ຍົກສູງກໍາລັງຄວາມສາມາດພາຍໃນ ເພື່ອພັດທະນາເສດຖະກິດເອກະລາດ, ເປັນເຈົ້າຕົນເອງໃນຂະແໜງກະສິກໍາ ແລະ ປ່າໄມ້

ສປປ ລາວເຮົາ ມີທີ່ຕັ້ງຍຸດທະສາດຢູ່ໃຈກາງຂອງອະນຸພາກພື້ນແມ່ນໍ້າຂອງມີຊາຍແດນຕິດຈອດກັບບັນດາປະເທດເພື່ອນບ້ານທີ່ມີລະດັບການພັດທະນາ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດສູງ, ມີທີ່ດິນກະສິກໍາກວ້າງຂວາງ, ມີສະພາບດິນຟ້າອາກາດ, ແຫຼ່ງນໍ້າທີ່ເໝາະສົມສໍາລັບການຜະລິດກະສິກໍາ ແລະ ປ່າໄມ້. ພ້ອມກັນນັ້ນ ກໍຍັງມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ, ຮີດຄອງປະເພນີ ແລະ ມູນເຊື້ອອັນດີງາມໃນການປູກ-ການລ້ຽງຂອງປະຊາຊົນລາວບັນດາເຜົ່າ ແລະ ຍັງມີແຮງງານໜຸ່ມນ້ອຍທີ່ເປັນທ່າແຮງ. ໃນຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ກໍານົດ 4 ຂະແໜງການ ເສດຖະກິດປາຍແຫຼມ ຄື: ຂະແໜງກະສິກໍາ ແລະ ປຸງແຕ່ງຜະລິດຕະພັນກະສິກໍາເພື່ອສົ່ງອອກ, ຂະແໜງບໍລິການທ່ອງທ່ຽວ, ຂະແໜງອຸດສາຫະກໍາປຸງແຕ່ງທີ່ເປັນຕ່ອງໂສ້ຖານການຜະລິດພາກພື້ນ, ຂະແໜງບໍລິການຂົນສົ່ງ ແລະ ໂລຈິສຕິກ;  ພ້ອມທັງໄດ້ກໍານົດ 3 ຂະແໜງການເສດຖະກິດສະໜັບສະໜູນ ຄື: ຂະແໜງພະລັງງານໄຟຟ້າ, ຂະແໜງຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ຂະແໜງເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານຮັບໃຊ້ເສດຖະກິດດິຈິຕອນ.

ໃນມະຕິ 04/ກມສພ, ໄດ້ກໍານົດແນວຄິດຊີ້ນໍາ ຄື: “…ສຸມໃສ່ສ້າງພື້ນຖານການຜະລິດໃຫ້ໜັກແໜ້ນ, ເຂັ້ມແຂງ, ມີສິນຄ້າອຸປະໂພກ-ບໍລິໂພກພຽງພໍ ຕອບສະໜອງພື້ນຖານການດໍາລົງຊີວິດຂອງສັງຄົມລາວ ໂດຍບໍ່ເພິ່ງພາຈາກພາຍນອກດ້ານດຽວ ກ້າວສູ່ການຜະລິດເພື່ອສົ່ງອອກ ແລະ ເກາະກ່າຍເປັນຕ່ອງ
ໂສ້ໃນລະບົບການຜະລິດຂອງພາກພື້ນ ແລະ ສາກົນ, ສ້າງມູນຄ່າເພີ່ມໃຫ້ແກ່ການສົ່ງອອກສິນຄ້າ, ປຸງແຕ່ງຊັບພະຍາກອນທີ່ເປັນທ່າແຮງຂອງປະເທດ ໂດຍນໍາໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ”[1]. ໃນມະຕິດັ່ງກ່າວຍັງໄດ້ກໍານົດທິດທາງລວມໄວ້ວ່າ: ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄປພ້ອມກັບການປະສານງານຢ່າງກົມກຽວລະຫວ່າງຍູ້ແຮງການຜະລິດ, ການບໍລິການ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ ແລະ ສ້າງຄວາມເຂັ້ມແຂງຂອງຖານລາຍຮັບຢູ່ພາຍໃນ ກັບການເພີ່ມທະວີປະສິດທິພາບໃນການຄຸ້ມຄອງລາຍຮັບ ແລະ ການດໍາເນີນມາດຕະການປະຢັດຢ່າງຈິງຈັງ ໂດຍການເຂົ້າຮ່ວມ ແລະ ເປັນເຈົ້າການຂອງທຸກພາກສ່ວນໃນສັງຄົມ. ຕ້ອງສືບຕໍ່ຍູ້ແຮງການຄ້າຢູ່ປະເທດເຮົາໃຫ້ເປັນຕ່ອງໂສ້ຕົ້ນຕໍຂອງລະບົບເສດຖະກິດ, ກະຕຸ້ນການເຕີບໂຕທາງດ້ານເສດຖະກິດຢ່າງແຂງແຮງ ຕິດພັນກັບການພັດທະນາອຸດສາຫະກໍາປຸງແຕ່ງ ແຕ່ເນັ້ນໄປສູ່ການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ໃຫ້ກາຍເປັນສາຍພານຂອງການຜະລິດທີ່ໜຽວແໜ້ນ ແນໃສ່ເຮັດໃຫ້ການພັດທະນາເສດຖະກິດແຫ່ງຊາດມີກໍາ
ລັງແຮງ ທີ່ນັບມື້ສ້າງໄດ້ໂຄງປະກອບຂະແໜງເສດຖະກິດທີ່ເຂັ້ມແຂງຈາກສູນກາງໄປສູ່ເສດຖະກິດເຂດແຄວ້ນໄດ້ຢ່າງສະໝໍ່າສະເໝີ, ທັງເປີດກວ້າງການຜະລິດສິນຄ້າ, ເຮັດໃຫ້ເປັນແມ່ແຮງຂອງການສ້າງຖານລາຍຮັບນັບມື້ຫຼາຍຂຶ້ນ ແລະ ໄປຕາມທິດສັງຄົມນິຍົມ. ເປົ້າໝາຍສູ້ຊົນລວມແມ່ນແນໃສ່ເຮັດໃຫ້ບັນດາພາກ
ສ່ວນເສດຖະກິດ ທີ່ເປັນກໍາລັງແຮງໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດມີຄວາມໜັກແໜ້ນ, ມີລະບົບໂຄງລ່າງພື້ນຖານເສດຖະກິດທີ່ເຂັ້ມແຂງ, ສ້າງໂຄງປະກອບເສດຖະກິດທີ່ຖືເອົາກະສິກໍາ ຕິດພັນກັບອຸດສາຫະກໍາ ແລະການບໍລິການ ແລະ ພັດທະນາຕາມທິດເສດຖະກິດພູມປັນຍາ, ຫັນເປັນອຸດສາຫະກໍາທັນສະໄໝ ແລະ ຫັນເປັນດິຈິຕອນ, ເຮັດໃຫ້ອັດຕາສ່ວນໂຄງປະກອບດ້ານອຸດສາຫະກໍາໃນລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນໃນແຕ່ລະປີ ດ້ວຍຕົວເລກທີ່ແນ່ນອນ.

