
ໃນປັດຈຸບັນ ການເຊື່ອມໂຍງ ແລະ ພົວພັນຮ່ວມມືໃນຫຼາຍດ້ານຂອງໂລກມີການຂະຫຍາຍຕົວຢ່າງກວ້າງຂວາງ ດ້ວຍຫຼາຍຮູບແບບ, ຫຼາຍລະດັບ ແລະ ມີການແຂ່ງຂັນສູງຂຶ້ນເວົ້າລວມ, ເວົ້າສະເພາະຢູ່ປະເທດເຮົາການສ້າງສາພັດທະນາປະເທດຊາດ, ລວມທັງການແກ້ໄຂຄວາມຫຍຸ້ງຍາກດ້ານຕ່າງໆ ແລະ ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ກໍພວມໄດ້ຮັບຄວາມເອົາໃຈໃສ່ຈັດຕັ້ງປະຕິບັດ, ສະນັ້ນ ເພື່ອຕອບສະໜອງຕໍ່ວຽກງານດັ່ງກ່າວ ພັກ-ລັດເຮົາ ຈຶ່ງຖືສໍາຄັນການພັດທະນາຊັບພະຍາກອນມະນຸດເປັນວຽກງານຕົ້ນຕໍ ເນື່ອງຈາກວ່າວຽກງານພັດທະນາຊັບພະຍາກອນມະນຸດ ເປັນປັດໄຈສໍາຄັນຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງຊາດ; ເປັນປັດໄຈຫຼັກໃນການຍົກລະດັບກຳລັງການຜະລິດທີ່ມີລັກສະນະຕັດ
ສິນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ. ໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ເນັ້ນ ໜັກວ່າ: “ຖືເອົາການພັດທະນາຊັບພະຍາກອນມະນຸດ ແລະ ສະໜອງແຮງງານສີມືແກ່ບັນດາໂຄງການພັດທະນາໃນຂົງເຂດຕ່າງໆເປັນໜ້າທີ່ແຖວໜ້າ”[1]; ເລຂາທິການໃຫຍ່, ປະທານປະເທດໄດ້ເນັ້ນວ່າ “…ຍົກລະດັບການສ້າງຊັບພະຍາກອນມະນຸດຢູ່ ສປປ ລາວ ແນໃສ່ກຽມພ້ອມຮອງຮັບສິ່ງໃໝ່ໆ, ວິທະຍາສາດ-
ເຕັກນິກໃໝ່, ສະພາບການຂະຫຍາຍຕົວໃໝ່ ເພື່ອກຽມພ້ອມເຂົ້າສູ່ສະຫັດສະຫວັດໃໝ່ທີ່ເລີ່ມຈາກສະຕະວັດທີ 21 ເປັນ ຕົ້ນໄປ”[2], “ການກໍ່ສ້າງຊັບພະຍາກອນມະນຸດ ທີ່ພຽບພ້ອມທັງຄວາມຮູ້, ຄວາມສາມາດ ແລະ ມີຄຸນສົມບັດແມ່ນການສ້າງກຳລັງແຮງທີ່ມີຄຸນນະພາບໃຫ້ແກ່ສັງຄົມ ກໍຄືຈຸດໝາຍແຫ່ງການພັດທະນາຊາດ
ໃຫ້ເຂັ້ມແຂງກ້າວໜ້າ…[3]
ການພັດທະນາຊັບພະຍາກອນມະນຸດແມ່ນການສ້າງຄົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ, ຮັກການອອກແຮງງານເພື່ອກາຍເປັນກໍາລັງແຮງງານທີ່ມີຄຸນນະພາບ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງ
ຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃໝ່ ເຊິ່ງຂະແໜງການທີ່ມີບົດບາດຕົ້ນຕໍຕໍ່ການພັດ ທະນາຊັບພະຍາກອນມະນຸດແມ່ນວຽກງານສຶກສາ, ສາທາລະນະສຸກ ແລະ ວຽກງານແຮງງານ ໂດຍເຫັນໄດ້ຄວາມສໍາຄັນຂອງວຽກງານພັດທະນາຊັບພະຍາກອນມະນຸດ ຄະນະພັກ, ຄະນະນຳແຂວງໄຊຍະບູລີ
ໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍທິດນຳດັ່ງກ່າວ ໃຫ້ກາຍເປັນແຜນການອັນລະອຽດຂອງແຂວງ, ໃນນັ້ນ ໄດ້ສ້າງເປັນແຜນຍຸດທະສາດພັດທະນາຊັບພະຍາກອນມະນຸດຂອງແຂວງໄຊຍະບູລີ ໄລຍະ 5 ປີ(2021-2025); ໄດ້ແຕ່ງຕັ້ງຄະນະກໍາມະການພັດທະນາຊັບພະຍາກອນນຸດຂັ້ນແຂວງ, ແຕ່ງ
ຕັ້ງຄະນະກໍາມະການພັດທະນາຊັບພະຍາກອນມະນຸດຂັ້ນເມືອງ ແລະ ໄດ້ປະສານສົມທົບກັບບັນດາພະ ແນກການ ເພື່ອເກັບກໍາຂໍ້ມູນກ່ຽວກັບການພັດທະນາຊັບພະຍາກອນມະນຸດພາຍໃນແຂວງ. ພ້ອມນັ້ນ ກໍເອົາໃຈໃສ່ສ້າງ ແລະ ປັບປຸງບັນດານິຕິກຳໃຫ້ຮັດກຸມ ເພື່ອເປັນເຄື່ອງມື, ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານພັດທະນາຊັບພະຍາກອນມະນຸດ ແນໃສ່ເຮັດໃຫ້ການກໍ່ສ້າງຊັບພະຍາກອນມະນຸດ, ສ້າງກຳ
ລັງແຮງງານທີ່ມີຄຸນນະພາບຕອບສະໜອງເຂົ້າໃນຕະຫຼາດແຮງງານ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງແຂວງ. ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ເຮັດໃຫ້ການພັດທະນາຊັບພະຍາກອນມະນຸດໄດ້ຮັບການຍົກລະດັບຂຶ້ນ ເປັນຕົ້ນແມ່ນການປັບປຸງຄຸນນະພາບການສຶກສາໃນທຸກລະດັບ ເພື່ອພັດທະ
ນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ຄວາມສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານຢູ່ພາຍໃນແຂວງ; ໄດ້ຂະຫຍາຍໂອກາດການສຶກສາທຸກຊັ້ນທຸກສາຍ ດ້ວຍການສົມທົບກັບອົງການປົກ ຄອງທຸກຂັ້ນ, ປຸກລະດົມນັກຮຽນແຕ່ລະເກນອາຍຸໄດ້ເຂົ້າຮຽນ, ສ້າງພື້ນຖານໂຄງລ່າງການສຶກສາຕາມ
ເງື່ອນໄຂຂອງແຕ່ລະທ້ອງຖິ່ນ; ປັບປຸງຄຸນນະພາບການສຶກສາດ້ວຍການຝຶກອົບຮົມຄູ, ນິເທດການສຶກສາ ແລະ ແລກປ່ຽນບົດຮຽນດ້ານວິຊາການໃຫ້ສາມາດປະຕິບັດຕາມຫຼັກສູດການຮຽນ-ການສອນໄດ້ຢ່າງຄົບຖ້ວນ; ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ເພື່ອໃຫ້ສາມາດ
ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານ; ຈັດຕັ້ງບໍາລຸງນັກຮຽນທີ່ມີຜົນການຮຽນຕໍ່າ, ບໍາລຸງນັກຮຽນເກັ່ງ, ຈັດການແຂ່ງຂັນສອນດີ-ຮຽນເກັ່ງເພື່ອຄັດເລືອກນັກຮຽນເກັ່ງຂອງແຂວງ, ເຂົ້າຮ່ວມສອບເສັງແຂ່ງຂັນນັກຮຽນເກັ່ງ ແລະ ຖາມ-ຕອບຄວາມຮູ້ວິທະຍາສາດລະດັບຊາດ. ມາຮອດປີ
