ຍົກສູງການສ້າງຄອບຄົວ ແລະ ບ້ານວັດທະນະທຳ ຢູ່ແຂວງຊຽງຂວາງ

ການສ້າງຄອບຄົວ ແລະ ບ້ານວັດທະນະທຳ ແມ່ນການຊຸກຍູ້ໃຫ້ແກ່ການປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຢູ່ທ້ອງຖິ່ນຮາກຖານຕ່າງໆໃຫ້ນັບມື້ນັບຂະຫຍາຍຕົວສູງຂຶ້ນ ເປັນຕົ້ນແມ່ນຂະບວນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ ເພື່ອໃຫ້ບັນລຸຈຸດປະສົງ ແລະ ເປົ້າໝາຍທີ່ພັກ-ລັດວາງໄວ້. ການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ແມ່ນການປະຕິບັດວິຖີຊີວິດແບບອະລິຍະທຳ, ປະຕິບັດພັນທະຄວາມຮັບຜິດຊອບຂອງຕົນຕໍ່ຄອບຄົວ ແລະ ສັງຄົມ; ແມ່ນການເຊີດຊູຄຸນຄ່າສິນທຳຂອງຄອບຄົວ, ສົມທົບກັບການຍົກສູງສະຕິໃນການເຄື່ອນໄຫວ ແລະ ທ່າອ່ຽງໃໝ່ທີ່ມີອິດທິພົນໃນສັງ ຄົມ; ແມ່ນຄອບຄົວທີ່ມີເຮືອນຢູ່ຖາວອນ, ຄອບຄົວມີພື້ນຖານເສດຖະກິດທີ່ໝັ້ນຄົງ, ກິນອີ່ມນຸ່ງອຸ່ນ, ມີຄວາມກ້າວໜ້າ, ມີສຸຂະພາບແຂງແຮງ, ມີການພົວພັນທີ່ດີງາມຕາມຮີດຄອງປະເພນີ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບສຸກ, ປອດໄພ, ມີມະນຸດສະທຳ, ສາມັກຄີປອງດອງ ມີຄວາມຈະເລີນກ້າວໜ້າ ແລະ ສີວິໄລ.

ພັກເຮົາ ຖືວ່າວັດທະນະທຳເປັນພື້ນຖານແຫ່ງການຍືນຍົງຄົງຕົວຂອງຊາດ ເພາະວ່າ ວັດທະນະທໍາພາໃຫ້ຄົນທັງຊາດມີຄວາມສາມັກຄີເປັນປຶກແຜ່ນ, ເປັນອັນໜຶ່ງອັນດຽວ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ຫາກຊາດໃດໜຶ່ງບໍ່ສາມາດຮັກສາ ຫຼື ຮັກສາບໍ່ໄດ້ດີຂະໜົບທຳນຽມ, ປະເພນີ ແລະ ວັດທະນະທຳຂອງຊາດຕົນ ຊາດນັ້ນກໍຈະເສື່ອມສູນໄປ ຖືກຊາດອື່ນກືນກິນ ຫຼື ກາຍເປັນເງົາຂອງຊາດອື່ນ, ໃນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ກຳນົດວ່າ: “…ຍູ້ຂະບວນການສ້າງຄອບຄົວ ແລະ ບ້ານວັດ ທະນະທໍາໃຫ້ກາຍເປັນຂອງທົ່ວປວງຊົນ, ແກ້ໄຂຄວາມແຕກຕ່າງກ່ຽວກັບການຊົມໃຊ້ວັດທະນະທຳລະ ຫວ່າງຕົວເມືອງກັບຊົນນະບົດ; ສົ່ງເສີມການປະດິດສ້າງດ້ານວັດທະນະທຳ ແລະ ການປະດິດຄິດແຕ່ງຕ່າງໆ ແນໃສ່ພັດທະນາຜະລິດຕະພັນວັດທະນະທຳໃຫ້ມີຄວາມອຸດົມສົມບູນ, ຫຼາກຫຼາຍຮູບແບບ ແລະ ມີຄຸນນະພາບ”[1]; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍໄດ້ເນັ້ນໜັກຕື່ມອີກວ່າ: “ປັບປຸງຍົກລະດັບຂະ
ບວນການສ້າງຄອບຄົວ ແລະ ບ້ານວັດທະນະທຳໃໝ່ ຕິດພັນກັບການສ້າງແບບແຜນດຳລົງຊີວິດໃໝ່ ແລະ ການພັດທະນາອະລິຍະທຳທາງດ້ານຈິດໃຈຂອງສັງຄົມ ບົນພື້ນຖານສືບທອດຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ແລະ ຊຸມຊົນ ໄປພ້ອມໆກັບການແກ້ໄຂ-ຕີຖອຍສິ່ງຫຼ້າຫຼັງງົມງວາຍ; ເສີມຂະຫຍາຍມູນເຊື້ອຄວາມສາມັກຄີປອງດອງ, ຄວາມເອື້ອເຟື້ອເພື່ອແຜ່ໃນຊຸມຊົນ, ພ້ອມທັງກະຕຸ້ນໃຫ້ເກີດຄ່ານິຍົມຮັກ
ການຮຽນ, ສະແຫວງຫາຄວາມຮູ້ໃໝ່ຂອງປະຊາຊົນ, ຍົກລະດັບການສຶກສາຂອງຄົນຮຸ່ນໃໝ່ຢ່າງຕໍ່ເນື່ອງ”[2]. ໃນດຳລັດວ່າດ້ວຍການສ້າງ ຄອບຄົວ ແລະ ບ້ານວັດທະນະທຳ ກໍໄດ້ຢໍ້າວ່າ: “ລັດສົ່ງເສີມການສ້າງຄອບຄົວ ແລະ ບ້ານວັດທະນະທຳ ດ້ວຍການວາງນະໂຍບາຍ, ຍຸດທະສາດ, ແຜນການ, ໂຄງການ ແລະ ລະບຽບການ, ສ້າງ, ບຳລຸງບຸກຄະລາກອນ ແລະ ຕອບສະໜອງງົບປະມານ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມເຂັ້ມແຂງ ແລະ ຍືນຍົງ”[3].

ຕະຫຼອດໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຊຽງຂວາງ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາໃນການຈັດຕັ້ງຜັນຂະຫຍາຍແນວທາງແຜນນະໂຍບາຍຂອງພັກ, ມະຕິຄຳສັ່ງຂອງຂັ້ນເທິງເປັນຕົ້ນແມ່ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ, ຄັ້ງທີ VIII ຂອງອົງຄະນະພັກແຂວງ, ຕິດພັນກັບການຄົ້ນຄວ້າເຊື່ອມຊຶມນິຕິກຳຕ່າງໆຂອງພັກ-ລັດ ເປັນຕົ້ນແມ່ນມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກແຕ່ລະໄລຍະ; ຊຸກຍູ້ການສ້າງຄອບຄົວ ແລະ ບ້ານວັດທະ ນະທຳຢູ່ບັນດາເມືອງຢ່າງເປັນປະຈໍາ, ຊຸກຍູ້ ແລະ ຕິດຕາມປະເມີນຜົນການສ້າງຄອບຄົວ ແລະ ບ້ານວັດທະນະທຳຢູ່ແຕ່ລະເມືອງ ໃຫ້ປະຕິບັດຖືກຕ້ອງຕາມດຳລັດເລກທີ 123/ລບ, ລົງວັນທີ 16 ກຸມພາ 2021 ເຊິ່ງມາດຕະຖານການສ້າງຄອບຄົວວັດທະນະທຳ ແມ່ນຕ້ອງເຄົາລົບ ແລະ ປະຕິບັດກົດໝາຍ, ເຂົ້າຮ່ວມວຽກຂະບວນການພາຍໃນບ້ານ; ຄອບຄົວອົບອຸ່ນ, ກ້າວໜ້າ, ຊ່ວຍເຫຼືອເຊິ່ງກັນແລະກັນ; ການຜະລິດ, ການດຳເນີນທຸລະກິດ, ການສຶກສາຮໍ່າຮຽນ ຫຼື ມີວຽກເຮັດງານທຳ. ສ່ວນມາດຕະຖານການສ້າງບ້ານວັດທະນະທຳ ແມ່ນຕ້ອງເຄົາລົບ ແລະ ປະຕິບັດແນວທາງນະໂຍບາຍ, ກົດໝາຍ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ; ການເຄື່ອນໄຫວຊີວິດວັດທະນະທຳທີ່ອຸດົມສົມບູນ; ພື້ນ ຖານເສດຖະກິດທີ່ໝັ້ນຄົງ ແລະ ມີການພັດທະນາ; ສິ່ງແວດລ້ອມ ແລະ ມີທິວທັດທີ່ສວຍງາມ.

