
ພາຍຫຼັງການປະຕິວັດເດືອນຕຸລາ ປີ 1917, ໃນສະພາບແວດລ້ອມປະເທດຣັດເຊຍກ້າວເຂົ້າສູ່ໄລຍະຂ້າມຜ່ານຈາກລັດທິທຶນນິຍົມຂຶ້ນສູ່ສັງຄົມນິຍົມ ແລະ ເຕັມໄປດ້ວຍຄວາມຫຍຸ້ງຍາກນາໆປະການ ທ່ານ ວ.ອ.ເລນິນ ໃຫ້ຄວາມສໍາຄັນເປັນພິເສດຕໍ່ວຽກງານກໍ່ສ້າງພັກ ແລະ ລັດ ໃຫ້ປອດໃສເຂັ້ມແຂງ, ໜັກແໜ້ນ ເພື່ອຮັບປະກັນໃຫ້ເຄື່ອນໄຫວມີປະສິດທິຜົນ. ທ່ານໄດ້ຢັ້ງຢືນວ່າ, ເມື່ອກາຍເປັນພັກກໍາອໍານາດ, ພັກເປັນແກ່ນສານນໍາພາລັດ ແລະ ທົ່ວສັງຄົມໃນທຸກດ້ານຂອງຊີວິດສັງຄົມ. ນີ້ແມ່ນບັນຫາຫຼັກການ. ຍ້ອນວ່າ: “ຖ້າບໍ່ມີການປົກຄອງຂອງຊົນຊັ້ນກໍາມະຊີບໃນອົງການລັດ ແມ່ນບໍ່ອາດຈະເວົ້າເຖິງສັງຄົມນິຍົມ”[1]. ພັກນໍາພາລັດ, ປະຊາຊົນ ແລະ ສັງຄົມ ດ້ວຍລະບົບແນວຄິດວິທະຍາສາດ ແລະ ປະຕິວັດ, ນັ້ນແມ່ນລັດທິມາກ (ລັດທິມາກ-ເລນິນໃນປັດຈຸບັນ) ເຊິ່ງເປັນ “ທິດສະດີປະຕິວັດໜຶ່ງດຽວທີ່ຖືກຕ້ອງ”.
ບົນພື້ນຖານທິດສະດີວິທະຍາສາດດັ່ງກ່າວນີ້, ພັກກໍານົດໂຄງການການເມືອງ, ຍຸດທະສາດ, ຍຸດໂທບາຍຖືກຕ້ອງ; ພ້ອມກັນນັ້ນ, ປຸກລະດົມ, ເຕົ້າໂຮມ, ຊັກຊວນ ແລະ ສ້າງຄວາມເຊື່ອໝັ້ນໃຫ້ມະຫາຊົນເດີນຕາມ, ສະໜັບສະໜູນ ແລະ ເຂົ້າຮ່ວມຂະບວນການປະຕິວັດຂອງພັກ ຢ່າງຕັ້ງໜ້າ, ຕາມທັດສະນະຂອງເລນິນ ຍ້ອນວ່າພັກກອມມູນິດເປັນພາກສ່ວນ ໜຶ່ງຢູ່ໃນມະຫາຊົນ, ເພິ່ນໄດ້ສົມທຽບເໝືອນຢອດນໍ້າຈືດໃນມະຫາສະມຸດອັນກວ້າງໃຫຍ່ ແລະ ພັກກອມມູນິດອາດຈະຄຸ້ມຄອງລັດໄດ້ກໍຕໍ່ເມື່ອພັກນັ້ນໄດ້ສະແດງອອກຖືກຕາມຄວາມມຸ່ງມາດປາຖະໜາຂອງປະຊາຊົນ. ຖ້າບໍ່ດັ່ງນັ້ນ, ພັກກອມມູນິດຈະບໍ່ນໍາພາຊົນຊັ້ນກໍາມະຊີບໄດ້, ຊົນຊັ້ນກໍາມະຊີບຈະບໍ່ສາມາດດຶງດູດມະຫາຊົນໄປນໍາຕົນເອງໄດ້ ແລະ ທັງໝົດກົງຈັກຈະ