ເພື່ອຈັດຕັ້ງຜັນຂະຫຍາຍມະຕິ 04/ກມສພ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເປັນເຈົ້າການປະຕິບັດ 6 ໜ້າວຽກທີ່ສໍາຄັນ ຄື: (1). ຖືເອົາກະສິກໍາເປັນພື້ນຖານໃຫ້ແກ່ການຂະຫຍາຍອຸດສາຫະກໍາ, ສຸມໃສ່ຍົກລະດັບຂົງເຂດກະສິກໍາໃຫ້ທັນສະໄໝ, ນໍາໃຊ້ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ທີ່ເປັນມິດກັບສິ່ງແວດລ້ອມເຂົ້າໃນການສົ່ງເສີມການຜະລິດກະສິກໍາ ໃຫ້ສອດຄ່ອງກັບສະພາບດິນຟ້າອາກາດຢູ່ແຕ່ລະບ່ອນແນໃສ່ສ້າງ ແລະ ຕອບສະໜອງແຫຼ່ງວັດຖຸດິບທີ່ມີຄຸນນະພາບ ແລະ ພຽງພໍຮັບໃຊ້
ການປຸງແຕ່ງ ກໍຄືສ້າງໃຫ້ມີຜະລິດຕະພັນກະສິກໍາສົດ, ສະອາດ, ປອດສານພິດ ເພື່ອສົ່ງອອກ, ຮັບໃຊ້ການທ່ອງທ່ຽວ ແລະ ຊົມໃຊ້ພາຍໃນ, ທົດແທນການນໍາເຂົ້າ, ລົງທຶນໃສ່ການກໍ່ສ້າງ ແລະ ຂະຫຍາຍໂຄງລ່າງດ້ານກະສິກໍາ-ປ່າໄມ້ ຢູ່ຊົນນະບົດໃຫ້ເຂັ້ມແຂງ; (2). ຄົ້ນຄວ້າ, ກໍານົດອອກນະໂຍບາຍພິເສດຕໍ່ພືດ-ສັດ ແລະ ສົ່ງເສີມການຜະລິດຕໍ່ສິນຄ້າດັ່ງກ່າວຢູ່ເຂດເສດຖະກິດ, ເຂດຊົນນະບົດຫ່າງໄກສອກຫຼີກ ເພື່ອດຶງດູດການລົງທຶນ ແລະ ສິນຄ້າປາຍແຫຼມ; (3). ເພີ່ມທະວີການສະໜອງ-ຊ່ວຍເຫຼືອດ້ານເຕັກນິກ-ວິຊາການ ໃຫ້ປະຊາຊົນ ແລະ ຜູ້ປະກອບການ ເພື່ອຍົກສະມັດຖະພາບ ແລະ ຄຸນນະພາບຜົນຜະລິດກະສິກໍາ-ປ່າໄມ້ ຕອບສະໜອງຄວາມຕ້ອງການຂອງຕະຫຼາດ ແລະ ສາມາດແຂ່ງຂັນກັນໄດ້; (4). ກໍານົດຄືນໃໝ່ນະໂຍບາຍຊຸກຍູ້ສົ່ງເສີມດ້ານກະສິກໍາ, ແກ້ໄຂຊ່ອງວ່າງ, ການສວຍໂອກາດ, ການກົດໜີບກ່ຽວກັບການ
ສະໜອງນໍ້າ, ໄຟຟ້າ ກໍຄືປັດໄຈການຜະລິດອື່ນໆ ເພື່ອຮັບໃຊ້ການຜະລິດກະສິກໍາຢ່າງສົມເຫດສົມຜົນ; (5). ກວດກາ ແລະ ປະເມີນການກໍານົດຍຸດທະສາດການພັດທະນາຂະແໜງການຜະລິດ ແລະ ການບໍລິການ ດ້ວຍການສົມທົບແໜ້ນລະຫວ່າງການສົ່ງເສີມ, ພັດທະນາ ແລະ ຂະຫຍາຍທຸກທ່າແຮງບົ່ມຊ້ອນ ກັບການສ້າງພື້ນຖານການຜະລິດ ແລະ ສິນຄ້າທີ່ເປັນປາຍແຫຼມ ແລະ ມີຄວາມຍືນຍົງ; (6). ຮີບຮ້ອນ
ສ້າງແຜນການ ແລະ ໂຄງການຜະລິດແນວພັນພືດ, ແນວພັນສັດ, ຝຸ່ນ, ປຸຍ, ປັດໄຈການຜະລິດອື່ນໆໃຫ້ເປັນເຈົ້າຕົນເອງ ແລະ ສາມາດສະໜອງພາຍໃນໃຫ້ພຽງພໍ ເພື່ອຫຼຸດຜ່ອນການນໍາເຂົ້າ ແລະ ຕົ້ນທຶນການຜະລິດ ທັງສາມາດແຂ່ງຂັນໄດ້.

