ຍົກລະດັບບົດບາດການນຳພາ ແລະ ຄວາມສາມາດກຳອຳນາດ ການປົກຄອງຂອງພັກ ແລະ ຍົກສູງຄວາມສາມາດການນຳພາຂອງພັກ ຕ້ານການສໍ້ລາດບັງຫຼວງ ແລະ ໄພພິບັດຕ່າງໆ

ເພື່ອ​ສ້າງ​ຂະ​ບວນ​ການ​ຂໍ່າ​ນັບ​ຮັບ​ຕ້ອນ 3 ວັນ​ປະ​ຫວັດ​ສາດ​ຂອງ​ພັກ, ລັດ ​ຄື: ວັນ​ສ້າງ​ຕັ້ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ຄົບ​ຮອບ 70 ປີ (22/3/1955-22/3/2025), ວັນ​ສ້າງ​ຕັ້ງ ສ​ປ​ປ ລາວ ຄົບ​ຮອບ 50 ປີ (2/12/1975 2/12/2025) ແລະ ວັນ​ຄ້າຍ​ວັນ​ເກີດຂອງ​ ປະ​ທານ ​ໄກ​ສອນ ພົມ​ວິ​ຫານ​​ ຜູ້​ນຳ​ທີ່​ແສນ​ເຄົາ ລົບຮັກ ຄົບ​ຮອບ 105 ປີ (13/12/1920-13/12/2025).

ຂ້າ​ພະ​ເຈົ້າ ​ຂໍ​​ຍົກ​ເອົາ 2 ຫົວ​ຂໍ້​ທີ່​ສຳ​ຄັນ​ກ່າວ​ມາ​ເທິງນີ້ ເພື່ອ​ທົບ​ທວນ​ຄືນ​ບົດ​ບາດ​ທີ່​ຍິ່ງ​ໃຫຍ່ ແລະ ສຳ​ຄັນ​ໃນ​ການ​ນຳ​ພາ​ຂອງ​ພັກ​ເຮົາ​ຕະ​ຫຼອດ​ໄລ​ຍະ 70 ປີ​ທີ່​ຜ່ານ​ມາ ຄື​ດັ່ງໃນ​ຕອນ​ໜຶ່ງ​ບົດ​ກະ​ວີ​ຂອງ​ນັກ​ກະ​ວີ​ເອກ​​ຂອງລາວ​ເຮົາ (ທ່ານ​ ສົມ​ສີ ເດ​ຊາ​ຄຳ​ພູ) ​ໄດ້​ເວົ້າ​ວ່າ: “ພິກ​ແຜ່ນ​ດິນ ປີ້ນ​ແຜ່ນ​ຟ້າ ຢາກ​ເຫັນ​ໜ້າ​ໃຫ້​ເບິ່ງ​ຫຼັງ” ເຊິ່ງ​ສະ​ແດງ​ໃຫ້​ເຫັນ ​ດັ່ງ​ນີ້:    1. ​ບົດ​ບາດ​ການ​ນຳ​ພາ​ ແລະ ​ຄວາມ​ສາ​ມາດ​ກຳ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ພັກ: ຕະຫຼອດໄລ​ຍະ 70 ປີ​ ທີ່ຜ່ານ​ມາ, ປະ​ຫວັດ​ສາດ​ແຫ່ງ​ການ​ຕໍ່​ສູ້​ຂອງປະ​ຊາ​ຊົນ​ລາວ​​ບັນ​ດາ​ເຜົ່າ ໄດ້​ຕິດ​ພັນ​ກັບ​ການ​ກຳ​ເນີດ​ ແລະ ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ຕະ​ຫຼອດ​ມາ, ທຸກ​ບາດ​ກ້າວ​ເດີນ, ທຸກ​ໄຊ​ຊະ​ນະ​ຂອງ​ປະ​ເທດ​ຊາດ ​ແລະ ​ປະ​ຊ​າ​ຊົນ​ລາວ​ ໃນ​ການ​ຕໍ່​ສູ້​ກູ້​ຊາດ​ຕ້ານ​ຈັກ​ກະ​ພັດ​ຜູ້​ຮຸກ​ຮານ​ພ້ອມ​ລູກ​ແຫຼ້ງ​ຕີນ​ມື​ເພື່ອ​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ກໍຄື​ໄລ​ຍະ​ປົກ​ປັກ​ຮັກ​ສາ ​ແລະ ​ສ້າງ​ສາ​ປະ​ເທດ​ຊາດ​ໃນ​ປັດ​ຈຸ​ບັນ ເຊິ່ງ​ເປັນ​ໄລ​ຍະ​ສືບ​ຕໍ່​ສ້າງ ​ແລະ ​ຂະ​ຫຍາຍ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ຂ້າມ​ຜ່ານ​ກ້າວ​ຂຶ້ນ​ສູ່​ສັງ​ຄົມ​ນິ​ຍົມ ລ້ວນ​​ແຕ່​ຕິດ​ພັນ​ກັບ​ການ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ. ນັບ​ແຕ່ມື້​ສ້າງ​ຕັ້ງຂຶ້ນ​ມາ, ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ໄດ້​ຮັບ​ເອົາ​ພາ​ລະ​ກຳ​ປະ​ຫວັດ​ສາດ​ອັນ​ແສນ​ຫຍຸ້ງ​ຍາກ​ລຳ​ບາກ, ເຕັມ​ໄປ​ດ້ວຍ​ການ​ຕໍ່​ສູ້​ອັນ​ດຸ​ເດືອດ, ຂ້ຽວຂາດ, ລະ​ອິດ​ລະ​ອ້ຽວ, ຍືດ​ເຍື້ອ​ຍາວ​ນານ ເຕັມ​ໄປ​ດ້ວຍ​ການ​ເສຍ​ສະ​ລະ​ອັນ​ສູງ​ສົ່ງແຕ່​ມີ​ກຽດ​ສະ​ຫງ່າ​ງາມ, ສາ​ມາດ​ຜາບ​ແພ້​ພວກ​ຮຸກ​ຮານ ​ແລະ​ ລູກ​ແຫຼ້ງ​ຕີນ​ມື, ສືບ​ຕໍ່​ກໍ່​ສ້າງ​ປະ​ເທດ​ລາວ ສັນ​ຕິ​ພາບ, ເອ​ກະ​ລາດ​, ປະ​ຊາ​ທິ​ປະ​ໄຕ, ເອ​ກະ​ພາບ​ ແລະ ​ວັດ​ທະ​ນາ​ຖາ​ວອນ.

ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ຂອງ​ການ​ປະ​ຕິ​ວັດ, ພັກ​ໄດ້​ນຳ​ພາ​ປວງ​ຊົນ​ທັງ​ຊາດ​ປະ​ຕິ​ບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ ​ຄື: ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ຊາດ ໂດຍ​ອີງ​ຕາມ​ຄຳ​ເວົ້າ​ຂອງ ​ທ່ານ ວ.ເລ​ນິນ​ ໄດ້​ກ່າວ​ໄວ້​ວ່າ: “ການ​ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ​ແມ່ນ​ຍາກ​ຢູ່​ແລ້ວ ແຕ່​ວ່າ​ການ​ປົກ​ປັກ​ຮັກ​ສາ​ອຳ​ນາດ​​ຍິ່ງ​ຍາກກວ່າ​ຫຼາຍ​ເທົ່າ”. ແຕ່​ດ້ວຍ​ການ​ນຳ​ພາ​ອັນ​ສະ​ຫຼາດ​ສ່ອງ​ໃສ​ ແລະ ​ຖືກ​ຕ້ອງ​ເປັນ​ທຳ​ຂອງ​ພັກ ໄດ້​ນຳ​ພາ​ປະ​ຊາ​ຊົນ​ລາວ​ທັບ​ມ້າງ​ທຸກ​ກົນ​ອຸ​ບາຍ, ເລ່​ຫຼ່ຽມ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ສີ​ຂອງ​ບັນ​ດາ​ອິ​ທິ​ກຳ​ລັງ​ປໍ​ລະ​ປັກ​ທີ່​ຫວັງ​ທຳ​ລາຍ​ມ້າງ​ເພ​ລະ​ບອບ​ໃໝ່​ຂອງ​ລາວ, ສາ​ມາດ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ​ແລະ​ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ​ໄວ້​ໄດ້​ຢ່າງ​ໝັ້ນ​ຄົງ; ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ ​ແລະ​ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ສັງ​ຄົມ. ພັກ​ໄດ້​ນຳ​ພາ​ທົ່ວປວງ​ຊົນ​ເສີມ​ຂະ​ຫຍາຍ​ມູນເ​ຊື້ອ​ດຸ​ໝັ່ນ​ຂະ​ຫຍັນ​ພຽນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ,ເອົາ​ໃຈ​ໃສ່​ກໍ່ສ້າງ​ປະ​ຊາ​ຊົນ, ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ມີ​ຈິດ​ໃຈ​ຮັກ​ຊາດ, ຮັກ​ຄວາມ​ເປັນ​ເອ​ກະ​ລາດ, ​ເພິ່ງ​ຕົນ​ເອງ ສ້າງ​ຄວາມ​ເຂັ້ມ​ແຂງດ້ວຍ​ຕົນ​ເອງ​, ດຳ​ເນີນ​ການ​ຮຳ​ບາດ​ແຜ​ສົງ​ຄາມ, ຂະ​ຫຍາຍ​ການ​ຜະ​ລິດ, ຂະ​ຫຍາຍ​ວັດ​ທະ​ນະ​ທຳ​ ແລະ​ ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ເປັນ​ປົກກະ​ຕິ ​ແລະ ​ດີ​ຂຶ້ນ​ເປັນ​ກ້າວໆ; ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປັບ​ປຸງ​ ແລະ ໄດ້​ເສີມ​ຂະ​ຫຍາຍ​ນັບ​ມື້​ກາຍ​ເປັນ​ລະ​ບອບ​ການ​ເມືອງ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ​ແລະ​ ເພື່ອ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ.

ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ຕົນ ​ແລະ ​ຜ່ານ​ການ​ຊອກ​ຮູ້​ຮໍ່າຮຽນ​​ເອົາ​ບົດ​ຮຽນ​ຂອງ​ບັນ​ດາ​ພັກ​ອ້າຍ​ນ້ອງແລະ ​ປະ​ເທດ​ຕ່າງໆ, ພັກ​ໄດ້​ມີ​ຄວາມ​ສະ​ດຸ້ງ​ໄວ, ໄດ້​ເປັນ​ຜູ້​ລິ​ເລີ່ມ​ ແລະ​ ຈັດ​ຕັ້ງ​ນຳ​ພາ​ທົ່ວ​ປວງ​ຊົນ​ດຳ​ເນີນ​ພາ​ລະ​ກິດປ່ຽນ​ແປງ​ໃໝ່ ໂດຍ​ເລີ່ມ​ຈາກ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ເສດ​ຖະ​ກິດ ກ້າວ​ໄປ​ສູ່​ການ​ປ່ຽນ​ແປງໃໝ່ຮອບ​ດ້ານ ​ແລະ​ ມີ​ຫຼັກ​ການ​ຂອງ​ພັກ​.

ໃນ​ຊຸມ​ປີ​ທຳ​ອິດ​ແຫ່ງ​ການ​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່, ເຖິງວ່າ​ສະ​ຖາ​ນະ​ການ​ຂອງ​ໂລກ​ໄດ້​ຜັນ​ແປ​ໄປ​ຢ່າງ​ໄວ​ວາ ​ແລະ ​ສັບ​ສົນ, ປະ​ເທດ​ເຮົາ​ໄດ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ, ພ້ອມນັ້ນ ພວກ​ອິ​ທິ​ກຳ​ລັງ​ປໍ​ລະ​ປັກ ກໍໄດ້​ສືບ​ຕໍ່​​ພະ​ຍາ​ຍາມທຳ​ລາຍ​ມ້າງ​ເພ​ພາ​ລະກິດ​ປະ​ຕິ​ວັດ​ຂອງ​ປະ​ຊາ​ຊົນ​ລາວ​ຢ່າງ​ຕໍ່​ເນື່ອງກໍຕາມ;ແຕ່​ດ້ວຍ​ມູນ​ເຊື້ອ​ທໍ​ລະ​ຫົດ​ອົດ​ທົນ, ດ້ວຍ​ການ​ນຳ​ພາ​ອັນ​ສະ​ຫຼາດ​ສ່ອງ​ໃສ​ ແລະ ​ຖືກ​ຕ້ອງ​ເປັນ​ທຳ​ຂອງ​ພັກ ເຮັດ​ໃຫ້​ການ​ດຳ​ເນີນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​ຂອງ ສ​ປ​ປ ລາວ ​ໄດ້​ຮັບ​ໝາກ​ຜົນ​ໃນ​ເບື້ອງ​ຕົ້ນ​ທີ່​ສຳ​ຄັນ​ຫຼາຍ​ປະ​ການ, ເສດ​ຖະ​ກິດ​ມີ​ການ​ຂະ​ຫຍາຍ​ຕົວ​ດ້ວຍ​ຈັງ​ຫວະ​ໄວ​ຂຶ້ນ, ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ​ມີ​ຄວາມ​ໜັກ​ແໜ້ນ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປົວ​ແປງ​ດີ​ຂຶ້ນ​ຢ່າງ​ຈະ​ແຈ້ງ; ການ​ພົວ​ພັນ​ຮ່ວມ​ມື​ກັບ​ພາຍນອກ​ໄດ້​ມີ​ການ​ເປີດກວ້າງ, ບົດ​ບາດ ​ແລະ ​ຊື່​ສຽງ​ຂອງ ສ​ປ​ປ ລາວ ໄດ້​ຮັບ​ການ​ເຊີດ​ຊູ​ຂຶ້ນ​ໃນ​ເວ​ທີ​ສາ​ກົນ; ສິ່ງ​ເຫຼົ່າ​ນັ້ນ ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ​ແລະ​ ຊັ້ນ​ຄົນ​ຕ່າງໆ​ເພີ່ມ​ທະ​ວີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳ​ພາ​ຂອງ​ພັກ, ເຊື່ອ​ໝັ້ນ​ຕໍ່​ໄຊ​ຊະ​ນະ​ຂອງ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ຜົນ​ງານ​ ແລ​ະ ໄຊ​ຊະ​ນະ​ທີ່​ຍາດ​ມາ​ໄດ້​ນັ້ນ​ມີ​ຄວາມ​ສຳ​ຄັນ ​ແລະ ​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ ເຊິ່ງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ລາວ ​ຕ່າງກໍມີ​ຄວາມ​ຊື່ນ​ຊົມ​ຍິນ​ດີ ​ແລະ ພາກ​ພູມ​ໃຈ; ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ, ໃນ​ການ​​ເຄື່ອນ​ໄຫວນຳ​ພາ​ຂອງ​ຕົນ ພັກ​ເຮົາ​ກໍຍັງ​ມີ​ຂໍ້ຂາດ​ຕົກ​ບົກ​ພ່ອງ ​ແລະ ​ຂໍ້​ຄົງ​ຄ້າງ​ຢູ່​ຫຼາຍ​ດ້ານ.

ໃນ​ບາງ​ໄລ​ຍະ, ບາງ​ຄັ້ງຍັງ​ມີ​ແນວ​ຄິດ​ຮ້ອນ​ຮົນ​ຟ້າວ​ຟັ່ງ, ອາ​ລົມ​ຈິດ​ນິ​ຍົມ, ມີ​ລັກ​ສະ​ນະ​ກົນ​ຈັກ​ໃນ​ການ​ໝູນ​ໃຊ້​ທິດ​ສະ​ດີ ​ແລະ ​ບົດ​ຮຽນ​ຂອງ​ພັກ​ອ້າຍ​ນ້ອງ ອັນ​ໄດ້​ເຮັດ​ໃຫ້​ການ​ກຳ​ນົດ​ແນວທາງ​ນະ​ໂຍ​ບາຍ​ຂອງ​ພັກ​ມີ​ບາງ​ດ້ານ ກໍບໍ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ເຮົາ; ການ​ປັບ​ປຸງກໍ່​ສ້າງ​ພັກ​ຍັງ​ບໍ່​ທັນ​ໜັກ​ແໜ້ນ ​ເລິກ​ເຊິ່ງ ​ແລະ​ ບໍ່​ທັນ​ຕອບ​ສະ​ໜອງ​ໄດ້​ກັບ​ໜ້າ​ທີ່​ການ​ເມືອງ​ໃນ​ແຕ່​ລະ​ໄລ​ຍະ; ແບບ​ແຜນ​ວິທີ​ນຳ​ພາ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປັບ​ປຸງ​ປ່ຽນ​ແປງ​ຢ່າງ​ທັນ​ການ; ຍັງ​ມີ​ສະ​ມາ​ຊິກ​ພັກ​ຈຳ​ນວນບໍ່​ໜ້ອຍ​ຂາດຄວາມ​ເປັນ​ແບບ​ຢ່າງ​ນຳ​ໜ້າ, ປະ​ພຶດ​ໂຕ​ຜິດ​ກົດ​ໝາຍ​ບ້ານ​ເມືອງ​ ແລະ ກົດ​ລະ​ບຽບ​ຂອງ​ພັກ, ເກີດ​ພະ​ຍາດ​ອາ​ຍາ​ສິດ, ສໍ້​ລາດ​ບັງ​ຫຼວງ​ອັນ​ໄດ້​ສ້າງ​ຄວາມ​ເສື່ອມ​ເສຍ​ຕໍ່​ບົດ​ບາດ​ ແລະ ​ອິດ​ທິ​ພົນ​ຂອງ​ພັກ; ຕໍ່​ບັນ​ດາ​ຂໍ້​ບົກ​ພ່ອງ, ຈຸດ​ອ່ອນ​ເຫຼົ່າ​ນັ້ນ ພັກ​ເຮົາ​ບໍ່​ໄດ້​ປົກ​ປິດ ​ແລະ​ ປະ​ຕິ​ເສດ​ແຕ່​ຢ່າງ​ໃດ; ກົງ​ກັນ​ຂ້າມ​ຍັງ​ໄດ້​ສະ​ແດງ​ຄວາມ​ຮັບ​ຜິດ​ຊອບ ​ແລະ ​ພະ​ຍາ​ຍາມ​ຕໍ່​ສູ້​ແກ້​ໄຂ​ຢ່າງ​ຕັ້ງ​ໜ້າ ​ເປັນ​ຕົ້ນ​ແມ່ນ​ພະ​ຍາດ​ອາ​ຍາ​ສິດ, ໄພ​ສໍ້​ລາດ​ບັງ​ຫຼວງ; ພັກ​ເຮົາ​ຍາມ​ໃດ ​ກໍມີ​ຄວາມ​ກ້າ​ຫານ, ຍອມ​ຮັບ​ຄວາມ​ຈິງ, ຮັບ​ຟັງ​ຄຳ​ຄິດ​ເຫັນ, ຮັບ​ເອົາການ​ຕຳ​ນິ​ສົ່ງ​ຂ່າວ ​ແລະ ​ຂໍ້​ສະ​ເໜີ​ແນະ​ອັນ​ສ້າງ​ສັນ​ຂອງ​ມະ​ຫາ​ຊົນ​ ເພື່ອ​ນຳ​ມາ​ແກ້​ໄຂ​ ແລະ ​ຕັດ​ສິນ​ໃຈ​ປ່ຽນແປງ; ຍ້ອນ​ແນວນັ້ນ ຈຶ່ງ​ເຮັດ​ໃຫ້​ພັກ​ເຮົາ​ສາ​ມາດ​ຮັກ​ສາ​ບົດບາດ​ ແລະ​ ອິດ​ທິ​ພົນ​ຢູ່​ໃນ​ສັງ​ຄົມ, ສືບ​ຕໍ່​ເປັນ​ຜູ້​ນຳ​ພາຕໍ່ພາ​ລະ​ກິດກໍ່​ສ້າງ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ເພື່ອ​ຂ້າມ​ຜ່ານ​ກ້າວ​ຂຶ້ນ​ສູ່​​ຈຸດ​ໝາຍສັງ​ຄົມ​ນິ​ຍົມ​ເທື່ອ​ລະ​ກ້າວ​ຢ່າງ​ໜັກ​ແໜ້ນ.

ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່ ​ຄັ້ງ​ທີ X ແລະ XI ຂອງ​ພັກ​ມານີ້, ພັກ​ເຮົາ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ຜ່ານ​ຜ່າ​ບັນ​ດາ​ຂໍ້​ຫຍຸ້ງ​ຍາກ​ນາໆ​ປະ​ການ ເປັນ​ຕົ້ນ​ແມ່ນ: ຄວາມ​ຂັດ​ແຍ່ງ​ອັນ​ເລິກ​ເຊິ່ງ​ໃນ​ການ​ພົວ​ພັນ​ເສດ​ຖະ​ກິດ, ການ​ຄ້າ, ດ້ານ​ເຕັກ​ໂນ​ໂລ​ຊີ ​ແລະ ​ຍຸດ​ທະ​ສາດ​ດ້ານ​ອື່ນໆ​ ລະ​ຫວ່າງ​ປະ​ເທດ​ໃຫຍ່ບວກ​ກັບ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ໂລກ ​ເຮັດ​ໃຫ້​ສະ​ພາບ​ສາ​ກົນ​ທີ່​ຜັນ​ແປ​ຕະ​ຫຼອດ​ເວ​ລາ​ຢູ່​ແລ້ວນັ້ນ​ ໄດ້​ທະ​ວີ​ຄວາມ​ເຄັ່ງ​ຕຶງ​ຢ່າງ​ຕໍ່​ເນື່ອງ, ຍິ່ງ​ເພີ່ມ​ທະ​ວີ​ຄວາມ​ສັບ​ສົນ, ສະ​ຫຼັບ​ສັບ​ຊ້ອນ​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ຢ່າງ​ກວ້າງ​ຂວາງ, ສ້າງ​ປັດ​ໄຈ​ສ່ຽງ​ຢ່າງ​ຫຼວງ​ຫຼາຍ​ຕໍ່​ຂົງ​ເຂດ​ເສດ​ຖະ​ກິດ, ການ​ເມືອງ, ຄວາມ​ໝັ້ນ​ຄົງ​ຂອງ​ຊາດ ​ແລະ ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ເກືອບ​ທຸກ​ປະ​ເທດ​ໃນ​ທົ່ວ​ໂລກ; ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ, ການເງິນ, ເງິນ​ຕາ ແລະ ​ບັນ​ຫາ​ໜີ້​​ສິນສາ​ທາ​ລະ​ນະ​ທີ່​ສະ​ສົມ​ມາ​ຍາວ​ນານ​ຢູ່​ປະ​ທດ​ເຮົາ​ ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຄັບ​ຂັນ​ບວກ​ກັບ​ໄພ​ທຳ​ມະ​ຊາດ​ທີ່​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ໄພ​ພິ​ບັດ​ທີ່​ເກີດ​ຂຶ້ນ​ຈາກ​ເຂື່ອນ​ໄຟ​ຟ້າ​ແຕກ​ ແລະ​ ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ເຮັດ​ໃຫ້​ປະ​ເທດ​ເຮົາ​ຕົກ​ຢູ່​​ໃນໄລ​ຍະ​ຫົວ​ລ້ຽວ​ຫົວ​ຕໍ່. ຈາກ​ສະ​ພາບ​ສາ​ກົນ​ ແລະ ​ພາຍ​ໃນ​ປະ​ເທດ​ທີ່​ກ່າວ​ມານັ້ນ​ ໄດ້​ເປັນ​ອຸ​ປະ​ສັກ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ຄາດ​ໝາຍ​ທີ່ກອງ​ປະ​ຊຸມ​ໃຫຍ່​ ຄັ້ງ​ທີ X, XI ໄດ້ວາງ​ອອກ ​ແລະ ​ກາຍ​ເປັນ​ສິ່ງ​ທ້າ​ທາຍ​ໂດຍ​ກົງ​ຕໍ່​ບົດ​ບາດ​ການ​ນຳ​ພາ​ຂອງ​ພັກ​ເຮົາ.​

ແຕ່​ວ່າໃນ​ເວ​ລາ​ດຽວ​ກັນ​ນັ້ນ ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ຍຸດ​ທະ​ສາດກໍຍັງ​ສາ​ມາດ​ຍາດ​ໄດ້​ຜົນ​ສຳ​ເລັດ​ໃໝ່​ອັນ​ໃຫຍ່​ຫຼວງ, ຮອບ​ດ້ານ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ເຮັດ​ໃຫ້​ທ່າ​ອ່ຽງ​ດ້ານ​ການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ໄດ້​ສືບ​ຕໍ່​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ ​ອັນ​ໄດ້​ສ້າງ​ຄວາມ​ອາດ​ສາ​ມາດ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ເຮົາ. ບັນ​ດາ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ, ຕໍ່​ເນື່ອງ, ຮອບ​ດ້ານ​ຂອງ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ ແລະ​ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ພາຍໃຕ້​ແນວ​ທາງ​ປ່ຽນ​ແປງ​ໃໝ່​ຂອງ​ພັກ​ເຮົາ​ ໄດ້​ເປັນ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ຮັບ​ປະ​ກັນ​ໃຫ້​ແກ່​ການ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ, ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ​ເປັນ​ປັດ​ໄຈ​ຕົວ​ຈິງ​ໃຫ້​ແກ່​ການ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ທີ່​ເກີດ​ຂຶ້ນ​ທັງ​ສ້າງ​ຄວາມ​ອາດ​ສາ​ມາດ​ຫຼາຍ​ດ້ານ ​ເພື່ອ​ເຮັດ​ໃຫ້​ເສດ​ຖະ​ກິດ-ສັງ​ຄົມ​ໃນ​ປະ​ເທດ​ເຮົາ​ສືບ​ຕໍ່​ຂະ ຫຍາຍ​ຕົວ​ໄປ​ຕາມ​ທິດ​ທາງ​ທີ່ກອງ​ປະ​ຊຸມ​ໃຫຍ່ ​ຄັ້ງ​ທີ X ແລະ XI ຂອງ​ພັກ​ໄດ້​ວາງ​ອອກ.

ຜົນສຳເລັດທີ່ຍາດມາໄດ້:

ໃນ​ທ່າມ​ກາງ​ສະ​ພາບ​ແວດ​ລ້ອມ​ສາ​ກົນ ​ແລະ​ ໃນ​ເງື່ອນ​ໄຂ​ສະ​ພາບ​ຕົວ​ຈິງ​ຢູ່​ພາຍ​ໃນ​ປະ​ເທດ​ເຮົາ​ທີ່​ກ່າວ​ມາ​ເທິງນີ້, ສູນ​ກາງ​ພັກ ​ແລະ ​ຄະ​ນະ​ພັກ​ທຸກ​ຂັ້ນ ​ກໍ​ໄດ້​ເຊີດ​ຊູ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ປະ​ເທດ​ຊາດ, ຕໍ່​ປະ​ຊາ​ຊົນ, ໄດ້​ນຳ​ເອົາ​ເນື້ອ​ໃນ​ຈິດ​ໃຈ​ໃຫຍ່ໆ​ຂອງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່, ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຕ່າງໆແຕ່​ລະ​ໄລ​ຍະ ແລະ ​ບັນ​ດາ​ເປົ້າ​ໝາຍ​ສູ້​ຊົນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ໄລ​ຍະ​ 5 ປີ ແຕ່​ລະໄລ​ຍະ,ແຕ່​ລະ​ສະ​ໄໝທີ່​ໄດ້​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ເຮົາ​ ​ໂດຍ​ສະ​ເພາະ​ແມ່ນ ​ຄັ້ງ​ທີ X, XI ຂອງ​ພັກ​ນຳ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ​ການ​ຄົ້ນ​ຄ້​ວາ, ເຊື່ອມ​ຊຶມ​ຢ່າງກວ້າງ​ຂວາງ​ພ້ອມ​ທັງ​ປຸກ​ລະ​ດົມ​ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຕໍ່​ເນື່ອງ ​ແລະ​ ສາ​ມາດ​ຍາດ​ໄດ້​ຜົນ​ສຳ​ເລັດ​ທີ່​ສຳ​ຄັນ​ ແລະ ​ພົ້ນ​ເດັ່ນ ​ຄື:

– ສາ​ມາດ​ຮັບ​ປະ​ກັນ​ໃຫ້​ປະ​ເທດ​ຊາດ ​ມີ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຢ່າງ​ໜັກ​ແໜ້ນ, ປົກ​ປັກ​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ລາດ, ອຳ​ນາດ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ ແລະ ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ວັດ​ໄວ້​ໄດ້​ຢ່າງ​ໝັ້ນ​ຄົງ; ລະ​ບົບ​ການ​ເມືອງ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຕໍ່​ເນື່ອງ​ແຕ່​ຂັ້ນ​ຮາກ​ຖານ​ຂຶ້ນ​ມາ, ເສີມ​ຂະ​
ຫຍາຍ​ໄດ້​ມູນ​ເຊື້ອ​ແຫ່ງ​ຄວາມ​ສາ​ມັກ​ຄີ​ປອງດອງ​ລະ​ຫວ່າງ​ເຜົ່າ​ຕ່າງໆ, ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນປະ​ຊາ​ຊົນ​ລາວ​ເຮົາ​ມີຈິດ​ໃຈ​ເອື້ອ​ເຟື້ອ​ເພື່ອ​ແຜ່, ການ​ຊ່ວຍ​ເຫຼືອ​ພີ່​ນ້ອງ​ທີ່​ປະ​ສົບ​ໄພ​ພິ​ບັດ, ການ​ສະ​ກັດ​ກັ້ນ​ ແລະ​ ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ແລະ ໃນການ​ເຄື່ອນ​ໄຫວ​ທາງ​ການ​ເມືອງ​, ສັງ​ຄົມ​ທີ່​ສຳ​ຄັນ​ອື່ນໆ ປະ​ຊາ​ຊົນ​ໄດ້ມີ​ການ​ເຂົ້າ​ຮ່ວມ​ຢ່າງກວ້າງ​ຂວາງ ແລະ​ ຍັງ​ມີ​ການ​ເຂົ້າ​ຮ່ວມ​ຈາກ​ພີ່​ນ້ອງ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງ​ປະ​ເທດ​ດ້ວຍ​ຈິດ​ໃຈ​ຮັກ​ແພງ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ.

