແນວຄິດໄປກ່ອນກ້າວ​ໜຶ່ງ” ແລະ “ການເສຍວັດທະນະທໍາຄືເສຍຊາດ ການຮັກສາວັດທະນະທໍາຄືຮັກຊາດ”. ພ້ອມ​ກັນ​ນີ້ ​ພັກ​ກໍ​ໄດ້ໃຫ້​ທັດ​ສະ​ນະ​ຕໍ່​ການ​ພັດ​ທ​ະ​ນາ​ວັດ​ທະ​ນະ​ທຳ​ວ່າ: “…ຊຸກຍູ້​ສົ່ງ​ເສີມ​ການ​ອະ ນຸລັກ, ປົກ​ປັກ​ຮັກສາ, ຟື້ນ​ຟູ, ສືບ​ທອດ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ ​ແລະ ຄຸນຄ່າ​ມໍລະດົກ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ຂ​​ອງຊາດ​ໃຫ້​ຍືນ​ຍົງ, ສ້າງ​ແບບ​ແຜນ​ດຳລົງ​ຊີວິດ​ວັດທະນະທຳ​ໃໝ່, ພັດທະນາ​ອະລິ​ຍະ​ທຳ​ທາງ​ດ້ານ​ຈິດໃຈ​ຂອງ​ສັງຄົມ, ພ້ອມ​ທັງ​ຮັບ​ເອົາ​ຄຸນຄ່າ​ວັດທະນະທຳ​ທີ່​ກ້າວໜ້າ ​ແລະ ສອດຄ່ອງ​ກັບ​ຍຸກ​ສະໄໝ​ຢ່າງ​ມີ​ການ​ເລືອກ​ເຟັ້ນ, ຕ້ານ​ວັດທະນະທຳ​ທີ່​ເສື່ອ​ມຊາມ, ການ​ເຊື່ອ​ຖື​ງົມງວາຍ ​ແລະ ຫຼ້າ​ຫຼັງ…”[1] ແລະ ໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ​ໄດ້​ໃຫ້​ທັດ​ສະ​ນະ​ຢໍ້າຕື່ມວ່າ: “ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທໍາທີ່ເປັນເອກະລັກຂອງຊາດ ແລະ ພັດທະນາຄວາມສີວິໄລດ້ານຈິດໃຈຂອງສັງຄົມຢ່າງບໍ່ຢຸດຢັ້ງ…ລັດຕ້ອງມີຍຸດທະສາດພັດທະນາດ້ານວັດທະນະທໍາຢ່າງຈະແຈ້ງ ໂດຍຕິດພັນກັບການອະນຸລັກຟື້ນຟູບັນ ດາມໍລະດົກວັດທະນະທໍາທາງວັດຖຸ ແລະ ບໍ່ແມ່ນວັດຖຸຂອງຊາດ ລວມທັງວັດຖຸບູຮານ ແລະ ຮ່ອງຮອຍປະຫວັດສາດ; ສົ່ງເສີມພັດທະນາຍົກລະດັບ ແລະ ຄຸ້ມຄອງການນໍາໃຊ້ພາສາລາວຢ່າງເປັນລະບົບ; ຟື້ນຟູ ແລະ ສົ່ງເສີມເອກະລັກດ້ານສິລະປະວັນນະຄະດີ ກໍຄືຄຸນຄ່າວັດທະນະທໍາດ້ານຈິດໃຈຂອງຊາດ-ຂອງເຜົ່າຢ່າງເປັນລະບົບ; ເອົາໃຈໃສ່ເຜີຍແຜ່ບັນດາຄຸນຄ່າດ້ານຈິດໃຈທີ່ກ້າວໜ້າໃນຍຸກສະໄໝ ເພື່ອຍົກລະດັບການພັດທະນາວັດທະນະທໍາອັນດີງາມທີ່ເປັນເອກະລັກຂອງຊາດໃຫ້ສູງຂຶ້ນ ແລະ ກົມກືນກັບຍຸກສະໄໝ ຄຽງ​ຄູ່​ກັບການພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ເຮົາ”[2].