ວິທີການຈັດຕັ້ງປະຕິບັດແມ່ນໄດ້ພົວພັນກັບຫ້ອງການວັດທະນະທໍາ ແລະ ທ່ອງທ່ຽວບັນດາເມືອງ ໃນການເກັບກຳສະຖິຕິຄອບຄົວ ແລະ ບ້ານວັດທະນະທຳ ຕິດພັນກັບການໂຮມບ້ານໃນປັດຈຸບັນຢູ່ແຕ່ລະເມືອງຄືນໃໝ່ ເພື່ອກະກຽມສະເໜີດັດແກ້ສະຖິຕິການສ້າງຄອບຄົວ ແລະ ບ້ານວັດທະນະທໍາທົ່ວແຂວງໃຫ້ຖືກກັບສະຖິຕິການໂຮມບ້ານໃນປັດຈຸບັນພາຍໃນແຂວງ, ສັງລວມການປະກອບຄຳເຫັນຂອງຫ້ອງການວັດທະນະທຳ ແລະ ທ່ອງທ່ຽວບັນດາເມືອງ ໃສ່ຮ່າງຂໍ້ຕົກລົງວ່າດ້ວຍມາດຕະຖານບ້ານວັດທະນະທຳຕົວແບບ, ກົມກອງ, ສຳນັກງານ, ອົງການວັດທະນະທຳ ແລະ ເມືອງວັດທະນະທຳລາຍງານໃຫ້ກະຊວງທີ່ກ່ຽວຂ້ອງທັນກັບກຳນົດເວລາ, ສຳເລັດການສະຫຼຸບລາຍງານສະຖິຕິການສ້າງຄອບຄົວ ແລະ ບ້ານວັດທະນະທຳ ລາຍງານກະຊວງໄດ້ 12 ຄັ້ງ. ໄດ້ໂຄສະນາເຜີຍແຜ່ແນວທາງຂອງພັກ, ນະໂຍບາຍຂອງລັດຜ່ານສື່ວິທະຍຸ, ໂທລະພາບ, ໜັງສືພິມ, ໂທລະໂຄ່ງ ແລະ ສື່ອອນລາຍ ໄດ້ຢ່າງກວ້າງຂວາງ; ສາມາດອະນຸລັກ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ, ມໍລະດົກທາງດ້ານວັດທະນະທໍາໄດ້ຮັບການຄຸ້ມຄອງ, ການເຄື່ອນໄຫວທາງດ້ານວັດທະນະທໍາໄດ້ຮັບການປັບປຸງດີຂຶ້ນ, ສ້າງບ້ານວັດທະນະທໍາ ໄດ້ 88,81% ຂອງຈໍານວນບ້ານໃນທົ່ວແຂວງ ແລະ ສ້າງຄອບຄົວວັດທະນະທໍາ ໄດ້ 73,72% ໃນທົ່ວແຂວງ; ຄຸ້ມຄອງປົກປັກຮັກສາແຫຼ່ງໄຫຫີນມໍລະດົກໂລກໃຫ້ມີຄວາມຍືນຍົງ, ໄດ້ຈັດພິທີສະເຫຼີມສະຫຼອງຮັບຮອງເອົາໄຫຫີນເປັນມໍລະດົກໂລກ; ພື້ນຖານໂຄ່ງລ່າງສິ່ງຮອງຮັບດ້ານການບໍລິການວຽກງານທ່ອງທ່ຽວໄດ້ຮັບການພັດທະນາ ແລະ ວຽກງານອື່ນໆ ໄດ້ຮັບການປັບປຸງດີຂຶ້ນ ເຊິ່ງ “ໄລຍະ 1​ ປີຜ່ານມາ ​ສາມາດສ້າງຄອບຄົວວັດທະນະທໍາໃໝ່ໄດ້ທັງໝົດ 3.558 ຄອບ
ຄົວ ເທົ່າກັບ 239% ຂອງແຜນການປີ (ເກີນແຜນ 2.087 ຄອບຄົວ), ສ້າງບ້ານວັດທະນະທໍາໃໝ່ໄດ້ 20 ບ້ານ ເທົ່າກັບ 250% ຂອງແຜນການປີ (ເກີນແຜນ 12 ບ້ານ), ສ້າງກຸ່ມບ້ານວັດທະນະທຳໄດ້ 1 ກຸ່ມບ້ານ ເທົ່າກັບ 100% ຂອງແຜນປີ, ສ້າງກົມກອງວັດທະນະທຳໄດ້ 2 ກົມກອງ ເທົ່າກັບ 200% ຂອງແຜນການປີ (ເກີນແຜນ 1 ກົມກອງ). ປັດຈຸບັນ ທົ່ວແຂວງ ມີຄອບຄົວວັດທະນະທຳ 38.685 ຄອບຄົວ
ເທົ່າກັບ 82,02% ຂອງຈຳນວນຄອບຄົວທັງໝົດ, ມີບ້ານວັດທະນະທຳ 413 ​ບ້ານ ເທົ່າກັບ 86,58% ຂອງຈໍານວນບ້ານທັງໝົດ, ມີກຸ່ມບ້ານວັດທະນະທໍາ 21 ກຸ່ມ ກວມ 39,62% ຂອງຈໍານວນກຸ່ມບ້ານທັງ ໝົດ, ມີກົມກອງວັດທະນະທຳທັງໝົດ 4 ກົມກອງ”[4].

