ການເໜັງຕີງຂອງຄ່າເງິນກີບ ບັນຫາ-ຜົນກະທົບ-ທິດທາງສ້າງສະຖຽນລະພາບຄ່າເງິນ

ຜ່ານການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກເຮົາ ເວົ້າລວມ, ເວົ້າສະ ເພາະການປະຕິບັດນະໂຍບາຍການເງິນ-ເງິນຕາໃນໄລຍະຜ່ານມາ ຂະແໜງການເງິນໄດ້ຕັ້ງໜ້າປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ, ປົວແປງຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນດີຂຶ້ນເປັນກ້າວໆ. ສິ່ງເຫຼົ່ານັ້ນ ໄດ້ສະແດງເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ທີ່ມີຄວາມຮັບຜິດຊອບສູງ ແນໃສ່ຜ່ານຜ່າຄວາມຫຍຸ້ງຍາກໃນການຜະລິດ, ຊີວິດການເປັນຢູ່, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດເຮົາໃນສະເພາະໜ້າ ແລະ ຍາວນານດີຂຶ້ນເລື້ອຍໆ.

ແຕ່ຢ່າງໃດກໍດີ ສະພາບເສດຖະກິດຂອງປະເທດ ຍັງສືບຕໍ່ພົບຄວາມຫຍຸ້ງຍາກ, ການເງິນ-ເງິນຕາຍັງມີຄວາມປັ່ນປ່ວນນັບມື້ຮ້າຍແຮງ ໂດຍສະເພາະຄ່າເງິນກີບ​ໃນ​ຊຸມ​ປີຜ່ານມາ ຍັງສືບຕໍ່ຕົກຕໍ່າຢ່າງໜ້າວິຕົກ, ສະ​ແດງ​ອອກ “​​​ອັດຕາ​ເງິນ​ເຟີ້​​ ​ປີ 2021 ຢູ່​ໃນ​ລະດັບ 3,75%, ປີ 2022 ​ອັດຕາ​ເງິນ​ເຟີ້ແມ່ນ​ເພີ່ມ​ຂຶ້​ນ​ແບບ​ກ້າວ​ກະ​ໂດ​ດ ຢູ່​ໃນລະດັບ 22,96%, ປີ 2023 ​ເພີ່ມ​ຂຶ້ນຢູ່​ໃນລະດັບ 31,23% ​ແລະ ປີ
2024 ອັດຕາ​ເງິນ​ເຟີ້ຫຼຸດລົງຢູ່​ໃນລະດັບ 23,13%”[1]; ອັດຕາ​ແລກ​ປ່ຽນກີບ/​ໂດ​ລາ​ສະຫະລັດ ​ສະ​ເລ່ຍໝົດປີ 2021 ​ເທົ່າ​ກັບ 10.316,11 ກີບ/1​ ​ໂດ​ລາ​ສະຫະລັດ,​ ປີ 2022​ ​ເທົ່າ​ກັບ 15.055,09 ກີບ/1​ ​ໂດ​ລາ​ສະຫະລັດ,​ ​ປີ 2023 ​ເທົ່າ​ກັບ 18.717,82 ກີບ/1​ ​ໂດ​ລາ​ສະຫະລັດ,​ ​ປີ 2024 ​ເທົ່າ​ກັບ 21.564,19 ກີບ/1​ ​ໂດ​ລາສະຫະລັດ ​ແລະ ປີ 2025 ​ໃນ​ໄຕ​ມາດ 1 ອັດຕາແລກປ່ຽນ​ສະ​ເລ່ຍ ​ເທົ່າ​ກັບ 21.599,12 ກີ​ບ/1​ ໂດ​ລາ​ສະຫະລັດ,​ ​​ໄຕ​ມາດ 2 ​ເທົ່າ​ກັບ 21.533,98 ກີ​ບ/1​ ​ໂດ​ລາ​ສະຫະລັດ. ສະພາບເຫຼົ່ານັ້ນ ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກໍຄືສ້າງຄວາມຫຍຸ້ງຍາກ, ຝືດເຄືອງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ການ​ເຄື່ອນໄຫວ​ດໍາ​ເນີນ​ການ​ຜະລິດ, ທຸລະ​ກິດ ​ແລະ ການ​ບໍລິ​ການ​ຕ່າງໆ; ຍິ່ງ​ກວ່າ​ນັ້ນ​ແມ່ນ​ສົ່ງຜົນກະທົບ​ເຖິງບົດບາດການນໍາພາຂອງພັກ ​ແລະ ການຄຸ້ມຄອງຂອງລັດ, ສ້າງພາບພົດທີ່ບໍ່ດີຕໍ່

ການລົງທຶນຂອງຕ່າງປະເທດ.

ສະພາບດັ່ງກ່າວ ເກີດມາຈາກຫຼາຍສາເຫດ, ແຕ່ສາເຫດທີ່ສໍາຄັນກວ່າໝູ່ ແມ່ນຍ້ອນການລົງທຶນ ເພື່ອຂຸດຄົ້ນທ່າແຮງຂອງປະເທດຊາດບໍ່ທັນມີຈຸດສຸມ; ການປະຕິບັດແນວທາງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໄປພ້ອມໆກັບການຍາດແຍ່ງບົດຮຽນ, ທຶນຮອນຈາກປະເທດເພື່ອນມິດບໍ່ທັນໄດ້ຈັດຕັ້ງປະຕິບັດຢ່າງເອົາຈິງເອົາຈັງ, ແນວທາງຂະຫຍາຍກະສິກໍາ-ປ່າໄມ້ ຕິດພັນກັບການຂະຫຍາຍອຸດສາຫະກໍາ ແລະ ການບໍລິການແຕ່ຫົວທີບໍ່ໄດ້ຮັບການປັບປຸງຢ່າງຖືກຕ້ອງ; ການຊຸກຍູ້ສົ່ງເສີມເສດຖະກິດພາຍໃນບໍ່ທັນໄດ້ດີ, ການ​ປະຕິບັດນະໂຍບາຍປະຢັດ ​ແລະ ຕ້ານ​ການ​ຟຸມ​ເຟືອຍຍັງບໍ່ທັນ​​ເຂັ້ມງວດ, ​ເດັດຂາດ  ​ແລະ ບໍ່ທັນ​ກາຍ​ເປັນ​ສະຕິ​ບຸກຄົນ, ສະຕິສັງຄົມ, ນໍາ​ໄປ​ສູ່​ການ​ນໍາ​ໃຊ້​ຊັບພະຍາກອນ​ຢ່າງ​ສິ້ນ​ເປືອງ, ຫຼຸດປະສິດທິພາບ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ; ທຶນຮອນທີ່ໄດ້ມາຈາກການກູ້ຢືມ, ການຊ່ວຍເຫຼືອຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນບໍ່ທັນໄດ້ຖືກນໍາໃຊ້ຢ່າງມີປະສິດທິຜົນທາງດ້ານເສດຖະກິດ ແລະ ສັງຄົມ; ພວກອິທິກໍາລັງປໍລະປັກຕໍ່ປະເທດເຮົາ ໄດ້ສົມຮູ້ຮ່ວມຄິດກັບກຸ່ມຄົນບໍ່ດີຢູ່ພາຍໃນປະເທດເຮົາ ສ້າງຄວາມປັ່ນປ່ວນໃນຂົງເຂດການເງິນ, ການຄ້າ, ທະ ນາຄານຢ່າງບໍ່ລົດລະ ແຕ່ໃນຂະນະດຽວກັນນັ້ນ ຄະນະພັກ-ຄະນະນໍາ, ພະນັກງານ-ສະມາຊິກ​ພັກ​ຈໍານວນໜຶ່ງໄດ້ລະເຫຼີງຄວາມຮັບຜິດຊອບຂອງຕົນ; ພິດຮ້າຍຂອງວິກິດການທາງດ້ານການເງິນຢູ່ຂົງເຂດ ແລະ ພາກພື້ນບໍ່ທັນໄດ້ຮັບການແກ້ໄຂຢ່າງສິ້ນເຊີງ.