– ການ​ສົ່ງ​ເສີມ​ແນວ​ທາງ ​ປກ​ຊ-ປກ​ສ ທົ່ວ​ປວງ​ຊົນ​ຮອບ​ດ້ານ ສືບ​ຕໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຕັ້ງ​ໜ້າ ຕິດ​ພັນ​ກັບ​ການ​ສືບ​ຕໍໍ່ຜັນ​ຂະ​ຫຍາຍ​ວຽກ​ງານກໍ່​ສ້າງ​ບ້ານ​ປ້ອມ​ໝັ້ນ ​ແລະ ​ບ້ານ​ສູ້​ຮົບ​ຕິດ​ລ່ຽນ, ປັບ​ປຸງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂັ້ນ​ບ້ານ​ ແລະ ຊຸມ​ຊົນ​ຢ່າງ​ຕັ້ງ​ໜ້າ​ປະ​ສົມ​ກົມ​ກຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ຍຸດ​ທະ​ສາດກໍ່​ສ້າງ​ຮາກ​ຖານ​ການ​ເມືອງ, ພັດ​ທະ​ນາ​ຊົນ​ນະ​ບົດ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ​ຕາມ 4 ເນື້ອ​ໃນ 4 ຄາດ​ໝາຍ ​ຢູ່​ເຂດ​ຈຸດ​ສຸມ​ຕ່າງໆ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ກຳ​ລັງ ປກ​ຊ-ປກ​ສ ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ດ້ານ​ການ​ເມືອງ-ແນວ​ຄິດ, ມີ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ພັກ ​ແລະ ​ປະ​ເທດ​ຊາດ, ມີ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ຈັດ​ຕັ້ງ​ ແລະ​ ໄດ້​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່, ເປັນ​ກຳ​ລັງ​ປະ​ຈັນ​ບານ​ໃນ​ການ​ຕ້ານ, ສະ​ກັດ​ກັ້ນ​ ແລະ ​ທັບ​ມ້າງ​ທຸກ​ກົນ​ອຸ​ບາຍ​ມ້າງ​ເພ​ທຳ​ລາຍ​ຂອງ​ອິ​ທິ​ກຳ​ລັງ​ປໍ​ລະ​ປັກ, ເປັນ​ກຳ​ລັງ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ​ແລະ​ ໄດ້​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ສູງ​ຂຶ້ນ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ກູ້​ໄພ​ພິ​ບັດ​ຕ່າງໆ,​ ໄດ້ປະ​ຕິ​ບັດ​ມາດ​ຕະ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ, ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ໃນ​ທຸກ​ກໍ​ລະ​ນີ​ສຸກ​ເສີນ​ຕ່າງໆ​ຢ່າງ​ທັນ​ການ.

– ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ເຖິງວ່າ​ຈະ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ອັນ​ໜັກ​ໜ່ວງ​ດ້ານ​ການ​ເງິນ, ເງິນ​ຕາ ແລະ ​ບັນ​ຫາ​ໜີ້​ສິນ​ທີ່​ສະ​ສົມ​ມາ​ຍາວ​ນານບວກ​ກັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ແຕ່​ພວກ​ເຮົາ​ກໍສາ​ມາດ​ຢັບ​ຢັ້ງ​ການ​ເກີດ​ວິ​ກິດ​ການ​ຮ້າຍ​ແຮງ​ດ້ານ​ເສດ​ຖະ​ກິດ, ທັງ​ສາ​ມາດ​ຮັກ​ສາ​ການ​ເຕີບ​ໂຕ​ໂດຍ​ສະ​ເລ່ຍ 5,8%, ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ບັນ​ລຸ​ໄດ້ 2.664 ໂດ​ລາສະ​ຫະ​ລັດ, ທຽບ​ໃສ່​ປີ 2015 ເພີ່ມ​ຂຶ້ນ 694 ໂດ​ລາ​ສະ​ຫະ​ລັດ. ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂະ​ໜາດ​ໃຫຍ່​ໃນ​ຫຼາຍ​ຂົງ ເຂດ​ ເຊັ່ນ: ການກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ, ການກໍ່​ສ້າງ​ທາງ​ດ່ວນ, ບັນ​ດາ​ໂຄງ​ການ​ດ້ານ​ພະ​ລັງ​ງານ​ ແລະ​ ຂຸດ​ຄົ້ນ​ບໍ່​ແຮ່, ການກໍ່​ສ້າງ​ໂຮງ​ງານ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ​ກະ​ສິ​ກຳ, ການ​ລົງ​ທຶນ​ພັດ​ທະ​ນາ​ຕົວ​ເມືອງ​ແລະ​ ການກໍ່​ສ້າງ​ບັນ​ດາ​ເຂດ​ເສດ​ຖະ​ກິດ​ພິ​ເສດ… ຍັງ​ສືບ​ຕໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ແລະ ​ກາຍ​ເປັນ​ແຮງ​ຊຸກ​ດັນ​ຫຼັກ​ໃຫ້​ແກ່​ການ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ເຮົາ.​ ໃນ​ຊຸມ​ປີ​ຜ່ານ​ມາ, ການ​ທ່ອງ​ທ່ຽວ​ໄດ້​ກາຍ​ເປັນ​ຂົງ​ເຂດ​ທີ່​ດຶງ​ດູດ​ຢ່າງ​ແຂງ​ແຮງ​ໃນ​ການ​ລົງ​ທຶນ​ຂອງ​ສັງ​ຄົມ ​ແລະ ​ສ້າງ​ບັນ​ຍາ​ກາດ​ອັນ​ໃໝ່​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລະ​ດັບ​ຊາດ​ ແລະ ​ແຕ່​ລະ​ທ້ອງ​ຖິ່ນ; ການ​ຜະ​ລິດ ​ແລະ ​ການ​ບໍ​ລິ​ການ​ຂອງ​ປະ​ຊາ​ຊົນ​ຍັງ​ສືບ​ຕໍ່​ຂະ​ຫຍາຍ​ຕົວ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໄດ້​ຮັບ​ການ​ປັບ​ປຸງ​ຍົກ​ລະ​ດັບ​ຢ່າງ​ຈະ​ແຈ້ງ; ພ້ອມນັ້ນ ພວກ​ເຮົາ​ຍັງ​ໄດ້​ສ້າງ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ​ໃນ​ເບື້ອງ​ຕົ້ນ ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ການ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ສ້າງ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ​ໃນ​ເບຶ້ອງ​ຕົ້ນ​ ຈາກ​ການ​ເພິ່ງ​ພາ​ການ​ຂຸດ​ຄົ້ນ​ຊັ​ບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ເປັນ​ຕົ້ນ​ຕໍ​ໄປ​ສູ່​ການ​ເອົາ​ໃຈ​ໃສ່​ເສີມ​ຂະ​ຫຍາຍ​ທຸກ​ຄວາມ​ອາດ​ສາ​ມາດ ​ແລະ​ທ່າ​ແຮງ​ບົ່ມ​ຊ້ອນ​ເພື່ອ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ; ການ​ນຳ​ໃຊ້​ຜົນ​ສຳ​ເລັດ​ດ້ານ​ເຕັກ​ໂນ​ໂລ​ຊີ​ເພື່ອ​ບໍ​ລິ​ການ​ສັງ​ຄົມ ​ແລະ ​ຫັນ​ໄປ​ສູ່​ທັນ​ສະ​ໄໝ​ໃນ​ບາງ​ຂະ​ແໜງ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ, ການ​ບໍ​ລິ​ການ​ດ້ານ​ທະ​ນາ​ຄານ, ການ​ເງິນ, ການ​ບໍ​ລິ​ຫານ​ຄຸ້ມ​ຄອງ​ລັດ… ກໍ​ພວມ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຕັ້ງ​ໜ້າ​ ແລະກວ້າງ​ຂວາງ​ເຊິ່ງ​ສ້າງ​ພື້ນ​ຖານ ​ແລະ ​ປັດ​ໄຈ​ຕົວ​ຈິງ​ໃນ​ການ​ຫັນເປັນ​ອຸດ​ສາ​ຫະ​ກຳ ​ແລະ ​ທັນ​ສະ​ໄໝ.

– ການ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ວັດ​ທະ​ນະທຳ-ສັງ​ຄົມ ​ກໍມີ​ຜົນ​ສຳ​ເລັດ​ທີ່​ສຳ​ຄັນ, ພື້ນ​ຖານວັດ​ຖຸ, ເຕັກ​ນິກ​ອັນ​ສຳ​ຄັນ​ນັບ​ແຕ່​ການກໍ່​ສ້າງ​ອາ​ຄານ​ ແລະ​ ການ​ປະ​ກອບ​ວັດ​ຖຸ-ເຕັກ​ນິກ​ຢູ່​ໂຮງ​ໝໍ​ໃຫຍ່, ການ​ສ້າງ​ໂຮງ​ຮຽນແລະ ​ສູນ​ຝຶກ​ອົບ​ຮົມ​ວິ​ຊາ​ຊີບ​ລວມ​ທັງ​ການ​ປັບ​ປຸງ ​ແລະ ​ຂະ​ຫຍາຍ​ສາ​ທາ​ລະ​ນຸ​ປະ​ໂພກ​ໃນ​ເຂດ​ຊານ​ເມືອງແລະ ​ຊົນ​ນະ​ບົດ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຕໍ່​ເນື່ອງ ​ແລະ ​ມີ​ການ​ຍົກ​ລະ​ດັບ​ຂຶ້ນ​ເລື້ອຍໆ; ພວກ​ເຮົາ​ສາ​ມາດ​ບັນ​ລຸ​ດັດ​ສະ​ນີ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຂອງ​ບັນ​ດາ​ປະ​ເທດ​ທີ່​ພົ້ນ​ຈາກ​ສະ​ຖາ​ນະ​ພາບ​ດ້ອຍພັດ​ທະ​ນາ, ການ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ​ມີ​ຄວາມ​ຄືບ​ໜ້າ​ ແລະ ​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ.

ພວກ​ເຮົາ​ຍັງ​ສາ​ມາດ​ລະ​ດົມ​ກຳ​ລັງ​ແຮງ​ຂອງ​ພາກ​ສ່ວນ​ຕ່າງໆ​ຈາກ​ພາຍ​ໃນ​ ແລະ ​ຕ່າງປະ​ເທດ​ຢ່າງກວ້າງ​ຂວາງ​ໂດຍ​ຜ່ານ​ບັນ​ດາ​ກົນ​ໄກ​ຂອງ​ພາກ​ລັດ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ, ອົງ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ… ເພື່ອ​ແກ້​ໄຂ​ບັນ​ຫາ​ສັງ​ຄົມ, ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ ໂດຍ​ສະ​ເພາະ​ແມ່ນ​ສຸມ​ໃສ່​ປຸກ​ລະ​ດົມ​ການ​ຊ່ວຍ​ເຫຼືອ​ດ້ານ​ວັດ​ຖຸ​ປັດ​ໄຈ, ລະ​ດົມ​ນັກ​ອາ​ສາ​ສະ​ໝັກ​ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທີ່​ປະ​ສົບ​ໄພ​ພິ​ບັດ ​ຫຼື ​ປະ​ເຊີນ​ໜ້າ​ກັບ​ສະ​ພາ​ວະ​ສຸກ​ເສີນ​ຕ່າງໆ.

– ບັນ​ດາ​ອົງ​ການ​ກຳ​ອຳ​ນາດ​ລັດ ລ້ວນ​ແຕ່​ໄດ້​ຮັບ​ການ​ປັບ​ປຸງ​ດ້ານ​ການ​ຈັດ​ຕັ້ງ, ຍົກ​ລະ​ດັບ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຄຽງ​ຄູ່​ກັບ​ການ​ສ້າງ, ປັບ​ປຸງ​ກົດ​ໝາຍ ​ແລະ ​ບັນ​ດາ​ນິ​ຕິ​ກຳ​ໃຫ້​ເປັນ​ລະ​ບົບ​ຮັດ​ກຸມກວ່າ​ເກົ່າ, ສ້າງ​ພື້ນ​ຖານ​ອັນ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ຫັນ​ໄປ​ສູ່​ການ​ຄຸ້ມ​ຄອງ​ລັດ​ດ້ວຍກົດ​ໝາຍ ​ແລະ ​ເປັນ​ການ​ຈັດ​
ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ທີ່​ສອດ​ຄ່ອງ​ກັບ​ເປົ້າ​ໝາຍ​ສ້າງ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ ເປັນ​ລັດ​ທີ່​ປົກ​ຄອງ​ດ້ວຍ​ກົດ​ໝາຍ; ສະ​ພາ​ແຫ່ງ​ຊາດ​ ແລະ​ ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງ ໃນ​ຖາ​ນະ​ເປັນ​ຕົວ​ແທນ​ແຫ່ງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ໄດ້​ມີ​ບົດ​ບາດ​ພົ້ນ​ເດັ່ນ​ກວ່າ​ເກົ່າ​ໃນ​ການ​ເຄື່ອນ​ໄຫວ​ຄົ້ນ​ຄວ້າ​ ແລະ​ ຕົກ​ລົງ​ບັນ​ຫາ​ສຳ​ຄັນ​ຕົວ​ຈິງ​ຂອງ​ຊາດ ກໍຄື​ຂອງ​ທ້ອງ​ຖິ່ນ​ຕາມ​ພາ​ລະ​ບົດ​ບາດ​ຂອງ​ຕົນ. ອົງ​ການ​ບໍ​ລິ​ຫານ​ລັດ​ໄດ້​ເພີ່ມ​ທະ​ວີ​ຄ​ວາມ​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ​ເສດ​ຖະກິດ, ສັງ​ຄົມ​ຕາມ​ກົດ​ໝາຍ ຕິດ​ພັນ​ກັບ​ການ​ແກ້​ໄຂ​ຄວາມບໍ່​ໂປ່ງ​ໃສ​ໃນ​ການ​ບໍ​ລິ​ຫານ​ຄຸ້ມ​ຄອງ​ຢູ່​ແຕ່​ລະ​ຂັ້ນ​ ແລະ ​ໄດ້​ວາງ​ພື້ນ​ຖານ​ອັນ​ສຳ​ຄັນ​ຫຼາຍ​ດ້ານ​ເພື່ອ​ສືບ​ຕໍ່​ແກ້​ໄຂ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ​ມະ​ຫາ​ພາກ; ຄຸນ​ນະ​ພາບ​ຂອງວຽກ​ງານກວດ​ກາ​ ແລະ ​ກວດ​ສອບ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຄຸ້ມ​ຄອງ​ລາຍ​ຮັບ-ລາຍ​ຈ່າຍ​ງົບ​ປະ​ມານ​ຂອງ​ລັດ​ ໄດ້​ຮັບ​ການ​ຍົກ​ລະ​ດັບ​ສູງຂຶ້ນ​ໂດຍ​ຕິດ​ພັນ​ກັບ​ການ​ຕິດ​ຕາມແລະ​ ແກ້​ໄຂ​ການ​ລະ​ເມີດ​ກົດ​ໝາຍ, ນັບ​ທັງ​ກວດ​ກາ ​ແລະ ​ແກ້​ໄຂ​ບັນ​ຫາ​ໂຄງ​ການ​ລົງ​ທຶນ​ຂອງ​ລັດ​ທີ່​ມີ​ມູນ​ຄ່າ​ສູງ​ເກີນ​ຄວາມ​ເປັນ​ຈິງ; ວຽກ​ງານ​ປົກ​ປ້ອງ​ກົດ​ໝາຍ ​ເພື່ອ​ຮັບ​ປະ​ກັນ​ຄວາມ​ເປັນ​ທຳ​ໃນ​ສັງ​ຄົມ​ໄດ້​ຮັບ​ການ​ປະ​ຕິ​ບັດ​ ແລະ ​ເຊີດ​ຊູ​ຂຶ້ນ​ຕື່ມ​ອີກ, ການ​ດຳ​ເນີນ​ຄະ​ດີ​ຕາມ​ຂະ​ບວນ​ການ​ຍຸ​ຕິ​ທຳ​ພວມ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ​ເປັນ​ກ້າວໆ.

– ວຽກ​ງານ​ມະ​ຫາ​ຊົນ​ຂອງ​ພັກ​ ໄດ້​ຮັບ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ຢ່າງ​ຕໍ່​ເນື່ອງ ​ຕິດ​ພັນ​ກັບ​ການ​ໂຄ​ສະ​ນາ​ຂົນ​ຂວາຍ, ອົບ​ຮົມ, ປູກ​ຈິດ​ສຳ​ນຶກ​ຄວາມ​ເປັນ​ເຈົ້າ​ປະ​ເທດ​ຊາດ, ເປັນ​ເຈົ້າ​ຕົນ​ເອງ​ຂອງ​ປະ​ຊາ​ຊົນ ​ພ້ອມ​ທັງ​ປຸກ​ລະ​ດົມ​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ແກ້​ໄຂ​ຄວາມ​ທຸກຍາກ, ການ​ສ້າງ​ເສດ​ຖະ​ກິດ​ຄອບ​ຄົວ​ເພື່ອ​ປັບ​ປຸງ​ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່, ສົ່ງ​ເສີມ​​ການ​ສຶກ​ສາ​ອົບ​ຮົມໃຫ້​ລູກ​ຫຼານ ໄດ້ເຂົ້າ​ຮ່ວມ​ວຽກ​ງານ ປກ​ຊ-ປກ​ສ,ປັບ​ປຸງວຽກ​ງານ​ໃນ​ລະ​ບົບການ​ເມືອງ ​ທັງເຂົ້າ​ຮ່ວມ​ສະ​ກັດ​ກັ້ນ ​ແລະ​ ຕ້ານ​ໂລກ​ລະ​ບາດ ກໍ​ຄື​ການ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ທາງ​ການ​ເມືອງ ​ແລະ ​ສັງ​ຄົມ​ອື່ນໆ; ​ສືບ​ຕໍ່ປຸກ​ລະ​ດົມ​ການ​ສ້າງ​ວຽກ​ດີ​ຄົນ​ເດັ່ນ, ການ​ສ້າງ​ຄອບ​ຄົວ​
ຕົວ​ແບບ​ໃນ​ການ​ຜະ​ລິດ​ ແລະ ​ການ​ພັດ​ທະ​ນາ​ນັບ​ມື້​ຂະ​ຫຍາຍ​ຕົວ​ກວ້າງ​ຂວາງ. ອົງ​ການ​ແນວ​ລາວ​ສ້າງ​ຊາດ​ແຕ່​ລະ​ຂັ້ນ​ໄດ້​ປັບ​ປຸງ​ເນື້ອ​ໃນ​ການ​ເຄື່ອນ​ໄຫວ​ໃຫ້​ມີ​ຈຸດ​ສຸມກວ່າ​ເກົ່າ; ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂອງ​ພັກ ​ແລະ​ ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ຕ່າງໆ​ໄດ້​ມີ​ການ​ປັບ​ປຸງ​ການ​ເຄື່ອນ​ໄຫວ​ໃຫ້​ເປັນ​ຮູບ​ປະ​ທຳ​ ແລະ​ ສາ​ມາດ​ຍົກ​ລະ​ດັບ​ຄຸນ​ນະ​ພາບ​ການ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ຂອງ​ຕົນ​ດີ​ຂຶ້ນ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ສຶກ​ສາ​ອົບ​ຮົມ​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​ປອງດອງ​ລະ​ຫວ່າງ​ເຜົ່າ, ສາ​ສະ​ໜາ​ ແລະ​ ບັນ​ດາ​ຊັ້ນ​ຄົນ, ເພດ​ໄວ,ຂົນ​ຂວາຍ ​ແລະ ​ປຸກ​ລະ​ດົມ​ມະ​ຫາ​ຊົນ​ຊັ້ນ​ຄົນ​ຕ່າງໆ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ປົກ​ປັກ​ຮັກ​ສາ ​ແລະ ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ຕາມ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ ​ແລະ ​ລັດ.

– ມິດ​ຕະ​ພາບ ​ແລະ​ ການ​ພົວ​ພັນ​ຮ່ວມ​ມືຂອງ​ປະ​ເທດ​ເຮົາ​ ແລະ ​ບັນ​ດາ​ປະ​ເທດ​ເພື່ອນມິດ​ຍຸດ​ທະ​ສາດ​ໄດ້​ຂະ​ຫຍາຍ​ຕົວ​ສູ່​ລະ​ດັບ​ສູງ​ດ້ວຍ​ບາດ​ກ້າວ​ໃໝ່, ໃນ​ນັ້ນ ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ ແລະ ​ການ​ຮ່ວມ​ມື​ຮອບ​ດ້ານ ​ລາວ-ຫວຽດ​ນາມ ສືບ​ຕໍ່​ຂະ​ຫຍາຍ​ຕົວ​ສູ່​ລວງ​ເລິກ ​ແລະມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ; ການ​​ພົວ​ພັນ​ອັນ​ເປັນ​ມູນ​ເຊື້ອ​ ແລະ​ ຄູ່​ຮ່ວມ​ຍຸດ​ທະ​ສາດ ​ລາວ-ຈີນ ​ໄດ້​ຍົກ​ລະ​ດັບ​ຂຶ້ນ​ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳ; ການ​ພົວ​ພັນ​ໃນ​ຫຼາຍ​ດ້ານ​ກັບ​ສະ​ຫະ​ພັນ​ລັດ​ເຊຍ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຢ່າງບໍ່​ຢຸດຢັ້ງ, ພ້ອມນັ້ນ ​ຍັງ​ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ສາ​ກົນ​ຫຼາກ​ຫຼາຍ​ຮູບ​ແບບ ​ແລະ ​ຫຼາຍ​ລະ​ດັບ ​ບົນ​ພື້ນ​ຖານ​ຍຶດ​ໝັ້ນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ສັນ​ຕິ​ພາບ, ເອ​ກະ​ລາດ, ມິດ​ຕະ​ພາບ ແລະ ​ການ​ຮ່ວມ​ມື​ດ້ວຍຍຸດ​ໂທ​ບາຍ ​ແລະ ​ຮູບ​ການ​ເຄື່ອນ​ໄຫວ​ທີ່​ສອດ​ຄ່ອງ​ກັບ​ແຕ່​ລະ​ສະ​ຖາ​ນະ​ການ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ ແລະ ​ຫຼີກ​ລ່ຽງ​ການ​ປະ​ເຊີນ​ໜ້າ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ການ​ຮ່ວມ​ມື​ເພື່ອ​ພັດ​ທະ​ນາ​ຢູ່​ພາກ​ພື້ນ ​ແລະ​ ສາ​ກົນ.

– ໃນ​ຊຸມ​ປີ​ຜ່ານ​ມາ ວຽກ​ງານກໍ່​ສ້າງ​ພັກ ​ແລະ ​ວຽກ​ງານ​ພະ​ນັກ​ງານ​ ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ຂົງ​ເຂດ​ວຽກ​ງານ​ທີ່​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຄົ້ນ​ຄວ້າ​ປັບ​ປຸງ ​ແລະ ​ຍົກ​ລະ​ດັບ​ຢ່າງ​ຕໍ່​ເນື່ອງ. ພາຍ​ໃຕ້​ການ​ຊີ້​ນຳ​ໂດຍ​ກົງ​ຈາກ​ສູນ​ກາງ​ພັກ, ການ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ປັບ​ປຸງ​ປົວ​ແປງ​ພັກ​ໄດ້​ດຳ​ເນີນ​ຢ່າງ​ແຂງ​ແຮງ, ເລິກ​ເຊິ່ງ​ພໍ​ສົມ​ຄວນ​ໂດຍ​ຕິດ​ພັນ​ກັບ​ການ​ຄົ້ນ​ຄ້​ວາ, ປັບ​ປຸງ, ຕີ​ລາ​ຄາ, ວິ​ເຄາະ, ໄຈ້​ແຍກ​ຢ່າງກວ້າງ​ຂວາງ, ກົງ​ໄປ​ກົງ​
ມາ ຕໍ່​ບັນ​ດາ​ຈຸດ​ອ່ອນ,​ ຂໍ້​ຄົງ​ຄ້າງ​ທີ່​ເປັນ​ໄພ​ອັນ​ຕະ​ລາຍ​ຕໍ່​ລະ​ບອບ​ໃໝ່​ ແລະ ​ບົດ​ບາດ​ນຳ​ພາ​ຂອງ​ພັກ; ຈາກນັ້ນ ​ໄດ້​ສ້າງ​ຄວາມເປັນ​ເອ​ກະ​ພາບ​ສູງ​ຂຶ້ນກວ່າ​ເກົ່າ​ ກ່ຽວ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຢູ່​ພາຍ​ໃນ​ພັກ, ​ໃນ​ສັງ​ຄົມ ​ແລະ​ ພວມ​ສ້າງ​ການ​ຫັນ​ປ່ຽນ​ອັນ​ຕັ້ງ​ໜ້າ​ເປັນ​ກ້າວໆ​ໃນ​ການ​ແກ້​ໄຂ​ຜ່ານ​ຜ່າ​ບັນ​ຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​ຢູ່​ພາຍ​ໃນ​ພັກ ແລະ​ ໃນ​ສັງ​ຄົມ, ປະ​ຊາ​ທິ​ປະ​ໄຕ​ພາຍ​ໃນ​ພັກ ​ໄດ້​ຮັບ​ການ​ເສີມ​ຂະ​ຫຍາຍ​ຢ່າງບໍ່​ຢຸດຢັ້ງ ​ແລະ ​ສາ​ມາດ​ລະ​ດົມ​ສະ​ຕິ​ປັນ​ຍາ​ຂອງ​ທົ່ວ​ພັກ​ນັບ​ມື້​ກ້​ວາງ​ຂວາງ ​ແລະ​ ເລິກ​ເຊິ່ງກວ່າ​ເກົ່າ. ການ​ວາງ​ແຜນກໍ່​ສ້າງ,ບຳ​ລຸງ, ເລືອກ​ເຟັ້ນ​ ແລະ​ ຈັດ​ວາງ​ພະ​ນັກ​ງານ​ທີ່​ຕິດ​ພັນ​ກັບ​ການ​ຫັນ​ເປັນ​ໜຸ່ມ​ໄດ້​ຮັບ​ການ​ຊີ້​ນຳ​ປະ​ຕິ​ບັດ​ຢ່າງ​ເປັນ​ຮູບ​ປະ​ທຳ​ ແລະ ​ພວມ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ ​ແລະ ​ແຂງ​ແຮງ.

ຜົນ​ສຳ​ເລັດ​ອັນ​ສຳ​ຄັນ ​ແລະ ​ໃຫຍ່​ຫຼວງ​ຫຼາຍ​ດ້ານ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ ຄັ້ງ​ທີ X, XI ຂອງ​ພັກ ບໍ່​ສະ​ເພາະ​ແຕ່​ເຮັດ​ໃຫ້​ໝາກ​ຜົນ​ຂອງ​ການ​ປະ​ຕິ​ວັດ​ໄດ້​ຮັບ​ການ​ປົກ​ປ້ອງ​ຢ່າງ​ເຂັ້ມ​ແຂງ, ແຕ່​ຫາກ​ຍັງ​ໄດ້​ສ້າງ​ໜໍ່​ແໜງ​ສຳ​ຄັນ​ໃນ​ທຸກ​ຂົງ​ເຂດ​ເພື່ອ​ເປັນ​ປັດ​ໄຈ​ຊຸກ​ຍູ້​ການ​ຫັນ​ປ່ຽນ​ທີ່​ແຂງ​ແຮງ, ເລິກ​ເຊິ່ງ ​ແລະ​ ຮອບ​ດ້ານ ​ໃນ​ຊຸມ​ປີ​ຕໍ່​ໜ້າ ເພື່ອ​ສືບ​ຕໍ່​ນຳ​ພາ​ປະ​ເທດ​ຊາດ​ກ້າວ​ເດີນ​ຕາມ​ເສັ້ນ​ທາງ ​ແລະ ​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ​ທີ່​ພັກ​ເຮົາ​ໄດ້​ກຳ​ນົດ​ໄວ້.