ຄຽງຄູ່ກັບຜົນສຳເລັດດັ່ງກ່າວມານັ້ນ,  ການສ້າງຄອບຄົວ ແລະ ບ້ານວັດທະນະທໍາຢູ່ແຂວງຊຽງຂວາງ ເຫັນວ່າຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂໃນຕໍ່ໜ້າ ຄື: ຄວາມສາມາດຮັບຮູ້ ແລະ ເຂົ້າໃຈຂອງປະຊາຊົນຈຳນວນໜຶ່ງຕໍ່ກັບເນື້ອໃນຈິດໃຈກອງປະຊຸມຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກໃນແຕ່ລະໄລຍະແມ່ນຍັງບໍ່ທັນເລິກເຊິ່ງ; ຄວາມຕື່ນຕົວ,
ຄວາມກະຕືລືລົ້ນຂອງປະຊາຊົນບັນດາເຜົ່າຕໍ່ກັບການສ້າງຄອບຄົວ ແລະ ບ້ານວັດທະນະທຳ ຍັງມີລັກສະນະຈຳກັດ; ມີຫຼາຍບ້ານບໍ່ທັນມີເງື່ອນໄຂມາດຖານທີ່ຈະສ້າງເປັນບ້ານວັດທະນະທຳ, ການຕັ້ງຖິ່ນຖານພູມລຳເນົາ, ການຍຶດຖືອາຊີບຄົງທີ່, ການກໍ່ສ້າງເຮືອນຊານບາງເຂດຍັງບໍ່ທັນໝັ້ນຄົງຖາວອນ ຢູ່ໄປຕາມມີຕາມເກີດ ເນື່ອງຈາກພື້ນຖານເສດຖະກິດ,ພື້ນຖານໂຄງ ລ່າງບໍ່ທັນໄດ້ຮັບການພັດທະນາເທົ່າທີ່ຄວນ
ເຊັ່ນ:ເສັ້ນທາງຄົມມະນາຄົມບໍ່ທັນສະດວກ, ໂຮງຮຽນ, ໂຮງໝໍຍັງບໍ່ທົ່ວເຖິງ ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ; ເນື້ອທີ່ທຳການຜະລິດຈຳກັດ, ບໍ່ມີການຍົກລະດັບ ແລະ ພັດທະນາທາງດ້ານການສ້າງບ້ານວັດທະນະທຳຂອງພໍ່ແມ່ປະຊາຊົນ; ການຈັດຕັ້ງເຄື່ອນໄຫວປະຕິບັດແຜນການຍັງບໍ່ທັນບັນລຸຕາມຈຸດປະສົງ,
ເປົ້າໝາຍ ກໍຄືແຜນການທີ່ວາງໄວ້, ການຈັດຕັ້ງຂັ້ນຕ່າງໆທີ່ກ່ຽວຂ້ອງຍັງບໍ່ທັນເຫັນໄດ້ຄວາມໝາຍຄວາມສໍາຄັນໃນການສ້າງຄອບຄົວ ແລະ ບ້ານວັດທະນະທຳ ຍັງຖືວ່າວຽກງານດັ່ງກ່າວ ແມ່ນວຽກຂອງອົງການທີ່ກ່ຽວຂ້ອງ ແຕ່ໃນຄວາມເປັນຈິງແລ້ວວຽກງານການສ້າງຄອບຄົວ ແລະ ບ້ານວັດທະນະທໍານັ້ນ ແມ່ນວຽກຂອງທຸກອົງການຈັດຕັ້ງສັງຄົມ.