ບັນດາສາເຫດທີ່ກ່າວມາຂ້າງເທິງນັ້ນໄດ້ສົ່ງຜົນກະທົບໄປລວງດຽວທີ່ມີລັກສະນະເອກະພາບກັນ ເຊິ່ງພາໃຫ້ເກີດສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາຢ່າງຮ້າຍແຮງ ແລະ ແກ່ຍາວມາເຖິງປັດຈຸບັນນີ້.

ຢາກແກ້ໄຂບັນຫາດັ່ງກ່າວ ກ່ອນອື່ນໝົດພວກເຮົາຕ້ອງເລີ່ມຈາກການເຂົ້າໃຈຄວາມສໍານຶກຕ່າງໆ ໂດຍສະເພາະແມ່ນຄວາມສໍານຶກກ່ຽວກັບວິກິດການດ້ານເສດຖະກິດ, ວິກິດການການເງິນ-ເງິນຕາ ກັບການປ່ຽນແປງຄ່າເງິນ​ແຕກຕ່າງ​ກັນ​ແນວ​ໃດ? ການ​ປ່ຽນ​ແປງ​ຄ່າ​ເງິນມີການພົວພັນເຖິງວິກິດການດ້ານເສດຖະ ກິດ ຫຼື ບໍ່? ແລະ ບັນຫາອື່ນໆອີກຈໍານວນໜຶ່ງ.

ຫຼາຍຄົນອາດ​ຈະຮູ້ດີແລ້ວວ່າ ວິກິດການທາງດ້ານເສດຖະກິດ ແມ່ນຂະບວນວິວັດແຫ່ງການຊຸດໂຊມ ແລະ ກ້າວໄປເຖິງການຜະລິດ-ຈໍລະຈອນສິນຄ້າຂອງບັນດາຂະແໜງການເສດຖະກິດ (ກະສິກໍາ-ອຸດສາ ຫະກໍາ ແລະ ອື່ນໆ) ຢຸດສະງັກ, ທຶນກໍ່ສ້າງກິດຈະການສໍາຄັນຕົ້ນຕໍຖືກຄາດເຄື່ອນ, ໄພວ່າງງານຂະຫຍາຍຕົວຢ່າງກວ້າງຂວາງ, ສະຖາບັນທາງເສດຖະກິດ ການເງິນ-ເງິນຕາມີຄວາມສັ່ນສະເທືອນຢ່າງຮ້າຍແຮງ; ວິກິດການທາງດ້ານການ​ເງິນ ຄື​ສະພາວະ​ທີ່ລະບົບການ​ເງິນ​ຂອງ​ປະ​ເທດ​ບໍ່ໝັ້ນຄົງ​ຢ່າງ​ຮຸນ​ແຮງ ​ແລະ ​ກະທັນຫັນ; ສ່ວນວິກິດການ​ເງິ​ນຕາ ຄື​ສະພາວະ​ທີ່​ຄ່າ​ເງິນ​ຂອງ​ປະເທດຫຼຸດລົງ​ຢ່າງ​ວ່ອງ​ໄວ, ຮ້າຍ​ແຮງ​ຜິດ​ປົກກະຕິ; ການປ່ຽນແປງຄ່າເງິນ ແມ່ນການທີ່​ອັດຕາ​ແລກປ່ຽນຂອງ​ສະກຸນ​ເງິ​ນມີ​ການ​ແຂງ​ຄ່າ​ຂຶ້ນ ຫຼື ອ່ອນ​ຄ່າ​ລົງ​ຕາມ​ປົກກະຕິ ​ເຊິ່ງ​ເກີດ​ຈາກ​ກົນ​ໄກ​ຕະຫຼາດ ຫຼື ການ​ປ່ຽນ​ແປງ​ປັດ​ໄຈ​ພື້ນຖານ​ທາງ​
ເສດຖະກິດ, ການ​ປ່ຽນ​ແປງ​ຄ່າ​​ເງິນ​ຍັງ​ແມ່ນ​ພາກສ່ວນໜຶ່ງຂອງ​ວິ​ກິດ​ການ​ທາງ​ດ້ານ​ເສດຖະກິດ, ສ່ອງແສງເຖິງການປັ່ນປ່ວນອັນສະຫຼັບສັບຊ້ອນຂອງລະບົບເງິນຕາ-ສິນເຊື່ອທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເກີດມາຈາກການເຄື່ອນໄຫວຂອງກົດເກນສະໜອງ ແລະ ຄວາມຕ້ອງການ ບໍ່ສາມາດຮັກສາຄວາມດຸ່ນດ່ຽງຢູ່ໃນເກນປົກກະຕິ, ລາຄາບໍ່ໄດ້້ສ່ອງແສງຢ່າງຖືກຕ້ອງ, ​ເຕັມ​ປ່ຽມຕາມຄວາມຮຽກຮອງຕ້ອງການຂອງກົດເກນຄຸນຄ່າ (ລາຄາປອມແປງ) ອັນໄດ້ສົ່ງ​ຜົນ​ກະທົບ​ຕໍ່ພື້ນຖານເສດຖະກິດໃນລະດັບອັນແນ່ນອນໃດ  ໜຶ່ງ. ວິກິດການດ້ານເສດຖະກິດ, ວິກິດການດ້ານເງິນຕາ ກັບການປ່ຽນແປງຂອງຄ່າເງິນ ມີຄວາມແຕກຕ່າງກັນທາງດ້ານລະດັບ, ຂະໜາດ, ຂອບເຂດ ແລະ ເປົ້າໝາຍທີ່ຈະບັນລຸ; ແຕ່ມັນກໍມີການພົວພັນເຊິ່ງກັນແລະກັນຕາມເສັ້ນທາງວິທີສັດຈະວິພາກ ແລະ ສ້າງຜົນສະທ້ອນບໍ່ດີເຖິງສະຖຽນລະພາບທາງການ
ເມືອງ, ເສດຖະກິດ, ຊີວິດການເປັນຢູ່ຂອງທົ່ວສັງຄົມ.