ແຕກສະລາຍ. ເຖິງແມ່ນໄດ້ຢັ້ງຢືນບົດບາດການນໍາພາຂອງພັກຕໍ່ລັດ, ແຕ່ ວ.ອ.ເລນິນ ກໍເນັ້ນໜັກເຖິງການແກ້ໄຂຢ່າງກົມກຽວສາຍພົວພັນລະຫວ່າງພັກກັບລັດ. ໃນນັ້ນ, ພັກເດັດຂາດບໍ່ກ້າວກ່າຍ, ເຮັດແທນລັດ. ເລນິນ ຮຽກຮ້ອງ “ຕ້ອງແຍກບັນດາໜ້າທີ່ຂອງພັກ ກັບໜ້າທີ່ຂອງອໍານາດການປົກຄອງໂຊວຽດຢ່າງຈະແຈ້ງ, ເພີ່ມຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການໃຫ້ແກ່ພະນັກງານໂຊວຽດ ແລະ ບັນດາອົງການໂຊວຽດ, ສ່ວນພັກແມ່ນມີສິດອໍານາດນໍາພາລວມຕໍ່ວຽກງານຂອງທັງໝົດບັນດາອົງການລັດ, ບໍ
ແຊກຄຸມເກີນປົກກະຕິກ່ຽວກັບວຽກທີ່ບໍ່ເປັນທາງການ, ມະຍິກມະຍ່ອຍ”[2].
ພາຍໃຕ້ການນໍາພາຂອງພັກນັ້ນ, ລັດມີບົດບາດເປັນໃຈກາງໃນການເຄື່ອນໄຫວຄຸ້ມຄອງ, ຮັບໃຊ້ສັງ ຄົມ ແນໃສ່ປະຕິບັດການຫັນແຜນນະໂຍບາຍ, ແນວທາງ, ໂຄງການການເມືອງຂອງພັກເຂົ້າສູ່ຊີວິດສັງຄົມ ໂດຍຜ່ານລະບົບຂອງຕົນ (ຜ່ານບັນດາອົງການ, ບັນດາການຈັດຕັ້ງຂອງລັດ) ແຕ່ສູນກາງເຖິງບັັນດາທ້ອງ ຖິ່ນຮາກຖານ. ຍ້ອນແນວນັ້ນ ພັກຈຶ່ງຕ້ອງສ້າງບັນດາອົງການຈັດຕັ້ງກົງຈັກຂອງລັດສັງຄົມນິຍົມ. ໄປພ້ອມກັບການຢັ້ງຢືນບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດໃນຂະບວນການກໍ່ສ້າງສັງຄົມນິ ຍົມ. ວ.ອ.ເລນິນ ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: ບັນດາຄວາມຂາດຕົກບົກພ່ອງ, ສິ່ງຫຍໍ້ທໍ້ຕ່າງໆໃນພັກ ແລະ ໃນລັດ ຕ້ອງໄດ້ກໍານົດ ແລະ ກໍາຈັດປັດເປົ່າຢ່າງເຖິງຖອງ, ຖ້າບໍ່ດັ່ງນັ້ນ, ມັນຈະເຮັດໃຫ້ບົດບາດນໍາພາຂອງພັກ ແລະ ການຄຸ້ມຄອງ ຂອງລັດອ່ອນແອ, ເຮັດໃຫ້ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ, ລັດ ແລະ ລະບອບໃໝ່ຫຼຸດໜ້ອຍຖອຍລົງ, ເຮັດໃຫ້ຂະບວນການກໍ່ສ້າງສັງຄົມນິຍົມບໍ່ອາດບັນລຸຜົນສໍາເລັດໄດ້.