ເພື່ອເຮັດໃຫ້ວຽກງານຍົກສູງການສ້າງຄອບຄົວ ແລະ ບ້ານວັດທະນະທຳໃນຊຸມປີຕໍ່ໜ້າໄດ້ຮັບການຍົກລະດັບ ແລະ ມີຜົນສຳເລັດໃໝ່, ຄະນະພັກ-ຄະນະນຳແຂວງຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງສັງຄົມໃນທ້ອງຖິ່ນຂອງຕົນດ້ວຍການເສີມສ້າງຄວາມສາມັກຄີປອງດອງ ແລະ ຄວາມເປັນປຶກແຜ່ນລະຫວ່າງເຜົ່າ, ລະຫວ່າງຊັ້ນຄົນ ມີຄວາມສະເໝີພາບ, ຕ້ອງເປັນເຈົ້າການປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດແນວທາງການພັດທະນາຂົງເຂດວັດທະນະທຳ-ສັງຄົມຂອງພັກ ໂດຍສະເພາະແມ່ນຍຸດທະສາດປະຕິຮູບລະບົບການສຶກສາແຫ່ງຊາດ ແລະ ສາທາລະນະສຸກ; ເປັນເຈົ້າການບຸກທະລຸດ້ານການພັດທະນາຊັບພະຍາກອນມະນຸດ, ຈັດຕັ້ງການຝຶກອົບຮົມຍົກລະດັບວິຊາຊີບໃຫ້ແກ່ປະຊາຊົນ; ຍົກລະດັບສີມືແຮງງານ ແລະ ຜູ້ປະກອບການພາຍໃນທ້ອງຖິ່ນຂອງຕົນ; ເປັນເຈົ້າການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນທ້ອງຖິ່ນຂອງຕົນຢ່າງເດັດຂາດ ຕາມກົດໝາຍ ແລະ ລະບຽບການ. “ສູ້ຊົນສ້າງບ້ານວັດທະນະທໍາໃຫ້ໄດ້ 8 ບ້ານ, ສ້າງຄອບຄົວວັດທະນະທໍາໃຫ້ໄດ້ 1.500 ຄອບຄົວ, ສ້າງບ້ານວັດທະນະທໍາຕົວແບບໃຫ້ໄດ້ 3 ບ້ານ ແລະ ສ້າງກົມກອງວັດທະນະທໍາ ໃຫ້ໄດ້ 1 ກົມກອງ; ຊີ້ນໍາບັນດາເມືອງໃນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ວ່າດ້ວຍມາດຖານບ້ານວັດທະນະທໍາຕົວແບບ, ກົມ, ກອງ, ສໍານັກງານ, ອົງການວັດທະນະທໍາ ແລະເມືອງ, ນະຄອນ, ເທດສະບານວັດທະນະທໍາ ເພື່ອລິເລີ່ມໃນການຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ; ສືບຕໍ່ນໍາສະເໜີເຖິງສະພາປະຊາຊົນແຂວງ ແລະ ພົວພັນກັບກະຊວງໃນການສະເໜີດັດແກ້ສະຖິຕິການສ້າງຄອບຄົວ ແລະ ບ້ານວັດທະນະທໍາທົ່ວແຂວງ ໃຫ້ຖືກກັບສະຖິຕິການໂຮມບ້ານໃນປະຈຸບັນໃຫ້ສໍາເລັດ”[5].

ເພື່ອສູ້ຊົນສ້າງຄອບຄົວ ແລະ ບ້ານວັດທະນະທໍາ ຢູ່ແຂວງຊຽງຂວາງ ໃຫ້ໄດ້ຕາມຄາດໝາຍ ແລະ ມີຄວາມຢືນຍົງໃນຕໍ່ໜ້າ ຄວນເອົາໃຈໃສ່ແກ້ໄຂບາງດ້ານ ດັ່ງນີ້:

ໜຶ່ງ: ແຂວງເປັນຫົວໜ່ວຍຍຸດທະສາດ ດ້ານການຄຸ້ມຄອງວັດທະນະທຳ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດ. ສຸມໃສ່ຄຸ້ມຄອງສັງຄົມໃນທ້ອງຖິ່ນ ດ້ວຍການເສີມສ້າງຄວາມສາມັກຄີປອງດອງ ແລະ ຄວາມເປັນປຶກແຜ່ນລະຫວ່າງເຜົ່າ, ບໍໍ່ມີການຈຳແນກລະຫວ່າງຊັ້ນຄົນ ຫຼື ບໍ່ໝິ່ນປະໝາດເຜົ່ານັ້ນເຜົ່ານີ້, ໃຫ້ຄວາມສະເໝີພາບ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດແນວທາງການພັດ ທະນາຂົງເຂດວັດທະນະທຳ-ສັງຄົມຂອງພັກ.

ສອງ: ເອົາໃຈໃສ່ໂຄສະນາສຶກສາອົບຮົມແນວຄິດວັດທະນະທຳໃໝ່ທີ່ກ້າວໜ້າໃຫ້ແກ່ປະຊາຊົນບັນດາ ເຜົ່າ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງ ໂດຍຜ່ານການນຳໃຊ້ບັນດາສື່ມວນຊົນເພື່ອເປັນການຍູ້ແຮງຂະ ບວນການສ້າງບ້ານວັດທະນະທຳ, ການເຄື່ອນໄຫວທຸກກິດຈະກຳທາງດ້ານວັດທະນະທໍາ ຕ້ອງດຳເນີນໄປດ້ວຍຫຼາຍຮູບ, ຫຼາຍແບບ, ຫຼາຍສີສັນ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າຮັບຮູ້, ເຂົ້າໃຈ ແລະ ຕ້ອງເຮັດຢ່າງເປັນປົກກະຕິ.

ສາມ: ເອົາໃຈໃສ່ຊຸກຍູ້ປະຊາຊົນບັນດາ ເຜົ່າພາຍໃນແຂວງ ໃຫ້ອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ ຮີດຄອງປະເພນີທີ່ເປັນເອກະລັກອັນດີງາມຂອງທ້ອງຖິ່ນຕົນ ກໍຄືຂອງຊາດ ໂດຍການຈັດຕັ້ງເທສະການ ຫຼື ກິດຈະກຳສົ່ງເສີມວັດທະນະທຳຂອງເຜົ່າຕ່າງໆເປັນປະຈຳ ຕາມມູນເຊື້ອ-ປະເພນີຂອງແຕ່ລະເຜົ່າຢູ່ໃນບ້ານ ເພື່ອສ້າງບັນຍາກາດສາມັກຄີເບີກບານມ່ວນຊື່ນ, ເຮັດໃຫ້ຊາວບ້ານ ໂດຍສະເພາະກໍແມ່ນໄວໜຸ່ມມີຄວາມຮັກ ແລະ ຄວາມຜູກພັນກັບບ້ານ, ຢາກດຳລົງຊີວິດຢູ່ບ້ານ.

ສີ່: ປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າໃຫ້ກໍ່ສ້າງເສດຖະກິດ, ປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ນັບມື້ດີຂຶ້ນ, ສ້າງຂະບວນການພັດທະນາການສຶກສາ ໃຫ້ທົ່ວເຖິງ ເປັນຕົ້ນແມ່ນເຂດຫ່າງໄກສອກຫຼີກ, ເດັກນ້ອຍຜູ້ດ້ອຍໂອກາດ ແນໃສ່ໃຫ້ພົນລະເມືອງລາວທຸກຄົນໄດ້ຮັບການສຶກສາ, ປະຕິບັດລົບລ້າງຄວາມບໍ່ຮູ້ໜັງສື, ສົ່ງເສີມນັກສຶກສາຜູ້ທີ່ຮຽນເກັ່ງ, ພະນັກງານຜູ້ທີ່ມີຜົນງານດີເດັ່ນ,ພົນລະເມືອງໄດ້ຮັບການຄຸ້ມຄອງ-ປົກປ້ອງ ແລະ ເບິ່ງແຍງປິ່ນປົວສຸຂະພາບ, ຮັບປະກັນໃຫ້ທຸກຄົນມີສຸຂະພາບແຂງແຮງ, ມີວຽກເຮັດງານທຳທີ່ສອດຄ່ອງກັບລະບຽບກົດໝາຍ.