ເພື່ອສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ), ຂະແໜງກະສິກໍາ ແລະ ປ່າໄມ້ ຍັງໄດ້ວາງຄາດໝາຍໃຫ້ກຸ້ມຕົນເອງດ້ານສະບຽງອາຫານ ມີ: ເຂົ້າ, ຊີ້ນ, ປາ, ໄຂ່ ແລະ ພືດຜັກ; ໄດ້ກໍານົດບັນດາສິນຄ້າກະສິກໍາທີ່ເປັນຍຸດທະສາດ ມີ 7 ລາຍການ (ພືດອາຍຸສັ້ນ, ກາເຟ, ຊາ, ໝາກໄມ້, ສັດໃຫຍ່, ຢາງພາລາ, ໄມ້ປູກ) ເພື່ອສົ່ງອອກ ເຊິ່ງໄດ້ມີ 4 ແຜນງານສະໜັບສະໜູນ ຄື: ແຜນງານຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ, ແຜນງານຜະລິດເປັນສິນຄ້າ, ແຜນງານສົ່ງເສີມການປຸງແຕ່ງກະສິກໍາ ແລະ ປ່າໄມ້,  ແຜນງານຄຸ້ມຄອງປົກປັກຮັກສາປ່າໄມ້.

ຜົນສໍາເລັດເບື້ອງຕົ້ນຂອງການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງໃນຂະແໜງກະສິກໍາ ແລະ ປ່າໄມ້ ມີດັ່ງນີ້:

– ການຜະລິດເຂົ້າເປືອກ ປະຈໍາປີ 2024 ສາມາດປັກດໍາໄດ້ທັງໝົດ 894.416 ເຮັກຕາ, ຄາດຄະ ເນເນື້ອທີ່ເກັບກ່ຽວປະມານ 890.198 ເຮັກຕາ, ຜົນຜະລິດປະມານ 3.658.140 ໂຕນ, ເທົ່າກັບ 95% ຂອງແຜນການປີ (3,86 ລ້ານໂຕນ).

– ການປູກພືດສະບຽງອາຫານໄດ້ທັງໝົດ 290.717 ເຮັກຕາ ລື່ນແຜນການ 3,9% (ແຜນການ 279.682 ເຮັກຕາ), ຜົນຜະລິດປະມານ 2.612.180 ໂຕນ ລື່ນແຜນການ (ແຜນການ 2,46 ລ້ານໂຕນ), ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເນື້ອທີ່ ແລະ ຜົນຜະລິດເພີ່ມຂຶ້ນ 7%, ໃນນັ້ນພືດທີ່ພົ້ນເດັ່ນແມ່ນສາລີຫວານ 29.852 ເຮັກຕາ ຜົນຜະລິດປະມານ 173.690 ໂຕນ, ເຜືອກມັນຕ່າງໆ 24.666
ເຮັກຕາ ຜົນຜະລິດ 320.300 ໂຕນ, ພືດຜັກ 175.744 ເຮັກຕາ ຜົນຜະລິດ 1.505.000 ໂຕນ, ໝາກໄມ້ 60.455 ເຮັກຕາ ຜົນຜະລິດ 613.190 ໂຕນ.