ໃນສະໄໝຂ້າມຜ່ານຂຶ້ນສັງຄົມນິຍົມ, ສິ່ງບໍ່ດີ, ຫຍໍ້ທໍ້ໃນສັງຄົມແຊກຊຶມ, ລິດລອດເຂົ້າໃນບັນດາກົງຈັກພັກ ແລະ ກົງຈັກລັດ, ກໍ່ໃຫ້ເກີດບັນຫາບໍ່ດີ, ທໍາລາຍຄວາມເຊື່ອໝັ້ນ, ບັ່ນທອນກໍາລັງແຮງຂອງພັກ ແລະ ລັດ, ທໍາລາຍສັງຄົມ ເຊິ່ງບັນດາປະກົດການຫຍໍ້ທໍ້ນັ້ນມີຫຼາຍຮູບຫຼາຍແບບ. ວ.ອ.ເລນິນ ໄດ້ລວບ ລວມບັນດາປະກົດການທີ່ເປັນພື້ນຖານ ດັ່ງນີ້:
– ລັດທິສວຍໂອກາດ, ການເສື່ອມຖອຍທາງດ້ານແນວຄິດ-ການເມືອງ, ອຸດົມຄະຕິປະຕິວັດຈືດຈາງ. ການຕໍ່ສູ້ທາງດ້ານແນວຄິດແມ່ນແນໃສ່ປົກປ້ອງທາດແທ້ວິທະຍາສາດ ແລະ ປະຕິວັດຂອງລັດທິມາກ ເຊິ່ງທ່ານ ເລນິນ ໄດ້ເດັດດ່ຽວຕໍ່ສູ້ຕ້ານລັດທິສວຍໂອກາດໃນຂະບວນການກໍາມະກອນຢ່າງແຂງແຮງ. ປະກົດການ ຂອງມັນແມ່ນ “ການປາກເວົ້ານັ້ນແມ່ນຮັບຮູ້ການປະຕິວັດ ແຕ່ໃນການກະທໍາຕົວຈິງແມ່ນປ່ອຍປະການປະຕິວັດ”. ສິ່ງເຫຼົ່ານີ້ແມ່ນອັນຕະລາຍທີ່ສຸດ, ຍ້ອນວ່າລັດທິສວຍໂອກາດເຮັດໃຫ້ມີຈຸດດ່າງດໍາໃນມາ ນະຈິດຕໍ່ສູ້, ເຮັດໃຫ້ຂາດສະຕິລະວັງຕົວໃນແງ່ຄວາມຮັບຮູ້ທິດສະດີ, ພາໄປເຖິງຖັນແຖວພະນັກງານ, ສະ ມາຊິກພັກ ເຮັດໃຫ້ເສື່ອມຖອຍທາງດ້ານແນວຄິດ-ການເມືອງ, ຈືດຈາງທາງດ້ານອຸດົມຄະຕິປະຕິວັດ, ເຮັດໃຫ້ເຂົາເຈົ້າ “ຖືກລັດທິຈັກກະພັກຊື້ຈ້າງຈອບອອຍ ແລະ ເຮັດໃຫ້ເປ່ເພ”[3]. ວ.ອ. ເລນິນ ໄດ້ຊີ້ໃຫ້ເຫັນແຈ້ງວ່າ “ທຸກການຖືເບົາລະບົບແນວຄິດສັງຄົມນິຍົມ, ທຸກການຫ່າງເຫີນລະບົບແນວຄິດສັງຄົມນິຍົມລ້ວນແຕ່ແມ່ນມີຄວາມໝາຍເພີ່ມທະວີແນວຄິດນາຍທຶນ”[4]. ສະນັ້ນ, ຕາມທັດສະນະຂອງ ວ.ອ.ເລນິນ, ການຕໍ່ສູ້ຕ້ານລັດທິສວຍໂອກາດໃນພັກ ແລະ ລັດ ບໍ່ພຽງແຕ່ເປັນບັນຫາສະເພາະຂອງສະຫະພາບໂຊວຽດ ຫາກຍັງເປັນບັນຫາລວມຂອງແຕ່ລະພັກກອມມູນິດອີກດ້ວຍ.
– ອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມຖອຍດ້ານຄຸນສົມບັດສິນທຳປະຕິວັດ, ແບບແຜນດໍາລົງຊີວິດ.