ຫ້າ: ສະໜອງພາຫະນະອຸປະກອນທີ່ທັນສະໄໝ ທີ່ມີຄວາມຈຳເປັນໃຫ້ແກ່ບັນດາຂະແໜງການ,  ໜ່ວຍງານ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການ ແລະ ທັນກັບສະພາບການ; ພ້ອມນັ້ນ ກໍຕ້ອງກໍ່ສ້າງ ແລະ ຍົກສູງຄຸນນະພາບດ້ານພື້ນຖານໂຄງລ່າງຢ່າງເໝາະສົມ ເພື່ອສ້າງສະພາບແວດລ້ອມອ້ອມຂ້າງທີ່ດີ ດຶງດູດຄວາມສົນໃຈ ແລະ ຕັ້ງໃຈຂອງ
ພະນັກງານທີ່ເຮັດວຽກນັ້ນ; ຍົກລະດັບພື້ນຖານໂຄງລ່າງ ເພື່ອອຳນວຍຄວາມສະດວກແກ່ການທ່ອງທ່ຽວ ເປັນຕົ້ນແມ່ນເສັ້ນທາງລະຫວ່າງແຂວງຫາເມືອງ, ເມືອງຫາບ້ານ ແລະ ບ້ານຕໍ່ບ້ານ.

ການສ້າງຄອບຄົວ ແລະ ບ້ານວັດທະນະທຳ ແມ່ນການຍົກສູງລະດັບຂອງຂະບວນການສ້າງຊີວິດວັດທະນະທໍາໃໝ່ຢູ່ຮາກຖານ ແນໃສ່ສ້າງຄວາມຮັບຮູ້ອັນໃໝ່ໃນຖັນແຖວນັກສຶກສາປັນຍາຊົນ ທັງສ້າງໃຫ້ຄົນມີແນວຄິດອັນໃໝ່ທີ່ກ້າວໜ້າ ແລະ ສ້າງແບບແຜນການດຳລົງຊີວິດໃໝ່, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ, ພັດທະນາຫົວຄິດປະດິດສ້າງ ຍົກສູງຄຸນຄ່າວັດທະນະທຳ ແລະ ຊົມໃຊ້ວັດ ທະນະທຳອັນມີຊີວິດຊີວາ, ເສີມຂະຫຍາຍມູນເຊື້ອດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ເຊີດຊູນໍ້າໃຈສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ, ຕີຖອຍລົບລ້າງຮີດຄອງປະເພນີທີ່ຫຼ້າຫຼັງຝືນກັບສິດ ແລະ ຜົນປະ ໂຫຍດຂອງຊົນຊັ້ນຊາວຜູ້ອອກແຮງງານ, ຮັບເອົາວັດທະນະທຳອັນຍອດຍິ່ງຂອງໂລກຢ່າງມີການເລືອກເຟັ້ນໃຫ້ສອດຄ່ອງກັບພື້ນຖານວັດທະນະທຳຂອງຊາດເຮົາ, ໃຫ້ມີຄວາມກ້າວໜ້າ ແລະ ທັນສະໄໝ. ພ້ອມກັນນັ້ນກໍປຸກລະດົມຊຸກຍູ້ໃຫ້ມະຫາຊົນມີສ່ວນຮ່ວມໃນການປົກປັກຮັກສາ ແລະ ສົ່ງເສີມວັດທະນະທໍາອັນຍອດຍິ່ງຂອງຊາດ, ຂອງເຜົ່າໃຫ້ຍືນຍົງຄົງຕົວຕະຫຼອດໄປ./.

[1] ເອກະສານກອງປະຊຸມໃຫຍ່ ຄັ້ງທີ X ພັກປະຊາຊົນປະຕິວັດລາວ, ປີ 2016, ໜ້າ 45-46.

[2] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 73.

[3] ດຳລັດວ່າດ້ວຍການສ້າງຄອບຄົວ ແລະ ບ້ານວັດທະນະທຳ, ເລກທີ 123/ລບ, ປີ 2021, ໜ້າ 2.

[4] ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຊຽງຂວາງ, ໜ້າ 3.

[5] ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຊຽງຂວາງ, ໜ້າ 9.

ຂຽນໂດຍ: ຈາລະນາ ພົນສີລາ

(ວາລະສານອະລຸນໃໝ່ ສະບັບປະຈຳເດືອນຕຸລາ ປີ 2025)

Leave a Reply

Your email address will not be published. Required fields are marked *