ດ້ວຍຄວາມເປັນຫ່ວງເປັນໄຍຕໍ່ການພັດທະນາປະເທດຊາດ, ຕໍ່ຊີວິດການເປັນຢູ່ຂອງທົ່ວສັງຄົມ, ພັກ ແລະ ລັດຖະບານ ໄດ້ມີຄວາມພະຍາຍາມ​​ແກ້​ໄຂຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ-ການ​ເງິນ ​ໂດຍຍົກລະດັບ​ໃຫ້​ເປັນວາລະແຫ່ງ​ຊາດ; ​ໄດ້​ອອກ​ມະຕິ​ວ່າ​ດ້ວຍ​ການ​ສ້າງເສດຖະກິດເອກະ​ລາດ ເປັນ​ເຈົ້າ​ຕົນ​ເອງໃນ​ໄລ​ຍະ​ໃໝ່ ສະບັບ​ເລກທີ 04/ກມສພ, ລົງ​ວັນ​ທີ 11 ​ເມສາ 2024. ພ້ອມ​ກັນ​ນັ້ນ ​​ກໍ​ໄດ້​ຄົ້ນຄວ້າຈັດຕັ້ງ
ການສໍາມະນາດ້ວຍຫຼາຍລະດັບຫຼາຍປະເພດ ເພື່ອເຮັດໃຫ້ທຸກຄົນເຂົ້າໃຈເຖິງກົກປາຍສາເຫດການປ່ຽນ ແປງຂອງຄ່າເງິນກີບ, ພ້ອມກັນຊອກຫາວິທີການ, ມາດຕະການແກ້ໄຂທີ່ມີປະສິດທິຜົນຕົວຈິງ. ແຕ່ຢ່າງໃດກໍດີຍັງສັງເກດເຫັນວ່າ ສື່ມວນຊົນບາງປະເພດ, ນັກເສດຖະສາດບາງຄົນຍັງມີທັດສະນະ ແລະ ຄວາມເຫັນ
ໃນແງ່ມູມທີ່ແຕກຕ່າງກັນ; ດ້ວຍເຫດນີ້ ຜູ້ຂຽນຂໍສະແດງບາງທັດສະນະ ແລະ ຄໍາຄິດເຫັນອັນນ້ອຍໆຂອງຕົນເຂົ້າໃນການວິເຄາະກ່ຽວກັບການປ່ຽນແປງຂອງຄ່າເງິນກີບ ແລະ ວິທີແກ້ໄຂຈໍານວນໜຶ່ງ.

  1. ຕະຫຼາດປະເພດຕ່າງໆຢູ່ໃນ ສປປ ລາວ ມີຄວາມສະຖຽນລະພາບແລ້ວ ຫຼື ຍັງ?

ຄໍາຖາມທໍາອິດນີ້ ໄດ້ຊັກຊວນພວກເຮົາຕ້ອງຄົ້ນຄວ້າ ແລະ ເຂົ້າໃຈຢ່າງຖືກລະດັບເຖິງປັດໄຈສໍາຄັນທາງດ້ານມະຫາພາກທີ່ມີການພົວພັນໂດຍທາງກົງ ຫຼື ໂດຍທາງອ້ອມ ເຖິງສາເຫດຂອງຂະບວນວິວັດແຫ່ງການເລີ່ມຕົ້ນຂອງຄ່າເງິນກີບຢູ່ປະເທດເຮົາ. ຄືດັ່ງຫຼາຍຄົນຮູ້ດີແລ້ວວ່າ   ຕະຫຼາດຈະມີຄວາມສະຖຽນລະພາບໃນລະດັບອັນແນ່ນອນໃດໜຶ່ງ ກ່ອນອື່ນໝົດມັນຂຶ້ນກັບສອງປັດໄຈສໍາຄັນ ຄື: ❶ ປັດໄຈການສະໜອງຕ້ອງຄົງຕົວຢູ່ໃນເກນປົກກະຕິ ເມື່ອທຽບໃສ່ຄວາມຕ້ອງການ (ບໍ່ຫຼຸດຫຼາຍ ແລະ ບໍ່ເຫຼືອຫຼາຍເກີນໄປ); ❷ ຄວາມສັກສິດຂອງກົນໄກຕະຫຼາດຕ້ອງສະແດງອອກຢ່າງ​ເຕັມ​ປ່ຽມ (ບໍ່ເກື້ອກູນ). ຄຸນລັກສະນະລວມຂອງພື້ນຖານເສດຖະກິດທີ່​ພວມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ກ່ອນ​ອື່ນ​ແມ່ນປະລິມານລວມຍອດ
ການສະໜອງໃນທຸກດ້ານຕ້ອງຕອບສະໜອງໃຫ້ແກ່ການຜະລິດ ແລະ ການໃຊ້ສອຍຂອງສັງຄົມຢູ່ໃນລະ ດັບປົກກະຕິ (ບໍ່ຫຼາຍ ແລະ ບໍ່ໜ້ອຍເກີນໄປ) ໝາຍຄວາມວ່າ ຄວາມຕ້ອງການຂອງການໃຊ້ສອຍບໍ່ເກີນຄວາມສາມາດຕົວຈິງຂອງງົບປະມານປະຈໍາປີ ແລະ ລວມຍອດຜະລິດຕະພັນພາຍໃນ (GDP); ແຕ່ສະພາບຄວາມເປັນຈິງຂອງປະເທດເຮົາ​ໃນ​ໄລຍະ​ຜ່ານ​ມາ ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງວ່າ ການຜະລິດສິນຄ້າຢູ່ພາຍໃນປະເທດມີໜ້ອຍ, ຜູ້ຜະລິດສິນຄ້າ ຫຼື ຜູ້​ທີ່​ດໍາເນີນທຸລະກິດຈໍານວນ​ບໍ່ໜ້ອຍຍັງ​ຂາດ​ຄວາມ​ຕື່ນ​ຕົວ​ໃນ​ການ​ແຂ່ງຂັນ, ຍັງ​ຄົງ​ທໍາ​ການ​ຜະລິດ​ແບບ​ດັ້ງ​​ເດີມ, ບໍ່​ປັບ​ຕົວ​ຕໍ່ທ່າ​ອ່ຽງ​ເສດຖະ​ກິດ​ຍຸກ​ໃໝ່ ​ເຊິ່ງອາດ​ເປັນ​ອຸປະສັກ​ຕໍ່ການ​ພັດທະນາ​ລະບົບ​ການ​ຜະລິດ​ພາຍ​ໃນ​ປະເທດ, ປະລິມານຂອງສິນຄ້າໃຊ້ສອຍ (ອຸປະໂພກ ແລະ ບໍລິໂພກ) ສ່ວນຫຼວງຫຼາຍຕ້ອງນໍາເຂົ້າຈາກປະເທດອື່ນ. ຈາກສະພາບເຫຼົ່ານັ້ນ ໄດ້
ກໍ່ໃຫ້​ເສຍຄວາມດຸ່ນດ່ຽງຕໍ່ບາງປະເພດສິນຄ້າທີ່ສາມາດຜະລິດຢູ່ພາຍໃນປະເທດ.