ໂດຍຍຶດໝັ້ນແນວທາງການເມືອງຂອງພັກໃນການພົວພັນຮ່ວມມືກັບສາກົນ. ​ໃນ​ໄລ​ຍະຜ່ານມາ ພັກ-ລັດຖະ​ບານໄດ້ຕັ້ງໜ້າສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດໃນຫຼາຍຮູບແບບ, ຫຼາຍທິດ, ຫຼາຍຝ່າຍ ແລະ ຕ່າງຝ່າຍຕ່າງມີຜົນປະ ໂຫຍດ; ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບບັນດາປະເທດເພື່ອນມິດຍຸດທະສາດສັງຄົມນິຍົມ. ໃນເງື່ອນໄຂໂລກາພິວັດທີ່ບໍ່ມີພົມແດນໄດ້ກາຍເປັນທ່າອ່ຽງພາວະວິໄສອັນໜຶ່ງຂອງຍຸກສະໄໝ,  ເຮັດໃຫ້ມີການແລກປ່ຽນທາງວັດທະນະທໍາ ແລະ ຄວາມສໍາພັນລະຫວ່າງປະເທດເປັນກິດຈະກໍາ ເພື່ອໃຫ້ປະຊາຊົນໄດ້ມີຄວາມເຂົ້າໃຈມໍລະດົກທາງວັດທະນະທໍາຂອງຊາດອື່ນ, ເຂົ້າໃຈຄວາມຄ້າຍຄື ແລະ ຄວາມແຕກຕ່າງກັນເຊິ່ງເປັນເງື່ອນໄຂໃຫ້ເກີດການເລືອກເຟັ້ນ ແລະ ການພັດທະນາສິ່ງ​ໃໝ່ທາງ​ດ້ານວັດທະນະທໍາທີ່ມີຄຸນຄ່າເໝາະສົມກັບສັງຄົມລາວໃນອະນາຄົດ. ​ໃນ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ແບບກົມ​ກຽວ​, ຍືນ​ຍົງ ອົງການສະຫະປະຊາຊາດໄດ້ພິຈາລະນາ ແລະ ມີມະຕິປະກາດ “ທົດສະວັດໂລກ ເພື່ອການພັດທະນາວັດທະນະທໍາ” ໂດຍເນັ້ນ 4 ເນື້ອໃນຕົ້ນຕໍ ຄື: ❶ ການຍອມຮັບປັດໄຈໃນດ້ານວັດ ທະນະທໍາໃນການພັດທະນາ; ❷ ການສົ່ງເສີມເອກະລັກທາງດ້ານວັດທະນະທໍາ; ❸ ການຂະຫຍາຍຂອບເຂດການຮ່ວມມືທີ່ມີສ່ວນຮ່ວມໃນກິດຈະການດ້ານວັດທະນະທໍາ; ❹ ການສົ່ງເສີມການຮ່ວມມືດ້ານວັດທະນະທໍາລະຫວ່າງປະເທດ.

ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດການ​ຮ່ວມ​ມືເພື່ອພັດ​ທະ​ນາ​ວັດ​ທະ​ນະ​ທຳ​ແບບ​ກົມ​ກຽວ, ຍືນ​ຍົງ ກໍ​ຄືການ​ຈັດ​ຕັ້ງ​ປະ​ຕິ​ບັດຍຸດທະສາດການເຊື່ອມໂຍງສາກົນ ແລະ ການເຊື່ອມຈອດກັບພາກພື້ນ, ການເປີດປະຕູສູ່ໂລກພາຍນອກ ແມ່ນ​ຖື​ເອົາວຽກງານທ່ອງທ່ຽວເປັນກົນໄກສໍາຄັນໃນການຮ່ວມມື, ໃນ​ນັ້ນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເປັນເຈົ້າການໃນການປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຢ່າງຕັ້ງໜ້າ ເພື່ອພ້ອມກັນແກ້ໄຂ້ບັນດາສິ່ງອັດຕັນທີ່ເປັນອຸປະສັກຕໍ່ວຽກງານພັດທະນາການທ່ອງທ່ຽວ, ທັງພ້ອມກັນກໍານົດບັນດາກິດຈະກໍາທ່ອງທ່ຽວຕ່າງໆໃຫ້ມີຄວາມຫຼາກຫຼາຍເພື່ອເປັນການໂຄສະນາ, ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມປະເທດລາວໃຫ້ຫຼາຍຂຶ້ນ; ການຮ່ວມມືໃນການພັດທະນາວັດທະນະທໍາໃນລະດັບພາກພື້ນ ແລະ ສາກົນລັດຖະບານ
ແຫ່ງ ສປປ ລາວ ໄດ້ຍູ້ແຮງການຮ່ວມມືພະຫຸພາຄີ ແລະ ທະວິພາຄີ, ກາຍເປັນສະມາຊິກເປັນທາງການຂອງຫຼາຍອົງການ ຈັດຕັ້ງສາກົນ, ສະມາຄົມ ແລະ ເວທີປາໄສສາກົນທີ່ສໍາຄັນ ເຊັ່ນ: ອາຊຽນ (ປະຊາຄົມວັດທະນະທໍາ-ສັງຄົມ), ເອເປກ, ອາເຊມ, ອົງການການຄ້າໂລກ, ອົງການການສຶກສາວິທະຍາສາດ ແລະ ວັດທະນະທໍາແຫ່ງສະຫະປະຊາຊາດ ແລະ ອື່ນໆ. ຄຽງ​ຄູ່​ກັນ​ນັ້ນ ກໍໄດ້​ເອົາ​ໃຈ​ໃສ່ຈັດຕັ້ງປະຕິບັດການຮ່ວມມືເພື່ອການພັດທະນາວັດທະນະທໍາໃນລະດັບທ້ອງຖິ່ນ ແລະ ລະດັບຊາດ ​ຢ່າງເປັນປະຈໍາ ໂດຍການຈັດກິດຈະກໍາສົ່ງເສີມການທ່ອງທ່ຽວຢ່າງຕັ້ງໜ້າ ແລະ ເປັນຂະບວນຄຶກຄື້ນໃນທົ່ວປະເທດ, ຢູ່ບັນດາແຂວງກໍໄດ້ສ້າງກິດຈະກໍາການທ່ອງທ່ຽວພາຍໃນແຂວງ ຕະຫຼອດຮອດຂັ້ນເມືອງຕາມສະພາບ​ເງື່ອນ​ໄຂ, ທ່າແຮງດ້ານການທ່ອງທ່ຽວຂອງຕົນ, ເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວ​ຊົມປະເທດລາວ​ນັບ​ມື້ຫຼາຍຂຶ້ນ; ສິ່ງ​ທີ່ດຶງດູດນັກທ່ອງທ່ຽວເຂົ້າມາ​ທ່ຽວ​ຊົມປະເທດ​ເຮົາ ຕົ້ນຕໍແມ່ນສົນໃຈກ່ຽວກັບຂົງ​ເຂດວັດທະນະທໍາ ທີ່ມີສະຖາປັດຕະຍະກໍາ, ວັດວາອາຮາມ, ສະຖານທີ່ສໍາຄັນຕ່າງໆ ບວກ​ໃສ່​ກັບເອກະລັກນິໄສໃຈຄໍຂອງຄົນລາວທີ່ເປັນຄົນຍິ້ມແຍ້ມແຈ່ມໃສ, ອ່ອນນ້ອມຖ່ອມຕົນ, ມີຈິດໃຈໂອບເອື້ອອາລີ, ສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ ລວມທັງດ້ານສິລະປະດົນຕີ, ວິຖີຊີວິດ, ຂະນົບທໍານຽມ, ປະເພນີ, ຮີດ 12 ຄອງ 14 ຂອງຄົນລາວທີ່ສະແດງອອກໃນເທດສະການຕ່າງໆ, ການຈັດມະຫາກໍາການສະແດງທາງສິລະປະວັດທະນະທໍາໃນລະດັບພາກພື້ນ ແລະ ລະດັບນາໆຊາດ; ໄດ້ເປີດປີທ່ອງທ່ຽວລາວ 2018, ປີທ່ອງທ່ຽວລາວ-ຈີນ 2019 ແລະ ປີທ່ອງທ່ຽວລາວຄັ້ງຫຼ້າສຸດ 2024 ເພື່ອດຶງດູດເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ. ນອກນັ້ນ ໃນເປົ້າໝາຍການພັດທະນາແບບຍືນຍົງ ແລະ ການເຕີບໂຕສີຂຽວ ທີ່ຕິດພັນກັບການທ່ອງທ່ຽວມີ 2 ເປົ້າໝາຍຫຼັກ ຄື: ການທ່ອງທ່ຽວຂອງ ສປປ ລາວ ຕ້ອງມີຄຸນນະພາບ, ໄດ້ມາດຕະຖານໄປຕາມທິດສີ ຂຽວ ຍືນຍົງ ແລະ ສາມາດແຂ່ງຂັນກັບພາກພື້ນ ເຊິ່ງຜ່ານມາ ກໍໄດ້ຈັດກິດຈະກໍາ ເພື່ອກະ​ຕຸກ​ຊຸກ​ຍູ້ໃຫ້ແກ່ວຽກງານດັ່ງກ່າວ ເຊັ່ນ: ການຈັດງານສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງການ ຈັດຕັ້ງປະຕິບັດມາດຕະຖານການທ່ອງທ່ຽວອາຊຽນ ເພື່ອແນໃສ່ການ​ຈະ​ເລີນເຕີບໂຕ​ໃນ​ຮູບ​ແບບສີຂຽວຂອງ
ຂະແໜງການທ່ອງທ່ຽວ.