2024 ທົ່ວແຂວງມີໂຮງຮຽນລ້ຽງເດັກ-ອະນຸບານ 299 ແຫ່ງ, ມີນັກຮຽນເຂົ້າຮຽນທັງໝົດ 16.363 ຄົນ, ຍິງ 8.116 ຄົນ; ໂຮງຮຽນປະຖົມ 392 ແຫ່ງ, ມີນັກຮຽນ 37.373 ຄົນ, ຍິງ 18.245 ຄົນ; ໂຮງຮຽນມັດທະຍົມຕອນຕົ້ນ 36 ແຫ່ງ, ມີນັກຮຽນທັງໝົດ 22.332 ຄົນ, ຍິງ 11.266 ຄົນ; ໂຮງຮຽນມັດທະຍົມສຶກສາສົມບູນ 65 ແຫ່ງ, ມີນັກຮຽນ 8.131 ຄົນ, ຍິງ 3.952 ຄົນ; ຄຽງຄູ່ກັນນັ້ນ ການບໍາລຸງ-ກໍ່ສ້າງ
ພະນັກງານ ກໍໄດ້ເອົາໃຈໃສ່ໃນການຂຶ້ນແຜນກໍານົດພະນັກງານນໍາພາຄຸ້ມຄອງນັບແຕ່ຂັ້ນບ້ານຂຶ້ນມາ, ໄດ້ສົ່ງພະນັກງານໄປຍົກລະດັບຢູ່ພາຍໃນ ແລະ ຕ່າງປະເທດ ທັງໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນແມ່ນທິດສະດີການເມືອງ-ການປົກຄອງ, ວິຊາສະເພາະ, ພາສາຕ່າງປະເທດ ແລະ ອື່ນໆ. “ທົ່ວແຂວງມີພະນັກງານ-ລັດຖະກອນທັງໝົດ 9.341 ຄົນ, ຍິງ 4.413 ຄົນ, ໃນນັ້ນ ມີ ຊັ້ນປະລິນຍາເອກ 9 ຄົນ, ຍິງ 1 ຄົນ, ຊັ້ນປະລິນຍາໂທ 252 ຄົນ, ຍິງ 42 ຄົນ, ຊັ້ນປະລິນຍາຕີ 3.136 ຄົນ, ຍິງ 1.172 ຄົນ ແລະ ຕໍ່າກວ່າປະລິນຍາຕີ 5.944 ຄົນ, ຍິງ 3.198 ຄົນ”[4].
ການບໍລິການດ້ານສາທາລະນະສຸກ ແລະ ໂພຊະນາການ ໄດ້ຮັບການປັບປຸງຍົກລະດັບເທື່ອລະກ້າວ ໂດຍຖືເອົາວຽກງານອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ, ຖືເອົາການປິ່ນປົວທີ່ມີຄຸນນະພາບ, ມີຄວາມສະເໝີພາບ, ຍຸຕິທໍາເປັນສໍາຄັນ; ເອົາໃຈໃສ່ວຽກງານຮັກສາສຸຂະພາບແມ່ ແລະ ເດັກ
ເປັນວຽກບຸລິມະສິດ, ຖືເອົາວຽກງານສຸຂະສຶກສາເປັນປາຍແຫຼມປິ່ນອ້ອມໃຫ້ແກ່ທຸກໆວຽກງານ; ສະຖານທີ່ບໍລິການຢູ່ແຕ່ລະຂັ້ນໄດ້ຈັດຕັ້ງປະຕິບັດນະໂຍບາຍ 5 ດີ 1 ພໍໃຈ ດ້ວຍການສ້າງເປັນແຜນວຽກບຸລິມະສິດ ເພື່ອກໍານົດການຕິດຕາມ-ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານການໃຫ້ບໍລິການຂອງພະນັກງານແພດໝໍຢູ່ສະຖານທີ່ບໍລິການສຸຂະພາບແຕ່ລະຂັ້ນ. ຜ່ານການຈັດຕັ້ງປະຕິບັດໃນປີຜ່ານມາ ເຫັນໄດ້ວ່າມີຫຼາຍອັນພົ້ນເດັ່ນ ເປັນຕົ້ນຕາໜ່າງການບໍລິການສາທາລະນະສຸກທົ່ວແຂວງໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວນັບແຕ່ຂັ້ນແຂວງລົງຮອດຂັ້ນທ້ອງຖິ່ນ, ປະຊາຊົນສາມາດເຂົ້າເຖິງການບໍລິການໄດ້ຢ່າງທົ່ວເຖິງກວມເອົາ 100%; ເສີມຂະຫຍາຍວຽກງານຊຸມຊົນເປັນເຈົ້າດ້ານສຸຂະອະນາໄມແບບຍືນຍົງ, ເຮັດໃຫ້ແຂວງໄຊຍະບູລີ ສາມາດປະກາດເປັນແຂວງຢຸດຕິການຖ່າຍຊະຊາຍບໍ່ຖືກຫຼັກອະນາໄມເປັນແຂວງທີ 9 ຂອງທົ່ວປະເທດ ໃນເດືອນສິງຫາ 2024. ປັດຈຸບັນທົ່ວແຂວງມີໂຮງໝໍແຂວງ 1 ແຫ່ງ, ໂຮງໝໍເມືອງ 11 ແຫ່ງ ແລະ ສຸກສາລາ 76 ແຫ່ງ.