ປະເທດຂອງພວກເຮົາເປັນປະເທດກະສິກໍາຫຼ້າຫຼັງ, ສະມັດຖະພາບຕໍ່າ, ຕົ້ນທຶນສູງ, ລາຍຮັບຈາກການຜະລິດກະສິກໍາບໍ່ສາມາດທົດແທນຕົ້ນທຶນໄດ້ຢ່າງສົມສ່ວນ. ສິ່ງທີ່ຄວນເອົາໃຈໃສ່ຕໍ່ຈຸດພິເສດຂອງການຜະລິດກະສິກໍາ ແມ່ນຄວາມສ່ຽງຕໍ່ສະພາບດິນຟ້າ-ອາກາດ; ການຕອບສະໜອງຜະລິດຕະພັນຂອງຂະ
ແໜງກະສິກໍາໃຫ້ແກ່ຜູ້ບໍລິໂພກ ຍັງຢູ່ໃນລະດັບບໍ່ທັນປົກກະຕິ ສະໝໍ່າສະເໝີ; ການຄຸ້ມຄອງບໍລິຫານ​ຂອງລັດ ຕໍ່ພາກສ່ວນ​ເສດຖະກິດ/ສິນຄ້າທີ່ມີລັກສະນະຜູກຂາດສູງຍັງ​ບໍ່ມີປະສິດທິຜົນ​ເທົ່າ​ທີ່​ຄວນ ​ເຊິ່ງ​ເປັນ​ຂໍ້​ຈໍາ​ກັດ​ທີ່​ສົ່ງ​ຜົນ​ຕໍ່ສະຖຽນລະ​ພາບ​ຂອງ​ຕະຫຼາດ ​ແລະ ຜົນ​ປະ​​ໂຫຍ​ດຂອງ​ປະຊາຊົນ. ສະພາບເຫຼົ່ານັ້ນ ໄດ້ສ້າງຄວາມປັ່ນປ່ວນໃຫ້ແກ່ການສະໜອງຕາມກົນໄກເສລີເໜືອຊັ້ນເຊີງ ມີສ່ວນກະທົບຕໍ່ສະພາບຄ່າເງິນກີບເຊັ່ນດຽວກັນ.

ຖ້າພວກເຮົາສັງເກດເບິ່ງຕາມຄວາມເປັນຈິງແລ້ວ, ກົນໄກຕະຫຼາດຢູ່ປະເທດເຮົາຍັງບໍ່ສາມາດເສີມຂະຫຍາຍພາລະບົດບາດດັດສົມການພົວພັນລະຫວ່າງການສະໜອງກັບຄວາມຕ້ອງການຢ່າງພຽງພໍ ໂດຍສະເພາະແມ່ນດັດສົມການພົວພັນລະຫວ່າງຜູ້ຜະລິດກັບຜູ້ໃຊ້ສອຍ. ເມື່ອເປັນຄືແນວນັ້ນ ຈຶ່ງເຮັດໃຫ້ກົດ ເກນສະໜອງ ແລະ ຄວາມຕ້ອງການຖືກຜັນແປຜິດປົກກະຕິ ອັນ​ໄດ້ເຮັດໃຫ້ແຜນນະໂຍບາຍຂອງລັດຖະບານໃນຖານະເປັນອັດຕະພາບ ທີ່ແກ້ໄຂບັນຫາການພົວພັນສິນຄ້າ-ເງິນຕາ, ຕະຫຼາດພາຍໃນກັບຕະຫຼາດສາກົນຖືກຜ່າມ້າງໄປເລື້ອຍໆ. ສະພາບເຫຼົ່ານັ້ນ ສ້າງຄວາມກົດດັນໃນແງ່ແຕກຕ່າງກັນໃຫ້ແກ່ຜູ້ຜະລິດ ແລະ ຜູ້ໃຊ້ສອຍ.

  1. ລັດຖະບານມີຄວາມຈໍາເປັນແຊກແຊງໂດຍກົງ ຫຼື ບໍ່?

ທັດສະນະອັນສະເໝີຕົ້ນສະເໝີປາຍ ທີ່ໄດ້ຂຽນຢູ່ໃນແນວທາງປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກເຮົາ ແມ່ນຮັບຮູ້ກົນໄກເສດຖະກິດຕະຫຼາດ ແລະ ຈະນໍາໃຊ້ກົນໄກຕະຫຼາດຕາມທິດສັງຄົມນິຍົມທີ່ຢູ່ພາຍໃຕ້ການນໍາພາຂອງພັກ, ການຄຸ້ມຄອງ ​ແລະ ກວດກາຂອງລັດຖະບານຢ່າງເຂັ້ມງວດ, “ບໍ່ແມ່ນຈະປ່ອຍປະໃຫ້ກົນໄກເສດຖະກິດຕະຫຼາດຂະຫຍາຍຕົວແບບຕະພຶດຕະພື”. ຈິງຢູ່ວ່າກົນໄກຕະຫຼາດປຽບເໝືອນ “ຝາມືທີ່ບໍ່ມີຮ່ອງຮອຍ” ເພື່ອດັດສົມການຜະລິດກັບການໃຊ້ສອຍ, ລະຫວ່າງຕະຫຼາດພາຍໃນກັບຕະຫຼາດສາກົນ, ແຕ່່ບໍ່ຄວນລືມເຖິງຄຸນລັກສະນະໜຶ່ງ ທີ່ມີຄວມສໍາຄັນບໍ່ໜ້ອຍຕໍ່ຈິດຕະສາດຂອງຜູ້ຜະລິດ ແລະ ຜູ້ໃຊ້ສອຍ ຄື: ສໍາລັບຜູ້ຜະລິດ ​ເມື່ອໃດກໍເອົາໃຈໃສ່ເພື່ອປະຕິບັດກົດເກນມູນຄ່າ, ເຫັນແກ່ກໍາໄລ, ເຂົາຈະ​ເບິ່ງລັກສະນະເສດຖະກິດຫຼາຍກວ່າລັກສະນະສັງຄົມ; ແຕ່ກົງກັນຂ້າມສໍາລັບຜູ້ໃຊ້ສອຍ ເມື່ອໃດເຂົາກໍ
ຈະເອົາໃຈໃສ່ເຖິງລາຄາ, ຄຸນປະໂຫຍດຂອງການໃຊ້ສອຍໃນຊີວິດສ່ວນຕົວ ແລະ ຄອບຄົວຂອງເຂົາໝາຍຄວາມວ່າ ຕ້ອງການຊື້ສິນຄ້າທີ່ມີລາຄາຖືກ ແລະ ຄຸນນະພາບດີ. ໃນກໍລະນີຄືແນວນີ້ ມີຄວາມຈໍາເປັນທີ່ສຸດຕໍ່ການແຊກແຊງຂອງລັດຖະບານ ເພື່ອແນໃສ່ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,ຊີວິດການເປັນຢູ່ຂອງປະຊາຊົນມີຄວາມສະຫງົບ, ການເມືອງມີສະຖຽນລະພາບ; ຄວາມຢ້ານກົວ, ຄວາມກັງວົນຂອງຜູ້ດໍາເນີນທຸລະກິດ ແລະ ຜູ້ໃຊ້ສອຍຕໍ່ສະພາບເງິນເຟີ້ໄດ້ຮັບການແກ້ໄຂ ດ້ວຍການປະສານສົມທົບຢ່າງກົມກຽວລະຫວ່າງ “ຝາມືທີ່ມີຮອງຮອຍ” ແລະ “ຝາມືທີ່ບໍ່ມີຮ່ອງຮອຍ”.