ມາຮອດປັດຈຸບັນ ສໍາເລັດການສ້າງແລ້ວຈໍານວນ 9 ມາດຕະຖານ ເຊັ່ນ: ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ, ມາດຕະຖານໂຮງແຮມຂຽວອາຊຽນ, ມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ, ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ, ມາດຕະຖານນວດແຜນບູຮານອາຊຽນ, ມາດຕະຖານຫ້ອງນໍ້າສາທາລະນະສະອາດອາຊຽນ, ມາດຕະຖານການຈັດລະດັບສະຖານທີ່ທ່ອງທ່ຽວຂອງ ສປປ ລາວ, ມາດຕະຖານຫ້ອງປະຊຸມ ສປປ ລາວ ແລະ ມາດຕະຖານບໍລິສັດທ່ອງທ່ຽວ. ທົ່ວ​ປະ​ເທດມີ
ມໍລະດົກໂລກທີ່ເປັນວັດຖຸຈໍານວນ 3 ແຫ່ງ, ມໍລະດົກໂລກທີ່ບໍ່ເປັນວັດຖຸ 2 ລາຍການ, ມໍລະດົກລະດັບພາກພື້ນ 1 ແຫ່ງ ແລະ ມໍລະດົກແຫ່ງຊາດ 13 ແຫ່ງ; ມີແຫຼ່ງທ່ອງທ່ຽວ 2.208 ແຫ່ງ, ໃນນັ້ນ ມີແຫຼ່ງທ່ອງທ່ຽວທາງທໍາມະຊາດ 1.318 ແຫ່ງ, ແຫຼ່ງທອງທ່ຽວທາງວັດທະນະທໍາ 596 ແຫ່ງ ແລະ ແຫຼ່ງທອງທ່ຽວທາງປະຫວັດສາດ 294 ແຫ່ງ; ມີສະໜາມບິນສາກົນ 4 ແຫ່ງ, ມີດ່ານສາກົນ 27 ດ່ານ, ໃນ​ນີ້ ສາ ມາດເອົາວິຊາກັບ​ດ່ານ 14 ດ່ານ; ​ໄດ້​ເອົາ​ໃຈ​ໃສ່ຍົກລະດັບພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກດ້ານ​ຕ່າງໆ ເພື່ອຮັບໃຊ້ການທ່ອງທ່ຽວ ເປັນ​ຕົ້ນ​ໄດ້ປັບປຸງ ແລະ ສ້າງຫ້ອງຂໍ້ມູນຂ່າວສານການ ທ່ອງທ່ຽວ 28 ແຫ່ງ, ສ້າງຫ້ອງນໍ້າສາທາລະນະຢູ່ສະຖານທີ່ທ່ອງ​ທ່ຽວ 18 ແຫ່ງ, ສ້າງສະຖານທີ່ຈອດ
ລົດຢູ່ສະຖານທີ່ທ່ອງທ່ຽວໄດ້ 8 ແຫ່ງ, ສ້າງກະດານຂໍ້ມູນຂ່າວສານຢູ່ສະຖານທີ່ທ່ອງທ່ຽວໄດ້ 10 ແຫ່ງ, ສ້າງສາລາຊົມວິວ 8 ແຫ່ງ, ສ້າງທ່າເຮືອ-ຂັ້ນໄດຂຶ້ນລົງເຮືອໄດ້ 8 ຈຸດ ແລະ ສ້າງສູນຫັດຖະກໍາໄດ້ 8 ແຫ່ງ. ພັດທະນາຕົວແບບການທ່ອງທ່ຽວປະຊາຊົນມີສ່ວນຮ່ວມຢູ່ແຕ່ລະທ້ອງຖິ່ນທົ່ວປະເທດມີຈໍານວນ 91 ລາຍການ, ໃນນີ້ ມີ 5 