ບັນ​ດາ​ຜົນ​ງານ ​ແລະ ​ໄຊ​ຊະ​ນະ​ທີ່​ພັກ​ໄດ້​ນຳ​ພາ​ປະ​ຊາ​ຊົນ​ລາວ​ຍາດ​ມາ​ໄດ້​ຕະ​ຫຼອດ​ໄລ​ຍະ 70 ປີ​ທີ່​ຜ່ານ​ມານັ້ນ, ກ່ອນ​ອື່ນ​ໝົດ​ ແມ່ນ​ຍ້ອນ​ພັກ​ເຮົາ​ວາງ​ແນວ​ທາງ​ຢ່າງ​ຖືກ​ຕ້ອງ, ຍ້ອນ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ຂອງ​ທົ່ວ​ພັກ, ທົ່ວ​ກອງ​ທັບ ​ແລະ​ ທົ່ວ​ປວງ​ຊົນ; ຍ້ອນ​ລັດ​ທິ​ຮັກ​ຊາດ​ອັນ​ດູດ​ດື່ມ ​ແລະ ​ຈິດ​ໃຈ​ເອ​ກະ​ລາດ ບໍ່​
ຍອມ​ຈຳ​ນົນ​ຂອງ​ຊາດ​ລາວ​ປະ​ສານ​ສົມ​ທົບກັບ​ລັດ​ທິ​ມາກ-ເລນິນ ​ແລະ​ ທິດ​ສະ​ດີ​ປະ​ຕິ​ວັດ; ຍ້ອນ​ການ​ສົມ​ທົບ​ແໜ້ນ ​ລະ​ຫວ່າງ​ກຳ​ລັງ​ແຮງ​ຂອງ​ຊາດ​ກັບ​ກຳ​ລັງ​ແຮງ​ຂອງ​ຍຸກ​ສະ​ໄໝ; ຍ້ອນ​ພັກເຮົາ​ຍາມ​ໃດ ​ກໍ​ຕິດ​ພັນ​ກັບ​ປະ​ຊາ​ຊົນ ອີງ​ໃສ່​ກຳ​ລັງ​ແຮງ​ຂອງ​ປະ​ຊາ​ຊົນ​ເຜົ່າ​ຕ່າງໆ ​ແລະ ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ; ພ້ອມ​ກັນ​ນັ້ນ ມັນ​ຍັງ​ແມ່ນ​ຜົນ​ງານ​ລວມ​ທີ່​ໄດ້​ມາ​ຈາກ​ເລືອດ​ເນື້ອ​ເຫື່ອ​ໄຄ​ໃນ​ການ​ຕໍ່​ສູ້​ ແລະ​ການ​ອອກ​ແຮງ​ງານ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ຈາກ​ການ​ເສຍ​ສະ​ຫຼະ​ອັນ​ໃຫຍ່​ຫຼວງ​ຂອງ​ຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ​ແລະ ນັກ​ຮົບ​ປະ​ຕິ​ວັດ ມັນ​ໄດ້​ຢັ້ງ​ຢືນ​ຢ່າງ​ຈະ​ແຈ້ງ​ ແລະ ​ເດັ່ນ​ຊັດ​ທີ່​ສຸດ​ເຖິງ​ສັດ​ຈະ​ທຳ​ທີ່​ວ່າ: ການ​ນຳ​ພາ​ຂອງ​ພັກ​ ແມ່ນ​ຄວາມ​ຈຳ​ເປັນ​ພາ​ວະ​ວິ​ໄສ, ແມ່ນ​ປັດໄຈ​ຕັດ​ສິນ​ການ​ຍືນຍົງ​ຄົງ​ຕົວ ​ແລະ​ ຂະ​ຫຍາຍ​ຕົວ​ກ້າວ​ຂຶ້ນ​ຂອງ​ຊາດ​ລາວ​ເຮົາ ມັນ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ໃນ​ເງື່ອນ​ໄຂ​ປະ​ຫວັດ​ສາດ​ຕົວ​ຈິງ​ຂອງ​ລາວນັ້ນ, ມີ​ແຕ່​ພັກ​ປະ​ຊາ​ຊົນປະ​ຕິ​ວັດ​ລາວ ເຊິ່ງ​ເປັນ​ກຳ​ລັງ​ການ​ເມືອງ​ອັນ​ໜຶ່ງ​ອັນ​ດຽວ​ເທົ່​ານັ້ນ ​ທີ່​ໄດ້​ນຳ​ພາ​ປວງ​ຊົນ​ລາວຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ທຸ​ລະ​ກັນ​ດານ ​ແລະ ການ​ທົດ​ສອບ​ທ້າ​ທາຍ​ຕ່າງໆ​ ເພື່ອ​ກ້າວ​ໄປ​ສູ່​
ຈຸດ​ໝາຍ​ແຫ່ງ​ການ​ສ້າງ​ປະ​ເທດ​ລາວ​ໃຫ້​ຈະ​ເລີນ​ກ້າວ​ໜ້າ ​ແລະ ​ວັດ​ທະ​ນາ​ຖາ​ວອນ, ແນ​ໃສ່​ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ຮັ່ງ​ມີ​ຜາ​ສຸກ, ສັງ​ຄົມ​ມີ​ຄວາມ​ຍຸດ​ຕິ​ທຳ​ ແລະ ​ສີ​ວິ​ໄລ. ຈາກ​ພຶດ​ຕິ​ກຳ​ແຫ່ງ​ການນຳ​ພາ​ພາ ລະ​ກິດ​ປະ​ຕິ​ວັດ​ຢູ່​ປະ​ເທດ​ເຮົາ​ຕະ​ຫຼອດ 70 ປີ​ມານີ້, ພັກ​ເຮົາ​ສາ​ມາດ​ສະ​ຫຼຸບ​ໂດຍ​ຫຍໍ້ບາງບັນຫາທີ່ເປັນບົດຮຽນອັນປະເສີດ ທັງເປັນປັດໄຈຕັດສິນໄຊຊະນະ ຂອງພາລະກິດປະຕິວັດໃນໄລຍະໃໝ່ ຂອງປະເທດເຮົາ ດັ່ງ​ນີ້:

ໜຶ່ງ: ພັກ​ເຮົາ​ໄດ້ກຳ​ແໜ້ນ​ຈຸດ​ພິ​ເສດ ​ແລະ ​ສະ​ພາ​ວະ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ຊາດ​ແຕ່​ລະ​ໄລ​ຍະ,ເສີມ​ຂະ​ຫຍາຍ​ຈິດ​ໃຈ​ເອ​ກະ​ລາດ, ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ໝູນ​ໃຊ້​ລັດ​ທິ​ມາກ-ເລ​ນິນ ​ແລະ ​ບົດ​ຮຽນ​ຂອງ​ບັນ​ດາ​ປະ​ເທດ​ທີ່​ກ້າວ​ໜ້າ, ມີ​ຄວາມ​ສະ​ດຸ້ງ​ໄວ​ ແລະ ​ຮູ້​​ຄາດ​ຄະ​ເນ​ສະ​ພາບ​ການ​ພາຍ​ໃນ​ ແລະ ​ຕ່າງ​ປະ​ເທດ, ວາງ​ແນວ​ທາງ​ການ​ເມືອງ​ຢ່າງ​ສອດ​ຄ່ອງກັບ​ຈຸດ​ພິ​ເສດ​​ໃນແຕ່​ລະ​ໄລ​ຍະ​ຂອງ​ການ​ປະ​ຕິ​ວັດ, ກຳ​ນົດ​ຍຸດ​ທະ​ສາດ​ໄດ້​ຢ່າງ​ຖືກ​ຕ້ອງ, ວາງ​ຍຸດ​ໂທ​ບາຍ​ທີ່​ຄ່ອງ​ແຄ້ວ​ມີ​ໄຫວ​ພິບ. ພັກ​ເຮົາ​ຍາມ​ໃດ ​ກໍ​ຍຶດ​ໝັ້ນ​ໃນ​ທິດ​ສະ​ດີ​ປະ​ຕິ​ວັດ ​ແລະ​ ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ, ກຳ​ແໜ້ນ​ລັກ​ສະ​ນະ​ປະ​ຕິ​ວັດ​ ແລະ​ ວິ​ທະ​ຍາ​ສາດ​ອັນ​ເລິກ​ເຊິ່ງ​ຂອງ​ລັດ​ທິ​ມາກ-ເລ​ນິນ, ບໍ່​ແຂງ​ກະ​ດ້າງ, ບໍ່ມີ​ຄຳ​ພີ​ຕາຍ​ຕົວ, ຕັ້ງ​ໜ້າ​ຄົ້ນ​ຄ້​ວາ, ຮໍ່າ​ຮຽນ​ບົດ​ຮຽນ​ຂອງ​ພັກ​ອ້າຍ​ນ້ອງ ​ແລະ​ ປະ​ເທດ​ຕ່າງໆ​ອັນ​ໄດ້​ຮັບ​ປະ​ກັນ​ໃຫ້​ພັກ ສາ​ມາດ​ວາງ​ແນວ​ທາງ​ແຜນ​ນະ​ໂຍ​ບາຍ​ໄດ້​ຢ່າງ​ແທດ​ເໝາະ​ກັບ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ, ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ ​ແລະ​ ຜົນ​ປະ
​ໂຫຍດ​ຂອງ​ປະ​ຊາ​ຊົນ. ຈາກນັ້ນ ຈຶ່ງ​ໄດ້​ຮັບ​ການສະ​ໜັບ​ສະ​ໜູນ​ຢ່າງ​ແຂງ​ແຮງ​ຈາກ​ປະ​ຊາ​ຊົນ.

ບໍ່​ວ່າ​ໃນ​ໄລ​ຍະ​ຕໍ່​ສູ້​ກູ້​ຊາດ ກໍຄື​ໃນ​ໄລ​ຍະ​ປັດ​ຈຸ​ບັນ, ພັກ​ເຮົາ​ລ້ວນ​ແຕ່​ໄດ້​ວາງ​ຍຸດ​ທະ​ສາດ ແລະ ​ຍຸດ​ໂທ​ບາຍ​ທີ່​ມີ​ຈຸດ​ພິ​ເສດ​ສະ​ເພາະ​ທີ່​ແທດ​ເໝາະ​ກັບ​ແຕ່​ລະ​ໄລ​ຍະ; ໃນ​ໄລ​ຍະ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ພັກ​ເຮົາ​ຍາມ​ໃດກໍກຳ​ແໜ້ນ​ທັດ​ສະ​ນະ​ຄວາມ​ຮຸນ​ແຮງ​ປະ​ຕິ​ວັດ, ອອກ​ແຮງກໍ່​ສ້າງ​ກຳ​ລັງ​ການ​ເມືອງ ​ແລະ ​ກຳ​ລັງ​ປະ​ກອບ​ອາ​ວຸດ, ສົມ​ທົບ​ແໜ້ນ​ການ​ຕໍ່​ສູ້​ດ້ວຍ​ອາ​ວຸດ​ກັບ​ການ​ຕໍ່​ສູ້​ທາງ​ການ​ເມືອງ ​ແລະ ​ການ​ຕ່າງ​ປະ​ເທດ ອອກ​ແຮງ​ຍາດ​ແຍ່ງ​ເອົາ​ການ​ສະ​ໜັບ​ສະ​ໜູນ​ເປັນ​ໃຈ​ຂອງ​ບັນ​ດາ​ປະ​ຊາ​ຊາດ. ມາ​ໃນ​ໄລ​ຍະ​ດຳ​ເນີນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​ຮອບ​ດ້ານ, ເປີດກວ້າງ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ, ພັກ​ເຮົາ​ຍິ່ງ​ໄດ້​ຍົກ​ສູງ​ຈິດ​ໃຈ​ເອ​ກະ​ລາດ ​ແລະ ​ຫົວ​
ຄິດ​ປະ​ດິດ​ສ້າງ​ໃນ​ການ​ຊີ້​ນຳ-ນຳ​ພາ​ຂອງ​ຕົນ ໂດຍ​ເລີ່ມ​ຈາກ​ຄວາມ​ເປັນ​ເອ​ກະ​ລາດ​ທາງ​ການ​ເມືອງ ​ແລະການ​ວາງ​ແນວ​ທາງ​ນະ​ໂຍ​ບາຍ​ທີ່​ແທດ​ເໝາະ​ກັບ​ສະ​ພາບ​ ແລະ ​ອີງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ, ຍາມ​ໃດ​ພັກ​ເຮົາ ​ກໍໄດ້​ເອົາ​ໃຈ​ໃສ່​ສຶກ​ສາ​ອົບ​ຮົມ​ປຸກ​ລະ​ດົມ​ຊຸກ​ຍູ້​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ​ແລະ​ ປະ​ຊາ​ຊົນ​ເຜົ່າ​ຕ່າງໆ ເຊີດ​ຊູ​ຈິດ​ໃຈ​ຮັກ​ຊາດ, ເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ, ບຸກ​ບືນ​ສູ້​ຊົນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ເພີ່ມ​ພູນ​ຄູນ​ສ້າງ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ອັນ​ລ້ຳ​ຄ່າ ​ແລະ ​ອຸ​ດົມ​ຮັ່ງ​ມີ​ຂອງ​ຊາດ​ເຮົາ. ຕັ້ງ​ໜ້າ​ຂຸດ​ຄົ້ນ​ແລະ ​ເສີມ​ຂະ​ຫຍາຍ​ຢ່າງ​ສຸດ​ຂີດ​ກຳ​ລັງ​ແຮງ​ບົ່ມ​ຊ້ອນ​ຂອງ​ທັງ​ໝົດ​ຊາດ ​ແລະ ​ຖື​ເອົາ​ສິ່ງ​ດັ່ງ​ກ່າວ ​ເປັນ​ພື້ນ​ຖານເປັນຕົ້ນ​ຕໍ​ເພື່ອ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ.

ສອງ: ພັກ​ເຮົາ​ໄດ້​ຖື​ເປັນ​ສຳ​ຄັນ​ໃນ​ການ​ສະ​ຫຼຸບ​ຖອດ​ຖອນ​ບົດ​ຮຽນ​ຈາກ​ຂະ​ບວນ​ການ​ປະ​ຕິ​ວັດ​ຂອງ​ມະ​ຫາ​ຊົນ, ເອົາ​ໃຈ​ໃສ່​ຕໍ່​ພຶດ​ຕິ​ກຳ​ແຫ່ງ​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ຂອງ​ມະ​ຫາ​ຊົນ​ຢ່າງ​ຈົດ​ຈໍ່, ພັກ​ເຮົາ​ບໍ່​ພຽງ​ແຕ່​ເປັນ​ຜູ້​ວາງ ​ແລະ​ ນຳ​ເອົາ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ຕົນເຂົ້າ​ສູ່​ຂະ​ບວນ​ການ​ປະ​ຕິ​ວັດ​ຂອງ​ມະ​ຫາ​ຊົນ​ເທົ່າ​ນັ້ນ ແຕ່​ຫາກ​ຍັງ​ຊອກ​ເຫັນ, ເກັບ​ກຳ, ສົ່ງ​ເສີມ, ແຜ່​ຂະ​ຫຍາຍ​ໜໍ່​ແໜງ​ ແລະ ​ຕົວ​ແບບ​ໃໝ່​ທີ່​ກ້າວ​ໜ້າ​ໃນ​ຂະ​ບວນ​ການ​ປະ​ຕິ​ວັດ​ຂອງ​ມະ​ຫາ​ຊົນ; ສະ​ຫຼຸບ​ບົດ​ຮຽນ​ຈາກ​ຂະ​ບວນ​ການ​ປະ​ຕິ​ວັດ​ຂອງ​ມະ​ຫາ​ຊົນ ບົດ​ຮຽນ​ຕ່າງໆຈາກ​ຂະ​ບວນ​ການ​ເຄື່ອນ​ໄຫວ​ຂອງ​ມະ​ຫາ​ຊົນ​ເພື່ອ​ມາ​ປັບ​ປຸງ, ບູ​ລະ​ນະ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ຕົນ​ໃຫ້​ສົມ​ບູນ​ຍິ່ງໆ​ຂຶ້ນ. ດ້ວຍ​ເຫດນີ້ ພັກ​ເຮົາ​ຈຶ່ງ​ຈະ​ສາ​ມາດ​ຢືນ​ຢູ່​ໃນ​ທ່າ​ເປັນ​ເຈົ້າ​ການ​ຕໍ່​ໜ້າ​ສະ​ພາບ​ອັນ​ລະ​ອິດ​ລະ​ອ້ຽວ, ສັບ​ສົນ ​ແລະ​ ເຫດ​ການ​ບັງ​ເອີນ​ຕ່າງໆ ໃນ​ບາດ​ລ້ຽວ​ຂອງ​ການ​ປະ​ຕິ​ວັດ, ສາ​ມາດ​ວາງ​ແນວ​ທາງ, ນະ​ໂຍ​ບາຍ​ທີ່​ຖືກ​ຕ້ອງ, ນຳ​ພາ​ໄດ້​ຢ່າງ​ໜັກແໜ້ນ​ໃນ​ທຸກ​ສະ​ຖາ​ນະ​ການ ​ແລະ​ ທຸກ​ເງື່ອນ​ໄຂ​ຂອງ​ການ​ປະ​ຕິ​ວັດ.

ສາມ: ພັກ​ເຮົາ​ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ກັບ​ມະ​ຫາ​ຊົນ, ຮ່ວມ​ທຸກ​ຮ່ວມ​ສຸກ​ກັບ​ປະ​ຊາ​ຊົນ, ເກັບ​ກຳ​ຮັບ​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ມະ​ຫາ​ຊົນ​,​ ເຊື່ອ​ໝັ້ນ​ຕໍ່ມະ​ຫາ​ຊົນ, ພັກ​ຖື​ເອົາ​ປະ​ຊາຊົນ​ເປັນ​ກົກ, ເປັນ​ບໍ່​ເກີດ, ເປັນ​ເຫງົ້າ​ພະ​ລັງ​,​ ເປັນ​ບ່ອນ​ອີງ​ອັນ​ໜັກ​ແໜ້ນ​ຂອງ​ຕົນ,​ ຍາມ​ໃດ​ພັກ​ເຮົາກໍ​ຈົງ​ຮັກ​ພັກ​ດີ​ຢ່າງ​ສຸດ​ຊຶ້ງ​ຕໍ່​ຜົນ​ປະ​ໂຫຍດ​ອັນ​ພື້ນ​ຖານ ​ຂອງ​ປະ​ຊາ​ຊົນ​ຊາວ​ຜູ້​ອອກ​ແຮງ​ງານ ​ແລະ ​ຂອງ​ຊາດ​ຕົນ. ອຸ​ດົມ​ຄະ​ຕິ​ຂອງ​ພັກ​ເຮົາແມ່ນ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຄວາມ​ເປັນ​ເອ​ກະ​ພາບ ​ແລະ​ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງຂອງ​ປະ​ເທດ​ຊາດ, ເພື່ອ​ອິດ​ສະ​ລະ​ພາບ, ຄວາມ​ຢູ່​ເຢັນ​ເປັນ​ສຸກ​ ແລະ​ ຄວາມ​ຮັ່ງ​ມີ​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ. ໃນ​ການ​ກຳ​ນົດ​ແນວ​ທາງ​ນະ​ໂຍ​ບາຍ, ການ​ຕົກ​ລົງ​ບັນ​ຫາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ​ນະ​ໂຍ​ບາຍ, ພັກ​ເຮົາ​ລ້ວນ​ແຕ່​ໄດ້​ເລີ່ມ​ຈາກ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ ​ແລະ​ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ. ສະ​ນັ້ນ, ພາ​ລະ​ກິດ​ຂອງ​ພັກ, ພາ​ລະ​ກິດ​ປະ​ຕິ​ວັດ​ຈຶ່ງ​ແມ່ນ​ພາ​ລະ​ກິດ​ຂອງ​ມະ​ຫາ​ຊົນ, ຂອງ​ທົ່ວ​ປວງ​ຊົນ​ທັງ​ຊາດ.

ນັ້ນແມ່ນ​ບົດ​ຮຽນ​ອັນ​ປະ​ເສີດ​ ແລະ ​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ທີ່​ສຸດ​ຂອງ​ພັກ​ເຮົາ​ທີ່​ໄດ້​ຢັ້ງ​ຢືນ​ຢ່າງ​ໜັກ​ແໜ້ນ​ກ່ຽວ​ກັບ​ສັດ​ຈະ​ທຳ​ທີ່​ວ່າ ພົວ​ພັນ​ສະ​ໜິດ​ແໜ້ນ​ກັບ​ມະ​ຫາ​ຊົນ​ແມ່ນ​ກົດ​ເກນ​ແຫ່ງ​ການ​ຄົງ​ຕົວ ​ແລະ ​ຂະ​ຫຍາຍ​ຕົວ​ຂອງ​ພັກ,​ ເປັນບໍ່​ເກີດ​ທີ່ບໍ່​ເຫືອດ​ແຫ້ງ​ແຫ່ງ​ກຳ​ລັງ​ແຮງ​ຂອງ​ການ​ປະ​ຕິ​ວັດ.​ ​ ​

ໃນ​ເງື່ອນ​ໄຂ​ພັກ​ກຳ​ອຳ​ນາດ​ຄື​ດັ່ງ​ປັດຈຸ​ບັນ ຄວາມ​ຕິດ​ພັນ​ອັນສະ​ໜິດ​ແໜ້ນ​ລະ​ຫວ່າງ​ພັກ​ກັບ​ປະ​ຊາ​ຊົນ​ບໍ່​ພຽງ​ແຕ່​ຜ່ານ​ແນວ​ທາງ​ນະ​ໂຍ​ບາຍ​ຕ່າງໆ​​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ຜ່ານ​ບັນ​ດາ​ການ​ຈັດ​ຕັ້ງ​ຂອງ​ພັກ ​ແລະຜ່ານ​ອົງ​ການ​ຈັດ​ຕັ້ງ​ການ​ເມືອງ​ອື່ນໆ ​ທີ່​ພັກ​ເປັນ​ແກນ​ນຳ; ຜ່ານ​ການ​ເຄື່ອນ​ໄຫວ ​ແລະ ​ຄວາມ​ເປັນ​ແບບ​ຢ່າງ​ຂອງ​ຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ.​ ດັ່ງ​ນັ້ນ ​ບໍ່​ວ່າ​ຢູ່​ບ່ອນ​ໃດ, ບໍ່​ວ່າ​ຍາມ​ໃດ​ຫາກ​ການ​ຈັດ​ຕັ້ງ​ຂອງ​ພັກ, ພະ​ນັກ​ງານ ​ແລະ​ ສະ​ມາ​ຊິກ​ພັກ ໃກ້​ຊິດ​ຕິດ​ແທດ​ກັບມະ​ຫາ​ຊົນ, ມີຄວາມ​ເປັນ​ຫ່ວງ​ເປັນ​ໄຍ ​ແລະນຳ​ເອົາ​ຜົນປະໂຫຍດ​ຕົວ​ຈິງ​ມາ​ໃຫ້​ປະ​ຊາ​ຊົນ, ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ດີ​ຂຶ້ນ​ເລື້ອຍໆ,ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ຫຼ້າ​ຫຼັງ, ຢູ່​ບ່ອນນັ້ນ ທຸກວຽກ​ງານກໍຂະ​ຫຍາຍ​ຕົວ​ດີ, ອົງ​ຄະ​ນະ​ພັກ​ກໍມີ​ບົດ​ບາດ​ອິດ​ທິ​ພົນ, ໄດ້​ຮັບ​ຄວາມ​ເຊື່ອ​ຖື​ຮັກ​ແພງ​ຈາກ​ປະ​ຊາ​ຊົນ. ແຕ່ກົງ​ກັນ​ຂ້າມ, ຢູ່​ບ່ອນ​ໃດ​ທີ່​ອົງ​ການ​ຈັດ​ຕັ້ງ​ພັກ, ພະນັກ​ງານ, ສະ​ມາ​ຊິກ​ພັກ​ຫ່າງ​ເຫີນ​ຈາກ​ມະ​ຫາ​ຊົນ, ບໍ່​ຫ່ວງ​ໄຍ​ນຳ​ຜົນ​ປະ​ໂຫຍດ ​ແລະ​ ຄວາມ
​ມຸ່ງ​ມາດ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ ຫຼື​ ຍິ່ງກວ່ານັ້ນ​ ແມ່ນ​​ມີພະ​ຍາດ​ອາ​ຍາ​ສິດ, ສໍ້​ລາດ​ບັງ​ຫຼວງ, ໃຊ້​ອຳ​ນາດ​ບາດ​ໃຫຍ່, ນາບ​ຂູ່​ປະ​ຊາ​ຊົນ, ຢູ່​ບ່ອນນັ້ນ ປະ​ຊາ​ຊົນ​ຈະ​ໝົດ​ຄວາມ​ເຫຼື້ອມ​ໃສ​ ແລະ​ ຂາດ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ບົດ​ບາດ​ການ​ນຳ​ພາ​ຂອງ​ພັກ ເຮັດ​ໃຫ້​ປະ​ຊາ​ຊົນ​ຫ່າງ​ເຫີນ​ອອກ​ຈາກ​ພັກ, ອັນ​ໄດ້​ກາຍ​ເປັນ​ຊ່ອງ​ວ່າງ​ເຮັດ​ໃຫ້​ບັນ​ດາ​ອິ​ທິ​ກຳ​ລັງ​ປໍ​ລະ​ປັກ ​ແລະ ​ພວກ​ຄົນ​ບໍ່​ດີ​ສວຍ​ໃຊ້​ເພື່ອ​ບິດ​ເບືອນ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ແບ່ງ​ແຍກ​ມະ​ຫາ​ຊົນ​ກັບ​ພັກ, ດຶງ​ເອົາ​ປະ​ຊາ​ຊົນ, ຊັ້ນ​ຄົນ​ຕ່າງໆ​ອອກ​ຈາກ​ການ​ນຳ​ພາ​ຂອງ​ພັກ.

ສີ່: ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ຂອງ​ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ​ພາຍ​ໃນ​ພັກ, ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ຕິດ​ພັນ​ກັບ​ການ​ເປີດກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ພາຍນອກ.

ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ​ພາຍ​ໃນ​ພັກ, ເປັນ​ຕົ້ນ​ແມ່ນ​ໃນ​ຄະ​ນະ​ນຳ​ຂັ້ນ​ຕ່າງໆ​ຂອງ​ພັກ​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ ​ແລະ​ ບົດ​ຮຽນອັນ​ປະ​ເສີດ​ຂອງ​ພັກ​ເຮົາ ເປັນ​ປັດ​ໄຈ​ສຳ​ຄັນ​ຄໍ້າ​ປະ​ກັນໃຫ້​ແກ່​ການ​ຍືນ​ຍົງ​ຄົງ​ຕົວ​ ແລະ​ ຂະ​ຫຍາຍ​ຕົວ​ຂອງ​ພັກ, ຮັບ​ປະ​ກັນ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ຢູ່​ປະ​ເທດ​ເຮົາ. ປະ​ທານ​ໂຮ່​ຈິ​ມິງ
​ຜູ້​ຍິ່ງ​ໃຫຍ່​ເຄີຍ​ສັ່ງ​ສອນ​ໄວ້​ວ່າ: “ບັນ​ດາ​ສະ​ມາ​ຊິກ​ພັກ ນັບ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ຮາກ​ຖານ​ພັກ ຕ້ອງ​ຮັກ​ສາ​ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ​ພາຍ​ໃນ​ພັກ​ຄື​ກັນ​ກັບ​ແກ້ວ​ຕາ​ຂອງ​ຕົນ”. ປະ​ຕິ​ບັດ​ຕາມ​ຄຳ​ສອນ​ອັນ​ລ້ຳ​ຄ່າ​ດັ່ງ​ກ່າວຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ ພັກ​ເຮົາ​ຍາມ​ໃດ​ກໍໄດ້​ຕັ້ງ​ໜ້າ​ປັບ​ປຸງ​ບຳ​ລຸງ​ສ້າງ​ ແລະ ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ​ພາຍ​ໃນ​ພັກ ໃຫ້​ໜັກ​ແໜ້ນ​ຢູ່​ສະ​ເໝີ, ບໍ່​ເຄີຍ​ມີ​ການ​ແບ່ງ​ພັກ​ແຍກ​ພວກ​ຈັກ​ເທື່ອ. ມູນ​ເຊື້ອ​ດັ່ງ​ກ່າວ ​ໄດ້​ເປັນ​ກຳ​ລັງ​ແຮງ​ທີ່ບໍ່​ບົກ​ແຫ້ງ​ຂອງ​ພັກ​ເຮົາ ຍ້ອນ​ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ​​ພາຍ​ໃນ​ການ​ນຳ​ພາ​ຂອງ​ພັກນັ້ນ​ເອງ, ເຖິງວ່າ​ຈະ​ພົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ອັດ​ຕະ​ຄັດ​ຂັດ​ສົນ​ຕ່າງໆ​ນາໆ ແຕ່​ວ່າ​ພັກ​
ເຮົາ​ກໍໄດ້​ນຳ​ພາ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເຮັດ​ສຳ​ເລັດ​ພາ​ລະ​ກິດ​ປະ​ຫວັດ​ສາດ​ອັນ​ຍິ່ງ​ໃຫຍ່​ໄດ້​ຢ່າງ​ສະ​ຫງ່າ​ງາມ.

ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່ ໂດຍ​ສະ​ເພາະ​ແມ່ນ​ໄລ​ຍະ​ປັດ​ຈຸ​ບັນ​ນີ້ ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ​ພາຍ​ໃນ​ພັກ, ເປັນ​ຕົ້ນ​ແມ່ນ​ພາຍ​ໃນ​ຄະ​ນະ​ພັກ​ ແລະ ​ການ​ນຳ​ຂັ້ນ​ຕ່າງໆ ​ແມ່ນ​ມີ​ຄວາມ​ສຳ​ຄັນ​ເປັນ​ຢ່າງ​ຍິ່ງພວກ​ເຮົາ​ຕ້ອງ​ອອກ​ແຮງ​ສະ​ກັດ​ກັ້ນ ​ແລະ ​ເດັດ​ດ່ຽວຕ້ານ​ບັນ​ດາ​ປະ​ກົດ​ການ​ແບ່ງ​ພັກ​ແຍກ
​ພວກ, ຕ້ານ​ລັດ​ທິ​ເອ​ກະ​ຊົນ, ລັດ​ທິ​ສວຍ​ໂອ​ກາດ​ໃຫ້​ໝົດ​ໄປ​ຢ່າງ​ສິ້ນ​ເຊີງ; ຕັ້ງ​ໜ້າ​ປະ​ຕິ​ບັດ​ປະ​ຊາທິ​ປະ​ໄຕ​ຢ່າງກວ້າງ​ຂວາງ​ພາຍ​ໃນ​ພັກ, ດຳ​ເນີນ​ການ​ຕຳ​ນິ​ຕິ​ຊົມ​ຕົນ​ເອງ ​ແລະ​ ຕິ​ຊົມ​ກັນ​ພາຍ​ໃນ​ເພື່ອນ​ສະ​ຫາຍ​ດ້ວຍ​ກັນ​ຢ່າງ​ເປັນ​ປະ​ຈຳ​ ແລະ​ ເຂັ້ມ​ງວດ. ປະ​ຕິ​ບັດ​ລະ​ບຽບ​ວິ​ໄນ​ພັກ​ ແລະ ​ຫຼັກ​ການ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ​ຢ່າງ​ເຄັ່ງ​ຄັດ ນັ້ນ​ແມ່ນ​ວິ​ທີ​ດີ​ທີ່​ສຸດ​ ເພື່ອ​ປັບ​ປຸງ​ ແລະ ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ​ພາຍ​ໃນ​ພັກ.

ຍາມ​ໃດ​ພັກ​ເຮົາ ກໍ​ເອົາ​ໃຈ​ໃສ່​ຕໍ່​ບັນ​ຫາ​ການ​ປັບ​ປຸງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ປອງດອງ​ໃນ​ວົງ​ຄະ​ນະ​ຍາດ​ແຫ່ງ​ຊາດ ບົນ​ພື້ນ​ຖານ​ພັນ​ທະ​ພາບ​ກຳ​ມະ​ກອນ, ຊ​າວ​ກະ​ສິ​ກອນ​ ແລະ ​ນັກ​ຮຽນ​ຮູ້​ປັນ​ຍາ​ຊົນ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ. ຄວາມ​ສາ​ມັກ​ຄີ​ປອງດອງ​ເປັນ​ມູນ​ເຊື້ອ​ອັນ​ປະ​ເສີດ​ຂອງ​ຊາດ​ລາວ​ເຮົາ, ເປັນ​ທາດ​ແທ້​ອັນ​ດີ​ງາມ​ທີ່​ມີ​ມາ​ແຕ່​ໃດໆ​ຂອງ​ປະ​ຊາ​ຊົນ​ລາວ​ເຜົ່າ​ຕ່າງໆ.

ຍ້ອນ​ແນວນັ້ນ ໃນ​ພາ​ລະ​ກິດ​ຕໍ່​ສູ້​ກູ້​ຊາດ​ຜ່ານ​ມາ, ພັກ​ເຮົາ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຈົດ​ຈໍ່​ຕໍ່​ການ​ປັບ​ປຸງ ​ແລະ ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ປອງດອງ​ຊາດ, ອີງ​ໃສ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢ່າງ​ໜັກ​ແໜ້ນ, ປຸກ​ລະ​ດົມ​ທົ່ວ​ປວງ​ຊົນ​ລຸກ​ຂຶ້ນ​ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ, ເຮັດ​ໃຫ້​ການ​ຕໍ່​ສູ້​ກູ້​ຊາດ​ຂອງ​ປະ​ຊາ​ຊົນ​ເຮົາ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ເປັນ​ກ້າວໆ​ມາ. ຈາກ​ບ່ອນບໍ່​ມີ​ຫຍັງໄປ​ເຖິງ​ບ່ອນ​ມີ, ເລີ່ມ​ແຕ່​ບັນ​ຫາ​ນ້ອຍ​ໄປ​ສູ່ບັນ​ຫາ​ໃຫຍ່​ ແລະ​ ຍາດ​ເອົາ​ໄຊ​ຊະ​ນະ​ມາ​ໄດ້​ຢ່າງ​ສົມ​ບູນ. ມາ​ເຖິງ​ປັດຈຸ​ບັນ ການ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ສາ​ມັກ​ຄີ​ປອງດອງ​ຂອງ​ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ, ການ​ຖື​ເອົາ​ປະ​ຊາ​ທິ​ປະ​ໄຕ​ເປັນ​ກົກ ຍັງ​ແມ່ນ​ກຳ​ລັງ​ແຮງ​ຕັດ​ສິນ​ໄຊ​ຊະ​ນະ​ຂອງ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່ ກໍ​ຄື​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ ແລະ ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ. ໃນ​ທຸກ​ໄລ​ຍະ​ຂອງ​ການ​ປະ​ຕິ​ວັດ, ພັກ​ເຮົາ​ໄດ້​​ສົມ​ທົບ​ແໜ້ນ​ລະ​ຫວ່າງ​ລັດ​ທິ​ຮັກ​ຊາດ​ທີ່​ແທ້​ຈິງ ກັບ​ລັດ​ທິ​ສາ​ກົນ​ອັນ​ຜ່ອງ​ໃສ, ເດັດ​ດ່ຽວ​ຕໍ່​ສູ້​ຕ້ານ​ທຸກ​ປະ​ກົດ​ການ​ທີ່​ເຫັນ​ແກ່​ຕົວ, ແນວ​ຄິດ​ຊາດ​ຄັບ​ແຄບ; ຮູ້​ສົມ​ທົບ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ກຳ​ລັງ​ແຮງຂອງ​ຊາດ​ ກັບ​ກຳ​ລັງ​ແຮງ​ຂອງ​ຍຸກ​ສະ​ໄໝ. ດ້ວຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ທີ່​ຖືກ​ຕ້ອງ​ຂອງ​ພັກ, ປະ​ຊາ​ຊົນ​ລາວ​ເຮົາ​ຈຶ່ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ, ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ ​ແລະ ​ມິດ​ຈິດ​ມິດ​ໃຈ​ອັນ​ກວ້າງ​ຂວາງ​ຈາກ​ປະ​ເທດ​ອ້າຍ​ນ້ອງ, ເພື່ອນ​ມິດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ປະ​ຊາ​ຊົນ​ຜູ້​ຮັກ​ຫອມ​ສັນ​ຕິ​ພາບ​ ແລະຮັກ​
ຄວາມ​ເປັນ​ທຳ​ໃນ​ທົ່ວ​ໂລກ. ໄດ້​ຮັບການ​ສະ​ໜັບ​ສະ​ໜູນ ​ແລະ ​ການ​ຊ່ວຍ​ເຫຼືອ​ອັນ​ປະ​ເສີດ​ ເຊິ່ງເປັນ​ເງື່ອນ​ໄຂ​ຊ່ວຍ​ຊູ​​ຍູ້​ໜູນໃຫ້​ປະ​ຊາ​ຊົນ​ເຮົາ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ຕໍ່​ສູ້​ກູ້​ຊາດ​ໃນ​ເມື່ອ​ກ່ອນ ກໍຄື​ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ​ແລະ ​ສ້າງ​ສາ​ປະ​ເທດ​ຊາດ​ໃນ​ປັດ​ຈຸ​ບັນ.

ຫ້າ: ພັກ​ເຮົາ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ຈົດ​ຈໍ່​ຕໍ່​ບັນ​ຫາ​ການ​ປັບ​ປຸງ​ ແລະ ​ກໍ່​ສ້າງ​ພັກ, ສ້າງ​ອຳ​ນາດ​ການ​ປົກ​ຄອງ ​ແລະ​ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ບຳ​ລຸງ​ສ້າງ​ຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ໃຫ້​ມີ​ຄຸນ​ສົມ​ບັດ​ສິນ​ທຳ​ ແລະ ​ມີ​ຄວາມ​ສາ​ມາດ​ສົມ​ຄູ່​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ພາ​ລະ​ກິດ​ປະ​ຕິ​ວັດ​ໃນ​ແຕ່​ລະ​ໄລ​ຍະ. ເລີ່ມ​ແຕ່​ຫົວ​ທີ ພັກ​ເຮົາ​ໄດ້​ຢັ້ງ​ຢືນ​ຢ່າງ​ຂາດ​ຕົວ​ວ່າ: ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ ແມ່ນ​ພັກ​ການເມືອງ​ຂອງ​ຊົນ​ຊັ້ນ​ກຳ​ມະ​ກອນ ​ແລະ ​ຊາວ​ຜູ້​ອອກ​ແຮງ​ງານ​ລາວ. ນີ້​ແມ່ນ​ບັນ​ຫາ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ພັກ​ທີ່​ກຳ​ເນີດ​ ແລະ​ ເຕີບ​ໃຫຍ່​ໃນ​ປະເທດ​ກະ​ສິ​ກຳ​ຫຼ້າ​ຫຼັງ, ຊົນ​ຊັ້ນ​ກຳ​ມະ​ກອນ​ຍັງ​ອ່ອນ​ນ້ອຍ, ສະ​ມາ​ຊິກ​ພັກ​ສ່ວນ​ຫຼວງ​ຫຼາຍ​ມີ​ຕົ້ນ​
ກຳ​ເນີດ​ມາ​ຈາກ​ຊາວ​ໄຮ່​ນາ ​ແລະ ​ຊັ້ນ​ຄົນ​ອື່ນໆ. ສະ​ນັ້ນ ຕັ້ງ​ແຕ່​ກຳ​ເນີດ​ເປັນ​ຕົ້ນ​ມາ, ພັກ​ເຮົາ​ບໍ່​ໄດ້​ລົດ​ລະ​ໃນ​ການ​ເຊີດ​ຊູ​ ແລະ ​ເພີ່ມ​ທະ​ວີ​ທາດ​ແທ້​ຊົນ​ຊັ້ນ ​ແລະ ​ລັກ​ສະ​ນະ​ນຳ​ໜ້າ​ຂອງ​ພັກ​ປະ​ຕິ​ວັດ, ພັກ​ມາກ-ເລ​ນິນ ກໍ່​ສ້າງ​ພັກ​ໃຫ້​ເຂັ້ມ​ແຂງ​ໜັກ​ແໜ້ນ​ຢ່າງ​ແທ້​ຈິງ​​ທາງ​ດ້ານ​ການ​ເມືອງ, ແນວ​ຄິດ ​ແລະ ​ການ​ຈັດ​ຕັ້ງ. ເພີ່ມ​ທະ​ວີ​ການ​ພົວ​ພັນ​ສະ​ໜິດ​ແໜ້ນ​ກັບ​ມະ​ຫາ​ຊົນ, ຮັບ​ປະ​ກັນ​ໃຫ້​ພັກ​ສາ​ມາດ​ປະ​ຕິ​ບັດ​ບົດ​ບາດ​ເປັນ​ກອງ​ນຳ​ໜ້າ
ນຳ​ພາ​ຢູ່​ໃນ​ທຸກ​ໄລ​ຍະ​ຂອງ​ການ​ປະ​ຕິ​ວັດ.

ພັກ​ເຮົາ​ໄດ້​ກຳ​ນົດ​ໄວ້​ວ່າ: ກຳ​ລັງ​ແຮງ​ທາງ​ດ້ານ​ການ​ເມືອງ ​ແລະ ​ແນວ​ຄິດ​ຂອງ​ພັກ ຕ້ອງ​ຮັບ​ປະ​ກັນ​ດ້ວຍ​ກຳ​ລັງ​ແຮງ​ທາງ​ດ້ານ​ການ​ຈັດ​ຕັ້ງ. ສະ​ນັ້ນ ໃນ​ການກໍ່​ສ້າງ ​ແລະ ​ປັບ​ປຸງ​ພັກ, ຍາມ​ໃດ​ພັກ​ເຮົາ ​ກໍເຄົາ​ລົບ ​ແລະ ​ຮັບ​ປະ​ກັນ​ຫຼັກ​ການ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ຖືກ​ຕ້ອງ ​ແລະ ​ເຂັ້ມ​ງວດ, ເຮັດ​ໃຫ້​ພັກ​ເຮົາ​ກາຍ​ເປັນ​ກ້ອນ​ກຳ​ລັງ​ເອ​ກະ​ພາບ​ທາງ​ດ້ານ​ແນວ​ຄິດ, ມາ​ນະ​ຈິດ ​ແລະ ​ການ​ກະ​ທຳ. ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ​ພາຍ​ໃນ​ພັກ​ ແລະ ​ໃນ​ທົ່ວ​ສັງ​ຄົມ​ຕິດ​ພັນ​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິດ​ຊອບ​ ແລະ ​ຄວາມ​ເຂັ້ມ​ງວດ​ທາງ​ດ້ານ​ລະ​ບຽບ​ວິ​ໄນ ສົ່ງ​ເສີມ​ປະ​ຊາ​ທິ​ປະ​ໄຕ​ໄປ​ຄຽງ​ຄູ່​ກັບ​ການ​ຮັບ​ປະ​ກັນ​ການ​ນຳ​ພາ​ລວມ​ສູນ​ເປັນ​ເອ​ກະ​ພາບ, ປະ​ຕິ​ບັດ​ຫຼັກ​ການຕຳ​ນິ​ຕິ​ຊົມ​ຕົນ​ເອງ ​ແລະ ​ຕິ​ຊົມ​ຊ່ວຍ​ເຫຼືອກໍ່​ສ້າງ​ກັນ​ໃນ​ການ​ດຳ​ເນີນ​ຊີ​ວິດ​ພັກ​ຢ່າງ​ເຂັ້ມ​ງວດ ​ແລະ ​ເປັນ​ປະ​ຈຳ. ປັບ​ປຸງ​ບູ​ລະ​ນະ​ລະ​ບົບ​ກົງ​ຈັກ​ການ​ຈັດ​ຕັ້ງ​ພັກ​ຂັ້ນ​ຕ່າງໆ​ໃຫ້​ເຂັ້ມ​ແຂງ, ຮັບ​ປະ​ກັນ​ຄຸນ​ນະ​ພາບ​ເພື່ອ​ເຮັດ​ຫຼ້ອນພາ​ລະ​ບົດ​ບາດ​ນຳ​ພາ​ຂອງ​ພັກ​ເປັນ​ຢ່າງ​ດີ.

ໃນ​ເວ​ລາ​ພັກ​ກຳ​ອຳ​ນາດ, ພັກ​ເຮົາ​ໄດ້​ເອົາ​ໃຈ​ໃສ່​ຈົດ​ຈໍ່​ໃນ​ການກໍ່​ສ້າງ​ ແລະ ​ປັບ​ປຸງ​ບູ​ລະ​ນະ​ອຳ​ນາດ​ການ​ປົກ​ຄອງ, ເຮັດ​ໃຫ້​ອົງ​ການ​ອຳ​ນາດ​ແຫ່ງ​ລັດ​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ກົມ​ກຽວ, ເຄື່ອນ​ໄຫວ​ຖືກ​ຕ້ອງ​ກັບ​ລັດ​ຖະ​ທຳ​ມະ​ນູນ ​ແລະ ​ກົດ​ໝາຍ, ສ້າງ​ໃຫ້​ອຳ​ນາດ​ລັດ​ມີ​ຄວາມ​ສັກ​ສິດ, ທັງ​ຮັບ​ປະ​ກັນ​ຄວາມ​ປອດ​ໃສ, ຍຸ​ຕິ​ທຳ, ເຮັດ​ໃຫ້​ອຳ​ນາດ​ແຫ່ງ​ລັດ​ເປັນ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ​ ແລະ ​ເພື່ອ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ.

ພັກ​ເຮົາ​ຢືນ​ຢັນ​ວ່າ ພະ​ນັກ​ງານ​ມີ​ບົດ​ບາດ​ຕັດ​ສິນ​ຕໍ່​ຜົນ​ໄດ້​ຜົນ​ເສຍ​ຂອງ​ການ​ຈັດ​ຕັ້ງປະ​ຕິ​ບັດ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ. ແຕ່​ເຖິ​ງວ່າແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ ​ຈະ​ຖືກ​ຕ້ອງ​ປານ​ໃດ​ກໍ​ຕາມ ​ຖ້າ​ຫາກ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ຂາດ​ຄວາມ​ຮູ້​ຄ​ວາມ​ສາ​ມາດ​ໃນ​ດ້ານຕ່າງໆ, ບໍ່​ສາ​ມາດ​​ນຳ​ພາ​ ແລະ​ ຈັດ​ຕັ້ງ​ປະ​ຕິ​ບັດ​
ໃຫ້​ເກີດ​ຜົນ​ຕົວ​ຈິງ​​ໄດ້, ແນວ​ທາງ​ນະ​ໂຍ​ບາຍ​ດັ່ງ​ກ່າວ ກໍຈະ​ດີ​ພຽງ​ແຕ່​ຢູ່​ໃນ​ໜ້າ​ເຈ້ຍ​ເທົ່າ​ນັ້ນ. ດ້ວຍ​ເຫດນັ້ນ, ພັກ​ເຮົາ​ຍາມ​ໃດ​ ກໍເອົາ​ໃຈ​ໃສ່​ຕໍ່​ວຽກ​ງານກໍ່​ສ້າງ​ ແລະ ​ບຳ​ລຸງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງຕ້ອງ​ການ​ຂອງ​ໜ້າ​ທີ່​ການ​ເມືອງ​ໃນ​ແຕ່​ລະ​ໄລ​ຍະ​ຂອງ​ການ​ປະ​ຕິ​ວັດ ໂດຍ​ສະ​ເພາະ​ແມ່ນ​ຖັນ​ແຖວ​ພະ​ນັກ​ງານ​ນຳ​ພາ, ຫຼັກ​ແຫຼ່ງ​ໃນ​ແຕ່​ລະ​ຂັ້ນ, ແຕ່​ລະ​ຂະ​ແໜງ ​ແລະ ​ຖັນ​ແຖວ​ພະ​ນັກ​ງານ​ຢູ່​ຮາກ​ຖານ, ເຮັດ​ໃຫ້​ພະ​ນັກ​ງານ​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ມີ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ, ເຊື່ອ​ມ​ຊຶມກຳ​ແໜ້ນ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ ​ແລະ ​ນຳ​ພາ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ເກີດໝາກຜົນ​ຕົວ​ຈິງ. ພັກ​ເຮົາ​ຍັງ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ການ​ສ້າງ ​ແລະ​ ນຳ​ໃຊ້​ພະ​ນັກ​ງານ​ຊົນ​ເຜົ່າ, ພະ​ນັກ​ງານ​ເພດ​ຍິງ, ພະ​ນັກ​ງານ​ໜຸ່ມ​ນ້ອຍ ​ແນ​ໃສ່​ຮັບ​ປະ​ກັນ​ລັກ​ສະ​ນະ​ສືບ​ທອດ​ຕໍ່​ເນື່ອງ​ໃນ​ຖັນ​ແຖວ​ພະ​ນັກ​ງານ, ທັງ​ນີ້​ເພື່ອ​ເຮັດ​ໃຫ້​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ພັກ, ຂອງ​ປະ​ຊາ​ຊົນ​ເຮົາ​ກ້າວ​ໄປ​ສູ່​ຈຸດ​ໝາຍ​ທີ່​ວາງ​ໄວ້. ໂດຍ​ເສີມ​ຂະ​ຫຍາຍ​ບົດ​ຮຽນ​ທີ່​ຖອດ​ຖອນ​ໄດ້, ດ້ວຍ​ກ້ອນ​ກຳ​ລັງ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ, ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ​ ແລະ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ຂອງ​ປະ​ຊາ​ຊົນ​ເຮົາ​ຈະ​ຕ້ອງ​ໄດ້​ຮັບ​ຜົນ​ສຳ​ເລັດ, ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ຈະ​ກ້າວ​ໄປ​ເຖິງ​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ​ຢ່າງ​ແນ່ນອນ.

  1. ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​​​ນຳ​ພາ​ຂອງ​ພັກ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ແລະ ໄພ​ພິ​ບັດ​ຕ່າງໆ: ຄື​ດັ່ງ​ທີ່​ພັກ​ເຮົາ​ໄດ້​ສະ​ຫຼຸບ​ຕີ​ລາ​ຄາ​ຜົນ​ສຳ​ເລັດ​ໃນ​ການ​ນຳ​ພາ​ຂອງ​ພັກ​ຢູ່​​ຂໍ້​ທີ 1. ນັ້ນ​ໄດ້​ຢັ້ງ​ຢືນ​ວ່າ: ພະ​ນັກ​ງານ,​ສະ​ມາ​ຊິກ​ພັກ, ຄະ​ນະ​ພັກ​ຂັ້ນ​ຕ່າງໆ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ນຳ​ເອົາ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ​​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ​ເພື່ອ​ຮັບ​ໃຊ້​ຜົນ​ປະ​ໂຫຍດ​ຂອງ​ຊາດ ​ແລະ ​ຂອງ​ປະ​ຊາ​ຊົນ ເຖິງວ່າ ​ພັກ​ເຮົາ​ໄດ້​ອອກ​ແຮງກໍ່​ສ້າງແລະ ​ບຳ​ລຸງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ຄະ​ນະ​ພັກ​ແຕ່​ລະ​ຂັ້ນ​ມາ​ຢ່າງ​ເປັນ​ປົກກະ​ຕິ ​ແລະ ​ຕໍ່​ເນື່ອງ, ແຕ່​ວ່າໃນ​ເງື່ອນ​ໄຂ​​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່,​ ການ​ເປີດ​​ປະ​ຕູ​ສູ່​ໂລກ​ພາຍນອກ​ຢູ່​ປະ​ເທດ​ເຮົາ ​ຖ້າ​ວ່າ​ພະ​ນັກ​ງານບໍ່​ມີ​ຄຸນ​ສົມ​ບັດ​ທາດ​ແທ້​ປະ​ຕິ​ວັດ​ທີ່​ໜັກ​ແໜ້ນ, ແນ່ນອນ​ວ່າ​ ຈະ​ເກີດ​ມີ​ປະ​ກົດ​ການ​ຫຍໍ້​ທໍ້​​​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ເຊັ່ນ: ເກີດ​ພະ​ຍາດ​ອາ​ຍາ​ສິດ, ກາ​ນ​ສໍ້​ລາດ​ບັງ​ຫຼວງ, ການ​ຫຼິ້ນ​ກິນ​ຟຸມ​ເຟືອຍ, ໄພ​ສັງ​ຄົມ, ບັນ​ຫາ​ຢາ​ເສບ​ຕິດ, ການຄ້າ​ມະ​ນຸດ, ຄວາມ​ວຸ້ນ​ວາຍ​ໃນ​ສັງ​ຄົມ… ​ຍັງຈະເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ສິ່ງ​ດັ່ງ​ກ່າວ​ໄດ້​ພິ​ສູດ​ ແລະ​ ຢັ້ງ​ຢືນ​ວ່າ​ວຽກ​ງານ​ກໍ່​ສ້າງພັກ, ​ພະ​ນັກ​ງານ​ຂອງ​ພັກ​ເຮົາ​ໃນ​ໄລ​ຍະ​ຜ່ານ​ມາ​ແມ່ນຍັງ​ບໍ່​ທັນ​ເລິກ​ເຊິ່ງ​ເຖິງ​ຖອງ; ດັ່ງ​ນັ້ນ ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່​ນີ້, ວຽກ​ງານກວດ​ກາ ​ແລະ ​ກໍ່​ສ້າງ​ພະ​ນັກ​ງານ ​ຍັງ​ເປັນ​ວຽກ​ງານ​ແຖວ​ໜ້າ​ທີ່​ຕ້ອງ​ໄດ້​ສືບ​ຕໍ່​ດຳ​ເນີນ​ໄປ​ຢ່າງບໍ່​ໄດ້​ຢຸດ​ເຊົາ, ເຮັດ​ຢ່າງ​ຕໍ່​ເນື່ອງ​ ແລະ ​ຕະ​ຫຼອດ​ໄປ. ຍ້ອນ​ມີ​ປະ​ກົດ​ການ​ຫຍໍ້​ທໍ້​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ເກີດ​ຂຶ້ນ​ ແລະ ​ດ້ວຍ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ສະ​ພາບ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ,ຄະ​ນະ​ພັກ​ແຕ່​ຂັ້ນ​ສູນ​ກາງລົງ​ໄປ​ເຖິງ​ຂັ້ນ​ທ້ອງ​ຖິ່ນ,​ ຕະ​ຫຼອດ​ໄລ​ຍະ​ທີ່​ຍັງ​ມີ​ຊີ​ວິດ​ຢູ່ປະ​ທານ ​ໄກສອນ ​ພົມ​ວິ​ຫານ​ ໄດ້​​ມີ​ຄຳ​ເຫັນ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ໄວ້​ວ່າ: “ປະ​ເທດ​ຊາດບໍ່​ສາ​ມາດ​ຝາກ​ຊາ​ຕາ​ກຳ​ໄວ້​ນຳ​ຄົນ​ທີ່​ໂງ່​ຈ້າ ​ແລະ ​ຂາດ​ລະ​ບຽບ​ວິ​ໄນ”. ນອກ​ຈາກນີ້​ປະ​ທານ ​ໄກ​ສອນ ​ພົມ​ວິ​ຫານ ​ຍັງ​ໄດ້​ສະ​ແດງ​ຄວາມ​ເປັນຫວ່ງ​ເປັນ​ໄຍ​ນຳ​ພະ​ນັກ​ງານ​ຮຸ່ນ​ໃໝ່ ​ເຊິ່ງ​ເປັນ​ຮຸ່ນ​ສືບ​ທອດ, ປະທານ​ໄດ້​ກ່າວ​​ໃນ​ເວ​ລາ​ທີ່​ມີ​ໂອ​ກາດ​ພົບ​ປະ​ກັບ​ພະ​ນັກ​ງານໄວ້​ດັ່ງ​ນີ້: “ມາ​ຮອດ​ໄລ​ຍະ​ໃໝ່​ຂອງ​ການ​ປະ​ຕິ​ວັດ, ພະ​ນັກ​ງານ​ນຳ​ພາ​ຮຸ່ນ​ເກົ່າ​ຮອດ​ອາ​ຍຸ​ກະ​ສຽນ​ຮັບ​ບຳ​ນານແລະ​ ໄດ້​ສົ່ງ​ຕໍ່​ພາ​ລະ​ກິດ​ປະ​ຕິ​ວັດ​ໃຫ້​ແກ່​ຄົນ​ຮຸ່ນ​ໜຸ່ມ ​ເຊິ່ງ​ເປັນ​ກົດ​ເກນ​ທີ່​ຫຼີກ​ລ່ຽງ​ບໍ່​ໄດ້”, ແຕ່​ວ່າ ປະ​ທານ ກໍຍັງ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່​ວງ​ເປັນ​ໄຍ​ ຈຶ່ງ​ໄດ້​ມີ​ຄຳ​ເຫັນ​ໄວ້​ນຳ​ພະ​ນັກ​ງານຮຸ່ນ​ໃໝ່​ວ່າ: “…ຢ້ານ​ຜູ້​ເປັນ​ນາຍ​ຍຸກ​ໃໝ່ ຊິ​ກາຍ​ເປັນ​ອາຍາ​ສິດ, ເມື່ອ​ໄດ້​ເປັນ​ການ​ນຳ​ແລ້ວຊິ​ເກີດ​ພະ​ຍາດ​ຫ່າງ​ເຫີນ​ຈາກ​ປະ​ຊາ​ຊົນ, ມີ​ແຕ່​ໃຊ້​ຄຳ​ສັ່ງ​ຕໍ່ໆ​ກັນ​ໄປ ສຸດ​ທ້າຍແນວ​ທາງ​ນະ​ໂຍ​ບາຍ​ຂອງພັກ, ແຜນ​ນະ​ໂຍ​ບາຍ​ຂອງ​ລັດ ​ກໍບໍ່​​ໄປຮອດ​ໄປ​ເຖິງປະ​ຊາ​ຊົນ”. ປະທານ​ຍັງ​​ໄດ້​​ມີ​ຄຳ​ເຫັນ​ອີກວ່າ: “ຢ້ານ​ຄວາມ​ສາ​ມັກ​ຄີ​ພາຍ​ໃນ​ຊິ​ແຕກ​ແຍກ​ກັນ, ຢ້ານ​ເກີດ​ບັນ​ຫາ​​ມີລັດ​ທິ​ສວຍ​ໂອ​ກາດ…”​ ຫຼື​ ມີ​ອີກ​ຄຳ​ເວົ້າ​ໜຶ່ງ​ທີ່​ວ່າ: “…ຊິ​ເຮັດ​ແນວ​ໃດ​ກະ​ເຮັດ, ຊິ​ເກັ່ງ​ປານ​ໃດ​ກະ​ເກັ່ງ, ຖ້າບໍ່​ມີ​ສິນ​ທຳ, ບໍ່​ມີ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ​ແລ້ວ ແມ່ນ​ຍາກ​ທີ່​ຈະ​ຮັບ​ໃຊ້​ປະ​ເທດ​ຊາດ ​ແລະ ​ປະ​ຊາ​ຊົນ​ໄດ້…”. ສະ​ພາບ​ຕົວ​ຈິງ​ຢູ່​ປະ​ເທດ​ເຮົາ​ໃນ​ປັດ​ຈຸ​ບັນ​ ເຖິງວ່າ​ປະ​ເທດ​ເຮົາ​ຍັງ​ຄົງ​ມີ​ສະ​ຖຽ​ນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ທົ່ວ​ສັງ​ຄົມ​ຍັງ​ມີ​ຄວາມ​ສະ​ຫງົບ​ໂດຍ​ພື້​ນ​ຖານ, ແຕ່ກໍບໍ່​ປາ​ສະ​ຈາກ​ໄດ້​ບັນ​ດາ​ປະ​ກົດ​ການ​ຫຍໍ້​ທໍ້​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ແຕ່​ວ່າ​ການ​ແກ້​ໄຂ​ປະ​ກົດ​ການ​ເຫຼົ່າ​ນັ້ນ ​ກໍ​ຍັງ​ບໍ່​ເລິກ​ເຊິ່ງ​ເຖິງ​ຖອງ, ການ​ລົງ​ໂທດ​ຕໍ່ຜູ້​ກະ​ທຳ​ຜິດກໍຍັງ​ມີ​ລັກ​ສະ​ນະ (​ເວັ້ນ​ບ່ອນ​ແຂງ, ແທງ​ບ່ອນ​ອ່ອນ, ຄົນ​ຮັ່ງ​ບໍ່​ໄດ້​ຕິດ​ຄຸກ, ຄົນ​ທຸກ​ຜິດ​ໜ້ອຍກໍ​ເປັນ​ຫຼາຍ ແລະ ​ຍັງ​ມີ​ບັນ​ຫາ​ຄວາມບໍ່​ຍຸດ​ຕິ​ທຳ​ອື່ນໆ​ອີກ…) ອັນ​ໄດ້​ສ້າງ​ຄວາມບໍ່​ພໍ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ​ເຜົ່າ​ຕ່າງໆ​ຢ່າງ​ຫຼວງ​ຫຼາຍ; ເຖິງວ່າ​ເຂົາ​ເຈົ້າ​ບໍ່​ເວົ້າ​ອອກ​ມາ​ໂດຍ​ກົງ, ແຕ່ກໍຍັງ​ມີ​ຫາງ​ສຽງ​ຈົ່ມ​ວ່າ​ຕ່າງໆ​ນາໆ ແລະ ຈົ່ມ​ຄິດ​ຮອດ​ຄິດ​ເຖິງ​ອາ​ດີດ​ການ​ນຳ​ຮຸ່ນ​ບຸກ​ເບີກ​ໃນພາ​ລະ​ກິດ​ການ​ປົດ​ປ່ອຍ​ປະເທດ​ຊາດ ​ແລະ​ ນຳ​ພາ​ດຳ​ເນີນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ​ແລະ ​ສ້າງ​ສາ​ປະ​ເທດ​ຊາດ… ກ່ອນ​ການ​ຈາກ​ໄປ ທ່ານ ​ປະ​ທານ ​ໄກ​ສອນ ພົມ​ວິ​ຫານ ຍັງ​ໄດ້​ຝາກ​ກາບກອນ​ໄວ້​ໃຫ້​ຄົນ​ຮຸ່ນ​ໃໝ່​ຕ້ອງ​ຝຶກ​ຝົນ​ຕົນ​ເອງ​ແນວ​ໃດ​ຈຶ່ງ​ຈະ​ສາ​ມາດ​ຮັບ​ໃຊ້​ປະ​ເທດ​ຊາດ​ໄດ້ ​ດັ່ງ​ນີ້:

“ຄຸນ​ສົມ​ບັດ​ພະ​ນັກ​ງານນີ້         ມີ​ຢູ່​ຈັກ​ອັນ

ຂໍ້​ສຳ​ຄັນ​ມີ​ຫຍັງ                   ຄວນ​ຈື່​ຈຳ​ໄວ້

ເພື່ອ​ເອົາ​ໄປ​ນຳ​ໃຊ້                 ໃນ​ການ​ຝຶກ​ແອບ

ສ້າງ​ໃຫ້​ເປັນ​ແບບ​ຢ່າງ​ກ້າວ          ບໍ່​ເວັ້ນ​ແຕ່​ລະ​ວັນ

ໜຶ່ງ​ ແມ່ນ​ດຸ​ໝັ່ນ​ແທ້                  ຄັກ​ແນ່ບໍ່​ຄອນ​ແຄນ

ສອງ​ ແມ່ນ​ພຽນ​ປະ​ຢັດ​ຢອມ            ບໍ່​ຟຸມ​ເຟືອຍ​ຟົ້ງ

ສາມ ແມ່ນ​ຈິງ​ໃຈ​ຕັ້ງ           ສັດ​ຈະ​ແນ່ວ​ແນ່

ສີ່​ ແມ່ນ​ຕັ້ງ​ທ່ຽງ​ແທ້             ບໍ່​ເວ​ຊ້າຍອ​ວ່າຍຂວາ

ຫ້າ ​ແມ່ນ​ຮັກ​ຫໍ່​ຕຸ້ມ             ຜົນ​ປະ​ໂຫຍດ​ສ່ວນ​ລວມ

ຫົກ ບໍ່​ກອບ​ໂກຍ​ເອົາ           ປະ​ໂຫຍດ​ຕົນ​ເປັນ​ເຄົ້າ

ຮູ້​ຈັກ​ເອົາ​ຕົນ​ເຂົ້າ           ຂະ​ບວນ​ລວມ​ຂອງ​ຊາດ

ມາ​ລະ​ຍາດ​ອ່ອນ​ນ້ອມ       ຖະ​ໜອມ​ຖ້ວນ​ຖ່ອມ​ຕົນ

ເຈັດ ມີ​ສະ​ຕິ​ຄິດ​ຄົ້ນ                  ປະ​ດິດ​ໃໝ່​ທັນ​ສະ​ໄໝ

ສະ​ດຸ້ງ​ໄວ​ທັນ​ການ          ປ່ຽນ​ແປງ​ທະ​ວີ​ກ້າວ

ບໍ່​ເປັນ​ຄົນ​ລັງ​ລ້າວ          ຖື​ໂຕໂອ້ອວດ​”.

 

ນອກ​ຈາກນີ້ ທ່ານ​ຍັງ​ໄດ້​ກຳ​ນົດ​ມາດ​ຖານ​ໃຫ້​ຜູ້​ທີ່​ຈະ​ເປັນ​ຜູ້​ນຳ​ ຕ້ອງ​ຝຶກ​ຝົນ​ຕົນ​ເອງ​ແນວ​ໃດ? ດັ່ງ​ຄຳ​ກອນ​ລຸ່ມນີ້:

“- ຜູ້​ນຳ​ນັ້ນ ​ແມ່ນ​ຜູ້ທີ່​ເວົ້າ​ແທ້​ທຳ​ຈິງ ເວົ້າ​ດ້ວຍ​ຄວາມ​ຈິງ​ໃຈ ເຮັດ​ໄປ​ຕາມ​ເວົ້າ ບໍ່​ແມ່ນ​ເວົ້າ​ລ້າໆ ແຕ່ບໍ່​ກ້າ​ລົງ​ມື ຄຳ​ເວົ້າ​ແມ່ນ​ຊ່າ​ລື ການ​ກະ​ທຳ​ພັດ​ບໍ່​ຄືຕາມ​ຄຳ​ທີ່​ຕົນ​ເວົ້າ;

– ຜູ້ນຳ​ນັ້ນ ​ແມ່ນ​ຜູ້ທີ່ບໍ່​ມີ​ອະ​ຄະ​ຕິ ສົ່ງ​ເສີມ​ຄຳ​ຕຳ​ນິຕິ​ຊົມ​ກັນ​ຮອບ​ດ້ານ ແມ່ນ​ຜູ້​ເດັດ​ດ່ຽວ​ຕ້ານດ້ານ​ແນວ​ຄິດ​ຄຳ​ພີ ການ​ກະ​ທຳ​ບໍ່​ດີເຮັດ​ໃຫ້​ເສຍ​ສັກ​ສີການ​ນຳ​ແຕ່​ລະ​ຂັ້ນ;

– ຜູ້​ນຳ​ນັ້ນ ແມ່ນ​ຜູ້ຮັບ​ຮູ້​ວຽກ​ກວດ​ກາ ຮູ້​ວ່າ​ເປັນ​ບັນ​ຫາທີ່​ສຳ​ຄັນ​ຈິງ​ແທ້ ກວດ​ກາ​ແລ້ວ ກໍ​ແກ້ບໍ່​ແກ່​ ຍາ​ວ​ເວ​ລາ ບໍ່​ໃຫ້​ໃຜ​ຄ້າງ​ຄາ ຕັ້ງ​ແຕ່​ເທິງ​ລົງ​ມາ ກວດ​ກາບໍ່​ຍົກ​ເວັ້ນ;

– ຜູ້​ນຳ​ແຕ່​ລະ​ຂັ້ນ ມີ​ບົດ​ບາດ​ສຳ​ຄັນ ຜູ້​ນຳ​ສູງ​​ເທົ່າ​ໃດຍິ່ງ​ສຳ​ຄັນ​​ເທົ່ານັ້ນ ເພາະ​ວ່າ​ຜູ້​ນຳ​ນັ້ນຄື​ທວນ​ໄຟ​ໃສ​ສະ​ຫວ່າງເຍືອງ​ທາງ​ໃຫ້​ພີ່​ນ້ອງຢູ່​ໃນ​ທຸກ​ຫົນ​ຫ້ອງເໜືອ​ໃຕ້​ໄດ້​ໄຕ່​ຕາມ;

– ຜູ້​ນຳ​ນັ້ນ​ ແມ່ນ​ຜູ້ທີ່​ສະ​ຫຼາດ​ສ່ອງ​ໃສ ວິ​ໄສ​ທັດ​ກວ້າງ​ໄກ ເຫັນ​ທາງ​ໄປ​ພາຍ​ໜ້າ ມີ​ວິ​ຊາ​ເກັ່ງ​ກ້າ ແກ້​ບັນ​ຫາ​ເດັດ​ຂາດ ນຳ​ພາ​ຊາດ​ກ້າວ​ຂຶ້ນ ຂະ​ບວນ​ການ​ຄຶກ​ຄື້ນ ຈະ​ເລີນ​ຂຶ້ນ​ວ່ອງ​ໄວ;

– ຜູ້​ນຳ​ນັ້ນ ແມ່ນ​ຜູ້ສຸ​ຂະ​ພາບ​ແຂງ​ແຮງ ຜູ້​ອອກ​ແຮງ​ຝຶກ​ຝົນສ້າງ​ຜົນ​ງານ​ນຳ​ໜ້າ ຜູ້​ກຳ​ລັງ​ທົນ​ສ້າງ​ປະ​ເທດ​ລາວ​ຍຸກ​ໃໝ່ຍຸກ​ສະ​ໄໝ 3 ສ້າງ ເພື່ອ​ແນ​ໃສ່​ລົບ​ລ້າງຄວາມ​ທຸກ​ຍາກ​ໃຫ້​ປະ​ຊາ;

– ຜູ້ນໍານີ້ ​ຢ່າ​ໃຫ້​ເມຍ​​ມັກ​ໄດ້ ມັກ​ສວຍ​ໃຊ້​ສາ​ມີ ເຮັດ​ໄປ​ແນວບໍ່​ດີຫວັງ​ຢາກ​ເປັນ​ເສດ​ຖີ​ຜູ້​ຮັ່ງ​ມີ​ດີ​ໄດ້;

– ຜູ້​ນຳ​ຖືກ​ສວຍ​ໃຊ້ ຄື​ດັ່ງ​ໄດ້​ກ່າວ​ມາ ດຽວນີ້​ເປັນ​ບັນ​ຫາແຜ່​ລາມ​ໄປ​ທຸກ​ຂັ້ນ ຜູ້​ນຳ​ເວົ້າມານັ້ນຄັນ​ບໍ່​ແກ້​ອີ່​ຫຼີ ມະ​ຫາ​ຊົນ​ໂຈມ​ຕີມີ​ແຕ່​ຄົນ​ບໍ່​ດີ​ຈະ​ອອກ​ແຮງ​ສວຍ​ໃຊ້;

– ຜູ້​ນຳ​ຂອງ​ປະ​ເທດ ຄັນ​ເວົ້າ​ຕາມ​ຕົວຈິງ ຖ້າບໍ່​ມີ​ຄວາມ​ຈິງ​ໃຈພັດ​ທະ​ນາ​ເມືອງ​ບ້ານ ຊໍ້າບໍ່​ໜຳ​ຍັງ​ຢ້ານ​ການ​ລົງ​ຮາກ​ຖານ​ພົບ​ປະ​ຊາ​ຊົນ​ພົນ​ໄພ່ ຖ້າ​ວ່າ​ໄພ່​ບໍ່​ພ້ອມ​ແປງ​ບ້ານກໍ​ບໍ່​ເຮືອງ;

ດັ່ງ​ນັ້ນ ​ຕ້ອງ​ເລືອກ​ເຟັ້ນໃຫ້​ໄດ້​ຜູ້​ນຳ​ດີ ເລືອກ​ຜູ້​ມີ​ມາດ​ຖານເງື່ອນ​ໄຂ​ພຽງ​ພ້ອມ ເພື່ອ​ເອົາ​ມາ​ດອມ​ສ້າງເມືອງ​ບ້ານ​ຮຸ່ງ​ຈະ​ເລີນ ຢ່າ​ເລືອກ​ເອົາ​ຄົນ​ກຽດ​ຄ້ານ ເຫັນ​ແກ່​ເງິນ​ຄຳ ບໍ່​ເອົາ​ເປັນ​ຜູ້​ນຳ​​ຖ້າປະ​ຊາບໍ່​ເຫັນ​ພ້ອມ ເພາະ​ຜູ້​ນຳ​ແບບນີ້ຈະ​ພາ​ຊາດ​ຫຼົ້ມ​ຈົມ ແທ້​ໃດ”.

ເພື່ອ​ຢາກ​ເລືອກ​ໃຫ້​ໄດ້​ພະ​ນັກ​ງານ​ການ​ນຳ​ຕະ​ຫຼອດ​ຮອດ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ທີ່​ດີ,​ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ຈຶ່ງ​ໄດ້​ກຳ​ນົດ​ກ່ຽວ​ກັບ​ຄຸນ​ນະ​​ພາບ​ຂອງ​ສະ​ມາ​ຊິກ​ພັກ ມີ​ຢູ່ 3 ດ້ານ​ສຳ​ຄັນ ​ດັ່ງ​ນີ້:

  1. ມີ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ພາ​ລະ​ກິດ​ຂອງ​ພັກ, ກຳ​ແໜ້ນ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ລັດ ມີ​ມາ​ນະ​ຈິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ ​ເພື່ອ​ເຮັດ​ສຳ​ເລັດ​ໜ້າ​ທີ່ໆ​ໄດ້​ຮັບ​ມອບ​ໝາຍ, ມີ​ຫຼັກ​ໝັ້ນ​ມິດ-ສັດ​ຕູ​ຢ່າງ​ຈະ​ແຈ້ງ, ມີ​ສະ​ຕິ​ເຄົາ​ລົບ​ການ​ຈັດ​ຕັ້ງ​ລະ​ບຽບ​ວິ​ໄນ, ມີ​ນໍ້າ​ໃຈຮັບ​ຜິດ​ຊອບ, ມີ​ການ​ພົວ​ພັນ​ສະ​ໜິດ​ແໜ້ນ​ກັບ​ມະ​ຫາ​ຊົນ, ດຳ​ລົງ​ຊີ​ວິດ​ປອດ​ໃສ​ຂາວ​ສະ​ອາດ​ ແລະ ​ງ່າຍ​ດາຍ.
  2. ມີ​ຄວາມ​ຮູ້​ທາງ​ດ້ານ​ທິດ​ສະ​ດີ, ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ, ເຕັກ​ນິກ, ມີ​ວິ​ຊາ​ສະ​ເພາະ​ວິ​ຊາ​ການ ​ທີ່​ສົມ​ຄູ່​ກັບ​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ.
  3. ມີ​ຄວາມ​ສາ​ມາດ​ນຳ​ພາ​ຈັດ​ຕັ້ງ​ປະ​ຕິ​ບັດ​ ແລະ ​ສາ​ມາດ​ວາງ​ມາດ​ຕະ​ການ​ທີ່​ສອດ​ຄ່ອງ​ໄດ້, ກ້າ​ປ່ຽນ​ແປງ​ແບບ​ແຜນວິ​ທີ​ເຮັດ​ວຽກ​ອັນ​ເກົ່າ​ແກ່​ຫຼ້າ​ສະ​ໄໝ. ຮູ້​ອຳ​ນວຍ​ຄວບ​ຄຸມວຽກ​ງານ, ຮູ້​ເຕົ້າ​ໂຮມ​ລະ​ດົມ​ພະ​ນັກ​ງານ​ ແລະ ​ມະ​ຫາ​ຊົນ​ໃຫ້​ມີ​ຄວາມ​ຫ້າວ​ຫັນ​ປະ​ຕິ​ບັດ​ວຽກ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ນອກ​ຈາກນີ້, ສຳ​ລັບ​ວຽກ​ງານ​ຈັດ​ຕັ້ງ, ກໍ່​ສ້າງ​ພະ​ນັກ​ງານ​ ກໍ​ໄດ້​ຍົກ​ໃຫ້​ເຫັນ​ຢູ່​ໃນ​ກອງ​ປະ​ຊຸມ​ວຽກ​ງານ​ຈັດ​ຕັ້ງ​ທົ່ວ​ປະ​ເທດ ຄັ້ງ​ທີ XI ເຊິ່ງໄດ້​ຕີ​ລາ​ຄາ​ຜົນ​ງານ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ໜ້າ​ພາກ​ພູມ​ໃຈ​ມີ​ຫຼາຍ​ດ້ານ​ດັ່ງ​ນີ້:

ກ່ຽວກັບວຽກງານກໍ່ສ້າງພັກ:

​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ຢູ່​ສະ​ເໝີ, ພັກ​ເຮົາໄດ້​ສືບ​ຕໍ່​ຍຶດ​ໝັ້ນ​ລັດ​ທິ​ມາກ-ເລ​ນິນ, ແນວ​ຄິດ​ໄກ​ສອນ ​ພົມ​ວິ​ຫານ​ ແລະ ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ພັກ ເປັນ​ພື້ນ​ຖານ​ແນວ​ຄິດ​ທິດ​ສະ​ດີ​ຂອງ​ພັກ, ພ້ອມນັ້ນ ​ກໍ​ໄດ້​ຊີ້​ນຳ​ການຄົ້ນ​ຄ້​ວາ​ທິດ​ສະ​ດີ, ບົດ​ຮຽນ​ການ​ນຳ​ພາ​ຂອງ​ພັກ​
ຈາກ​​ພັກ​ຂອງ​ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ຍຸດ​ທະສາດ ​ແລະ​ ບົ​ດຮຽນ​ທີ່​ກ້າວ​ໜ້າ​​ຂອງ​ບັນ​ດາ​ພັກໃນ​ໂລກ; ໄດ້​ສະ​ຫຼຸບ​ສັ​ງລ​ວມ​ພຶດ​ຕິ​ກຳ​ການ​ນຳ​ພາ​ຂອງ​ພັກ ​ເພື່ອ​ນຳ​ມາ​ປັບ​ປຸງ​ແນວ​ທາງ​ຂອງ​ພັກ​ໃຫ້​ຖືກ​ຕ້ອງ​ສອດ​ຄ່ອງ​ໃນແຕ່​ລະ​ໄລ​ຍະ ແລະ ​ໄດ້​ກຳ​ນົດ​ມະ​ຕິ​ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ​ອອກ​​ຫຼາຍ​ມະ​ຕິ​ ເຊັ່ນ: ມະ​ຕິ​ກ່ຽວ​ກັບ​ການ​ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານ​ການ​ເມືອງ-ແນວ​ຄິດ​ໃນ​ໄລ​ຍະ​ໃໝ່, ມະ​ຕິ​ວ່າ​ດ້ວຍ​ລະ​ບອບຮໍ່າຮຽນ​ທິດ​ສະ​ດີ​ການ​ເມືອງ, ມະ​ຕິ​ວ່າ​ດ້ວຍ​ການກໍ່​ສ້າງ​ຮາກ​ຖານ​ການ​ເມືອງ, ມະ​ຕິ​ວ່າ​ດ້ວຍ​ວຽກ​ງານ​ແນວ​ໂຮມ ​ແລະ ​ວຽກ​ງານ​ມະ​ຫາ​ຊົນ​ຂອງ​ພັກ​ໄລ​ຍະ​ໃໝ່. ພັກ​ເຮົາ​ຍັງ​ໄດ້​ຊີ້​ນຳ​ໃຫ້​ຫັນ​ເອົາ​ເນື້ອ​ໃນ​ທິດ​ສະ​ດີ​ການ​ເມື​ອງ, ວິ​ຊາ​ການ​ເມືອງ​ເຂົ້າ​ໃນ​ຫຼັກ​ສູດ​ການ​ສຶກ​ສາ ​ທັງ​ພາກ​ລັດ ​ແລະ ​ເອ​ກະ​ຊົນ​ໃຫ້​ເປັນ​ວິ​ຊາ​ພາກ​ບັງ​ຄັບ ເພື່ອ​ສ້າງ​ທັດ​ສະ​ນະ​ຄວາມ​ຮູ້​ທາງ​ດ້ານ​ການ​ເມືອງ​ ເຮັດ​ໃຫ້​ທິດ​ສະ​ດີ​ການ​ເມືອງ​ເປັນ​ພື້ນ​ຖານ​ແນວ​ຄິດ ​ແລະ ​ການ​ກະ​ທຳຂອງ​ທົ່ວ​ສັງ​ຄົມ.

– ການກໍ່​ສ້າງ​ທາງ​ດ້ານ​ແນວ​ຄິດ​ເປັນ​ທິດນຳ​ພື້ນ​ຖານ​ຂອງ​ພັກ​ເຮົາ, ເປັນ​ໜ້າ​ທີ່​ສຳ​ຄັນ​ພື້ນຖານ, ເປັນ​ວຽກ​ງານ​ຕົ້ນ​ຕໍ​ທີ່​ຕ້ອງ​ໄດ້​ເຮັດ​ກ່ອນໝູ່​ ແລະ​ ເຮັດ​ຢ່າງ​ເປັນ​ປະ​ຈຳ, ສອດ​ຫ້ອຍ​ໄປ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ,ເປັນ​ປັດ​ໄຈ​ຮັບ​ປະ​ກັນ​ໃຫ້​ທຸກ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ. ບົນ​ຈິດ​ໃຈ​ດັ່ງ​ກ່າວ​ຄະ​ນະ​ພັກ​ແຕ່​ລະ​ຂັ້​ນໄດ້​ຫັນ​ເອົາ​ການ​ສຶກ​ສາ​ອົບ​ຮົມ-ນຳ​ພາ​ແນວ​ຄິດ​ການ​ເມືອງ ​ດ້ວຍ​ຫຼາຍ​ເນື້ອ​ໃນ, ຮູບ​ການ, ວິ​ທີ​ການ, ເປີດບັ້ນ​ດຳ ເນີນ​ຊີ​ວິດ​ການ​ເມືອງ​ປົວ​ແປງ​ທົ່ວ​ພັກ​ເປັນ​ແຕ່​ລະ​ໄລ​ຍະ​ແນ​ໃສ່​ເຮັດ​ໃຫ້​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ໄດ້​ຍົກ​ລະ​ດັບ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ເປັນ​ເອ​ກະ​ພາບ​ຕໍ່​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ​, ​ເພີ່ມ​ສະ​ຕິ​ຕື່ນ​ຕົວ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ, ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ, ຕັ້ງ​ໜ້າ​ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ, ສ້າງ​ແນວ​ຄິດ​ປອດ​ໃສ, ກ້າວ​ໜ້າ, ຮັກ​ສາ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ, ມີ​ສະ​ຕິ​ຕ້ານ​ທຸກ​ຖ້ອຍ​ທຳ​ນອງ​ບິດ​ເບືອນ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ​ທີ່​ພວກ​ອິ​ທິ​ກຳ​ລັງ​ປໍ​ລະ​ປັກໃສ່​ຮ້າຍ​ປ້າຍ​ສີ​.

– ການກໍ່​ສ້າງ​ພັກ​ທາງ​ດ້ານ​ການ​ຈັດ​ຕັ້ງ ກໍ​ໄດ້​ມີ​ຄວາມ​ເອົາ​ໃຈ​ໃສ່​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ພັກ​ມີ​ຄວາມ​ໜັກ​ແໜ້ນເຂັ້​ມ​ແຂງ ສາ​ມາດ​ປະ​ຕິ​ບັດ​ບົດ​ບາດ​ເປັນ​ແກນ​ນຳ​ໃນ​ລະ​ບົບ​ການ​ເມືອງຢູ່​ແຕ່​ລະ​ຂັ້ນ. ເພື່ອ​ເຮັດ​ໃຫ້​ກົງ​ຈັກ​ການ​ຈັດ​ຕັ້ງ​ຂອງ​ພັກ​ມີ​ຄວາມ​ກະ​ທັດ​ຮັດ ດັ່ງ​ນັ້ນ​ ຈຶ່ງ​ໄດ້​ຍຸບ​ບາງ​ອົງ​ຄະ​ນະ​ພັກ ​ແລະ ​ໂຮມ​ເຂົ້າ​ກັບ​ອົງ​ຄະ​ນະ​ພັກ​ທີ່​ມີ​ພາ​ລະ​ບົດ​ບາດ​ຊໍ້າ​ຊ້ອນ​ກັນ, ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ພັກ​ຫຼຸດ​ໜ້ອຍ​ລົງ​ແຕ່​ຮັບ​ປະ​ກັນ​ດ້ານ​ຄຸນ​ນະ​ພາບ.ດ້ານ​ໂຄງ​ປະ​ກອບກໍມີ​ລັກ​ສະ​ນະ​ສົມ​ສ່ວນ, ມີ​ເພດ​ຍິງ, ຊົນ​ເຜົ່າ ​ແລະ​ ພະ​ນັກ​ງານ 3 ຮຸ່ນ (ຮຸ່ນ​ໜຸ່ມ​ ແລະ ​ກາງ) ກວມ​ຈຳ​ນວນ​ຫຼາຍ.

– ທາງ​ດ້ານ​ແບບ​ແຜນ​ວິ​ທີ​ນຳ​ພາ​ ແມ່ນມີ​ຄວາມ​ສຳ​ຄັນ​ຍິ່ງ, ຄະ​ນະ​ພັກ​ແຕ່​ລະ​ຂັ້ນ​ໄດ້​ຍຶດ​ໝັ້ນ​ຫຼັກ​ການ​ລວມ​ສູນ​ປະ​ຊາ​ທິ​ປະ​ໄຕ, ນຳ​ພາ​ເປັນ​ໝູ່​ຄະ​ນະ, ມີ​ການ​ແບ່ງ​ງານ,​ ແບ່ງ​ຄວາມຮັບ​ຜິດ​ຊອບ​ບົນ​ພື້ນ​ຖານ​ການ​ປະ​ຕິ​ບັດ​ລະ​ບອບ​ຫົວ​ໜ້າ​ດຽວ; ອີງ​ຕາມ​ຄຳ​ສັ່ງ​ແນະ​ນຳ​ເລກທີ 11 ຂອງ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ໄດ້​
ກຳ​ນົດ​ໃຫ້​ສ້າງ​ໂຄງ​ການ​ດຳ​ເນີນ​ງານ, ແຜນ​ງານ, ໂຄງ​ການ, ປະ​ຕິ​ບັດ​ລະ​ບອບ​ປະ​ຊຸມ, ທຸກວຽກ​ງານ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ລ້ວນ​ແຕ່​ມີ​ການ​ປຶກ​ສາ​ຫາ​ລື, ຕົກ​ລົງ​ເປັນ​ໝູ່​ຄະ​ນະ, ມີ​ການ​ປະ​ສານ​ງານ​ລະ​ຫວ່າງ​ການ​ນຳ​ພາ, ຊີ້​ນຳ​ຂອງ​ຄະ​ນະ​ພັກ​ກັບ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຂອງ​ລັດ, ຂອງ​ອົງ​ການ​ປົກ​ຄອງ, ມີ​ການ​ຕິດ​ຕາມກວດ​ກາ, ສະ​ຫຼຸບ​ຖອດ​ຖອນ​ບົດ​ຮຽນ​ເປັນ​ແຕ່​ລະ​ອາ​ທິດ, ເດືອນ, ໄຕ​ມາດ​ ແລະ​ ອື່ນໆ.