ເພື່ອເຮັດໃຫ້ຕະຫຼາດປະເທດເຮົາມີສະຖຽນລະພາບ, ລັດຖະບານຕ້ອງໃຊ້ເຄື່ອງມືອັນໃດແດ່ ເພື່ອຄວບຄຸມຕະຫຼາດ, ເຮັດໃຫ້ກົດເກນສະໜອງ ແລະ ຄວາມຕ້ອງການຫຍັບເຂົ້າຫາກັນເທື່ອລະກ້າວ?

  1. ບັນດາເຄື່ອງມືດັດສົມຕະຫຼາດຂອງປະເທດເຮົາເຄື່ອນໄຫວໄດ້ລະດັບໃດ ແລະ ຕ້ອງໄດ້ເຮັດຫຍັງແດ່?

ໃຜໆກໍຮູ້ດີແລ້ວວ່າ ເຄື່ອງມືທີ່ສັກສິດກວ່າໝູ່ໃນນະໂຍບາຍການດັດສົມໄພເງິນເຟີ້ຂອງທຸກປະເທດໃນໂລກ, ກ່ອນອື່ນໝົດ ຕ້ອງເວົ້າເຖິງການກໍານົດນະໂຍບາຍການເງິນ ແລະ ເງິນຕາຢ່າງສອດຄ່ອງ ແລະ ຊັດເຈນ, ແຕ່ລະປະເທດອາດຈະເອີ້ນຊື່ແຕກຕ່າງກັນ ອາດຈະແມ່ນລາຄາດຽວ ຫຼື ລອຍໂຕກໍແລ້ວແຕ່. ເປົ້າໝາຍຕົ້ນຕໍຂອງນະໂຍບາຍການເງິນ-ເງິນຕາເຫຼົ່ານັ້ນ ເພື່ອແນໃສ່ຈໍາກັດເງິນເຟີ້ເທື່ອລະກ້າວ ແລະ
ກ້າວໄປເຖິງຈຸດຢຸດຕິສະພາບເງິນເຟີ້ໃນລະດັບອັນແນ່ນອນໃດໜຶ່ງ.

ກ່ອນອື່ນໝົດ ພວກເຮົາຄວນຕີລາຄາສະພາບການເງິນ-ເງິນຕາໃຫ້ຖືກຕ້ອງຕາມສະພາວະຄວມເປັນຈິງທີ່ພວມຄົງຕົວຢູ່ໃນຊູ່ມື້ນີ້ວ່າ: ສະພາບການເງິນ-ເງິນຕາຂອງປະເທດເຮົາ​ເຖິງ​ວ່າ​ຈະ​ຜ່ານພົ້ນຍ່ານຂອງກົນໄກອາຍາສິດ-ເກື້ອກູນ ໄປສູ່ການນໍາໃຊ້ກົນໄກຕະຫຼາດ, ​ແຕ່​ກໍ​ຍັງ​ມີຄວາມຫຍຸ້ງຍາກໃນການຄວບຄຸມ-ບັນຊາ ເພື່ອດັດສົມປະລິມານຂອງເງິນຕາທີ່ເຄື່ອນໄຫວຢູ່ໃນຂົງເຂດຈໍລະຈອນ ເຊິ່ງໄດ້ສ້າງຜົນກະທົບບໍ່ພຽງແຕ່ໃນຂອບເຂດຂອງການສະໜອງ ແລະ ຄວາມຕ້ອງການສິນຄ້າ-ເງິນຕາເທົ່ານັ້ນ ຫາກຍັງລວມໄປສູ່ຂົງເຂດອື່ນໆທີ່ບໍ່ສາມາດຄາດຄະເນໄດ້ລ່ວງໜ້າອີກດ້ວຍ.