ຕາມ ວ.ອ.ເລນິນ, ທາດແທ້ຂອງອາດຍາສິດແມ່ນແນວຄິດເຊີດຊູຖານະ, ຖືກຄອບງໍາດ້ວຍລັດທິເອກະຊົນ, ແລ່ນນໍາຊື່ສຽງ, ຜົນປະໂຫຍດ ແລະ ຖານະຕໍາແໜ່ງ. ພວກອາດຍາສິດ ມີແຕ່ຫ່ວງໄຍຜົນປະໂຫຍດສ່ວນຕົວກາຍເປັນຄົນຂີ້ຄ້ານ, ເຫັນແກ່ຕົວ; ເປັນຄົນອວດອົ່ງ, ຄອບງໍາບັນດາຜູ້ທີ່ມີສິດທິພິເສດ, ຜົນປະໂຫຍດພິເສດ ຕີຕົວຫ່າງອອກຈາກມະຫາຊົນ ແລະ ຢູ່ເໜືອມະຫາຊົນ. ພວກເຂົາສວຍໃຊ້ຕໍາແໜ່ງ, ໜ້າທີ່ເພື່ອໄດ້ເລື່ອນຊັ້ນເລື່ອນຂັ້ນ. ໃນຂົງເຂດການຄຸ້ມຄອງລັດ, ລັດທິອາດຍາສິດໜັກໄປທາງດ້ານເຈ້ຍສໍເອກະສານບໍລິຫານ ແລະ ພະນັກງານຕິດ “ພະຍາດອາດຍາສິດ” ແມ່ນມີແຕ່ຮູ້ຟັງການລາຍງານ ແລະ ມັກໃຊ້ຄໍາສັ່ງ ເພື່ອເລັ່ງລັດວຽກງານ, ຫ່າງເຫີນພຶດຕິກໍາຕົວຈິງ, ໃຊ້ສິດອໍານາດຕາມໃຈມັກຂອງຕົນເອງ, ບໍ່ມີປະຊາທິ ປະໄຕ, ສ້າງຄວາມຂັດແຍ່ງ, ເຮັດເສຍຄວາມສາມັກຄີພາຍໃນ; ສະນັ້ນ ຢາກສືບຕໍ່ພາລະກິດກໍ່ສ້າງສັງຄົມນິຍົມມີຜົນສໍາເລັດ ຕ້ອງສືບຕໍ່ຕໍ່ສູ້ຕ້ານລັດທິອາດຍາສິດ.
ບົນພື້ນຖານຮັບຮູ້ໄດ້ບັນດາປະກົດການຫຍໍ້ທໍ້ ໃນຖັນແຖວສະມາຊິກພັກ ແລະ ພະນັກງານ, ວ.ອ. ເລນິນ ໄດ້ຊີ້ໃຫ້ເຫັນບັນດາວິທີການພື້ນຖານເພື່ອກໍ່ສ້າງພັກ ແລະ ລັດ ປອດໃສ, ໜັກແໜ້ນ, ເຂັ້ມແຂງ, ເຄື່ອນໄຫວມີປະສິດທິຜົນ ດັ່ງນີ້:
- ຮັບປະກັນທິດນໍາ “ເຖິງແມ່ນໜ້ອຍຖະແນມແຕ່ດີ”, ກະທັດຮັດ, ມີປະສິດທິຜົນ. ປະຕິບັດທິດນໍານີ້ຮຽກຮ້ອງໃຫ້ວຽກງານກໍ່ສ້າງພັກ ແລະ ປ່ຽນແປງໃໝ່, ປະຕິຮູບກົງຈັກລັດ ໂດຍສະເພາະຢ່າງຍິ່ງແມ່ນຢູ່ໃນບັັັນດາອົງການສູນກາງຕ້ອງຖືສໍາຄັນຄຸນນະພາບ, ບໍ່ແລ່ນນໍາປະລິມານ; ດ້ວຍເຫດນັ້ນ, ຕ້ອງກວດເບິ່ງການໂຮມກົງຈັກການຈັດຕັ້ງເຂົ້າກັນ, ເຮັດໃຫ້ກົງຈັດກະທັດຮັດ, ຮັບປະກັນຄຸນນະພາບເປັນຕົວແບບ ແລະ ຕ້ອງເຄື່ອນໄຫວສອດຄ່ອງກັບລະດັບວິທະຍາສາດທັນສະໄໝ. ຖັນແຖວພະນັກງານ, ສະມາຊິກພັກຕ້ອງໄດ້ເລືອກເຟັ້ນຢ່າງລະອຽດຖີ່ຖ້ວນຕາມມາດຕະຖານຢ່າງເຂັ້ມງວດ ນັບທັງດ້ານຈໍານວນ ແລະ ຄຸນນະພາບ, ມີຄຸນທາດການເມືອງໜັກແໜ້ນ, ໄດ້ຮັບການປະກອບທິດສະດີປະຕິວັດ, ມີຄຸນສົມບັດດີ ແລະ “ບັນດາພາກສ່ວນດີເດັ່ນນັ້ນຕ້ອງກ້າຫານຮັບເອົາບໍ່ວ່າຄວາມຫຍຸ້ງຍາກໃດໆທັງນັ້ນ ແລະ ບໍ່ຍອມຖອຍຕໍ່ໜ້າ ບໍ່ວ່າການຕໍ່ສູ້ໃດໆເພື່ອບັນລຸຈຸດໝາຍ”[5].
- ປະຕິບັດບັນດາຫຼັກການກໍ່ສ້າງພັກຢ່າງເຂັ້ມງວດ. ຮັບປະກັນຫຼັກການລວມສູນປະຊາທິປະໄຕ, ຍ້ອນວ່າອັນນັ້ນ ເປັນຄຸນລັກສະນະພື້ນຖານຂອງພັກປະຕິວັດ ເຊິ່ງ ວ.ອ.ເລນິນ ໄດ້ຖອດຈາກພຶດຕິກໍາປະຕິວັດ; ຕາມນັ້ນ, “ລະບອບລວມສູນເດັດຂາດ ແລະ ລະບຽບວິໄນ ທີ່ເຂັ້ມງວດຂອງຊົນຊັ້ນກໍາມະຊີບ ແມ່ນໜຶ່ງໃນເງື່ອນໄຂພື້ນຖານເພື່ອເອົາຊະນະຊົນຊັ້ນນາຍທຶນ”[6]. ຄວາມຮຽກຮ້ອງຕ້ອງການທີ່ຕັ້ງຂຶ້ນ ແມ່ນຕ້ອງປະຕິບັດລະບຽບວິໄນພັກຢ່າງເຂັ້ມງວດ, ຮັກສາລະບຽບເຫຼັກ ແລະ ພະນັກງານ, ສະມາຊິກພັກແຕ່ລະສະຫາຍ ຕ້ອງອອກແຮງສູ້ຊົນປູກຝັງພູມປັນຍາ, ຝຶກຝົນຫຼໍ່ຫຼອມແບບແຜນ, ເພີ່ມທະວີຄຸນທາດ,
ຄຸນສົມບັດກອມມູນິດ.