ວຽກງານພະນັກງານ

– ພະ​ນັກ​ງານ ​ແມ່ນ​ປັດ​ໄຈ​ຕັດ​ສິນ​ຜົນ​ໄດ້​ຜົນ​ເສຍ​ຂອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ວຽກ​ງານ​ພະ​ນັກ​ງານ​ແມ່ນ​ຂໍ​ກຸນ​ແຈ​ສຳ​ຄັນ​ໃນ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບົດ​ບາດ​ການ​ນຳ​ພາ​ຂອງ​ພັກ​ຕໍ່​ພາ​ລະ​ກິດ​ປະ​ຕິ​ວັດ; ຍ້ອນ​ພະ​ນັກ​ງານ​ມີ​ຄວາມ​ສຳ​ຄັນ​ຄື​ແນວນັ້ນ ກົມ​ການ​ເມືອງ​ ແລະ​ ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ຈຶ່ງ​ໄດ້​ປັບ​ປຸງ​ນິ​ຕິ​ກຳ​ວຽກ​ງານ​ພະ​ນັກ​ງານ​ລວມ​ມີ 4 ສະ​ບັບ ​ຄື: ກ່ຽວ​ກັບ​ວຽກງານ​ຄຸ້ມ​ຄອງ​ພະ​ນັກ​ງານ, ມາດ​ຕະ​ຖານ​ພະ​ນັກ​ງານ​ນຳ​ພາ​-ຄຸ້ມ​ຄອງ; ວຽກງານສ້າງ​ແຜນ​ກຳ​ນົດ​ພະ​ນັກ​ງານ​ນຳ​ພາ-​ຄຸ້ມ​ຄອງ; ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ພະ​ນັກ​ງານ​ຮາກ​ຖານ​ບ້ານ ​ແລະ ​ສ້າງ​ນິ​ຕິ​ກຳ​ໃໝ່​ຈຳ​ນວນ​ໜຶ່ງ ​ຄື:ລະ​ບອບ​ການ​ຮໍ່າຮຽນ​ທິດ​ສະ​ດີ​ການ​ເມືອງ, ການ​ສ້າງ​ແຜນກໍ່​ສ້າງ​ພະ​ນັກ​ງານ​ນຳ​ພາ​ຄຸ້ມ​ຄອງ, ການ​ປັບ​ປຸງ​ຫຼັກ​ສູດ​ການ​ຮຽນ, ການ​ສອນ​ທິດ​ສະ​ດີ​ການ​ເມືອງ​ໃນ​ລະ​ບົບ​ໂຮງ​ຮຽນ​ພັກ​ ແລະ​ ລະ​ບົບ​ການ​ສຶກ​ສາ​ແຫ່ງ​ຊາດ; ການຢັ້ງ​ຢືນ​ລະ​ດັບ​ທິດ​ສະ​ດີ​ການ​ເມືອງ, ພ້ອມ​ທັງ​ໄດ້​ເອົາ​ໃຈ​ໃສ່​ຕິດ​ຕາມ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນິ​ຕິ​ກຳ​ດັ່ງ​ກ່າວເປັນ​ປົກກະ​ຕິ.

– ຄະ​ນະ​ພັກ​ແຕ່​ລະ​ຂັ້ນ ​ໄດ້​ເອົາ​ໃຈ​ໃສ່​ກໍ່​ສ້າງ​ ແລະ​ ປະ​ຕິ​ບັດ​ແຜນ​ກຳ​ນົດ​ພະ​ນັກ​ງານ​ນຳ​ພາ-​ຄຸ້ມ​ຄອງ​ໃນ​ຂອບ​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ຢ່າງ​ເປັນ​ເຈົ້າ​ການ ບົນ​ພື້ນ​ຖານ​ການ​ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ​ຢ່າງກວ້າງ​ຂວາງ, ໃຫ້​ພະ​ນັກ​ງານ​ຫຼັກ​ແຫຼ່ງ​ໄດ້​ມີ​ສ່ວນ​ຮ່ວມ​ຄົ້ນ​ຄ້​ວາ​ປະ​ກອບ​ຄຳ​ເຫັນ​ ແລະ ​ລົງ​ຄະ ແນນ​ສຽງ​ຕໍ່​ເປົ້າ​ໝາຍ​ທີ່​ຈະ​ເຂົ້າ​ແຜນ​ກຳ​ນົດ​ພະ​ນັກ​ງານ​ແຕ່​ລະ​ປະ​ເພດ; ຜ່ານ​ແຜນ​ການ​ກຳ​ນົດ​ດັ່ງ​ກ່າວ​ໄດ້​ເປັນ​ບ່ອນ​ອີງ​ໃນ​ການ​ວາງ​ແຜນ​ເພື່ອ​ບຳ​ລຸງກໍ່​ສ້າງ, ສັບ​ຊ້ອນ, ຈັດ​ວາງ​ພະ​ນັກ​ງານ ແລະ​ ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ ສາ​ມາດ​ແກ້​ໄຂ​ໄດ້​ໂດຍ​ພື້ນ​ຖານ​ກ່ຽວ​ກັບ​ຫາງ​ສຽງ​ວິ​ພາກວິ​ຈານ​ຕ່າງໆ; ພະ​ນັກ​ງານ​ທີ່​
ໄດ້​ຮັບ​ການ​ເລືອກ​ຕັ້ງ, ແຕ່ງ​ຕັ້ງ​ສ່ວນ​ຫຼາຍ​ແມ່ນຢູ່​ໃນ​ແຜນ​ກຳ​ນົດ, ສະ​ເພາະ​ພະ​ນັກ​ງານ​ຂັ້ນ​ສູນ​ກາງ​ຄຸ້ມ​ຄອງ​ຕຳແໜ່ງພັກ​ກວມ 73%, ຕຳ​ແໜ່ງລັດ​ກວມ 85%.

– ກ່ຽວ​ກັບ​ການ​ບຳ​ລຸງກໍ່​ສ້າງ​ພະ​ນັກ​ງານ​ ແມ່ນ​ໄດ້​ດຳ​ເນີນ​ໄປ​ຕາມ​ແຜນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ​ເຊິ່ງ​ໃນ​ນັ້ນ ​ໄດ້​ຫັນ​ເອົາ​ເນື້ອ​ໃນ​ທິດ​ສະ​ດີ​ການ​ເມືອງ, ວິ​ຊາ​ການ​ເມືອງ​ເຂົ້າ​ໃນ​ລະ​ບົບ​ຫຼັກ​ສູດ​ການ​ສຶກ​ສາ​ແຫ່ງ​ຊາດ ທັງ​ພາກ​ລັດ ​ແລະ ​ເອ​ກະ​ຊົນ​ໃຫ້​ຖື​ເປັນ​ວິ​ຊາ​ພາກບັງ​ຄັບ. ສະ​ເພາະ​ການ​ບຳ​ລຸງ​ສ້າງ​ສາຍ​ການ​ເມືອງ-ການ​ປົກ​ຄອງ, ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ໄດ້​ເປັນ​ເຈົ້າ​ການ​ສົມ​ທົບ​ຄະ​ນະ​ພັກ​ກະ​ຊວງ, ອົງ​ການ, ແຂວງ, ນະ​ຄອນ​ຫຼວງ ຄົ້ນ​ຄ້​ວາ​ເປົ້າ​ໝາຍ​ໄປ​ບຳ​ລຸງກໍ່​ສ້າງ​ຢູ່​ພາຍ​ໃນ ​ແລະ ​ຕ່າງ​ປະ​ເທດ​ຈຳ​ນວນ 4.785 ສະ​ຫາຍ, ຍິງ 924 ສະ​ຫາຍ,​ ໃນ​ນີ້ ​ສ້າງຢູ່​ພາຍ​ໃນ​ປະ​ເທດ​ມີ 2.234 ສະ​ຫາຍ, ຍິງ 479 ສະ​ຫາຍ, ສ້າງ​ຢູ່​ຕ່າງ​ປະ​ເທດ​ມີ 2.551 ສະ​ຫາຍ, ຍິງ 445 ສະ​ຫາຍ. ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນັ້ນ ເຮັດ​ໃຫ້​ຖັນ​ແຖວ​ພະ​ນັກ​ງານ​ໄດ້​ເສີມ​ຂະ​ຫຍາຍ​ຄວາມ​ຮູ້​ຄວາມ​ສາ​ມາດ, ກຳ​ແໜ້ນ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ກຳ​ໄດ້ຫຼັກ​ມູນ​ພື້ນ​ຖານ​ທິດ​ສະ​ດີ​ມາກ-ເລ​ນິນ, ການ​ບໍ​ລິ​ຫານ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ສັງ​ຄົມ​ ແລະ ​ວິ​ຊາ​ເພາະ​ຕ່າງໆ ນັບ​ມື້​ເພີ່ມ​ຂຶ້ນ​​ອັນເປັນ​ກຳ​ລັງ​ແຮງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ຢູ່​ແຕ່​ລະ​ຂົງ​ເຂດ​ວຽກ​ງານ​ໃຫ້​ດີ​ຂຶ້ນ​ເລື້ອຍໆ.

ກ່ຽວກັບການຄຸ້ມຄອງ, ປ້ອງກັນພະນັກງານ:

ປະ​ຕິ​ບັດ​ຕາມ​ຫຼັກ​ການ​ພັກ​ນຳ​ພາ​ໂດຍ​ກົງ, ເປັນ​ເອ​ກະ​ພາບ​ ແລະ ​ມີ​ການ​ແບ່ງ​ຂັ້ນ​ຄຸ້ມຄອງ​ພະ​ນັກ​ງານ​ຢ່າງ​ຈະ​ແຈ້ງ, ຄະ​ນະ​ພັກ​ແຕ່​ລະ​ຂັ້ນໄດ້​ຄຸ້ມ​ຄອງ, ປ້ອງ​ກັນ​ພະ​ນັກ​ງານ​ຕາມ​ຂອບ​ເຂດ​ສິດ​ຂອງ​ຕົນ ມີ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ຂໍ້​ມູນ, ບັນ​ຊີ, ສະ​ຖິ​ຕິ ເຮັດ​ໃຫ້​ຂໍ້​ມູນ​ພະ​ນັກ​ງານ​ເປັນ​ລະ​ບົບ​ຊັດ​ເຈນ​ຂຶ້ນ, ເກັບ​ກຳ​ຊີ​ວະ​ປະ​ຫວັດ​ຕົ້ນ​ກຳ​ເນີດ, ປະ​ຫວັດ​ການ​ເຄື່ອນ​ໄຫວ, ການ​ພົວ​ພັນ​ໃນ​ສັງ​ຄົມ, ຄວາມ​ຮູ້​ຄວາມ​ສາ​ມາດ, ຄວາມ​ຊຳ​ນານ​ງານ, ຂຶ້ນ​ບັນ​ຊີ​ຊັບ​ສິນ, ສາ​ມາດ​ເປັນ​ຂໍ້​ມູນ​ພື້ນ​ຖານ​ໃຫ້​ແກ່​ການ​ຄົ້ນ​ຄ້​ວາ, ສັບ​ຊ້ອນ, ຈັດ​ວາງ​ ແລະ ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍຕໍ່​ພະ​ນັກ​ງານ​ໄດ້​ດີ​ພໍ​ສົມ​ຄວນ; ປີ 2020 ທົ່ວ​ປະ​ເທດ​ມີພະ​ນັກ​ງານ, ລັດ​ຖະ​ກອນ​​ທັງ​ໝົດ 178.821 ສະ​ຫາຍ, ຍິງ 83.852 ສະ​ຫາຍ (ບໍ່​ນັບ​ກຳ​ລັງ​ປະ​ກອບ​ອາ​ວຸດ) ໃນ​ນີ້ ຢູ່​ຂັ້ນ​ສູນ​ກາງກວມ 14,42%, ຂັ້ນ​ແຂວງ ກວມ 20,29%, ຂັ້ນ​ເມືອງ ກວມ 65,29%; ສະ​ເພາະ​ພະ​ນັກ​ງານ​ຂັ້ນ​ສູນ​ກາງ​ຄຸ້ມ​ຄອງ​ມີ 1.939 ສະ​ຫາຍ, ຍິງ 243 ສະ​ຫາຍ; ມາ​ຮອດ​ປີ 2024 ທົ່ວ​ປະ​ເທດ​ມີພະນັກງານ-ລັດຖະກອນທັງ​ໝົດ 168.572 ສະຫາຍ, ຍິງ 80.950, ​ຂັ້ນສູນ​ກາງມີ 24.80 ສະ ຫາຍ, ຍິງ 11.455 ສະຫາຍ, ຂັ້ນ​ທ້ອງ​ຖິ່ນ 143.768 ສະຫາຍ, ຍິງ 69.495 ສະຫາຍ (ຂັ້ນ​ແຂວງ 36.362 ສະຫາຍ, ຍິງ 15.996 ສະຫາຍ; ຂັ້ນ​ເມືອງ 107.406 ສະຫາຍ, ຍິງ 53.499 ສະຫາຍ).

ກ່ຽວກັບການແຕ່ງຕັ້ງ, ສັບຊ້ອນ ແລະ ຈັດວາງພະນັກງານ:

ຄະ​ນະ​ພັກ​ແຕ່​ລະ​ຂັ້ນ​ ໄດ້​ເອົາ​ໃຈ​ໃສ່​ຄົ້ນ​ຄ້​ວາ​ພິ​ຈາ​ລະ​ນາ​ການ​ແຕ່ງ​ຕັ້ງ, ສັບ​ຊ້ອນ, ຈັດ​ວາງ​ພະ​ນັກ​ງານ​ ໂດຍ​ອີງ​ໃສ່​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ​ຂອງ​ໜ້າ​ທີ່​ການ​ເມືອງ, ອີງ​ໃສ່​ຕຳ​ແໜ່ງ​ທີ່​ມີ​ຕົວ​ຈິງ​ໃນ​ກົງ​ຈັກ​ການ​ຈັດ​ຕັ້ງ​ ແລະ ​ແຜນ​ກຳ​ນົດ​ພະ​ນັກ​ງານຖືກ​ຕາມ​ມາດ​ຕະ​ຖານ​ຂອງ​ແຕ່​ລະ​ຕຳ​ແໜ່ງ​ງານ ແລະ ຄວາມ​ສາ​ມາດ​ຕົວ​ຈິງ​ຂອງ​ບຸກ​ຄະ​ລາ​ກອນ, ມີ​ການ​ທາບ​ທາມ​ຄຳ​ຄິດ​ເຫັນ​ຂອງ​ສະ​ມາ​ຊິກ​ພັກ, ພະ​ນັກ​ງານ​ຫຼັກ​ແຫຼ່ງ​ບ່ອນ​ຜູ້​ກ່ຽວ​ສັງ​ກັດ​ຢູ່ ຕິດ​ພັນ​ກັບ​ການ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ ແລະ​ ການ​ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ​ຢູ່​ບັນ​ດາ​ຂະ​ແໜງ​ການ ​ແລະ​ ທ້ອງ​ຖິ່ນ. ການ​ແຕ່ງ​ຕັ້ງ, ສັບ​ຊ້ອນ, ຈັດ​ວາງ​ພະ​ນັກ​ງານ ​ແມ່ນ​ບົນ​ພື້ນ​ຖານ​ການ​ຄົ້ນ​ຄວ້າ​ເປັນ​ເອ​ກະ​ພາບ​ໃນ​ຄະ​ນະ​ພັກ​ ແລະ ​ຕົກ​ລົງ​ຕາມ​ສິດ​ຄຸ້ມ​ຄອງ​ຂອງ​ຕົນ, ເຮັດ​ໃຫ້​ການ​ຈັດ​
ຕັ້ງ​ມີ​ຄວາມ​ສະ​ຫງົບ, ມີ​ຄວາມ​ໜັກ​ແໜ້ນ, ສາ​ມາດ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ແຕ່​ລະ​ການ​ຈັດ​ຕັ້ງ​ມີປະ​ສິດ​ທິ​ຜົນ​ດີ​ຂຶ້ນ​ເລື້ອຍໆ.

ກ່ຽວກັບການຕີລາຄາປະເມີນຜົນຂອງພະນັກງານ:

ໄດ້​ປະ​ຕິ​ບັດ​ຕາມ​ລະ​ບຽບ​ຫຼັກ​ການ​ທີ່​ກຳ​ນົດ​ໄວ້​ໂດຍ​ອີງ​ໃສ່​ມາດ​ຖານ​ ຂອງ​ພະ​ນັກ​ງານ​ແຕ່​ລະ​ປະ​ເພດ, ຖື​ເອົາ​ປະ​ສິດ​ທິ​ຜົນ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ທີ່​ຖືກມອບ​ໝາຍ, ອີງ​ຕາມ​ຈັນ​ຍາ​ບັນ, ຈັນ​ຍາ​ທຳ​ຂອງ​ພະ​ນັກ​ງານ​ເປັນ​ໄມ້​ຫຼາ​ວັດ​ແທກຄຸນ​ນະ​ພາບ​ຂອງ​ພະ​ນັກ​ງານ​ ປະ​ຕິ​ບັດ​ຕາມ​ຫຼັກ​ການ, ວິ​ທີ​ການ​ຕີ​ລາ​ຄາ​ດ້ວຍ​ຕົນ​ເອງ, ໝູ່​ຄະ​ນະ, ສົມ​ທົບ​ການ​ທາບ​ທາມ​ຄຳຄິດ​ເຫັນ​ຂອງ​ມະ​ຫາ​ຊົນ​ບ່ອນ​ທີ່​ພະ​ນັກ​ງານ​ປະ​ຕິ​ບັດ​ໜ້າ​ທີ່. ຜ່ານ​ການ​ຕີ​ລາ​ຄາ​ປະ​ເມີນ​ຜົນ​ການ​ປະ​ຕິ​ບັດ​ວຽກ​ງານ​ໃນ​ແຕ່​ລະ​ປີ, ແຕ່​ລະ​ຄັ້ງ​ນັ້ນເຮັດ​ໃຫ້​ພະ​ນັກ​ງານ, ລັດ​ຖະ​ກອນ​ຮັບ​ຮູ້​ໄດ້​ເຖິງ​ດ້ານ​ດີ​ທີ່​ຄວນ​ເສີມ​ຂະ​ຫຍາຍ​ ແລະ ​ດ້ານ​ອ່ອນ​ທີ່​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ; ຈາກນັ້ນ ການ
​ຕີ​ລາ​ຄາ​ປະ​ເມີນ​ຜົນ​ຍັງ​ເປັນ​ບ່ອນ​ອີງ​ໃນ​ການ​ເລືອກ​ເຟັ້ນ, ບຳ​ລຸງກໍ່​ສ້າງ​ ແລະ ​ສັບ​ຊ້ອນ, ຈັດ​ວາງ, ການ  ​ໝູນ​ວຽນ, ສັບ​ປ່ຽນ​ບ່ອນ​ປະ​ຈຳ​ການ​ຂອງ​ພະ​ນັກ​ງານ, ລັດ​ຖະ​ກອນ​ ແລະ​ ນຳ​ໃຊ້​ເພື່ອ​ຍ້ອງ​ຍໍ​ບຸກ​ຄົນ​ທີ່​ດີ​ເດັ່ນ​ໃນ​ແຕ່​ລະ​ໄລ​ຍະ​ຢ່າງ​ເໝາະ​ສົມ.

ການປະຕິບັດນະໂຍບາຍຕໍ່ພະນັກງານ:

ຄະ​ນະ​ພັກ, ຄະ​ນະ​ນຳ​ ແຕ່​ລະ​ຂັ້ນ​ໄດ້​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ລະ​ບອບ​ນະ​ໂຍ​ບາຍ ​ແລະ ​ສະ​ຫວັດ​ດີການ​ຕໍ່​ພະ​ນັກ​ງານ, ລັດ​ຖະ​ກອນ, ທະ​ຫານ, ຕຳ​ຫຼວດ ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ, ລະ​ບຽບ​ການ ເປັນ​ຕົ້ນ​ແມ່ນ​ການ​ປະ​ຕິ​ບັດ​ລະ​ບົບ​ເງິນ​ເດືອນ, ເງິນ​ອຸດ​ໜູນ​ເປັນ​ປົກະ​ຕິ​ ແລະ ​ເງິນ​ນະ​ໂຍ​ບາຍ​ຕ່າງໆ​ຕາມ​ສະ​
ພາບ​ການ​ຂະ​ຫຍາຍ​ຕົວ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ເງິນ​ໃນ​ແຕ່​ລະ​ໄລ​ຍະ​ຂອງ​ປະ​ເທດ​ເຮົາ. ນອກ​ຈາກນັ້ນ,ຍັງ​ໄດ້​ຮັບ​ນະ​ໂຍ​ບາຍ, ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ; ຜູ້​ທີ່​ມີ​ຜົນ​ງານ​ດີ​ເດັ່ນ ກໍໄດ້​ຮັບ​ນະ​ໂຍ​ບາຍ​ຍ້ອງ​ຍໍ, ເລື່ອນ​ຊັ້ນ, ​ຂັ້ນ​ເງິນ​ເດືອນ​ກ່ອນ​ກຳນົດ; ພະ​ນັກ​ງານ​ທີ່​ຄົບ​ເງື່ອນ​ໄຂ​ບຳ​ນານກໍໄດ້​ຮັບ​ນະ​ໂຍ​ບາຍ​ອຸດ​ໜູນ​ບຳ​ນານ, ສຳ​ລັບ​ພະ​ນັກງານ​ການ​ນຳ​ຂັ້ນ​ສູງ, ພະ​ນັກ​ງານ​ປະ​ຕິ​ວັດ​ອາ​ວຸ​ໂສ​ຜູ້​ທີ່​ມີ​ຜົນ​ງານ, ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດຊາດ ກໍໄດ້​ຮັບ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທາງ​ດ້ານ​ວັດ​ຖຸ ​ແລ​ະ​ ຈິດ​ໃຈ​ຢ່າງ​ ເໝາະ​ສົມ. ພະ​ນັກ​ງານ, ລັດ​ຖະ​ກອນ​ທີ່​ພົບ​ຄວາມ​ຫຍຸ້ງ​ຍາກ, ເຈັບ​ເປັນ, ເສຍ​ຊີ​ວິດ ກໍໄດ້​ຮັບ​ການ​ເບິ່ງ​ແຍງ​ຈາກ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ດີ​ສົມ​ຄວນ.

ການປະຕິບັດມາດຕະການລົງວິໄນຕໍ່ພະນັກງານ:   

ຄະ​ນະ​ພັກ​ແຕ່​ລະ​ຂັ້ນ ໄດ້​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ມາດ​ຕະ​ການ​ລົງ​ວິ​ໄນ​ຕໍ່​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ລັດ​ຖະ​ກອນ, ທະ​ຫານ, ຕຳ​ຫຼວດ ທີ່​ກະ​ທຳ​ຜິດ​ຕໍ່​ກົດ​ລະ​ບຽບ​​ພັກ ​ແລະ ​ກົດ​ໝາຍ​ຂອງ​ລັດ, ເພື່ອ​ເປັນ​ການ​ສະ​ກັດ​ກັ້ນ​ປະ​ກົດ​ການ​ຫຍໍ້​ທໍ້​ທີ່​ຢູ່​ໃນ​ຖັນ​ແຖວ​ສະ​ມາ​ຊິກ​ພັກ, ພະ​ນັກ​ງານ, ລັດ​ຖະ​ກອນ, ທະ​ຫານ, ຕຳ​ຫຼວດ​
ໄດ້​ດີ​ສົມ​ຄວນ. ໃນ 5 ປີ​ຜ່ານ​ມາ, ຄະ​ນະ​ພັກ​ແຕ່​ລະ​ຂັ້ນ​ໄດ້​ຄົ້ນ​ຄ້​ວາ, ພິ​ຈາ​ລະ​ນາ ​ແລະ ​ລົງ​ວິ​ໄນ​ຕໍ່​ສະ​ມາ​ຊິກ​ພັກ, ຄະ​ນະ​ພັກ, ພະ​ນັກ​ງານ​ທີ່​ກະທຳ​ຜິດ​ຈຳ​ນວນ 3.200 ສະ​ຫາຍ, ໃນ​ນັ້ນ​ ຖືກ​ກ່າວ​ເຕືອນ 649 ສະ​ຫາຍ, ຖືກ​ປົດ​ຕຳ​ແໜ່ງ 137 ສະ​ຫາຍ, ໂຈະ​ການ​ຮ່ວມ​ຊີ​ວິດ​ພັກ 623 ສະ​ຫາຍ, ເອົາ​ອອກ​ຈາກ​ພັກ 1.791 ສະ​ຫາຍ. ຖືກ​ດຳ​ເນີນ​ຄະ​ດີ​ຕາມ​ກົດ​ໝາຍ 93 ສະ​ຫາຍ; ສ່ວນ​ການ​ກະ​ທຳ​ຜິດ​ປະ​ກອບ​ມີ ​ກໍ​ລະ​ນີ​ສວຍ​ໃຊ້​ໜ້າ​ທີ່​ສໍ້​ລາດ​ບັງ​ຫຼວງ, ລະ​ເມີດ​ກົດລະ​ບຽບ​​ພັກ, ປະ​ລະ​ໜ້າ​ທີ່, ພົວ​ພັນ​ສິ່ງ​ເສບ​ຕິດ, ໄພ​ສັງ​ຄົມ ​ແລະ ​ກໍ​ລະ​ນີ​ອື່ນໆ​ອີກ.

ວຽກງານປັບປຸງກົງຈັກການຈັດຕັ້ງ:​

ເພື່ອ​ເຮັດ​ໃຫ້ລະ​ບົບ​ການ​ເມືອງ​ແຕ່​ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖີ່ນ ​ມີ​ຄວາມ​ໜັກ​ແໜ້ນ​ຕາມ​ທິດ​ກະ​ທັດ​ຮັດ, ສົມ​ເຫດ​ສົມ​ຜົນ, ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ເປັນ​ຕົ້ນ​ແມ່ນ​ໄດ້​ກຳ​ນົດ​ຄືນ​ພາ​ລະ​ບົດ​ບາດ, ກົງ​ຈັກ​ການ​ຈັດ​ຕັ້ງ​ ແລະ ບຸກ​ຄະ​ລາ​ກອນ, ໃນ​ນັ້ນ​ມີ​ທັງ​ການ​ປັບ​ປຸງ​ອົງ​ການ​ອຳ​ນາດ​ແຫ່ງ​ລັດ, ອົງ​ການ​ແນວ​ລາວ​ສ້າງ​ຊາດ, ສະ​ຫະ​ພັນ​ນັກ​ຮົບ​ເກົ່າ​ແຫ່ງ​ຊາດ ​ແລະ​ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ແລະ ປັບ​ປຸງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​ຂອງ​ພັກ.

ສັງ​ລວມ​ແລ້ວ ກົງ​ຈັກ​ການ​ຈັດ​ຕັ້ງ​ໃນ​ລະ​ບົບ​ການ​ເມືອງ​ແຕ່​ລະ​ຂັ້ນ​ ແມ່ນ​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ເປັນ​ລະ​ບົບ​ຕໍ່​ເນື່ອງ, ຖືກ​ຕາມ​ທິດ​ກະ​ທັດ​ຮັດ, ສົມ​ເຫດ​ສົມ​ຜົນ, ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ມີ​ປະ​ສິດ​ທິ​ພາບ, ສອດ​ຄ່ອງ​ກັບ​ສະ​ພາ​ວະ​ຄວາມ​ເປັນ​ຈິງ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ແຕ່​ລະ​ຂັ້ນ​ມີ​ຄວາມ​ໜັກ​ແໜ້ນ, ເຂັ້ມ​ແຂງ​ ແລະ ​ປະ​ຕິ​ບັດ​ພາ​ລະ​ບົດ​ບາດ, ສິດ, ໜ້າ​ທີ່​ຂອງ​ຕົນ, ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ໜ້າ​ທີ່​ການ​ເມືອງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ນອກ​ຈາກນີ້ ວຽກ​ງານ​ຈັດ​ຕັ້ງ, ກໍ່​ສ້າງ​ພະ​ນັກ​ງານ ຍັງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ເຊິ່ງບໍ່​ອາດ​ຈະ​ພັນ​ລະ​ນາ​ໄດ້​ໝົດ​ທຸກ​ສິ່ງ​ທຸກ​ຢ່າງ, ດັ່ງ​ນັ້ນ ຜູ້ຂຽນ​ຈຶ່ງ​ຂໍ​ຍົກ​ບັນ​ຫາ​ທີ່​ພົ້ນ​ເດັ່ນ​ໂດຍ​ສັງ​ເຂັບ​​ພຽງ​​ເທົ່າ​ນີ້.