ລາຍການໄດ້ຖືກຮັບຮອງເປັນມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ; ພັດທະນາເຮືອນພັກແຮມປະຊາຊົນ (ໂຮມສະເຕ) ໄດ້​ທັງ​ໝົດ 240 ຫຼັງ, ກວມເອົາ 27 ບ້ານ, 21 ເມືອງ ຍົກເວັ້ນນະຄອນຫຼວງວຽງຈັນ ແລະ ແຂວງໄຊສົມບູນ, ໃນນັ້ນ ມີ 4 ບ້ານໄດ້ຖືກຮັບຮອງເປັນບ້ານທີ່ໄດ້ມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ. ທົ່ວ​ປະ​ເທດ ​ມີໂຮງແຮມທັງ​ໝົດ 695 ແຫ່ງ, ເຮືອນພັກ ແລະ ຣີສອດ 3.430 ແຫ່ງ; ຈັດລະດັບໂຮງແຮມໄດ້ 73 ແຫ່ງ, ໃນ​ນີ້ ໂຮງແຮມລະດັບ 5 ດາວມີ 7 ແຫ່ງ, ໂຮງແຮມ 4ດາວ ມີ 11 ແຫ່ງ, ໂຮງແຮມ 3 ດາວມີ 24 ແຫ່ງ, ໂຮງແຮມ 2 ດາວ ມີ 17 ແຫ່ງ ແລະ ໂຮງແຮມ 1 ດາວມີ 14 ແຫ່ງ; ຈັດລະດັບເຮືອນພັກ ໄດ້ທັງ​ໝົດ 57 ແຫ່ງ, ໃນ​ນັ້ນ ເຮືອນພັກ 3 ດອກຈໍາປາ ມີ 11 ແຫ່ງ, 2 ດອກຈໍາປາ ມີ 26 ແຫ່ງ ແລະ 1 ດອກຈໍາປາ ມີ 20 ແຫ່ງ. ໃນ​ໄລ​ຍະ 2 ປີເຄິ່ງ (2021-ເດືອນ​ມິ​ຖຸ​ນາ 2023) ໄດ້​ດຶງ​ດູດນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເຂົ້າ​ມາ​ທ່ຽວ​ຊົມ​ປະ​ເທດ​ລາວຫຼາຍ​ຂຶ້ນ ສະ​ແດງ​ອອກ “ມີ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ 3.171.559 ເທື່ອ​ຄົນ, ສ້າງ​ລາຍ​ຮັບ​ໄດ້ 478.142.582 ໂດ​ລາ​ສະ​ຫະ​ລັດ, ສະ​ເລ່ຍ​ການ​ພັກ​ເຊົາ 3 ວັນ/ຄົນ; ມີ​ນັກ​ທ່ອງ​ທ່ຽວ​ສາ​ກົນ 2.968.801 ເທື່ອ​ຄົນ ຫຼື ເທົ່າ​ກັບ 19,63% ຂອງ​ແຜນ​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ (15.116.154 ເທື່ອ​ຄົນ), ສ້າງ​ລາຍ​ຮັບ​ໄດ້ 572.373.427 ໂດ​ລາ​ສະ​ຫະ​ລັດ, ສະ​ເລ່ຍ​ໄລ​ຍະ​ພັກ​ເຊົາ​ແມ່ນ 7 ວັນ/ຄົນ; ສ້າງ​ລາຍ​ຮັບ​ຈາກ​ນັກ​ທ່ອງ​ທ່ຽວ​​ພາຍ​ໃນ,ພາກ​ພື້ນ ແລະ ສາ​ກົນ ຈຳ​ນວນ 631.128.855 ໂດ​ລາ​ສະ​ຫະ​ລັດ”[3].