ປະຕິບັດການຕິຊົມຕົນເອງ ແລະ ຕິຊົມກັນຢ່າງເຂັ້ມງວດ ເພື່ອສ້າງຄວາມສາມັກຄີເອກະພາບໃນພັກ, ພັກຍາມໃດກໍໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວ. ການຕິຊົມຕົນເອງ ແລະ ຕິຊົມກັນຕ້ອງຖືເປັນເນື້ອໃນສໍາຄັນອັນໜຶ່ງ ແລະ ເປັນປົກກະຕິໃນການດໍາເນີນຊີວິດພັກ. ວ.ອ.ເລນິນ ຂຽນໄວ້ວ່າ: “ເປີດເຜີຍຮັບເອົາຄວາມຜິດພາດ, ຊອກເຫັນສາເຫດທີ່ພາໃຫ້ຜິດພາດ, ໄຈ້ແຍກສະພາບແວດລ້ອມທີ່ພາໃຫ້ເກີດຄວາມຜິດພາດ… ນັ້ນແມ່ນຫຼັກຖານສະແດງເຖິງພັກໜຶ່ງທີ່ເຂັ້ມງວດ, ນັ້ນແມ່ນພັກທີ່ເຮັດຫຼ້ອນບັນດາພັນທະຂອງຕົນ, ນັ້ນແມ່ນການສຶກສາອົບຮົມ ແລະ ຝຶກຝົນຊົນຊັ້ນ, ແລ້ວເຖິງມະຫາຊົນ”[7].
- ສ້າງກົນໄກຄວບຄຸມອໍານາດຢ່າງເຂັ້ມງວດ, ມີປະສິດທິຜົນ. ວຽກງານນີ້ ຖ້າບໍ່ໄດ້ຮັບການປະຕິ ບັດເປັນຢ່າງດີ ແມ່ນມີຄວາມອັນຕະລາຍທີ່ສຸດ, ຍ້ອນວ່າ “ຖ້າອໍານາດການເມືອງໃນປະເທດຢູ່ໃນກໍາມືຂອງຊົນຊັ້ນໜຶ່ງທີ່ມີສິດ ແລະ ຜົນປະໂຫຍດສອດຄ່ອງກັບສິດ ແລະ ຜົນປະໂຫຍດຂອງຄົນສ່ວນຫຼາຍ, ຈາກນັ້ນ ຈຶ່ງຈະສາມາດປະຕິບັດການຄວບຄຸມບັນຊາວຽກງານຂອງຊາດຖືກຕາມຄວາມມຸ່ງຫວັງຂອງຄົນສ່ວນຫຼາຍ. ແຕ່ຖ້າອໍານາດການເມືອງຕົົກເຂົ້າໃນກໍາມືຊົນຊັ້ນໜຶ່ງທີ່ມີສິດ ແລະ ຜົນປະໂຫຍດແຕກຕ່າງກັບສິດ ແລະ ຜົນປະໂຫຍດຂອງຄົນສ່ວນຫຼາຍ, ແມ່ນການຄວບຄຸມບັນຊາວຽກງານຂອງຊາດຕາມຄວາມມຸ່ງຫວັັງຂອງຄົນສ່ວນຫຼາຍ ແມ່ນບໍ່ພົ້ນຈາກການກາຍເປັນການຫຼອກລວງ ຫຼື ນໍາໄປເຖິງບ່ອນປາບປາມຄົນສ່ວນຫຼາຍນັ້ນ”[8].
- ເພື່ອຄວບຄຸມອໍານາດ, ຕ້ອງສ້າງລະບົບກົດໝາຍທີ່ມີວິທະຍາສາດ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ຄວາມມຸ່ງຫວັງຂອງປະຊາຊົນ ເພື່ອແນໃສ່ຮັບປະກັນໃຫ້ການເຄື່ອນໄຫວຂອງພັກ ແລະ ລັດ ຖືກຕາມຂໍ້ກໍານົດຂອງລັດຖະທໍາມະນູນ ແລະ ກົດໝາຍ, ພ້ອມກັນນັ້ນ ກໍປະຕິບັດປະຊາທິປະໄຕປະຊາຊົນ ຢ່າງເລິກເຊິ່ງກວ້າງຂວາງ. ນີ້ແມ່ນຄວາມຈໍາເປັນພາວະວິໄສ ແລະ ເປັນໜ້າທີ່ອັນຮີບດ່ວນທີ່ຕັ້ງຂຶ້ນ. ການຄວບຄຸມອໍານາດຍັງໄດ້ປະຕິບັດດ້ວຍວຽກງານຈັດຕັ້ງພັກແບບໃໝ່, ລັດແບບໃໝ່ຢ່າງເຂັ້ມງວດ, ວິທະຍາ ສາດ, ເປັນເອກະພາບທາງດ້ານແນວຄິດກັບການຈັດຕັ້ງຢູ່ສະເໝີ, ບໍ່ຮັບຮູ້ການກະແຈກກະຈາຍ, ກຸ່ມກ້ອນ