ການພັດທະນາກໍາລັງແຮງງານ ແລະເພີ່ມຜະລິດຕະພາບແຮງງານ ເພື່ອສາມາດຕອບສະໜອງໃຫ້ແກ່ຂົງເຂດການພັດທະນາດ້ານກະສິກໍາ, ອຸດສາຫະກໍາປຸງແຕ່ງ ແລະ ການບໍລິການພາຍໃນແຂວງ ເຊິ່ງໃນໄລຍະຜ່ານມາທາງແຂວງໄດ້ເອົາໃຈໃສ່ສົ່ງກໍາລັງແຮງງານເປົ້າໝາຍເຂົ້າຮ່ວມຝຶກອົບ ຮົມຢູ່ສະຖາບັນ
ຝຶກອົບຮົ່ມວິຊາອາຊີບຢູ່ພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ຢ່າງຕັ້ງໜ້າ ເພື່ອເຮັດໃຫ້ແຮງງານມີສີມື ແລະ ຄຸນນະພາບ; ຝຶກອົບຮົມ ແລະ ພັດທະນາສີມືແຮງງານ ໄດ້ທັງໝົດ 5.639 ຄົນ, ຍິງ 1.359 ຄົນ, ໃນນີ້ ຂົງເຂດກະສິກໍາ 839 ຄົນ, ຂົງເຂດອຸດສາຫະກໍາ 3.354 ຄົນ ແລະ ຂົງເຂດບໍລິການ 1.455 ຄົນ; ຈັດຫາວຽກເຮັດງານທໍາໃຫ້ກໍາລັງແຮງງານລາວໄດ້ທັງໝົດ 4.714 ຄົນ, ຍິງ 1.629 ຄົນ; ມາຮອດປີ 2024 “ທົ່ວແຂວງມີກຳລັງແຮງງານທັງໝົດ 295.077 ຄົນ, ຍິງ 145.821 ຄົນ, ໃນນີ້ ຂົງເຂດກະສິກຳ 213.178 ຄົນ, ຍິງ 107.273 ຄົນ, ຂົງເຂດອຸດສາຫະກຳ 26.632 ຄົນ, ຍິງ 13.338
ຄົນ, ຂົງເຂດບໍລິການ 53.140 ຄົນ, ຍິງ 24.079 ຄົນ”[5].
ຄຽງຄູ່ກັບຜົນສໍາເລັດຂ້າງເທິງນັ້ນ ການພັດທະນາຊັບພະຍາກອນມະນຸດຢູ່ແຂວງໄຊຍະບູລີເຫັນວ່າຍັງມີຂໍ້ຄົງຄ້າງ, ສິ່ງທ້າທາຍຈໍານວນໜຶ່ງ, ຄະນະພັກຄະນະນໍາຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ ເປັນຕົ້ນແມ່ນການຂະຫຍາຍຕາໜ່າງການສຶກສາ ໂດຍສະເພາະການສຶກສາກ່ອນໄວຮຽນໄປສູ່ຊົນນະບົດ, ເຂດຫ່າງໄກສອກຫຼີກຍັງບໍ່ທັນທົ່ວເຖິງ; ການບັນລຸເປົ້າໝາຍການພັດທະ ນາແບບຍືນຍົງຫຼາຍຕົວຊີ້ບອກຍັງເປັນສິ່ງທ້າທາຍ ແລະ ຖົດຖອຍ, ເງື່ອນໄຂສະພາບບັນຫາດ້ານເສດຖະ ກິດ-ສັງຄົມໄດ້ສົ່ງຜົນກະທົບໂດຍກົງຕໍ່ຄຸນນະພາບຊີວິດຂອງປະຊາຊົນ, ຄູ-ອາຈານ ແລະ ນັກຮຽນ; ບັນ ຫາການປະລະການຮຽນ, ບັນຫາຂາດແຄນຄູສອນ ແລະ ປະກົດການຫຍໍ້ທໍ້ດ້ານສັງຄົມ ໄດ້ສົ່ງຜົນໃຫ້ອັດຕາເຂົ້າຮຽນຫຼຸດລົງ; ດ້ານງົບປະມານພັດທະນາການສຶກສາ ແລະ ກີລາ ກໍມີຈຳກັດ; ຕາໜ່າງສາທາ ລະນະສຸກໄດ້ຂະຫຍາຍລົງເຖິງຮາກຖານຊົນນະບົດ ແຕ່ຍັງບໍ່ມີຄວາມຍືນຍົງ, ເຮັດໃຫ້ອັດຕາການຕາຍຂອງແມ່ ແລະ ເດັກ, ບັນຫາຄວາມອຶດຫິວ, ຄວາມທຸກຍາກ ແລະ ໂພຊະນາການຍັງເປັນສິ່ງທ້າທາຍສູງ; ຂາດເຂີນພະນັກງານວິເຄາະວິໄຈ, ການບໍລິການສາທາລະນະສຸກບາງບ່ອນບໍ່ສາມາດຕອບສະໜອງໄດ້ຄວາມເພິ່ງພໍໃຈ ແລະ ຄວາມຕ້ອງການຂອງປະຊາຊົນ; ກົນໄກການຄຸ້ມຄອງແຮງງານ, ການພັດທະນາສີມືແຮງງານຍັງບໍ່ທັນເປັນລະບົບ, ບໍ່ຕິດພັນກັບຄວາມຕ້ອງການຂອງຕະຫຼາດແຮງງານ ລວມທັງຄຸນນະພາບ
ແຮງງານຍັງຕໍ່າ, ການສ້າງຄວາມຮັບຮູ້-ເຂົ້າໃຈໃຫ້ຜູ້ໃຊ້ແຮງງານ, ຜູ້ອອກແຮງງານກ່ຽວກັບວຽກງານຄວາມປອດໄພ ແລະ ສຸຂະພາບຍັງບໍ່ທັນເລິກເຊິ່ງ; ການບໍລິການປິ່ນປົວສຸຂະພາບໃຫ້ຜູ້ປະກັນຕົນ ແລະ ສະ ມາຊິກຄອບຄົວຜູ້ປະກັນຕົນ ຍັງບໍ່ທັນມີປະສິດທິພາບເທົ່າທີ່ຄວນ; ການປະສານງານລະຫວ່າງບັນດາພະ ແນກການໃນຄະນະກໍາມະການພັດທະນາຊັບພະຍາກອນມະນຸດຂັ້ນແຂວງ, ຂັ້ນເມືອງ ເພື່ອຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວຍັງບໍ່ທັນຄ່ອງຕົວ.
ໃນຍຸດທະສາດພັດທະນາຊັບພະຍາກອນມະນຸດ ກໍໄດ້ລະບຸວ່າ: “ພັດທະນາຊັບພະຍາກອນມະນຸດໃຫ້ເປັນກໍາລັງການຜະລິດຕົ້ນຕໍ ທີ່ສາມາດຕອບສະໜອງຕໍ່ການພັດທະນາເສດຖະກິດ-ສັງຄົມ ຢ່າງຍືນຍົງຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ສາມາດເຊື່ອມໂຍງ ແລະ ແຂ່ງຂັນກັບພາກພື້ນ ແລະ ສາ
ກົນໄດ້ທັງປະລິມານ ແລະ ຄຸນນະພາບ, ເຮັດໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການທາງສັງຄົມຢ່າງທົ່ວເຖິງ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ”[6]. ສະນັ້ນ ເພື່ອສືບຕໍ່ຍົກສູງຄຸນນະພາບວຽກງານພັດທະນາຊັບພະຍາກອນມະນຸດຢູ່ແຂວງໄຊຍະບູລີ, ຄະນະພັກຄະນະນໍາຂອງແຂວງໄດ້ກຳນົດເປົ້າໝາຍລວມໃນການພັດທະນາຊັບພະຍາກອນມະນຸດ ຄື: “ຊັບພະຍາກອນມະນຸດມີຄຸນນະພາບສູງຂຶ້ນ, ສາມາດຕອບສະໜອງຄວາມຕ້ອງການຂອງການພັດທະນາ ມີຄວາມສາມາດຄົ້ນຄວ້າ ແລະ ນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ເພື່ອສົ່ງເສີມການຜະລິດ ແລະ ການບໍລິການໃຫ້ຫຼາກຫຼາຍ ແລະ ມີມູນຄ່າສູງຂຶ້ນ”[7]. ເມື່ອຮອດປີ 2025 ສູ້ຊົນຂະຫຍາຍໂອກາດດ້ານການສຶກສາໃຫ້ທົ່ວເຖິງ ແລະ ມີຄຸນນະພາບ,ການບໍລິຫານຄຸ້ມຄອງການສຶກສາໃຫ້ມີຄວາມເຂັ້ມແຂງ; ພັດທະນາວຽກງານກີລາ-ກາຍະກໍາໃຫ້ສາມາດເຂົ້າຮ່ວມການແຂ່ງຂັນໃນລະດັບຕ່າງໆ; ຍົກສູງຄຸນນະພາບວຽກງານສາທາລະນະສຸກ, ຮັບປະກັນໃຫ້ອັດຕາການຕາຍຂອງເດັກລຸ່ມ 1 ປີ ຍັງເຫຼືອ 7/1.000 ຂອງເດັກເກີດມີຊີວິດ, ອັດຕາການຕາຍຂອງເດັກລຸ່ມ 5 ປີ ໃຫ້ໄດ້ 8/1.000 ຂອງເດັກເກີດມີຊີວິດ, ອັດຕາການຕາຍຂອງແມ່ໃຫ້ໄດ້ 62,6/100.000 ຂອງເດັກເກີດມີຊີວິດ; ສືບຕໍ່ພັດທະນາກໍາລັງແຮງງານ ແລະ ເພີ່ມຜະລິດຕະພາບແຮງງານ, “ສູ້ຊົນເຮັດໃຫ້ກໍາລັງແຮງງານໄດ້ຮັບການຝືກອົບຮົມ ແລະ ພັດທະນາສີມືແຮງງານໃຫ້ໄດ້ 17.500 ຄົນ (ກະສິກໍາ 5.000 ຄົນ, ອຸດສາຫະກໍາ ແລະ ພະລັງງານບໍ່ແຮ່ 6.500 ຄົນ ແລະ ບໍລິການ 6.000 ຄົນ), ຈັດຫາງານໃຫ້ແກ່ກໍາລັງແຮງ
ງານພາຍໃນເຂົ້າເຮັດວຽກໃຫ້ໄດ້ 20.000 ຄົນ (ກະສິກໍາ 6.000 ຄົນ, ອຸດສາຫະກໍາ ແລະ ພະລັງງານບໍ່ແຮ່ 7.000 ຄົນ ແລະ ບໍລິການ 7.000ຄົນ); ຄວບຄຸມອັດຕາການວ່າງງານໃຫ້ຢູ່ໃນລະດັບບໍ່ເກີນ 2,5% ແລະ ສ້າງສູນຝຶກວິຊາຊີບຂອງແຂວງໃຫ້ໄດ້ 1 ແຫ່ງ”[8]. ເພື່ອສືບຕໍ່ເຮັດໃຫ້ທິດທາງແຜນການດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ທັງຮັບປະກັນໃຫ້ການຍົກສູງຄຸນນະພາບວຽກງານພັດທະນາຊັບພະຍາກອນມະນຸດຢູ່ແຂວງໄຊຍະບູລີ ມີຜົນສໍາເລັດຕາມລະດັບຄາດໝາຍ ຄວນເອົາໃຈໃສ່ບາງວຽກງານ ດັ່ງນີ້:
1). ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະນໍາທຸກຂັ້ນຂອງແຂວງຕໍ່ວຽກງານພັດທະນາຊັບພະຍາກອນມະນຸດຢ່າງໃກ້ຊິດຕິດແທດ; ຖືເອົາການພັດທະນາຊັບພະຍາກອນມະນຸດເປັນປັດໄຈຕັດສິນຂອງການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ໃນນັ້ນ ຕ້ອງເອົາໃຈໃສ່ຫັນເອົາທິດທາງແຜນການ, ຄາດໝາຍສູ້ຊົນດັ່ງກ່າວເປັນແຜນງານ, ໂຄງການລະອຽດ ທີ່ຖືກຕ້ອງ, ສອດຄ່ອງກັບສະພາບ, ເງື່ອນໄຂ, ທ່າແຮງບົ່ມຊ້ອນ ຂອງແຕ່ລະເມືອງ, ແຕ່ລະທ້ອງຖິ່ນຮາກຖານ, ທັງມີກົນໄກການຕິດຕາມກວດກາ, ສະຫຼຸບລາຍງານ ແລະ ຖອດຖອນບົດຮຽນເປັນປົກກະຕິ ແລະ ຕໍ່ເນື່ອງ.