ຄຽງ​ຄູ່​ກັບ​ຜົນ​ສຳ​ເລັດ​ຂ້າງ​ເທິງນັ້ນການຮ່ວມມືເພື່ອພັດທະນາວັດທະນະທໍາແບບກົມກຽວ, ຍືນຍົງ ເຫັນ​ວ່າ ​ຍັງ​ມີ​ດ້ານອ່ອນຂໍ້ຄົງຄ້າງ​ຈຳ​ນວນ​ໜຶ່ງທີ່​ຈະ​ຕ້ອງ​ໄດ້​ສືບ​ຕໍ່​ປັບ​ປຸງ​ແກ້​ໄຂ ເປັນ​ຕົ້ນ​ແມ່ນກົດໝາຍ ແລະ ນິຕິກໍາກ່ຽວກັບການຄຸ້ມຄອງດ້ານວັດທະນະທໍາ-ທ່ອງທ່ຽວຢູ່ໃນສັງຄົມ ຍັງບໍ່ທັນຄົບຊຸດ, ການ​ໂຄ​ສະນາ, ເຜີຍແຜ່ບັນດານິຕິກໍາທາງດ້ານວັດທະນະທໍາ-ທ່ອງທ່ຽວບໍ່ທັນທົ່ວເຖິງ, ການຄຸ້ມຄອງຍັງບໍ່ທັນຮັດກຸມ, ບໍ່ຕໍ່ເນື່ອງ ແລະ ການຕິດຕາມກວດກາບໍ່ທັນເຂັ້ມງວດ; ພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກບໍ່ໄດ້ຮັບການພັດທະນາເທົ່າທີ່ຄວນ; ການພັດທະນາ ແລະ ປັບປຸງແຫຼ່ງທ່ອງທ່ຽວທີ່ໂດດເດັ່ນຢູ່ບັນດາແຂວງຍັງບໍ່ທັນມີຈຸດສຸມ, ຂາດການຄົ້ນຄວ້າໃນການນໍາເອົາຂໍ້ມູນປະຫວັດ​ຄວາ​ມ​ເປັນ​ມາຂອງແຫຼ່ງທ່ອງທ່ຽວມາໂຄສະ ນາເຜີຍແຜ່;ການຄຸ້ມຄອງ ແລະ ບໍລິຫານສະຖານທີ່ທ່ອງທ່ຽວຍັງບໍ່ທັນເປັນລະບົບ, ກິດຈະກໍາການທ່ອງ
ທ່ຽວຍັງບໍ່ທັນຫຼາກຫຼາຍ, ການບໍລິການຍັງບໍ່ທັນ​ເຮັດ​ໄດ້​ດີ ແລະ ໄດ້ມາດຕະຖານເທົ່າທີ່ຄວນ; ການໂຄສະນາດຶງດູດນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ຍັງບໍ່ທັນເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍເທົ່າທີ່ຄວນ; ການບໍລິການໃຫ້ແກ່ນັກທ່ອງທ່ຽວຢູ່ບັນດາດ່ານສາກົນເຂົ້າ-ອອກເມືອງຕ່າງໆ, ການຮັກສາຄວາມສະອາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວຢູ່ບັນດາເຂດບໍລິການການທ່ອງທ່ຽວຍັງ
ເຮັດບໍ່ໄດ້ດີ; ການຂຸດຄົ້ນທ່າແຮງທາງດ້ານການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມຍັງບໍ່ທັນເລິກ​ເຊິ່ງ; ການປູກຈິດສໍານຶກດ້ານການທ່ອງທ່ຽວໃຫ້ປະຊາຊົນໃນທ້ອງຖິ່ນ​ຕ່າງໆ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ; ຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວທີ່ມີປະສົບການ ແລະ ເປັນມືອາຊີບຍັງມີຈໍານວນໜ້ອຍ, ຄຸນນະພາບໃນການບໍລິການຍັງບໍ່ທັນສູງ; ການລົງທຶນຢູ່ໃນຂະແໜງການທ່ອງທ່ຽວຍັງບໍ່ທັນສົມຄູ່ກັບການຂະຫຍາຍຕົວຂອງວຽກງານດັ່ງກ່່າວ; ກົນໄກການສ້າງ ແລະ ສົ່ງເສີມວິຊາຊີບສີມືແຮງງານໃນຂະແໜງທ່ອງທ່ຽວຍັງມີຈໍາກັດ.

