ຄະນະຜູ້ແທນວາລະສານກົ້ງສ້ານ ນຳໂດຍສະຫາຍ ຫງວຽນ ຫງັອກ ຮາ ຮອງຫົວໜ້າບັນນາທິການໃຫຍ່ ວາລະສານກົງສ້ານ ຂອງພັກຄອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງ ວຽງຈັນ

ໃນວັນທີ 29 ກໍລະກົດ 2026 ຄະ​ນະ​ຜູ້​ແທນ​ວາ​ລະ​ສານກົ້ງ​ສ້ານ ນຳ​ໂດຍ​ສະ​ຫາຍ ຫງວຽນ ຫງັອກ ຮາ ຮອງຫົວໜ້າບັນນາທິການ​ໃຫຍ່ ວາລະສານກົງສ້ານ ຂອງພັກຄອມມູນິດຫວຽດນາມ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເຄື່ອນ​ໄຫວ​ເຮັດ​ວຽກ​ຢູ່​ແຂວງ ວຽງ​ຈັນ ໂດຍ​ມີ​ສະ​ຫາຍ ຫີນ​ເພັດ ໄຊ​ຍະ​ສີ​ພັນ​ດອນ ຮັກ​ສາກ​ານ​ຫົວ​ໜ້າ​ບັນ​ນາ​ທິ​ການ​ໃຫຍ່​ວາ​ລະ​ສານ​ອະ​ລຸນ​ໃໝ່ ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ເຂົ້າ​ຮ່ວມ​ຕິດ​ຕາມ​ຄະ​ນະ.

ສະ​ຫາຍ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງວຽງຈັນ ໄດ້​ໃຫ້​ກຽດຕ້ອນຮັບຢ່າງອົບອຸ່ນແກ່​ສະ​ຫາຍ ຫງວຽນ ຫງັອກ ຮາ ຮອງຫົວໜ້າບັນນາທິການໃຫຍ່ ວາລະສານກົ້ງສ້ານ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງວຽງຈັນ.

ໃນໂອກາດນີ້, ສະ​ຫາຍ ພອນແກ້ວ ຂຸນພົນ ໄດ້ສະແດງຄວາມຍິນດີ ແລະຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນ ຊຶ່ງເປັນການສືບຕໍ່ສາຍພົວພັນມິດຕະພາບແບບພິເສດ ແລະຄວາມຮ່ວມມືຮອບດ້ານລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ພ້ອມກັນນີ້ ໄດ້ລາຍ​ງານ​ສະພາບລວມຂອງ​ການ​ພັດ​ທະ​ນາແຂວງວຽງຈັນ ໂດຍສະເພາະທ່າແຮງດ້ານກະສິກຳ, ດ້ານການທ່ອງທ່ຽວ ແລະຈຸດເດັ່ນຂອງແຂວງ ເຊັ່ນ: ເມືອງວັງວຽງ, ເມືອງເຟືອງ ແລະ ເມືອງແກ້ວອຸດົມ ທີ່ມີທ່າແຮງດ້ານທຳມະຊາດ ແລະ ການທ່ອງທ່ຽວ. ພ້ອມນີ້, ໄດ້ແຈ້ງໃຫ້ແຂກຊາບກ່ຽວກັບວຽກໂຄສະນາອົບຮົມແຂວງເຊິ່ງເຮັດວຽກງານໂຄສະນາເຜີຍແຜ່ແນວທາງຂອງພັກເພື່ອເຮັດໃຫ້ປະຊາຊົນເຊື່ອມຊຶມແນວທາງຂອງພັກແລະພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດເປັນແຕ່ລະໄລຍະ.

ຈາກນັ້ນ, ສະ​ຫາຍ ຫງວຽນ ຫງອກ ຮາ ຮອງຫົວໜ້າບັນນາທິການໃຫຍ່ ວາລະສານກົ້ງສ້ານ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງການນຳແຂວງວຽງຈັນ ພ້ອມທັງຕີລາຄາສູງຕໍ່ຜົນສຳເລັດການພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງ​ຈັນ ໃນໄລຍະຜ່ານມາ.

Leave a Reply

Your email address will not be published. Required fields are marked *