ແລະ ແບ່ງພັກແຍກພວກ ເຊິ່ງຈະເສຍຄວາມສາມັກຄີພາຍໃນ. ພ້ອມກັນນັ້ນ ຕ້ອງເຮັດວຽກງານກວດກາ, ຄວບຄຸມຕໍ່ການຈັດຕັ້ງ, ບຸກຄົນ ແລະວຽກງານ. ລະເຫຼີງການກວດກາກໍ່ແມ່ນມີຄວາມໝາຍລະເຫຼີງຕໍ່ການນໍາພາ ແລະ ຄຸ້ມຄອງ. ຈາກນັ້ນ, ພາໄປເຖິງການຈັດຕັ້ງ ແລະ ກົງຈັກ, ອ່ອນແອ; ພະນັກງານ, ສະມາຊິກພັກເສື່ອມຄຸນປ່ຽນທາດ. - ພັກ ແລະ ລັດ ຕ້ອງປົກປ້ອງ ແລະ ເດັດດ່ຽວຕໍ່ສູ້ຕ້ານບັນດາປະກົດການຫຍໍ້ທໍ້, ເສື່ອມຖອຍດ້ານແນວຄິດ-ການເມືອງ ແລະ ຄຸນສົມບັດ; ປະຕິບັດລະບອບປົດຕໍາແໜ່ງຢ່າງເຂັ້ມງວດ ບໍ່ວ່າເວລາໃດຕໍ່ຜູ້ທີ່ໄດ້ຮັບການເລືອກຕັ້ງມາ, ແຕ່ເສື່ອມທາດຂາດຄຸນ. ຕາມທັດສະນະຂອງ ວ.ອ. ເລນິນ, ຕ້ອງໄລ່ພວກທີ່ບໍ່ຊື່ສັດ, ບັນດາສະມາຊິກພັກກອມມູນິດທີ່ກາຍເປັນອາດຍາສິດ, ບໍ່ຈົງຮັກພັກດີ, ອ່ອນແອ (ອ່ອນເພຍເປ່ຍ
ລ່ອຍ) ອອກຈາກພັກ ເພື່ອເຮັດໃຫ້ພັກ ແລະ ກົງຈັກລັດປອດໃສ.
ໃນຄວາມເປັນຈິງໄດ້ສະແດງອອກໃຫ້ເຫັນ, ບັນດາຄໍາແນະນໍາຂອງ ວ.ອ.ເລນິນ ກ່ຽວກັບການສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນເງື່ອນໄຂເປັນພັກກໍາອໍານາດ ມາເຖິງປັດຈຸບັນ ຍັງມີຄຸນຄ່າຄົົົບຖ້ວນຕາມຕົ້ນສະບັບ ແລະ ເປັນບັນຫາສໍາຄັນຍິ່ງ. ດ້ວຍເຫດນັ້ນ, ຕ້ອງໄດ້ເພີ່ມທະວີວຽກງານກໍ່ສ້າງ, ປັບປຸງພັກ ແລະ ລະບົບການເມືອງຢູ່ປະເທດເຮົາ ຕາມແນວຄິດ, ຄໍາແນະນໍາຂອງ ວ.ອ.ເລນິນ, ຕາມວິທີການພື້ນຖານ ຄື: ຍົກສູງຄວາມຮັບຮູ້ກ່ຽວກັບຄວາມສໍາຄັນຂອງພາລະກິດກໍ່ສ້າງ, ປັບປຸງພັກ ແລະ ລະບົບການ ເມືອງປອດໃສ, ໜັກແໜ້ນເຂັ້ມແຂງ; ເຊື່ອມຊຶມ, ໝູນໃຊ້ຢ່າງປະດິດສ້າງແນວຄິດ ແລະ ວິທີການຂອງ ວ.ອ.ເລນິນ ເພື່ອສືບຕໍ່ຍູ້ແຮງການກໍ່ສ້າງພັກ ແລະ ລະບົບການເມືອງທາງດ້ານການຈັດຕັ້ງ; ເສີມຂະ ຫຍາຍບົດບາດ, ຄວາມຮັບຜິດຊອບຂອງອົງການແນວລາວສ້າງຊາດ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະ ບົດບາດເປັນເຈົ້າຂອງປະຊາຊົນ ໃນວຽກງານກໍ່ສ້າງພັກ ແລະ ລະບົບການເມືອງປອດໃສ, ໜັກແໜ້ນ, ເຂັ້ມແຂງ; ສົມທົບລະຫວ່າງການຍົກຕົວແບບວຽກດີຄົນເດັ່ນກັບການເປັນເຈົ້າການປ້ອງກັນ, ສະກັດກັ້ນ ແລະ ເດັດດ່ຽວຕໍ່ສູ້ແກ້ໄຂສະພາບການເສື່ອມຖອຍດ້ານແນວຄິດການເມືອງ, ຄຸນສົມບັດສິນ