ການນໍາໃຊ້ນະໂຍບາຍການເງິນໃນຖານະທີ່ເປັນເຄື່ອງມືອັນສໍາຄັນ ເພື່ອຄວບຄຸມ-ບັນຊາງົບປະມານ ໃຫ້ເຄື່ອນໄຫວຖືກທິດທາງ ແລະ ຖືກເປົ້າໝາຍທີ່ກໍານົດໄວ້, ເຮັດໃຫ້ສະພາບຄ່າເງິນກີບມີສະຖຽນລະພາບ ແລະ ປົກກະຕິ. ແຕ່ສະພາບຕົວຈິງຂອງບາງປະກົດການທີ່ສ່ອງແສງ​ເຖິງການປະຕິບັດພາລະບົດບາດຕົ້ນຕໍ
ຂອງການເງິນແຫ່ງຊາດ ໄດ້ຊີ້ໃຫ້ເຫັນວ່າ ການ​ອະນຸມັດໃຊ້ຈ່າຍງົບປະມານແຫ່ງລັດ ບໍ່ໄດ້ຮັບປະກັນພາລະບົດບາດດັດສົມໃຫ້ບັນດາອົງການບໍລິຫານ, ພາກສ່ວນເສດຖະກິດຂອງລັດ ແລະ ເອກະຊົນເຄື່ອນໄຫວຖືກຕ້ອງຕາມເປົ້າໝາຍທີ່ໄດ້ລະບຸຢູ່ໃນແຜນການພັດທະນາເສດຖະກິດ-ສັງຄົມ​ແຫ່ງ​ຊາດ ກໍ​ຄື​ແຜນພັດທະ ນາ​ ຂອງ​ຂະ​ແໜງການ​ຕົນຢ່າງເຂັ້ມງວດ ເຊິ່ງເຮັດໃຫ້ງົບປະມານແຫ່ງຊາດມີຄວາມບົກແຫ້ງເປັນໜ້າຫວັ່ນວິຕົກ, ໃນສະພາບຄືແນວນັ້ນ  ເພື່ອທົດແທນຄວາມຂາດເຂີນ ແລະ ບົກແຫ້ງຂອງງົບປະມານແຫ່ງຊາດ, ລັດຖະບານຕ້ອງປຸກລະດົມແຫຼ່ງທຶນພາຍໃນປະເທດ ແລະ ກູ້ຢືມຈາກຕ່າງປະເທດໃນປະລິມານອັນແນ່ ນອນ ເພື່ອຕາບຈູນຕໍ່ຄວາມບົກແຫ້ງ ແລະ ທັງຊໍາລະໜີ້ສິນຂອງຕ່າງປະເທດດ້ວຍ​ເງິນສະກຸນແຂງ. ເປັນ
ທໍາມະດາຢູ່ແລ້ວວ່າ ໃນເມື່ອລັດຖະບານໄດ້ຈ່າຍເປັນເງິນຕາຕ່າງປະເທດຄືແນວນັ້ນ ທະນາຄານແຫ່ງລັດເອງຕ້ອງມີບໍລິມາດເງິນກີບຢູ່ໃນການຄອບຄອງຂອງຕົນຈໍານວນຫຼວງຫຼາຍ ພຽງພໍ ເພື່ອຄໍ້າປະກັນໃຫ້ແກ່ການແລກປ່ຽນ ແລະ ເຮັດບົດບາດເປັນ​ໃຈກາງຂອງການຊໍາລະສະສາງ; ແຕ່ຄວາມຈິງ​ແລ້ວ ທະນາຄານບໍ່ມີຄວາມສາມາດດຶງດູດທຶນເຂົ້າຢູ່ຂົງເຂດຈໍລະຈອນໄດ້ຢ່າງພຽງພໍ. ສະພາບເຫຼົ່ານັ້ນ ໄດ້ສ້າງຄວາມຫຍຸ້ງ ເຫຍີງ, ໄພພິບັດຂອງວິກິດການແຜ່ລາມໄປຢ່າງທະວີຄູນຕາມທ່າອ່ຽງປີນຂັ້ນໄດ.

ຈາກການວິເຄາະ ແລະ ຕໍານິວິຈານດ້ວຍເຫດ ແລະ ຜົນບາງປະການຄືດັ່ງທີ່ກ່າວມາແລ້ວນັ້ນ ພໍສາມາດໃຫ້ທັດສະນະທີ່ມີລັກສະນະຫຼັກການຈໍານວນໜຶ່ງ ເພື່ອຈໍາກັດສະພາບວິກິດການດ້ານລາຄາເງິນກີບຂອງປະເທດເຮົາ ຄືດັ່ງລຸ່ມນີ້:

ໜຶ່ງ: ວິກິດການໃດກໍຕາມ ໂດຍສະເພາະແມ່ນວິກິດການທາງດ້ານເສດຖະກິດ, ການເງິນ-ເງິນຕາ ໄດ້ເຮັດໃຫ້ສະພາບເສດຖະກິດອ່ອນແອ, ຊຸດໂຊມເທື່ອລະກ້າວ, ຊີວິດການເປັນຢູ່ຂອງພະນັກງານ, ທະ ຫານ, ຕໍາຫຼວດ​ ແລະ ປະຊາຊົນພົບຄວາມຫຍຸ້ງຍາກ ເຊິ່ງສະແດງອອກ ຄື:

ປະການທີ 1:  ວິກິດການໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ການປຸກລະດົມທຶນຂອງທຸກພາກສ່ວນເສດ ຖະກິດເຂົ້າສູ່ການຜະລິດ-ທຸລະກິດຕ່າງໆ (ທຶນບຸກຄົນ, ເອກະຊົນ, ເອກະເທດພາຍໃນ ແລະຕ່າງປະເທດ). ຕາມທໍາມະດາແລ້ວ ຜູ້ມີເງິນທີ່ບໍ່ຕ້ອງການລົງທຶນດ້ວຍຕົນເອງ ເຂົາເຈົ້າຕ້ອງໄປຝາກ ຫຼື ໃຫ້ຜູ້ອື່ນກູ້ຢືມ
ເພື່ອເອົາດອກເບ້ຍ, ເຂົາເຈົ້າສາມາດເຂົ້າໃຈເງື່ອນໄຂ, ເຫດຜົນຕ່າງໆ ໂດຍສະເພາະສາມາດກໍານົດອັດຕາດອກເບ້ຍຂອງເງິນ ຫຼື ເງິນກູ້ຢ່າງສົມເຫດສົມຜົນ. ແຕ່ໃນເມື່ອວິກິດເກີດຂຶ້ນຢ່າງບັງເອີນ ແລະ ແກ່ຍາວ, ຜູ້ໃຫ້ກູ້ຢືມ ຫຼື ຜູ້ຢືມຈະຢູ່ໃນສະພາບມີຄວາມລັງເລ ແລະ ກ້າວໄປເຖິງການຮັກສາເງິນໄວ້ໃນການຄອບຄອງຂອງຕົນ; ແຕ່ມີອີກຈໍານວນໜຶ່ງທີ່ຕ້ອງການເຮັດທຸລະກິດ, ແຕ່ບໍ່ມີທຶນພຽງພໍ ເພາະສະນັ້ນ
ທັງສອງກໍລະນີດັ່ງກ່າວລ້ວນແຕ່ເສຍຜົນປະໂຫຍດ.

ປະການທີ 2: ວິກິດການໄດ້ກໍ່ຄວາມເສຍຫາຍໃຫ້ແກ່ການປະຕິບັດແຜນການຂອງບັນດາອົງການຂອງລັດ ແລະ ເອກະຊົນ, ສ້າງຄວາມບໍ່ດຸ່ນດ່ຽງ ລະຫວ່າງແຜນງານກັບແຜນເງິນຢ່າງຮ້າຍແຮງ, ພາໃຫ້ຄົນກຸ່ມໜຶ່ງ ຫຼື ບຸກຄົນໃດໜຶ່ງໄດ້ປຽບ ແລະ ກົງກັນຂ້າມຄົນກຸ່ມອື່ນ ຫຼື ບຸກຄົນອື່ນເສຍປຽບ, ຫຼຸບທຶນຢ່າງມະຫາສານ.