ຈຸດອ່ອນແລະຂໍ້ຄົງຄ້າງ:   

– ການ​ຄົ້ນ​ຄ້​ວາ​ຜັນ​ຂະ​ຫຍາຍ​ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ​ ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ-ພະ​ນັກ​ງານ​ ມາ​ເປັນ​ນິ​ຕິ​ກຳ​ອັນ​ລະ​ອຽດ​ຍັງ​ບໍ່​ທັນ​ກັບ​ສະ​ພາບ​ການ, ແນວ​ທາງ​ຂອງ​ພັກ​ຍັງ​ຢຸດ​ຢູ່​ຂັ້ນ​ເຜີຍ​ແຜ່, ເຊື່ອມ​ຊຶມ,ແຕ່​ອົງ​ການ​ຈັດ​ຕັ້ງ​ພັກ-ລັດ​ ສ່ວນ​ຫຼາຍບໍ່​ທັນ​​ໄດ້​ຫັນ​ເປັນ​ແຜນວຽກ-ແຜນ​ງານ​ທີ່​ສອດ​ຄ່ອງ​ຕາມ​ສະ​ພາບເງື່ອນ​ໄຂ​ຕົວ​ຈິງ​ທີ່​ສາ​ມາດ​ປະ​ຕິ​ບັດ​ຕາມ​ແຜນ​ງານ​ດັ່ງ​ກ່າວ; ການ​ສ້າງ ​ແລະ ​ປັບ​ປຸງ​ນິ​ຕິ​ກຳ​ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ-ພະ​ນັກ​ງານ ຍັງ​ບໍ່​ເປັນ​ລະ​ບົບ​ຄົບ​ຊຸດ, ບາງ​ນິ​ຕິ​ກຳ​ເນື້ອ​ໃນ​ຈຳ​ນວນ​ໜຶ່ງ​ຍັງ​ບໍ່​ສອດ​ຄ່ອງ, ບໍ່​ທັນ​ຮັດ​ກຸມແລະ ​ບໍ່​ລະ​ອຽດ​ຈະ​ແຈ້ງ​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ. ​ຄະ​ນະ​ພັກ​ແຕ່​ລະ​ຂັ້ນ​ຍັງ​ບໍ່​ທັນ​ໄດ້​ຄົ້ນ​ຄ້​ວາ, ເຊື່ອມ​ຊຶມ ​ແລະ​​ ຫັນ​ເອົາ​ແນວ​ທາງ​ການ​ຈັດ​ຕັ້ງ​ຂອງ​ພັກ​ເປັນ​ແຜນ​ງານ, ໂຄງ​ການອັນ​ລະ​ອຽດ​ເຮັດ​ໃຫ້ການ​ປະ​ຕິ​ບັດ​ຢູ່​ຂັ້ນ​ຂອງ​ຕົນ​ຍັງ​ຊັກ​ຊ້າ, ບໍ່​ທັນ​ແທດ​ເຖິງ​ຕົວ​ຈິງ, ການ​ໂຄ​ສະ​ນາ​ປຸກ​ລະ​ດົມ​ມະ​ຫາ​ຊົນ​ເຂົ້າ​ຮ່ວມ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ​ຂອງ​ພັກ​ບໍ່​ທັນ​ກວ້າງ​ຂວາງ, ເລິກ​ເຊິ່ງ, ຮູບ​ການ​ເຄື່ອນ​ໄຫວບໍ່​ທັນ​ຫຼາກ​ຫຼາຍ, ບໍ່​ທັນ​ກັບ​ສະ​ພາບ​ການ​ເຮັດ​ໃຫ້​ການ​ປະ​ຕິ​ບັດ​ຕົວ​ຈິງ ບໍ່​ທັນ​ໄດ້​ຮັບ​ຜົນ​ເທົ່າ​ທີ່​ຄວນ.

– ຖັນ​ແຖວ​ສະ​ມາ​ຊິກ​ພັກ, ພະ​ນັກ​ງານ, ລັດ​ຖະ​ກອນ, ທະ​ຫານ, ຕຳ​ຫຼວດ​ຈຳ​ນວນບໍ່​ໜ້ອຍ ​ຍັງບໍ່​ທັນ​ເຊື່ອມ​ຊຶມ, ກຳ​ແໜ້ນ​ແນວ​ທາງ​ຂອງ​ພັກ, ​ຈຳ​ນວນ​ໜຶ່ງກໍເສື່ອມ​ຖອຍ​ດ້ານ​ຄຸນ​ທາດ​ການ​ເມືອງ, ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ, ຈັນ​ຍາ​ບັນ, ຈັນ​ຍາ​ທຳ​ ແລະ ​ຂາດ​ມາ​ນະ​ຈິດ​ບຸກ​ບືນ, ຝຶກ​ຝົນ​ຕົນ​ເອງ, ນໍ້າ​ໃຈ​ເສຍ​ສະ​ຫຼະ​ບໍ່​ສູງ, ບໍ່​ກ້າ​ຕໍ່​ສູ້​ກັບ​ທ່າ​ອ່ຽງ​ທີ່​ຜິດ​ເຂວ. ສວຍ​​ໃຊ້​ໜ້າ​ທີ່​ຕຳ​ແໜ່ງ​ກະ​ທຳ​ສິ່ງ​ທີ່​ຜິດ​ຕໍ່​ກົດ​ລະ​ບຽບ​​ພັກ, ກົດ​
ໝາຍ​ຂອງ​ລັດ, ຂາດ​ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າ, ຄວາມ​ເປັນ​ເຈົ້າ​ການ​ໃນ​ການ​​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່ໆ​ໄດ້​ຮັບ​ມອບ​ໝາຍ ເຮັດ​ໃຫ້​ມະ​ຫາຊົນຂາດ​ຄວາມ​ເຊື່ອ​ຖື, ປະກົດ​ການ​ດັ່ງ​ກ່າວໄດ້​ສົ່ງ​ຜົນ​ສະ​ທ້ອນ​ໂດຍ​ກົງ​ເຖິງ​ບົດ​ບາດ​ການນຳ​ພາ​ຂອງ​ພັກ ​ແລະ ການ​ຄຸ້ມ​ຄອງ​ຂອງລັດ.

– ຄວາມ​ຮັບ​ຮູ້, ເຂົ້າ​ໃຈ​ ຕໍ່​ວຽກ​ງານ​ພັກ-ພະ​ນັກ​ງານ​ຂອງ​ຄະ​ນະ​ພັກ​ຈຳ​ນວນ​ໜຶ່ງຍັງ​ບໍ່​ທັນ​ເລິກ​ເຊິ່ງ, ບໍ່​ທັນ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ປັບ​ປຸງກໍ່​ສ້າງ​ພັກ​ທັງ 4 ດ້ານ​ຢ່າງ​ເລິກ​ເຊິ່ງ​ແທ້ ເປັນ​ຕົ້ນແມ່ນ​ການກໍ່​ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມ​ແຂງ, ໜັກ​ແໜ້ນ ການ​ດຳ​ເນີນ​ຕົວ​ຈິງບໍ່​ໄປ​ຕາມທິດ​ຊີ້​ນຳ, ຂາດ​ການ​ຕິດ​ຕາມ, ຊຸກ​ຍູ້ ​ແລະ​ ຕີ​ລາ​ຄາ​ຢ່າງ​ເປັນ​ປົກະ​ຕິ​ ເຮັດ​ໃຫ້​ການ​ສ້າງ​ໜ່ວຍພັກ ​ບໍ່​ບັນ​ລຸໄດ້​ຕາມ​ລະ​ດັບ​ຄາດໝາຍ​ທີ່​ວາງ​ໄວ້; ມີ​ບາງ​ໜ່ວຍ​ພັກ​ທີ່​ໄດ້​ຮັບ​ຮອງ​ເປັນ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມ​ແຂງ, ໜັກ​ແໜ້ນ ແຕ່ຄຸນ​ນະ​ພາບຍັງບໍ່​ຮັບ​ປະ​ກັນ,​ ຍັງ​ມີໜ່ວຍ​ພັກ​ອ່ອນ, ​ບາງໜ່ວຍ​ພັກ​ດຽວ​ນຳ​ພາ​ຫຼາຍ​ຫ້ອງ​ການ, ກົມ​ກອງ ຍັງ​ບໍ່​ສາ​ມາດ​ລົບ​ລ້າງ​ໄດ້, ຍັງ​ມີ​   ໜ່ວຍ​ພັກ​ບໍ່​ໄດ້​ຮັບ​ການ​ຕີ​ລາ​ຄາ ກວມ 11,37%.

– ການ​ຂະ​ຫຍາຍ​ພັກ​ບາງ​ບ່ອນຍັງບໍ່​ຖືກ​ຕາມ​ຫຼັກ​ການ, ທິດ​ນຳ, ຂັ້ນ​ຕອນ​ທີ່​ກຳ​ນົດ​ໄວ້​ໃນ​ກົດ​ລະ​ບຽບ​ຂອງ​ພັກ, ການ​ຂະ​ຫຍາຍ​ພັກ​ມີ​ລັກ​ສະ​​ນະແລ່ນ​ນຳ​​ແຕ່ປະ​ລິ​ມານ, ຄຸນ​ນະ​ພາບບໍ່​ສູງ, ຈຳ​ນວນ​ໜຶ່ງສິ່ງ​ຊຸກ​ຍູ້​ເຂົ້າ​ພັກ​ບໍ່​ຖືກ​ຕ້ອງ, ເຂົ້າ​ພັກ​ເພື່ອ​ຫວັງ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ, ຫວັງ​ຊັ້ນ​ຕຳ​ແໜ່ງ ສະ​ນັ້ນ ຈຶ່ງ​ເຮັດ​ໃຫ້​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ນຳ​ພາ​ຂອງ​ການ​ຈັດ​ຕັ້ງ​ພັກ​ຢູ່​ບາງ​ບ່ອນບໍ່​ເຂັ້ມ​ແຂງ, ບໍ່ໜັກ​ແໜ້ນ.

– ຄະ​ນະ​ພັກ​ຈຳ​ນວນ​ໜຶ່ງ ບໍ່​ມີ​ຄວາມ​ເດັດ​ຂາດ​ແກ້​ໄຂ​ຕໍ່​ບັນ​ດາ​ປະ​ກົດ​ການ​ຫຍໍ້​ທໍ້​ທີ່​ເກີດ​ຂຶ້ນ​ຢູ່​ໃນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ ເປັນ​ຕົ້ນການ​ພິ​ຈາ​ລະ​ນາ​ລົງ​ວິ​ໄນ​ແກ່​ພະ​ນັກ​ງານ, ລັດ​ຖະ​ກອນ, ທະ​ຫານ, ຕຳ​ຫຼວດ ບໍ່​ມີ​ຄວາມ​ເປັນເອ​ກະພາບ​ກັນ​ຕໍ່​ກັບ​ກໍ​ລະ​ນີ​ການ​ລະ​ເມີດ​ໃນ​ສະ​ຖາ​ນ​ດຽວ​ກັນ​ຢູ່​ບາງ​ບ່ອນ​ລົງ​ວິ​ໄນ​ໜັກ, ບາງ​
ບ່ອນ​ພັດ​ເບົາ, ການ​ພິ​ຈາ​ລະ​ນາ​ບາງ​ກໍ​ລະ​ນີ​ຊັກຊ້າ, ແກ່​ຍາວ, ບາງ​ກໍ​ລະ​ນີ​ຮ້ອນ​ຮົນ, ຟ້າວ​ຟັ່ງ​ເຮັດ​ໃຫ້​ການ​ພິ​ຈາ​ລະ​ນາບໍ່​ຊັດ​ເຈນ ເຊິ່ງ​ສາຍ​ເຫດ​ຕົ້ນ​ຕໍ ​ແມ່ນ​ຍ້ອນບໍ່​ມີ​ຄະ​ນະ​ວິ​ໄນ​ປະ​ຈຳ​ຢູ່​ແຕ່​ລະ​ຂັ້ນ ຍັງ​ເຂົ້າ​ໃຈ​ປົນ​ເປ​ກັນ​ລະ​ຫວ່າງ​ການລົງ​ວິ​ໄນ​ດ້ານ​ພັກ ແລະ​ ການ​ລົງ​ໂທດ​ຕາມ​ລະ​ບຽບ​, ກົດ​ໝາຍ. ມີ​ບາງ​ທ້ອງ​ຖີ່ນ​ມີ​ລາຍ​ຊື່​ຖືກວິ​ໄນ​ແລ້ວ, ແຕ່​ພັດ​ຍັງ​​ຮັກ​ສາ​ໜ້າ​ທີ່​ຕຳ​ແໜ່ງ​ໄວ້​ຄື​ເກົ່າ, ບາງ​ກໍ​ລະ​ນີ​​ຊອກ​ເຫັນ​ຈຸດ​ບົກ​ພ່ອງ​ໃນ​ໜ້າ​ທີ່​ແລ້ວ, ເພື່ອ​ຫຼີກ​ລ່ຽງ​ຫາງ​ສຽງ​ຂອງ​ມະ​ຫາ​ຊົນຈຳ​ເປັນ​ຕ້ອງ​ຍົກ​ຍ້າຍ​ຈາກ​ບ່ອນ​ເກົ່າ​ໄປ​ຢູ່​ບ່ອນ​ໃໝ່, ແຕ່​ພັດ​ມີ​ຕຳ​ແໜ່ງ​ສູງ​ຂຶ້ນກວ່າ​ເກົ່າ ເຮັດ​ໃຫ້​ມະ​ຫາ​ຊົນ​ວິ​ພາກວິ​ຈານ​ວ່າ: “ຕົກ​ຕັ່ງ​ ຂຶ້ນ​ໄປ​ນັ່ງ​ຊາ​ລົ່ງ”.

– ຄະ​ນະ​ພັກ​ຈຳ​ນວນ​ໜຶ່ງ​ປະ​ຕິ​ບັດ​ລະ​ບອບ​ແບບ​ແຜນ​ວິ​ທີ​ເຮັດ​ວຽກ,​ ປະ​ຕິ​ບັດຫຼັກ​ການ​ນຳ​ພາ​ຂອງ​ພັກ​ບໍ່​ທັນ​ຖືກ​ຕ້ອງ, ການປະ​ຕິ​ບັດ​ລະ​ບອບ​ປະ​ຊຸມ​ຂອງ​ຄະ​ນະ​ພັກ, ໜ່ວຍ​ພັກ​ບໍ່​ເປັນ​ປົກກະ​ຕິ, ປະ​ຊຸມບໍ່​ມີ​ເນື້ອ​ໃນ​ຈຸດ​ສຸມ, ການ​ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ​ພາຍ​ໃນ​ພັກ​ບໍ່​ທັນ​ກວ້າງ​ຂວາງ, ປະ​ຊາ​ທິ​ປະໄຕ​ແບບ​ຮູບ​ການ, ບໍ່​ເສີມ​ຂະ​ຫຍາຍ​ໄດ້ຄວາມຮັບ​ຜິດ​ຊອບ​ລວມ​ໝູ່​ໃນ​ການ​ຕົກ​ລົງ​ບັນ​ຫາ​ ເຮັດ​ໃຫ້​ຄວາມ​ເປັນ​ເອ​ກະ​ພາບ ແລະ ​ຄວາມ​ສາມັກ​ຄີ​ພາຍ​ໃນ​ໝູ່​ຄະ​ນະ​ບໍ່​ແໜ້ນ, ລັກ​ສະ​ນະ​ຕໍ່​ສູ້​ພາຍໃນ​ພັກ​​ມີ​ຄວາມຖົດ​ຖອຍ, ການ​ຕຳ​ນິ​ຕິ​ຊົມ​ຕົນ​ເອງ​ ແລະ ​ຕິ​ຊົມ​ກັນ​ພາຍ​ໃນ​ພັກ​ບໍ່​ທັນ​ແຂງ​ແຮງ.

– ການ​ຄຸ້ມ​ຄອງ​ພະ​ນັກ​ງານ, ລັດ​ຖະ​ກອນບໍ່​ທັນ​ມີ​ປະ​ສິດ​ທິ​ຜົນ​ເທົ່າ​ທີ່​ຄວນ, ຂະ​ແໜງ​ການ​ຢູ່​ສູນ​ກາງແລະ ​ທ້ອງ​ຖິ່ນ​ຈຳ​ນວນ​ໜຶ່ງ ບໍ່​ທັນ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ​ພະ​ນັກ​ງານ​ທີ່​ຂຶ້ນ​ກັບ​ສິດ​ຄຸ້ມ​ຄອງ​ຂອງ​ຕົນ, ຂາດ​ການ​ໃກ້​ຊິດ​ຕິດ​ຕາມ ເຮັດ​ໃຫ້​ການ​ຄັດ​ເລືອກ, ບັນ​ຈຸ, ສັບ​ຊ້ອນ​ພະ​ນັກ​ງານ​ລັດ​ຖະ​ກອນ​ຢູ່​ບາງ​ຂະ​ແໜງ​ການ​ຍັງ​ບໍ່​ທັນ​ດຳ​ເນີນ​ຢ່າງ​ເຂັ້ມ​ງວດ​ຕາມ​ລະ​ບຽບ​ການ, ບໍ່​ທັນ​ອີງ​ໃສ່​ຄວາມ​ຕ້ອງ​ການ​ຂອງ​ຕຳ​ແໜ່ງ​ງານ, ຜູ້​ທີ່​ຖືກ​ບັນ​ຈຸ​ເຂົ້າ​ຕຳ​ແໜ່ງ​ງານ​ຈຳ​ນວນ​ໜຶ່ງ ບໍ່​ຖືກ​ຕາມ​ວິ​ຊາ​ສະ​ເພາະ​ທີ່​ຮຽນ​ມາ​ເຮັດ​ໃຫ້​ເກີດ​ມີ​ສະ​ພາບ​ພະ​ນັກ​ງານ​ເຫຼືອ, ບໍ່​ພໍ​ໃນ​ບາງ​ຂົງ​ເຂດ, ເຮັດ​ໃຫ້​ປະ​ສິດ​ທິ​ພາບ​ຂອງວຽກ​ງານບໍ່​ສູງ.

– ການ​ພິ​ຈາ​ລະ​ນາ​ແຕ່ງ​ຕັ້ງ, ສັບ​ຊ້ອນ, ຈັດ​ວາງ​ພະ​ນັກ​ງານ​ຢູ່​ບາງ​ບ່ອນ​ຍັງ​ບໍ່​ມີ​ຄວາມ​ເປັນ​ເອ​ກະ​ພາບ​ໃນ​ໝູ່​ຄະ​ນະ, ປະ​ຊາ​ທິ​ປະ​ໄຕ​ແຕ່​ຮູບ​ການ, ບໍ່​ໂປ່ງ​ໃສ, ຄົນ​ເຈົ້າ​ຄົນ​ຂ້ອຍ​ໂດຍບໍ່​ຜ່ານ​ຂະ​ບວນ​ການ​ຂອງ​ມະ​ຫາ​ຊົນ​ ແລະ ຜົນ​ສຳ​ເລັດ​ຂອງວຽກ​ງານ​ທີ່​ຜູ້ກ່ຽວ​ຮັບ​ຜິດ​ຊອບ, ບາງ​ບ່ອນ​ຜູ້​ທີ່​ມີ​ຈຸດ​ອ່ອນ​ບົກ​ພ່ອງ, ຜົນ​ງານບໍ່​ພົ້ນ​ເດັ່ນ​ ແຕ່​ຍັງ​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ເລື່ອນ​ຕຳ​ແໜ່ງ, ​ໄດ້ຮັບ​ການ​ແຕ່ງ​ຕັ້ງ, ຮັບ​ໜ້າ​ທີ່​ໃໝ່​ສູງ​ຂຶ້ນກວ່າ​ເກົ່າ,ບາງ​ກໍ​ລະ​ນີກໍ່​ມີ​ການ​ຕໍ່​ລອງ​ເລືອກວຽກ​ເລືອກ​ງານ, ເລືອກ​ບ່ອນ​ປະ​ຈຳ​ການ​ ໂດຍ​ສະ​ເພາະ​ແມ່ນ​ບ່ອນ​ທີ່​ມີ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ເສດ​ຖະ​ກິດ.

– ການ​ຕີ​ລາ​ຄາ​ປະ​ເມີນ​ຜົນ​ມີ​ລັກ​ສະ​ນະຮູບ​ການ, ຂາດ​ທັດ​ສະ​ນະ​ພາ​ວະ​ວິ​ໄສ, ບໍ່​ເລິກ​ເຊິ່ງ, ຊັກ​ຊ້າ, ເຫັນ​ແຕ່​ປະ​ກົດ​ການ, ເບິ່ງ​ແຕ່​ໃບປະ​ກາ​ສະ​ນີ​ຍະ​ບັດ ບໍ່​ເບິ່ງ​ຄວາມ​ສາ​ມາດ​​ ແລະ ​ຜົນ​ສຳ​ເລັດຕົວ​ຈິງ​ຕາມ​ວຽກ​ງານ​ທີ່​ຖືກມອບ​ໝາຍ; ບາງ​ບ່ອນ​ການ​ຕີ​ລາ​ຄາ​ພະ​ນັກ​ງານ​ຍັງ​ເຮັດ​ແບບ​ຟ້າວ​ຟັ່ງ, ບໍ່​ອີງ​ໃສ່​ມາດ​ຖານ,ເງື່ອນ​ໄຂ, ບໍ່​ໄປ​ຕາມ​ຂັ້ນ​ຕອນ, ການ​ຕຳ​ນິ​ສົ່ງ​ຂ່າວ​ເຊິ່ງກັນແລະກັນ​ຍັງ​ມີ​ລັກ​ສະ​ນະ​ຈົ່ງ​ຈຽມ​ບໍ່​ກ້າ​ເວົ້າ​ຄວາມ​ຈິງ, ມີ​ແຕ່​ເອົາ​ໄປ​ວິ​ຈານ​ຢູ່ນອກກອງ​ປະ​ຊຸມ.

ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ວຽກ​ງານ​ຈັດ​ຕັ້ງ​ດັ່ງ​ກ່າວ, ສະ​ຫາຍ ​ທອງ​ລຸນ ສີ​ສຸ​ລິດ​ ເລ​ຂາ​ທິ​ການ​ໃຫຍ່​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ປະ​ກອບ​ຄຳ​ຄິດ​ເຫັນ​ຫຼາຍ​ຢ່າງ ເພື່ອ​ຊີ້​ນຳ​ວຽກ​ງານ​ໃນ​ຂົງ​ເຂດ​ດັ່ງ​ກ່າວ ເຊິ່ງມີ​​ເນື້ອ​ໃນ​ສຳ​ຄັນ​​​ຫຼາຍຕອນ ດັ່ງ​ຕໍ່​ໄປ​ນີ້: ພາຍ​ຫຼັງ​ທີ່​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ກອງ​ປະ​ຊຸມ​ແລ້ວ,ສະ​ຫາຍ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ສຳ​ຄັນ​ຂອງວຽກ​ງານ​ພະ​ນັກ​ງານ ​ເຊັ່ນ​ວ່າ: “…​ແຕ່​ໃດໆ​ມາ ພັກ​​ເຮົາ​ລ້ວນແຕ່​ໄດ້​ຢັ້ງ​ຢືນ​ຢ່າງ​ເປັນ​ເອ​ກະ​ພາບ​ວ່າ: ການ​ນຳ​ພາ​ຂອງ​ພັກ​ ແມ່ນ​ປັດ​ໄຈ​ຕັດ​ສິນ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ລາວ ແຕ່​ວ່າ​ປັດ​ໄຈ​ທີ່​ມີ​ລັກ​ສະ​ນະ​ຕັດ​ສິນ​ຜົນ​ງານ ​ແລະ​ ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ໂດຍ​ກົງ​ກໍ​ຍັງ​ແມ່ນ​ຄວາມ​ບຸກ​ບືນ​ສູ້​ຊົນ​ຂອງ​ຄະ​ນະ​ພັກ, ອົງ​ການ​ເສ​ນາ​ທິ​ການ​ໃຫ້​ຄະ​ນະ​ພັກ​ແຕ່​ລະ​ຂັ້ນ​ ກໍ​ຄື​ຖັນ​ແຖວ​ພະ​ນັກ​ງານ,ສະ​ມາ​ຊິກ​ພັກ ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານກໍ່​ສ້າງ​ພັກ, ພະ​ນັກ​ງານ ​ແລະ​ ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ​ທີ່​ໄດ້​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ໜ້າ​ທີ່​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ, ອົດ​ທົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ມີ​ຄວາມ​ຈົງ​ຮັກ​ພັກ​ດີ, ມີຄວາມ​ບໍ​ລິ​ສຸດ​ສັດ​ຊື່​ຕໍ່​ໜ້າ​ທີ່​ວຽກ​ງານ​ທີ່​ການ​ຈັດ​ຕັ້ງ​ມອບ​ໝາຍ​ໃຫ້.

ແຕ່​ວ່າ​ຜ່ານ​ບົດ​ສະ​ຫຼຸບ​ຕີ​ລາ​ຄາ​ວຽກ​ງານກໍ່​ສ້າງ​ພັກ, ພະ​ນັກ​ງານ ​ແລະ​ ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ 5 ປີ​ຜ່ານ​ມາ​, ໂດຍ​ສະ​ເພາ​ະ​ແມ່ນ​ພາກ​ຕີ​ລາ​ຄາດ້ານ​ອ່ອນ, ຂໍ້​ຄົງ​ຄ້າງນັ້ນ ໄດ້​ຊີ້​ໃຫ້​ເຫັນ​ຫຼາຍ​ບັນ​ຫາ​ທີ່​ຕັ້ງ​ຂຶ້ນເຊິ່ງ​ເປັນ​ສິ່ງ​ທ້າ​ທາຍ​ທົດ​ສອບ​ໂດຍ​ກົງ​ຕໍ່​ວຽກ​ງານ​ພັກ, ພະ​ນັກ​ງານ, ວຽກ​ງານ​ກົງ​ຈັກ​ການ​ຈັດ​ຕັ້ງ. ໃນສັງ​ຄົມ, ມະ​ຫາ​ຊົນ​ ໄດ້ມີ​ການ​ຕິດ​ຕາມ​ວຽກ​ງານນີ້​ຢ່າງ​ຈົດ​ຈໍ່ ​ແລະ ​ມີ​ການ​ສ່ອງ​ແສງ, ມີ​ສຽງ​ວິ​ພາກວິ​ຈານ ຕໍ່​ພັກເຮົາ​ຢ່າງ​ລຽນ​ຕິດ ເຊິ່ງ​ມັນ​ໄດ້​ເລັ່ງ​ທວງ​ໃຫ້​ພັກ​ເຮົາ​ຕ້ອງ​ຮີບ​ຮ້ອນ​ດຳ​ເນີນ​ການ​ປັບ​ປຸງ, ແກ້​ໄຂ​ໃຫ້​ທັນ​ການ, ​ມີ​ຄວາມເດັດ​ຂາດ, ເຂັ້ມ​ງວດ​ແທ້ໆ ເປັນ​ຕົ້ນ​ແມ່ນ: ບັນ​ຫາ​ການ​ຄົ້ນ​ຄວ້າ, ຜັນ​ຂະ​ຫຍາຍ​ແນວ​ທາງ​ຂອງ​ພັກ​ທີ່​ຢູ່​ຫຼາຍ​ບ່ອນ​ຍັງ​ຊັກ​ຊ້າ, ບໍ່​ທັນ​ກັບ​ສະ​ພາບ​ການ, ເນື້ອ​ໃນ​ບໍ່​ທັນ​ເລິກ​ເຊິ່ງ, ບໍ່​ທັນ​ສາ​ມາດ​ຄົ້ນ​ຄ້​ວາ​ກຳ​ນົດ ​ແລະ ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ຕົວ​ຈິງ​ຢ່າງ​ຈະ​ແຈ້ງ; ບັນ​ຫາ​ການກໍ່​ສ້າງ​ພັກ​ດ້ານ​ການ​ເມືອງ, ແນວ​ຄິດ ບໍ່​ທັນ​ຕອບ​ສະ​ໜອງ​ໄດ້​​ຕໍ່ການ​ເລັ່ງ​ທວງ​ໃນ​ໄລ​ຍະ​ໃໝ່; ບັນ​ຫາ​ການ​ເສື່ອມ​ຖອຍ​ດ້ານ​ຄຸນ​ທາດ​ການ​ເມືອງ, ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດໃນ​ຖັນ​ແຖວ​ສະ​ມາ​ຊິກ​ພັກ, ພະ​ນັກ​ງານ, ປະ​ກົດ​ການ​ແນວ​ຄິດ​ຄອງ​ເດີມ, ເອື່ອຍ​ອີງ, ບໍ່​ກ້າ
​ຄິດ, ບໍ່​ກ້າ​ລິ​ເລີ່ມ, ບໍ່​ກ້າ​ຮັດ​ຜິດ​ຊອບຕໍ່​ຜົນ​ໄດ້, ຜົນ​ເສຍ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ, ການທຸ່ມ​ເທ​ເຫື່ອ​ແຮງ​ສະ​ຕິ​ປັນ​ຍາ​ ແລະ​ ການ​ເສຍສະ​ຫຼະເພື່ອ​ພາ​ລະ​ກິດ​ລວມ​ຍັງ​ບໍ່​ທັນ​ສູງ; ການ​ຊີ້​ນຳ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງວຽກ​ງານກວດ​ກາ, ການ​ປະ​ຕິ​ບັດ​ວິ​ໄນ, ດ້ານ​ກົດ​ໝາຍ, ການ​ຕ້ານ​ ແລະ​ ສະ​ກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງຍັງ​ອືດ​ອາດ​ຊັກ​ຊ້າ, ບໍ່​ທັນ​ມີ​ຈຸດ​ສຸມ, ການ​ແກ້​ໄຂ​ຜົນ​ຂອງ​ການກວດ​ກາກໍຄື​ຜົນ​ການກວດ​ສອບ ສືບ​ຕໍ່​ແກ່​ຍາວ ​ແລະ ​ມີ​ຄວາມ​ຫຍຸ້ງ​ຍາກ​ສັບ​ສົນ; ບັນ​ດາ​ຂອດ​ໃນ​ວຽກ​ງານ​ພະ​ນັກ​ງານ​​ຍັງ​ບໍ່​ທັນ​ປະ​ຕິ​ບັດ​ໄດ້​ຢ່າງ​ເປັນ​ລະ​ບົບ​ຄົບ​ຊຸດ, ຫຼາຍດ້ານບໍ່​ສອດ​ຄ່ອງ, ບໍ່​ແທດ​ຕົວ​ຈິງ​ ແລະ ​ບໍ່​ທັນ​ສາ​ມາດ​ເປັນ​ກຳ​ລັງ​ແຮງ​ຕົວ​ຈິງ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ໜ້າ​ທີ່​ການ​ເມືອງ​ໃນ​ໄລ​ຍະ​ໃໝ່; ບັນ​ຫາ​ກົງ​ຈັກ​ໃຫຍ່​ໂຕ, ພາ​ລະ​ບົດ​ບາດ​ຊໍ້າ​ຊ້ອນ, ກ້າວ​ກ່າຍ​ກັນ,​ ເຮັດ​ໃຫ້​ມີ​ການສິ້ນ​ເປືອງ, ປະ​ສິດ​ທິ​ຜົນ​ວຽກ​ງານພັດບໍ່​ສູງ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ ແລະ ​​ບັນ​ຫາອື່ນໆ​ອີກ.