2). ຖືເອົາການສຶກສາເປັນໃຈກາງໃນການພັດທະນາຊັບພະຍາກອນມະນຸດ ໃຫ້ສອດຄ່ອງກັບຍຸດທະສາດການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ປັບປຸງລະບົບການສຶກສາໃນທຸກຊັ້ນທຸກສາຍ ໄປພ້ອມກັບການຂະຫຍາຍໂອກາດດ້ານການສຶກສາແກ່ເດັກດ້ອຍໂອກາດ ແລະ ເດັກຢູ່ເຂດຫ່າງໄກສອກຫຼີກ ນັບ
ຕັ້ງແຕ່ການສຶກສາກອ່ນໄວຮຽນ ຈົນຮອດການສຶກສາລະດັບວິຊາຊີບ; ສ້າງບຸກຄະລາກອນໃຫ້ມີຄຸນນະພາບສາມາດແຂ່ງຂັນໄດ້ໃນຍຸກສະໄໝການປະຕິວັດອຸດສາຫະກໍາ 4.0; ປຸກລະດົມຄົນທຸກເພດ-ໄວເຂົ້າຮ່ວມຂະບວນການກີລາ-ກາຍະກໍາ, ສ້າງຄົນໃຫ້ມີສຸຂະພາບແຂງແຮງ ແລະ ມີຈິດໃຈແຈ່ມໃສ່.
3). ເອົາໃຈໃສ່ຈັດຕັ້ງປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ ໂດຍຖືເອົາການກັນພະຍາດ, ສົ່ງເສີມສຸຂະພາບເປັນຕົ້ນຕໍ, ຖືເອົາການປິ່ນປົວ ແລະ ສະໜອງການບໍລິການທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ຍຸດຕິທໍາ; ປະຕິບັດລະບອບປະຕິຮູບສາທາລະນະສຸກຢ່າງຮອບດ້ານ, ສ້າງລະບົບບໍລິການສຸຂະພາບ
ຢູ່ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງ; ສົ່ງເສີມຄວາມເປັນເຈົ້າການດ້ານສຸຂະອະນາໄມຂອງຊຸມຊົນໃຫ້ກວ້າງ ຂວາງ ແລະ ມີຄຸນນະພາບ; ປັບປຸງ, ຍົກລະດັບຄວາມຮູ້, ຄວາມສາມາດຂອງແພດໝໍໃຫ້ມີຄວາມຊໍານານງານ; ປະກອບວັດຖຸ-ເຕັກນິກທີ່ທັນສະໄໝໃຫ້ໂຮງໝໍແຂວງ, ໂຮງໝໍເມືອງ, ໂຮງໝໍຊຸມຊົນ ແລະ ສຸກສາລາ ຕາມຄວາມເໝາະສົມ; ຍົກລະດັບການປະຕິບັດນະໂຍບາຍ 5 ດີ 1 ພໍໃຈຢ່າງມີປະສິດທິພາບ.
4). ສ້າງເງື່ອນໄຂໃຫ້ກໍາລັງແຮງງານໄດ້ຮັບການພັດທະນາດ້ານສີມືແຮງງານ, ມີຄວາມຊຳນານງານ, ມີຄຸນນະພາບ, ຫຼາກຫຼາຍສາຂາວິຊາຊີບ ແລະ ມີຈໍານວນພຽງພໍຕາມຄວາມຮຽກຮ້ອງຕ້ອງການຂອງຕະ ຫຼາດແຮງງານໃນການພັດທະນາເສດຖະກິດ-ສັງຄົມທັງສາມາດເຊື່ອມໂຍງກັບພາກພື້ນ, ສາກົນເທື່ອລະກ້າວ; ສົ່ງເສີມການປະກອບອາຊີບທີ່ໝັ້ນຄົງ, ມີລາຍໄດ້ທີ່ເໝາະສົມ, ມີຄວາມປອດໄພ, ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ; ເອົາໃຈໃສ່ແກ້ໄຂບັນຫາແຮງງານ ແລະ ຄຸ້ມຄອງແຮງງານຕ່າງປະເທດທີ່ມາອອກແຮງງານໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ; ໂຄສະນາ, ເຜີຍແຜ່ໃຫ້ຊາວໜຸ່ມໄວໜຸ່ມຮັບຮູ້, ເຂົ້າໃຈກ່ຽວກັບຄວາມສ່ຽງຕໍ່ການໄປອອກແຮງງານແບບຜິດກົດໝາຍຢູ່ພາຍໃນ ແລະ ຕ່າງ ປະເທດ.