ປະການທີ 3: ສ້າງຄວາມສິ້ນເປືອງດ້ານເຫື່ອແຮງ ແລະ ສະຕິປັນຍາຂອງການນໍາໃນທຸກລະດັບ ເພື່ອຄົ້ນຄວ້າ-ປຶກສາຫາລືກ່ຽວກັບວິທີການ, ມາດຕະການຕ່າງໆໃນການແກ້ໄຂວິກິດການດັ່ງກ່າວ.

ພຶດຕິກໍາໄດ້ຊີ້ໃຫ້ເຫັນວ່າ ບັນດາປະກົດການທີ່ພົວພັນເຖິງ “ສຸຂະພາບຂອງເສດຖະກິດ” ໄດ້ສະແດງອອກຢ່າງສັບສົນ ແລະ ຂຶ້ນກັບຫຼາຍປັດໄຈ, ແຕ່ລະປັດໄຈມີທ່າອ່ຽງຂະຫຍາຍຕົວແຕກຕ່າງກັນ, ປະຕິເສດເຊິ່ງກັນແລະກັນ. ເພາະສະນັ້ນ ໃນເມື່ອຄົ້ນຄວ້າ-ຊອກຫາຂໍ້ສະຫຼຸບໃດໜຶ່ງບໍ່ຄວນຟ້າວຟັ່ງແບບເດັດຖານວ່າ ຜົນໄດ້ຮັບອັນນີ້ເກີດມາຈາກສາເຫດຂອງປັດໄຈອັນນັ້ນ ໃນເມື່ອຕົນເອງບໍ່ທັນໄດ້ມີການສໍາຫຼວດກວດກາ ຫຼື ຫາກວ່າປະຖິ້ມປັດໄຈໃດໜຶ່ງ ເຖິງແມ່ນວ່າປັດໄຈນັ້ນບໍ່ແມ່ນປັດໄຈໂດຍກົງກໍຕາມ ແຕ່ກໍມີຄຸນປະໂຫຍດໃນລະດັບໃດໜຶ່ງໃຫ້ແກ່ປັດໄຈອື່ນເພື່ອເສີມຂະຫຍາຍຄຸນປະໂຫຍດຂອງຕົນ.

ດ້ວຍເຫດນັ້ນ ເມື່ອຄົ້ນຄວ້າເຖິງສາເຫດຂອງວິກິດການໃດໜຶ່ງ ຫຼື ວາງວິທີທາງ ແລະ ວາງມາດຕະການໃດເພື່ອຕ້ານກັບວິກິດການ ພວກເຮົາຕ້ອງວາງບັນຫາເຫຼົ່ານັ້ນ ບົນພື້ນຖານທັດສະນະພາວະວິໄສ, ຮອບດ້ານ ແລະ ເຂັ້ມງວດ.

ສອງ: ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ແມ່ນປັດໄຈໜຶ່ງທີ່ມີຄວາມສໍາຄັນ ແລະ ມີການພົວພັນໂດຍກົງເຖິງການສ້າງລາຍຮັບ ແລະ ການໃຊ້ຈ່າຍງົບປະມານຂອງລັດໃຫ້ມີປະສິດທິຜົນໃນການພັດທະນາເສດຖະກິດ-ສັງຄົມ. ດ້ວຍເຫດນັ້ນ ລັດຖະບານ ໂດຍສະເພາະແມ່ນບັນດາກະຊວງ-ອົງການ ແລະ ສະຖາບັນທີ່ມີຄວາມຮັບຜິດຊອບໂດຍກົງໃນການກວດກາ, ຄຸ້ມຄອງ ແລະ ຊອກຫາແຫຼ່ງລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ ຕ້ອງວາງມາດຕະການຕ່າງໆ ແລະ ປະຕິບັດມາດຕະການເຫຼົ່ານັ້ນຢ່າງເຄັ່ງຄັດ, ບໍ່ອະນຸຍາດໃຫ້ອົງການໃດ ສັ່ງຈ່າຍງົບປະມານໂດຍປາສະຈາກຄວາມຮັບຜິດຊອບຂອງຕົນໄດ້ຢ່າງເດັດຂາດ.

ສາມ: ໃນເງື່ອນໄຂປົກກະຕິແລ້ວ ອັດຕາຊື້-ຂາຍ ແລກປ່ຽນຕ້ອງປະຕິບັດຕາມກົດເກນການສະໜອງ ແລະ ຄວາມຕ້ອງການແບບອັດຕະໂນມັດ, ສ່ວນການແຊກແຊງຂອງລັດໄດ້ກະທົບໃນເມື່ອສັງເກດເຫັນວ່າ ກົນໄກຕະຫຼາດສະແດງບົດບາດຂອງຕົນບໍ່ໄປຕາມກົດເກນການສະໜອງ ແລະ ຄວາມຕ້ອງການ (ປອມ
ແປງ) ເຊິ່ງຈະສ້າງຜົນສະທ້ອນບໍ່ດີໃຫ້ແກ່ການຂະຫຍາຍເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ໃນກໍລະນີຈໍາເປັນ ລັດຖະບານກໍຕ້ອງຕັດງົບປະມານສໍາລັບບັນດາໂຄງການທີ່ເຫັນວ່າບໍ່ມີປະສິດທິຜົນ.

ສີ່: ສືບຕໍ່ຄົ້ນຄວ້າຊອກຫາມາດຕະການຕ່າງໆ ເພື່ອກໍານົດນະໂຍບາຍສິນເຊື່ອ ໂດຍສອດຄ່ອງກັບສະພາວະຄວາມເປັນຈິງຂອງສະພາບລາຄາໃນປັດຈຸບັນ ໂດຍສະເພາະແມ່ນການຄົ້ນຄວ້າດັດປັບອັດຕາດອກເບ້ຍເງິນກູ້-ເງິນຝາກ ເພື່ອຈູງໃຈຂອງທຸກພາກສ່ວນເສດຖະກິດ ແລະ ທຸກຄົນປະກອບສ່ວນນໍາໃຊ້ເງິນຖືກເປົ້າໝາຍ. ວິທີຫຼຸດອັດຕາດອກເບ້ຍເງິນກູ້ບົນພື້ນຖານການຫຼຸດຜ່ອນລາຍຈ່າຍບໍລິການຂອງທະນາ ຄານເອງເທື່ອລະກ້າວ ກໍເປັນວິທີໜຶ່ງເພື່ອຊ່ວຍໃຫ້ສະພາບເສດຖະກິດດີຂຶ້ນ. ພ້ອມກັນນັ້ນ ພະຍາຍາມດັດປັບອັັດຕາແລກປ່ຽນເງິນກີບກັບສະກຸນເງິນຕາຕ່າງປະເທດ ຕາມກົດເກນສະໜອງ ແລະ ຄວາມຕ້ອງການ, ສ້າງຄວາມສອດຄ່ອງລະຫວ່າງກົດເກນຄຸນຄ່າ ແລະ ລາຄາທີ່ສາມາດຍອມຮັບທົ່ວໄປໃນແຕ່ລະໄລຍະ.