– ການຜະລິດຊີ້ນ, ໄຂ່ ແລະ ປາ: ໄດ້ເອົາໃຈໃສ່ສົ່ງເສີມການລ້ຽງສັດ ແລະ ການປະມົງ ເຮັດໃຫ້ຝູງສັດລ້ຽງມີການຂະຫຍາຍຕົວສະເລ່ຍໃນລະດັບ 3,5%, ໃນນັ້ນ ຄວາຍ 1.259.550 ໂຕ ເພີ່ມຂຶ້ນ 0,7%, ງົວ 2.657.507 ໂຕ ເພີ່ມຂຶ້ນ 3,7%, ໝູ 4.675.978 ໂຕ ເພີ່ມຂຶ້ນ 3%, ແກະ/ແບ້ 831.429 ໂຕ ເພີ່ມຂຶ້ນ 3,7% ແລະ ສັດປີກ 53.921.639 ໂຕ ເພີ່ມຂຶ້ນ 3,7%. ການຜະລິດຊີ້ນ, ໄຂ່ ແລະ ປາ ໄດ້ທັງໝົດ 413.848 ໂຕນ ເທົ່າກັບ 75% ຂອງ ແຜນການ, ໃນນັ້ນ ປະເພດຊີ້ນໄດ້ທັງໝົດ 201.948 ໂຕນ, ໄຂ່ 38.375 ໂຕນ ແລະ ປາ 173.523 ໂຕນ; ສາມາດຄໍ້າປະກັນການບໍລິໂພກພາຍໃນໄດ້ຢ່າງພຽງພໍ.

– ການສົ່ງອອກຜະລິດຕະພັນກະສິກໍາ ແລະ ປ່າໄມ້ ໃນເດືອນມັງກອນ ຫາ ເດືອນກັນຍາ ປີ 2024 ປະຕິບັດໄດ້ 1.235 ລ້ານກວ່າໂດລາສະຫະລັດ ລື່ນແຜນການ 2% (ແຜນການຕາມສະພາແຫ່ງຊາດຮັບຮອງ 1.200 ລ້ານໂດລາສະຫະລັດ), ໃນນີ້ ການສົ່ງອອກພືດ ແລະ ຜະລິດຕະພັນພືດ ຜ່ານດ່ານກັກກັນພືດສາກົນ ມີມູນຄ່າທັງໝົດ 967,56 ລ້ານໂດລາສະຫະລັດ ປະຕິບັດໄດ້ 88% ຂອງແຜນການ (ແຜນການ 1.100 ລ້ານໂດລາສະຫະລັດ), ລາຍການພືດສົ່ງອອກທີ່ພົ້ນເດັ່ນກວ່າໝູ່ໄດ້ແກ່: ມັນຕົ້ນ,
ໝາກກ້ວຍ, ສາລີແຂງ, ອ້ອຍ, ໝາກໂມ ແລະ ອື່ນໆ; ການສົ່ງອອກສັດລ້ຽງ ປະຕິບັດໄດ້ 75,74 ລ້ານໂດລາສະຫະລັດ ເທົ່າກັບ 75,74% ຂອງແຜນການ (ແຜນການ 100 ລ້ານໂດລາສະຫະລັດ); ການສົ່ງອອກຜະລິດຕະພັນປ່າໄມ້ (ໄມ້, ຜະລິດຕະພັນໄມ້, ຢາງພາລາ ແລະ ເຄື່ອງປ່າຂອງດົງ) ປະຕິບັດໄດ້ 192,10 ລ້ານໂດລາສະຫະລັດ.