ເພື່ອ​ສືບ​ຕໍ່​ສົ່ງ​ເສີມການຮ່ວມມືເພື່ອພັດທະນະນາວັດທະນະທໍາແບບກົມກຽວຍືນຍົງ ຢູ່​ປະ​ເທດ​ເຮົາ ໃຫ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ເປັນ​ຮູບ​ປະ​ທຳ ແລະ ມີ​ຜົນ​ສຳ​ເລັດ​ຕາມ​ລະ​ດັບ​ຄາດ​ໝາຍນັ້ນ, ຄວນ​ເອົາ​ໃຈ​ໃສ່​ບາງ​ດ້ານ ດັ່ງ​ນີ້:

1). ຈັດຕັ້ງຜັນຂະຫຍາຍມະຕິເລກທີ 25/ກມສພ, ລົງວັນທີ 17 ພຶດສະພາ 2021 ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ຕໍ່ກັບວຽກງານວັດທະນະທໍາໃນໄລຍະໃໝ່ ເຊິ່ງໄດ້ກໍານົດທິດທາງລວມຂອງວຽກງານວັດທະນະທໍາ.

2). ພັດທະນາວັດທະນະທໍາແບບກົມກຽວ, ຍືນຍົງ ຕ້ອງເສີມຂະຫຍາຍເຂົ້າສູ່ລວງເລິກ ໂດຍເອົາ ໃຈໃສ່ໃນການຮ່ວມມືເພື່ອການພັດທະນາແບບກົມກຽວ, ຍືນຍົງ ຕາມວິໄສທັດຂອງວຽກງານວັດທະນະທໍາ ແລະ ທ່ອງທ່ຽວ ຮອດປີ 2030 ເປັນພື້ນຖານໃນການພັດທະນາ ເຊັ່ນ: ​ການອະນຸລັກ, ປົກປັກຮັກສາ, ສືບທອດ, ຟື້ນຟູ ແລະ ເສີມຂະຫຍາຍມູນເຊື້ອຄຸນຄ່າມໍລະດົກວັດທະນະທໍາອັນດີງາມຂອງຊາດໃຫ້ມີ
ຄວາມຍືນຍົງ, ປັບປຸງ ແລະ ພັດທະນາຜະລິດຕະພັນວັດທະນະທໍາໃຫ້ມີຄວາມຫຼາກຫຼາຍ,ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ; ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນອຸດສາຫະກໍາທັນສະໄໝ, ຄົບວົງຈອນ ແລະ ເປັນຂະແໜງເສດຖະກິດນໍາໜ້າ ປະກອບສ່ວນເຂົ້າໃນການ
ພັດທະນາເສດຖະກິດ-ສັງຄົມ ໃນລະດັບທີ່ແນ່ນອນ.

3). ປັບປຸງ ແລະ ແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການ ແລະ ຄາດໝາຍທີ່ວາງໄວ້ ເປັນຕົ້ນແມ່ນສ້າງ ແລະ ປັບປຸງບັນດາກົດໝາຍ, ນິຕິກໍາຕ່າງໆໃນຂະແໜງວັດທະນະທໍາ ແລະ ທ່ອງທ່ຽວໃຫ້ຮັດກຸມ, ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ; ສ້າງ ແລະ
ພັດທະນາພື້ນຖານໂຄງລ່າງໃນຂະແໜງວັດທະນະທໍາ ແລະ ທ່ອງທ່ຽວໃຫ້ສົມຄູ່ກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ; ໂຄສະນາ, ເຜີຍແຜ່ ແລະ ສົ່ງເສີມວັດທະນະທໍາອັນດີງາມຂອງຊາດອອກສູ່ສັງ ຄົມ ທັງພາຍໃນ ແລະ ຕ່າງປະເທດ, ທັງແລກປ່ຽນຮ່ວມມືດ້ານວັດທະນະທໍາກັບສາກົນຢ່າງມີການ
ເລືອກເຟັ້ນ ແລະ ສອດຄ່ອງກັບຍຸກສະໄໝ; ພັດທະນາ ແລະ ປັບປຸງສະຖານທີ່ທ່ອງທ່ຽວ, ຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວໃຫ້ມີຄຸນນະພາບ ແລະ ມີຄວາມຍືນຍົງ.

4). ປະສານສົມທົບ ແລະ ຮ່ວມມືກັບບັນດາຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດໃນການພັດທະນາ, ໂຄສະນາ ແລະ ຄຸ້ມຄອງການທ່ອງທ່ຽວໃຫ້ມີປະສິດທິພາບ ພ້ອມທັງສົ່ງເສີມຂອບຂອງການຮ່ວມມືກັບບັນດາປະເທດເພື່ອນມິດ ເຊັ່ນ: ສສ ຫວຽດນາມ, ສປ ຈີນ, ໂຄງການຮ່ວມມືໃນຂອບອາຊຽນ, ໂຄງການຮ່ວມມືກັບໄຈກາ, ອົງການຮ່ວມມືຂອງປະເທດຕ່າງໆໃນວຽກງານພັດທະນາຊັບພະຍາກອນມະນຸດ; ສົ່ງເສີມການຮ່ວມມືສອງຝ່າຍ, ຫຼາຍຝ່າຍ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ຕົ້ນ​ຕໍແມ່ນການແລກປ່ຽນຄະນະຜູ້ແທນ, ການເຂົ້າຮ່ວມຝຶກອົບຮົມ, ຍົກລະດັບ ແລະ ທັດສະນະສຶກສາ.