ຫ້າ: ເດັດດ່ຽວຫຼີກເວັ້ນແກ້ໄຂການຂາດດຸນ/ບົກແຫ້ງຂອງງົບປະມານ ແລະ ເງິນຕາ ດ້ວຍການສັ່ງພິມທະນາບັດເພີ່ມຈໍານວນຫົວໜ່ວຍ ຫຼື ປະລິມານ ຫຼື ດ້ວຍວິທີກູ້ຢືມເງິນຕາຕ່າງປະເທດ. ນັກເສດຖະ ສາດທັງຫຼາຍລ້ວນແຕ່ຮູ້ດີວ່າ ໃນເວລາສຸຂະພາບຂອງເສດຖະກິດກໍາລັງອ່ອນແອຊຸດໂຊມທີ່ເກີດຈາກວິກິດການດ້ານຕ່າງໆ ໂດຍສະເພາະແມ່ນວິກິດການເງິນ-ເງິນຕາ, ການພິມທະນາບັດເພີ່ມ ໂດຍສະເພາະ
ແມ່ນເພີ່ມຈຳນວນຫົວໜ່ວຍບໍ່ພຽງແຕ່ບໍ່ສາມາດແກ້ໄຂ ແລະ ປິ່ນປົວສຸຂະພາບຂອງເສດຖະກິດໄດ້ເທົ່ານັ້ນ ຫາກຍັງຈະເພີ່ມຄວາມອ່ອນແອຊຸດໂຊມແບບມ້າກະໂດດເວົ້າແນວນິີ້ບໍ່ໝາຍຄວາມວ່າ ຕ້ອງປະຕິເສດທຸກໆກໍລະນີທີ່ສັ່ງພິມເພີ່ມປະລິມານ ຫຼື ເພີ່ມຫົວໜ່ວຍຂອງທະນາບັດທີ່ສ່ອງແສງຖືກຕ້ອງເຖິງຫຼັກການ, ກົດເກນເສດຖະກິດ ໂດຍສະເພາະແມ່ນກົດເກນການສະໜອງ ແລະ ຄວາມຕ້ອງການ, ກົດເກນ ເພີ່ມສະມັດຖະພາບຂອງງານຢ່າງບໍ່ຢຸດຢັ້ງ, ກົດເກນການສະສົມ ແລະ ໃຊ້ສອຍ ເປັນຕົ້ນ.

ຫົກ: ການປຸກລະດົມຂະບວນການສ້າງລາຍຮັບເຂົ້າງົບປະມານເປັນວຽກໜຶ່ງທີ່ມີບົດບາດສໍາຄັນ ເພື່ອແກ້ໄຂຄວາມຫຍຸ້ງຍາກທີ່ກໍາລັງປະສົບຢູ່ໃນປັດຈຸບັນ. ແຕ່ການປຸກລະດົມຂະບວນການດັ່ງກ່າວ ຕ້ອງປະຕິ ບັດບົນພື້ນຖານທັດສະນະບໍ່ໃຫ້ມີຜົນສະທ້ອນຕໍ່ຄວາມອາດສາມາດຈະເຮັດໃຫ້ລາຄາ ແລະ ການສະ
ໜອງເພີ່ມຂຶ້ນແບບອັດຕະໂນມັດ ເພາະມັນຈະສ້າງຄວາມຫຍຸ້ງຍາກໃຫ້ແກ່ການລົງທຶນສໍາລັບກິດຈະການສໍາຄັນຕົ້ນຕໍ, ອີກເບື້ອງໜຶ່ງຈະສ້າງຜົນກະທົບບໍ່ດີຕໍ່ປະລິມານຂອງການສະໜອງນັ້ນເອງ.

ເຈັດ: ລັດຖະບານຮີບຮ້ອນກໍານົດນະໂຍບາຍປະຢັດມັດທະຍັດໃຫ້ເປັນນະໂຍບາຍໃຫຍ່ທີ່ມີຄວາມ ໝາຍລະດັບຊາດ ເພື່ອຊຸກຍູ້ ແລະ ສົ່ງເສີມພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ພົນລະ ເມືອງລາວທຸກຄົນ ມີສະຕິຕື່ນຕົວ ມີແຜນການໃນການໃຊ້ຈ່າຍທຶນຮອນ-ເງິນຕາຂອງລັດ ແລະ ຂອງສ່ວນຕົວ, ຄອບຄົວ ໃຫ້ມີປະໂຫຍດສູງ​ສຸດແກ່ການພັດທະນາເສດຖະກິດ-ສັງຄົມ ທັງຮັບປະກັນໃຫ້ແກ່ການໃຊ້ຈ່າຍໃນຄອບຄົວຂອງຕົນ. ກະຊວງການເງິນຄວນກໍານົດ ແລະ ປະຕິບັດນະໂຍບາຍໃນການປະກອບພາຫະນະ, ເຄື່ອງໃຊ້ສອຍທີ່ຈໍາເປັນໃຫ້ອົງການ, ສໍານັກງານ ແລະ ບຸກຄົນຢ່າງສົມເຫດສົມຜົນ ໂດຍສອດຄ່ອງກັບລະດັບເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນເຮົາ.

ການຮັກສາສະຖຽນລະພາບຄ່າເງິນ ຄືສ່ວນໜຶ່ງຂອງການປົກປ້ອງຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ພາຍໃຕ້ການນໍາພາຂອງພັກ ກໍຄືການຄຸ້ມຄອງຂອງລັດ. ເພື່ອຄວາມມັ່ງຄັ່ງ-ເຂັ້ມແຂງຂອງປະເທດຊາດ, ເພື່ອຄວາມຮັ່ງມີ-ຜາສຸກຂອງປະຊາຊົນລາວທຸກທົ່ວໜ້າ ແລະ ເພື່ອຄວາມສີວິໄລ, ຍຸຕິທໍາໃນທົ່ວສັງຄົມ ທຸກຄົນຕ້ອງຖືວ່າການຕ້ານ ແລະ ສະກັດກັ້ນວິກິດການການເງິນຕາ-ລາຄາ ເປັນທັດສະ
ນະປະຕິວັດອັນເລິກເຊິ່ງ ແລະ ສຸດກົກສຸດປາຍ./.

[1] https://Laos.Lsb.gov.la

ຮຽບຮຽງໂດຍ: ນ. ມະນີສອນ ສີດໍາພັນ

(ວາລະສານອະລຸນໃໝ່ ສະບັບປະຈຳເດືອນສິງຫາ ປີ 2025)

Leave a Reply

Your email address will not be published. Required fields are marked *