ຄະນະຜູ້ແທນວາລະສານກົ້ງສ້ານ ຂອງສູນກາງພັກກອມມູນິດຫວຽດນາມ ໄດ້ສືບຕໍ່ເດີນທາງຢ້ຽມຢາມ ແລະ ປະຕິບັດໜ້າທີ່ ຢູ່ ແຂວງ ຫຼວງພະບາງ

ວັນທີ 30 ກໍລະກົດ 2026, ຄະນະຜູ້ແທນວາລະສານກົ້ງສ້ານ ຂອງສູນກາງພັກກອມມູນິດຫວຽດ ນາມ ນຳ​ໂດຍສະ​ຫາຍ ຫງວຽນ ຫງັອກ ຮາ ພ້ອມ​ດ້ວຍ​ຄະ​ນະ ໄດ້ສືບ​ຕໍ່ເດີນທາງຢ້ຽມຢາມ ແລະປະຕິບັດໜ້າທີ່ ຢູ່ ແຂວງແຂວງ ຫຼວງພະບາງ ໂດຍ​ມີ​ສະ​ຫາຍ ຫີນ​ເພັດ ໄຊ​ຍະ​ສີ​ພັນ​ດອນ ຮັກ​ສາກ​ານ​ຫົວ​ໜ້າ​ບັນ​ນາ​ທິ​ການ​ໃຫຍ່​ວາ​ລະ​ສານ​ອະ​ລຸນ​ໃໝ່ ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ເຂົ້າ​ຮ່ວມ​ຕິດ​ຕາມ​ຄະ​ນະ ພາຍຫຼັງການສໍາເລັດການປະຕິບັດໜ້າທີ່ຢູ່ແຂວງວຽງ​ຈັນ.

ຕອນເຊົ້າຂອງວັນທີ 31 ກໍລະກົດ 2026, ຄະນະຜູ້ແທນວາລະສານກົ້ງສ້ານ ຂອງສູນກາງພັກກອມມູນິດຫວຽດນາມນໍາພາໂດຍ ສະຫາຍ ຫງວຽນ ຫງັອກ ຮາ ຮອງຫົວໜ້າບັນນາທິການໃຫຍ່ ວາລະສານກົ້ງສ້ານ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ້ານັບ ສະຫາຍ ຄໍາຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງ​ພະ​ບາງ ທີ່ຫ້ອງວ່າການແຂວງຫຼວງພະບາງ.

ໃນໂອກາດນີ້ ສະຫາຍ ຄໍາຫຼ້າ ລຽນປະດິດ ໄດ້ກ່າວຕ້ອນຮັບ ສະຫາຍ ຫງວຽນ ຫງັອກ ຮ່າ ພ້ອມດ້ວຍຄະນະຢ່າງອົບອຸ່ນດ້ວຍໄມຕິຈິດມິດຕະພາບ ແລະສາຍສໍາພັນແບບພິເສດ ລາວ-ຫວຽດນາມ, ພ້ອມທັງລາຍງານສະ​ພາບຈຸດພິເສດ ແລະການພັດທະນາເສດຖະກິດ ຂອງແຂວງໃຫ້ຄະນະຜູ້ແທນຊາບໂດຍສັງເຂບ.

ໃນໂອກາດນີ້ ສະຫາຍ ຫງວຽນ ຫງັອກ ຮາ ໄດ້ແຈ້ງຈຸດພິເສດ ແລະພາລະບົດບາດຂອງ ວາລະ ສານກົ້ງສ້ານ ຂອງສູນກາງພັກກອມມູນິດຫວຽດນາມ ເຊິ່ງ​ປັດຈຸບັນແມ່ນໄດ້ຮ່ວມມືກັບວາລະສານຂອງຫຼາຍປະເທດໃນໂລກ ແລະຈັດພິມເດືອນລະ 2 ຄັ້ງ, ຈັດພີມເປັນ 5 ພາສາໃນນີ້ລວມທັງພາສາລາວ.

Leave a Reply

Your email address will not be published. Required fields are marked *