– ການລົງທຶນເຂົ້າໃສ່ວຽກງານກະສິກໍາ ແລະ ປ່າໄມ້ ຂອງພາກເອກະຊົນທັງຢູ່ພາຍໃນ ແລະຕ່າງປະເທດ ມີ 2.522 ບໍລິສັດ, ມູນຄ່າການລົງທຶນທັງໝົດ 8,4 ຕື້ໂດລາສະຫະລັດ, ທຶນຈົດທະບຽນປະມານ 4,8 ຕື້ໂດລາສະຫະລັດ, ໃນນັ້ນ ການລົງທຶນພາຍໃນ ມີ 1.755 ບໍລິສັດ, ມູນຄ່າການລົງທຶນ 1.066,83 ລ້ານໂດລາສະຫະລັດ; ການລົງທຶນຂອງຕ່າງປະເທດ ມີ 690 ບໍລິສັດ, ມູນຄ່າການລົງທຶນ 7.894,25 ລ້ານໂດລາສະຫະລັດ; ການລົງທຶນຮ່ວມທຶນພາຍໃນ ແລະ ຕ່າງປະເທດ ມີ 60 ບໍລິສັດ, ມູນຄ່າການລົງທຶນທັງໝົດ 175,64 ລ້ານໂດລາສະຫະລັດ. ການລົງທຶນແຍກຕາມຂະແໜງການ: ປູກຝັງ ມີ 1.116 ບໍລິສັດ, ທຶນທັງໝົດ 1,9 ຕື້ໂດລາສະຫະລັດ; ລ້ຽງສັດ ມີ 650 ບໍລິສັດ, ທຶນທັງໝົດ 500 ລ້ານໂດລາສະຫະລັດ ແລະ ປ່າໄມ້ ມີ 756 ບໍລິສັດ, ທຶນທັງໝົດ 6 ຕື້ໂດລາສະຫະລັດ.

ຈາກຜົນສໍາເລັດເທິງນັ້ນ ກໍຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຈໍານວນໜຶ່ງ ທີ່ຄວນເອົາໃຈໃສ່ ດັ່ງນີ້:

  1. ການຜະລິດກະສິກໍາ ແມ່ນມີຄວາມສ່ຽງສູງ, ເພື່ອຫຼຸດຜ່ອນຄວາມສ່ຽງຕ້ອງໄດ້ນໍາໃຊ້ເຕັກນິກ, ວິ ທະຍາສາດ ແລະ ເຄື່ອງມືທີ່ທັນສະໄໝພໍສົມຄວນ ແຕ່ໃນຄວາມເປັນຈິງ ການຜະລິດສ່ວນໃຫຍ່ຍັງກະ ແຈກກະຈາຍ, ຂະໜາດນ້ອຍ, ການນໍາໃຊ້ເຕັກນິກວິທະຍາສາດ ຍັງບໍ່ທັນຫຼາຍ.
  2. ການຈັດຕັ້ງປະຕິບັດມາດຕະການປົກປ້ອງການຜະລິດພາຍໃນ ຍັງບໍ່ທັນເຂັ້ມງວດ ເຮັດໃຫ້ສິນຄ້າຈາກພາຍນອກເຂົ້າມາຕີຕະຫຼາດສິນຄ້າທີ່ມີທ່າແຮງທີ່ສາມາດຜະລິດຢູ່ພາຍໃນ ບວກກັບຄ່ານິຍົມຢູ່ພາຍໃນສ່ວນຫຼາຍ ຍັງນິຍົມສິນຄ້າຕ່າງປະເທດ ເຊິ່ງເປັນໜຶ່ງໃນສາເຫດເຮັດໃຫ້ການຜະລິດພາຍໃນບໍ່ເຂັ້ມແຂງ.
  3. ໃນສະພາບປັັດຈຸບັນ ເສດຖະກິດຂອງພວກເຮົາ ພາກສ່ວນກຸ່ມ, ສະຫະກອນ, ຄອບຄົວຍັງມີບົດບາດສໍາຄັນ ແຕ່ບັນດາພາກສ່ວນດັ່ງກ່າວ ຍັງບໍ່ທັນສາມາດເຂົ້າເຖິງນະໂຍບາຍສິນເຊື່ອທີ່ເໝາະສົມ

ເຊິ່ງເປັນໜຶ່ງໃນຂໍ້ຈໍາກັດສໍາລັບການຂະຫຍາຍການຜະລິດກະສິກໍາ.

  1. ປັດໄຈພາຍນອກ ເຊັ່ນ: ລາຄາປັດໄຈການຜະລິດ, ລາຄານໍ້າມັນ, ອັດຕາແລກປ່ຽນເພີ່ມຂຶ້ນສູງ ເຮັດໃຫ້ຕົ້ນທຶນການຜະລິດພາຍໃນສູງຂຶ້ນຫຼາຍ, ສົ່ງຜົນກະທົບໃຫ້ຟາມ, ບໍລິສັດຈໍານວນຫຼາຍພໍສົມຄວນຂາດທຶນ ແລະ ພົບຄວາມຫຍຸ້ງຍາກໃນການຜະລິດ, ດໍາເນີນທຸລະກິດ.
  2. ການຄຸ້ມຄອງການລົງທຶນ ຍັງມີຫຼາຍຂັ້ນຫຼາຍຂອດ, ການພິຈາລະນາໂຄງການລົງທຶນຍັງຊັກຊ້າແກ່ຍາວ.
  3. ການພັດທະນາພື້ນຖານໂຄງລ່າງ, ການປະກອບເຄື່ອງມືອຸປະກອນຮັບໃຊ້ການວິໄຈ, ການຢັ້ງຢືນມາດຕະຖານ ດ້ານວິທະຍາສາດສໍາລັບສິນຄ້າ-ພືດ ແລະ ສັດ ຂອງບັນດາສູນຄົ້ນຄວ້າ, ສູນຜະລິດແນວພັນພືດ-ແນວພັນສັດ, ສູນມາດຕະຖານເຕັກນິກຍັງບໍ່ທັນໄດ້ຕາມຄວາມຕ້ອງການຂອງວຽກງານ; ບັນ
    ດາສູນ, ສະຖານີບໍລິການເຕັກນິກກະສິກໍາ ແລະ ປ່າໄມ້ ຍັງບໍ່ທັນມີຄວາມເຂັ້ມແຂງ, ຍັງບໍ່ສາມາດເຮັດໜ້າທີ່ໃນການສະໜອງ ແລະ ການບໍລິການເຕັກນິກຮັບໃຊ້ການຜະລິດໃຫ້ແກ່ຊາວກະສິກອນໄດ້ຢ່າງທົ່ວເຖິງ.

ຍົກສູງກໍາລັງຄວາມສາມາດພາຍໃນ ເພື່ອພັດທະນາເສດຖະກິດເອະລາດ, ເປັນເຈົ້າຕົນເອງໃນຂະແໜງກະສິກໍາ ແລະ ປ່າໄມ້ ຄວນສູ້ຊົນເຮັດໃຫ້ຈັງຫວະການຂະຫຍາຍຕົວຂອງຂະແໜງກະສິກໍາ ແລະ ປ່າໄມ້ສະເລ່ຍຢູ່ໃນລະດັບ 4,2% ຕໍ່ປີ (2026-2030) ແລະປະກອບສ່ວນໃນລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ໄດ້ 21,2%, ໃນນັ້ນ ການປູກຝັງຂະຫຍາຍຕົວ 3,7% ຕໍ່ປີ (ປະກອບສ່ວນ 14%
ຂອງ GDP), ການລ້ຽງສັດຂະຫຍາຍຕົວ 5,1% ຕໍ່ປີ (ກວມ 3% ຂອງ GDP), ປ່າໄມ້ຂະຫຍາຍຕົວ 4,5% ຕໍ່ປີ (ກວມ 1,4% ຂອງ GDP) ແລະ ການປະມົງຂະຫຍາຍຕົວ 4,8% ຕໍ່ປີ (ກວມ 2,8% ຂອງ GDP).

ເພື່ອຮັບປະກັນບັນລຸຕາມຄາດໝາຍສູ້ຊົນທີ່ກ່າວມານັ້ນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກໍານົດເປັນ 5 ແຜນງານ 49 ວຽກຈຸດສຸມ, ໃນນັ້ນ ແຜນງານທີ່ພົວພັນໂດຍກົງກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ມີດັ່ງນີ້:

  1. ແຜນງານຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ: ໃນແຜນງານນີ້ແມ່ນເລັ່ງໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ເພື່ອຄໍ້າປະກັນສະບຽງອາຫານ, ໂພຊະນາການ ແລະ ຄວາມໝັ້ນຄົງຂອງຊາດ ໂດຍສະເພາະແມ່ນການຜະລິດເຂົ້າ, ພືດຜັກ, ຊີ້ນ, ໄຂ່ ແລະ ປາໃຫ້ສາມາດກຸ້ມຕົນເອງ, ຮັບປະ ກັນຕໍ່ການສະໜອງພາຍໃນ. ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ນັບທັງການປູກ-ການລ້ຽງແບບປະສົມ
    ປະສານ, ສ້າງມູນຄ່າເພີ່ມຂອງການນໍາໃຊ້ທີ່ດິນ ເພື່ອຕອບສະໜອງໃຫ້ແກ່ການບໍລິໂພກຢູ່ພາຍໃນ ດ້ວຍການເພິ່ງພາຕົນເອງເປັນຕົ້ນຕໍ, ຕອບສະໜອງທາງດ້ານໂພຊະນາການທີ່ດີໃຫ້ແກ່ປະຊາກອນໃຫ້ໄດ້ 2.600 ກິໂລກະລໍລີຕໍ່ຄົນຕໍ່ມື້, ໃນນີ້ ເຂົ້າ ແລະ ທາດແປ້ງ ກວມ 54%; ຊີ້ນ, ໄຂ່ ແລະ ປາ 13%; ປະເພດພືດຜັກ-ໝາກໄມ້ ແລະ ປະເພດຖົ່ວ ກວມ 8%; ປະເພດໄຂມັນ (ນໍ້າມັນ), ນໍ້າຕານ ແລະ ນໍ້ານົມ
    ກວມ 25%.
  2. ແຜນງານຜະລິດເປັນສິນຄ້າ: ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ໄປຄຽງຄູ່ກັບການເອື້ອອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ ເພື່ອດຶງດູດການລົງທຶນ ທັງພາຍໃນ ແລະ ຕ່າງປະເທດເຂົ້າໃນການຜະລິດກະສິກໍາເປັນສິນຄ້າຕາມມາດຕະຖານກະສິກໍາສະອາດ (GAP, OA) ທີ່ເປັນທ່າແຮງເພື່ອເປັນສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກ, ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ໂດຍສະເພາະແມ່ນສິນຄ້າທີ່ມີທ່າແຮງ ແລະ ສາມາດຜະລິດໄດ້ຫຼາຍ ເພື່ອໃຫ້ສາມາດບັນລຸໄດ້ມູນຄ່າການສົ່ງອອກສິນຄ້າກະສິກໍາ ແລະ ປ່າໄມ້ ທີ່ເປັນວັດຖຸດິບໃຫ້ໄດ້ 4.500 ລ້ານໂດລາສະຫະລັດ ພາຍໃນ 5 ປີ (2026-2030) ຫຼື 900 ລ້ານໂດລາສະຫະລັດຕໍ່ປີ, ເທົ່າກັບ 50% ຂອງມູນຄ່າການສົ່ງອອກດ້ານກະສິກໍາທັງໝົດ (9 ຕື້ໂດລາສະຫະລັດ ຫຼື 1.800 ລ້ານໂດລາສະຫະລັດຕໍ່ປີ), ໃນນັ້ນ ສົ່ງອອກພືດ 700 ລ້ານໂດລາ
    ສະຫະລັດຕໍ່ປີ; ສົ່ງອອກສັດ 120 ລ້ານໂດລາສະຫະລັດຕໍ່ປີ; ສົ່ງອອກຢາງພາລາ, ເຄື່ອງປ່າຂອງດົງ, ຖ່ານຂາວ ແລະ ລາຍຮັບຈາກສິນເຊື່ອກາກບອນປ່າໄມ້ຈໍານວນ 80 ລ້ານໂດລາສະຫະລັດຕໍ່ປີ.
  3. ແຜນງານສົ່ງເສີມການປຸງແຕ່ງກະສິກໍາ ແລະ ປ່າໄມ້: ສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກຜະລິດຕະພັນປຸງແຕ່ງກະສິກໍາ ແລະ ປ່າໄມ້ ໃຫ້ໄດ້ 900 ລ້ານໂດລາສະຫະລັດຕໍ່ປີ, ເທົ່າກັບ 50% ຂອງມູນຄ່າການສົ່ງອອກກະສິກໍາ ແລະ ປ່າໄມ້ ທັງໝົດ (9 ຕື້ໂດລາສະຫະລັດ ຫຼື 1.800 ລ້ານໂດລາສະຫະລັດຕໍ່ປີ), ໃນນັ້ນສົ່ງອອກຜະລິດຕະພັນພືດ 300 ລ້ານໂດລາສະຫະລັດຕໍ່ປີ, ເທົ່າກັບ 30% ຂອງມູນຄ່າການສົ່ງອອກດ້ານການປູກຝັງ; ສົ່ງອອກຜະລິດຕະພັນສັດ 180 ລ້ານໂດລາສະຫະລັດຕໍ່ປີ, ເທົ່າກັບ 60% ຂອງມູນຄ່າການສົ່ງອອກດ້ານການລ້ຽງສັດ ແລະ ສັດນໍ້າ; ສົ່ງອອກຜະລິດຕະພັນໄມ້ 420 ລ້ານໂດລາສະຫະລັດຕໍ່ປີ, ເທົ່າກັບ 84% ຂອງມູນຄ່າການສົ່ງອອກດ້ານປ່າໄມ້ (ຢາງພາລາ 296 ລ້ານໂດລາສະຫະລັດຕໍ່ປີ, ເຍື່ອເຈ້ຍ 95 ລ້ານໂດລາສະຫະລັດຕໍ່ປີ ແລະ ຜະລິດຕະພັນໄມ້ແປຮູບ, ໄມ້ເຄິ່ງສໍາເລັດຮູບ, ໄມ້ສໍາເລັດຮູບ ແລະ ໄມ້ເຟີນິເຈີ 22,94 ລ້ານໂດລາສະຫະລັດຕໍ່ປີ).
  4. ແຜນງານຄຸ້ມຄອງປົກປັກຮັກສາປ່າໄມ້: ເລັ່ງໃສ່ຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນປ່າໄມ້ບໍ່ໃຫ້ຖືກທໍາລາຍ, ຟື້ນຟູບູລະນະ ແລະ ພັດທະນາປ່າໄມ້ ທີ່ຊຸດໂຊມໃຫ້ອຸດົມສົມບູນ ແລະ ເປັນ ແຫຼ່ງສະສົມສິນເຊື່ອກາກບອນ, ບໍລິການທ່ອງທ່ຽວ ແລະ ສະໜອງວັດຖຸດິບໃຫ້ແກ່ອຸດສາຫະກໍາປຸງແຕ່ງໄມ້ທີ່ມີການນໍາໃຊ້ເຕັກນິກ, ເຕັກໂນໂລຊີ ແລະ ນະວັດຕະກໍາທີ່ທັນສະໄໝ, ປະກອບສ່ວນຢ່າງແຂງແຮງ
    ເຂົ້າໃນການສ້າງລາຍຮັບ ກໍຄືການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ; ສໍາຫຼວດ ແລະ ຈັດສັນທີ່ດິນປ່າໄມ້ ທີ່ໄດ້ຜ່ານການກໍານົດເຂົ້າໃນທີ່ດິນ 3 ປະເພດ ປ່າ ຈໍານວນ 16,5 ລ້ານເຮັກຕາ ຫຼື ເທົ່າກັບ 70% ຂອງເນື້ອທີ່ທົ່ວປະເທດ, ໃນນັ້ນ ທີ່ດິນປ່າປ້ອງກັນ ຈໍານວນ 8,2 ລ້ານເຮັກຕາ ເທົ່າກັບ 35%, ທີ່ດິນປ່າສະຫງວນ ຈໍານວນ 4,7 ລ້ານເຮັກຕາ ເທົ່າກັບ 20% ແລະ ທີ່ດິນປ່າຜະລິດ ຈໍານວນ 3,1 ລ້ານເຮັກຕາ ເທົ່າກັບ 13%, ທີ່ດິນເພື່ອປູກໄມ້ ຈໍານວນ 0,1 ລ້ານເຮັກຕາ.