ທໍາປະຕິວັດ, ແບບແຜນດໍາລົງຊີວິດ ແລະ ບັນດາການປະພຶດສໍ້ລາດບັງຫຼວງ, ຫຍໍ້ທໍ້ຂອງຖັນແຖວພະນັັກງງານ, ສະມາຊິກພັກຢ່າງເຂັ້ມງວດ, ຈິງຈັງ; ເອົາໃຈໃສ່ບູລະນະລະບົບກົດໝາຍ ແລະ ກົນໄກຄວບຄຸມອໍານາດໃນບັນດາຂົງເຂດສໍາຄັນ./.
[1] ວ.ອ ເລນິນ: ນິພົນຄົບຊຸດ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ, ຮ່າໂນ້ຍ, ປີ 2006, ເຫຼັ້ມ 36, ໜ້າ 368 (ພາສາຫວຽດນາມ).
[2] ວ.ອ ເລນິນ: ນິພົນຄົບຊຸດ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ, ຮ່າໂນ້ຍ, ປີ 2006, ເຫຼັ້ມ 45, ໜ້າ 75 (ພາສາຫວຽດນາມ).
[3] ວ.ອ ເລນິນ: ນິພົນຄົບຊຸດ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ, ຮ່າໂນ້ຍ, ປີ 2006, ເຫຼັ້ມ 41, ໜ້າ 43 (ພາສາຫວຽດນາມ).
[4] ວ.ອ ເລນິນ: ນິພົນຄົບຊຸດ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ, ຮ່າໂນ້ຍ, ປີ 2006, ເຫຼັ້ມ 6, ໜ້າ 50 (ພາສາຫວຽດນາມ).
[5] ວ.ອ ເລນິນ: ນິພົນຄົບຊຸດ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ, ຮ່າໂນ້ຍ, ປີ 2006, ເຫຼັ້ມ 45, ໜ້າ 445 (ພາສາຫວຽດນາມ).
[6] ວ.ອ ເລນິນ: ນິພົນຄົບຊຸດ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ, ຮ່າໂນ້ຍ, ປີ 2006, ເຫຼັ້ມ 41, ໜ້າ 51 (ພາສາຫວຽດນາມ).
[7] ວ.ອ ເລນິນ: ນິພົນຄົບຊຸດ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ, ຮ່າໂນ້ຍ, ປີ 2006, ເຫຼັ້ມ 41, ໜ້າ 51 (ພາສາຫວຽດນາມ).
[8] ວ.ອ ເລນິນ: ນິພົນຄົບຊຸດ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ, ຮ່າໂນ້ຍ, ປີ 2006, ເຫຼັ້ມ 34, ໜ້າ 52 (ພາສາຫວຽດນາມ).
ຂຽນໂດຍ: ທິບພະຈັນ ວົງລໍຄໍາ
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນມີນາ ປີ 2025)