ສະ​ພາບ​ດັ່ງ​ກ່າວນັ້ນ ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ໂດຍ​ກົງ​ຂອງ​ຄະ​ນະ​ພັກ​ແຕ່​ລະ​ຂັ້ນ ​ກໍ​ຄື​ຄະນະ​ຈັດ​ຕັ້ງ​ແລະ​ ພາກ​ສ່ວນ​ກ່ຽວ​ຂ້ອງ​ແຕ່​ລະ​ຂັ້ນໃນ​ການ​ເປັນ​ເສ​ນາ​ທິ​ການ​ໃຫ້​ສູນ​ກາງ​ພັກ, ລັດ​ຖະ​ບານ ສືບ​ຕໍ່​ຄົ້ນ​ຄ້​ວາ,ສະ​ເໜີ​ທິດ​ນຳ, ວິ​ທີ​ການ ​ແລະ ​ມາດ​ຕະ​ການ​ຕົວ​ຈິງ​ເພື່ອ​ແກ້​ໄຂ​ບັນ​ຫາ​ ແລະ ​ຍົກ​ລະ​ດັບ​ຄຸນ​ນະ​ພາບ​ວຽກ​ງານ​ສ້າງ​ພັກ, ພະ​ນັກ​ງານ ​ແລະ​ ວຽກ​ງານ​ກົງ​ຈັກ​ການ​ຈັດ​ຕັ້ງ​ໃຫ້​ມີ​ການ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ, ເລິກ​ເຊິ່ງ​ອີ່​ຫຼີ, ບັນ​ດາ​ສະ​ຫາຍກໍໄດ້​ກຳ​ນົດ​ທິດ​ທາງ, ໜ້າ​ທີ່​ວຽກ​ງານ​ຈຸດ​ສຸມ​ທີ່​ຈະ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ຊຸມ​ປິ​ຕໍ່​ໜ້າ​ລະ​ອຽດ​ແລ້ວ,​ ແຕ່​ວ່າບັນ​ຫາ​​ທີ່ສຳ​ຄັນ​ກວ່າ​ໝູ່ແມ່ນ​ເຮັດ​ແນວ​ໃດ​ໃຫ້​ເຂົ້າ​ສູ່​ການ​ກະ​ທຳ​ຕົວ​ຈິງ ​ແລະ ​ເກີດ​ເປັນ​ຮູບ​ປະ​ທຳ.

ໜຶ່ງ​ໃນ​ບັນ​ດາ​ທິດ​ທາງ​ຕົ້ນ​ຕໍ ​ທັງ​ເປັນ​ເປົ້າ​ໝາຍ​ໃຈ​ກາງ​ຂອງ​ການ​ບູ​ລະ​ນະ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ໃຫ້​ສົມ​ບູນ​ຍິ່ງ​ຂຶ້ນ,​ ແມ່ນຖື​ເອົາ​ການ​ສ້າງ​ ແລະ ​ປັບ​ປຸງ​ຄຸນ​ນະ​ພາບ​ກົງ​ຈັກ​ການ​ຈັດ​ຕັ້ງ​ຂອງ​ພັກ​ຕິດ​ພັນ​ກັບ​ການ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ, ຮອບ​ດ້ານ​ຂອງ​ກະ​ໂຕ​ສະ​ມາ​ຊິກ​ພັກແຕ່​ລະ​ສະ​ຫາຍ​ໃຫ້​​ກ້າວໄປ​ສູ່​ຄຸນ​ນະ​ພາບ​ໃໝ່​ຢ່າງ​ເປັນ​ຮູບ​ປະ​ທຳ​ຢ່າງ​ແທ້​ຈິງ. ຢາກ​ເຮັດ​ໄດ້​ແນວນັ້ນ, ພັກ​ເຮົາ​ຕ້ອງ​ສືບ​ຕໍ່​ຮຽນ​ຮູ້​ສິ່ງ​ໃໝ່ໆ​ທາງ​ດ້ານ​ທິດ​ສະ​ດີ​ ແລະ ​ພຶດ​ຕິ​ກຳ​ຂອງ​ຍຸກ​ໃໝ່​ທາງ​ດ້ານ​ວິ​ທີ​ວິ​ທະ​ຍາ​​ດ້ານການ​ນຳ​ພາ​ຂອງ​ພັກ, ຮູ້​ຫຼັກ​ວິ​ທະ​ຍາ​ສາດ​ທາງ​ດ້ານ​ຫຼັກ​ການ​ແຫ່ງ​ການ​ຄົງ​ຕົວ​ ແລະ ​ຂະ​ຫຍາຍ​ຕົວ​ຂອງ​ປະ​ເທດ​ເຮົາ; ຮຽນ​ຮູ້​ຄວາມ​ຜັນ​ແປ​ສະ​ພາບ​ການ​ຂອງ​ໂລກ​ ແລະ​ ການ​ຂະ​ຫຍາຍ​ຕົວ​ທີ່​ປ່ຽນ​ແປງ​ໄປ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ການ​ຊີ້​ນຳ, ນຳ​ພາ ທີ່​ມີ​ການ​ຂະ​ຫຍາຍ​ຕົວ​ຂອງ​ທິດ​ສະ​ດີ​ພື້ນ​ຖານ​ຂອງ​ລັດ​ທິ​ມາກ-ເລ​ນິນ, ສົມ​ທົບ​ກັບ​ແນວ​ຄິດໄກ​ສອນ ພົມ​ວິ​ຫານ ແລະ ພຶດ​ຕິ​ກຳ​ຕົວ​ຈິງ​ຂອງ​ພັກ​ເຮົາ ​ຈຶ່ງ​ສາ​ມາດ​ຊອກ​ເຫັນ​ບົດ​ຮຽນ​ທີ່​ມີ​ຊີ​ວິດ​ຊີ​ວາ​ໃນ​ການ​ຊີ້​ນຳ, ນຳ​ພາ​ຂອງ​ພັກ​ເຮົາ​ເພື່ອ​ດຶງ​ອອກ​ມາ​ນຳໃຊ້​ໃຫ້​ເປັນ​ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຊີ້​ນຳ,ນຳ​ພາ​ທີ່​ຖືກ​ຕ້ອງ​ສອດ​ຄ່ອງ ​ແລະ ​ເຫັນ​ເປັນ​ຕົນ​ເປັນ​ຕົວ​ຢ່າງ​ແທ້​ຈິງ.

ພັກ​ເຮົາ​ມີ​ພື້ນ​ຖານ​ທີ່​ດີ, ມີ​ຫຼັກ​ວິ​ທະ​ຍາ​ສາດ, ມີ​ຫຼັກ​ມູນ​ໃຫ້​ແກ່​ການ​ປັບ​ປຸງ​ການ​ຈັດ​ຕັ້ງ, ປັບ​ປຸງ​ແບບ​ແຜນ​ວິ​ທີ​ເຮັດ​ວຽກ, ແບບ​ແຜນ​ການ​ນຳ​ພາ​ກ້າວ​ໄປ​ເຖິງ​ການ​ຊອກ​ຫາ, ເລືອກ​ເຟັ້ນ ເອົາ​ມະ​ຫາ​ຊົນ​ເຂົ້າ​ພັກ,ເລືອກ​ເຟັ້ນ​ເອົາ​ສະ​ມາ​ຊິກ​ພັກ​ເຂົ້າ​ການ​ຈັດ​ຕັ້ງ ​ແລະ​ ເລືອກ​ເຟັ້ນ​ເອົາ​ຜູ້​ທີ່​ເປັນ​ແກນ​ນຳ, ເປັນ​ຫຼັກ​ແຫຼ່ງ ​ແລະເປັນ​ຜູ້​ນຳ​ຂອງ​ທຸກ​ຂັ້ນ​ຂອງ​ພັກ​ເຮົາ​ໃຫ້​ມີ​ຄຸນ​ນະ​ພາບ, ມີ​ປະ​ສິດ​ທິ​ພາບ ​ແລະ ​ໄດ້​ຜູ້​ທີ່​ເປັນ​ແບບ​ຢ່າງ​ທີ່​ດີ​ເດັ່ນ,ຜູ້​ທີ່​ເປັນ​ຄັນ​ທຸງ​ເພື່ອ​ແກ່​ດຶງ​ເອົາມະ​ຫາ​ຊົນ​ອັນ​ກວ້າງ​ໃຫຍ່ເຂົ້າ​ຮ່ວມ​ພາ​ລະ​ກິດ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ​ເຮົາ ນີ້​ຄື​ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ຂອງ​ການ​ປັບ​ປຸງ​ພັກ​ເຮົາ ໂດຍ​ສະ​ເພາະ​ແມ່ນ​ພັກ​ເຮົາ​ເປັນ​ພັກ​ກຳ​ອຳ​ນາດ, ເປັນ​ພັກ​ໜຶ່ງ​
ພັກ​ດຽວ​ຂອງ​ສັງ​ຄົມ​, ເປັນ​ທີ່​ເພິ່ງ​ຂອງ​ປະ​ເທດ​ຊາດ​ ແລະ ​ປະ​ຊາ​ຊົນ.

“ຖ້າບໍ່​ມີ​ທິດ​ສະ​ດີ​ປະ​ຕິ​ວັດ ກໍ​ຈະ​ບໍ່​ມີ​ຂະ​ບວນ​ການ​ປະ​ຕິ​ວັດ…” ດັ່ງ​ນັ້ນ ການ​ຄົ້ນ​ຄ​ວ້າ​ທິດ​ສະ​ດີ ​ແລະພຶດ​ຕິ​ກຳ​ໃຫ້​ແກ່​ພັກ ເພື່ອ​ເປັນ​ຄັງ​ສາງ​ທິດ​ສະ​ດີ​ໃຫ້​ພັກ​ເຮົາ ເພື່ອ​ນຳ​ມາ​ເປັນ​ທິດ​ສະ​ດີ, ເປັນ​ແນວ​ທາງ​ປະ​ຕິ​ບັດ​ໃຫ້​ແກ່​ພັກ​ເຮົາ​ ແລະ​ ວາງ​ບັນ​ດາ​ທິດ​ນຳ​ຂອງ​ພັກ​ໃຫ້​ຖືກ​ຕ້ອງ​ສອດ​ຄ່ອງ, ການ​ຄົ້ນ​ຄ​ວ້າ​ວິ​ທະ​ຍາ​ສາດ, ລັດ​ຖະ​ສາດ​ການ​ເມືອງ​ເປັນ​ເລື່ອງ​ຈຳ​ເປັນ​ພາ​ວະ​ວິ​ໄສບໍ່​ສາ​ມາດ​ຢຸດ​ເຊົາ​ ແລະ​​ ຂາດ​ບໍ່ໄດ້… ເລ​ນິນ ເຄີຍ​ເວົ້າ​ໄວ້​ວ່າ: “… ຮຽນ, ຮຽນ​ແລ້ວ, ຮຽນ​ອີກ, ຮຽນ​ຕະ​ຫຼອດໆ​ໄປ…” ພວກ​ເຮົາ​ໄດ້​ຮຽນ, ກຳ​ລັງ​ຮຽນ ​ແລະ​ ຈະ​ຮຽນ​ຢ່າງບໍ່​ຢຸດຢັ້ງ, ຮຽນ​ນຳ​ພຶດ​ຕິ​ກຳ​ຕົວ​ຈິງ, ຮຽນ​ນຳ​ເພື່ອນ​ມິດ, ຮຽນ​ນຳ​ຕົວ​ເອງ, ຮຽນ​ນຳ​ປະ​ຊາ​ຊົນ​ຢ່າງ​ຕໍ່​ເນື່ອງ, ພວກ​ເຮົາ​ຮຽນ​ຈາກ​ພຶດ​ຕິ​ກຳ​ໃນ​ການ​ນຳ​ພາ​ທີ່​​ໄດ້​ຮັບ​ຜົນ​ສຳ​ເລັດ ແລະ ​ທັງ​ຈາກ​ພຶດ​ຕິ​ກຳທີ່​ປະ​ລາ​ໄຊ… ຂອງ​ກະ​ໂຕ​ພວກ​ເຮົາ​ເອງ​ ແລະ​ ຈາກ​ບັນ​ດາ​ພັກ​ອ້າຍ​ນ້ອງ ​ຫຼື​ ບັນ​ດາ​ພັກ​ການ​ເມືອງ​ອື່ນໆ.

ໄລ​ຍະ​ຜ່ານ​ມາ, ວຽກ​ງານ​ຈັດ​ຕັ້ງ​ຂອງ​ພັກ​ເຮົາ​ກໍ​ເຄີຍ​ຮຽນ​ຮູ້, ເຄີຍ​ປັບ​ປຸງ, ປ່ຽນ​ແປງ​ມາ​ໂດຍ​ຕະ​ຫຼອດ​ທຸກໆ​ສະ​ໄໝ, ແຕ່​ຖ້າ​ຫາກ​ທຽບ​ໃສ່​ອາ​ດີດ, ພວກ​ເຮົາ​ມີ​ຄວາມ​ກ້າວ​ໜ້າ​ຫຼາຍ​ຂຶ້ນ, ສະ​ຖາ​ບັນ​ຄົ້ນ​ຄວ້າກໍມີ​ການ​ຂະ​ຫຍາຍ​ຕົວ, ນັກ​​ຄົ້ນ​ຄວ້າວິໄຈ ກໍເພີ່ມ​ຂຶ້ນ​ທັງ​ດ້ານ​ປະ​ລິ​ມານ ​ແລະ ​ຄຸນ​ນະ​ພາບ, ພັກ, ລັດ​ເຮົາ​ກໍໄດ້​ລົງ​ທຶນ​ໃສ່​ວຽກ​ງານນີ້​ຫຼາຍ​ສົມ​ຄວນ. ແຕ່​ຖ້າ​ຈະ​ທຽບ​ໃສ່​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງວຽກ​ງານ, ກໍ​ຍັງ​ຫ່າງ​ໄກ​ຫຼາຍຖ້າ​ທຽບ​ໃສ່​ກັບ​ພັກ​ອ້າຍ​ນ້ອງ. ມາ​ຮອດ​ປັດຈຸ​ບັນ ​ຄຳ​ຕອບ​ກ່ຽວ​ກັບ​ທິດ​ສະ​ດີ​ທີ່​ຖືກ​ຕ້ອງ, ຫຼັກ​ມູນ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝ​ກໍຈະ​ບໍ່​ມີ​ການ​ພັດ​ທະ​ນາ​ທີ່​ກ້າວ​ໜ້າ​ໄດ້ ຖ້າ​​ພວກ​ເຮົາກ້າວ​ໄປ​ບໍ່​ທັນ ​ແລະ ໄປ​ບໍ່​ຖືກ​​ກັບ​ທິດ​ທາງ, ຄວາມ​ເປັນ​ພັກ​ກຳ​ອຳ​ນາດກໍມີ​ໂອ​ກາດ​ຈະ​ລົ້ມ​ລະ​ລາຍ​ໄດ້.

ແຕ່​ວ່າ ການ​ປັບ​ປຸງ​ພັກ​ທາງ​ດ້ານ​ການ​ຈັດ​ຕັ້ງ​ໃຫ້​ເຂັ້ມ​ແຂງ, ໜັກ​ແໜ້ນ ​ແລະ ​ປອດ​ໃສ​ນັ້ນ, ມັນ​ເປັນ​ທັງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພາ​ວະ​ວິ​ໄສ, ທັງ​ເປັນ​ການ​ເລັ່ງ​ທວງ​ຂອງ​ສະ​ຖາ​ນະ​ການ​ຄວາມ​ຈຳ​ເປັນ​ທີ່​ແທ້​ຈິງ​ຂອງ​ພັກ, ຂອງ​ລັດ ​ແລະ ​ຂອງ​ປະ​ເທດ​ຊາດ… ວຽກ​ນີ້ ພວກ​ເຮົາ​ບໍ່​ອາດ​ຈະ​ຖື​ເປັນ​ວຽກ​ທຳ​ມະ​ດາສາ​ມັນ, ບໍ່​ແມ່ນ​ຈະ​ເຮັດ​ໄປ​​ຕາມ​ມີ​ຕາມ​ເກີດ ​ຫຼື ​ເຮັດ​ໄປ​ຕາມ​ອັດ​ທະ​ຍາ​ໄສ, ພວກ​ເຮົາ​ບໍ່​ສົມ​ຄວນ​ປະ​ໃຫ້​ການ​ຈັດ​ຕັ້ງ​ຂອງ​ພັກ​ເຮົາ​ສືບ​ຕໍ່​ອ່ອນ​ແອ, ອ່ອນ​ເພຍ​ເປ້ຍ​ລ່ອຍ, ຂາດ​ຄວາມ​ຮັບ​ຜິດ​ຊອບ ​ແລະ​ ຂາດ​ຄວາມ​ເປັນ​ແບບ​ຢ່າງ​ໃຫ້​ມະ​ຫາ​ຊົນ​ ແລະ ​ປະ​ຊາ​ຊົນ​ໄດ້​ອີກ​ແລ້ວ.

ຖ້າ​ນຳ​ພາບໍ່​ໄດ້​ດີ ໜ່ວຍ​ພັກ​ທີ່​ໄດ້​ຮັບ​ນາ​ມມະ​ຍົດ ​ເປັນ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມ​ແຂງ ແລະ​ ໜັກ​ແໜ້ນ, ແຕ່ກວດ​ເບິ່ງ​ຕົວ​ຈິງ​ແລ້ວ​ພັດ​ເຕັມ​ໄປ​ດ້ວຍ​ບັນ​ຫາ​ຫຍໍ້​ທໍ້, ສະ​ມາ​ຊິກ​ພັກ, ຄະ​ນະ​ພັກ​ຢູ່​ຫຼາຍ​ແຫ່ງຈຳ​ນວນບໍ່​ໜ້ອຍ ​ເຕັມ​ແຕ່​ການ​ປະ​ພຶດບໍ່​ດີ, ບໍ່​ເປັນ​ແບບ​ຢ່າງ, ບໍ່​ເປັນ​ແວ່ນ​ແຍງ​ທີ່​ດີ​ແຕ່​ຢ່າງ​ໃດ​ໃຫ້​ແກ່​ມະ​ຫາ​ຊົນ ​ແລະປະ​ຊາ​ຊົນ; ຍິ່ງ​ໄປ​ກວ່ານັ້ນ, ໜ່ວຍ​ພັກ, ຄະ​ນະ​ພັກ​ຈຳ​ນວນ​ໜຶ່ງ ​ຍັງ​ມີ​ພຶດ​ຕິ​ກຳ​ທີ່​ຝືນ​ຕໍ່​ລະ​ບຽບ​ວິ​ໄນ​ຂອງ​ພັກ ບໍ່​ນັບ​ຖື​ລະ​ບຽບ, ​ກົດ​ໝາຍ, ຖື​ຕົນ​ເປັນຜູ້​ມີ​ສິດ​ອຳ​ນາດ​ຢູ່​ເໜືອ​ປະ​ຊາ​ຊົນ, ເໜືອ​ກົດ​ໝາຍ, ສວຍ​ໃຊ້​ໜ້າ​ທີ່​ຕຳ​ແໜ່ງ​ເພື່ອ​ລັກ​ໂລບ, ສໍ້​ລາດ​ບັງ​ຫຼວງ… ສິ່​ງ​ທີ່​ຜິດ​ຕໍ່​ອຸ​ດົມ​ການ, ​ຕໍ່ແນວ​ທາງ​ນະ​ໂຍ​ບາຍ​ຂອງ​ພັກ, ພາ​ກັນ​ປະ​ປ່ອຍ​ໃຫ້​ພວກ​ດັ່ງ​ກ່າວ​ເຮັດ​ໄ​ປ​ຕາມ​ໃຈ​ແລ້ວ​ແນວ​ໃດ​ຈຶ່ງ​ຈະ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ພັກ​​ເຂັ້ມ​ແຂງ​ໄດ້.

ຍ້ອນ​ຮັບ​ຮູ້​ວ່າ​ບັນ​ຫາ​ພະ​ນັກ​ງານ​ເປັນ​ບັນ​ຫາ​ສຳ​ຄັນ, ພະ​ນັກ​ງານ​ເປັນ​ທັງ​ກຳ​ລັງ​ແຮງ, ເປັນ​ຜູ້​ຕັດ​ສິນ​ຊີ້​ຂາດ​ຜົນ​ສຳ​ເລັດ ​ຫຼື​ ຄວາມ​ລົ້ມເຫຼວ​ຂອງວຽກ​ງານ. ດັ່ງ​ນັ້ນ ວຽກ​ງານ​ເພີ່ມ​ທະ​ວີ​ການ​ນຳ​ພາ​ຂອງ​ພັກ​ເພື່ອ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຂງ​ແຮງ ​ແລະ ​ເລິກ​ເຊິ່ງ ວຽກ​ງານ​ພະ​ນັກ​ງານ​ໄດ້​ນຳ​ເຂົ້າ​ສູ່​ກອງ​ປະ​ຊຸມ​ສະ​ໄໝ​ວິ​ສາ​ມັນ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກ​ ແລະ ​ໄດ້​ກຳ​ນົດ​ອອກ​​ມາ​ເປັນມະ​ຕິ ​ສະ​ບັບ​ເລກ​ທີ 04/ຄບ​ສ​ພ, ລົງ​ວັນ​ທີ 30 ກັນ​ຍາ 2021 ກ່ຽວ​ກັບ​​ວຽກ​ງານ​ພະນັກ​ງານ.

ໃນ​ຕົວ​ຈິງ​ແລ້ວ, ພະ​ນັກ​ງານ​​ທົ່ວ​ປະ​ເທດກໍມີ​ຄົນ​ດີ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ, ມີ​ທັງຄົນ​ດີ, ຄົນ​ເດັ່ນ,​ ມີ​ຄົນ​ເກັ່ງ, ມີ​ຄວາມ​ຮູ້, ຄວາມສາ​ມາດ, ມີ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ຊາດ, ຕໍ່​ພັກ, ມີ​ຄວາມ​ອົດ​ທົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ມີ​ຄວາມ​ກະ​ຕື​ລື​ລົ້ນ​ຕໍ່​ໜ້າ​ທີ່​ວຽກ​ງານ, ມີ​ນໍ້າໃຈ​ເສຍ​ສະ​ລະ​ເພື່ອ​ປະ​ຊາ​ຊົນ​ຢ່າງ​ບໍ​ລິ​ສຸດ​ໃຈ; ພັກ
​ເຮົາ​ຍັງ​ມີ​ຄວາມ​ໂຊກ​ດີ​ທີ່​ສ້າງ​ໄດ້​ພະ​ນັກ​ງານຈຳ​ນວນ​ທີ່​ກ່າວ​ມາ​ເທິງນີ້. ດ້ວຍ​ເຫດນີ້ ຄະ​ນະພັກ, ການ​ຈັດ​ຕັ້ງ​ທຸກ​ຂັ້ນ​ທຸກ​ຂະ​ແໜງ​ການ​ຄວນໄດ້​ເອົາ​ໃຈ​ໃສ່​ເພີ່ມ​ທະ​ວີ​ການກໍ່​ສ້າງ ​ແລະ​ ຊຸກ​ຍູ້​ຕໍ່​ບຸກ​ຄະ​ລາ​ກອນ​ຈຳ​ນວນ​ດັ່ງ​ກ່າວ​ໃຫ້​ກາຍ​ເປັນ​ຫຼັກ​ແຫຼ່ງ​ແກ່ນ​ສານ​ຂອງ​ການ​ປະ​ຕິ​ວັດ​ເຮົາ.​ ພ້ອມ​ກັນ​ນັ້ນ ຍັງ​ຕ້ອງ​ເອົາ​ໃຈ​ໃສ່​ໃຫ້​ການ​
ຍ້ອງ​ຍໍ, ເລື່ອນ​ຊັ້ນ​ເລື່ອນ​ຂັ້ນ​ເງິນ​ເດືອນ​ໃຫ້​ຕາມ​ຄວາມ​ເໝາະ​ສົມ ແລະ ​ຜົນ​ງານ​ຕົວ​ຈິງ.

ໄປ​ຄຽງ​ຄູ່​ກັນ​ນັ້ນ, ສຳ​ລັບ​ພະ​ນັກ​ງານ​ທີ່​ປະ​ພຶດບໍ່​ດີ, ຂາດ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ, ມີ​ແນວ​ຄິດ​ໂລບ​ມາກ​ໂລ​ພາ, ສໍ້​ລາດ​ບັງ​ຫຼວງ​, ສ້າງ​ກຸ່ມ​ກ້ອນ, ປັ່ນ​ປ່​ວນ ເຮັດ​ໃຫ້​ສັງ​ຄົມ​ບໍ່​ມີ​ຄວາມ​ສະ​ຫງົບ, ຂາດ​ລະ​ບຽບ​ວິ​ໄນ​ຂອງ​ພັກ, ລະ​ເມີດ​ກົດ​ໝາຍ​ຂອງ​ລັດ… ຄະ​ນະ​ພັກ, ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ຕ້ອງ​ໄດ້​ມີ​ຄວາມ​ເດັດ​ຂາດ​ໃນ​ການ​ລົງ​ວິ​ໄນ​ຕາມ​ພຶດ​ຕິ​ກຳ​ຕົວ​ຈິງ​ ແລະ ​ຂໍ້​ກຳ​ນົດ, ກົດ​ລະ​ບຽບ​ກໍຄື​ກົດ​ໝາຍ​ຂອງ​ບ້ານ​ເມືອງ, ທັງ​ນີ້ກໍເພື່ອ​ສ້າງ​ຄວາມ​ເຊື່ອ​ໝັ້ນ​, ​ເຊື່ອ​ຖື ແລະ ຄວາມ​ເຫຼື້ອມ​ໃສ​ຂອງ​ປະ​ຊາ​ຊົນ​ຕໍ່​ບົດ​ບາດ​ການ​ນຳ​ພາ​ຂອງ​ພັກເຮົາ”. ທັງ​ໝົດ​ນັ້ນ ​ແມ່ນ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ ແລະ​ ມີ​ທັງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ​ຂອງ​ສູນ​ກາງ​ພັກ​ທີ່​ມີ​ຕໍ່​ປະ​ເທດ​ຊາດ​ ແລະ ​ປະ​ຊາ​ຊົນ​ເຮົາ, ເພື່ອ​ເປັນ​ບົດ​ຮຽນ​ອັນ​ລໍ້າຄ່າ​ໃຫ້​ແກ່​ການ​ນຳ​ພາ​ຂອງ​ພັກ​ເຮົາ​ໃນ​ວຽກ​ງານກໍ່​ສ້າງ​ພັກ, ພະ​ນັກ​ງານ​ໃນ​ຕໍ່​ໜ້າ, ຜູ້​ຂຽນ​ຂໍ​ຍົກ​ເອົາ​ບາງ​ບົດ​ຮຽນ​ອັນ​ພົ້ນ​ເດັ່ນ​ຂອງ​ບາງ​ພັກ​ອ້າຍ​ນ້ອງ​ມາ​ເຜີຍ​ແຜ່​ໃຫ້​ແກ່​ເພື່ອນ​ຜູ້​ອ່ານ​ໄດ້​ຮັບ​ຮູ້​ນຳ​ກັນ​ຕື່ມ​ອີກ./.

ຂຽນໂດຍ: ກ. ອໍ​ລະ​ບູນ + ວຽງພິມ

(ສະບັບປະຈຳເດືອນມັງກອນ ປີ 2025)

Leave a Reply

Your email address will not be published. Required fields are marked *