5). ປຸກລະດົມຂົນຂວາຍ ແລະ ສົ່ງເສີມການລົງທຶນຢ່າງເໝາະສົມຂອງທຸກພາກສ່ວນເຂົ້າໃນວຽກງານພັດທະນາຊັບພະຍາກອນມະນຸດ ຕົ້ນຕໍແມ່ນການປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ, ວັດຖຸອຸປະ ກອນ, ພາຫະນະຮັບໃຊ້, ງົບປະມານ ແລະ ສິ່ງອໍານວຍຄວາມສະດວກອື່ນໆທີ່ຈໍາເປັນ. ຄຽງຄູ່ກັນນັ້ນກໍເພີ່ມທະວີການປະສານສົມທົບທັງພາກລັດ ແລະ ເອກະຊົນ ໃນການເຄື່ອນໄຫວວຽກງານພັດທະນາຊັບ ພະຍາກອນມະນຸດໃຫ້ມີຄວາມກົມກຽວ, ລ່ອງຊ່ອງ ແລະ ສາມາດຈັດຕັ້ງປະຕິບັດໄປລວງດຽວກັນ.
ການພັດທະນາຊັບພະຍາກອນມະນຸດຢູ່ແຂວງໄຊຍະບູລີ ແມ່ນວຽກງານຍຸດທະສາດ ທັງແມ່ນໜ້າທີ່ສະເພາະໜ້າ ແລະ ຍາວນານ ທີ່ມີຄວາມສໍາຄັນຕັດສິນເຖິງຜົນໄດ້ຜົນເສຍໃນພາລະກິດການປ່ຽນແປງໃໝ່ຂອງພັກ ເພາະການພັດທະນາຊັບພະຍາກອນມະນຸດ ແມ່ນບັນຫາໃຈກາງຂອງການພັດທະນາເສດຖະ ກິດ-ສັງຄົມຂອງແຂວງ. ສະນັ້ນ ຂົງເຂດຕົ້ນຕໍແມ່ນວຽກງານສຶກສາທີ່ຈະເປັນຜູ້ປັ້ນຫຼໍ່ໃຫ້ຄົນກາຍເປັນຄົນມີຄຸນນະພາບ, ມີຄວາມຮູ້, ຄວາມສາມາດ ແລະ ມີສະຕິປັນຍາທີ່ແຫຼມຄົມ ທັງເປັນຂໍກຸນແຈດອກສໍາຄັນໃນການສ້າງກຳລັງແຮງງານ, ສ້າງຜູ້ສືບທອດທີ່ມີຄຸນນະພາບ ເພື່ອຈະນໍາພາປະເທດຊາດເວົ້າລວມ, ເວົ້າສະເພາະ ກໍຄືແຂວງໄຊຍະບູລີມີການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້
[1] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 41.
[2] ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ບົດປາໄສໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 25 ປີ, ຈັດພິມໂດຍຫ້ອງວ່າການສູນກາງພັກ, ປີ 2022, ໜ້າ 189.
[3] ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ບົດປາໄສໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 25 ປີ, ຈັດພິມໂດຍຫ້ອງວ່າການສູນກາງພັກ, ປີ 2022, ໜ້າ 194.
[4] ບົດລາຍງານການຈັດຕັ້ງປະຕິບັດແຜນຍຸທະສາດການປະຕິຮູບລະບົບການສຶກສາ, ຍຸດທະສາດການພັດທະນາຊັບພະຍາກອນມະນຸດ 5 ປີ ຂອງແຂວງ (2021-2025) ແລະ ທິດທາງແຜນການ 5 ປີ(2025-2030), ໜ້າ 6.
[5] ບົດລາຍງານການຈັດຕັ້ງປະຕິບັດແຜນຍຸທະສາດການປະຕິຮູບລະບົບການສຶກສາ, ຍຸດທະສາດການພັດທະນາຊັບພະຍາກອນມະນຸດ 5 ປີ ຂອງແຂວງ (2021-2025) ແລະ ທິດທາງແຜນການ 5 ປີ(2025-2030), ໜ້າ 9.
[6] ຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ຮອດປີ 2025, ໜ້າ 14.
[7] ແຜນພັດທະນາຊັບພະຍາກອນມະນຸດຂອງແຂວງໄຊຍະບູລີ 5 ປີ (2021-2025), ໜ້າ 10.
[8] ແຜນພັດທະນາຊັບພະຍາກອນມະນຸດຂອງແຂວງໄຊຍະບູລີ 5 ປີ (2021-2025), ໜ້າ 12.
ຂຽນໂດຍ: ສຸນີ ວິໄລວອນ
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນມີນາ ປີ 2025)