5). ການຄຸ້ມຄອງສະຖານທີ່ທ່ອງທ່ຽວລວມ​ທັງການບໍລິຫານຄວນສົມທົບກັບບັນດາແຂວງ ແລະ ພາກທຸລະກິດລົງເກັບກໍາຂໍ້ມູນຢູ່ແຫຼ່ງທ່ອງທ່ຽວ, ຄົ້ນຄວ້າບັນດາຂໍ້ສະເໜີຂອງພາກທຸລະກິດ ເພື່ອນໍາສະເໜີຕໍ່ລັດຖະບານໃນການແກ້ໄຂບັນຫາ, ຕິດຕາມ, ກວດກາ ແລະ ກໍານົດນະໂຍບາຍໃຫ້ສອດຄ່ອງກັບການຄຸ້ມຄອງບັນດາສະຖານທີ່ທ່ອງທ່ຽວຢູ່ທ້ອງຖິ່ນ; ຮ່ວມມືກັບບັນດາແຂວງ ໃນການປັບປຸງຄຸນນະພາບການບໍລິການຂອງພະນັກງານນໍາທ່ຽວ ແລະ ຜ່ານຮ່າງກົດລະບຽບຂອງກຸ່ມພະນັກງານນໍາທ່ຽວ; ຈັດຝຶກອົບຮົມການຮັກສາຄຸນນະພາບການບໍລິການໃຫ້ແກ່ຜູ້ບໍລິຫານ, ຜູ້ຈັດການຂອງບໍລິສັດທ່ອງທ່ຽວ; ບັນດາຫົວໜ່ວຍທຸລະກິດພັກແຮມ, ທຸລະກິດທ່ອງທ່ຽວ, ຮ້ານອາຫານ ແລະ ການບັນເທີງ ຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດນິຕິກໍາຕ່າງໆ ພ້ອມ​ທັງເປັນເຈົ້າການຜັນຂະຫຍາຍມາເປັນລະບຽບການສະເພາະຂອງຫົວໜ່ວຍທຸລະກິດຕົນເອງ. ການຮ່ວມມືເພື່ອພັດທະນາວັດທະນະທໍາແບບກົມກຽວ, ຍືນຍົງ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນພາວະວິໄສໃນການພັດທະນາປະເທດຊາດ, ແມ່ນການປະກອບສ່ວນຂອງຊັບພະຍາກອນມະນຸດທີ່ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີແບບແຜນການເຮັດວຽກ, ມີແບບແຜນການດໍາລົງຊີວິດ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ ດ້ວຍການພັດທະນາວັດທະນະທໍາໃຫ້ກົມກຽວກັບການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ເຮັດ​ໃຫ້ເສດຖະກິດມີການເຕີບໂຕຢ່າງຕໍ່ເນື່ອງ, ໝັ້ນ
ທ່ຽງ ແລະ ສົມດູນ, ພຽບ​ພ້ອມ​ໄປ​ດ້ວຍເອກະລັກວັດທະນະທໍາອັນດີງາມຂອງຊາດ, ຂອງເຜົ່າໄດ້ຮັບການປົກປັກຮັກສາ. ພ້ອມກັນນັ້ນຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ຮັບການປົກປັກຮັກສາ, ທັງ​ບູລະນະນໍາໃຊ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ເຊິ່ງບໍ່ພຽງແຕ່ຮັບໃຊ້ຄົນຮຸ່ນປັດຈຸບັນເທົ່າ​ນັ້ນ,  ແຕ່ຍັງຕ້ອງຮັບປະກັນໃຫ້ຄົນຮຸ່ນອະນາຄົດໄດ້ສືບຕໍ່ນໍາໃຊ້ຢ່າງຍາວນານ./.

[1] ເອກະສານກອງປະຊຸມໃຫຍ່ ຄັ້ງທີ X ພັກປະຊາຊົນປະຕິວັດລາວ, ປີ 2016, ໜ້າ 45-46.

[2] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 72-73.

[3] ບົດສະຫຼຸບກາງສະໄໝ ແລະ ທິດທາງທ້າຍສະໄໝຂອງແຜນພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 5 ປີ (2021-2025), ເລກທີ 299/ຖວທ, ລົງວັນທີ 02 ຕຸລາ 2023.

(ຂຽນໂດຍ: ໄຊສົມພອນ ຫາວັນນະລາດ)

(ວາລະສານອະລຸນໃໝ່ ປະຈຳເດືອນມັງກອນ ປີ 2025)

Leave a Reply

Your email address will not be published. Required fields are marked *