ທັງໝົດນັ້ນ, ສິ່ງສໍາຄັນ ການຍົກສູງກໍາລັງຄວາມສາມາດພາຍໃນ ເພື່ອພັດທະນາເສດຖະກິດເອກະລາດ, ເປັນເຈົ້າຕົນເອງໃນຂະແໜງກະສິກໍາ ແລະ ປ່າໄມ້ ແມ່ນການຍູ້ແຮງພັດທະນາວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕາມທິດຫັນເປັນອຸດສາຫະກໍາ, ທັນສະໄໝ, ສະອາດ, ສີຂຽວ ແລະ ຍືນຍົງ ໃຫ້ມີບາດກ້າວບຸກທະລຸຢ່າງຕັ້ງໜ້າ, ຮັບປະກັນເສດຖະກິດເອກະລາດ ເປັນເຈົ້າຕົນເອງ; ເຊື່ອມໂຍງກັບບັນດາເປົ້າໝາຍການພັດທະນາຂອງສາກົນ ໂດຍສະເພາະແມ່ນເປົ້າໝາຍການພັດທະ ນາແບບຍືນຍົງ, ການເຕີບໂຕສີຂຽວ, ຍຸດທະສາດໂພຊະນາການແຫ່ງຊາດ ແລະ ອື່ນໆ; ແມ່ນການພັດທະນາກະສິກໍາ, ປ່າໄມ້ໃຫ້ເຂົ້າສູ່ລວງເລິກ ແລະ ໜັກແໜ້ນ ດ້ວຍການຂຸດຄົ້ນທ່າແຮງບົ່ມຊ້ອນ, ປຸກ ລະດົມກໍາລັງແຮງພາຍໃນເຂົ້າໃນການປະຕິບັດວຽກງານຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການພາຍໃນປະເທດ; ຍູ້ເແຮງການຜະລິດກະສິກໍາ ແລະ ປ່າໄມ້ເປັນສິນຄ້າສະໜອງພາຍໃນ ແລະ ສົ່ງອອກ ຕາມທ່າແຮງທີ່ໄດ້ປຽບຂອງແຕ່ລະເຂດແຄວ້ນ ຕິດພັນກັບການປຸງແຕ່ງ ແລະ ການຕະຫຼາດ, ຊຸກຍູ້ການພັດທະນາວິສາຫະກິດ, ຟາມ, ຄອບຄົວຕົວແບບ, ກຸ່ມຜະລິດ ຫຼື ສະຫະກອນ. ພັດທະນາການປຸງແຕ່ງກະສິກໍາ ແລະ ປ່າໄມ້ໃຫ້ມີຄວາມກ້າວໜ້າ, ໄດ້ມາດຕະຖານຕາມຕະຫຼາດຕ້ອງການ ເພື່ອສ້າງມູນຄ່າເພີ່ມໃຫ້ແກ່ວັດຖຸດິບກະສິກໍາ ກໍຄືການສ້າງລະບົບພື້ນຖານທີ່ເຂັ້ມແຂງ ແລະ ຍົກສູງກໍາລັງຄວາມສາມາດ ເພື່ອພັດທະນາເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ໃນຂະແໜງກະສິກໍາ ແລະ ປ່າໄມ້ ຢ່າງເປັນຮູບປະທໍາເທື່ອລະກ້າວ./.

[1] ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່, ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024, ໜ້າ 3.

(ຂຽນໂດຍ: ກິແກ້ວ ສິງນາວົງ)

(ວາລະສານອະລຸນໃໝ່ ສະບັບປະຈຳເດືອນກຸມພາ ປີ 2025)

Leave a Reply

Your email address will not be published. Required fields are marked *